16/10/2025
#ເມືອງນາກາຍໂຮມຊຸມນຸມປະກາດບັ້ນສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ V
#ພິທີໂຮມຊຸມນຸມ ປະກາດບັ້ນການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ V ປີ 2025 ທີ່ເມືອງນາກາຍ ແຂວງຄໍາມ່ວນ, ຈັດຂຶ້ນໃນວັນທີ 16 ຕຸລາ 2025, ທີ່ສະໂມສອນໃຫຍ່ຂອງເມືອງນາກາຍໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ນາງ ບົວກາ ແກ້ວມະນີ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆ ນາກາຍ ຫົວໜ້າຄະນະຊີ້ນໍາຂັ້ນເມືອງ , ມີທ່ານ ບຸນທັນ ສຸວັນນະລາດ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ທ່ານ ມະນີວອນ ຊຽງທໍາ ຄະນະຊີ້ນຳການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ V ປີ 2025 ຂັ້ນແຂວງ , ມີບັນດາທ່ານຄະນະປະຈໍາພັກເມືອງ, ຫົວໜ້າຫ້ອງການ-ຄະນະຫ້ອງການ, ແຂກຖຶກເຊີນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ໃນພິທີຄັ້ງນີ້ ທ່ານ ຄອນມາ ພົມພານິດ ກໍາມະການພັກເມືອງ ຫົວໜ້າຫ້ອງການເງີນເມືອງ ນາກາຍ ໃນນາມຮອງຫົວໜ້າຄະນະຊີ້ນຳຂັ້ນເມືອງ ຍັງໄດ້ລາຍງານ ການກະກຽມຄວາມພ້ອມຂອງການສໍາຫຼວດພົນລະເມືອງ ທີ່ຢູ່ອາໄສ ຄັ້ງທີ V ປີ 2025 ເມືອງ ນາກາຍ ໂດຍສະເພາະໜ້າວຽກທີ່ໄດ້ຈັດຕັ້ງປະຕິບັດສໍາເລັດ ແລະ ແຜນຈັດຕັ້ງປະຕິບັດໃນຕໍ່ໜ້າຈາກນັ້ນ ທ່ານ ມະນີວອນ ຊຽງທໍາ ຄະນະຊີ້ນຳການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ V ປີ 2025 ຂັ້ນແຂວງ ກໍ່ໄດ້ມີຄໍາເຫັນຕໍ່ກອງປະຊຸມປະກາດບັ້ນການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ V ປີ 2025 ທີ່ເມືອງນາກາຍ
ໂອກາດກ່າວຄໍາປາໃສ ທ່ານ ນາງ ບົວກາ ແກ້ວມະນີ ເຈົ້າເມືອງໆ ນາກາຍ ຫົວໜ້າຄະນະຊີ້ນໍາບັ້ນການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ V ປີ 2025 ໃນນາມຄະນະຊີ້ນໍາ ໄດ້ມີຄໍາເຫັນວ່າ : ການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ແມ່ນການສໍາຫຼວດໜຶ່ງທີ່ມີຄວາມສໍາຄັນ ແລະ ຈໍາເປັນຕ້ອງໄດ້ຈັດຕັ້ງປະຕິບັດສໍາລັບບັນດາປະເທດ ທີ່ຢູ່ໃນພາກພື້ນ ແລະ ສາກົນໃນທຸກໆ 10 ປີ ພາຍໃຕ້ຂໍ້ ແນະນໍາຂອງໜ່ວຍງານສະຖິຕິຂອງອົງການສະຫະປະຊາຊາດ, ລັດຖະບານແຫ່ງ ສປປ ລາວ ກໍໄດ້ດໍາເນີນການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດມາແລ້ວ 4 ຄັ້ງ ເລີ່ມແຕ່ປີ 1985 ເຖິງ ປີ 2015. ເວົ້າສະເພາະຢູ່ນາກາຍ ກໍ່ໄດ້ເຂົ້າຮ່ວມດໍາເນີນການສໍາຫຼວດ ພົນລະເມືອງ ແລະ ທີ່ຢູ່ອາໄສ ມາແລ້ວ 4 ຄັ້ງ ເລີ້ມແຕ່ປີ 1985 ເຖີງ ປີ 2015 ຈາກຜົນຂອງການສໍາຫຼວດຄັ້ງ ທີ່ IV ຫຼ້າສຸດ ໃນປີ 2015 ພົນລະເມືອງໆນາກາຍມີອັດຕາການເຕີບໂຕ ເທົ່າກັບ 1.2% ມີພົນລະເມືອງ 29,367ຄົນ ແລະ ຄາດ ຄະເນວ່າ ໃນ ປີ 2025 ພົນລະເມືອງ ຂອງເມືອງ ນາກາຍ ຈະມີປະມານ 29,719 ຄົນ ແລະ ຮອດປີ 2035 ຈະມີພົນລະເມືອງປະມານ 33,485 ຄົນ
ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດ ການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ດັ່ງກ່າວ ໄດ້ດໍາເນີນໄປຢ່າງເປັນຂະບວນການຟົດຟື້ນ, ທັງຮັບປະກັນ ຄຸນະພາບ ແລະ ຕອບສະໜອງຂໍ້ມູນໃຫ້ທັນຕາມກຳນົດເວລາ ທ່ານ ນາງ ບົວກາແກ້ວມະນີ ເຈົ້າເມືອງໆ ນາກາຍ ໃນນາມ ຫົວໜ້າຄະນະຊີ້ນໍາການສໍາຫຼວດຂັ້ນເມືອງ ຍັງໄດ້ຮຽກຮ້ອງມາຍັງຄະນະຊີ້ນໍາຕະ ຮອດພະນັກງານ-ລັດຖະກອນ, ນັກເດີນສໍາຫຼວດ, ພໍ່ຄ້າຊາວຂາຍ ຊາວຕ່າງດ້າວ ແລະ ຊາວຕ່າງປະເທດທີ່ອາໃສຢູ່ເມືອງ ນາກາຍ ໃນຊ່ວງການດໍາເນີນການສໍາຫຼວດຈົ່ງໃຫ້ການສະໜັບສະໜູນ, ໃຫ້ການຮ່ວມມືຢ່າງຈິງໃຈ ແລະ ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການ ສໍາຫຼວດໃນຄັ້ງນີ້. ພ້ອມນີ້ກໍສະເໜີ ໃຫ້ບັນດາທ່ານຄະນະຊີ້ນໍາແຕ່ລະຂັ້ນ ແລະ ອໍານາດການປົກຄອງ ຈົ່ງເອົາໃຈໃສ່ໃນການ ຊີ້ນໍາ-ນໍາພາ, ໃຫ້ຄວາມສະດວກ ແລະ ປະສານ ສົມທົບຢ່າງໃກ້ສິດກັບ ກອງກໍາລັງປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ເພື່ອໃຫ້ການຮ່ວມມື ແລະ ສ້າງເງື່ອນໄຂ ທີ່ເອື້ອອໍານວຍ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນບັ້ນດໍາເນີນການສໍາຫຼວດ ໃນຄັ້ງນີ້ ໃຫ້ປະສົບຜົນສໍາເລັດ ຕາມລະດັບຄາດໝາຍ ແລະ ຮັບປະກັນໃຫ້ໄດ້ຄວາມສະຫງົບ ຄວາມປອດໄພ 100% ຕະຫຼອດໄລຍະການດໍາເນີນການສໍາຫຼວດ ໃນ ປີ 2025.
ໂອກາດດັ່ງກ່າວນີ້ ທ່ານເຈົ້າເມືອງນາກາຍ, ທ່ານ ຫົວໜ້າ ຫ້ອງການ-ການເງີນ ເມືອງ ແລະ ທ່ານ ຄະນະຊີ້ນໍາຂັ້ນແຂວງພ້ອມດ້ວຍບັນດາທ່ານການນໍາຍັງຮ່ວມຕັດແຖບຜ້າ ເພື່ອປະກາດບັ້ນການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໃສ ຄັ້ງທີ່ V ປີ 2025 ຂອງເມືອງນາກາຍຢ່າງເປັນທາງການ.
ກວດແກ້:ທ່ານ ຄຳສອນ ສົດຕະກຸນ
ພາບຂ່າວ:ຄຳໄໝ ວົງສາຄອນ02059098931
@แฟนตัวยง
@