Lao news lao news

10/08/2026

ທ່ານບໍລິສຸດຕໍ່ຊາດບ້ານເມືອງ ບ່ໍມີບ້ານດິນສວນ ບ່ໍມີກິດຈະການ ບ່ໍມີຫຸ້ນໃນບໍລິສັດ ບໍ່ເອົາຊັບສົມບັດຂອງຊາດເປັນຕົນຂອງເອງ
ທ່ານ ປອ.ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.

ເລຂາທິການໃຫຍ່  ຕ້ອນຮັບປະທານສະພາແຫ່ງຊາດ ສສ ຫວຽດນາມຂປລ. ໃນວັນທີ 9 ສິງຫາ 2026 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍ...
09/08/2026

ເລຂາທິການໃຫຍ່ ຕ້ອນຮັບປະທານສະພາແຫ່ງຊາດ ສສ ຫວຽດນາມ

ຂປລ. ໃນວັນທີ 9 ສິງຫາ 2026 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ການຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເຈີນ ແທງ ເໝີ້ນ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ພັກ, ລັດ ສສ ຫວຽດນາມ ໃນໂອກາດເດີນທາງມາວາງພວງມາລາ ແລະ ໄວ້ອາໄລ ເຖິງດວງວິນຍານຂອງ ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ທີ່ໄດ້ເຖິງແກ່ມໍລະນະກໍາ ໃນວັນທີ 8 ສິງຫາ 2026 ຜ່ານມາ.
ໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ຕາງໜ້າໃຫ້ ຄະນະບໍລິຫານງານສູນກາງພັກ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ ແຫ່ງ ສປປ ລາວ, ສູນກາງແນວລາວສ້າງຊາດ ແລະ ຄອບຄົວຂອງ ສະຫາຍ ໄຊສົມພອນ ພົມວິຫານ ສະແດງຄວາມຊາບຊຶ້ງ ແລະ ຂອບໃຈຕໍ່ ສະຫາຍ ເຈີນ ແທັງ ເໝີ້ນ ທີ່ໄດ້ນໍາພາ ຄະນະຜູ້ແທນຂັ້ນສູງ ພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ເດີນທາງມາຮ່ວມ ພິທີວາງພວງມາລາ ແລະ ໄວ້ອາໄລເຖິງດວງວິນຍານຂອງ ສະຫາຍ ໄຊສົມພອນ ພົມວິຫານ ຊຶ່ງເປັນການບິແບ່ງຄວາມເສົ້າໂສກເສຍດາຍ ຂອງ ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ແລະ ທັງເປັນການສະແດງໃຫ້ເຫັນນໍ້າໃຈແຫ່ງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ອັນສະເໝີຕົ້ນສະເໝີປາຍ ລະຫວ່າງ ສອງພັກ, ສອງລັດ ລາວ-ຫວຽດນາມ ຊຶ່ງຍາມໃດການນໍາ ສອງພັກ, ສອງລັດ ກໍໄດ້ຢັ້ງຢືນວ່າ ຄວາມສາມັກຄີ, ການຮ່ວມມື, ການສະໜັບສະໜູນຊ່ວຍເຫລືອເຊິ່ງກັນ ແລະ ກັນ ຂອງສອງປະເທດ ລາວ-ຫວຽດນາມ ນັ້ນແມ່ນເປັນກົດເກນພາວະວິໄສ, ເປັນປັດໄຈທີ່ມີຄວາມໝາຍຕັດສິນໄຊຊະນະພາລະກິດປະຕິວັດຂອງ ແຕ່ລະພັກ, ແຕ່ລະປະເທດ, ເຖິງວ່າສະພາບການຂອງໂລກ ຈະຜັນແປໄປຢ່າງສົບສົນກໍຕາມ ແຕ່ສອງປະເທດຍັງຕັດສິນໃຈຮ່ວມກັນປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນພິເສດ, ບໍລິສຸດຜຸດຜ່ອງ, ໃສແຈ້ງ ແລະ ຫາຍາກ ໃຫ້ນັບມື້ພັດທະນາເຂົ້າສູ່ລວງເລິກໃນທຸກຂົງເຂດວຽກງານ. ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ຕີລາຄາວ່າ ສະ ຫາຍ ໄຊສົມພອນ ພົມວິຫານ ເປັນໜຶ່ງໃນບັນດາສະຫາຍການນໍາຫລັກແຫລ່ງຂອງ ພັກປະຊາຊົນປະຕິວັດລາວ ທີ່ມີຄວາມຮູ້ຄວາມສາມາດ ແລະ ແກນນໍາຂອງສູນກາງພັກ ໃນການນໍາພາ-ຊີ້ນໍາ ການປະຕິວັດ ໃນເມື່ອກ່ອນ ແລະ ພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ກໍຄື ເປັນຜູ້ນໍາໜ້າໃນການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານ ມີຫລັກການຂອງພັກ; ເປັນນັກປະຕິວັດ ທີ່ມີນໍ້າໃຈຮັກຊາດອັນສູງສົ່ງ ແລະ ເປັນຜູ້ນໍາທີ່ດີເດັ່ນຂອງພັກ, ຂອງຊາດ, ຕະຫລອດຊີວິດຂອງສະຫາຍ ໄດ້ອຸທິດສະຕິປັນຍາ ແລະ ເຫື່ອແຮງເພື່ອພາລະກິດປະຕິວັດ, ເພື່ອການພັດທະນາປະເທດຊາດ ແລະ ຄວາມຢູ່ດີກິນດີໃຫ້ແກ່ປະຊາຊົນລາວບັນດາເຜົ່າ. ໃນຍາມຍັງມີຊີວິດ, ສະຫາຍ ໄຊສົມພອນ ພົມວິຫານ ໄດ້ເອົາໃຈໃສ່ເປັນພິເສດ ໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ລາວ-ຫວຽດນາມ, ຖືເປັນບຸລິມະສິດອັນດັບຕົ້ນ ໃນແນວທາງການຕ່າງປະເທດຂອງຕົນ, ມີຄວາມຮັກແພງສະໜິດສະໜົມກັບຜູ້ນໍາ ພັກ, ລັດ ຫວຽດນາມ ແລະ ຢືນຢັນວ່າ ໃນທ່າມກາງຄວາມໂສກ ເສົ້າເສຍໃຈ ແລະ ອາໄລອາວອນຢ່າງສຸດຊຶ້ງນີ້ ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ, ພະນັກ ງານ, ສະມາຊິກພັກ ແລະ ທົ່ວປວງຊົນລາວທັງຊາດ ຈະຫັນຄວາມເສົ້າສະຫລົດໃຈ ແລະ ຄວາມອາໄລຮັກຕໍ່ ສະຫາຍ ໄຊສົມພອນ ພົມວິຫານ ໃຫ້ກາຍເປັນການກະທໍາຕົວຈິງ, ສາມັກຄີເປັນປຶກແຜ່ນແໜ້ນໜາ ອ້ອມຂ້າງຄະນະບໍລິຫານງານສູນກາງພັກ ເສີມຂະຫຍາຍມູນເຊື້ອອັນສະຫງ່າອົງອາດຂອງຊາດ ແລະ ຂອງພັກ, ເດັດດ່ຽວໜຽວແໜ້ນ ຜັນຂະຫຍາຍແນວທາງປ່ຽນແປງ ໃໝ່ຂອງພັກສູ່ລວງເລິກ, ສືບຕໍ່ບູລະນະ ລະບອບປະຊາທິປະໄຕປະຊາຊົນ ກ້າວຂຶ້ນຕາມຈຸດໝາຍສັງຄົມນິຍົມ.
ສະຫາຍ ເຈີນ ແທງ ເໝີ້ນ ໄດ້ຕາງໜ້າ ສູນກາງພັກ, ປະທານປະເທດ, ລັດຖະບານ, ສະພາແຫ່ງຊາດ ແລະ ແນວໂຮມປະເທດຊາດຫວຽດນາມ ສະແດງຄວາມເສົ້າສະຫລົດໃຈ ແລະ ອາໄລອາວອນຢ່າງສຸດຊຶ້ງ ຕໍ່ການເຖິງແກ່ມໍລະນະກຳຂອງ ສະຫາຍ ໄຊສົມພອນ ພົມວິຫານ, ພ້ອມທັງໄດ້ຕີລາຄາວ່າ ສະຫາຍ ໄຊສົມພອນ ພົມວິຫານ ແມ່ນການນຳຫລັກແຫລ່ງຂອງສູນກາງພັກປະຊາຊົນປະຕິ ວັດລາວ, ເປັນຜູ້ນຳທີ່ແສນເຄົາລົບຮັກຂອງປະຊາຊົນລາວບັນດາເຜົ່າ, ຕະຫລອດຊີວິດໄດ້ເສຍສະລະສູ້ຊົນ ເພື່ອຄວາມເປັນເອກະລາດຂອງຊົນຊາດ, ສິດເສລີພາບ, ຄວາມຜາສຸກຂອງປະຊາຊົນ ແລະ ການພັດທະນາຄວາມຈະເລີນຮຸ່ງເຮືອງຂອງປະເທດຊາດ. ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ ບໍ່ພຽງແຕ່ເປັນການສູນເສຍອັນໃຫຍ່ຫລວງ ສຳລັບ ພັກ, ລັດ, ປະຊາຊົນລາວ ແລະ ຄອບຄົວຂອງສະຫາຍ, ແຕ່ຫາກຍັງ ເປັນການສູນເສຍຜູ້ເປັນເພື່ອນມິດທີ່ຍິ່ງໃຫຍ່, ສະຫາຍອ້າຍນ້ອງທີ່ສະໜິດສະໜົມທີ່ສຸດ ຂອງ ພັກ, ລັດ ແລະ ປະຊາຊົນຫວຽດນາມ. ສະຫາຍ ຍາມໃດກໍສະໜັບສະໜູນຕໍ່ພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດຂອງປະຊາຊົນຫວຽດນາມ ແລະ ໄດ້ມີການປະກອບສ່ວນສຳຄັນຫລວງຫລາຍໃນການສ້າງສາ, ຮັດແໜ້ນ ແລະ ພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ຫວຽດ ນາມ-ລາວ; ຕີລາຄາສູງຕໍ່ບັນດາການອຸທິດອັນໃຫຍ່ຫລວງຂອງ ສະຫາຍ ໄຊສົມພອນ ພົມວິຫານ ໃນພາລະກິດການປະຕິວັດ ໃນເມື່ອກ່ອນ ກໍຄື ໃນພາລະກິດປ່ຽນແປງໃໝ່, ປົກປັກຮັກສາ, ສ້າງສາ ແລະ ພັດທະນາຊາດຂອງ ສປປ ລາວ ໃນປັດຈຸບັນ. ພັກ, ລັດ ແລະ ປະຊາຊົນຫວຽດນາມ ຂໍແບ່ງເບົາຄວາມເສົ້າສະຫລົດໃຈອັນສຸດຊຶ້ງ ແລະ ແບ່ງປັນຄວາມທຸກໂສກທີ່ສຸດ ມາຍັງ ພັກ, ລັດ, ຄະນະກຳມະການສູນກາງແນວລາວສ້າງຊາດ, ປະຊາຊົນລາວ ແລະ ຄອບຄົວຂອງ ສະຫາຍ ໄຊສົມພອນ ພົມວິຫານ ແລະ ເຊື່ອໝັ້ນວ່າ ພັກ, ລັດ, ປະຊາຊົນລາວ ອ້າຍນ້ອງ ແລະ ຄອບຄົວຂອງ ສະຫາຍ ໄຊສົມພອນ ພົມວິຫານ ຈະຜ່ານຜ່າຄວາມທຸກໂສກເສຍດາຍອັນໃຫຍ່ຫລວງນີ້ ໂດຍໄວ ແລະ ສືບຕໍ່ພາລະກິດສ້າງສາປະເທດລາວ ໃຫ້ນັບມື້ພັດທະນາຈະເລີນຮຸ່ງເຮືອງ.
ສອງສະຫາຍການນໍາຂອງ ສອງພັກ, ສອງລັດ ຕ່າງກໍສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງສູງ ຕໍ່ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ໃນການສະໜັບສະໜູນ, ຊ່ວຍເຫລືອ ອັນລໍ້າຄ່າ, ທັນການ ແລະ ມີປະສິດທິຜົນ ຕໍ່ພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍຄື ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາຂອງແຕ່ລະປະເທດ ໃນປັດຈຸບັນ; ພ້ອມກັນຕີລາຄາສູງ ຕໍ່ໝາກຜົນຂອງການຮ່ວມມື ລະຫວ່າງ ສອງພັກ, ສອງລັດ ໃນໄລຍະຜ່ານມາ ສືບຕໍ່ໄດ້ຮັບການເພີ່ມທະວີ ແລະ ພັດທະນາກ້າວເຂົ້າສູ່ລວງເລິກໃນທຸກຂົງເຂດວຽກງານ ແລະ ຢືນຢັນວ່າ ສອງຝ່າຍ ຈະສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ແລະ ຫວຽດນາມ-ລາວ ໃຫ້ນັບມືສວຍສົດງົດງາມ, ແຕກດອກອອກຜົນ ແລະ ໝັ້ນຄົງຂະໜົງແກ່ນຕະຫລອດກາລະນານ.
ພາບ: ອ່າຍຄຳ

09/08/2026

ຄຳເຫັນບາງຕອນຂອງສະຫາຍ ໄຊສົມພອນ ພົມວິຫານ

08/08/2026

ສະຫາຍ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ.

ແຈ້ງຂ່າວພິເສດ ຂອງຄະນະບໍລິຫານງານສູນກາງພັກ----------ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ສະພາແຫ່ງຊາດ, ລັດຖະບານ ແຫ່ງ ສ...
08/08/2026

ແຈ້ງຂ່າວພິເສດ
ຂອງຄະນະບໍລິຫານງານສູນກາງພັກ
----------
ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ສະພາແຫ່ງຊາດ, ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສູນກາງແນວລາວສ້າງຊາດ ແລະ ຄອບຄົວ ພົມວິຫານ ຂໍແຈ້ງຂ່າວໂສກເສົ້າສະຫຼົດໃຈ ມາຍັງພີ່ນ້ອງຮ່ວມຊາດ, ພະນັກງານ, ສະມາຊິກພັກ, ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃນທົ່ວປະເທດ ແລະ ເພື່ອນມິດທີ່ຢູ່ໃກ້ ແລະ ໄກ ຊາບຢ່າງທົ່ວເຖິງກັນວ່າ: ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ເຖິງແກ່ມໍລະນະກຳ ໃນເວລາ 11:38 ໂມງ ຂອງວັນທີ 8 ສິງຫາ 2026 ດ້ວຍພະຍາດເສັ້ນເລືອດອັກເສບທີ່ຮ້າຍແຮງ, ລວມອາຍຸໄດ້ 70 ປີ.

ສະຫາຍ ໄຊສົມພອນ ພົມວິຫານ ແມ່ນໜຶ່ງໃນການນຳຫຼັກແຫຼ່ງ ຂອງສູນກາງພັກ, ເປັນຜູ້ທີ່ມີຄວາມຮູ້, ຄວາມສາມາດ, ມີພິກໄຫວ, ເປັນຜູ້ມີປະສົບການ ຜ່ານການເປັນການນໍາຢູ່ທ້ອງຖິ່ນ ແລະ ຫຼາຍຂະແໜງການ; ເປັນຜູ້ນໍາທີ່ມີຜົນງານໂດດເດັ່ນ, ຕະຫຼອດຊີວິດຂອງເພິ່ນ ໄດ້ອຸທິດສະຕິປັນຍາ, ກຳລັງວັງຊາ ເພື່ອພາລະກິດປະຕິວັດ ຂອງພັກເຮົາ ເພື່ອການພັດທະນາປະເທດຊາດ ແລະ ຄວາມຢູ່ດີກິນດີ ຂອງປະຊາຊົນລາວບັນດາເຜົ່າ.

ການຈາກໄປໂດຍບໍ່ມີວັນຈະກັບຄືນມາ ຂອງ ສະຫາຍ ໄຊສົມພອນ ພົມວິຫານ ເປັນການສູນເສຍ ອັນໃຫຍ່ຫຼວງ ສຳລັບພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ.

ໃນເວລາແຫ່ງຄວາມໂສກເສົ້າເສຍໃຈ ແລະ ອາໄລອາວອນຢ່າງສຸດຊຶ້ງນີ້, ທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບອາວຸດ, ພະນັກງານ, ສະມາຊິກພັກ ແລະ ທົ່ວປວງຊົນລາວທັງຊາດ ຈົ່ງເອົາຄວາມໂສກເສົ້າສະຫຼົດໃຈ ແລະ ຄວາມອາໄລຮັກ ຕໍ່ ສະຫາຍ ໄຊສົມພອນ ພົມວິຫານ ໃຫ້ກາຍເປັນກຳລັງແຮງ, ສາມັກຄີກັນເປັນປຶກແຜ່ນແໜ້ນໜາອ້ອມຂ້າງຄະນະບໍລິຫານງານສູນກາງພັກ, ເສີມຂະຫຍາຍມູນເຊື້ອອັນສະຫງ່າອົງອາດ ຂອງຊາດ ແລະ ຂອງພັກ, ເດັດດ່ຽວ ຜັນຂະຫຍາຍແນວທາງປ່ຽນແປງໃໝ່ຂອງພັກ ເຂົ້າສູ່ລວງເລິກ, ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ກ້າວຂຶ້ນຕາມຈຸດໝາຍສັງຄົມນິຍົມ.

ເພື່ອເປັນການສັນລະເສີນຄຸນງາມຄວາມດີ ແລະ ສະແດງຄວາມອາໄລຮັກຢ່າງສຸດຊຶ້ງ ຕໍ່ສະຫາຍ ໄຊສົມພອນ ພົມວິຫານ, ຄະນະບໍລິຫານງານສູນກາງພັກ, ສະພາແຫ່ງຊາດ, ລັດຖະບານ ແຫ່ງ ສປປ ລາວ ແລະ ສູນກາງແນວລາວສ້າງຊາດ ຕົກລົງໄວ້ທຸກລະດັບຊາດ ເປັນເວລາ 5 ວັນ, ໂດຍເລີ່ມແຕ່ວັນທີ 9 ເຖິງວັນທີ 13 ສິງຫາ 2026 ທີ່ ຫໍປະຊຸມແຫ່ງຊາດ,

ພິທີສົ່ງສະການຢ່າງເປັນທາງການ ຈະໄດ້ຈັດຂຶ້ນ ໃນວັນທີ 13 ສິງຫາ 2026, ທີ່ ສະໜາມຫຼວງ.

ຄະນະບໍລິຫານງານສູນກາງພັກ
ສະພາແຫ່ງຊາດ
ລັດຖະບານ ແຫ່ງ ສປປ ລາວ
ສູນກາງແນວລາວສ້າງຊາດ
ຄອບຄົວ ພົມວິຫານ

ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ພົບປະຢ້ຽມຢາມ ອະດີດການນຳກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ............................
07/08/2026

ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ພົບປະຢ້ຽມຢາມ ອະດີດການນຳກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ......................................................
ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ, ໃນຕອນເຊົ້າວັນທີ 7 ສິງຫາ 2026 ນີ້, ສະຫາຍ ພົນເອກ ຫງວຽນ ຈ໋ອງ ເຫງ້ຍ ກໍາມະການກົມການເມືອງສູນກາງພັກ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ພ້ອມດ້ວຍຄະນະ ໄດ້ເຂົ້າພົບປະຢ້ຽມຢາມ ອະດີດການນຳກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໃນນີ້, ຢ້ຽມຢາມ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ອະດີດກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ຢູ່ທີ່ເຮືອນພັກຂອງເພິ່ນເອງ, ຢ້ຽມຢາມ ສະຫາຍ ພົນໂທ ແສງນວນ ໄຊຍະລາດ ອະດີດກໍາມະການສູນກາງພັກ, ລັດຖະມົນກະຊວງປ້ອງກັນປະເທດ, ປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ ແລະ ຢ້ຽມຢາມ ສະຫາຍ ພົນໂທ ທອງລອຍ ສີລິວົງ ອະດີດກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນລາວ ຢູ່ທີ່ກົມພົວພັນຕ່າງປະເທດ ກະຊວງປ້ອງກັນປະເທດ.

ການພົບປະຢ້ຽມຢາມອະດີດການນໍາກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ຂອງສະຫາຍ ພົນເອກ ຫງວຽນ ຈ໋ອງ ເຫງ້ຍ ພ້ອມດ້ວຍຄະນະຄັ້ງນີ້ ສຸດທີ່ມີຄວາມໝາຍສໍາຄັນ ເຊິ່ງບັນດາອະດີດການນໍາກະຊວງປ້ອງກັນປະເທດ ຕາງກໍໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງສະຫາຍ ພົນເອກ ຫງວຽນ ຈ໋ອງ ເຫງ້ຍ ພ້ອມດ້ວຍຄະນະໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນສຳຄັນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດຂອງສອງພັກ, ສອງລັດ, ສອງກອງທັບ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ທີ່ມີມາແຕ່ດົນນານແລ້ວນັ້ນ ໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວຍິ່ງໆ ຂຶ້ນ.

ໂອກາດນີ້, ສະຫາຍ ພົນເອກ ຫງວຽນ ຈ໋ອງ ເຫງ້ຍ ໄດ້ສະແດງຄວາມຂອບໃຈຕໍ່ ບັນດາອະດີດການນໍາກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ສະໜິດສະໜົມ ແລະ ຮັກແພງ ພ້ອມທັງລາຍງານຈຸດປະສົງ ແລະ ຜົນການເຮັດວຽກຮ່ວມກັບກົມໃຫຍ່ການເມືອງກອງທັບປະຊາຊົນລາວ ໃຫ້ບັນດາອະດີດການນຳກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ຮັບຊາບ ຕື່ມອີກ.

01/08/2026

ດ່ວນ...ການຖະແຫຼງຂ່າວພິຈາລະນາຕັດສິນຄະດີ ສໍ້ລາດບັງຫຼວງ ຂອງສານປະຊາຊົນ ແຂວງ ອັດຕະປື.

ຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນກໍລະກົດ 2026ໃນຕອນແລງ ຂອງວັນທີ 28 ກໍລະກົດ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່າ...
29/07/2026

ຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນກໍລະກົດ 2026

ໃນຕອນແລງ ຂອງວັນທີ 28 ກໍລະກົດ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ປອ. ເຂິງຄຳ ແກ້ວໜູຈັນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນກໍລະກົດ 2026 ໃຫ້ຮູ້ວ່າ: ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 27-28 ກໍລະກົດ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ; ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າ ເຂົ້າຮ່ວມແບບເຊິ່ງໜ້າ; ບັນດາປະທານ, ຮອງປະທານ ຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນກໍລະກົດ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນສິງຫາ 2026.
ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື, ປະກອບຄຳເຫັນ ແລະ ພິຈາລະນາ ຕໍ່ບັນດາຫົວຂໍ້ ໃນ 04 ວາລະສໍາຄັນ ຄື:
ວາລະທີ 1: ການປະຕິບັດວຽກຈຸດສຸມພົ້ນເດັ່ນ ປະຈໍາເດືອນກໍລະກົດ ແລະ ທິດທາງແຜນການ ປະຈຳເດືອນສິງຫາ 2026 ຂອງລັດຖະບານ, ໃນນັ້ນ: ວຽກງານພົ້ນເດັ່ນປະຈໍາເດືອນກໍລະກົດ 2026 ເຫັນວ່າ: ທົ່ວປະເທດ ສືບຕໍ່ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ; ໄດ້ເອົາໃຈໃສ່ ເກັບກູ້ອາວຸດ, ວັດຖຸລະເບີດ, ສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ, ແກ້ງສະແກມເມີ, ການລັກລອບຂຸດຄົ້ນແຮ່ທາດ, ການລັກລອບຄົນເຂົ້າ-ອອກເມືອງ, ການນໍາເຂົ້າ ແລະ ນໍາໃຊ້ພາຫະນະບໍ່ຖືກຕ້ອງ ຕາມກົດໝາຍ ແລະ ລະບຽບການ ຢ່າງເຂັ້ມງວດ; ສາມາດເກັບລາຍຮັບເຂົ້າງົບປະມານໄດ້ 64% ຂອງແຜນການປີ, ປະຕິບັດແຜນລາຍຈ່າຍງົບປະມານໄດ້ 42% ຂອງແຜນການປີ, ສະສົມຄັງສໍາຮອງເງິນຕາຕ່າງປະເທດກຸ້ມການນໍາເຂົ້າບໍ່ຫຼຸດ 5 ເດືອນ, ຄວບຄຸມອັດຕາເງິນເຟີ້ ສະເລ່ຍຢູ່ໃນລະດັບ 7.6%. ພ້ອມກັນນັ້ນ, ການກໍ່ສ້າງ-ປັບປຸງໂຄງລ່າງພື້ນຖານເສັ້ນທາງ-ຂົວ, ການຜະລິດສິນຄ້າ ຮັບໃຊ້ພາຍໃນ ແລະ ສົ່ງອອກ, ການພັດທະນາວຽກງານການສຶກສາ, ສາທາລະນະສຸກ, ພະລັງງານໄຟຟ້າ, ການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ, ການອອກໃບຕາດິນ, ການຄຸ້ມຄອງ-ພັດທະນາສີມືແຮງງານ, ການພັດທະນາພື້ນຖານໂຄງລ່າງການທ່ອງທ່ຽວ, ການສ້າງ ແລະ ປັບປຸງກົດໝາຍ, ການແກ້ໄຂບັນຫານໍ້າມັນເຊື້ອໄຟ, ການຫັນເປັນດີຈີຕອນ ແລະ ທັນສະໄໝ, ການປະຕິບັດຄຳຕັດສີນຂອງສານ ທີ່ໃຊ້ໄດ້ຢ່າງເດັດຂາດ, ການເຄື່ອນໄຫວວຽກງານການຕ່າງປະເທດ, ການປັບປຸງການຈັດຕັ້ງແຕ່ລະຂັ້ນ, ການປະກາດສ້າງຕັ້ງຕາແສງ ແລະ ອື່ນໆ ລ້ວນແຕ່ສືບຕໍ່ມີຄວາມຄືບໜ້າເປັນກ້າວໆ.
ຄຽງຄູ່ກັບຜົນສຳເລັດດັ່ງກ່າວ ກໍ່ຍັງມີວຽກງານຈຳນວນໜຶ່ງ ທີ່ຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂ ໃຫ້ມີການຫັນປ່ຽນດີຂຶ້ນກວ່າເກົ່າ ເປັນຕົ້ນ ບັນຫາສະແກມເມີ, ບັນຫາຢາເສບຕິດ, ອຸປະຕິເຫດຕາມທ້ອງຖະໜົນ, ອັກຄີໄພ, ຂີ້ລັກງັດແງະ ແລະ ການສ້າງຄວາມບໍ່ສະຫງົບຢູ່ພາຍໃນສັງຄົມ; ບັນຫາໄຟຟ້າຕົກ, ການສະໜອງນໍ້າປະປາບໍ່ທັນພຽງພໍ; ການລັກລອບຂຸດຄົ້ນຊັບພະຍາກອນທຳມະຊາດ, ການລັກລອບຄົນເຂົ້າ-ອອກເມືອງ, ບັນຫາຂີ້ລັກ-ປຸ້ນຈີ້ຊີງຊັບ, ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ; ການຄຸ້ມຄອງລາຄາສິນຄ້າ; ຄວາມຕື່ນຕົວເປັນເຈົ້າ ໃນການຈັດຕັ້ງປະຕິບັດ ທິດຊີ້ນໍາຂອງລັດຖະບານ; ການພັດທະນາ-ປັບປຸງໂຄງລ່າງພື້ນຖານເສັ້ນທາງ ແລະ ອື່ນໆ.
ສໍາລັບວາລະທີ 2: ກອງປະຊຸມ ເຫັນດີດ້ານຫຼັກການ ຮັບຮອງເອົາ ຜົນການຄົ້ນຄວ້າປັບປຸງບັນຊີກິດຈະ ການຄວບຄຸມ ຕາມກົດໝາຍ ວ່າດ້ວຍການສົ່ງເສີມການລົງທຶນ ໂດຍຫຼຸດລົງຈາກ 44 ລາຍການ ເປັນ 20 ລາຍການ ເພື່ອໃຫ້ສອດຄ່ອງກັບທ່າອ່ຽງການພັດທະນາເສດຖະກິດ-ສັງຄົມ ກໍ່ຄືກົດໝາຍທີ່ກ່ຽວຂ້ອງ.
ວາລະທີ 3: ກອງປະຊຸມ ເຫັນດີດ້ານຫຼັກການ ຮັບຮອງເອົາບັນດາຮ່າງກົດໝາຍ ທີ່ຈະນຳເຂົ້າຜ່ານກອງປະຊຸມສະໄໝສາມັນ ເທື່ອທີ 02 ຂອງສະພາແຫ່ງຊາດ ຊຸດທີ X ຈຳນວນ 16 ສະບັບ, ໃນນັ້ນ ມີກົດໝາຍສ້າງໃໝ່ 02 ສະບັບ ແລະ ປັບປຸງ 14 ສະບັບ. ກອງປະຊຸມ ໄດ້ຊີ້ນໍາກະຊວງ-ອົງການ ແລະ ພາກສ່ວນກ່ຽວຂ້ອງ ສືບຕໍ່ນຳເອົາຮ່າງກົດໝາຍ ທີ່ຢູ່ໃນຄວາມຮັບຜິດຊອບຂອງຂະແໜງການຕົນ ໄປປັບປຸງຕື່ມບາງຈຸດ ໃຫ້ມີເນື້ອໃນຄົບຖ້ວນສົມບູນຂຶ້ນກວ່າເກົ່າ.
ວາລະທີ 4: ກອງປະຊຸມເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງນິຕິກໍາ ຈໍານວນ 04 ສະບັບຄື: (1) ຮ່າງມະຕິ ວ່າດ້ວຍການພັດທະນາຊັບພະຍາກອນມະນຸດ ທີ່ມີຄຸນນະພາບ ຕອບສະໜອງການພັດທະນາ ໃນເງື່ອນໄຂໃໝ່; (2) ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ; (3) ຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ; ແລະ (4) ຮ່າງກົດໝາຍ ວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ. ກອງປະຊຸມ ໄດ້ຊີ້ນໍາໃຫ້ພາກສ່ວນກ່ຽວຂ້ອງ ນໍາເອົາບັນດາຮ່າງນິຕິກໍາດັ່ງກ່າວ ໄປປັບປຸງໃຫ້ມີເນື້ອໃນຄົບຖ້ວນສົມບູນ, ລະອຽດ-ຈະແຈ້ງ, ຮັດກຸມ ແລະ ສອດຄ່ອງກັບທິດທາງການພັດທະນາເສດຖະກິດ-ສັງຄົມ ໃນຕໍ່ໜ້າ ເພື່ອນຳສະເໜີ ຕໍ່ກອງປະຊຸມສະພາແຫ່ງຊາດ ພິຈາລະນາຮັບຮອງ.
ສໍາລັບແຜນວຽກຈຸດສຸມ ໃນເດືອນສິງຫາ 2026: ລັດຖະບານ ຈະໄດ້ສືບຕໍ່ເອົາໃຈໃສ່ປະຕິບັດວຽກຈຸດສຸມ ທີ່ສໍາຄັນຈໍານວນໜຶ່ງ ດັ່ງນີ້:
ສືບຕໍ່ສຸມໃສ່ຮັບປະກັນສະຖຽນລະພາບທາງດ້ານການເມືອງ ໃຫ້ໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ ໃນຂອບເຂດທົ່ວປະເທດ, ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ໃຫ້ເຂັ້ມງວດ ແລະ ເດັດຂາດກວ່າເກົ່າ; ຕິດຕາມ ແລະ ຕອບໂຕ້ ບັນດາຂ່າວບິດເບືອນ ແລະ ໃສ່ຮ້າຍປ້າຍສີຕ່າງໆ; ກະກຽມຄວາມພ້ອມຮອບດ້ານ ໃນການຮັບມືກັບໄພນໍ້າຖ້ວມ ເພື່ອຊ່ວຍເຫຼືອປະຊາຊົນເຂດນ້ຳຖ້ວມ ໃຫ້ທັນການ ແລະ ປອດໄພ.
ສຸມໃສ່ການເກັບລາຍຮັບງົບປະມານ ຈາກແຫຼ່ງລາຍຮັບທີ່ມີແລ້ວໃຫ້ຄົບຖ້ວນ, ເລັ່ງທວງໜີ້ຕ້ອງຮັບ ທີ່ຍັງຄ້າງຊຳລະ, ໜີ້ສິນຄ່າບິນຜ່ານນ່ານຟ້າ ແລະ ອື່ນໆ, ລວມເຖິງການເກັບຄ່າທຳນຽມ ແລະ ຄ່າບໍລິການຕ່າງໆ ຢູ່ບັນດາຂະແໜງການ ແລະ ດ່ານສາກົນ; ຮີບຮ້ອນຄົ້ນຄວ້ານະໂຍບາຍ, ກົນໄກການຄຸ້ມຄອງຮ້ານຄ້າ-ປອດພາສີໃນຕົວເມືອງ ເພື່ອກະຕຸ້ນກຳລັງຊື້ ຂອງນັກທ່ອງທ່ຽວ; ສືບຕໍ່ຄົ້ນຄວ້ານະໂຍບາຍພິເສດ ສຳລັບການພັດທະນາແຂວງຫົວພັນ ແລະ ຜົ້ງສາລີ ໃຫ້ສຳເລັດພາຍໃນເດືອນສິງຫາ 2026.
ຕິດຕາມລາຄານໍ້າມັນໃນຕະຫຼາດໂລກຢ່າງໃກ້ຊິດ ແລະ ກຽມພ້ອມຮັບມື ຕໍ່ຄວາມສ່ຽງ ໃນການຂາດແຄນ ແລະ ເພີ່ມຂຶ້ນຂອງລາຄານໍ້າມັນເຊື້ອໄຟ ເພື່ອຮັບປະກັນການສະໜອງນໍ້າມັນໃຫ້ພຽງພໍ, ປ້ອງກັນ ແລະ ແກ້ໄຂການກັກຕູນ ແລະ ປັບໂຄງສ້າງລາຄາໃຫ້ແທດເໝາະກັບສະພາບຕົວຈິງ;​ ຮີບຮ້ອນຄົ້ນຄວ້າກໍານົດທາງເລືອກ ໃນການລົງທຶນກໍ່ສ້າງທໍ່ສົ່ງນໍ້າມັນ ຈາກ ສສ ຫວຽດນາມ ມາ ສປປ ລາວ ແລ້ວລາຍງານລັດຖະ ບານ ໃນເດືອນສິງຫາ 2026; ສືບຕໍ່ຊຸກຍູ້ການປະຕິບັດນະໂຍບາຍສົ່ງເສີມການນໍາໃຊ້ລົດໄຟຟ້າ ແລະ ພະລັງງານທົດແທນ ໃຫ້ແຂງແຮງ ເພື່ອຫຼຸດຜ່ອນການນຳໃຊ້ນໍ້າມັນເຊື້ອໄຟ; ເອົາໃຈໃສ່ຕິດຕາມກວດກາ ຄວາມປອດໄພຂອງເຂື່ອນ ແລະ ບໍລິຫານຈັດການນໍ້າໃນເຂື່ອນ, ສ້າງແຜນຮັບມື ຕໍ່ກັບບັນຫາໄຟຟ້າຕົກ-ໄຟຟ້າດັບ ທີ່ອາດຈະເກີດຂຶ້ນ; ປັບປຸງແກ້ໄຂ ບັນຫາສາຍໄຟຟ້າ, ໝໍ້ແປງ, ສາຍເຄເບິນ ທີ່ມີອາຍຸການໃຊ້ງານຫຼາຍປີ ເພື່ອປ້ອງກັນການເກີດອັກຄີໄພ.
ສືບຕໍ່ສຸມໃສ່ສ້ອມແປງບັນດາເສັ້ນທາງຫຼວງແຫ່ງຊາດ ແລະ ເສັ້ນທາງຫຼວງທ້ອງຖິ່ນ ທີ່ອາດໄດ້ຮັບຜົນກະທົບຈາກໄພພິບັດທາງທຳມະຊາດ ເດັດຂາດບໍ່ໃຫ້ການສັນຈອນຖືກຕັດຂາດ ແລະ ກໍ່ສ້າງບັນດາເສັ້ນທາງ ທີ່ກຳນົດໃນແຜນແລ້ວ ໃຫ້ມີຄວາມຄືບໜ້າໄວ.
ສືບຕໍ່ສຸມໃສ່ຊຸກຍູ້ການຜະລິດລະດູຝົນ, ຕິດຕາມເຝົ້າລະວັງ ແລະ ແຈ້ງໃຫ້ຊາວກະສິກອນກະກຽມຮັບມື ກ່ຽວກັບສະພາບການປ່ຽນແປງດິນຟ້າອາກາດ, ພະຍາດພືດ-ສັດ ທີ່ອາດຈະກະທົບຕໍ່ການຜະລິດຂອງປະຊາຊົນ.
ສືບຕໍ່ກະກຽມຈັດການສອບເສັງຄັດເລືອກເອົານັກສຶກສາເຂົ້າຮຽນ ໃນສົກສຶກສາ 2026-2027 ແລະ ປຸກລະດົມ, ສ້າງເງື່ອນໄຂທີ່ເອື້ອອໍານວຍ ໃຫ້ລູກຫຼານສາມາດເຂົ້າເຖິງການສຶກສາທີ່ມີຄຸນນະພາບ, ກະກຽມເປີດສົກຮຽນໃໝ່ໃນທຸກຊັ້ນຮຽນ, ພ້ອມທັງ ແກ້ໄຂບັນຫາການປະລະການຮຽນ ແລະ ສົ່ງເສີມວຽກງານກິລາ ໃຫ້ມີຄວາມເຂັ້ມແຂງ ເພື່ອກຽມຄວາມພ້ອມການເຂົ້າຮ່ວມການແຂ່ງຂັນລະດັບຕ່າງໆ.
ສືບຕໍ່ພັດທະນາສີມືແຮງງານໃຫ້ມີຄຸນນະພາບ, ສະໜອງແຮງງານ ໃຫ້ພຽງພໍກັບຄວາມຕ້ອງການ, ຄຸ້ມຄອງການເຄື່ອນຍ້າຍແຮງງານເຂົ້າ-ອອກ ຕາມດ່ານຕ່າງໆ ໃນຂອບເຂດທົ່ວປະເທດ.
ສືບຕໍ່ໍຊຸກຍູ້ສົ່ງເສີມ ແລະ ດຶງດູດການລົງທຶນພາຍໃນ ແລະ ຕ່າງປະເທດ, ຕິດຕາມກວດກາການຈັດຕັ້ງປະຕິບັດບັນດາໂຄງການລົງທຶນຂະໜາດໃຫຍ່ ທີ່ໄດ້ຮັບອະນຸຍາດສໍາປະທານ ໃຫ້ດຳເນີນໄປຕາມກົດໝາຍ, ລະບຽບການ ແລະ ສັນຍາກຳນົດໄວ້.
ສືບຕໍ່ຕິດຕາມເຝົ້າລະວັງ, ປ້ອງກັນ ແລະ ແກ້ໄຂ ການລະບາດຂອງພະຍາດຕາມລະດູການ ທີ່ຈະກະທົບຕໍ່ສຸຂະພາບ, ຊີວິດການເປັນຢູ່ຂອງປະຊາຊົນ; ສືບຕໍ່ປັບປຸງຍົກລະດັບຄຸນນະພາບການບໍລິການ, ການຫັນເປັນທັນສະໄໝ ແລະ ການຄຸ້ມຄອງການບໍລິການຂອງໂຮງໝໍເອກະຊົນ ໃຫ້ຮັດກຸມ.
ສືບຕໍ່ສຸມໃສ່ແກ້ໄຂບັນຫາທີ່ຕິດພັນກັບຂົງເຂດວັດທະນະທໍາ ແລະ ການທ່ອງທ່ຽວ ໃຫ້ເຂັ້ມງວດກວ່າເກົ່າ ເປັນຕົ້ນ ບັນຫາປ້າຍໂຄສະນາ, ບັນຫາສຽງເນືອງນັນເກີນຂອບເຂດ ແລະ ປະກົດການຫຍໍ້ທໍ້ຕ່າງໆ ທີ່ມັກເກີດຂຶ້ນ.
ໃຫ້ແຕ່ລະກະຊວງ-ອົງການທຽບເທົ່າ ເປັນເຈົ້າການລົງຮາກຖານຊ່ວຍແຂວງ ຕາມຂໍ້ຕົກລົງເລກທີ 27/ນຍ, ລົງວັນທີ 20 ເມສາ 2026.
ສຸມໃສ່ຈັດຕັ້ງຜັນຂະຫຍາຍຜົນບັນດາກອງປະຊຸມ, ຜົນການເຄື່ອນໄຫວວຽກງານຕ່າງປະເທດຂອງການນຳພັກ-ລັດ, ຂອບການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ ໃຫ້ເປັນຮູບປະທຳຫຼາຍຂຶ້ນ; ກະກຽມຮອບດ້ານ ໃຫ້ແກ່ການເຄື່ອນໄຫວຕ່າງປະເທດຂອງການນຳຂັ້ນສູງ ແລະ ການຕ້ອນຮັບຄະນະຜູ້ແທນຕ່າງປະເທດຕ່າງໆ ທີ່ຈະມາຢ້ຽມຢາມ ສປປ ລາວ.
ໃຫ້ບັນດາກະຊວງ-ອົງການລັດທຽບເທົ່າກະຊວງ ແລະ ອົງການປົກຄອງທ້ອງຖິ່ນ ສັງລວມກ່ຽວກັບການຈັດຕັ້ງປະຕິບັດທິດຊີ້ນຳຂອງລັດຖະບານ ຕາມມະຕິ, ຄຳສັ່ງ, ແຈ້ງການຕ່າງໆ ໃນໄລຍະເດືອນ ມິຖຸນາ ຫາເດືອນກໍລະກົດ 2026 ແລ້ວລາຍງານໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເພື່ອ ສັງລວມລາຍງານທ່ານ ນາຍົກລັດຖະມົນຕີ, ບັນດາທ່ານຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳ ໄດ້ຮັບຊາບ ແລະ ມີທິດຊີ້ນຳ.
ສຸມໃສ່ກະກຽມຮ່າງກົດໝາຍຕ່າງໆ ທີ່ຈະນຳເຂົ້າພິຈາລະນາໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃຫ້ຮັບປະກັນທາງດ້ານເນື້ອໃນ ແລະ ທ່ວງທັນເວລາ.
ໃຫ້ກະຊວງກ່ຽວຂ້ອງ ສືບຕໍ່ກະກຽມ ແລະ ປັບປຸງເອກະສານ ທີ່ຈະລາຍງານຕໍ່ກອງປະຊຸມກົມການເມືອງສູນກາງພັກ ໃນຕົ້ນເດືອນສິງຫາ 2026 ນີ້.
ໃນຕອນທ້າຍ, ທ່ານ ນາຍົກລັດຖະມົນຕີ ໄດ້ຮຽກຮ້ອງມາຍັງບັນດາທ່ານ ສະມາຊິກລັດຖະ ບານ ຈົ່ງນໍາເອົາແຜນວຽກຈຸດສຸມ ປະຈຳເດືອນສິງຫາ 2026 ທີ່ກອງປະຊຸມໄດ້ເອກະພາບກັນ ໄປປັບ ປຸງເຂົ້າໃນແຜນວຽກຂອງຂະແໜງການຕົນ ໃຫ້ລະອຽດ, ມີການແບ່ງຄວາມຮັບຜິດຊອບ ໃຫ້ການຈັດ ຕັ້ງ, ບຸກຄະລາກອນແຕ່ລະຂັ້ນ ແລະ ມີຄາດໝາຍເວລາສຳເລັດຊັດເຈນ, ສອດຄ່ອງກັບສະພາບຄວາມເປັນຈິງ ຂອງແຕ່ລະຂະແໜງການ.
ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ.

28/07/2026

ບົດຄຳເຫັນບາງຕອນ ຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫ່ຍປະທານປະເທດ ໃນກອງປະຊຸມໃຫຍ່ຄັ້ງ XII ຂອງພັກ.

ຕຳຫຼວດບຸກມ້າງຮັງໃຫຍ່ ແກ້ງສະແກມເມີ ແລະ ເວັບພະນັນອອນລາຍ ຢູ່ນະຄອນຫຼວງວຽງຈັນ ກັກຕົວໄດ້ 589 ຄົນ.    ໃນເວລາ 10 ໂມງຂອງວັນທີ 18 ...
21/07/2026

ຕຳຫຼວດບຸກມ້າງຮັງໃຫຍ່ ແກ້ງສະແກມເມີ ແລະ ເວັບພະນັນອອນລາຍ ຢູ່ນະຄອນຫຼວງວຽງຈັນ ກັກຕົວໄດ້ 589 ຄົນ.

ໃນເວລາ 10 ໂມງຂອງວັນທີ 18 ກໍລະກົດ 2026, ເຈົ້າໜ້າທີ່ໜ່ວຍສະເພາະກິດແກ້ໄຂບັນຫາສະແກມເມີ ກະຊວງປ້ອງກັນຄວາມສະຫງົບ ຮ່ວມກັບກຳລັງປ້ອງກັນເຄື່ອນທີ່ ໄດ້ເຂົ້າມ້າງກຸ່ມແກ້ງເປີດໃຫ້ບໍລິການເວັບພະນັນອອນລາຍ ແລະ ກຸ້ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ ການສື່ສານ ຫຼື ແກ້ງສະແກມເມີ ຢູ່ຕຶກອາຄານໃຫ້ເຊົ່າເຂດບ້ານດົງໂພສີ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ສາມາດກັກຕົວຜູ້ຖືກຫາໄດ້ 500 ກວ່າຄົນ ລວມມີ 4 ສັນຊາດ.

ການເຂົ້າມ້າງກຸ່ມແກ້ງເວັບພະນັນອອນລາຍ ແລະ ສະແກມເມີ ໃນຄັ້ງນີ້ສາມາມາດກັກຕົວຜູ້ຖືກຫາໄດ້ 589 ຄົນ ຍິງ 309 ຄົນ, ມີ 4 ສັນຊາດ; ໃນນີ້ ມີສັນຊາດໄທ ມີ 373 ຄົນ ຍິງ 198 ຄົນ, ລາວ 199 ຄົນ ຍິງ 105 ຄົນ, ຫວຽດນາມ 15 ຄົນ ຍິງ 4 ຄົນ ແລະ ສັນຊາດກຳປູເຈຍ ຍິງ 2 ຄົນ; ພ້ອມນີ້ຍັງໄດ້ຢຶດເຄື່ອງຂອງກາງມີ ຄອມພິວເຕີຕັ້ງໂຕະ 1.517 ໜ່ວຍ, ໂນດບຸກ 4.045 ໜ່ວຍ, ໂທລະສັບມືຖື 5.245 ໜ່ວຍ ເພື່ອນຳໄປກວດສອບ ແລະ ສືບສວນຂະຫຍາຍ.

ປັດຈຸບັນ, ເຈົ້າໜ້າທີ່ກໍາລັງດໍາເນີນການສືບສວນ-ສອບສວນ ເພື່ອຫາຫົວໂປ່ໂຕການ ແລະ ຜູ້ຮ່ວມຂະບວນການມາດໍາເນີນຄະດີຕາມລະຽບກົດໝາຍ.

Address

Vientiane

Website

Alerts

Be the first to know and let us send you an email when Lao news posts news and promotions. Your email address will not be used for any other purpose, and you can unsubscribe at any time.

Shortcuts

Share