02/10/2025
ແຂວງໜອງຄາຍ ໂດຍສຳນັກງານປະຊາສຳພັນແຂວງຫນອງຄາຍ ຂໍເຊີນຊວນທ່ຽວເທດສະການອອກພັນສາ ແລະ ບັ້ງໄຟພະຍານາກໂລກ ປະຈຳປີ 2025 Miracle of NAGA: The essence of Nongkhai 2025 ເຊິ່ງແຂວງຫນອງຄາຍໄດ້ຈັດກິດຈະກຳດ້ານສິລະປະວັດທະນະທຳປະເພນີອອກພັນສາ ແລະ ຄວາມບັນເທີງຫຼາກຫຼາຍ ລະຫວ່າງວັນທີ 4 ເຖິງ 8 ຕຸລາ 2025, ທຸກໆເມືອງທີ່ຢູ່ລຽບຕາມແຄມແມ່ນ້ຳຂອງ ປະກອບດ້ວຍເມືອງຫນອງຄາຍ, ເມືອງໂພນພິໄສ, ເມືອງສີຊຽງໃຫມ່, ເມືອງສັງຄົມ, ເມືອງຣັດຕະນະວາປີ ແລະ ເມືອງທ່າບໍ່. ລວມ 6 ເມືອງ, ໂດຍມີກິດຈະກຳທີ່ຫນ້າສົນໃຈປະກອບດ້ວຍ: ຮັບຊົມຂະບວນແຫ່ເຄື່ອງສັກກາລະອົງພະຍານາກ ແລະ ຂະບວນວັດທະນະທຳການອະນຸລັກພູມປັນຍາທ້ອງຖິ່ນການລອຍກະໂທງກາບກ້ວຍ, ລອຍກະໂປະໄຟ ແລະ ໄຫຼເຮືອໄຟ, ການສະແດງແສງສີສຽງ ເປີດຕຳນານບັ້ງໄຟພະຍານາກ, ການແຫ່ຜາສາດເຜິ້ງທາງນ້ຳແບບບູຮານ, ພິທີຟ້ອນບວງສວາງອົງພະຍານາກຄະຣາດ ແລະ ພິທີເປີດງານພ້ອມກັນທັງ 4ເມືອງ ໃນວັນທີ 4 ຕຸລາ 2025 ເວລາ 18:00ໂມງ.
ວັນທີ 8 ຕຸລາ ພິທີໃສ່ບາດເທໂວ ທີ່ພຸດທະອຸທະຍານ ເມືອງໂພນພິໄສ, ມີດາລາ-ສິລະປິນຄົນດັງເຊັ່ນ: ພິງກີ້ ສາວິກາ ແລະ ເດນິສ ເຈລິນຊາ ຄັບປຸນ ຮ່ວມບວງສວາງໃນປີນີ້ດ້ວຍ.
ເຊີນຮ່ວມພິສູດປາກົດການຄັ້ງຍິ່ງໃຫຍ່ມະຫັດສະຈັນບັ້ງໄຟພະຍານາກຂຶ້ນກາງແມ່ນ້ຳຂອງ ປາກົດການໜຶ່ງດຽວໃນໂລກທີ່ຍັງບໍ່ສາມາດພິສູດໄດ້ທາງວິທະຍາສາດ ໃນມື້ອອກພັນສາ ຂຶ້ນ15ຄ່ຳເດືອນ11 ກົງກັບວັນອັງຄານ ທີ 7 ຕຸລາ 2025ນີ້ ທີ່ແຂວງຫນອງຄາຍ
ໂດຍສາມາດຕີດຕາມລາຍລະອຽດການຈັດງານ ລວມເຖິງວາລະການຈັດງານ ແລະ ຈຸດຊົມບັ້ງໄຟພະຍານາກໄດ້ທີ່ ເຟສບຸກເພຈ “บั้งไฟพญานาคโลกหนองคาย”, ເພຈ “PR.Nongkhai สำนักงานประชาสัมพันธ์ จังหวัดหนองคาย“ ແລະ ເວັບໄຊ “Nong Khai Map Muang” ຫຼື ສະແກນຄິວອາໂຄດໄດ້ເລີຍ.
#เทศกาลออกพรรษาและประเพณีบั้งไฟพญานาคโลก2568
#จังหวัดหนองคาย
#สำนักงานประชาสัมพันธ์จังหวัดหนองคาย