VisaLearn Contact information, map and directions, contact form, opening hours, services, ratings, photos, videos and announcements from VisaLearn, Vientiane.

VisaLearn is a page dedicated to helping Lao citizens and expats residing in Laos understand the visa application process for travel abroad, with a focus on destinations such as Australia, New Zealand, the USA, Canada, the UK, and the Schengen area.

15/08/2026

ການເລືອກລະຫວ່າງ IELTS ແລະ PTE ສຳລັບຍື່ນວີຊາອົດສະຕຣາລີ ຫຼື ຍື່ນຮຽນຕໍ່ ແມ່ນໜຶ່ງໃນຄຳຖາມທີ່ນັກຮຽນ-ນັກສຶກສາສົນໃຈຫຼາຍທີ່ສຸດ. ທັງສອງແບບ ຜ່ານສຳນັກງານກວດຄົນເຂົ້າເມືອງຂອງອົດສະຕຣາລີ (Department of Home Affairs - DHA) ຄືກັນ, ແຕ່ມີຮູບແບບການສອບຕ່າງກັນຢ່າງຊັດເຈນເຊັ່ນ:

- IELTS (Academic / General Training): ແບບທົດສອບມາດຕະຖານສາກົນທີ່ຄົນລາວເຮົາຄຸ້ນເຄີຍກັນດີ. ການເສັງແມ່ນເສັງໃສ່ຄອມພິວເຕີ, ແຕ່ພາກ ການເວົ້າ (Speaking) ຈະແມ່ນການລົມກັບກຳມະການ (ຄົນແທ້ໆ) ແບບ 1-on-1.

- PTE (Academic): ແບບທົດສອບທີ່ເສັງໃສ່ ຄອມພິວເຕີ 100% ໃນທຸກພາກສ່ວນ ແລະ ໃຊ້ AI ໃນການກວດຂໍ້ສອບ ທັງໝົດ (ລວມທັງພາກການເວົ້າ ແລະ ການຂຽນ).

💡 #ແນະນໍາສໍາລັບນ້ອງໆ
ຖ້າເປົ້າໝາຍຕົ້ນຕໍຂອງນ້ອງໆຄື "ຍື່ນວີຊາອົດສະຕຣາລີໃຫ້ຜ່ານໄວ ແລະ ເຮັດຄະແນນໄດ້ຕາມເກນງ່າຍທີ່ສຸດ" 👉 PTE ເປັນຕົວເລືອກທີ່ນິຍົມຫຼາຍໃນປະຈຸບັນ ເພາະສາມາດຝຶກໃຊ້ເຕັກນິກ ເພື່ອເອົາຄະແນນຈາກ AI ໄດ້ງ່າຍກວ່າ.

ແຕ່ຖ້ານ້ອງໆເປັນຄົນທີ່ມີພື້ນຖານພາສາອັງກິດແໜ້ນຢູ່ແລ້ວ, ມັກສື່ສານແບບທຳມະຊາດ ແລະ ບໍ່ໄດ້ຟ້າວເລື່ອງເວລາ 👉 IELTS ກໍຍັງເປັນຕົວເລືອກທີ່ດີທີ່ສຸດ.

ສໍາລັບນ້ອງໆຄົນໃດທີ່ຢາກເສັງທັງ IELTS ແລະ PTE ສາມາດຕິດຕໍ່ສອບຖາມພວກເຮົາໄດ້ເດີ້ ທີ່ເບີ 020 9552 6468

————————————————————-
✏️ແລ້ວນ້ອງໆເດ ມີໃຜສົນໃຈໄປຮຽນຕໍ່ຢູ່ອົດສະຕາລິ ຫຼື ນິວຊີແລນ ບໍ່??
〽️ຮຽນຕໍ່ອົດສະຕາລີ ຫຼື ນິວຊີແລນ ບໍ່ແມ່ນເລື່ອງຍາກອີກຕໍ່ໄປ ‼️
〽️ພ້ອມມີໂຮງຮຽນໃຫ້ນ້ອງໆເລືອກອີກຫຼາກຫລາຍ🤩
ພວກເຮົາຍິນດີໃຫ້ຄຳປຶກສາ ຟຣີ‼️
ຄົບຈົບໃນບ່ອນດຽວເບິ່ງແຍງຕັ້ງແຕ່ຕົ້ນຈົນຈົບການສຶກສາ💡👨‍🎓
ກົດ Like ກົດ Share ກົດຕິດຕາມ ເພື່ອຮັບຊາບຂໍ່ມູນຂ່າວສານ ແລະ ສາລະຄວາມຮູ້ດີໆ ຈາກພວກເຮົາ👍✨💡
ສອບຖາມຂໍ້ມູນເພິ່ມເຕີມໄດ້ທີ່:
📞 020 9552 6468

15/08/2026

ຖ້ານ້ອງໆເປັນຄົນໜຶ່ງທີ່ມີຄວາມຝັນຢາກໄປຮຽນຕໍ່ໃນປະເທດທີ່ມີລະບົບການສຶກສາຕິດອັນດັບໂລກ, ໄດ້ພັດທະນາພາສາອັງກິດແບບກ້າວກະໂດດ, ແລະ ມີໂອກາດເຮັດວຽກພາດທາມ (Part-time) ຢ່າງຖືກກົດໝາຍ?

ອົດສະຕຣາລີ 🇦🇺 ຄືຄໍາຕອບທີ່ຕອບໂຈດທີ່ສຸດ! ແລະ ທີ່ Phoukhoun Education Centre, ພວກເຮົາມີທີມງານມືອາຊີບທີ່ພ້ອມເບິ່ງແຍງນ້ອງໆແຕ່ມື້ເລີ່ມແລ່ນເອກະສານ ຈົນຮອດມື້ຮຽນຈົບ

🌟 ເປັນຫຍັງຕ້ອງເລືອກຮຽນຕໍ່ ອົດສະຕຣາລີ ກັບພວກເຮົາ?
- ຄໍາປຶກສາຟຣີ! ແນະນໍາຫຼັກສູດ, ໂຮງຮຽນ, ແລະ ເມືອງທີ່ເໝາະສົມກັບງົບປະມານ ແລະ ເປົ້າໝາຍຂອງນ້ອງໆ.

- ເບິ່ງແຍງເລື່ອງເອກະສານ ແລະ ວີຊາ: ທີມງານຊ່ວຍກວດເຊັກ ແລະ ກຽມເອກະສານຢ່າງລະອຽດ ເພື່ອເພີ່ມໂອກາດໃນການຜ່ານວີຊາສູງສຸດ.

- ຫຼາກຫຼາຍສະຖາບັນ: ບໍ່ວ່າຈະເປັນ ຄອດສພາສາອັງກິດ, ວິຊາຊີບ (VET), ຫຼື ປະລິນຍາຕີ-ໂທ ຈາກມະຫາວິທະຍາໄລຊັ້ນນໍາ.

- ຊ່ວຍເຫຼືອຕະຫຼອດເສັ້ນທາງ: ຕັ້ງແຕ່ມື້ເລີ່ມສະໝັກ ຈົນຮອດການກຽມຕົວເດີນທາງ, ບິນໄປເຖິງອົດສະຕຣາລີ ຈົນເຖິງມື້ຮຽນຈົບ

ຢ່າປ່ອຍໃຫ້ໂອກາດຫຼຸດລອຍໄປ! ບໍ່ວ່ານ້ອງໆຈະມີພື້ນຖານພາສາອັງກິດລະດັບໃດ, ພວກເຮົາມີທາງເລືອກທີ່ເໝາະສົມໃຫ້ສະເໝີ ຕິດຕໍ່ເພື່ອສອບຖາມລາຍລະອຽດໄດ້ທີ່ເບີ 020 9552 6468

————————————————————-
✏️ແລ້ວນ້ອງໆເດ ມີໃຜສົນໃຈໄປຮຽນຕໍ່ຢູ່ອົດສະຕາລິ ຫຼື ນິວຊີແລນ ບໍ່??
〽️ຮຽນຕໍ່ອົດສະຕາລີ ຫຼື ນິວຊີແລນ ບໍ່ແມ່ນເລື່ອງຍາກອີກຕໍ່ໄປ ‼️
〽️ພ້ອມມີໂຮງຮຽນໃຫ້ນ້ອງໆເລືອກອີກຫຼາກຫລາຍ🤩
ພວກເຮົາຍິນດີໃຫ້ຄຳປຶກສາ ຟຣີ‼️
ຄົບຈົບໃນບ່ອນດຽວເບິ່ງແຍງຕັ້ງແຕ່ຕົ້ນຈົນຈົບການສຶກສາ💡👨‍🎓
ກົດ Like ກົດ Share ກົດຕິດຕາມ ເພື່ອຮັບຊາບຂໍ່ມູນຂ່າວສານ ແລະ ສາລະຄວາມຮູ້ດີໆ ຈາກພວກເຮົາ👍✨💡
ສອບຖາມຂໍ້ມູນເພິ່ມເຕີມໄດ້ທີ່:
📞 020 9552 6468

23/07/2026

ນ້ອງໆຄົນໃດທີ່ກໍາລັງວ່າງແຜນຢາກໄປເຮັດວຽກຢູ່ອົດສະຕຣາລິ ເສັ້ນທາງການໄປຮຽນຕໍ່ແມ່ນເສັ້ນທາງທີ່ງ່າຍທີ່ສຸດ ເພາະການເລືອກສາຂາຮຽນແມ່ນສຳຄັນຫຼາຍ ໂດຍສະເພາະສາຂາທີ່ຢູ່ໃນ "ລາຍຊື່ວິຊາຊີບທີ່ຂາດແຄນ (Skills Priority List)" ເພາະມັນຈະເພີ່ມໂອກາດໃນການຂໍວີຊາເຮັດວຽກຕໍ່ຫຼັງຮຽນຈົບ (Graduate Visa) ເຊິ່ງຈະມີສາຂາວິຊາຊີບໃດ ເຮົາມາເບິ່ງກັນເລີຍ:

👨‍🍳 ສາຍອາຫານ & ການໂຮງແຮມ (Commercial Cookery / Hospitality): ຮຽນເປັນ Chef, ຄົນເຮັດຂະໜົມ (Pastry) ຫຼື ຜູ້ບໍລິຫານຈັດການໂຮງແຮມ/ຮ້ານອາຫານ. ນີ້ຄືສາຍງານທີ່ມີຕຳແໜ່ງວ່າງຕະຫຼອດປີ.

🩺 ສາຍການດູແລ & ສຸຂະພາບ (Aged Care / Childcare / Disability Care): ສາຍບົວລະບັດດູແລຜູ້ສູງອາຍຸ, ເດັກນ້ອຍ ຫຼື ຜູ້ພິການ. ເປັນສາຍງານທີ່ບູມສຸດໆ ແລະ ມີຄວາມຕ້ອງການສູງຫຼາຍໃນອົດສະຕຣາລີ.

💻 ສາຍໄອທີ & ເຕັກໂນໂລຊີ (Information Technology): ບໍ່ວ່າຈະເປັນ Cyber Security, Web Development, ຫຼື Network Systems.

🏗️ ສາຍຊ່າງເຕັກນິກ (Automotive / Construction): ຊ່າງແປງລົດ, ຊ່າງໄຟຟ້າ, ຊ່າງໄມ້. ບອກເລີຍວ່າຢູ່ອົດສະຕຣາລີ ຄ່າແຮງງານຂອງສາຍຊ່າງແມ່ນສູງເປັນອັນດັບຕົ້ນໆ!

#ເງື່ອນໄຂການສະໝັກ (ກຽມໂຕແນວໃດ?)
ວຸດທິການສຶກສາ: ຈົບມັດທະຍົມຕອນປາຍ (ມ.7) ຂຶ້ນໄປ.
- ລະດັບພາສາອັງກິດ: ໃຊ້ຄະແນນ IELTS ປະມານ 5.5 (ຫຼື PTE 42) ຂຶ້ນໄປ.

: ຖ້າຄະແນນພາສາບໍ່ເຖິງ, ບໍ່ຕ້ອງຕົກໃຈ! ເຮົາສາມາດສະໝັກຮຽນຄອດພາສາອັງກິດ (ELICOS) ຢູ່ອົດສະຕຣາລີກ່ອນ ປະມານ 10-20 ອາທິດ ແລ້ວເຂົ້າຮຽນຕໍ່ວິຊາຊີບໄດ້ເລີຍ.

ຖ້ານ້ອງໆຕ້ອງການຄໍາແນະນໍາເພີ່ມຕື່ມ ສາມາດສົ່ງມາຖາມທີມງານ Phoukhoun Education Centre ໄດ້ເລີຍເດີ້

————————————————————-
✏️ແລ້ວນ້ອງໆເດ ມີໃຜສົນໃຈໄປຮຽນຕໍ່ຢູ່ອົດສະຕາລິ ຫຼື ນິວຊີແລນ ບໍ່??
〽️ຮຽນຕໍ່ອົດສະຕາລີ ຫຼື ນິວຊີແລນ ບໍ່ແມ່ນເລື່ອງຍາກອີກຕໍ່ໄປ ‼️
〽️ພ້ອມມີໂຮງຮຽນໃຫ້ນ້ອງໆເລືອກອີກຫຼາກຫລາຍ🤩
ພວກເຮົາຍິນດີໃຫ້ຄຳປຶກສາ ຟຣີ‼️
ຄົບຈົບໃນບ່ອນດຽວເບິ່ງແຍງຕັ້ງແຕ່ຕົ້ນຈົນຈົບການສຶກສາ💡👨‍🎓
ກົດ Like ກົດ Share ກົດຕິດຕາມ ເພື່ອຮັບຊາບຂໍ່ມູນຂ່າວສານ ແລະ ສາລະຄວາມຮູ້ດີໆ ຈາກພວກເຮົາ👍✨💡
ສອບຖາມຂໍ້ມູນເພິ່ມເຕີມໄດ້ທີ່:
📞 020 9552 6468

14/07/2026

ນ້ອງໆ ມ.7 ຫຼື ໃຜທີ່ກຳລັງຊອກຫາບ່ອນຮຽນຕໍ່ ຟັງທາງນີ້! 📣 Phoukhoun Education Centre ມີຫຼັກສູດລະດັບ International ມາແນະນຳ. ນັ້ນກໍຄື ສາຂາ Logistics Management (ການຈັດການໂລຈິສຕິກ) ຫຼັກສູດຈາກ University of Gloucestershire ປະເທດອັງກິດ ແຕ່ຮຽນຢູ່ທີ່ UEF ເມືອງໂຮ່ຈີມິນ, ປະເທດຫວຽດນາມ!

📍 ເປີດຮັບສະໝັກແລ້ວ: ສໍາລັບສົກຮຽນ ເດືອນພະຈິກ 2026 (November 2026 Intake)
🔥 ຄວາມພິເສດຂອງຫຼັກສູດນີ້ ມີຫຍັງແດ່?
- ຮຽນເປັນພາສາອັງກິດ 100%: ຫຼັກສູດສາກົນ ແຕ່ ບໍ່ຕ້ອງມີຄະແນນພາສາອັງກິດໃນມື້ສະໝັກ ກໍສາມາດຍື່ນຮຽນໄດ້ເລີຍ! (ພຽງແຕ່ຕ້ອງເສັງໃຫ້ໄດ້ IELTS 5.5 ກ່ອນຂຶ້ນປີ 3 ເທົ່ານັ້ນ).

- ໃບປະລິນຍາຕີລະດັບໂລກ: ຮຽນຢູ່ຫວຽດນາມ ແຕ່ໄດ້ຮັບໃບປະລິນຍາຕີໂດຍກົງຈາກ University of Gloucestershire (ອັງກິດ) 🇬🇧.

- ຮຽນນຳຕົວຈິງ: ບໍ່ໄດ້ຮຽນແຕ່ໃນຕຳລາ! ນ້ອງໆຈະໄດ້ໄປທັດສະນະສຶກສາຢູ່ບໍລິສັດແທ້, ຮ່ວມ Workshop ກັບຊ່ຽວຊານໃນວົງການ, ແລະ ເຮັດວຽກຮ່ວມກັບພາກສ່ວນທຸລະກິດໂລຈິສຕິກລະດັບສາກົນ.

- ຮູ້ຈັກກັບ UEF (Ho Chi Minh City University of Economics and Finance)
🎓 UEF ເປັນມະຫາວິທະຍາໄລເອກະຊົນຊື່ດັງ ທີ່ສ້າງຕັ້ງຂຶ້ນໃນປີ 2007 ປັດຈຸບັນມີນັກສຶກສາຫຼາຍກວ່າ 20,000 ຄົນ.

- ຕັ້ງຢູ່ໃຈກາງເສດຖະກິດ: ແຄມປັສຕັ້ງຢູ່ ເມືອງໂຮ່ຈີມິນ ເຊິ່ງເປັນສູນກາງເສດຖະກິດ ແລະ ການເງິນທີ່ໃຫຍ່ທີ່ສຸດຂອງຫວຽດນາມ ເຕັມไปด้วยບໍລິສັດຂ້າມຊາດ ແລະ ໂອກາດເຮັດວຽກ.

- ຄ່າຮຽນຈັບຕ້ອງໄດ້: ເລີ່ມຕົ້ນພຽງແຕ່ $4,300 ຕໍ່ປີ ເທົ່ານັ້ນ (ໄດ້ຮຽນຫຼັກສູດອັງກິດ ໃນລາຄາເອເຊຍ!).

- ເຄືອຂ່າຍທຸລະກິດແຂງແຮງ: ເປັນພັນທະມິດກັບບໍລິສັດຫຼາຍກວ່າ 1,000 ແຫ່ງ, ຊ່ວຍຊອກບ່ອນຝຶກງານ ແລະ ຮອງຮັບການເຮັດວຽກ ໂດຍມີ ອັດຕາການໄດ້ຮັບວຽກເຮັດຫຼັງຈົບສູງເຖິງ 95%!

🎁 ສິດທິພິເສດ ແລະ ທຶນການສຶກສາ (Scholarship)
💡 ສໍາລັບນ້ອງໆທີ່ມີພື້ນຖານພາສາອັງກິດແລ້ວ:
- ຫາກມີຄະແນນ IELTS 5.0+ ຮັບທຶນການສຶກສາສ່ວນຫຼຸດຄ່າຮຽນທັນທີ 30% - 50%
- ແຖມຍັງສາມາດຮຽນຈົບໄວແບບ Fast-track ພາຍໃນ 3 - 3.5 ປີ ເທົ່ານັ້ນ!

ສົນໃຈສະໝັກ ຫຼື ປຶກສາຂໍ້ມູນເພີ່ມເຕີມໄດ້ທີ່ເບີ 020 9552 6468

————————————————————-
✏️ແລ້ວນ້ອງໆເດ ມີໃຜສົນໃຈໄປຮຽນຕໍ່ຢູ່ອົດສະຕາລິ ຫຼື ນິວຊີແລນ ບໍ່??
〽️ຮຽນຕໍ່ອົດສະຕາລີ ຫຼື ນິວຊີແລນ ບໍ່ແມ່ນເລື່ອງຍາກອີກຕໍ່ໄປ ‼️
〽️ພ້ອມມີໂຮງຮຽນໃຫ້ນ້ອງໆເລືອກອີກຫຼາກຫລາຍ🤩
ພວກເຮົາຍິນດີໃຫ້ຄຳປຶກສາ ຟຣີ‼️
ຄົບຈົບໃນບ່ອນດຽວເບິ່ງແຍງຕັ້ງແຕ່ຕົ້ນຈົນຈົບການສຶກສາ💡👨‍🎓
ກົດ Like ກົດ Share ກົດຕິດຕາມ ເພື່ອຮັບຊາບຂໍ່ມູນຂ່າວສານ ແລະ ສາລະຄວາມຮູ້ດີໆ ຈາກພວກເຮົາ👍✨💡
ສອບຖາມຂໍ້ມູນເພິ່ມເຕີມໄດ້ທີ່:
📞 020 9552 6468

14/07/2026
04/07/2026

ມື້ນີ້ Phoukhoun Education Centre ມີຂ່າວສຳຄັນມາແຈ້ງໃຫ້ຊາບ ສຳລັບໃຜທີ່ມີແຜນຈະເດີນທາງ, ໄປຮຽນຕໍ່ ຫຼື ຍ້າຍຖິ່ນຖານໄປປະເທດອົດສະຕາລີ. ທາງການອົດສະຕາລີໄດ້ມີການປະກາດປັບຂຶ້ນຄ່າທຳນຽມວີຊ່າ (Visa Fees) ປະເພດຕ່າງໆ ຢ່າງເປັນທາງການແລ້ວເດີ້!
ລອງມາເຊັກເບິ່ງລາຍລະອຽດລາຄາໃໝ່ (ໂດລາອົດສະຕາລີ AUD) ນຳກັນເລີຍ:

🎓 1. ວີຊ່ານັກຮຽນ (Student Visa - Subclass 500)
ລາຄາເກົ່າ: $2,000
ປັບເພີ່ມ: +$50
💰 ລາຄາໃໝ່: $2,050(ໝາຍເຫດ: ຄ່າທຳນຽມ Subsequent $700 ສຳລັບການຕໍ່ວີຊ່ານັກຮຽນຮອບທີ 2 ແມ່ນຍັງຄືເກົ່າ)

💼 2. ວີຊ່າເຮັດວຽກຫຼັງຈົບການສຶກສາ (Temporary Graduate Visa - Subclass 485)
ລາຄາເກົ່າ: $4,600
ປັບເພີ່ມ: +$1,150
💰 ລາຄາໃໝ່: $5,750

🛠️ 3. ວີຊ່າທັກສະທີ່ເປັນທີ່ຕ້ອງການ (Skills in Demand Visa - Subclass 482)
ລາຄາເກົ່າ: $3,210
ປັບເພີ່ມ: +$805
💰 ລາຄາໃໝ່: $4,015

💑 4.⁠ ⁠ວີຊ່າຄູ່ຄອງ (Partner Visa - Subclass 820, 801 / 309, 100)
ລາຄາເກົ່າ: $9,365
ປັບເພີ່ມ: +$2,345
💰 ລາຄາໃໝ່: $11,710

⚖️ 5. ຍື່ນອຸທອນ
Visa Appeal (ART): $3,580 ປັບເພີ່ມ +$147 ➡️ ລາຄາໃໝ່: $3,727

6.⁠ ⁠Bridging Visa B (BVB): $195 ປັບເພີ່ມ +$380 ➡️ ລາຄາໃໝ່: $575

ການປັບຂຶ້ນລາຄາໃນຄັ້ງນີ້ຖືວ່າຂຶ້ນຂ້ອນຂ້າງຫຼາຍໃນຫຼາຍໆ ປະເພດວີຊ່າ. ດັ່ງນັ້ນ, ສຳລັບນ້ອງໆ ຫຼື ຜູ້ປົກຄອງ ທ່ານໃດທີ່ມີແຜນຈະຍື່ນວີຊ່າ ຄວນກຽມຄວາມພ້ອມດ້ານເອກະສານ ແລະ ວາງແຜນງົບປະມານໃຫ້ຮັດກຸມກວ່າເກົ່າ ເພື່ອບໍ່ໃຫ້ເກີດຂໍ້ຜິດພາດໃນການຍື່ນຂໍວີຊ່າ.

📥 ສົນໃຈປຶກສາເລື່ອງການຮຽນຕໍ່ຕ່າງປະເທດ, ການກຽມເອກະສານວີຊ່າ ຫຼື ຢາກສອບຖາມຂໍ້ມູນເພີ່ມເຕີມ ສາມາດທັກຫາພວກເຮົາໄດ້ເລີຍທີ່ອິນບັອກ (Inbox) ຕະຫຼອດ 24 ຊົ່ວໂມງ! ພວກເຮົາພ້ອມໃຫ້ຄຳປຶກສາທຸກຂັ້ນຕອນຢ່າງມືອາຊີບ.

————————————————————-
✏️ແລ້ວນ້ອງໆເດ ມີໃຜສົນໃຈໄປຮຽນຕໍ່ຢູ່ອົດສະຕາລິ ຫຼື ນິວຊີແລນ ບໍ່??
〽️ຮຽນຕໍ່ອົດສະຕາລີ ຫຼື ນິວຊີແລນ ບໍ່ແມ່ນເລື່ອງຍາກອີກຕໍ່ໄປ ‼️
〽️ພ້ອມມີໂຮງຮຽນໃຫ້ນ້ອງໆເລືອກອີກຫຼາກຫລາຍ🤩
ພວກເຮົາຍິນດີໃຫ້ຄຳປຶກສາ ຟຣີ‼️
ຄົບຈົບໃນບ່ອນດຽວເບິ່ງແຍງຕັ້ງແຕ່ຕົ້ນຈົນຈົບການສຶກສາ💡👨‍🎓
ກົດ Like ກົດ Share ກົດຕິດຕາມ ເພື່ອຮັບຊາບຂໍ່ມູນຂ່າວສານ ແລະ ສາລະຄວາມຮູ້ດີໆ ຈາກພວກເຮົາ👍✨💡
ສອບຖາມຂໍ້ມູນເພິ່ມເຕີມໄດ້ທີ່:
📞 020 9552 6468

04/07/2026

ຂ່າວດີສຳລັບນ້ອງໆ ທີ່ກຳລັງຊອກຫາບ່ອນຮຽນຕໍ່ຕ່າງປະເທດ! Phoukhoun Education Centre ຈັບມືຮ່ວມກັບ 2 ສະຖາບັນການສຶກສາຊັ້ນນຳ ຈາກສິງກະໂປ ແລະ ໄທ ພ້ອມຕ້ອນຮັບນັກຮຽນລາວແລ້ວ! 🎉

ຕອນນີ້ນ້ອງໆສາຮຽນຕໍ່ຕ່າງປະເທດໃກ້ບ້ານ, ມາດຕະຖານລະດັບໂລກ ໄປກັບ Phoukhoun Education Centre ໄດ້ແລ້ວ ເຊິ່ງມີ 2 ສະຖາບັນ ຈາກ 2 ປະເທດດັ່ງນີ້:

🇸🇬 1. Educare Global Academy (EGA) – ປະເທດສິງກະໂປ

- ສະຖາບັນການສຶກສາເອກະຊົນຊັ້ນນຳ ທີ່ເນັ້ນການຮຽນຮູ້ແບບລົງມືປະຕິບັດຈິງ (Applied Learning) ເພື່ອຕອບໂຈດຕະຫຼາດແຮງງານຍຸກໃໝ່.

- ຫຼັກສູດເດັ່ນ: Business Management, Hospitality & Culinary Arts (ການໂຮງແຮມ ແລະ ສິລະປະການປຸງແຕ່ງອາຫານ), Logistics, Computing ແລະ ປັນຍາປະດິດ (AI).

- ຈຸດເດັ່ນ: ຕັ້ງຢູ່ໃຈກາງສິງກະໂປ, ຫ້ອງຮຽນທັນສະໄໝ, ມີສະຕູດິໂອຄົວ ແລະ ຫ້ອງຈຳລອງການໂຮງແຮມ, ພ້ອມໂອກາດຮຽນ
ຕໍ່ ປະລິນຍາຕີ-ໂທ ທີ່ໄດ້ຮັບການຢັ້ງຢືນລະດັບສາກົນ.

🌐 ສຶກສາເພີ່ມເຕີມ: https://ega.edu.sg/about-us/

🇹🇭 2. Shinawatra University (SIU) – ປະເທດໄທ
ມະຫາວິທະຍາໄລນານາຊາດຊັ້ນນຳ ທີ່ຕິດອັນດັບ TOP 250 ມະຫາວິທະຍາໄລໃນອາຊີ (QS Asia University Rankings 2026) ຕັ້ງຢູ່ໃກ້ໆ ກຸງເທບ (ປະທຸມທານີ).

- ຫຼັກສູດເດັ່ນ: BBA (ບໍລິຫານທຸລະກິດ - ການຄ້າລະຫວ່າງປະເທດ/ການຕະຫຼາດ), ເຕັກໂນໂລຊີສາລະສົນເທດ (IT), ວິສະວະກຳສາດ, ແລະ Liberal Arts.

- ຈຸດເດັ່ນ: ຫຼັກສູດນານາຊາດ (ຮຽນເປັນພາສາອັງກິດ), ສັງຄົມມີຄວາມຫຼາກຫຼາຍ (ນັກຮຽນຕ່າງຊາດຫຼາຍກວ່າ 55%), ແຄມປັດທັນສະໄໝ ແລະ ເປັນມິດຕໍ່ສິ່ງແວດລ້ອມ (Green Campus).

🌐 ສຶກສາເພີ່ມເຕີມ: https://siu.ac.th/

ສໍາລັບນ້ອງໆຄົນໃດທີ່ສົນໃຈ ສາມາດຕິຕໍ່ສອບຖາມເຂົ້າມາໄດ້ທີ່ເບີ: 020 9552 6468.

————————————————————-
✏️ແລ້ວນ້ອງໆເດ ມີໃຜສົນໃຈໄປຮຽນຕໍ່ຢູ່ອົດສະຕາລິ ຫຼື ນິວຊີແລນ ບໍ່??
〽️ຮຽນຕໍ່ອົດສະຕາລີ ຫຼື ນິວຊີແລນ ບໍ່ແມ່ນເລື່ອງຍາກອີກຕໍ່ໄປ ‼️
〽️ພ້ອມມີໂຮງຮຽນໃຫ້ນ້ອງໆເລືອກອີກຫຼາກຫລາຍ🤩
ພວກເຮົາຍິນດີໃຫ້ຄຳປຶກສາ ຟຣີ‼️
ຄົບຈົບໃນບ່ອນດຽວເບິ່ງແຍງຕັ້ງແຕ່ຕົ້ນຈົນຈົບການສຶກສາ💡👨‍🎓
ກົດ Like ກົດ Share ກົດຕິດຕາມ ເພື່ອຮັບຊາບຂໍ່ມູນຂ່າວສານ ແລະ ສາລະຄວາມຮູ້ດີໆ ຈາກພວກເຮົາ👍✨💡
ສອບຖາມຂໍ້ມູນເພິ່ມເຕີມໄດ້ທີ່:
📞 020 9552 6468

04/07/2026

ມີນ້ອງໆ ແລະ ໝູ່ເພື່ອນຫຼາຍຄົນທັກເຂົ້າມາຖາມຕະຫຼອດວ່າ: "ຢາກໄປຮຽນຕໍ່, ຮຽນພາສາ ຫຼື ໄປອັບສະກິລທີ່ອົດສະຕຣາລີ ຕ້ອງມີເງິນໃນກະເປົ໋າເທົ່າໃດ ເຖິງຈະໄປໄດ້?"
ມື້ນີ້ພວກເຮົາສະຫຼຸບຕົວເລກຈິງ ມາດຕະຖານປີ 2026 ມາໃຫ້ເບິ່ງແບບຈະແຈ້ງ ເທື່ອລະຂັ້ນຕອນ! ບອກເລີຍວ່າ... ບໍ່ໄດ້ຍາກ ແລະ ບໍ່ໄດ້ແພງຢ່າງທີ່ຄິດ ຖ້າເຮົາວາງແຜນຖືກວິທີ 👇

#ສ່ວນທີ 1: ງົບກ້ອນທຳອິດ (ຈ່າຍກ່ອນອອກເດີນທາງ)
ປົກກະຕິແລ້ວ ເຮົາບໍ່ຈຳເປັນຕ້ອງຈ່າຍຄ່າຮຽນທັງໝົດໃນເທື່ອດຽວ ແຕ່ຈະຈ່າຍເປັນຄ່າວາງມັດຈຳງວດທຳອິດ ເພື່ອເອົາໃບຢືນຢັນການຮຽນ (CoE) ໄປຍື່ນວີຊາ:

#ຄ່າຮຽນງວດທຳອິດ (Tuition Fee Deposit):
- ສາຍຮຽນພາສາ (ELICOS): ປະມານ $3,000 - $5,000 AUD (ຮຽນປະມານ 4-6 ເດືອນ)
- ສາຍວິຊາຊີບ (Diploma/VET): ປະມານ $2,000 - $4,000 AUD
- ສາຍມະຫາວິທະຍาໄລ (Uni): ປະມານ $10,000 - $18,000 AUD (ຄ່າຮຽນ 1 ເທອມ)
- ຄ່າປະກັນສຸຂະພາບນັກຮຽນ (OSHC): ປະມານ $550 - $700 AUD (ບັງຄັບຄຸ້ມຄອງຕະຫຼອດໄລຍະເວລາຮຽນ)
- ຄ່າທຳນຽມວີຊານັກຮຽນ (Subclass 500): $2,000 AUD
- ຄ່າກວດສຸຂະພາບ + ສະແກນລາຍນິ້ວມື: ປະມານ $800 AUD ຕໍ່ປີ
- ຄ່າປີ້ຍົນ (ຂາດຽວ): ປະມານ $500 - $900 AUD (ຂຶ້ນກັບຊ່ວງເວລາ)

ສະຫຼຸບງົບກ້ອນທຳອິດທີ່ຕ້ອງຈ່າຍແທ້:
⚡️ ສາຍຮຽນພາສາ / ວິຊາຊີບ: ກຽມໄວ້ເລີ່ມຕົ້ນປະມານ $6,500 - $9,000 AUD (ປະມານ 4,500 - 6,000 USD)
⚡️ ສາຍມະຫາວິທະຍາໄລ: ກຽມໄວ້ເລີ່ມຕົ້ນປະມານ $13,500 - $21,000 AUD (ປະມານ 9,000 - 14,000 USD)

#ສ່ວນທີ 2: ເງິນໂຊວ໌ໃນບັນຊີ (Statement ຍື່ນວີຊາ)
ອັນນີ້ຄື "ເງິນສະແດງຄວາມພ້ອມ" ຢູ່ໃນບັນຊີທະນາຄານ ເພື່ອໃຫ້ອິມມິເກຣຊັ່ນໝັ້ນໃຈວ່າເຮົາມີງົບພໍໃຊ້ຊີວິດຢູ່ພຸ້ນ (ເງິນນອນໃນບັນຊີ ບໍ່ໄດ້ຈ່າຍແທ້).

- ເກນຄ່າຄອງຊີບຫຼ້າສຸດ: ຕ້ອງໂຊວ໌ຢ່າງໜ້ອຍ $29,710 AUD ຕໍ່ປີ.

💡 ຄຳແນະນຳ: ຄວນມີເງິນນອນໃນບັນຊີ (ຂອງໂຕເອງ ຫຼື ຜູ້ສະປອນເຊີ) ປະມານ $40,000 - $45,000 AUD ຂຶ້ນໄປ ເພື່ອໃຫ້ວີຊາມີໂອກາດຜ່ານສູງສຸດ!

#ສ່ວນທີ 3: ຄ່າຄອງຊີບເມື່ອໄປຮອດອົດສະຕຣາລີ (ຕໍ່ອາທິດ)
ຫຼັງຈາກບິນໄປຮອດແລ້ວ ນີ້ຄືຄ່າໃຊ້ຈ່າຍສະເລ່ຍຕໍ່ອາທິດຂອງນັກຮຽນ (ສາມາດເຮັດວຽກ Part-time ເພື່ອຊ່ວຍຊັບພອດສ່ວນນີ້ໄດ້):

🏠 ຄ່າທີ່ພັກ (Share room/House): $250-$600 AUD
🍏 ຄ່າອາຫານ (ເຮັດກິນເອງ): $80 - $150 AUD
🚌 ຄ່າເດີນທາງ (ລົດໄຟ/ລົດເມ): $30 - $60 AUD
📱 ຄ່າໂທລະສັບ + ອິນເຕີເນັດ: $20-$45 AUD
🎈 ຄ່າໃຊ້ຈ່າຍສ່ວນຕົວ/ທ່ຽວ: $50 - $100 AUD
💰 ລວມແລ້ວຕົກຢູ່ປະມານ: $370 - $780 AUD / ອາທິດ

ຕົວເລກທັງໝົດນີ້ແມ່ນການປະເມີນເບື້ອງຕົ້ນ ເພາະຄ່າໃຊ້ຈ່າຍແທ້ໆ ຈະຂຶ້ນກັບ "ເມືອງ" ທີ່ເລືອກຢູ່ ແລະ "ຄ່າຮຽນ" ທີ່ເລືອກຮຽນ (ບາງເມືອງຄ່າຄອງຊີບຖືກກວ່າທີ່ຄິດຫຼາຍ!).

ໃຫ້ທີມງານຜູ້ຊ່ຽວຊານຂອງພວກເຮົາຊ່ວຍວາງແຜນ, ເລືອກຄvlຮຽນ ແລະ ຄິດໄລ່ງົບປະມານໃຫ້ເໝາະກັບງົບໃນກະເປົ໋າຂອງນ້ອງໆແທ້ໆ ດີກວ່າ! ທັກ Inbox ຫາພວກເຮົາຕອນນີ້ ຫຼື ຄອມເມັ້ນ "ສົນໃຈ" ໃຕ້ໂພສນີ້... ປຶກສາຟຣີ! ວາງແຜນຟຣີ!

————————————————————-
✏️ແລ້ວນ້ອງໆເດ ມີໃຜສົນໃຈໄປຮຽນຕໍ່ຢູ່ອົດສະຕາລິ ຫຼື ນິວຊີແລນ ບໍ່??
〽️ຮຽນຕໍ່ອົດສະຕາລີ ຫຼື ນິວຊີແລນ ບໍ່ແມ່ນເລື່ອງຍາກອີກຕໍ່ໄປ ‼️
〽️ພ້ອມມີໂຮງຮຽນໃຫ້ນ້ອງໆເລືອກອີກຫຼາກຫລາຍ🤩
ພວກເຮົາຍິນດີໃຫ້ຄຳປຶກສາ ຟຣີ‼️
ຄົບຈົບໃນບ່ອນດຽວເບິ່ງແຍງຕັ້ງແຕ່ຕົ້ນຈົນຈົບການສຶກສາ💡👨‍🎓
ກົດ Like ກົດ Share ກົດຕິດຕາມ ເພື່ອຮັບຊາບຂໍ່ມູນຂ່າວສານ ແລະ ສາລະຄວາມຮູ້ດີໆ ຈາກພວກເຮົາ👍✨💡
ສອບຖາມຂໍ້ມູນເພິ່ມເຕີມໄດ້ທີ່:
📞 020 9552 6468

Address

Vientiane

Website

Alerts

Be the first to know and let us send you an email when VisaLearn posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Business

Send a message to VisaLearn:

Shortcuts

Share