YouLike ກະແສສັງຄົມ, ຄຳຄົມ , ບັນເທິງ

12/06/2025

Air India AI171 Boeing 787 Dreamliner ປະສົບອຸປະຕິເຫດຕົກ ຫລັງຈາກ Take off ຈາກສະຫນາມບິນໃນເມືອງ Ahmedabad ມີຜູ້ໂດຍສານ 242 ຄົນ. #ຂໍໃຫ້ທຸກຄົນປອດໄພ 🙏🙏🙏

ເກີດເຫດໄຟໄໝ້ເຮືອນຢູ່ບ້ານ ດາກສະມໍ ເມືອງດາກຈຶງ ແຂວງເຊກອງ​ ໃນວັນທີ 19 ພຶດສະພາ 2025 ທີ່ຜ່ານມາ​ ໃນນັ້ນມີຕູ້ເຊບ 1ໜ່ວຍທີ່ໄດ້ເກັ...
27/05/2025

ເກີດເຫດໄຟໄໝ້ເຮືອນຢູ່ບ້ານ ດາກສະມໍ ເມືອງດາກຈຶງ ແຂວງເຊກອງ​ ໃນວັນທີ 19 ພຶດສະພາ 2025 ທີ່ຜ່ານມາ​ ໃນນັ້ນມີຕູ້ເຊບ 1ໜ່ວຍທີ່ໄດ້ເກັບເງິນໄວ້ຢູ່ໃນຕູ້ເຊບຈຳນວນ 700 ກວ່າລ້ານກີບ ແມ່ນເສຍຫາຍໝົດ.

ຂໍສະແດງຄວາມເສຍໃຈນຳຫຼາຍໆ.

27/05/2025

ສະຫລຸບເຫດການ ຜົວໂຫດນຳມາງໍ້ເມຍ ແຕ່ເມຍບໍ່ຍອມຄືນດີ ສຸດທ້າຍຈົກປືນໄລ່ຍິງເສຍຊີວິດຄາທີ່.

#ເຫດການ #ຄາຕະກໍາ #ລາວໂພສ

ເຈົ້າໜ້າທີ່ ປກສ ກຸ່ມຫ້ວຍຈຽມ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ລາຍງານເຫດຄາຕະກຳຢູ່ ບ້ານສົມສະໄໝ ເມືອງໄຊທານີ ນະຄອນຫຼວງວຽງຈັນ ວ່...
23/05/2025

ເຈົ້າໜ້າທີ່ ປກສ ກຸ່ມຫ້ວຍຈຽມ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ລາຍງານເຫດຄາຕະກຳຢູ່ ບ້ານສົມສະໄໝ ເມືອງໄຊທານີ ນະຄອນຫຼວງວຽງຈັນ ວ່າ: ໃນເວລາປະມານ 14-15 ໂມງ ຂອງວັນທີ 21 ພຶດສະພາ 2025 ໄດ້ມີເຫດການຄາຕະກໍາຢູ່ບ້ານສົມສະໄໝ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຜູ້ກໍ່ເຫດຊື່ ທ້າວ ເຢັ້ງລໍ່ ອາຍຸ 48 ປີ ອາຊີບ​ ບໍ່ຮູ້​ບ່ອນຢູ່ກໍບໍ່ທັນຮູ້ແນ່ນອນ ແຕ່ບັດປະຈຳຕົວອອກຢູ່ບ້ານຜາສັງ ເມືອງເຟືອງ ແຂວງວຽງຈັນ ໄດ້ໃຊ້ປືນສັ້ນບໍ່ຮູ້ຊະນິດ ຍິງເມຍ ຜູ້ກ່ຽວຈຳນວນ 1 ລູກ ເຂົ້າທາງຫຼັງຊອດທາງເອິກເບື້ອງຊ້າຍ ເຮັດໃຫ້ ນາງ ອືທ່າວ ອາຍຸ 29 ປີ ປະຊາຊົນ​ ບ້ານສົມສະໄໝ ຜູ້ເປັນເມຍເສຍຊີວິດຄາທີ່​ ຢູ່ໜ້າຮ້ານຂາຍເຄື່ອງຍ່ອຍ (ເຂດສີ່ແຍກໃກ້ກັບໂຮງຮຽນປະຖົມ),​ ພາຍຫຼັງທີ່ກໍ່ເຫດແລ້ວ ທ້າວ ເຢັ້ງລໍ່ ກໍໄດ້ຂັບລົດຈັກ ຄລິກໄອສີດຳ ມຸ່ງໜ້າໄປທາງຂົວບ້ານສົມສະໄໝ (ເຊິ່ງປັດຈຸບັນຍັງຈັບຕົວບໍ່ທັນໄດ້ເທື່ອ).

ຍາດພີ່ນ້ອງຂອງຜູ້ເສຍຊີວິດ ໃຫ້ຂໍ້ມູນກັບເຈົ້າໜ້າທີ່ວ່າ: ຜູ້ເສຍຊີວິດ ກັບຜູ້ກໍ່ເຫດ​ ເປັນຜົວເມຍກັນ ແລະ ໄດ້ຜິດຖຽງກັນມາກ່ອນແລ້ວ, ຄັ້ງນີ້ຜູ້ເປັນຜົວໄດ້ນຳມາຫາເມຍຢູ່ບ້ານສົມສະໄໝ ເພື່ອຮ້ອງຂໍໃຫ້ເມຍກັບຄືນເມືອນຳຜົວ ແຕ່ເມຍບໍ່ຍອມໄປນຳ ຈຶ່ງເຮັດໃຫ້ຄຽດແຄ້ນ​ ເລີຍກໍ່ເຫດຄາຕະກຳເມຍ.

ຜ່ານມາຜູ້ກໍ່ເຫດ ເຄີຍຖືກກັກໂຕ ໃນຂໍ້ຫາທຳຮ້າຍຮ່າງກາຍມາແລ້ວ.

ປັດຈຸບັນ, ເຈົ້າໜ້າທີ່ ກຳລັງນຳຊອກຈັບໂຕຜູ້ກໍ່ເຫດມາສືບສວນ-ສອບສວນ ເພື່ອລົງໂທດຕາມກົດໝາຍ.

ຫຼ້າສຸດ, ຍາດພີ່ນ້ອງຂອງຜູ້ເສຍຊີວິດ ໄດ້ໂພສເຟສບຸກ ຈະໃຫ້ລາງວັນນຳຈັບຜູ້ກໍ່ເຫດ ເປັນຈຳນວນເງິນ 50 ລ້ານກີບ, ໃຜພົບເຫັນຜູ້ຖືກສົງໃສ ຮີບຮ້ອນແຈ້ງຂໍ້ມູນຕໍ່ເຈົ້າໜ້າທີ່ໂດຍດ່ວນ,​ ຫລື​ ໂທຫາຍາດຂອງຜູ້ເສຍຊີວິດ 020 98997754.


ທີ່ມາ: ໜັງສືພິມຄວາມສະຫງົບ,​ໜ່ວຍງານຂ່າວອາຊະຍາກຳ

21/05/2025

ເກີດເຫດລົດພ່ວງຕຳລົດຈັກ ຢູ່ເສັ້ນທາງຕະຫລາດຫົວຂົວ ເມືອງໄຊເສດຖານ ນະຄອນຫລວງວຽງຈັນ ມີຜູ້ເສຍຊີວິດ 1 ຄົນ ເວລາປະມານ 14:30 ວັນທີ 21/05/2025

ຈາກເຫດການດັ່ງກ່າວ ເຮັດໃຫ້ການສັນຈອນຕິດຂັດ ທ່ານໃດມີວຽກດ່ວນ ຄງນຫລີກລ່ຽງເສັ້ນທາງດັ່ງກ່າວ

#ໜັງສືພິມລາວພັດທະນາ #ເຫດການ #ອຸປະຕິເຫດ

Celebrating my 5th year on Facebook. Thank you for your continuing support. I could never have made it without you. 🙏🤗🎉
18/05/2025

Celebrating my 5th year on Facebook. Thank you for your continuing support. I could never have made it without you. 🙏🤗🎉

13/05/2025

#ແຊສໄວ້ #ເບີສຸກເສີນ ສາຍດ່ວນຄວນຮູ້ ເມື່ອເກີດເຫດຕ່າງໆ📌

#ຄວາມຮູ້ #ລາວໂພສ

🎉 Just completed level 3 and am so excited to continue growing as a creator on Facebook!
11/05/2025

🎉 Just completed level 3 and am so excited to continue growing as a creator on Facebook!

ຂ່າວດີ!! ຄົນລາວເຂົ້າຊົມຟຣີ ນໍ້າຕົກຄອນພະເພັງ ແລະ ນໍ້າຕົກສົມພະມິດ.1. ການເຂົ້າທ່ຽວຊົມແມ່ນບໍ່ໄດ້ເສຍຄ່າຜ່ານປະຕູຢ້ຽມຊົມ ສໍາລັບ...
07/05/2025

ຂ່າວດີ!! ຄົນລາວເຂົ້າຊົມຟຣີ ນໍ້າຕົກຄອນພະເພັງ ແລະ ນໍ້າຕົກສົມພະມິດ.

1. ການເຂົ້າທ່ຽວຊົມແມ່ນບໍ່ໄດ້ເສຍຄ່າຜ່ານປະຕູຢ້ຽມຊົມ ສໍາລັບຄົນລາວ, ສັນຊາດລາວ ສາມາດເຂົ້າຊົມໂດຍບໍ່ໄດ້ເສຍຄ່າຜ່ານປະຕູ.
2. ສໍາລັບບຸກຄົນໃດຈະເຂົ້າທ່ຽວຊົມແມ່ນໃຫ້ແຈ້ງເອກະສານທີ່ສະແດງ ແລະ ຢັ້ງຢືນເຖິງການເປັນພົນລະເມືອງລາວເຊັ່ນ: ບັດປະຈໍາຕົວ, ພາສປອດ(Passport), ສໍາມະໂນຄົວ ຫຼື ໃບຢັ້ງຢືນອື່ນໆ. ຖ້າຫາກບຸກຄົນໃດບໍ່ມີເອກະສານຢັ້ງຢືນ ແມ່ນໃຫ້ພົວພັນກັບຫ້ອງການຄະນະຄຸ້ມຄອງເຂດເສດຖະກິດພິເສດ ແລະ ເຈົ້າຫນ້າທີ່ ປກສ ປະຈໍາເຂດພັດທະນາເສດຖະກິດໃຫມ່ສີທັນດອນ ເພື່ອຂໍການຢັ້ງຢືນເຂົ້າຊົມ. ດັ່ງນັ້ນ, ຈຶ່ງໄດ້ແຈ້ງມາຍັງທ່ານເພື່ອຊາບ ແລະ ຈັດຕັ້ງປະຕິບັດຕາມແຈ້ງການສະບັບນີ້ດ້ວຍ

ວັນທີ 5 ພຶດສະພາ 2025 ເກີດເຫດ ບັ້ງໄຟແຕກ ມີຜູ້ເສຍຊີວິດ 1 ຄົນ ຢູ່ບ້ານເປີບ ເມືອງແປກ ແຂວງຊຽງຂວາງ.ຂໍສະແດງຄວາມເສຍໃຈກັບຄອບຄົວຜູ້...
06/05/2025

ວັນທີ 5 ພຶດສະພາ 2025 ເກີດເຫດ ບັ້ງໄຟແຕກ ມີຜູ້ເສຍຊີວິດ 1 ຄົນ ຢູ່ບ້ານເປີບ ເມືອງແປກ ແຂວງຊຽງຂວາງ.

ຂໍສະແດງຄວາມເສຍໃຈກັບຄອບຄົວຜູ້ເສຍຊີວິດໃນເຫດການທີ່ເກີດຂຶ້ນຄັ້ງນີ້ດ້ວຍ.

05/05/2025
04/05/2025

ຂໍສະແດງຄວາມເສຍໃຈ ມາຍັງຄອບຄົວຂອງທະຫານກ້າ ທີ່ເສຍສະຫລະຊີວິດປົກປ້ອງບ້ານເມືອງ ຈາກເຫດການຄົນຮ້າຍໂຈມຕີ ທີ່ຊາຍແດນ ພູຜາໝົ່ນ ເມືອງປາກທາ ແຂວງບໍ່ແກ້ວ.
🙏ຂໍໃຫ້ດວງວິຍານຂອງພວກທ່ານໄປສູ່ສຸຂະຕິ🙏

Address

Vientiane Capital
Vieng-Chan

Website

Alerts

Be the first to know and let us send you an email when YouLike posts news and promotions. Your email address will not be used for any other purpose, and you can unsubscribe at any time.

Share

Category