ຂ່າວສານລາວ

  • Home
  • ຂ່າວສານລາວ

ຂ່າວສານລາວ ເຜີຍແຜ່ຂ່າວສານ ສູ່ສັງຄົມ...

2 ໜຸ່ມ ຂັບລົດເມຂົນຢາບ້າ... ບໍ່ລອດ ມີຂອງກາງ 554.000 ເມັດ                  --------------- +++ --------------     ພະແນກຕຳຫ...
08/07/2025

2 ໜຸ່ມ ຂັບລົດເມຂົນຢາບ້າ... ບໍ່ລອດ ມີຂອງກາງ 554.000 ເມັດ
--------------- +++ --------------
ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ເວລາປະມານ 13:00 ໂມງ ຂອງວັນທີ 3 ກໍລະກົດ 2025, ເຈົ້າໜ້າທີ່ ປກສ ປະຈໍາຈຸດກວດການໍ້າທຸງ ໄດ້ກວດກາລົດເມ ສີຂາວ ປ້າຍທະບຽນ ກກ 0513 ອຸດົມໄຊ, ທີ່ຂັບຂີ່ມາແຕ່ທາງຫ້ວຍຊາຍ ຈະໄປ ແຂວງອຸດົມໄຊ, ມີຜູ້ຂັບຂີ່ມານຳລົດ 2 ຄົນ ຊື່: ທ້າວ ນະມີໄຊ ອາຍຸ 28 ປີ ຢູ່ບ້ານກູໜຶ່ງ ເມືອງນາໝໍ້ ແຂວງອຸດົມໄຊ ແລະ ທ້າວ ບີຊົງ ອາຍຸ 23 ປີ ຢູ່ບ້ານຢ້າວໃຫຍ່ ເມືອງໄຊ ແຂວງອຸດົມໄຊ.
ຜ່ານການກວດກາລົດ ພົບເຫັນຢາເສບຕິດຊຸກເຊື່ອງຢູ່ໃນລົດ ຈຳນວນຫຼາຍ ຈຶ່ງໄດ້ກັກຜູ້ຂັບຂີ່ທັງ 2 ຄົນ ພ້ອມທັງເອົາລົດຄັນດັ່ງກ່າວ ໄປກວດຄົ້ນຢູ່ກອງບັນຊາການ ປກສ ແຂວງ.ຜ່ານການກວດຄົ້ນ ພົບເຫັນຢາບ້າ 277 ມັດ ເທົ່າກັບ 554.000 ເມັດ ນ້ຳໜັກ 55,4 ກິໂລກຼາມ.ຈາກນັ້ນ, ເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນແລະ ຕ້ານຢາເສບຕິດ ປກສ ແຂວງ ຈຶ່ງໄດ້ສົມທົບອົງການປົກຄອງບ້ານ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າທຳການກວດຄົ້ນເຄຫະສະຖານ ບ່ອນທີ່ພວກກ່ຽວມາພັກເຊົາ ຢູ່ບ້ານນໍ້າຄຳ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.
ຜ່ານການກວດຄົ້ນສາງ ແລະ ເຮືອນ ແມ່ນບໍ່ພົບສິ່ງຜິດກົດໝາຍ.ປັດຈຸບັນ,ເຈົ້າໜ້າທີ່ວິຊາສະເພາະ ພວມສືບຕໍ່ດຳ ເນີນການສອບສວນຂະຫຍາຍຜົນ.

ຂ່າວ: ປກສ ແຂວງບໍ່ແກ້ວ.

ຈັບຄາລົດສະແຕັກຂົນສົ່ງນ້ຳມັນ ພ້ອມຢາບ້າເກືອບ 2 ລ້ານເມັດ                    -------------- +++ -------------     ວັນທີ 7 ກໍ...
08/07/2025

ຈັບຄາລົດສະແຕັກຂົນສົ່ງນ້ຳມັນ ພ້ອມຢາບ້າເກືອບ 2 ລ້ານເມັດ
-------------- +++ -------------
ວັນທີ 7 ກໍລະກົດ 2025, ເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວ ຈັບຜູ້ຂັບຂີ່ລົດສະແຕັກ ຂົນສົ່ງນ້ຳມັນ ໄດ້ 1 ຄົນ ພ້ອມຢາເສບຕິດຫຼາຍລາຍການ ໄປດຳເນີນຄະດີ.
ເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ຂອງກາງຢາເສບຕິດ ພົບກວດຄົ້ນເຫັນໃນຄັ້ງນີ້ ລວມມີຄື: 1.ຢາເຄຕາມິນ ຖົງສີຂຽວ ຈໍານວນ 1.752 ຖົງ ນ້ຳໜັກ 1752 ກິໂລກຼາມ; 2.ຢາເຄຕາມິນ ຖົງສີຂາວ 168 ຖົງ ນ້ຳໜັກ 168 ກິ ໂລກຼາມ; 3. ຢາບ້າ ຈໍານວນ 999 ມັດ ເທົ່າກັບ1.998.000 ເມັດ ນ້ຳໜັກ 199.8 ກິໂລກຼາມ; 4. ຄໍລາເຈັນ 1.500 ຊອງ ນ້ຳໜັກ 15 ກິໂລກຼາມ; 5. ແປ້ງຝຸ່ນສີຂາວ 2 ເປົາ ນ້ຳໜັກ 51 ກິໂລກຼາມ; 6. ແປ້ງສາຄູ 18 ຖົງ ນ້ຳໜັກ 800 ກຼາມ.
ຄະດີຢາເສບຕິດດັ່ງກ່າວ, ເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວ ພວມດຳເນີນການສອບສວນ ຂະຫຍາຍຜົນຫາຜູ້ຮ່ວມຂະບວນການ ເພື່ອໄລ່ຊອກໄລ່ຈັບຕົວຜູ້ທີ່ຖືກຊັດທອດ ມາດຳເນີນຄະດີຕາມກົດໝາຍ.

ປກສ ເມືອງສົບເບົາ ຈັບໄດ້ພ້ອມເຮໂຣອີນ 9 ແທ່ງ                 ---------------- +++ ---------------   ວັນທີ 2 ກໍລະກົດ 2025,ເຈ...
07/07/2025

ປກສ ເມືອງສົບເບົາ ຈັບໄດ້ພ້ອມເຮໂຣອີນ 9 ແທ່ງ
---------------- +++ ---------------
ວັນທີ 2 ກໍລະກົດ 2025,ເຈົ້າໜ້າທີ່ ປກສ ເມືອງສົບເບົາ ແຂວງຫົວພັນ ຈັບຜູ້ຖືກຫາ ຄ້າຂາຍຢາເສບຕິດໄດ້ 2 ຄົນ ຊື່ ທ້າວ ຈີເມັ່ງຢ່າງ ອາຍຸ 23 ປີ ແລະ ທ້າວ ຕົງຊົງ ອາຍຸ 22 ປີ ທັງສອງຢູ່ບ້ານໂພນສະອາດ ເມືອງຄຳເກີດ ແຂວງບໍລິຄຳໄຊ ພ້ອມຂອງກາງ ເຮໂຣອີນ ຈຳນວນ 9 ແທ່ງ ໄປດຳເນີນຄະດີ.
ເຈົ້າໜ້າທີ່ ປກສ ເມືອງສົບເບົາ ໃຫ້ຮູ້ວ່າ:ໃນມື້ເກີດເຫດ, ໄດ້ລົງປະຕິບັດໜ້າທີ່ກວດກາການສັນຈອນ ຢູ່ສາມແຍກທາງເຂົ້າບ້ານຫ້ວຍຕຸງ ເມືອງສົບເບົາ,ຮອດເວລາປະມານ 18:10 ໂມງ ພົບເຫັນຊາຍ 2 ຄົນ(ຜູ້ຖືກຫາ) ຂັບຂີ່ລົດຈັກຊ້ອນກັນມາ, ເຊິ່ງລົດຈັກຄັນດັ່ງກ່າວບໍ່ຕິດປ້າຍທະບຽນລົດ,ຈຶ່ງໄດ້ສະກັດກັກລົດໄວ້ ເພື່ອກວດກາເອກະສານຕາມລະບຽບການ.ໃນຂະນະນັ້ນ,ໄດ້ມີຜູ້ຂັບຂີ່1ຄົນ ແລ່ນໜີລົງແຄມນ້ຳຮາວ.ຈາກນັ້ນ,ເຈົ້າໜ້າທີ່ ກໍຕິດຕາມນຳຈັບຜູ້ກ່ຽວໄດ້.
ຜ່ານການກວດຄົ້ນພົບເຫັນຢາເສບຕິດ ປະເພດເຮໂຣອີນ ຈຳນວນ 9 ແທ່ງ,ຢາເຄ 1 ຖົງໃຫຍ່ ແລະ ຢາອີ 1 ຖົງໃຫຍ່.ຈາກນັ້ນ, ກໍໄດ້ສົ່ງມອບຕົວພວກກ່ຽວທັງສອງຄົນ ພ້ອມຂອງກາງຈຳນວນດັ່ງກ່າວ ໃຫ້ເຈົ້າໜ້າທີ່ພະແນກທີ່ກ່ຽວຂ້ອງ ສືບຕໍ່ທຳການສອບສວນຂະຫຍາຍຜົນ ເພື່ອດຳ ເນີນຄະດີ ໄປຕາມຂັ້ນຕອນຂອງກົດໝາຍ.

ປກສ ແຂວງບໍ່ແກ້ວ ຈັບໄດ້ຄາລົດຕູ້ ພ້ອມຢາເຄຕາມິນ  124 ກິໂລ                  ---------------- +++ ----------------     ວັນທີ ...
19/06/2025

ປກສ ແຂວງບໍ່ແກ້ວ ຈັບໄດ້ຄາລົດຕູ້ ພ້ອມຢາເຄຕາມິນ 124 ກິໂລ
---------------- +++ ----------------
ວັນທີ 6 ມິຖຸນາ 2025,ເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວ ທີ່ລົງເຮັດວຽກສະເພາະກິດກວດກາພາຫະນະຢູ່ຈຸດບ້ານກ້ອນຕື່ນ ເມືອງປາກທາ ແຂວງບໍ່ແກ້ວ ໄດ້ກວດກາລົດຕູ້ TOYOTA ລຸ້ນ HIACE ສີປອນເງິນ ໝາຍເລກທະບຽນ ກບ 0158 ກຳແພງນະຄອນ.
ຜ່ານການກວດກາ ພົບວ່າລົດຄັນດັ່ງກ່າວ ມີການດັດ ແປງສະພາບເຕັກນິກ, ເຈົ້າໜ້າທີ່ ໄດ້ມ້າງໄຂເບິ່ງຈຸດຈຸດທີ່ສົງໄສ ແລ້ວພົບຢາເສບຕິດ ປະເພດ ເຄຕາມີນ ຈໍານວນ 124 ຖົງ ນໍ້າໜັກ 124 ກິໂລກຼາມ ຊຸກເຊື່ອງຢູ່ຫຼັງຄາລົດ (ບ່ອນດັດແປງສະພາບ) ຈຶ່ງໄດ້ກັກຕົວຜູ້ຂັບຂີ່ 1 ຄົນ ຊື່ ທ້າວ ຈະທໍ່ ອາຍຸ 35 ປີ ຢູ່ບ້ານດອນທາດ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ພ້ອມຢາເສບຕິດຈຳນວນດັ່ງກ່າວ ສົ່ງໃຫ້ພະແນກຕຳຫຼວດສະກັດກັ້ນ ແລະຕ້ານຢາເສບຕິດ ປກສ ແຂວງບໍ່ແກ້ວ ດຳເນີນຄະດີ.
ປັດຈຸບັນຄະດີດັ່ງກ່າວ,ເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວ ພວມສືບຕໍ່ດຳເນີນການສອບສວນຂະຫຍາຍຜົນ ເພື່ອຕິດ ຕາມນຳຈັບຜູ້ທີ່ຖືກຊັດທອດພົວພັນກັບການຊື້ຂາຍຢາເສບ ຕິດໃນຄັ້ງນີ້ ມາດຳເນີນຄະດີຕາມກົດໝາຍ.

ຂ່າວ: ປກສ ແຂວງບໍ່ແກ້ວ.

ປກສ ເມືອງຕົ້ນເຜີ້ງ ຈັບຊາຍ 42 ປີ ພ້ອມຢາຕາມິນ ນ້ຳໜັກ 200 ກິໂລ                   --------------- +++ ---------------    ວັນ...
12/06/2025

ປກສ ເມືອງຕົ້ນເຜີ້ງ ຈັບຊາຍ 42 ປີ ພ້ອມຢາຕາມິນ ນ້ຳໜັກ 200 ກິໂລ
--------------- +++ ---------------
ວັນທີ 4 ມິຖຸນາ 2025, ເຈົ້າໜ້າທີ່ ປກສ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ສາມາດຈັບຜູ້ຄ້າຂາຍ ແລະ ລັກລອບຂົນສົ່ງຢາເສບຕິດໄດ້ ຊື່ ທ້າວ ໄມ່ນວນ ອາຍຸ 42 ປີ ຢູ່ບ້ານສີດອນມີ ເມືອງຕົ້ນເຜິ້ງ, ພ້ອມຢາເສບຕິດ ປະເພດ ເຄຕາມິນ ຈຳ ນວນ 200 ຖົງ ນໍ້າໜັກ 200 ກິໂລກຼາມ ແລະ ຢາໄອສ໌ ຈໍານວນ 1 ຖົງ ນໍ້າໜັກ 1 ກິໂລກຼາມ ມາດຳເນີນຄະດີຕາມກົດ ໝາຍ.
ເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ເວລາປະມານ 18:30 ໂມງ ຂອງມື້ເກີດເຫດ,ເຈົ້າໜ້າທີ່ ປກສ ເມືອງຕົ້ນເຜິ້ງ ໄດ້ຮັບແຫຼ່ງຂ່າວ ຈະມີການເຄື່ອນໄຫວຊື້ຂາຍຢາ ແລະ ຂົນສົ່ງເສບຕິດຢາເສບຕິດລາຍໃຫຍ່ ຢູ່ເຂດບ້ານສີດອນມີ ເມືອງຕົ້ນເຜິ້ງ, ຈຶ່ງໄດ້ສົມທົບກັບ ປກສ ກຸ່ມບ້ານ ລົງຕິດ ຕາມກວດກາ ພື້ນທີ່ເປົ້າໝາຍຢູ່ທ່ານໍ້າແຄມຂອງ ເຂດບ້ານສີດອນມີ, ຮອດເວລາປະມານ 20:00 ໂມງ ໄດ້ພົບເຫັນເຮືອກາບຂັບຂີ່ເຂົ້າມາຈອດຢູ່ທ່ານໍ້າດັ່ງກ່າວ,ເຈົ້າໜ້າທີ່ ຈຶ່ງເຂົ້າກວດກາພົບເຫັນ ກຸ່ມຄົນປະມານ 6 ຄົນ ແລ່ນລົບໜີ.ຈາກນັ້ນ,ກໍໄດ້ຍິນສຽງປືນ ຈຳນວນ 3 ບາດ ແລະ ມີ 1 ຄົນໂດດລົງນ້ຳ,ແຕ່ກໍສາມາດ ຕິດຕາມນຳຈັບໄດ້ 1 ຄົນ ຊື່ທ້າວ ໄມ່ນວນ ອາຍຸ 42 ປີ ຢູ່ບ້ານສີດອນມີ ເມືອງຕົ້ນເຜິ້ງ ພ້ອມຢາເສບຕິດ ປະເພດ ເຄຕາມິນ ຈຳນວນ 7 ເປົ້າ,ລວມມີຢາ 200 ຖົງ ນໍ້າໜັກ 200 ກິໂລກຼາມ ແລະ ຢາໄອສ໌ ຈໍານວນ 1 ຫໍ່ ນໍ້າໜັກ 1 ກິໂລກຼາມ, ພ້ອມກັບ ລົດສາມລໍ້ໄຟຟ້າ 1 ຄັນ,ສ່ວນບຸກຄົນອື່ນ ແມ່ນເອົາຕົວລົບໜີ.
ປັດຈຸບັນຄະດີດັ່ງກ່າວ, ເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວ ພວມດຳເນີນການສອບສວນຂະຫຍາຍຜົນຫາພັກພວກທີ່ຮ່ວມຂະບວນການຄ້າຂາຍ ແລະ ຂົນສົ່ງຢາເສບຕິດນຳກັນເພື່ອຕິດຕາມນຳຈັບຕົວ ມາດຳເນີນຄະດີຕາມກົດໝາຍຕໍ່ ໄປ.

ຂໍ້ມູນຂ່າວ: ປກສ ແຂວງບໍ່ແກ້ວ.

ປກສ ແຂວງບໍ່ແກ້ວ ຈັບໄດ້ຄາລົດບັນທຸກ 22 ລໍ້ ມີຢາບ້າ 19 ລ້ານກວ່າເມັດ                   -------------- +++ -------------    ວ...
20/05/2025

ປກສ ແຂວງບໍ່ແກ້ວ ຈັບໄດ້ຄາລົດບັນທຸກ 22 ລໍ້ ມີຢາບ້າ 19 ລ້ານກວ່າເມັດ
-------------- +++ -------------
ວັນທີ 17 ພຶດສະພາ 2025, ເຈົ້າໜ້າທີ່ ປກສ ປະຈໍາຈຸດກວດການໍ້າເກິ່ງ ແຂວງບໍ່ແກ້ວ ໄດ້ປະຕິບັດໜ້າທີ່ກວດກາພາຫະນະ, ຮອດເວລາປະມານ 11:10 ໂມງ ໄດ້ກວດກາລົດບັນທຸກ 22 ລໍ້ (ຫົວລາກ) ທີ່ຂັບຂີ່ມາແຕ່ເມືອງຕົ້ນເຜິ້ງ ຈະລົງໄປເມືອງຫ້ວຍຊາຍ ໝາຍເລກທະບຽນຫົວລາກ ບກ 4489 ອຸດົມໄຊ ແລະ ທະບຽນຫາງລາກ ບກ 4753 ພົບເຫັນຢາບ້າ ຈຳນວນ 78 ເປົາ ມີ 9.750 ມັດ ເທົ່າກັບ 19.500.000 ເມັດ ນ້ຳໜັກ 2.184 ກິໂລກຼາມ.
ຜູ້ຂັບຂີ່ ຊື່ ທ້າວ ແປ ຫວ່າງ ອາຍຸ 29 ປີຢູ່ບ້ານໂພນສະ ຫວ່າງ ເມືອງນໍ້າບາກ ແຂວງຫຼວງພະບາງ.ປັດຈຸບັນ, ຄະດີດັ່ງກ່າວ ເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວ ພວມສືບຕໍ່ດຳເນີນການສອບສວນຂະຫຍາຍຜົນ ແລະ ຈະໄດ້ດໍາເນີນຄະດີໄປຕາມລະບຽບກົດໝາຍ.

ພາບ-ຂ່າວ: ປກສ ແຂວງບໍ່ແກ້ວ.

ປກສ ແຂວງບໍ່ແກ້ວ ສະກັດຢືດຢາບ້າ 10 ລ້ານກວ່າເມັດໄດ້ຄາລົດຟໍຈູນເນີ       ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງບໍ່ແກ້...
15/05/2025

ປກສ ແຂວງບໍ່ແກ້ວ ສະກັດຢືດຢາບ້າ 10 ລ້ານກວ່າເມັດໄດ້ຄາລົດຟໍຈູນເນີ

ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ວັນທີ 10 ພຶດສະພາ 2025, ເຈົ້າໜ້າທີ່ປະຈໍາຈຸດກວດການໍ້າເກິ່ງ ໄດ້ເຮັດວຽກກວດກາຍານພາຫະນະ,ຮອດເວລາປະມານ 11:00 ໂມງ ໄດ້ມີລົດຟໍຈູນເນີ ສີປອນ ປ້າຍທະບຽນສີຟ້າ ກກ 0399 ບໍ່ເເກ້ວ ຂັບຂີ່ມາແຕ່ທາງເມືອງຕົ້ນເຜິ້ງ ໄດ້ຜ່ານຈຸດກວດການໍ້າເກິ່ງ ຈະມຸ້ງໜ້າໄປເມືອງຫ້ວຍຊາຍ ແຕ່ເຈົ້າໜ້າທີ່ແມ່ນບໍ່ໄດ້ລັດ, ພໍລົດຄັນດັ່ງກ່າວຜ່ານຈຸດກວດກາໄປ ທາງເຈົ້າໜ້າທີ່ຈຶ່ງສັງເກດເຫັນປ້າຍທາງຫຼັງລົດແມ່ນຜິດປົກກະຕິ ຄື: ທາງດ້ານໜ້າແມ່ນຕິດປ້າຍລັດ ທະບຽນສີຟ້າ ກກ 0399 ບໍ່ເເກ້ວ ແຕ່ທາງດ້ານຫຼັງແມ່ນຕິດປ້າຍເຫຼືອງ ທະບຽນ ກກ 8220 ໄຊຍະບູລີ.
ເມື່ອເຫັນແນວນັ້ນ, ເຈົ້າໜ້າທີ່ຈຶ່ງໄດ້ຂີ່ລົດຕິດຕາມໄປ ຈົນຮອດເຂດປ່າຊ້າບ້ານ ນໍ້າຍອນ ເມືອງຫ້ວຍຊາຍ ຈຶ່ງເຫັນລົດຟໍຈຸນເນີຄັນດັ່ງກ່າວ ແລະ ລົດກະບະລີໂວ ສີຂາວ ບໍ່ຈື່ປ້າຍທະບຽນ ຈອດຢູ່ແຄມທາງ ພ້ອມທັງມີຄົນ ປະມານ 2-3 ຄົນ ລົງຈາກລົດມາປ່ຽນປ້າຍທະບຽນລົດຟໍຈູນເນີ; ເຈົ້າໜ້າທີຈຶ່ງໄດ້ຈອດລົດເພື່ອຈະລົງໄປກວດກາ ແຕ່ກຸ່ມຄົນດັ່ງກ່າວແມ່ນໄດ້ແລ່ນຂຶ້ນລົດແລ້ວຂັບລົບໜີ, ເຈົ້າໜ້າທີ່ຈຶ່ງໄດ້ຍິງປືນໃສ່ ຈໍານວນ 2 ນັດ ແຕ່ພວກກ່ຽວບໍ່ຈອດ, ເຈົ້າໜ້າທີ່ຈຶ່ງໄດ້ຂີ່ລົດໄລ່ຕາມ ຈົນຮອດສົ້ນຂົວບ້ານປາກງາວ ລົດຟໍຈຸນເນີ ແມ່ນໄດ້ລ້ຽວເຂົ້າໄປທາງບ້ານ ນໍ້າແລ, ສ່ວນລົດກະບະລີໂວ ແມ່ນໄດ້ແລ່ນໄປທາງເມືອງຫ້ວຍຊາຍ, ເຈົ້າໜ້າທີ່ແມ່ນໄດ້ຂີ່ລົດໄລ່ຕາມລົດຟໍຈູນເນີ ເຂົ້າໄປທາງບ້ານ ນໍ້າແລ ພ້ອມທັງຍິງປືນໃສ່ຈຳນວນ 8 ນັດ ແຕ່ກໍຍັງບໍ່ຍອມຈອດ, ໄລ່ຕາມໄປໄດ້ປະມານ 2 ກິໂລແມັດ ໄດ້ເຫັນລົດຄັນດັ່ງກ່າວຈອດຢູ່ແຄມທາງ ສ່ວນຄົນຂັບແມ່ນໄດ້ແລ່ນໜີເຂົ້າໄປໃນປ່າ ທາງເຈົ້າໜ້າທີ່ກໍໄດ້ໄລ່ຈັບ ແຕ່ຜູ້ກ່ຽວເອົາຕົວລົບໜີໄດ້. ຈາກນັ້ນ, ເຈົ້າໜ້າທີ່ປະຈໍາຈຸດກວດການໍ້າເກິ່ງ ຈຶ່ງໄດ້ປະສານຫາກອງບັນຊາການ ປກສ ແຂວງບໍ່ແກ້ວ ເພື່ອໃຫ້ໄປສົມທົບກວດກາລົດຄັນດັ່ງກ່າວ.
ຜ່ານການກວດກາຂອງເຈົ້າໜ້າທີ່ ເຫັນວ່າລົດຄັນດັ່ງກ່າວແມ່ນຕ່າງຢາເສບຕິດ ປະເພດຢາບ້າ ຈໍານວນ 50 ເປົາມີ 5.000 ມັດ, ເທົ່າກັບ 10.000.000 ເມັດ ຢູ່ພາຍໃນລົດ, ເຫັນວ່າລົດຟໍຈູນເນີ ສີປອນ ປ້າຍທະບຽນແມ່ນ ກກ 8220 ໄຊຍະບູລີ, ສ່ວນປ້າຍທະບຽນສີຟ້າ ກກ 0399 ບໍ່ແກ້ວ ແມ່ນພຽງແຕ່ເອົາກາວສອງໜ້າມາຕິດທັບໃສ ເພື່ອອໍາພາງເຈົ້າໜ້າທີ່.

ພາບ-ຂ່າວ: ປກສ ແຂວງບໍ່ແກ້ວ

ປກສ ແຂວງບໍ່ແກ້ວ ຢຶດຢາບ້າໄດ້ 20.200.000 ເມັດ                 --------------- +++ ---------------   ວັນທີ 21 ເມສາ 2025,ເຈົ...
22/04/2025

ປກສ ແຂວງບໍ່ແກ້ວ ຢຶດຢາບ້າໄດ້ 20.200.000 ເມັດ
--------------- +++ ---------------
ວັນທີ 21 ເມສາ 2025,ເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວ ປະຈໍາຈຸດກວດການໍ້າເກິ່ງ ເມືອງຕົ້ນເຜິ້ງ ຢຶດຢາບ້າ ຈຳ ນວນ 20.200.000 ເມັດ ທີ່ບັນທຸກມານຳລົດ 10 ລໍ້, ສ່ວນຄົນຂັບຂີ່ລົດໄດ້ເອົາຕົວລົບໜີ.
ຫ້ອງຕຳຫຼວດ ປກສ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ໃນວັນທີ 21 ເມສາ 2025, ເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວ ໄດ້ເຮັດວຽກກວດກາລົດເປັນປົກກະຕິ ຮອດເວລາປະມານ 6:30 ໂມງ ໄດ້ມີລົດບັນທຸກສິບລໍ້ ສີຂາວ ຍີ່ຫໍ້ HOWO ຂັບຂີ່ລົດມາແຕ່ທາງຕົ້ນເຜິ້ງ ພໍມາຮອດຈຸດກວດກາ,ເຈົ້າໜ້າທີ່ໄດ້ໃຫ້ສັນຍານຈອດລົດ ເພື່ອຂໍອະນຸຍາດກວດກາ ແຕ່ຜູ້ຂັບຂີ່ບໍ່ຍອມຈອດ ແລ້ວຂັບຂີ່ຜ່າດ່ານ.ປ່ານກ່ນຕິດຕາມຂອງເຈົ້າ ໜ້າທີ່ ຈຶ່ງໄດ້ຕິດຕາມໄປພົບເຫັນລົດຄັນດັ່ງກ່າວ ຈອດໄວ້ຂ້າງທາງ ຫ່າງຈາກຈຸດກວດກາ ປະມານ 300 ແມັດ.ຜ່ານການກວດກາລົດຄັນດັ່ງກ່າວ ພົບຢາເສບຕິດ, ສ່ວນຜູ້ຂັບຂີ່ລົດຄັນດັ່ງກ່າວໄດ້ເອົາຕົວລົບໜີ.ຈາກນັ້ນ, ຈຶ່ງໄດ້ນຳເອົາລົດຄັນດັ່ງກ່າວໄປກວດຄົ້ນຢູ່ກອງບັນຊາການປກສ ແຂວງ ບໍ່ແກ້ວ ພົບເຫັນຢາບ້າ ຈຳນວນ 101 ເປົາ ລວມມີຢາບ້າ 20.200.000 ເມັດ ນໍ້າໜັກ 2.020 ກິໂລກຼາມ.
ປັດຈຸບັນ,ເຈົ້າໜ້າທີ່ວິຊາສະເພາະ ປກສ ແຂວງບໍ່ແກ້ວພວມດຳເນີນການຕິດຕາມນຳຈັບຜູ້ຂັບຂີ່ລົດຄັນດັ່ງກ່າວ ມາດໍາເນີນຄະດີຕາມລະບຽບກົດໝາຍຕໍ່ໄປ.

ຂ່າວ: ປກສ ແຂວງບໍ່ແກ້ວ

ບໍ່ລອດ... ຖືກຈັບ ພ້ອມຢາບ້າ 15 ລ້ານກວ່າເມັດ                 ----------------- +++ ---------------    ວັນທີ 20 ກຸມພາ 2025,...
24/02/2025

ບໍ່ລອດ... ຖືກຈັບ ພ້ອມຢາບ້າ 15 ລ້ານກວ່າເມັດ
----------------- +++ ---------------
ວັນທີ 20 ກຸມພາ 2025, ເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນຕ້ານຢາເສບຕິດ ປກສ ແຂວງບໍ່ແກ້ວ ໄດ້ສົມ ທົບຕຳຫຼວດຈະລາຈອນແຂວງ ຕັ້ງດ່ານສະກັດຈັບລົດເປົ້າ ໝາຍຢາເສບຕິດ,ຜ່ານການຕິດຕາມ ກໍສາມາດກັກລົດເປົ້າ ໝາຍ ໄດ້ 3 ຄັນ ແລະ ຈັບຜູ້ຖືກຫາ ໄດ້ 2 ຄົນ ພ້ອມຢາບ້າ ຈຳນວນ 7.500 ມັດ ເທົ່າກັບ 15.000.000 ເມັດ ໄປດຳ ເນີນຄະດີ.
ເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ຜູ້ຖືກຫາສອງ ຄົນ ຊື່ ທ້າວ ກໍຢ່າງ ອາຍຸ 26 ປີ ຢູ່ບ້ານຝາຍ ແລະ ທ້າວ ເລົ່າຢ່າງ ອາຍຸ 31 ປີ ຢູ່ບ້ານນໍ້າຕອຍ ທັງສອງບ້ານຂຶ້ນກັບເມືອງຫ້ວຍຊາຍ ແຂວງບໍ່ແກ້ວ, ພວກກ່ຽວທັງສອງຄົນ ໄດ້ຂັບຂີ່ລົດກະບະໝາຍເລກທະບຽນ ກກ 6626 ບໍ່ແກ້ວ ເຊິ່ງເປັນລົດເປີດທາງມາກ່ອນເພື່ອຕິດຕາມສະພາບການເຄື່ອນໄຫວຂອງເຈົ້າໜ້າທີ່. ສ່ວນລົດອີກຄັນ ທີ່ນຳໃຊ້ເຂົ້າໃນການຂົນຢາບ້າໃນຄັ້ງນີ້ ມີລົດກະບະ ໝາຍເລກທະບຽນກຂ 0490 ບໍ່ແກ້ວ ແລະ ໝາຍເລກທະບຽນ ກຂ 0237 ບໍ່ແກ້ວ ທີ່ແລ່ນລົງມາ ແຕ່ທາງເມືອງຕົ້ນເຜິ້ງ ແມ່ນໄດ້ຈອດລົດຖີ້ມປະໄວ້ຂ້າງທາງ,ສ່ວນຄົນຂັບຂີ່ ໄດ້ເອົາຕົວລົບໜີ ແລະ ຍັງມີລົດກະບະອີກ 1 ຄັນ ໄດ້ຂັບຂີ່ລົດກັບຄືນໄປທາງເມືອງຕົ້ນເຜິ້ງ ແລະ ເຈົ້າໜ້າທີ່ ໄດ້ໄລ່ຕາມ ແຕ່ບໍ່ສາມາດນໍາຕາມລົດຄັນດັ່ງກ່າວໄດ້.
ປັດຈຸບັນ,ເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວ ໄດ້ຢຶດເຄື່ອງຂອງກາງທັງໝົດ,ພ້ອມກັກຕົວພວກກ່ຽວທັງສອງ ໄປສອບສວນຂະຫຍາຍຜົນ ເພື່ອຕິດຕາມນຳຈັບຜູ້ຮ່ວມຂະບວນ ການຄ້າຂາຍຢາເສບຕິດນຳກັນ ມາດຳເນີນຄະດີຕາມກົດ ໝາຍຕໍ່ໄປ.

ພາບ-ຂ່າວ: ປກສ ແຂວງບໍ່ແກ້ວ.

ປກສ ແຂວງບໍ່ແກ້ວ ໄລ່ສະກັດຢຶດຢາໄອສ໌ ໄດ້ 770 ຖົງ ຄາລົດຣີໂວ້..! ສ່ວນຄົນຂັບລົບໜີ                  ---------------- +++ ------...
20/02/2025

ປກສ ແຂວງບໍ່ແກ້ວ ໄລ່ສະກັດຢຶດຢາໄອສ໌ ໄດ້ 770 ຖົງ ຄາລົດຣີໂວ້..! ສ່ວນຄົນຂັບລົບໜີ
---------------- +++ ---------------
ວັນທີ 17 ກຸມພາ 2025, ເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງບໍ່ແກ້ວ ສົມທົບກັບຕຳຫຼວດຈະລາຈອນແຂວງ ແລະ ປກສ ກຸ່ມບ້ານນໍ້າຍອນ ຕັ້ງດ່ານກວດກາ ເພື່ອສະກັດຈັບລົດເປົ້າ ໝາຍຢາເສບຕິດ,ຜ່ານການຕິດຕາມ ເຫັນລົດກະບະຣີໂວ້ ຈຳນວນ 3 ຄັນ ຂັບຂີ່ມາພົບເຫັນເຈົ້າໜ້າທີ່.ຈາກນັ້ນ, ລົດທັງ3 ຄັນ ກໍຂັບຂີ່ລົບໜີ ໄປທາງເມືອງເມິງ.
ຜ່ານການໄລ່ຕິດຕາມລົດເປົ້າໝາຍ ຂອງເຈົ້າໜ້າທີ່ ຈົນຮອດເວລາປະມານ 23:20 ໂມງ ກໍພົບເຫັນລົດເປົ້າໝາຍ1 ຄັນ ຈອດຖີ້ມໄວ້ຢູ່ແຄມທາງຮ່ອມ, ສ່ວນຜູ້ຂັບຂີ່ໄດ້ລົບໜີກ່ອນເຈົ້າໜ້າທີ່ໄປພົບເຫັນລົດ.ຈາກນັ້ນ, ກໍໄດ້ນໍາລົດຄັນດັ່ງກ່າວມາກວດກາຕົວຈິງ ຢູ່ກອງບັນຊາການ ປກສ ແຂວງ ບໍ່ແກ້ວ,ໂດຍສົມທົບກັບ ອົງການໄອຍະການປະຊາຊົນແຂວງ ກວດກາພາຍໃນລົດ ພົບເຫັນຢາເສບຕິດ ປະເພດຢາໄອສ໌ ຈຳນວນ 770 ຖົງ ນໍ້າໜັກ 770 ກິໂລກຼາມ.
ປັດຈຸບັນ,ເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວ ພວມດຳເນີນ ການສືບສວນ-ສອບສວນ ເພື່ອຕິດຕາມນຳຈັບຜູ້ທີ່ກ່ຽວ ຂ້ອງກັບການເຄື່ອນໄຫວຊື້ຂາຍຢາເສບຕິດໃນຄັ້ງນີ້ ມາດຳເນີນຄະດີຕາມກົດໝາຍ.

ພາບ-ຂ່າວ: ປກສ ແຂວງບໍ່ແກ້ວ.

ປກສ ແຂວງບໍ່ແກ້ວ ກວດຢຶດຢາບ້າ 4 ລ້ານກວ່າເມັດ ໄດ້ຄາລົດຣີໂວ້                   ---------------- +++ ----------------     ເຈົ...
04/02/2025

ປກສ ແຂວງບໍ່ແກ້ວ ກວດຢຶດຢາບ້າ 4 ລ້ານກວ່າເມັດ ໄດ້ຄາລົດຣີໂວ້
---------------- +++ ----------------
ເຈົ້າໜ້າທີ່ ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ກອງບັນຊາການ ປກສ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ໃນວັນທີ 30 ມັງກອນ 2025 ເວລາປະມານ 10:00 ໂມງ, ກອງຫຼອນບ້ານພິບູນທອງ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໄດ້ພົບເຫັນຜູ້ຊາຍ ຈຳນວນ 3 ຄົນ ທ່າທາງມີພິລຸດ ຢູ່ຕໍ່ໜ້າເຮືອນຫຼັງໜຶ່ງ ເຂດບ້ານພິບຸນທອ, ພໍພວກກ່ຽວທັງ 3 ໄດ້ພົບເຫັນກອງຫຼອນບ້ານ ກໍໄດ້ປິ່ນກຳແພງຮົ້ວເຮືອນຫຼັງດັ່ງກ່າວແລ່ນລົບໜີ, ກອງຫຼອນບ້ານ ໄດ້ເຂົ້າໄປກວດກາສະ ຖານທີ່ ພົບເຫັນລົດກະບະຣີໂວ້ ສີຂາວມຸກ ປ້າຍທະບຽນ ຂກ 3603 ກໍາແພງນະຄອນ ມີເປົາຢາເສບຕິດຊຸກເຊື່ອງຢູ່ພາຍໃນລົດ ຈຶ່ງໄດ້ໂທແຈ້ງຕຳຫຼວດ ປກສ ກຸ່ມບ້ານພິບຸນທອງ ໃຫ້ມາກວດກາ.
ຈາກນັ້ນ, ປກສ ກຸ່ມບ້ານພິບູນທອງ ຈຶ່ງໄດ້ປະສານຫາກອງບັນຊາການ ປກສ ເມືອງຫ້ວຍຊາຍ ມາສົມທົບ ແລະ ໄດ້ລາຍງານມາຍັງກອງບັນຊາການ ປກສ ແຂວງບໍ່ແກ້ວ ລົງໄປກວດກາຕົວຈິງ ແລະ ນຳເອົາລົດຄັນດັ່ງກ່າວຂື້ນມາກວດກາຢູ່ກອງບັນຊາການ ປກສ ແຂວງບໍ່ແກ້ວ.ຜ່ານການກວດກາລົດຄັນດັ່ງກ່າວ,ໄດ້ພົບເຫັນຢາເສບຕິດ ປະເພດຢາບ້າ 22 ເປົາ ມີ 2.200 ມັດ ເທົ່າກັບ 4.400.000 ເມັດ, ນ້ຳໜັກ 528 ກິໂລກຼາມ,ສ່ວນພວກກ່ຽວທັງ 3 ຄົນໄດ້ເອົາຕົວລົບໜີ.
ເຈົ້າໜ້າທີ່ວິຊາສະເພາະ ໄດ້ຢຶດເຄື່ອງຂອງກາງຢາບ້າ 22 ເປົາ ມີ 2.200 ມັດ ເທົ່າກັບ 4.400.000 ເມັດ, ນ້ຳໜັກ 528 ກິໂລກຼາມ ພ້ອມດ້ວຍລົດກະບະຣີໂວ້ ສີຂາວມຸກ ປ້າຍເລກທະບຽນ ຂກ 3603 ກໍາແພງນະຄອນ ໄວ້ເພື່ອເປັນຫຼັກຖານ ແລະ ດໍາເນີນການສອບສວນຂະຫຍາຍຜົນຫາຜູ້ຮ່ວມຂະບວນການຂາຍຢາເສບຕິດໃນຄັ້ງນີ້ ມາດໍາເນີນຄະດີຕາມລະບຽບກົດໝາຍ.

ຂ່າວ: ປກສ ແຂວງບໍ່ແກ້ວ.

ປກສ ແຂວງບໍລິຄຳໄຊ ຈັບຄົນໄທ 8 ຄົນ ພ້ອມຢາເສບຕິດຈຳນວນຫຼາຍ                     --------------- +++ --------------      ວັນທີ ...
30/01/2025

ປກສ ແຂວງບໍລິຄຳໄຊ ຈັບຄົນໄທ 8 ຄົນ ພ້ອມຢາເສບຕິດຈຳນວນຫຼາຍ
--------------- +++ --------------
ວັນທີ 15 ມັງກອນ 2025 ນີ້, ເຈົ້າໜ້າທີ່ ປກສ ແຂວງບໍລິຄຳໄຊ ໄດ້ຮັບລາຍງານວ່າ ມີກຸ່ມຄົນຕ່າງປະເທດມາເຊົ່າເຮືອນຢູ່ເຂດເທດສະບານເມືອງປາກຊັນ ແຂວງບໍຄຳໄຊ ໃຊ້ ເປັນສະຖານທີ່ພັກຊົ່ວຄາວ ເພື່ອເປັນບ່ອນຊຸກເຊື່ອງຢາເສບ ຕິດ ແລ້ວສົ່ງອອກໄປຕ່າງປະເທດ.
ຜ່ານການລົງຕິດຕາມການເຄື່ອນໄຫວຂອງກຸ່ມເປົ້າ ໝາຍ,ມາຮອດວັນທີ 21 ມັງກອນ 2025, ເຈົ້າໜ້າທີ່ ປກສ ແຂວງບໍລິຄຳໄຊ ໄດ້ກັກລົດເກງສີດຳ ປ້າຍເລກທະບຽນລົດໄທ ກສ 1175 ພະນະຄອນສີອາຍຸດທະຍາ ເຊິ່ງເປັນລົດຂອງກຸ່ມເປົ້າໝາຍຕິດຕາມ. ຜ່ານການກວດຄົ້ນພາຍໃນລົດພົບເຫັນ ຢາບ້າ 97 ມັດ ເທົ່າກັບ194.000 ເມັດ ແລະ ຢາໄອສ໌ ຈຳນວນ 15 ກິໂລກຼາມ ທີ່ຊຸກເຊື່ອງໄວ້ໃນລົດ ຈຶ່ງໄດ້ກັກຕົວຜູ້ຂັບຂີ່ 2 ຄົນ ໄປສອບສວນຂະຫຍາຍຜົນ.ພ້ອມທັງໄດ້ເຂົ້າກວດຄົ້ນສະຖານທີ່ພັກເຊົ່າຂອງພວກກ່ຽວ ພົບເຄື່ອງຂອງກາງ ຈຳນວນຫຼາຍລາຍການ ລວມມີ: ເຄື່ອງຈັກຜະລິດຢາບ້າ ຈຳນວນ 1 ເຄື່ອງ, ເຄື່ອງຈັກຕີແປ້ງຜະລິດຢາບ້າ 1 ເຄື່ອງ, ແປ້ງສານເຄມີຕັ້ງຕົ້ນຜະລິດຢາບ້າ 154 ກິໂລກຼາມ, ຢາໄອສ໌ 23 ຫໍ່ ນ້ຳໜັກ 30 ກິໂລກຼາມ, ແປ້ງຂາວ 5 ກິໂລກຼາມ, ຖົງຢາງສີຟ້າ 19 ກິໂລກຼາມ, ໃບກະທ່ອມ 19 ກິ ໂລກຼາມ, ຢາດີໄອ 15 ແກັດນ້ອຍ, ສີປະສົມສີແດງ 5 ກະ ປ໋ອງ, ນໍ້າຢາແຕ່ງກິ່ນ 21 ແກ້ວ ແລະອື່ນໆອີກຈຳນວນໜຶ່ງ. ພ້ອມກັນນີ້, ຍັງສາມາດກັກຕົວຜູ້ຖືກຫາໄດ້ເພີ່ມອີກ ຈຳ ນວນ 6 ຄົນ ຍິງ 1 ຄົນ ລວມມີ 8 ຄົນ ທັງໝົດເປັນຄົນສັນ ຊາດໄທ .
ຜູ້ຖືກຫາ ທັງ8 ຄົນ ຊື່: 1. ທ້າວ ອານັນ ອານັດທະລັດ ອາຍຸ 45 ປີ ຢູ່ບ້ານລາດພ້າວ ເມືອງກະບີ່ ກຸງເທບມະຫານະຄອນ.
2. ທ້າວ ບັນລືລິດ ອາຍຸ 34 ປີ ຢູ່ບ້ານອ່າວລຶກ ເມືອງອ່າວລຶກແຂວງກະບີ່.
3. ທ້າວ ສາລະວຸດ ອາຍຸ 40 ປີ ຢູ່ບ້ານທ່າສາລາ ເມືອງທ່າສາລາ ແຂວງນະຄອນສີທຳມະລາດ
4. ທ້າວ ພັດສະລະກອນ ອາຍ 36 ປີ ຢູ່ບ້ານບາງເຂນ ເມືອງບາງເຂນ ກຸງເທບມະຫານະຄອນ.
5. ທ້າວ ພັດຕະພັດ ຫຼື ເບີດ ອາຍຸ 34 ປີ ຢູ່ບ້ານກາຍ ເມືອງທ່າສາລາ ແຂວງນະຄອນສີທຳມະລາດ.
6. ທ້າວ ເອກະສິດ ອາຍຸ 38 ປີ ຢູ່ບ້ານຊອຍທາງສຳເລັດ ເມືອງນົນທະບູລີ ແຂວງນົນທະບູລີ
7. ທ້າວ ອາລຸນ ອາຍຸ 36 ປີ ຢູ່ບ້ານປາກພູນ ເມືອງນະຄອນສີ ແຂວງນະຄອນສີທຳມະລາດ
8. ນາງ ທັດຊະນີພັນ ອາຍຸ 38 ປີ ຢູ່ບ້ານຄອງເຕີຍ ເມືອງຄອງເຕີຍ ກຸງເທບມະຫານະຄອນ.
ຈາກການສອບສວນຂະຫຍາຍຜົນ, ມາຮອດວັນທີ 26 ມັງກອນ 2025 ເຈົ້າໜ້າທີ່ ປກສ ແຂວງບໍລິຄຳໄຊ ກໍສາມາດຕິດຕາມຈັບຜູ້ຖືດຊັດທອດ ໄດ້ອີກ 1 ຄົນ ຊື່ ທ້າວ ສີຖັນ ອາຍຸ 48 ປີ ຢູ່ບ້ານສອດ ເມືອງປາກກະດິງ ແຂວງບໍລິຄຳໄຊ ພ້ອມເຄື່ອງຂອງກາງ ປືນສັ້ນຈຳນວນ 1 ກະບອກ ລູກປືນ 5 ລູກ, ລົດກະບະວີໂກ້ສີດຳ 1 ຄັນ,ເຄື່ອງຈັກຜະ ລິດຢາບ້າ 1 ເຄື່ອງ, ແປງສານເຄມີຄາເຟອິນສານຕັ້ງຕົ້ນຜະລິດຢາບ້າ ຈຳນວນ 2 ເປົາ ນ້ຳໜັກ 50 ກິໂລກຼາມ, ຖົງຢາງສີດຳ 1 ເປົາ, ແປງໃຊ້ປະສົມຢາບ້າສີສົ້ມ 3 ຖົງ ໜັກ 20,4 ກິໂລກຼາມ, ເບົ້າຕອກອັດເມັດຢາບ້າ 80 ຫົວ, ທາດລະເບີດໝາກຝ້າ 4 ແທ່ງ.

ທີ່ມາຂ່າວ: ປກສ ແຂວງບໍລິຄຳໄຊ.

Address


Website

Alerts

Be the first to know and let us send you an email when ຂ່າວສານລາວ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Business

Send a message to ຂ່າວສານລາວ:

Shortcuts

  • Address
  • Alerts
  • Contact The Business
  • Claim ownership or report listing
  • Want your business to be the top-listed Media Company?

Share