19/08/2025
📌 5 ເຫດຜົນເປັນຫຍັງຂອງດີ…ຈຶ່ງຂາຍບໍ່ໄດ້?
ບໍ່ແມ່ນຍ້ອນສິນຄ້າບໍ່ດີ... ແຕ່ເຈົ້າກໍາລັງ "ສື່ສານ" ຜິດວິທີ!
1️⃣ ຂາຍຜິດຄົນ – ສິນຄ້າຂອງເຈົ້າອາດຈະດີຶ ແຕ່ຖ້າບໍ່ແມ່ນສິ່ງທີ່ຕົງກັບຄວາມຕ້ອງການຂອງກຸ່ມເປົ້າໝາຍ ກໍ່ບໍ່ມີໃຜຊື້
2️⃣ ສື່ສານບໍ່ຕົງຈຸດ – ລູກຄ້າບໍ່ໄດ້ສົນໃຈວ່າສິນຄ້າເຮັດມາຈາກຫຍັງ ແຕ່ເຂົາສົນໃຈວ່າ ມັນຈະເຮັດໃຫ້ຊີວີິດຂອງເຂົາດີຂຶ້ນໄດ້ແນວໃດ
3️⃣ ບໍ່ມີເລື່ອງລາວທີ່ນ່າຈົດຈໍາ – ຂອງດີຖ້າບໍ່ມີ Story ທີ່ເລົ່າແລ້ວໜ້າຈົດຈຳ ກໍຍາກທີ່ຈະແຕກຕ່າງຈາກຄູ່ແຂ່ງ
4️⃣ ຢູ່ຜິດທີ່ຜິດທາງ – ເຖິງສິນຄ້າຈະຄຸນນະພາບດີ ແຕ່ຖ້າຢູ່ໃນຊ່ອງທາງທີ່ລູກຄ້າບໍ່ເຫັນ ກໍເທົ່າກັບສິນຄ້າບໍ່ມີໂຕຕົນ
5️⃣ ຂາດຄວາມໜ້າເຊື່ອຖື – ບໍ່ມີລີວິວ ບໍ່ມີການຢືນຢັນ ຫຼື ຊ່ອງທາງການຊື້ທີ່ຊັບຊ້ອນ ລູກຄ້າອາດເກີດຄວາມລັງເລໃນການຕັດສິນໃຈຊື້
✅ ສະນັ້ນ, ຢ່າພຽງແຕ່ “ອະທິບາຍວ່າມັນແມ່ນຫຍັງ” ແຕ່ “ບອກລູກຄ້າວ່າມັນຊ່ວຍແນວໃດ”.
ເພາະສິ່ງທີ່ລູກຄ້າຊື້ແທ້ໆບໍ່ພຽງແຕ່ເປັນສິນຄ້າເທົ່ານັ້ນ ແຕ່ຄືປະສົບການ ແລະ ຜົນທີ່ໄດ້ຮັບຫຼັງຈາກໃຊ້ມັນ
#ຮັບເຮັດຄອນເທັ້ນ #ໂພສເຕີ #ວິດີໂອຄອນເທັ້ນ #ຮັບຖ່າຍຮູບ #ວິດີໂອລີວິວ #ລີວິວສິນຄ້າ #ຮັບດູແລເພຈ #ການຕະຫຼາດອອນລາຍ #ຮັບຍິງແອັດ #ຍິງໂຄສະນາ
---------------------------------
✅ ລູກຄ້າທ່ານໃດສົນໃຈ ສາມາດຕິດຕໍ່ໄດ້ທີ່
☎️ 020 9943-3629 ຫຼື ທັກຫາ ເພຈ ໄດ້ເລີຍ 😊