ຫັດແຕ່ງ

ຫັດແຕ່ງ ຫັດແຕ່ງ ອະທີບາຍ-ພີສູດ-ວິຈານ

ອ່ານຫັດແຕ່ງ ກຽມເສັງ​ ມ.4 ແລະ​ ມ.7📖ລວມຊຸດປຶ້ມຫັດແຕ່ງ 123 ບົດ (ແຕ່ງຕົວຈີງ 68ບົດ + ໂຄງຮ່າງ 55ບົດ ແລະ  ຕີຄວາມໝາຍ 270 ບົດ ) #...
03/06/2025

ອ່ານຫັດແຕ່ງ ກຽມເສັງ​ ມ.4 ແລະ​ ມ.7

📖ລວມຊຸດປຶ້ມຫັດແຕ່ງ 123 ບົດ (ແຕ່ງຕົວຈີງ 68ບົດ + ໂຄງຮ່າງ 55ບົດ ແລະ ຕີຄວາມໝາຍ 270 ບົດ )

#ແບ່ງປັນໃຫ້ໃນລາຄາພິເສດ
👉119.000ກິບ/ຊດ 1ຊຸດ3ຫົວ (ໜຶ່ງແສນສິບໄດ້3ຫົວ) ສົ່ງທົ່ວປະເທດ...ພ້ອມສົ່ງມື້ນີ້ ສັ່ງກ່ອນໄດ້ກ່ອນ.

📲ສົນໃຈຕິດຕໍ່ :
ຫລື 020 92982401
ຫລື ທັກໄດ້ທາງຂໍ້ຄວາມ

ອ່ານຫັດແຕ່ງ ກຽມເສັງພາກຮຽນທີ2📖ລວມຊຸດປຶ້ມຫັດແຕ່ງ 123 ບົດ (ແຕ່ງຕົວຈີງ 68ບົດ + ໂຄງຮ່າງ 55ບົດ ແລະ  ຕີຄວາມໝາຍ 270 ບົດ ) #ແບ່ງປ...
03/05/2025

ອ່ານຫັດແຕ່ງ ກຽມເສັງພາກຮຽນທີ2

📖ລວມຊຸດປຶ້ມຫັດແຕ່ງ 123 ບົດ (ແຕ່ງຕົວຈີງ 68ບົດ + ໂຄງຮ່າງ 55ບົດ ແລະ ຕີຄວາມໝາຍ 270 ບົດ )

#ແບ່ງປັນໃຫ້ໃນລາຄາພິເສດ
👉119.000ກິບ/ຊດ 1ຊຸດ3ຫົວ (ໜຶ່ງແສນສິບໄດ້3ຫົວ) ສົ່ງທົ່ວປະເທດ...ພ້ອມສົ່ງມື້ນີ້ ສັ່ງກ່ອນໄດ້ກ່ອນ.

📲ສົນໃຈຕິດຕໍ່ :
ຫລື 020 92982401
ຫລື ທັກໄດ້ທາງຂໍ້ຄວາມ

ບົດເສັງນັກຮຽນເກັ່ງ ທົ່ວປະເທດ(ລະດັບຊາດ) 2024-2025ວິຊາ ພາສາລາວ-ວັນນະຄະດີ ມ.4 ແລະ ມ.7 ພ້ອມຂະໜານຕອບ
03/05/2025

ບົດເສັງນັກຮຽນເກັ່ງ ທົ່ວປະເທດ(ລະດັບຊາດ) 2024-2025
ວິຊາ ພາສາລາວ-ວັນນະຄະດີ ມ.4 ແລະ ມ.7 ພ້ອມຂະໜານຕອບ

ຄວາມຮູ້ພາສາລາວ-ວັນນະຄະດີ
29/04/2025

ຄວາມຮູ້ພາສາລາວ-ວັນນະຄະດີ

 #ຕີຄວາມໝາຍ ຄຳສຸພາສິດ ຄຳເວົ້າທ່ານຜູ້ນຳ📖ລວມຊຸດປຶ້ມຫັດແຕ່ງ 123 ບົດ (ແຕ່ງຕົວຈີງ 68ບົດ + ໂຄງຮ່າງ 55ບົດ ແລະ  ຕີຄວາມໝາຍ 270 ບົ...
25/04/2025

#ຕີຄວາມໝາຍ ຄຳສຸພາສິດ ຄຳເວົ້າທ່ານຜູ້ນຳ

📖ລວມຊຸດປຶ້ມຫັດແຕ່ງ 123 ບົດ (ແຕ່ງຕົວຈີງ 68ບົດ + ໂຄງຮ່າງ 55ບົດ ແລະ ຕີຄວາມໝາຍ 270 ບົດ )

#ແບ່ງປັນໃຫ້ໃນລາຄາພິເສດ
👉110.000ກິບ/ຊດ 1ຊຸດ3ຫົວ (ໜຶ່ງແສນສິບໄດ້3ຫົວ) ສົ່ງທົ່ວປະເທດ...ພ້ອມສົ່ງມື້ນີ້ ສັ່ງກ່ອນໄດ້ກ່ອນ.

📲ສົນໃຈຕິດຕໍ່ :
ຫລື 020 92982401
ຫລື ທັກໄດ້ທາງຂໍ້ຄວາມ

ອ່ານຫັດແຕ່ງກຽມເສັງ ມ4 ມ.5 ມ.​6 ມ.7📖ລວມຊຸດປຶ້ມຫັດແຕ່ງ 123 ບົດ (ແຕ່ງຕົວຈີງ 68ບົດ + ໂຄງຮ່າງ 55ບົດ ແລະ  ຕີຄວາມໝາຍ 270 ບົດ ) ...
25/04/2025

ອ່ານຫັດແຕ່ງກຽມເສັງ ມ4 ມ.5 ມ.​6 ມ.7

📖ລວມຊຸດປຶ້ມຫັດແຕ່ງ 123 ບົດ (ແຕ່ງຕົວຈີງ 68ບົດ + ໂຄງຮ່າງ 55ບົດ ແລະ ຕີຄວາມໝາຍ 270 ບົດ )

#ແບ່ງປັນໃຫ້ໃນລາຄາພິເສດ
👉110.000ກິບ/ຊດ 1ຊຸດ3ຫົວ (ໜຶ່ງແສນສິບໄດ້3ຫົວ) ສົ່ງທົ່ວປະເທດ...ພ້ອມສົ່ງມື້ນີ້ ສັ່ງກ່ອນໄດ້ກ່ອນ.

📲ສົນໃຈຕິດຕໍ່ :
ຫລື 020 92982401
ຫລື ທັກໄດ້ທາງຂໍ້ຄວາມ

ແບບຢ່າງ​ ປຶ້ມແບບຢ່າງບົດພັນລະນາ ຫັດແຕ່ງ ປ.4 ປ.5​ ມ.​1 ຢາກໃຫ້ລູກເກັ່ງ ຊື້ໃຫ້ລູກອ່ານ ປື້ມມີພ້ອມສົ່ງສົ່ງ
08/04/2025

ແບບຢ່າງ​ ປຶ້ມແບບຢ່າງບົດພັນລະນາ ຫັດແຕ່ງ ປ.4 ປ.5​ ມ.​1 ຢາກໃຫ້ລູກເກັ່ງ ຊື້ໃຫ້ລູກອ່ານ ປື້ມມີພ້ອມສົ່ງສົ່ງ

ຫົວບົດເສັງນັກຮຽນເກັ່ງລະດັບຊາດ​ ສົກຮຽນ2024-2025ວິຊາ​ ພາສາລາວ-ວັນນະຄະດີ​ ມ.​4​ ແລະ​ ມ.​7
07/04/2025

ຫົວບົດເສັງນັກຮຽນເກັ່ງລະດັບຊາດ​ ສົກຮຽນ2024-2025
ວິຊາ​ ພາສາລາວ-ວັນນະຄະດີ​ ມ.​4​ ແລະ​ ມ.​7

 #ບົດຄົ້ນຄວ້າພາສາລາວ ມ7 ເສັງຈົບຊັ້ນພາກທິດສະດີບົດທີ1: ການອ່ານຈັບໃຈຄວາມສໍາຄັນ ແລະ ການອ່ານຫຍໍ້ຄວາມ1. ການອ່ານແມ່ນຫຍັງ?ແມ່ນໝາ...
18/03/2025

#ບົດຄົ້ນຄວ້າພາສາລາວ ມ7 ເສັງຈົບຊັ້ນ
ພາກທິດສະດີ
ບົດທີ1: ການອ່ານຈັບໃຈຄວາມສໍາຄັນ ແລະ ການອ່ານຫຍໍ້ຄວາມ
1. ການອ່ານແມ່ນຫຍັງ?
ແມ່ນໝາກຫົວໃຈຂອງການສຶກສາທຸກລະດັບ ແລະ ເປັນເຄື່ອງມືໃນການສະແຫວງຫາຄວາມຮູ້ເລື່ອງຕ່າງໆ.
2. ການອ່ານທີ່ດີມີປະສິດທິພາບຕ້ອງເຮັດແນວໃດ?
ຕ້ອງຈັບໃຈຄວາມໄດ້, ສາມາດສະຫຼຸບສາລະສໍາຄັນຂອງເລື່ອງໄດ້.
3. ການອ່ານຈັບໃຈຄວາມໝາຍເຖິງຫຍັງ?
ໝາຍເຖິງການອອ່ານເພື່ອຈັບໃຈຄວາມ ຫຼື ຂໍ້ຄິດ, ຄວາມຄິດຫຼັກຂອງຂໍ້ຄວາມ ຫຼື ເລື່ອງອ່ານ
4. ການອ່ານຈັບໃຈຄວາມສໍາຄັນແມ່ນແນວໃດ?
• ພິຈາລະນາເທື່ອລະຫຍໍ້ໜ້າ ແລ້ວຊອກຫາໃຈຄວາມສໍາຄັນຂອງແຕ່ລະຫຍໍ້ໜ້າ
• ຕັດສ່ວນທີ່ເປັນລາຍລະອຽດອອກ
• ສະຫຼຸບໃຈຄວາມສໍາຄັນດ້ວຍສໍານວນຂອງຕົນເອງ
5. ແນວທາງການອ່ານຈັບໃຈຄວາມໃຫ້ບັນລຸຈຸດປະສົງມີຫຍັງແດ່?
• ຕັ້ງຈຸດມຸ່ງໝາຍໃນການອ່ານໃຫ້ຊັດເຈນ
• ສໍາຫຼວດສ່ວນປະກອບຂອງໜັງສືໂດຍຜ່ານໆ
• ທໍາຄວາມເຂົ້າໃຈລັກສະນະຂອງໜັງສື
• ໃຊ້ຄວາມສາມາດທາງພາສາໃນດ້ານການແປຄວາມໝາຍ
• ໃຊ້ປະສົບການ ຫຼື ຄວາມຮູ້ກ່ຽວກັບເລື່ອງທີ່ອ່ານ
6. ຂັ້ນຕອນການອ່ານຈັບໃຈຄວາມສໍາຄັນມີຫຍັງແດ່?
• ອ່ານຜ່ານໆ
• ອ່ານໃຫ້ລະອຽດ
• ອ່ານຊໍ້າຕອນທີ່ບໍ່ເຂົ້າໃຈ
• ຮຽງໃຈຄວາມສໍາຄັນຂອງເລື່ອງດ້ວຍຕົນເອງ
7. ຫຼັກການຈັບໃຈຄວາມສໍາຄັນມີຫຍັງແດ່?
• ຕັ້ງຈຸດມຸ່ງໝາຍໃນການອ່ານໃຫ້ຊັດເຈນ
• ອ່ານເລື່ອງລາວແບບຄ້າວໆ ພໍເຂົ້າໃຈ
• ເມື່ອອ່ານຈົບໃຫ້ຕັ້ງຄໍາຖາມ
• ນໍາສິ່ງທີ່ສະຫຼຸບໄດ້ມາຮຽບຮຽງໃຈຄວາມສໍາຄັນໃໝ່
8. ການອ່ານຫຍໍ້ຄວາມໝາຍເຖິງຫຍັງ?
ການອ່ານໂດຍສະຫຼຸບເນື້ອຄວາມໃຫ້ສັ້ນລົງກວ່າເກົ່າ ມີລັກສະນະກະທັດຮັດ ແລະ ໄດ້ໃຈຄວາມສໍາຄັນ ແລະ ຄົບຖ້ວນ.
9. ຈຸດປະສົງຂອງການອ່ານຫຍໍ້ຄວາມມີຈຸດປະສົງໃດແດ່?
ມີ 3 ຈຸດປະສົງ: ເກັບກໍາເນື້ອເລື່ອງ, ເກັບກໍາຄວາມຄິດ, ເກັບກໍາຄວາມຮູ້ເພື່ອວິໄຈ
10. ປະໂຫຍດຂອງການອ່ານຫຍໍ້ຄວາມມີຫຍັງແດ່?
• ໃຊ້ເກັບຂໍ້ມູນເພື່ອຂຽນບົດຫັດແຕ່ງ ແລະ ລາຍງານວິຊາການ
• ໃຊ້ເພື່ອທົບທວນຄວາມຄິດຄວາມຈໍາໃນຕໍາລາຮຽນ
• ໃຊ້ສະຫຼຸບຕອນຈົບຂອງບົດລາຍງານວິຊາການ
11. ສິ່ງຈໍາເປັນໃນການຫຍໍ້ຄວາມມີຫຍັງແດ່?
• ຄວາມເຂົ້າໃຈພື້ນຖານກ່ຽວກັບເລື່ອງທີ່ຈະສະຫຼຸບ
• ຄວາມຄິດຫຼັກທີ່ເປັນຈຸດຫຼັກຂອງເລື່ອງ
• ຄວາມຊັດເຈນຂອງບົດສະຫຼຸບຄວາມ
ບົດທີ2: ການອ່ານເພື່ອພັດທະນາຄວາມຮູ້ຕົນເອງ
12. ການອ່ານໜັງສືຫຼາຍປະເພດຊ່ວຍຫຍັງເຮົາແດ່?
ຊ່ວຍພັດທະນາໃຫ້ມີສະຕິປັນຍາເພິ່ມຂຶ້ນ ສາມາດປັບຕົວເຂົ້າກັບສິ່ງແວດລ້ອມ ແລະ ຢູ່ໃນສັງຄົມຢ່າງມີຄວາມສຸກ
13. ຄົນທີ່ຮອບຮູ້ແມ່ນຄົນແນວໃດ?
ແມ່ນຄົນທີ່ມັກສະແຫວງ ຫຼື ຮັບຟັງສິ່ງຕ່າງໆຢູ່ສະເໝີ
14. ຄວາມຮູ້ທີ່ໄດ້ຈາກການອ່ານມີຫຍັງແດ່?
• ຄວາມຮູ້ກ່ຽວກັບເຫດການຊີວິດປະຈໍາວັນ
• ຄວາມເລື່ອງສຸຂານາໄມ
• ຄວາມຮູ້ທົ່ວໄປ
15. ຄວນອ່ານໜັງສືປະເພດໃດ ເພື່ອພັດທະນາຄວາມຮູ້ໃຫ້ທັນກັບເຫດການຕ່າງໆ?
ກ. ວາລະສານ ຂ. ໜັງສືພິມ
ຄ. ບົດຄວາມວິຊາການ ງ. ໜັງສືວິທະຍາສາດ
ບົດທີ3: ການຂຽນບົດວິເຄາະ
16. ບົດວິເຄາະໝາຍເຖິງຫຍັງ?
ແມ່ນບົດແຕ່ງທີ່ຄົ້ນຄວ້າ ແລະ ຈໍາແນກເຂົ້າເລິກກ່ຽວກັບລັກສະນະຕ່າງໆໃນບັນຫາໃດໜຶ່ງ, ບົດປະພັນໃດໜຶ່ງ ຫຼື ຕົວລະຄອນໃດໜຶ່ງ ໂດຍມີການຕີລາຄາຕາມທັດສະນະ ແລະ ຄວາມຄິດຂອງຜູ້ວິເຄາະ
17. ບົດວິເຄາະມີປະເພດໃດແດ່?
• ບົດວິເຄາະການເມືອງສັງຄົມ
• ບົດວິເຄາະບົດປະພັນວັນນະຄະດີ
• ບົດວິເຄາະຕົວລະຄອນ
18. ບົດວິເຄາະຕົວລະຄອນແມ່ນບົດແນວໃດ?
ແມ່ນບົດວິເຄາະປະເພດໜຶ່ງ ເຊິ່ງໄຈ້ແຍກລົງເລິກໃຫ້ເຫັນຈຸດພິເສດດ້ານຕ່າງໆຂອງຕົວລະຄອນໃນເລື່ອງໃດໜຶ່ງ ໂດຍອາໄສຂໍ້ປີກຍ່ອຍຂອງເລື່ອງ ເພື່ອສະແດງໃຫ້ເຫັນຈຸດພິເສດດ້ານແນວຄິດນິໄສໃຈຄໍ ພ້ອມທັງຕີລາຄາຕົວລະຄອນນັ້ນຕາມທັດສະນະ ແລະ ຄວາມຄິດຂອງຜູ້ວິເຄາະ.

19. ການແຕ່ງບົດວິເຄາະຕົວລະຄອນມີຈັກບາດກ້າວ, ບາດກ້າວໃດແດ່?
4 ບາດກ້າວ:
• ບາດກ້າວທີ1: ອ່ານບົດປະພັນນັ້ນໜຶ່ງ ຫຼື ສອງເທືອ
• ບາດກ້າວທີ 2: ບັນທຶກຂໍ້ປີກຍ່ອຍ ແລະ ລາຍລະອຽດຕ່າງໆກ່ຽວກັບຕົວລະຄອນ
• ບາດກ້າວທີ 3: ເລືອກເຟັ້ນເອົາແຕ່ຈຸດພິເສດຂໍ້ປີກຍ່ອຍທີ່ສໍາຄັນ
• ບາດກ້າວທີ 4: ຊອກຫາຫຼັກຖານຕ່າງໆທີ່ຢູ່ກະແຈກກະຈາຍ

20. ຕົວລະຄອນປູ່ເຍີປຽບເປັນສັນຍະລັກຫຍັງຂອງມວນມະນຸດໃນສະໄໝກ່ອນ?
ເປັນສັນຍະລັກແຫ່ງຄວາມມຸ່ງມາດປາຖະໜາ ແລະ ນໍ້າໃຈຕໍ່ສູ້ຕ້ານໄພທໍາມະຊາດຂອງມວນມະນຸດ
21. ອີງຕາມບົດເລື່ອງ ປູ່ເຍີ ເປັນຕົວລະຄອນແນວໃດ?
• ມີນໍ້າໃຈຮັກຫອມມວນມະນຸດ ແລະ ນໍ້າໃຈເສຍສະຫຼະອັງສູງສົ່ງ
• ອາດຫານໃນການຕໍ່ສູ້ຕ້ານໄພທໍາມະຊາດ
22. ຄໍາເວົ້າຕອນໃດໃນບົດເລື່ອງທີ່ຍົກໃຫ້ເຫັນນໍ້າໃຈຮັກຫອມມະນຸດ ແລະ ນໍ້າໃຈເສຍສະຫຼະຂອງປູ່ເຍີ?
• ພໍ່ເຈົ້າເຫັນຈັ່ງຊັ້ນ, ຍາມໃດກໍອຸກອັ່ງຄັ່ງແຄ້ນຊອກຫາວິທີໃຫ້ມະນຸດບັນເທົາຄວາມທຸກໄຮ້ເຂັນໃຈ
• ພໍ່ເຈົ້າທຽວໄປທຸກແຫ່ງຫົນເພື່ອໃຊ້ເຫື່ອແຮງຂອງຕົນຊ່ວຍມະນຸດ
23. ໃນເລື່ອງ ຄືນທີ່ນາງກັບໃຈ ຕົວລະຄອນ ສຸດທິກອນ ເປັນຄົນແນວໃດ?
• ຮັກໃນອາຊີບຄູ ແລະ ມີນໍ້າໃຈເສຍສະຫຼະອັນສູງສົ່ງ
• ຮັກຄອບຄົວ ແລະ ຮັກປະເທດຊາດ
• ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານ
ບົດທີ4: ການຂຽນບົດຄວາມ
24. ບົດຄວາມແມ່ນຫຍັງ?
ບົດແຕ່ງທີ່ຂຽນເປັນຄໍາຮ້ອຍແກ້ວ ໂດຍມີຈຸດປະສົງໃຫ້ເນື້ອໃນຄວາມຮູ້ ແລະ ຄວາມຄິດແກ່ຜູ້ອ່ານເປັນສໍາຄັນ ພ້ອມທັງຊ່ວຍກະຕຸກຊຸກຍູ້ໃຫ້ຜູ້ອ່ານເກີດຄວາມຄິດເຫັນໃນເລື່ອງຕ່າງໆ

25. ບົດຄວາມມີຈັກປະເພດ? ປະເພດໃດແດ່?
6 ປະເພດ: ບົດຄວາມບັນຍາຍ, ສະແດງຄວາມຄິດຄວາມເຫັນ, ວິເຄາະ, ວິຈານ, ສາລະຄະດີ, ວິຊາການ.
26. ບົດຄວາມ ທີ່ສະເໜີຄວາມຄິດເຫັນໃນລັກສະນະຄັດຄ້ານ ແລະ ສະໜັບສະໜູນທີ່ມີແນວຄິດແບບແປກໃໝ່ ແມ່ນບົດຄວາມປະເພດໃດ?
ກ. ບົດຄວາມສາລະຄະດີ ຂ. ບົດຄວາມບັນຍາຍ
ຄ. ບົດຄວາມສະແດງຄວາມຄິດຄວາມເຫັນ ງ. ບົດຄວາມວິຊາການ
27. ບົດຄວາມໃດ ທີ່ຜູ້ຂຽນຕ້ອງມີຄວາມຮູ້, ມີເຫດຜົນ, ມີຫຼັກວິຊາການ ແລະ ປະເມີນຄ່າດ້ວຍຄວາມເປັນທໍາ ປາສະຈາກອະຄະຕິໃດໆ ແມ່ນບົດຄວາມຫຍັງ?
ກ. ບົດຄວາມວິເຄາະ ຂ. ບົດຄວາມວິຈານ
ຄ. ບົດຄວາມສະແດງຄວາມຄິດຄວາມເຫັນ ງ. ບົດຄວາມວິຊາການ
28. ບົດຄວາມໃດ ທີ່ມີເນື້ອໃນໜ້າສົນໃຈໃຫ້ຄວາມຮູ້ ແລະ ຄວາມເພີດເພີນ ແກ່ຜູ້ອ່ານ?
ກ. ບົດຄວາມສາລະຄະດີ ຂ. ບົດຄວາມບັນຍາຍ
ຄ. ບົດຄວາມວິເຄາະ ງ. ບົດຄວາມວິຈານ
29. ບົດຄວາມໃດ ທີ່ຂຽນເພື່ອເລົ່າເລື່ອງ ຫຼື ເຫດການຕ່າງໆທີ່ຜູ້ຂຽນປະສົບມາ ແລະ ຂຽນເພື່ອໃຫ້ເກີດຄວາມຮູ້ ແລະ ຄວາມເຂົ້າໃຈ?
ກ. ບົດຄວາມສາລະຄະດີ ຂ. ບົດຄວາມບັນຍາຍ
ຄ. ບົດຄວາມສະແດງຄວາມຄິດຄວາມເຫັນ ງ. ບົດຄວາມວິຊາການ
30. ບົດຄວາມໃດ ທີ່ຜູ້ຂຽນຕ້ອງມີຄວາມຮູ້ໃນເລື່ອງນັ້ນດີ, ມີເຫດຜົນ ແລະ ມີການໄຈ້ແຍກປະເດັນຕ່າງໆຂອງເລື່ອງ?
ກ. ບົດຄວາມສາລະຄະດີ ຂ. ບົດຄວາມບັນຍາຍ
ຄ. ບົດຄວາມວິເຄາະ ງ. ບົດຄວາມວິຈານ
31. ບົດຄວາມໃດຜູ້ຂຽນ ຕ້ອງມີຄວາມຮູ້ໃນດ້ານນັ້ນດີທີ່ສຸດ, ມີຂໍ້ມູນ, ສະຖິຕິ ແລະ ມີບັນນານຸກົມ ແລະ ໜັງສືອ້າງອີງຢູ່ທ້າຍບົດ?
ກ. ບົດຄວາມສາລະຄະດີ ຂ. ບົດຄວາມບັນຍາຍ
ຄ. ບົດຄວາມສະແດງຄວາມຄິດຄວາມເຫັນ ງ. ບົດຄວາມວິຊາການ
32. ບົດຄວາມທີ່ດີຄວນມີລັກສະນະແນວໃດ?
ກ. ມີເນື້ອໃນໃຈຄວາມທີ່ເປັນປະໂຫຍດໃຫ້ຄວາມຮູ້ ແລະ ຄວາມເປັນຈິງແກ່ຜູ້ອ່ານ
ຂ. ມີເນື້ອໃນໃຈຄວາມທີ່ເປັນປະໂຫຍດໃຫ້ຄວາມຮູ້ ແລະ ຄວາມເຂົ້າໃຈແກ່ຜູ້ອ່ານ
ຄ. ມີເນື້ອໃນໃຈຄວາມທີ່ເປັນປະໂຫຍດໃຫ້ຄວາມຮູ້ ແລະ ຄວາມຄິດເຫັນແກ່ຜູ້ອ່ານ
ງ. ມີເນື້ອໃນໃຈຄວາມທີ່ເປັນປະໂຫຍດໃຫ້ຄວາມຮູ້ ແລະ ຄວາມສາມາດແກ່ຜູ້ອ່ານ
33. ການຂຽນບົດຄວາມເພິ່ນເນັ້ນໜັກບັນຫາໃດເປັນສໍາຄັນ?
ກ. ເນັ້ນດ້ານຄວາມຮູ້ ຂ. ດ້ານຄວາມຈິງໂດຍກົງ
ຄ. ເນັ້ນຕາມຈິນຕະນາການ ງ. ເນັ້ນຄວາມເພີດເພີນ ແລະ ຄວາມມ່ວນຊື່ນ

34. ຈົ່ງອ່ານບົດຄວາມໜ້າ 63- 66 ແລ້ວຕອບຄໍາຖາມລຸ່ມນີ້?
 ບົດຄວາມເຄົາລົບມີລັກສະນະບົດຄວາມປະເພດໃດ?
ກ. ບົດຄວາມວິຈານ ຂ. ບົດຄວາມວິເຄາະ
ຄ. ບົດຄວາມວິຊາການ ງ. ບົດຄວາມສະແດງຄວາມຄິດຄວາມເຫັນ
 ບົດຄວາມ ພະທາດຫຼວງພະທາດແຫ່ງສັນຍະລັກ ແມ່ນບົດຄວາມປະເພດໃດ?
ກ. ບົດຄວາມສາລະຄະດີ ຂ. ບົດຄວາມວິເຄາະ
ຄ. ບົດຄວາມວິຊາການ ງ. ບົດຄວາມສະແດງຄວາມຄິດຄວາມເຫັນ
35. ການຂຽນບົດຄວາມຕ້ອງໃຊ້ຂັ້ນຕອນໃດແດ່?
• ເລືອກຫົວເລື່ອງທີ່ຈະຂຽນ
• ຕັ້ງຈຸດປະສົງໃນການຂຽນ
• ສ້າງໂຄງເລື່ອງ
ບົດທີ5: ການຂຽນບົດລາຍງານວິຊາການ
36. ບົດລາຍງານໝາຍເຖິງຫຍັງ?
ເລື່ອງລາວທີ່ເປັນຜົນຈາກການສຶກສາຄົ້ນຄວ້າທາງວິຊາການ ແລ້ວນໍາມາຮຽບຮຽງຢ່າງມີລະບຽບແບບແຜນ.
37. ເລື່ອງທີ່ຈະມາຂຽນເປັນບົດລາຍງານວິຊາການໄດ້ຕ້ອງປະກອບດ້ວຍຫຍັງແດ່?
• ຕ້ອງມີຄວາມຈິງ ຫຼື ຄວາມຮູ້ອັນເກີດຈາກການຮວບຮວມຂໍ້ມູນດ້ວຍວິທີການສຶກສາຄົ້ນຄວ້າທີ່ເປັນລະບົບ ມີລັກສະນະວິທະຍາສາດ
38. ການລາຍງານວິຊາການມີຮູບແບບໃດແດ່?
ມີ 4 ແບບ: ລາຍງານການຄົ້ນຄວ້າ, ລາຍງານປະຈໍາພາກ, ລາຍງານການວິໄຈ ແລະ ວິທະຍານິພົນ
39. ການລາຍງານທີ່ເປັນເລື່ອງໃໝ່ໆ, ສາມາດເຜີຍແຜ່ເປັນຄວາມຮູ້ທາງວິຊາການທີ່ມີຄຸນະພາບແມ່ນການລາຍງານວິຊາການແບບໃດ?
ກ. ລາຍງານການຄົ້ນຄວ້າ ຂ. ລາຍງານປະຈໍາພາກ
ຄ. ລາຍງານການວິໄຈ ງ. ລາຍງານວິທະຍານິພົນ
40. ນັກຮຽນຂຽນລາຍງານກ່ຽວກັບການສຶກສາບັນຫາຂອງມົນລະພິດທາງສຽງ ແມ່ນການຂຽນລາຍງານແບບໃດ?
ກ. ລາຍງານການຄົ້ນຄວ້າ ຂ. ລາຍງານປະຈໍາພາກ
ຄ. ລາຍງານການວິໄຈ ງ. ລາຍງານວິທະຍານິພົນ
ບົດທີ7: ການອະພິປາຍ ແລະ ປະເພດການອະພິປາຍ
41. ການອະພິປາຍໝາຍເຖິງຫຍັງ?
ການສະແດງຄວາມຄິດເຫັນດ້ວຍເຫດ ແລະ ຜົນໃນເລື່ອງໃດໜຶ່ງໃນທໍານອງຄັດຄ້ານ ຫຼື ເຫັນດີເຫັນພ້ອມ.
42. ອົງປະກອບຂອງການອະພິປາຍມີຫຍັງແດ່?
ມີປະທານ, ຜູ້ອະພິປາຍ, ຜູ້ຟັງ ແລະ ຍັດຕິທີ່ອະພິປາຍ
43. ການອະພິປາຍມີຄວາມສໍາຄັນດ້ານໃດແດ່?
3 ດ້ານ: ດ້ານການສຶກສາ, ທຸລະກິດ ແລະ ການເມືອງ.
44. ການອະພິປາຍມີຈັກປະເພດ? ປະເພດໃດແດ່?
ການອະພິປາຍມີ 2 ປະເພດຄື: ອະພິປາຍໃນສະເພາະກຸ່ມຂອງຕົນ ແລະ ອະພິປາຍໃນທີ່ຊຸມນຸມຊົນ
45. ຂັ້ນຕອນໃນການດໍາເນີນ ແລະ ຈັດການອະພິປາຍມີຫຍັງແດ່?
ມີ 2 ຂັ້ນຕອນ: ການເລືອກບັນຫາ ແລະ ການເລືອກບັນຫາ ແລະ ການກະກຽມການອະພິປາຍ
46. ອີງຕາມວັດຈະນານຸກົມຄໍາວ່າ ອະພິປາຍ ແມ່ນແນວໃດ?
ກ. ເວົ້າໃຫ້ກະຈ່າງແຈ້ງ ຂ. ເວົ້າໃຫ້ລະອຽດຈະແຈ້ງ
ຄ. ເຜີຍຄວາມ, ເວົ້າໃຫ້ແຈ້ງ ງ. ເວົ້າຊີ້ແຈງ ສະແດງຄວາມຄິດເຫັນ
ບົດທີ8: ການໂຕ້ວາທີ
47. ການໂຕ້ວາທີໝາຍເຖິງຫຍັງ?
ການເວົ້າແກ້ກັນ ຫຼື ຕອບກັນ ເພື່ອເອົາຊະນະກັນດ້ວຍເຫດ ແລະ ຜົນໃນຫົວຂໍ້ໃດໜຶ່ງ.
48. ຫົວຂໍ້ທີ່ນໍາມາໂຕ້ວາທີເພິ່ນເອີ້ນວ່າຫຍັງ?
ຍັດຕິ
49. ອົງປະກອບການໂຕ້ວາທີມີໃຜແດ່?
ມີ: ປະທານ, ກໍາມະການ, ຝ່າຍສະເໜີ ມີຫົວໜ້າ ແລະ ຜູ້ຮ່ວມສະເໜີບໍ່ເກີນ 3 ຄົນ, ຝ່າຍຄ້ານ ແລະ ຜູ້ຟັງ
50. ແມ່ນໃຜເປັນຜູ້ຄວບຄຸມການໂຕ້ວາທີ ມີສິດແຕ່ງຕັ້ງຄະນະກໍາມະການ ແລະ ກໍານົດຍັດຕິ?
ປະທານ
51. ແມ່ນໃຜມີໜ້າທີບັນທຶກຂໍ້ຄວາມ ແລະ ໃຫ້ຄະແນນໃນການໂຕ້ວາທີ?
ກໍາມະການ
52. ການໂຕ້ວາທີຕ່າງຈາກການອະພິປາຍແນວໃດ?
ກ. ເວົ້າເພື່ອໃຫ້ຂໍ້ມູນ ແລະ ຄວາມຈິງ
ຂ. ເວົ້າເພື່ອສະແດງຄວາມຈິງເທົ່ານັ້ນ
ຄ. ເວົ້າເພື່ອຢາກຮູ້ຄວາມຄິດເຫັນຂອງຝ່າຍອື່ນ
ງ. ເວົ້າເພື່ອສະແດງຄາລົມ ແລະ ເອົາຊະນະຝ່າຍກົງກັນຂ້າມ
53. ການເອົາຊະນະກັນໃນການໂຕ້ວາທີແມ່ນອີງໃສ່ບັນຫາໃດ?
ກ. ຄວາມຮູ້ຄວາມສາມາດຂອງຜູ້ໂຕ້ວາທີ ຂ. ຄວາມສຸພາບຮຽບຮ້ອຍຂອງຜູ້ໂຕ້ວາທີ
ຄ. ຄວາມຜິດ ຫຼື ຄວາມຖືກຕ້ອງຂອງຍັດຕິ ງ. ຄວາມສາມາດໃນການຫາເຫດຜົນມາອ້າງອີງ
54. ຂໍ້ໃດແມ່ນຄຸນສົມບັດຂອງນັກໂຕ້ວາທີ?
ກ. ມີຄວາມຮູ້ຮອບຕົວຢ່າງກວ້າງຂວາງ, ມີພື້ນຖານຄວາມຮູ້ດີ, ຮູ້ໃຊ້ຄໍາເວົ້າ, ຮູ້ໃຊ້ສຽງ ລແະ ທ່າທີປະກອບການເວົ້າ
ຂ. ມີຄວາມຮູ້ຮອບຕົວຢ່າງກວ້າງຂວາງ, ມີພື້ນຖານຄວາມຮູ້ດີ, ມີວາທະສິນ
ຄ. ຮູ້ຈັກສະແດງທ່າທີປະກອບການເວົ້າ, ຮູ້ຈັກໃຊ້ສຽງໃນການເວົ້າ, ມີສິລະປະໃນການເວົ້າ
ງ. ຮູ້ຈັກສະແດງທ່າທີປະກອບການເວົ້າ, ຮູ້ຈັກໃຊ້ສຽງໃນການເວົ້າ, ມີສິລະປະໃນການເວົ້າ
55. ຂໍ້ໃດບໍ່ຄວນກະທໍາໃນເວລາໂຕ້ວາທີ?
ກ. ເວົ້າຊື່ແທ້ຝ່າຍກົງກັນຂ້າມ ຂ. ເວົ້າສຽງດັງເກີນຄວາມຈໍາເປັນ
ຄ. ຫົວຂວັນເມື່ອຝ່າຍກົງກັນຂ້າມເວົ້າຜິດ ງ. ໝົດເວລາແລ້ວຍັງເວົ້າຕໍ່ບໍ່ເຊົາທັນທີ
56. ແມ່ນໃຜເປັນຄົນເວົ້າສຸດທ້າຍໃນການໂຕ້ວາທີ?
ກ. ຫົວໜ້າຝ່າຍຄ້ານ ຂ. ຫົວໜ້າຝ່າຍສະເໜີ
ຄ. ຝ່າຍຄ້ານ ຄົນທີ 3 ງ. ຝ່າຍສະເໜີ ຄົນທີ 3
57. ຂໍ້ໃດບໍ່ຖືກຕ້ອງກ່ຽວກັບການໂຕ້ວາທີ?
ກ. ຫົວຂໍ້ການໂຕ້ວາທີເອີ້ນວ່າ: ຍັດຕິ
ຂ. ຫົວໜ້າຝ່າຍສະເໜີເປັນຜູ້ສະຫຼຸບກ່ອນ
ຄ. ຜູ້ສະເໜີຄວາມຄິດເຫັນຄົນທໍາຄືຫົວໜ້າຝ່າຍສະເໜີ
ງ. ການຕັດສິນໂຕ້ວາທີກໍາມະການຈະພິຈາລະຈາກເຫດຜົນຄວາມເປັນຈິງ.
ບົດທີ9: ພິທີກອນ ແລະ ໂຄສົກ
58. ພິທີກອນແມ່ນໃຜ?
ຜູ້ທີ່ເຮັດໜ້າທີ່ປະສານງານໃນກິດຈະກໍາໃດໜຶ່ງ ຫຼື ການປະຊຸມ

59. ໂຄສົກແມ່ນໃຜ?
ແມ່ນຜູ້ທີ່ເປັນປາກສຽງແທນຜູ້ປະກາດໂຄສະນາ ຜູ້ປະກາດໃນລາຍການວິທະຍຸ ແລະ ໂທລະພາບ
60. ພິທີກອນ ແລະ ໂຄສົກຄ້າຍຄືກັນແນວໃດ?
ແມ່ນຜູ້ຕິດຕໍ່ສື່ສານລະຫວ່າງຜູ້ຈັດງານ ຜູ້ຮັບເຊີນ ແລະ ຜູ້ຟັງ
61. ຜູ້ປະກາດຂອງສະຖານີວິທະຍຸ ແລະ ໂທລະພາບເພິ່ນເອີ້ນວ່າຫຍັງ?
ຜູ້ປະກາດຂ່າວ
ບົດທີ 10: ຕະກຸນພາສາຕ່າງໆໃນລາວ
1. ຕະກຸນພາສາໝາຍເຖິງຫຍັງ?
ແມ່ນກຸ່ມຂອງພາສາທີ່ກ່ຽວຂ້ອງກັນໂດຍການສືບເຊື້ອສາຍມາຈາກບັນພະບຸລຸດຮ່ວມກັນ.
2. ນັກພາສາພິຈາລະນາຂໍ້ສົງໄສຄວາມຄ້າຍຄືກັນຂອງພາສາດ້ວຍວິທີໃດ?
ປຽບທຽບຄໍາສັບພື້ນຖານໃນໝວດຕ່າງໆ:
• ສັບອະໄວຍະວະຕ່າງໆໃນຮ່າງກາຍ
• ສັບກ່ຽວກັບເຄືອຍາດ
• ສັບກ່ຽວກັບທໍາມະຊາດອ້ອມຕົວຂອງຄົນເຮົາ
• ສັບກ່ຽວກັບກິລິຍາພື້ນຖານ
3. ຕະກຸນພາສາຕ່າງໆໃນໂລກມີຈັກຕະກຸນໃຫຍ່? ຕະກຸນໃດແດ່?
7 ຕະກຸນ:
• ຈີນ-ຕິເບດ: ມີ 2 ຕະກຸນຍ່ອຍ: ພາສາຈີນ ແລະ ພະມ້າ-ຕິເບດ
• ອົສໂຕຣເນຊຽນ: ມີ 2 ຕະກຸນຍ່ອຍ: ພາສາມາເລ ແລະ ໂປລີນີຊຽນ
• ກະໄຕ-ກະໄດ: ມີ 2 ຕະກຸນຍ່ອຍ: ພາສາລາວ-ໄຕ ແລະ ພາສາກະໄດ
• ອົສໂຕຣອາເຊຍຕິກ: ມີ 2 ຕະກຸນຍ່ອຍ: ພາສາມອນ-ຂະແມ ແລະ ມຸນດະ
• ເອີໂດ-ເອີຣົບ: ມີ 6 ຕະກຸນຍ່ອຍ: ພາສາເຢລະມານິ, ສະລາວ, ໂຣມັນ, ເກຣັກ, ອິນໂດ-ອາລະຍັນ ແລະ ອີຣານ
• ດຣາວີດຽນ: ມີ 3 ຕະກຸນຍ່ອຍ: ພາສາດຣາວີດຽນເໜືອ, ກາງ ແລະ ໃຕ້
4. ຕະກຸນພາສາຕ່າງໆໃນອາຊີຕາເວັນອອກສຽງໃຕ້ ມີຈັກຕະກຸນໃຫຍ່? ຕະກຸນໃດແດ່?
5 ຕະກຸນ:
• ກະໄຕ-ກະໄດ: ມີ 2 ຕະກຸນຍ່ອຍ: ລາວ-ໄຕ ( ພາສາລາວ, ໄທ, ຜູ້ໄທ, ໄທລື້) ແລະ ກະໄດ ( ເກລາວ, ລີ, ລາຕີ, ລັກກະ).
• ຈີນ-ຕິເບດ: ມີ 2 ຕະກຸນຍ່ອຍ: ຈີນ ແລະ ພະມ້າ-ຕິເບດ
• ມົ້ງ-ອີວມຽນ: ມີພາສາມົ້ງ ແລະ ອີວມຽນ
• ມອນ-ຂະແມ: ມີ 4 ຕະກຸນຍ່ອຍ: ພາສາມອນ, ຂະແມ, ກູຍ, ລາບຣີ (ຂ້າຕອງເຫຼືອງ)
• ອົສໂຕຣເນຊຽນ: ມີ 2 ຕະກຸນຍ່ອຍ: ມາເລ ແລະ ໂຟລິນີຊຽນ (ພາສາມາເລ, ອິນໂດເນເຊຍ: ຮາວາຍ, ຟີຈີ)
5. ຕະກຸນຕ່າງໆໃນພາສາລາວມີຈັກຕະກຸນ? ຕະກຸນໃດແດ່?
4ຕະກຸນ:
ຕະກຸນພາສາລາວ-ໄຕ, ຕະກຸນພາສາມອນ-ຂະແມ, ຕະກຸນພາສາຈີນ-ຕິເບດ,
ຕະກຸນມົ້ງ - ອີວມຽນ
• ຕະກຸນພາສາລາວ-ໄຕ
- ເປັນຕະກຸນຄໍາໂດດ ຄໍາສັບພະຍາງດຽວ
- ເປັນພາສາທີ່ມີສຽງວັນນະຍຸດ
- ມີທັງພະຍັນຊະນະເຄົ້າ ແລະ ຄວບ
- ການວາງຄໍາຂະຫຍາຍຈະວາງໄວ້ຫຼັງຄໍາຫຼັກສະເໝີ
- ພາສາທີ່ສັງກັດໃນຕະກຸນລາວໄຕມີ: ພາສາແຊກ, ຍວນ, ໄຕ(ໄຕດໍາ, ຂາວ, ແດງ, ເມີ້ຍ), ໄທເໜືອ, ຜູ້ໄທ, ຢັ້ງ, ພາສາລາວ( 5 ແຊງ: ພວນ, ກະເລິງ,ບໍ, ໂຢຍ) , ລື້.
• ຕະກຸນພາສາມອນ-ຂະແມ
- ສ່ວນຫຼາຍມີຄໍາເປັນສອງພະຍາງ ແລະ ເນັ້ນສຽງລົງຢູ່ພະຍາງຫຼັງ.
ບໍ່ມີສຽງວັນນະຍຸດ
- ບາງພາສາກໍມີສຽງວັນນະຍຸດ: ສາມຕ່າວ ແລະ ບາງແຊກຂອງພາສາກຶມມຸ.
- ມີສຽງພະຍັນຊະນະຄວບຫຼາຍ
- ພາສາທີ່ສັງກັດຢູ່ໃນຕະກຸນນີ້ມີ: ກຶມມຸ, ກະຕາງ, ກະຕູ, ກຣຽງ, ກຣີ, ຂະແມ, ງວນ, ເຈັງ, ສາມຕ່າວ, ສະດາງ, ສ່ວຍ, ຊິງມູນ, ຍະເຫີນ, ຕະໂອ້ຍ, ຕຣຽງ, ຕຣີ, ຕູມ, ແທ່ນ, ບິດ, ເບຣົາ, ປະໂກະ, ໄປຣ, ຜ້ອງ, ມະກອງ, ມ້ອຍ, ຢຣຸ, ແຢະ, ລະເມດ, ລະວີ, ໂອຍ, ເອີດູ, ຮ່າຣັກ.
• ຕະກຸນພາສາຈີນ-ຕິເບດ:
- ເປັນພາສາຄໍາໂດດ, ເປັນຄໍາພະຍາງດຽວ
- ບໍ່ມີການແຍກຄວາມແຕກຕ່າງລະຫວ່າງສະຫຼະສຽງສັ້ນ ແລະ ສຽງຍາວ
- ວາງຄໍາຂະຫຍາຍໄວ້ໜ້າຄໍາຫຼັກ
- ພາສາທີ່ສັງກັດຢູ່ໃນກຸ່ມພາສານີ້ມີ: ສິງສິລິ, ສີລາ, ລາຫູ, ໂລໂລ, ຫໍ້, ອາຄາ, ຮ່າຍີ່

• ຕະກຸນມົ້ງ - ອີວມຽນ
1. ເປັນພາສາຄໍາໂດດ
2. ມີສຽງວັນນະຍຸດ ແຕ່ບໍ່ມີສຽງພະຍັນຊະນະທີ່ເປັນຕົວສະກົດ.
3. ການໃຊ້ລັກສະນະນາມພາສາມົ້ງເວົ້າຄື ພາສາຫໍ້ ວາງນາມໄວ້ຫຼັງສຸດເຊັ່ນເວົ້າວ່າ: ສາມໂຕໝາ.
ບົດທີ 11: ການຢືມຄໍາໃນພາສາລາວ
6. ການຢືມຄໍາໝາຍເຖິງຫຍັງ?
ແມ່ນການຮັບເອົາຄໍາ ຫຼື ລັກສະນະທາງພາສາບາງອັນຂອງພາສາອື່ນເຂົ້າມາໃຊ້ໃນພາສາຕົນເອງ
7. ມີສາເຫດໃດແດ່ທີ່ເຮັດໃຫ້ເກີດມີການຢືມຄໍາ?
5 ສາເຫດ: ສາເຫດທາງດ້ານພູມສາດ, ການຕິດຕໍ່ຄ້າຂາຍ, ວັດທະນະທໍາ ແລະ ສາສະໜາ, ການສຶກສາ, ຄວາມຈະເລີນຂອງເຕັກໂນໂລຊີ.
8. ການຢືມຄໍາມາໃຊ້ໃນພາສາລາວມີຈັກລັກສະນະ?
3 ລັກສະນະ: ການທັບສັບ, ການແປສັບຄໍາຢືມ, ການຢືມຄວາມໝາຍ
9. ພາສາລາວຢືມສັບມາຈາກພາສາປະເທດໃດແດ່?
ພາສາຈີນ, ມອນ, ຂະແມ, ປາລີ, ສັນສະກິດ, ຝຣັ່ງ, ອັງກິດ, ຫວຽດນາມ, ໄທ
• ຄໍາຢືມມາຈາກພາສາມອນ
ກະເພົາ, ກະຕ່າຍ, ການໍ້າ, ກວຽນ, ກະໂຫຼກ, ປີຂານ, ເຂົ້າຫຼາມ, ຄະລໍາ, ຄົວ, ຄາດ, ໂຄມ, ຊ່າງ, ເຊືອກ, ຖົງ, ບຽດ, ແບະ, ແປງ, ໃບພູ, ກະຕ່າ, ດໍານາ, ກ້າ, ແດກ, ກະບວຍ, ຄອງ, ຮຸດນາ, ກະສວຍ.
• ຄໍາເຄົ້າຢືມມາຈາກພາສາຂະແມ
ກົດ, ກົມ. ກະຊວງ, ກະແສ, ກໍາແພງ, ກໍາຈັດ, ກັງວົນ, ຈະເລີນ, ສະບັບ, ສະພັງ, ສະເພາະ, ດໍາເນີນ, ຕໍາລາ, ປະສົມ, ບໍາບັດ, ສະໜຸກ, ສະແຫວງ, ລໍາວົງ, ຈັງຫັນ, ຕໍາແໜ່ງ, ສະຫງົບ, ເພງ, ປະຊຸມ, ປະເມີນ, ປະດັບ, ສັງກັດ, ສະໜອງ, ສໍາຫຼວດ, ສໍາເລັດ, ສະເຫວີຍ, ຖະໜົນ, ທໍາລາຍ, ເນົາ, ຜະກາຍ, ຜະສານ, ຜະສົມ, ຜະເຊີນ, ຜະເດັດ, ບັງເອີນ, ຜະອວນ, ເພີງ, ເພັງ,ລະບຽບ, ລະບໍາ, ລະອອງ, ລະອໍ, ອໍານາດ.
• ຄໍາເຄົ້າຢືມມາຈາກພາສາບາລີ
ກະຕັນຍູ, ກະຕິກາ, ກໍລະນີ, ກະວີ, ກັນດານ, ກິລາ, ເກສອນ, ຂະນະ, ຄາລະວະ, ເຄຫາ, ໂຄຈອນ, ເຈຕະນາ, ຊົນນະບົດ, ຊາຕາ, ຂາດ, ຖານ, ຖາວອນ, ປະຕິບັດ, ທັດສະນະ, ທານ, ທາຍາດ, ທູດ, ເທສະໜາ, ທະນາຄານ, ທັນຍາຫານ, ທໍາມະ, ນະມັດສະການ, ນະໂຍບາຍ, ນານາ, ນິຍົມ, ນິຍາມ, ນິດໄສ, ບໍລິຈາກ, ບໍລິໂພກ, ບໍລິສຸດ, ບຸກຄົນ, ບຸນ, ປະລິນຍາ, ປັດໄຈ, ປັນຍາ, ພະຍາດ, ເມດຕາ, ລັດທິ, ວັດຖຸ, ວາຈາ, ວາສະໜາ, ສັງຄົມ, ສັນຈອນ, ສິດທິ, ສຸຄະຕິ, ອະທິບາຍ, ບູຊາ, ບູຮານ, ພັດທະນາ, ພາຫະນະ, ພິຈາລະນາ, ພິທີ, ພືດ, ພັດຕາຄານ, ມະຕິ, ວິໄຈ, ເວລາ, ສະມາຊິກ, ສະໂມສອນ, ອະນຸຍາດ.
• ຄໍາເຄົ້າຢືມມາຈາກພາສາສັນສະກິດ
ກະເສດ, ກະລະບູນ, ກຽດ, ກຸລະສະຕີ, ຄະລືຫາດ, ເຈລະຈາ, ຈັດຕະວາ, ເລຂາຄະນິດ, ລຶກ, ວິເຄາະ, ວິທະຍາ, ເວຫາ, ອະພິປາຍ, ອາຄະເນ, ຈັນຍາ, ຈັນທະຄາດ, ສະຖາບັນ, ສະຖິຕິ, ສະຖິດ, ສະໝອນ, ສັງສັນ, ສັບ, ສິລະປະ, ສິງຫາ, ສຶກສາ, ສົມບູນ, ຊັບ, ດຸນຍະພາບ,ບັນຍາກາດ, ອາຍາ, ອາທິດ, ອຸດສາຫະກໍາ, ອົງສາ, ໄປສະນີ, ພັດສະດຸ, ພິພາກສາ, ພຶກສາ, ເພັດ, ແພດ, ມັງກອນ, ມັດທະຍັດ, ໄມຕີ, ລະດູ, ລາສະດອນ
• ຄໍາເຄົ້າຢືມມາຈາກພາສາໄທ
ຕົງ, ເລື່ອງ, ຊັດເຈນ, ຄໍານຶງ, ໂສໂຄກ, ສວມ, ຊິດ, ປຸງ, ປັບປຸງ, ເພີ່ມ, ເຕີມ, ເລີ່ມ, ກະຈ່າງ, ກະຈົກ, ຈໍານົນ, ເລື່ອງ, ຊໍາລະ, ສົກກະປົກ, ປະເດັນ, ເຊັ່ນ, ຕະຄອງ
• ຄໍາເຄົ້າມາຈາກພາສາຈີນ
ຂອງເກ້, ກຸຍເຮັງ, ກະລໍ່າ, ກວານ, ຂຸນ, ແຄວ້ນ, ຊາ, ເສັ້ງ, ຊວຍ, ເຈົ້ານາຍ, ຫຼາ, ຍີ່ຫໍ້, ເມິກ, ຫຸ້ນສ່ວນ, ອ້ຽມ, ເຮັງ, ຕູ້, ເຕົາຮູ້, ຊີອິ້ວ, ເຕັງ, ເກົ້າອີ້, ເກົາເຫຼົາ, ງິ້ວ, ເຈັ້ງ, ຫ້າງ., ເຕົາຮວຍ, ຕຸນ, ໝີ່, ປຸ໋ຍ, ພະໂລ້, ເພ້ຍ, ອັດ(ເງິນ)
• ພາສາຫວຽດນາມ
ກະຢໍ່, ຢໍ່, ແຈ, ແຈ້ວ, ດັກກົງ, ໂທຍ, ບັນກວນ. ບັນແຊວ, ແອງ, ບັນແບ້ວ, ບີ່ບຸນ, ບຸນບໍ່, ເຝີ, ແໜມເນື່ອງ, ໝາຍໂອຍ ( ໝາກສີດາ), ໝາກເອືອດ(ໝາກເຜັດ), ແຢັບ (ເກີບອີແຕະ) , ອົງ.
• ພາສາຝຣັ່ງ
ກະແລັມ, ກາບີນ(ຫ້ອງບັນຊາ), ກາເຟ, ກາລະວັດ, ກາລົດ, ແກັດ, ກິໂລກຣາມ, ບານ, ບຸບເຟ, ແບັກເຊ, ປາຕັງ, ເບຕົງ, ບູນ, ປາສປໍ, ກິໂລແມັດ, ກົງເຕີ, ສະຫຼັດ, ຊີມັງ, ຊັງດານ, ໂຊຟາ, ຊີເນມາ, ໂຊເຟີ, ເຊັບ, ຕັກຊີ, ເຕັກໂນໂລຊີ, ບາໂລ, ປັງຕຸບ, ບາລີແຢ, ຟຸຍ, ແມັດ, ໂມງ, ລົດໂລ, ວັກແຊງ, ວິຕາມິນ, ວິນລາ, ແອັດ, ແອັດຊັງ, ໂອໂຕ, ອົກຊີ, ໂຕນ, ສະແຕມ, ເບີ.
• ພາສາອັງກິດ
ເກມ, ເກຍ, ກັອບ, ຄີບອດ, ເບກ, ໂປຣແກຣມ, ແຟນ, ຟິວ, ເຄັກ, ຄອນເສີດ, ຄີມ, ຄລີນິກ. ສະນຸກເກີ, ສະວິກ, ສາລະເວ, ສິວິໄລ, ສໍາມະນາ, ເສີບ, ແຊັກ, ຊຸດ, ຊິບ, ແຊມພູ, ເທັບ, ທີມ, ນໍາເບີ, ເຊຍ, ຟຣີ, ປລາສຕິກ, ແຟັກ, ອີເມວ, ໂມນີເຕີ, ລິບ, ລິດ, ໄວຣັດ, ເວັບໄຊ, ວີວ, ແອ, ໄອແອສໂອ, ອິນເຕີເນັດ, ຮໍໂມນ, ຮາດດິສ, ຄິວ, ສະປິງ, ທິບ.
ບົດທີ 12: ວັດຈະນານຸກົມວິທະຍາ
10. ວັດຈະນານຸກົມໝາຍເຖິງຫຍັງ?
ແມ່ນປຶ້ມອ້າງອີງ ປຶ້ມຮິບໂຮມຄໍາສັບໃນວົງຄໍາສັບທີ່ກໍານົດ ແລະ ນິຍາມຄວາມໝາຍໄວ້
11. ຄໍາວ່າ “ວັດຈະນານຸກົມ” ໄດ້ມາຈາກຫຍັງ?
ແມ່ນຄໍາປະສົມລະຫວ່າງ ວັດຈະນະ (ຄໍາເວົ້າ) ແລະ ອະນຸກົມ ( ລໍາດັບ, ລະບຽບ) ເຂົ້າກັນດ້ວຍວິທີສົນທິ ໝາຍເຖິງ ປຶ້ມທີ່ຮິບໂຮມ
12. ການຈັດລໍາດັບຄໍາໃນວັດຈະນານຸກົມອີງໃສ່ຫຍັງ?
ລໍາດັບຂອງພະຍັນຊະນະ ກ-ຮ
ຕົວສົດກົດລໍາດັບແຕ່ ກ ງ ຍ ດ ນ ບ ມ ວ
13. ຕົວຫຍໍ້ (ຂ.) (ຈ.) (ສ.) (ທ.) (ປ.) (ຝ.) (ຫວ.) (ອ.) (ຮ.) ໃນວັດຈະນານຸກົມໝາຍເຖິງຫຍັງ?
(ຂ.) = ຂະແມ (ຈ.) = ຈີນ
(ສ.) = ສັນສະກິດ (ທ.) = ໄທ
(ປ.) = ປາລີ (ຝ.) = ຝຣັ່ງ
(ຫວ.) = ຫວຽດນາມ (ອ.) = ອັງກິດ (ຮ.) = ຮິນດູ
ບົດທີ 13+ 14 : ປະໂຫຍກ ແລະ ໃຈຄວາມຂອງປະໂຫຍກ ( ສໍາຄັນເວລາເສັງຕ້ອງໄດ້)
1. ປະໂຫຍກໝາຍເຖິງຫຍັງ?
ແມ່ນຄໍາເວົ້າຕອນໜຶ່ງທີ່ມີເນື້ອໃນຄົບຖ້ວນ. ໃນປະໂຫຍກໜຶ່ງຕ້ອງມີ ຄໍາຕົວຕັ້ງ, ກໍາມະຄົບ ຫຼື ຄໍາຕົວຕັ້ງ, ຄໍາກໍາມະຂາດ ແລະ ຄໍາປະກອບ.
2. ພາກສ່ວນທີ່ເຮັດໜ້າທີ່ເປັນຄໍາຕົວຕັ້ງໄດ້ມີຫຍັງແດ່?
ມີ6 ປະເພດ: ຄໍານາມ, ຄໍາແທນນາມ, ຄໍາກໍາມະ, ຄໍາຄຸນນາມ, ວະລີ ແລະ ປະໂຫຍກ
3. ພາກສ່ນທີ່ເຮັດໜ້າທີ່ເປັນຄໍາປະກອບມີຫຍັງແດ່?
ມີ 4 ປະເພດ: ຄໍານາມ, ຄໍາແທນນາມ, ວະລີ ແລະ ປະໂຫຍກ
4. ປະໂຫຍກ 2 ພາກສ່ວນທັງໝົດ ແລະ 3 ພາກສ່ວນທັງໝົດ
2ພາກສ່ວນ: ກົບຮ້ອງດັງ, , ຝົນຕົກ, ນາງຄໍາພີໄຫ້ດົນ, ໃບໄມ້ປິວໄວ, ຕົ້ນໄມ້ກະຍຸງຫັກ, ໄກ່ກະຕາກດັງ, ໝາກັດຂ້ອຍ, ໄມ້ຫັກ, ຟ້າເຫຼື້ອມແຮງ
3 ພາກສ່ວນ: ປ້າຂອງຂ້ອຍປູກເຫັດ, ນາງສົມສີໄປໂຮງຮຽນ, ກິນຫຼານທ້ອງແຕກ, ນົກນ້ອຍກິນບົ້ງອ່ອນ,ລາວເປັນນັກຮຽນເກັ່ງ,ຄວາຍບັກຕູ້ຊົນກັນປ້າລ້ຽງໄກ່ລາດ, ກິນປາມີປະໂຫດ,ໂງ່ບໍ່ສາມາດແກ້ໄຂບັນຫາໄດ້.
5. ໂດຍອີງຕາມຫຼັກການແລ້ວປະໂຫຍກມີຈັກຊະນິດ? ຊະນິດໃດແດ່?
ສອງຊະນິດ: ປະໂຫຍກສາມັນ ( ປະໂຫຍກດ່ຽວ) ແລະ ປະໂຫຍກປະສົມ
6. ປະໂຫຍກໃຈຄວາມດຽວແມ່ນຫຍັງ? ປະກອບດ້ວຍຫຍັງແດ່?
ແມ່ນປະໂຫຍກທີ່ມີເນື້ອໃນໃຈຄວາມດຽວ ປະໂຫຍກທີ່ເປັນປະໂຫຍກໃຈຄວາມດຽວມີ: ປະໂຫຍກ 2 ພາກສ່ວນ, 3 ພາກສ່ວນ, ປະໂຫຍກຕົ້ນປະສົມກັບຄໍານາມ ແລະ ປະໂຫຍກຕົ້ນປະສົມກັບວະລີ.
7. ປະໂຫຍກຫຼາຍໃຈຄວາມແມ່ນຫຍັງ?
ແມ່ນປະໂຫຍກທີ່ມີໃຈຄວາມຫຼາຍຢ່າງ ຕັ້ງແຕ່ 2 ໃຈຄວາມຂຶ້ນໄປ: ປະໂຫຍກຕົ້ນປະສົມກັບປະໂຫຍກອື່ນ ແລະ ຫຼາຍປະໂຫຍກປະສົມກັນ
ພາກໄວຍາກອນທີ່ຕ້ອງຈື່
14. ຄໍາເວົ້າທີ່ວ່າ: “ວັນນະຄະດີແມ່ນປຶ້ມຕໍາລາຮຽນແຫ່ງຊີວິດ” ຄໍາຂີດກ້ອງແມ່ນພາກສ່ວນໃດຂອງປະໂຫຍກ?
ກ. ຄໍາຕົວຕັ້ງ ຂ. ຄໍາປະກອບ ຄ. ຄໍາຂະຫຍາຍ ງ. ຄໍາກໍາມະ
15. ຄໍາເວົ້າທີ່ວ່າ: “ພໍ່ ແລະ ແມ່ຮັກຂ້ອຍຫຼາຍ” ຄໍາຂີດກ້ອງແມ່ນພາກສ່ວນໃດຂອງໄວຍາກອນ?
ກ. ຄໍານາມ ເປັນ ຄໍາປະກອບ ຂ. ຄໍາແທນນາມ ເປັນ ຄໍາກໍາມະ
ຄ. ຄໍາແທນນາມ ເປັນ ຄໍາປະກອບ ງ. ຄໍາຄຸນນາມ ເປັນ ຄໍາກໍາມະ
16. ຄໍາເວົ້າທີ່ວ່າ: “ນັກຮຽນບໍ່ຟັງຄວາມຄູບາອາຈານເຮັດໃຫ້ພໍ່ແມ່ທຸກໃຈ” ຄໍາຂີດກ້ອງແມ່ນປະເພດໃດ?
ກ. ຄໍານາມ ຂ. ນາມວະລີ ຄ. ຄຸນນາມວະລີ ງ. ປະໂຫຍກ
17. ຄໍາເວົ້າທີ່ວ່າ: “ລາວຊື້ລົດຈັກເວັບສີແດງ” ຄໍາຂີດກ້ອງແມ່ນປະເພດໃດ?
ກ. ຄໍານາມ ຂ. ນາມວະລີ ຄ. ກໍາມະວະລີ ງ. ປະໂຫຍກ

18. ຄໍາເວົ້າທີ່ວ່າ: “ລາວຊື້ລົດຈັກເວັບສີແດງ” ຄໍາຂີດກ້ອງເຮັດໜ້າທີ່ຫຍັງ?
ກ. ຄໍາຕົວຕັ້ງ ຂ. ຄໍາຂະຫຍາຍ ຄ. ຄໍາກໍາມະ ງ. ຄໍາປະກອບ
19. ຄໍາເວົ້າທີ່ວ່າ: “ລາວເຫັນງູກິນຂຽດ” ຄໍາຂີດກ້ອງແມ່ນປະເພດໃດ?
ກ. ຄໍານາມ ຂ. ນາມວະລີ ຄ. ກໍາມະວະລີ ງ. ປະໂຫຍກ
20. ຂໍ້ໃດແມ່ນວະລີທັງໝົດ?
ກ. ໝາກໄມ້ສີເຫຼືອງ, ລາວສູງອີ່ຫຼີ, ນົກບິນ
ຂ. ລົດໃຫຍ່ແລ່ນໄວ, ນັກຮຽນກິນເກັ່ງ, ນ້ອງໄຫ້
ຄ. ເມືອງຫຼວງພະບາງງາມຫຼາຍ, ໂຮງຮຽນຂອງລາວ, ມ້າລາຍ
ງ. ໄກ່ຜູ້ຕີກັນ, ນ້ອງເຕັ້ນເກັ່ງ, ພໍ່ໄປຕະຫຼາດໂພນຕ້ອງຈອມມະນີ
21. ຄໍາເວົ້າທີ່ວ່າ “ກົບນ້ອຍຕົກນໍ້າສ້າງເລິກ ແລະ ໄກ່ດໍາມີຫຼາຍກວ່າໄກ່ຂາວ” ເຮັດໜ້າທີ່ຫຍັງໃນປະໂຫຍກ?
ກ. ຄໍາຕົວຕັ້ງ ຂ. ຄໍາຂະຫຍາຍ ຄ. ຄໍາກໍາມະ ງ. ຄໍາປະກອບ
22. ຂໍ້ໃດແມ່ນປະໂຫຍກທີ່ປະກອບດ້ວຍຄໍາກໍາມະຄົບທັງໝົດ?
ກ. ລາວຍິ້ມຫວານ, ໄກ່ກະຕາກ, ນ້ອງເລົ່າບົດຮຽນ
ຂ. ນັກຮຽນຟ້ອນງາມ, ລົມພັດແຮງ, ແສງແດດສ່ອງ
ຄ. ຝົນຕົກລິນ, ນົກບິນແອ່ນ, ອ້າຍກິນເຂົ້າແລງ.
ງ. ພໍ່ຂ້ອຍຍ່າງ, ນາງນ້ອຍເຕັ້ນ, ຂ້ອຍຮຽນ
23. ຂໍ້ໃດແມ່ນປະໂຫຍກໃຈຄວາມດຽວທັງໝົດ?
ກ. ງົວ ແລະ ຄວາຍແລ່ນ, ພໍ່ແມ່ບອກລູກດ້ວຍຄວາມດີ, ໝາຂອງຂ້ອຍ
ຂ. ລາວແລ່ນໄວປານສາຍຟ້າແມບ, ຂ້ອຍກິນເຂົ້າແລ້ວໄປໂຮງຮຽນຈຶ່ງກັບເຮືອນ, ເອື້ອຍໄປຕະຫຼາດ
ຄ. ເຈົ້າເປັນນັກຮຽນດີທີ່ໜ້າຍ້ອງຍໍ, ອ້າຍເຕະບານ, ໄກ່ຮ້ອງດັງ
ງ. ປ້າຊັກເຄື່ອງໄວ, ນົກໂດດ, ນ້ອງມັກຕີບານເພື່ອໄປແຂ່ງຂັນຢູ່ໂຮງຮຽນວຽງຈັນ
24. ປະໂຫຍກທີ່ວ່າ: “ແມ່ຕູ້ບໍ່ສະບາຍຈຶ່ງໄປໂຮງໝໍເພື່ອປິ່ນປົວພະຍາດ” ປະໂຫຍກນີ້ມີຈັກໃຈຄວາມ?
ກ. ໃຈຄວາມດຽວ ຂ. 2 ໃຈຄວາມ ຄ. 3 ໃຈຄວາມ ງ. 4 ໃຈຄວາມ
25. ຂໍ້ໃດແມ່ນຄໍາແທນນາມບອກບູລຸດທີ 3 ທັງໝົດ?
ກ. ເພິ່ນ, ລາວ, ເຂົາ ຂ. ເຂົາ, ທ່ານ, ຂ້ອຍ
ຄ. ຂ້ອຍ, ເຈົ້າ, ຂ້ານ້ອຍ ງ. ເຈົ້າ, ຂ້າພະເຈົ້າ, ເພິ່ນ
26. ປະໂຫຍກ “ເອື້ອຍ ແລະ ອ້າຍໄປການແຕ່ເຊົ້າ” ຂໍ້ໃດແມ່ນໃຈຄວາມຂອງປະໂຫຍກ?
ກ. ເອື້ອຍໄປການ ຂ. ອ້າຍໄປການ
ຄ. ເອື້ອຍ ແລະ ອ້າຍໄປການ ງ. ເອື້ອຍ ແລະ ອ້າຍໄປການແຕ່ເຊົ້າ
27. ປະໂຫຍກ “ນາງຄໍາປິວເປັນນັກຮຽນເກັ່ງມາແຕ່ດົນ ຍ້ອນລາວຕັ້ງໃຈຮຽນ” ຂໍ້ໃດແມ່ນໃຈຄວາມຂອງປະໂຫຍກ?
ກ. ນາງຄໍາປິວເປັນນັກຮຽນເກັ່ງ
ຂ. ນາງຄໍາປິວເປັນນັກຮຽນເກັ່ງ, ລາວຕັ້ງໃຈຮຽນ
ຄ. ນາງຄໍາປິວເປັນນັກຮຽນເກັ່ງ, ຍ້ອນລາວຕັ້ງໃຈຮຽນ
ງ. ນາງຄໍາປິວເປັນນັກຮຽນເກັ່ງມາແຕ່ດົນ, ລາວຕັ້ງໃຈຮຽນ
28. ຂໍ້ໃດບໍ່ແມ່ນປະໂຫຍກໃຈຄວາມດຽວ?
ກ. ປະໂຫຍກປະສົມກັບຄໍາ ຂ. ປະໂຫຍກປະສົມກັບວະລີ
ຄ. ປະໂຫຍກປະສົມກັບປະໂຫຍກ ງ. ປະໂຫຍກສາມັນສາມພາກສ່ວນ
29. ຂໍ້ໃດແມ່ນພາສາຝຣັ່ງທັງໝົດ?
ກ. ກະແລັມ, ບານ, ກາບິນ, ບຸບເຟ, ກາເຟ
ຂ. ກາລະຫວັດ, ແບັກເຊ, ກະເສດ, ກາລົດ, ປາຕັງ
ຄ. ເບຕົງ, ແກັດ, ກິໂລກາມ, ໝາກບູນ, ເທັບ
ງ. ກິໂລແມັດ, ຟຸຍ, ໄວຣັດ, ກົງເຕີ, ສະຫຼັດ
30. ຂໍໃດແມ່ນຄໍາຢືມມາຈາກພາສາອັງກິດທັງໝົດ?
ກ. ທິບ, ສະປິງ, ຄິວ, ຕັກຊີ, ທູດ ຂ. ຮໍໂມນ, ແອ, ວິວ, ອົກຊີ, ລິດ
ຄ. ລິບ, ຟຣີ, ໂມນີເຕີ, ຍີ່ຫໍ້, ແຊມພູ ງ. ແຟັກ, ຊິບ, ທີມ, ສາລະເວ, ສໍາມະນາ
31. ພາສາມ້ອຍ ຈັດໃນຕະກຸນພາສາໃດ?
ກ. ລາວ-ໄຕ ຂ. ມອນ-ຂະແມ
ຄ. ຈີນ-ຕິເບດ ງ. ມົ້ງ-ອີມຽນ
32. ພາສາໃດທີ່ເປັນພາສາຕະກຸນຈີນ-ຕິເບດ?
ກ. ພາສາສິງສິລິ ຂ. ຢັ້ງ
ຄ. ຊິງມູນ ງ. ອີມຽນ
33. ຄໍາໃດຢືມມາຈາກພາສາສັນສະກິດ?
ກ. ສຶກສາ ຂ. ກິລາ ຄ. ເສິກ ງ. ສໍາມະນາ
34. ຫຼັກການຂຽນພາສາລາວທີ່ຖືກຕ້ອງມີ 7 ຫຼັກການ:
 ຫຼັກຕົວອັກສອນ
 ຫຼັກໄມ້ເອກ, ໄມ້ໂທ
 ຫຼັກຄວາມໝາຍຂອງພາສາບາລີ-ສັນສະກິດ
 ຫຼັກເຄື່ອງໝາຍວັກ.
 ຫຼັກການໃຊ້ຄໍາຕໍ່
 ຫຼັກການໃຊ້ຕົວ ຮ ແລະ ລ
 ຫຼັກການເຊື່ອມຄໍາ ແລະ ຮຽງຄໍາໃນປະໂຫຍກ
• ຄໍາທີ່ຖືກຕາມວັດຈະນານຸກົມ
o ຂະນະນີ້, ຂະໜາດ, ຂັດຂ້ອງ, ຂັດຂວາງ, ຂັດຂືນ, ຂັບລົດ, ຫົວຂ່າ, ປ່າຂ່າ, ຂອດເຊືອກ, ເຂາະຂອດ
o ຄະນະຜູ້ແທນ, ຄະນະຫ້ອງ, , ຄັດຄ້ານ, ຄັດເລືອກ, , ຄັບແຄບ, ແມງຄັບ, ຄຸນຄ່າ, ຄ່າຫົວ, ຄອດລູກ, ໝູຄອດ
o ສະຫົວ, ສະບູ, ສະຫວ່າງ, ສັກຢາ, ສັກສີ, ສັກກະລະບູຊາ, ສ່າເຫຼົ້າ, ເສັດສິ້ນ, ລ້າງສ່ວຍ, ສ່ວຍສາອາກອນ.
o ຊະຊາຍ, ຊະດິນ, ຊັກເຄື່ອງ, ຊັກຈູງ, ຊັນຊວນ, ຊ່າລື, ເຊັດມື, ຜ້າເຊັດ, ຊ່ວຍເຫຼືອ, ຊົດຊ່ວຍ.
o ຖັກແສ່ວ, ຖັດຈາກນັ້ນ, ຖໍ່ເຮືອ, ໄມ້ຖໍ່, ຄວາຍເຖິກ
o ທັກທ້ວງ, ທັດດອກໄມ້: ແທບກາຍໃຈ, ທໍ່ໃດ, ທໍ່ຢາງ, ທໍ່ນໍ້າ, ທ່ຽງຄືນ, ທ່ຽງທໍາ.
o ດົ້ງຝັດເຂົ້າ, ຝ່າຝືນ, ຕາຝາດ, ສອງຝ່າຍ
o ຟາດເຂົ້າ, ໝາກຟ່າ, ແສ້ຟາດ
o ຜັກກາດ, ໄມ້ໄຜ່, ໄຜ່ໜາມ, ຜິດຖຽງ, ຜຸດຜ່ອງ, ຜູ່ນໍ້າ, ແຜ່ຜາຍ, ເອື້ອເຟື້ອເພື່ອແຜ່.
o ພັກເຊົາ, ພັກພວກ, ພັກຜ່ອນ, ໄພ່ພົນ, ໄພ່ເມືອງ, ງູພິດ, ຢາພິດ, ແມງພູ່, ແພ່ລູກ
o ແຫ່ຂະບວນ, ແຫກຄຸກ, ເຫື່ອອອກ
o ຫີນແຮ່, ແຮກນາ, ແຮກໝານ, ເຮື່ອເຮືອງ.
• ຄໍາທີ່ໃຊ້ໄມ້ມາຍ ແລະ ໄມ້ມ້ວນ
o ໄມ້ມາຍ: ຄໍາລາວ: ໄປໄດ້, ງາໄຊ, ຕົ້ນໄມ້, ງາໄຊ, ໄຖນາ, ຂີ້ໄຫ້, ຢູ່ໄກ, ບ່າໄຫຼ່, ໄລ່ໜີ, ໂຕ້ໄກ້... ຄໍາບາລີ ແລະ ພາສາຕ່າງປະເທດ: ວິໄນ, ສະໄໝ, ອາໄສ, ປັດໄຈ, ອະສົງໄຂ, ອາໄລ, ນິດໄສ, ໄຕ້ຫວັນ, ບຣູໄນ, ໄຊງ່ອນ, ຊຽງໄຮ, ໄສຍະສາດ, ໄຮ່ສາລີ, ຂັ້ນໄດ, ໄຕ້ໄຟ, ໝາໄນ, ຫຼິ້ນໄພ້...
o ໄມ້ມ້ວນ: ພາສາລາວ: ຢູ່ໃກ້, ຫົວສີໃຄ, ໜ້າໃຄ່, ຂີ້ໃຫງ່, ຫົວໃຈ, ໄປໃສ, ໃສ່ໃຈ, ຮັບໃຊ້, ໃຮ່ນາ, ຫ່ວງໃຍ, ຜູ້ໃດ, ຕັບໃຕ, ທິດໃຕ້, ໃນເຮືອນ, ຄົນໃບ້, ໃຝ່ຝັນ, ລູກໃພ້, ເອົາໃຫ້, ປັບໃໝ, ຫຼົງໃຫຼ...
• ຫຼັກເຄື່ອງໝາຍວັກຕອນມີ 18: ໝາຍຈຸດ , ຈໍ້າ . ຈໍ້າຈຸດ ; ສອງຈໍ້າ : ສາມຈໍ້າ ... ຂີດຕໍ່ - ຂີດກ້ອງ _ ໝາຍຖາມ ? ທ້ວງ ! ວົງຢືມ “” ວົງເລັບ ( ) ວົງຕັດ ໝາຍລື້ມ ” ໝາຍຊໍ້າ ໆ ໝາຍແລະອື່ນໆ ໆລໆ ໝາຍຈໍ້າໆ ຫຼື ເສັ້ນໄຂ່ປາ (..................) ຍະຫວ່າງ ແລະ ຫຍໍ້ໜ້າ.
• ຄໍາທີ່ຂຽນຖືກຕາມຄວາມໝາຍຂອງບາລີ-ສັນສະກິດ
ລາຊະການ, ຊະນິດ, ເສດຖະກິດ, ຊີວະປະຫວັດ, ຍຸດໂທບາຍ, ສິລະປະ, ປານີປານອມ, ປາກົດ, ປັດໄຈ, ປັດຈຸບັນ, ສະມາຊິກ, ສະຕິ, ກໍາມາຊີບ, ຫັດຖະກໍາ, ສຸຂະພາບ, ສຸຂາພິບານ, ປາຖະໜາ, ວາສະໜາ, ສາສະໜາ, ມາດຕາ, ນາຍົກ, ໄວຍາກອນ, ອະນາຄົດ, ອະນຸບານ, ອະນາໄມ, ລົມພາຍຸ, ເອກະລາດ, ສະຕະວັດ, ລາສະດອນ, ໄພ່ພົນ, ສະມັດຖະພາບ, ທັດສະນີຍະພາບ, ເທສະການ, ພິພິດທະພັນ, ປະກາສະນີຍະບັດ, ກໍາມາທິການ, ເທສະໜາ, ບັນພະບຸລຸດ, ເນລະເທດ, ວັດຈະນານຸກົມ. ອຸດສາຫະກໍາ, ອະທິການບໍດີ.

ບົດຄົ້ນຄວ້າພາສາລາວ ມ7 ເສັງຈົບຊັ້ນ
ພາກທິດສະດີ
ບົດທີ1: ການອ່ານຈັບໃຈຄວາມສໍາຄັນ ແລະ ການອ່ານຫຍໍ້ຄວາມ
1. ການອ່ານແມ່ນຫຍັງ?
ແມ່ນໝາກຫົວໃຈຂອງການສຶກສາທຸກລະດັບ ແລະ ເປັນເຄື່ອງມືໃນການສະແຫວງຫາຄວາມຮູ້ເລື່ອງຕ່າງໆ.
2. ການອ່ານທີ່ດີມີປະສິດທິພາບຕ້ອງເຮັດແນວໃດ?
ຕ້ອງຈັບໃຈຄວາມໄດ້, ສາມາດສະຫຼຸບສາລະສໍາຄັນຂອງເລື່ອງໄດ້.
3. ການອ່ານຈັບໃຈຄວາມໝາຍເຖິງຫຍັງ?
ໝາຍເຖິງການອອ່ານເພື່ອຈັບໃຈຄວາມ ຫຼື ຂໍ້ຄິດ, ຄວາມຄິດຫຼັກຂອງຂໍ້ຄວາມ ຫຼື ເລື່ອງອ່ານ
4. ການອ່ານຈັບໃຈຄວາມສໍາຄັນແມ່ນແນວໃດ?
• ພິຈາລະນາເທື່ອລະຫຍໍ້ໜ້າ ແລ້ວຊອກຫາໃຈຄວາມສໍາຄັນຂອງແຕ່ລະຫຍໍ້ໜ້າ
• ຕັດສ່ວນທີ່ເປັນລາຍລະອຽດອອກ
• ສະຫຼຸບໃຈຄວາມສໍາຄັນດ້ວຍສໍານວນຂອງຕົນເອງ
5. ແນວທາງການອ່ານຈັບໃຈຄວາມໃຫ້ບັນລຸຈຸດປະສົງມີຫຍັງແດ່?
• ຕັ້ງຈຸດມຸ່ງໝາຍໃນການອ່ານໃຫ້ຊັດເຈນ
• ສໍາຫຼວດສ່ວນປະກອບຂອງໜັງສືໂດຍຜ່ານໆ
• ທໍາຄວາມເຂົ້າໃຈລັກສະນະຂອງໜັງສື
• ໃຊ້ຄວາມສາມາດທາງພາສາໃນດ້ານການແປຄວາມໝາຍ
• ໃຊ້ປະສົບການ ຫຼື ຄວາມຮູ້ກ່ຽວກັບເລື່ອງທີ່ອ່ານ
6. ຂັ້ນຕອນການອ່ານຈັບໃຈຄວາມສໍາຄັນມີຫຍັງແດ່?
• ອ່ານຜ່ານໆ
• ອ່ານໃຫ້ລະອຽດ
• ອ່ານຊໍ້າຕອນທີ່ບໍ່ເຂົ້າໃຈ
• ຮຽງໃຈຄວາມສໍາຄັນຂອງເລື່ອງດ້ວຍຕົນເອງ
7. ຫຼັກການຈັບໃຈຄວາມສໍາຄັນມີຫຍັງແດ່?
• ຕັ້ງຈຸດມຸ່ງໝາຍໃນການອ່ານໃຫ້ຊັດເຈນ
• ອ່ານເລື່ອງລາວແບບຄ້າວໆ ພໍເຂົ້າໃຈ
• ເມື່ອອ່ານຈົບໃຫ້ຕັ້ງຄໍາຖາມ
• ນໍາສິ່ງທີ່ສະຫຼຸບໄດ້ມາຮຽບຮຽງໃຈຄວາມສໍາຄັນໃໝ່
8. ການອ່ານຫຍໍ້ຄວາມໝາຍເຖິງຫຍັງ?
ການອ່ານໂດຍສະຫຼຸບເນື້ອຄວາມໃຫ້ສັ້ນລົງກວ່າເກົ່າ ມີລັກສະນະກະທັດຮັດ ແລະ ໄດ້ໃຈຄວາມສໍາຄັນ ແລະ ຄົບຖ້ວນ.
9. ຈຸດປະສົງຂອງການອ່ານຫຍໍ້ຄວາມມີຈຸດປະສົງໃດແດ່?
ມີ 3 ຈຸດປະສົງ: ເກັບກໍາເນື້ອເລື່ອງ, ເກັບກໍາຄວາມຄິດ, ເກັບກໍາຄວາມຮູ້ເພື່ອວິໄຈ
10. ປະໂຫຍດຂອງການອ່ານຫຍໍ້ຄວາມມີຫຍັງແດ່?
• ໃຊ້ເກັບຂໍ້ມູນເພື່ອຂຽນບົດຫັດແຕ່ງ ແລະ ລາຍງານວິຊາການ
• ໃຊ້ເພື່ອທົບທວນຄວາມຄິດຄວາມຈໍາໃນຕໍາລາຮຽນ
• ໃຊ້ສະຫຼຸບຕອນຈົບຂອງບົດລາຍງານວິຊາການ
11. ສິ່ງຈໍາເປັນໃນການຫຍໍ້ຄວາມມີຫຍັງແດ່?
• ຄວາມເຂົ້າໃຈພື້ນຖານກ່ຽວກັບເລື່ອງທີ່ຈະສະຫຼຸບ
• ຄວາມຄິດຫຼັກທີ່ເປັນຈຸດຫຼັກຂອງເລື່ອງ
• ຄວາມຊັດເຈນຂອງບົດສະຫຼຸບຄວາມ
ບົດທີ2: ການອ່ານເພື່ອພັດທະນາຄວາມຮູ້ຕົນເອງ
12. ການອ່ານໜັງສືຫຼາຍປະເພດຊ່ວຍຫຍັງເຮົາແດ່?
ຊ່ວຍພັດທະນາໃຫ້ມີສະຕິປັນຍາເພິ່ມຂຶ້ນ ສາມາດປັບຕົວເຂົ້າກັບສິ່ງແວດລ້ອມ ແລະ ຢູ່ໃນສັງຄົມຢ່າງມີຄວາມສຸກ
13. ຄົນທີ່ຮອບຮູ້ແມ່ນຄົນແນວໃດ?
ແມ່ນຄົນທີ່ມັກສະແຫວງ ຫຼື ຮັບຟັງສິ່ງຕ່າງໆຢູ່ສະເໝີ
14. ຄວາມຮູ້ທີ່ໄດ້ຈາກການອ່ານມີຫຍັງແດ່?
• ຄວາມຮູ້ກ່ຽວກັບເຫດການຊີວິດປະຈໍາວັນ
• ຄວາມເລື່ອງສຸຂານາໄມ
• ຄວາມຮູ້ທົ່ວໄປ
15. ຄວນອ່ານໜັງສືປະເພດໃດ ເພື່ອພັດທະນາຄວາມຮູ້ໃຫ້ທັນກັບເຫດການຕ່າງໆ?
ກ. ວາລະສານ ຂ. ໜັງສືພິມ
ຄ. ບົດຄວາມວິຊາການ ງ. ໜັງສືວິທະຍາສາດ
ບົດທີ3: ການຂຽນບົດວິເຄາະ
16. ບົດວິເຄາະໝາຍເຖິງຫຍັງ?
ແມ່ນບົດແຕ່ງທີ່ຄົ້ນຄວ້າ ແລະ ຈໍາແນກເຂົ້າເລິກກ່ຽວກັບລັກສະນະຕ່າງໆໃນບັນຫາໃດໜຶ່ງ, ບົດປະພັນໃດໜຶ່ງ ຫຼື ຕົວລະຄອນໃດໜຶ່ງ ໂດຍມີການຕີລາຄາຕາມທັດສະນະ ແລະ ຄວາມຄິດຂອງຜູ້ວິເຄາະ
17. ບົດວິເ

ຫັດແຕ່ງທີ່ມັກອອກກວດກາ ແລະ ເສັງມ4 ມ.5-6  ມ.7 ແລະ ກຽມນັກຮຽນເກັ່ງ ມ.4 -ມ.7📖ລວມຊຸດປຶ້ມຫັດແຕ່ງ 123 ບົດ (ແຕ່ງຕົວຈີງ 68ບົດ + ໂຄ...
18/03/2025

ຫັດແຕ່ງທີ່ມັກອອກກວດກາ ແລະ ເສັງ
ມ4 ມ.5-6 ມ.7 ແລະ ກຽມນັກຮຽນເກັ່ງ ມ.4 -ມ.7

📖ລວມຊຸດປຶ້ມຫັດແຕ່ງ 123 ບົດ (ແຕ່ງຕົວຈີງ 68ບົດ + ໂຄງຮ່າງ 55ບົດ ແລະ ຕີຄວາມໝາຍ 270 ບົດ )

#ແບ່ງປັນໃຫ້ໃນລາຄາພິເສດ
👉110.000ກິບ/ຊດ 1ຊຸດ3ຫົວ (ໜຶ່ງແສນສິບໄດ້3ຫົວ) ສົ່ງທົ່ວປະເທດ...ພ້ອມສົ່ງມື້ນີ້ ສັ່ງກ່ອນໄດ້ກ່ອນ.

📲ສົນໃຈຕິດຕໍ່ :
ຫລື 020 92982401
ຫລື ທັກໄດ້ທາງຂໍ້ຄວາມ

ແຈກຫັດແຕ່ງທີ່ມັກອອກກວດກາ ອອກເສັງ #ປຶ້ມມີພ້ອມສົ່ງ ສົນໃຈສັ່ງຊື້ທັກຫາທາງຂໍ້ຄວາມເພຈເລີຍເດີ
14/03/2025

ແຈກຫັດແຕ່ງທີ່ມັກອອກກວດກາ ອອກເສັງ

#ປຶ້ມມີພ້ອມສົ່ງ ສົນໃຈສັ່ງຊື້ທັກຫາທາງຂໍ້ຄວາມເພຈເລີຍເດີ

ເສັງ ແລະ ກວດກາ ອອກໃນນີ້ ຫັດແຕ່ງ ມ.4 ມ.5 ມ.6 ມ.7 #ປຶ້ມມີພ້ອມສົ່ງ ສົນໃຈສັ່ງປຶ້ມທັກຫາທາງຂໍ້ຄວາມເດີ
12/03/2025

ເສັງ ແລະ ກວດກາ ອອກໃນນີ້ ຫັດແຕ່ງ ມ.4 ມ.5 ມ.6 ມ.7

#ປຶ້ມມີພ້ອມສົ່ງ ສົນໃຈສັ່ງປຶ້ມທັກຫາທາງຂໍ້ຄວາມເດີ

Address

ลาว
Vientiane

Telephone

+8562095227277

Website

Alerts

Be the first to know and let us send you an email when ຫັດແຕ່ງ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Business

Send a message to ຫັດແຕ່ງ:

Share

Category