LaoNews LaoNews.la ຂ່າວສົດປະຈຳວັນ ຢ່າລຶມກົດຕິດຕາມ

ພັນລະຍາຂອງນາຍົກເນປານຜູ້ເກົ່າເສຍຊີວິດ ຍ້ອນຜູ້ປະທ້ວງຈູດເຮືອນວັນທີ 9 ກັນຍາ ທີ່ເນປານ, ໄດ້ເກີດການປະທ້ວງຂະໜາດໃຫຍ່ ແລະ ຮຸນແຮງ, ...
10/09/2025

ພັນລະຍາຂອງນາຍົກເນປານຜູ້ເກົ່າເສຍຊີວິດ ຍ້ອນຜູ້ປະທ້ວງຈູດເຮືອນ
ວັນທີ 9 ກັນຍາ ທີ່ເນປານ, ໄດ້ເກີດການປະທ້ວງຂະໜາດໃຫຍ່ ແລະ ຮຸນແຮງ, ມີຜູ້ປະທ້ວງຈູດເຜົາເຮືອນ ເຮັດໃຫ້ພັນລະຍາຂອງນາຍົກເນປານຜູ້ເກົ່າໄດ້ເສຍຊີວິດ.

ຄວາມ​ປອດ​ໄພ​ຂອງ​ຕ່ອງ​ໂສ້​ການ​ສະ​ໜອງ​ບໍ່​ສາ​ມາດ​ບັນ​ລຸ​ຜົນ​ເປັນ​ຈິງ​ໂດຍ​ອາ​ໄສ “ການ​ນາບ​ຂູ່​ດ້ານ​ເສດ​ຖະ​ກິດ”ເມື່ອ​ບໍ່​ດົນ​...
13/08/2025

ຄວາມ​ປອດ​ໄພ​ຂອງ​ຕ່ອງ​ໂສ້​ການ​ສະ​ໜອງ​ບໍ່​ສາ​ມາດ​ບັນ​ລຸ​ຜົນ​ເປັນ​ຈິງ​ໂດຍ​ອາ​ໄສ “ການ​ນາບ​ຂູ່​ດ້ານ​ເສດ​ຖະ​ກິດ”
ເມື່ອ​ບໍ່​ດົນ​ມາ​ນີ້ ທ່ານ​ໂດ​ນັນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​ກ່າວ​ວ່າ, ອາ​ເມ​ຣິ​ກາ​ຈະ​ເກັບ​ພາ​ສີ​ປະ​ມານ 100% ຕໍ່​ແຜ່ນ​ຊິບ ແລະ ເຊ​ມີ​ຄອນດັກ​ເຕີ, ແຕ່​ຈະ​ບໍ່​ເກັບ​ນຳ​ບໍ​ລິ​ສັດ​ທີ່ “ສ້າງ​ຕັ້ງ​ໂຮງ​ງານ​ຢູ່​ອາ​ເມ​ຣິ​ກາ”. ທ່ານ​ໂດ​ນັນ ທ​ຣຳ​ເນັ້ນ​ໜັກ​ເປັນ​ພິ​ເສດ​ວ່າ, ຖ້າ​ຜະ​ລິດ​ຢູ່​ອາ​ເມ​ຣິ​ກາ, ຈະ​ບໍ່​ເກັບ​ຄ່າ​ຫຍັງ​ເລີຍ.
ນະ​ໂຍ​ບາຍ​ດັ່ງ​ກ່າວ​ເບິ່ງ​ແລ້ວ​ຄື​ງ່າຍ​ດາຍ, ແຕ່​ໃນ​ຄວາມ​ຈິງ​ແລ້ວ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ອາ​ເມ​ຣິກ​ນຳ​ໃຊ້​ເຄື່ອງ​ມື “ນາບ​ຂູ່​ດ້ານ​ເສດ​ຖະ​ກິດ” ເພື່ອ​ສະ​ແຫວງ​ຫາ​ອັນ​ທີ່​ວ່າ “ຄວາມ​ປອດ​ໄພ​ຂອງ​ຕ່ອງ​ໂສ້​ການ​ສະ​ໜອງ”. ຊຸມ​ປີ​ມໍ່ໆ​ມາ​ນີ້, ອາ​ເມ​ຣິ​ກາ​ໄດ້​ນຳ​ໃຊ້​​ເລ່​ລ່ຽມ​ທີ່​ແນບ​ນຽນ​ໃນ​ຂົງ​ເຂດ​ຕ່ອງ​ໂສ້​ການ​ສະ​ໜອງ​ຂອງ​ໂລກ, ຈາກ​ສົງ​ຄາມ​ການ​ຄ້າ​ຮອດ​ການ​ປິດ​ກັ້ນ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ, ຈາກ​ການ​ບັງ​ຄັບ​ປະ​ເທດ​ພັນ​ທະ​ມິດ​​ໃຫ້ເຂົ້າ​ຂ້າງ​ຝ່າຍ​ຕົນ​ຮອດ​ການ​ປະ​ກາດ​ໃຊ້​ກົດ​ໝາຍ​ທີ່​ກ່ຽວ​ຂ້ອງ​ກັບ​ອຸດ​ສາ​ຫະ​ກຳ​ຕ່າງໆ, ຈຸດ​ປະ​ສົງ​ຕົ້ນ​ຕໍ​​ແມ່ນ​ເຈ​ຕະ​ນາ​ສ້າງ​ຕ່ອງ​ໂສ້​ການ​ສະ​ໜອງ​ຂອງ​ໂລກ​ຄືນ​ໃໝ່, ເຮັດ​ໃ​ຫ້​ຂັ້ນ​ຕອນ​ທີ່​ເປັນຂໍ​ກຸນ​ແຈ​ຂອງ​ຕ່ອງ​ໂສ້​ການ​ສະ​ໜອງ​ກັບ​ຄືນ​ສູ່​ອາ​ເມ​ຣິ​ກາ, ຮັບ​ປະ​ກັນ​ໃຫ້​ຕົນ​ເອງ​ມີ​ສິດ​ນຳ​ພາ​ແບບ​ເດັດ​ຖານ​ໃນ​ເຕັກ​ໂນ​ໂລ​ຊີ​​ທີ່​ເປັນຂໍ​ກຸນ​ແຈ ແລະ ຂົງ​ເຂດ​ອຸດ​ສາ​ຫະ​ກຳ.
ເມື່ອ​ເບິ່ງ​ຈາກ​ແງ່​ມູມ​ອຸດ​ສາ​ຫະ​ກຳ​ແລ້ວ, ອຸດ​ສາ​ຫະ​ກຳແຜ່ນ​ຊິບ ແລະ ​ເຊ​ມີ​ຄອ​ນ​ດັກ​ເຕີ​ແມ່ນ​ອຸດ​ສາ​ຫະ​ກຳ​ໂລ​ກາ​ພິ​ວັດ​ທີ່​ມີ​ລັກ​ສະ​ນະ​ຕົວ​ແທນ, ການ​ແບ່ງ​ງານ​ຂອງ​ຕ່ອງ​ໂສ້​ອຸດ​ສາ​ຫະ​ກຳ​ໃນ​ໂລກ​ມີ​ຄວາມ​ຊັດ​ເຈນ ແລະ ມີ​ການ​ປະ​ສານ​ສົມ​ທົບ​ໃນ​ລະ​ດັບ​ສູງ, ອາ​ເມ​ຣິ​ກາ​ມີ​ຄວາມ​ສາ​ມາດ​ນຳ​ໜ້າ​ໃນ​ການ​ອອກ​ແບບ​ແຜ່ນ​ຊິບ, ເອີ​ຣົບ​ມີ​ທ່າ​ແຮງ​ທີ່​ພົ້ນ​ເດັ່ນ​ໃນ​ດ້ານ​ອຸ​ປະ​ກອນ ແລະ ວັດ​ສະ​ດຸ​ເຊ​ມີ​ຄອນ​ດັກ​ເຕີ, ສຳ​ລັບ​ອາ​ຊີ​ແມ່ນ​ຖານ​ສຳ​ຄັນ​ໃນ​ດ້ານ​ການ​ຜະ​ລິດ​ ​ການປະ​ກອບ ແລະ ທົດ​ລອງ​ແຜ່ນ​ຊິບ. ໂຄງ​ສ້າງ​ແບບ​ນີ້​ໃນ​ໂລກ​ແມ່ນ​ເປັນ​ຮູບ​ເປັນ​ຮ່າງ​ຂຶ້ນ​ຢູ່​ບົນ​ພື້ນ​ຖານ​ຂອງ​ທ່າ​ແຮງ​ດ້ານ​ຊັບ​ພະ​ຍາ​ກອນ, ການ​ສະ​ສົມ​ເຕັກ​ໂນ​ໂລ​ຊີ ແລະ ປະ​ສິດ​ທິ​ຜົນ​ດ້ານ​ຕົ້ນ​ທຶນ​ຢູ່​ປະ​ເທດ ແລະ ເຂດ​ແຄວ້ນ​ຕ່າງໆ, ໄດ້​ຮັບ​ປະ​ກັນ​ການ​ດຳ​ເນີນ​ງານ​ທີ່​ມີ​ປະ​ສິດ​ທິ​ພາບ​ສູງ ແລະ ການ​ປະ​ດິດ​ສ້າງ​ຢ່າງ​ຕໍ່​ເນື່ອງ​ຂອງ​ອຸດ​ສາ​ຫະ​ກຳ. ອາ​ເມ​ຣິ​ກາ​ເກັບ​ພາ​ສີ 100%, ເຈ​ຕະ​ນາ​ບີບ​ບັງ​ຄັບ​ວິ​ສາ​ຫະ​ກິດ​ໃຫ້​ຍົກ​ຍ້າຍ​ກຳ​ລັງ​ການ​ຜະ​ລິດ​​ກັບ​ຄືນ​ສູ່​ອາ​ເມ​ຣິ​ກາ, ບໍ່​ຕ້ອງ​ສົງ​ໄສວ່າ ນີ້​ເປັນ​ການ​ແຊກ​ແຊງ​ຢ່າງ​ປ່າ​ເຖື່ອນ​ຕໍ່​ຕ່ອງ​ໂສ້​ອຸດ​ສາ​ຫະ​ກຳ​ຂອງ​ໂລກ.
ເວົ້າ​ສະ​ເພາະ​ວິ​ສາ​ຫະ​ກິດ​ຂອງ​ອາ​ເມ​ຣິ​ກາ​ແລ້ວ, ນະ​ໂຍ​ບາຍ​ດັ່ງ​ກ່າວ​ອາດ​ຈະ​ສາ​ມາດ​​ຊຸກ​ຍູ້​ໃຫ້​ບາງວິ​ສາ​ຫະ​ກິດ​ກັບ​ຄືນ​ສູ່​ອາ​ເມ​ຣິ​ກາ​ໃນ​ໄລ​ຍະ​ສັ້ນ, ສ້າງ​ໂອ​ກາດ​​ດ້ານການ​ລົງ​ທຶນ ແລະ ປະ​ກອບ​ອາ​ຊີບ​ຈຳ​ນວນ​ໜຶ່ງ​ໃຫ້​ແກ່​ອາ​ເມ​ຣິ​ກາ. ແຕ່​ເມື່ອ​ເບິ່ງ​​ໃນ​ໄລ​ຍະ​ຍາວ​ແລ້ວ​ເຫັນ​ວ່າ, ​ຕົ້ນ​ທຶນ​ການ​ຜະ​ລິດ​ຢູ່​ປະ​ເທດ​ຕົນ​ເພີ່ມ​ຂຶ້ນ​ຈະ​ຫຼຸດ​ຜ່ອນ​ກຳ​ລັງ​ການ​ແຂ່ງ​ຂັນ​ຂອງວິ​ສາ​ຫະ​ກິ​ອາ​ເມ​ຣິ​ກາ​ຢູ່​ຕະຫຼາດ​ທົ່ວ​ໂລກ. ​ຖ້າ​ຫາກບໍ​ລິ​ສັດ​ແອັບ​ເ​ປີ້ນ ແລະ ບໍ​ລິ​ສັດ​ອື່ນໆຍົກ​ຍ້າຍ​ຕ່ອງ​ໂສ້​ການ​ສະ​ໜອງ​ກັບ​ຄືນ​ອາ​ເມ​ຣິ​ກາ​ເພື່ອຫຼີກ​ລ່ຽງ​ພາ​ສີ, ຕົ້ນ​ທຶນ​ຜະ​ລິດ​ຕະ​ພັນ​ຍ່ອມ​ຈະ​ເພີ່ມ​ຂຶ້ນ​ຢ່າງຫຼວງຫຼາຍ, ທ່າ​ແຮງ​ດ້ານ​ລາ​ຄາ​ໃນ​ຕະຫຼາດ​ສາ​ກົນ​ກໍ​ຈະ​ສູນ​ເສຍ​ໄປ​ເລີຍ. ນອກ​ນັ້ນ, ຕ່ອງ​ໂສ້​ອຸດ​ສາ​ຫະ​ກຳ​ຢູ່​ອາ​ເມ​ຣິ​ກາ​ບໍ່​ສົມ​ບູນ, ຄວາມ​ຄົບ​ຖ້ວນ ແລະ ຄວາມ​ຄ່ອງ​ແຄ້ວ​ຂອງ​ຕ່ອງ​ໂສ້​ການ​ສະ​ໜອງ​ບໍ່​ເທົ່າ​ໂຄງ​ສ້າງ​ໂລ​ກາ​ພິ​ວັດ, ຄວາມ​ສ່ຽງ​ດ້ານ​ການ​ບໍ​ລິ​ຫານ​ຂອງວິ​ສາ​ຫະ​ກິດ​ກໍ​ຈະ​ເພີ່ມ​ຂຶ້ນ​ໄປ​ພ້ອມກັນ.
ເມື່ອ​ເບິ່ງ​ຈາກ​ທົ່ວ​ໂລກ​ແລ້ວ​ເຫັນ​ວ່າ, ນະ​ໂຍ​ບາຍ​ພາ​ສີ​ຂອງ​ອາ​ເມ​ຣິ​ກາ​ຈະ​ພາ​ໃຫ້​ເກີດ​ຜົນ​ກະ​ທົບ​ຕາມ​ມາ​ເພາະ​ຈະເຮັ​ດໃ​ຫ້​ຕ່ອງ​ໂສ້​ອຸດ​ສາ​ຫະ​ກຳ​ແຜ່ນ​ຊິບ​ຂອງ​ໂລກ​ແຍກ​ຕົວອອກ​ຢ່າງ​ກະ​ແຈກ​ກະ​ຈາຍ. ປະ​ເທດ​ອື່ນ​ຢາກ​ຮັບ​ມື​ກັບ​ລັດ​ທິ​ປົກ​ປ້ອງ​ການ​ຄ້າ​ຂອງ​ອາ​ເມ​ຣິ​ກາ, ຈະ​ເລັ່ງ​ລັດ​ສ້າງ​ຕ່ອງ​ໂສ້​ອຸດ​ສາ​ຫະ​ກຳ​ແຜ່ນ​ຊິບ​ຢູ່​ປະ​ເທດ​ຕົນ ຫຼື ພາກ​ພື້ນ​ຕົນ, ເພື່ອຫຼຸດ​ຜ່ອນ​ເພີ່ງ​ພາ​ການ​ອາ​ໄສ​ອາ​ເມ​ຣິ​ກາ. ນີ້​ຈະຫຼຸດ​ຜ່ອນ​ປະ​ສິດ​ທິ​ພາບ​ດ້ານ​ການ​ຈັດ​ສັນ​ຊັບ​ພະ​ຍາ​ກອນ​ໃນ​ທົ່ວ​ໂລກ​ໃຫ້​ຕ່ຳ​ລົງ, ຄວາມ​ໄວ​ແຫ່ງ​ການ​ປະ​ດິດ​ສ້າງ​ໃໝ່​ໃນ​ອຸດ​ສາ​ຫະ​ກຳ​ແຜ່ນ​ຊິບ​ກໍ​ຈະ​ຊ້າ​ລົງ​ຍ້ອນ​ການ​ຮ່ວມ​ມື​ສາ​ກົນ​ຖືກ​ສະ​ກັດ​ກັ້ນ. ພ້ອມ​ກັນ​ນັ້ນ, ສະ​ພາບຄວາມ​ເຄັ່ງ​ຕຶງ​ຂອງ​ການ​ຄ້າ​ທົ່ວ​ໂລກ​ຈະ​ຮຸນ​ແຮງ​ຂຶ້ນ​ຕື່ມ​ອີກ, ລະ​ບຽບ​ການ​ຄ້າ​ສາ​ກົນ​ໄດ້​ຖືກ​​ທຳລາຍ​ຢ່າງ​ໜັກ​ໜ່ວງ ແລະ ບາດ​ກ້າວ​ແຫ່ງ​ການ​ຟື້ນ​ຟູ​ເສດ​ຖະ​ກິດ​ໂລກ​ກໍ​ຈະ​ຖືກ​ກີດ​ຂວາງ.
ຄວາມ​ປອດ​ໄພ​ທີ່​ແທ້​ຈິງ​ຂອງ​ຕ່ອງ​ໂສ້​ການ​ສະ​ໜອງ​ຄວນ​ສ້າ​ງ​ຂຶ້ນ​ຢູ່​ບົນ​ພື້ນ​ຖານ​ແຫ່ງ​ການ​ຮ່ວມ​ມື​ທົ່ວ​ໂລກ​ທີ່​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ, ແຕ່​ບໍ່​ແມ່ນ​ບັນ​ລຸ​ຜົນ​ເປັນ​ຈິງ​ໂດຍ​ຜ່ານ​ “ການ​ນາບ​ຂູ່​ດ້ານ​ເສດ​ຖະ​ກິດ”. ຄຳ​ນາບ​ຂູ່​ກ່ຽວ​ກັບ​ການເພີ່ມ​ພາ​ສີ​ຂອງ​ທ່ານ​ໂດ​ນັນ ທ​ຣຳ​ອາດ​ຈະ​ແລກ​​ມາ​ໄດ້​ພິ​ທີ​ວາງ​ສີ​ລາ​ຈາ​ລຶກ​ສ້າງ​​ຕັ້ງໂຮງ​ງານ​ບໍ່​ເທົ່າ​ໃດຫຼັງ, ແຕ່​ບໍ່​ສາ​ມາດ​ບຳ​ລຸງ​ສ້າງ​ກຳ​ລັງ​ແຂ່ງ​ຂັນ​ດ້ານ​ອຸດ​ສາ​ຫະ​ກຳ​ແບບ​ຍືນ​ຍົງ​ຢ່າງ​ແທ້​ຈິງ. ປະ​ເທດ​ຕ່າງໆ​ໃນ​ໂລກ​ຄວນ​ສຸມ​ຄວາມ​ພະ​ຍາ​ຍາມ​ພ້ອມ​ກັນ, ປະ​ຕິ​ບັດ​ຕາມຫຼັກ​ການ​ທີ່​ເປີດ​ປະ​ຕູ​ສູ່​ພາຍນອກ ຮ່ວມ​ມື ຍຸ​ຕິ​ທຳ ແລະ ທ່ຽງ​ທຳ, ຮັກ​ສາ​ຄວາມ​ໝັ້ນ​ທ່ຽງ ແລະ ຄວາມ​ໂລ່ງ​ລ່ຽ​ນຂອງ​ຕ່ອງ​ໂສ້​ອຸດ​ສາ​ຫະ​ກ ແລະ ຕ່ອງ​ໂສ້​ການ​ສະ​ໜອງ​ຂອງ​ໂລກ​ເພື່ອຊຸກ​ຍູ້​ການ​ພັດ​ທະ​ນາ​ຢ່າງ​ປອດ​ໄສ​ຂອງ​ເສດ​ຖະ​ກິດ​ໂລກ.

cr ວິເຄາະສະຖານະການ锐视评

ທ່ານ ທຣຳ ປະກາດແລ້ວ, ຈະເກັບອັດຕາພາສີຕໍ້ປະເທດທົ່ວໂລກໃນ 10%-41%. ລາວ-ມຽນມາຮັບໄປ 40% ອັດຕາພາສີ, ສູງສຸດແມ່ນຊິເຣຍໄດ້ຮັບ 41%. ຄ...
01/08/2025

ທ່ານ ທຣຳ ປະກາດແລ້ວ, ຈະເກັບອັດຕາພາສີຕໍ້ປະເທດທົ່ວໂລກໃນ 10%-41%. ລາວ-ມຽນມາຮັບໄປ 40% ອັດຕາພາສີ, ສູງສຸດແມ່ນຊິເຣຍໄດ້ຮັບ 41%. ຄຳ​ສັ່ງຈະມີຜົນສັກສິດນັບແຕ່ວັນທີ 7 ສິງຫານີ້.

ສ້າງຂະບວນການອອກແຮງງານ ຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ອົງຄະນະພັກກະຊວງ ປກສ ຄັ້ງທີ VI===============         ກະຊວງປ້ອງກັນຄວາມສະຫ...
18/07/2025

ສ້າງຂະບວນການອອກແຮງງານ ຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ອົງຄະນະພັກກະຊວງ ປກສ ຄັ້ງທີ VI
===============
ກະຊວງປ້ອງກັນຄວາມສະຫງົບ ໄດ້ສ້າງຂະບວນການອອກແຮງງານລວມ ເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ຄັ້ງທີ VI ທີ່ຈະເປີດຂຶ້ນໃນມໍ່ໆນີ້ ໃນວັນທີ 18 ກໍລະກົດ 2025, ນໍາພາສ້າງຂະບວນການໂດຍ ພົຈວ ແສງທອງ ເກື້ອບຸນລໍ່າ ຮອງຫົວໜ້າຫ້ອງວ່າການ ກະຊວງປ້ອງກັນຄວາມສະຫງົບ, ມີຄະນະພັກ-ຄະນະບັນຊາ, ອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍພະນັກງານ, ນາຍ ແລະ ພົນຕໍາຫຼວດ ເຂົ້າຮ່ວມ.
ພົຈວ ແສງທອງ ເກື້ອບຸນລໍ່າ ໃຫ້ສໍາພາດວ່າ: ການສ້າງຂະບວນການອອກແຮງງານລວມຄັ້ງນີ້ ເພື່ອເປັນການຂໍ່ານັບຮັບຕ້ອນວັນສໍາຄັນຕ່າງໆຂອງພັກ-ຂອງຊາດ ໂດຍສະເພາະ ແມ່ນເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຂອງອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ຄັ້ງທີ VI ທີ່ຈະເປີດຂຶ້ນໃນມໍ່ໆນີ້. ພ້ອມນີ້, ກໍເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຂອງພັກ ຄັ້ງທີ XII, ກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກນະຄອນຫຼວງວຽງຈັນ, ແລະ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ (20 ກໍລະກົດ 1955-20 ກໍລະກົດ 2025) ໃຫ້ເປັນຂະບວນການຢ່າງຟົດຟື້ນ, ການອອກແຮງງານໃນຄັ້ງນີ້ ປະກອບມີ, ຄະນະພັກ-ຄະນະບັນຊາ, ນາຍ ແລະ ພົນຕໍາຫຼວດ ຈາກ 4 ພາກສ່ວນ ຄື: ຫ້ອງວ່າການ, ກົມໃຫຍ່ການເມືອງ, ກົມໃຫຍ່ສັນຕິບານ ແລະ ກົມສື່ສານ ເຂົ້າຮ່ວມ.
ການສ້າງຂະບວນການອອກແຮງງານ ແມ່ນໄດ້ພ້ອມກັນອານາໃນຂອບເຂດຕຶກກະຊວງປ້ອງກັນຄວາມສະຫງົບ ເຊິ່ງໄດ້ພ້ອມກັນປັດກວາດເດີ່ນດ້ານໜ້າ, ດ້ານຫຼັງ, ດ້ານຂ້າງ, ລົກຫຍ້າບໍລິເວນອ້ອມຮອບກໍາແພງ ແລະ ໄດ້ລ່ວງຮ່ອງລະບາຍນໍ້າ ພ້ອມທັງສີດນໍ້າລະບາຍ ເພື່ອເຮັດໃຫ້ມີຄວາມສະອາດຈົບງາມ ທັງເປັນການສະກັດກັ້ນແຫຼ່ງເພາະພັນຍຸງລາຍໃນລະດູຝົນ ເພື່ອຄວາມພອດໄພຈາກພະຍາດໄຂ້ຍຸງລາຍ ແລະ ເຮັດໃຫ້ພາຍໃນຕຶກກະຊວງປ້ອງກັນຄວາມສະຫງົບມີຄວາມເປັນລະບຽບຮຽບຮ້ອຍ.
ພາບ-ຂ່າວ: ແກ້ວ ອຸເພັດ

cr ຄວາມສະຫງົບ Lao Security News

ທ່ານ ທອງລຸນ ສີສຸລິດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ ເບລາຣຸດຊີ.........ໃນວັນທີ 17 ກໍລະກົດນີ້, ທີ່ທໍານຽບປະທານປະເ...
18/07/2025

ທ່ານ ທອງລຸນ ສີສຸລິດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນ ສ ເບລາຣຸດຊີ.........
ໃນວັນທີ 17 ກໍລະກົດນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ມາກຊິມ ຣືເຊັນກົບ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ ເບລາຣຸດຊີ ແລະ ຄະນະ, ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 16-18 ກໍລະກົດ 2025.
ໃນໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງ ຕໍ່ການຢ້ຽມຢາມຄັ້ງນີ້ ຊຶ່ງຖືເປັນນິມິດໝາຍທີ່ສຳຄັນ ໃນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອ ລະຫວ່າງ ສປປ ລາວ ແລະ ສ ເບລາຣຸດຊີ ໃຫ້ແໜ້ນແຟ້ນຂຶ້ນກວ່າເກົ່າ, ພ້ອມທັງໄດ້ຝາກຄວາມຢື້ຢາມຖາມຂ່າວໄປຍັງ ທ່ານ ອາເລັກຊານເດີ ລູກາເຊັນໂກ ປະທານາທິບໍດີ ແຫ່ງ ສ ເບລາຣຸດຊີ ແລະ ເຊື້ອເຊີນເດີນທາງມາຢ້ຽມຢາມທາງການ ທີ່ ສປປ ລາວ ໃນເວລາທີ່ສະດວກ. ທ່ານ ປະທານປະເທດ ໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສ ເບລາຣຸດຊີ ທີ່ນັບມື້ມີການຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ອັນພົ້ນເດັ່ນແມ່ນການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນການນຳຂັ້ນສູງຂອງສອງປະເທດ ຢ່າງເປັນປະຈຳ. ເຫດການທີ່ມີລັກສະນະປະຫວັດສາດ ແມ່ນການຢ້ຽມຢາມລັດຖະກິດທີ່ ສ ເບລາຣຸດຊີ ຂອງ ທ່ານ ຈູມມາລີ ໄຊຍະສອນ ອະດີດປະທານປະເທດ ແຫ່ງ ສປປ ລາວ, ໃນປີ 2013 ຖືເປັນບາດລ້ຽວໃໝ່ທີ່ສໍາຄັນ ໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະ ຫວ່າງ ສອງປະເທດ ໂດຍໄດ້ມີການລົງນາມເອກະສານຮ່ວມມືນໍາກັນ 12 ສະບັບ. ພ້ອມກັນນີ້, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສໍາເລັດໃນການເລືອກຕັ້ງ ປະທານາທິບໍດີ ສ ເບລາຣຸດຊີ ໃນເດືອນມັງກອນຜ່ານມາ ແລະ ໃນມໍ່ໆມານີ້ ກໍໄດ້ພົບປະກັບ ທ່ານ ອາເລັກຊານເດີ ລູກາເຊັນໂກ ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມບຣິກສ໌ ທີ່ເມືອງກາຊານ ສ ຣັດເຊຍ. ພ້ອມທັງສະແດງຄວາມຊົມເຊີຍ ທີ່ສອງຝ່າຍ ໄດ້ລົງນາມສັນຍາຍົກເວັ້ນວີຊາ ສໍາລັບຜູ້ຖືໜັງສືຜ່ານແດນທໍາມະດາ ລະຫວ່າງ ສປປ ລາວ ແລະ ສ ເບລາຣຸດຊີ ຊຶ່ງຈະກາຍເປັນສິ່ງອຳນວຍຄວາມສະດວກໃນການໄປມາຫາສູ່ກັນ ລະຫວ່າງ ປະຊາຊົນສອງປະເທດ. ພ້ອມທັງ ໄດ້ຢືນຢັນເຖິງຄວາມມຸ້ງຫວັງຂອງ ສປປ ລາວ ຈະສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງ ສອງພັກການເມືອງ, ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາ, ການທ່ອງທ່ຽວ, ວັດທະນະທໍາ, ສາທາລະນະສຸກ, ພະລັງງານ, ບໍ່ແຮ່ ແລະ ຂະແໜງການອື່ນໆ ທີ່ສອງປະເທດມີທ່າແຮງ ແລະ ມີຜົນປະໂຫຍດຮ່ວມກັນ.
ໃນຕອນທ້າຍ, ທ່ານ ທອງລຸນ ສີສຸລິດ ໄດ້ເນັ້ນໃຫ້ສອງກະຊວງການຕ່າງປະເທດ ເຮັດວຽກຮ່ວມກັນ ເພື່ອຈັດຕັ້ງຜັນຂະຫຍາຍບັນດາຂໍ້ຕົກລົງທີ່ການນໍາຂອງສອງປະເທດ ໄດ້ຕົກລົງຮ່ວມກັນ ໃຫ້ປະກົດຜົນເປັນຮູບປະທໍາ.
ໃນຂະນະດຽວກັນ, ທ່ານ ມາກຊິມ ຣືເຊັນກົບ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ນໍາເອົາຄວາມຢື້ຢາມຖາມຂ່າວຈາກ ປະທານາທິບໍດີ ແຫ່ງ ສ ເບລາຣຸດຊີ ມາຍັງ ປະທານປະເທດ ແຫ່ງ ສປປ ລາວ ພ້ອມທັງໄດ້ເຊື້ອເຊີນ ທ່ານ ປະທານປະເທດແຫ່ງ ສປປ ລາວ ໄປຢ້ຽມຢາມ ສ ເບລາຣຸດຊີ ໃນເວລາທີ່ເໝາະສົມ ແລະ ໄດ້ແຈ້ງຜົນການພົບປະກັບ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໂດຍຫຍໍ້ໃຫ້ຊາບ ພ້ອມທັງໄດ້ຢືນຢັນວ່າ: ຈະສືບຕໍ່ເຮັດວຽກຮ່ວມກັບຝ່າຍລາວ ຢ່າງໃກ້ຊິດ ເພື່ອຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສອງປະເທດ ໃຫ້ນັບມື້ຈະເລີນງອກງາມຍິ່ງໆຂຶ້ນ.
(ຂ່າວ: ກະຊວງຕ່າງປະເທດ, ພາບ: ແສງຈັນ)

ສ​ປ​ປ ເກົາ​ຫຼີ​ກ່າວ​ປະ​ນາມ“ປຶ້ມ​ປົ​ກ​ຂາວ​ວ່າ​ດ້ວຍ​ການ​ປ້ອງ​ກັນ​ປະ​ເທດ”ຂອງ​ຍີ່​ປຸ່ນ​     ວັນ​ທີ 17 ກໍ​ລະ​ກົດ​ນີ້, ຫົວ​ໜ້າ...
18/07/2025

ສ​ປ​ປ ເກົາ​ຫຼີ​ກ່າວ​ປະ​ນາມ“ປຶ້ມ​ປົ​ກ​ຂາວ​ວ່າ​ດ້ວຍ​ການ​ປ້ອງ​ກັນ​ປະ​ເທດ”ຂອງ​ຍີ່​ປຸ່ນ​
ວັນ​ທີ 17 ກໍ​ລະ​ກົດ​ນີ້, ຫົວ​ໜ້າ​ຫ້ອງ​ການ​ນະ​ໂຍ​ບາຍ​ສຳ​ນັກ​ງານ​ຄົ້ນ​ຄວ້າ​ຍີ່​ປຸ່ນ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ສ​ປ​ປ ເກົາ​ຫຼີ​ໄດ້​ສະ​ແດງຄວາມ​ເຫັນ​ໂດຍ​ກ່າວ​ປະ​ນາມຍີ່​ປຸ່ນ​ທີ່ປະ​ກາດ“ປຶ້ມ​ປົ​ກ​ຂາວ​ວ່າ​ດ້ວຍ​ການ​ປ້ອງ​ກັນ​ປະ​ເທດ”ປີ 2025 ທີ່ລະ​ບຸ​ວ່າ​ມາດ​ຕະ​ການ​ເພີ່ມ​ທະ​ວີ​ກຳ​ລັງ​ທະ​ຫານ​ຂອງ ສປປ ເກົາ​ຫຼີ ແລະ ປະ​ເທ​ດ​ອື່ນໆ​ເປັນ​ການ​ຂົ່ມ​ຂູ່​ທີ່​ຂ້ຽວ​ຂາດ.
ທ່ານ​ເຫັນ​ວ່າ: ຍີ່​ປຸ່ນ​ຊື້ອາ​ວຸດ​ຈຳ​ນວນ​ຫຼວງ​ຫຼາຍ​ຈາກ​ອາ​ເມ​ຣິ​ກາ ແລະ ຈັດ​ວາງ​ອາ​ວຸດ​ທີ່​ຜະ​ລິດ​ຢູ່​ອາ​ເມ​ຣິ​ກາ​ຢ່າງ​ຫຼວງ​ຫຼາຍ ເຊິ່ງ​ເປັນ​ການທຳ​ລາຍ​ສັນ​ຕິ​ພາບ ແລະ ຄວາມ​ໝັ້ນ​ຄົງ​ຂອງ​ພາກ​ພື້ນ​ກໍ​ຄື​ຂອງ​ໂລກ​ຢ່າງ​ໂຫດ​ຮ້າຍ, ເຈຕະ​ນາສ້າງ​ສະ​ພາບ​ເຄັ່ງ​ຕຶງພາຍ​ໃນ​ພາກ​ພື້ນ. ພາກ​ພື້ນ ແລະ ປະ​ຊາ​ຄົ​ມ​ໂລກ​ຄວນ​ຍົກ​ສູງ​ສະ​ຕິ​ລະ​ວັງ​ຕົວ​ຕໍ່​ຄວາມ​ຢາກ​ເປັນ​ປະ​ເທດ​ໃຫຍ່​ດ້ານ​ການ​ທະ​ຫານ​ຂອງ​ຍີ່​ປຸ່ນ​ທີ່​ນັບ​ມື້​ນັບ​ປ່າ​ເຖື່ອນ ແລະ ອັນ​ຕະ​ລາຍ, ພ້ອມ​ທັງສະ​ແດງ​ຄວາມຄັດ​ຄ້ານຕໍ່​ເລື່ອງນີ້​ຢ່າງ​ເດັດ​ດ່ຽວ.

cr CMG FM93

ປະເທດດ້ອຍພັດທະນາ ເປັນປະເທດແບບໃດ? ທ່ານຮູ້ກ່ຽວກັບປະຫວັດ ຄວາມເປັນມາຂອງປະເທດດ້ອຍພັດທະນາ ຫຼື ບໍ່? ແລະ ຖ້າປະເທດໃດໜຶ່ງອອກຈາກສະຖ...
15/07/2025

ປະເທດດ້ອຍພັດທະນາ ເປັນປະເທດແບບໃດ?
ທ່ານຮູ້ກ່ຽວກັບປະຫວັດ ຄວາມເປັນມາຂອງປະເທດດ້ອຍພັດທະນາ ຫຼື ບໍ່? ແລະ ຖ້າປະເທດໃດໜຶ່ງອອກຈາກສະຖານະພາບດ້ອຍພັດທະນາ, ປະເທດນັ້ນຈະຢູ່ໃນສະຖານະພາບໃດ? ບົດຄວາມນີ້ມີຄໍາຕອບ !!!
ນັບແຕ່ປີ 1971 ເປັນຕົ້ນມາ, ອົງການ ສະຫະປະຊາຊາດ (ຫຼື ສປຊ) ໄດ້ກໍານົດສະຖານະພາບ ປະເທດດ້ອຍພັດທະນາ (Least Developed Countries ຫຼື LDCs) ຢ່າງເປັນທາງການ ໂດຍອີງຕາມຍັດຕິ ຂອງສະມັດຊາໃຫຍ່ ອົງການ ສປຊ ສະບັບເລກທີ A/RES/2768, ລົງວັນທີ 18 ພະຈິກ 1971, ເຊິ່ງໄດ້ກໍານົດເອົາບັນດາປະເທດທີ່ມີລາຍຮັບຕໍ່າ ແລະ ປະເຊີນກັບອຸປະສັກທາງດ້ານໂຄງສ້າງຢ່າງໜັກໜ່ວງຕໍ່ການພັດທະນາ ເຂົ້າໃນບັນຊີປະເທດດ້ອຍພັດທະນາ. ໃນນັ້ນ, ສປປ ລາວ ຈຶ່ງຖືກຈັດເຂົ້າໃນບັນຊີປະເທດດ້ອຍພັດທະນາ ນັບແຕ່ນັ້ນມາຈົນເຖິງປັດຈຸບັນ.
ບັນຊີປະເທດດ້ອຍພັດທະນາ ແມ່ນຖືກກໍານົດໂດຍ ຄະນະກໍາມະການດ້ານນະໂຍບາຍເພື່ອການພັດທະນາ ຂອງອົງການ ສປຊ (Committee for Development Policy ຫຼື CDP), ເຊິ່ງໄດ້ກໍານົດ 03 ເງື່ອນໄຂ ຫລື ມາດຖານ ເຊິ່ງລວມມີ: 1) ລາຍຮັບແຫ່ງຊາດສະເລ່ຍຕໍ່ຫົວຄົນ (Gross National Incomes ຫຼື GNI) ໂດຍກໍານົດເປັນສະກຸນເງິນໂດລາສະຫະລັດ; 2) ດັດສະນີຊັບສິນມະນຸດ (Human Assets Index ຫຼື HAI) ໂດຍຄິດໄລ່ຈາກ 0-100; ແລະ 3) ດັດສະນີຄວາມບອບບາງທາງດ້ານເສດຖະກິດ ແລະ ສິ່ງແວດລ້ອມ (Economic and Environmental Vulnerability Index ຫຼື EVI) ໂດຍຄິດໄລ່ຈາກ 0-100. ໃນເບື້ອງຕົ້ນ, ປະເທດທີ່ກໍານົດໃຫ້ຢູ່ໃນສະຖານະພາບດ້ອຍພັດທະນາ ແມ່ນຈະມີລາຍຮັບແຫ່ງຊາດສະເລ່ຍຕໍ່ຫົວຄົນ (GNI) ຈໍານວນ $1,088 ໂດລາສະຫະລັດ ລົງມາ; ດັດສະນີຊັບສິນມະນຸດ (HAI) ໃນຕົວເລກ 60 ຫຼື ໜ້ອຍກວ່າ; ແລະ ດັດສະນີຄວາມບອບບາງທາງດ້ານເສດຖະກິດ ແລະ ສິ່ງແວດລ້ອມ (EVI) ໃນຕົວເລກ 36 ຫຼື ຫຼາຍກວ່າ.
ສໍາລັບເງື່ອນໄຂຂອງປະເທດທີ່ສາມາດຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາໄດ້ນັ້ນ, ປະເທດດັ່ງກ່າວຕ້ອງຜ່ານການປະເມີນ ອີງຕາມມາດຖານ ທັງສາມເງື່ອນໄຂ, ເຊິ່ງໃນປີ 2024 ໄດ້ກໍານົດໄວ້ວ່າ:
1) ລາຍຮັບແຫ່ງຊາດສະເລ່ຍຕໍ່ຫົວຄົນ (GNI) ຕ້ອງມີຈໍານວນ $1,306 ຂຶ້ນໄປ;
2) ດັດສະນີຊັບພະຍາກອນມະນຸດ (HAI) ໃນຕົວເລກ 66 ຫຼື ຫຼາຍກວ່າ; ແລະ
3) ດັດສະນີຄວາມບອບບາງ (EVI) ໃນຕົວເລກ 32 ຫຼື ໜ້ອຍກວ່າ.
ປັດຈຸບັນ, ປະເທດທີ່ຢູ່ໃນບັນຊີດ້ອຍພັດທະນາ ມີທັງໝົດ 44 ປະເທດ ເຊິ່ງໃນນັ້ນ ຢູ່ທະວີບອາຟຣິກາ ມີ 32 ປະເທດ, ຢູ່ພາກພື້ນອາຊີ-ປາຊີຟິກ ມີ 10 ປະເທດ, ຢູ່ພາກພື້ນຕາເວັນອອກກາງ ມີ 01 ປະເທດ ແລະ ຂົງເຂດທະເລກາຣີບຽນ (Caribbean) 01 ປະເທດ, ເຊິ່ງມີລາຍລະອຽດຄື:
📍ໃນທະວີບອາຟຣິກາ ຈໍານວນ 32 ປະເທດ ໄດ້ແກ່: ອັງໂກລາ (Angola), ເບແນັງ (Benin), ບູກິນາຟາໂຊ (Burkina Faso), ບູຣູນດີ (Burundi), ອາຟຣິກາກາງ (Central African Republic), ຊາດ (Chad), ໂກໂມຣົສ (Comoros), ກົງໂກ Congo, ຈິບູຕີ (Djibouti), ອິຣິເທຣຍ (Eritrea); ເອທິໂອປີ (Ethiopia), ກຳເບຍ (Gambia), ກິເນ (Guinea), ກິເນ-ບິຊາວ (Guinea-Bissau), ເລໂຊໂຕ (Lesotho), ໄລບີເຣຍ (Liberia), ມາດາກາສະກາ (Madagascar), ມາລາວີ (Malawi), ມາລີ (Mali), ໂມຣິຕາເນຍ (Mauritania), ໂມຊຳບິກ (Mozambique), ນິເຊ (Niger), ຣູວັນດາ (Rwanda), ເຊເນການ (Senegal) ພວມກະກຽມອອກໃນປີ 2029, ເຊຍຣາເລໂອນ (Sierra Leone), ໂຊມາລີ (Somalia), ຊູດັງໃຕ້ (South Sudan), ຊູດັງ (Sudan), ຕັງຊານີ (Tanzania), ໂຕໂກ (Togo), ອູກັນດາ (Uganda) ແລະ ຊຳເບຍ (Zambia).
📍ພາກພື້ນອາຊີ ແລະ ປາຊີຟິກ ມີຈໍານວນ 10 ປະເທດ: ອາຟະການິດສະຖານ (Afghanistan), ບັງກລາເທດ (Bangladesh) ກຽມອອກໃນປີ 2026, ກໍາປູເຈຍ (Cambodia) ກຽມອອກໃນປີ 2029, ສປປ ລາວ 🇱🇦 (ກຽມອອກໃນປີ 2026), ກິຣີບາຕີ (Kiribati), ມຽນມາ (Myanmar), ເນປານ (Nepal) ກຽມອອກໃນປີ 2026 (ເຄີຍອອກແລ້ວ ແຕ່ກັບເຂົ້າມາຢູ່ໃນສະຖານະພາບດ້ອຍພັດທະນາຄືນ ຍ້ອນໄພພິບັດທາງທໍາມະຊາດ), ໂຊໂລມອນ ໄອແລນ (Solomon Islands) ກຽມອອກໃນປີ 2027, ຕິມໍແລັດສະເຕ (Timor-Leste) ແລະ ຕູວາລູ (Tuvalu).
📍ພາກພື້ນຕາເວັນອອກກາງ ມີ 01 ປະເທດ: ເຢເມນ (Yemen).
📍ຂົງເຂດກາຣີບຽນ (Caribbean) ມີ 01 ປະເທດ: ໄຮຕິ (Haiti).
ບັນດາປະເທດດ້ອຍພັດທະນາ ມີອັດຕາກວມເອົາຄວາມທຸກຍາກຂອງໂລກປະມານ 40% ແລະ ມີປະຊາກອນທັງໝົດກວມເອົາປະມານ 13% ຂອງປະຊາກອນໂລກ ຫຼື ປະມານ 1.16 ຕື້ຄົນ. ນັບແຕ່ປີ 1971 ມາຮອດປັດຈຸບັນ, ມີພຽງແຕ່ 08 ປະເທດເທົ່ານັ້ນ ທີ່ສາມາດຫລຸດພົ້ນຈາກສະຖານະພາບດ້ອຍພັດທະນາ ຄື: ບົດສະວານາ (Botswana) ໃນປີ 1994, ກັບແວກ (Cabo Verde) ໃນປີ 2007, ມານດີບ (Maldives) ໃນປີ 2011, ຊາມົວ (Samoa) ໃນປີ 2014, ເອກວາຕໍຣິອານ ກິເນ (Equatorial Guinea) ໃນປີ 2017, ວານູອາຕູ (Vanuatu) ໃນປີ 2020, ບູຖານ (Bhutan) ໃນປີ 2023 ແລະ ຫຼັງສຸດແມ່ນ ຊາວໂຕເມ ແລະ ປຣິນຊິບ (São Tomé and Príncipe) ໃນປີ 2024.
ຫຼາຍທ່ານອາດຈະສົງໄສ ຫຼື ອາດບໍ່ແນ່ໃຈວ່າ ຫຼັງຈາກບັນດາປະເທດເຫຼົ່ານີ້ອອກຈາກສະຖານະພາບດ້ອຍພັດທະນາໄປແລ້ວ ປະເທດເຫຼົ່ານີ້ຈະຢູ່ໃນສະຖານະພາບໃດ❓ ຈະກາຍເປັນປະເທດທີ່ຈະເລີນ ຫຼື ປະເທດທີ່ພັດທະນາແລ້ວ ເລີຍບໍ່❓ ຄໍາຕອບຄື: ຫຼັງຈາກທີ່ປະເທດເຫຼົ່ານີ້ອອກຈາກສະຖານະພາບດ້ອຍພັດທະນາແລ້ວ, ປະເທດເຫຼົ່ານີ້ກໍຈະຢູ່ໃນສະຖານະພາບເປັນປະເທດ "ກໍາລັງພັດທະນາ" ຫຼື Developing Countries ຄືກັບຫຼາຍໆປະເທດ ເຊັ່ນ: ສປ ຈີນ, ສສ.ຫວຽດນາມ, ໄທ, ອິນໂດເນເຊຍ ແລະ ອຶ່ນໆ, ເຊິ່ງບໍ່ໄດ້ໝາຍຄວາມວ່າຈະກາຍເປັນປະເທດທີ່ຈະເລີນ ຫຼື ພັດທະນາແລ້ວໂດຍທັນທີທັນໃດ ແລະ ບໍ່ໄດ້ໝາຍຄວາມວ່າ ໝົດທຸກຄົນໃນປະເທດຈະພົ້ນທຸກ. ປະເທດເຫຼົ່ານີ້ກໍຍັງຈະຕ້ອງສືບຕໍ່ພັດທະນາເສດຖະກິດ-ສັງຄົມຂອງຕົນ ຕາມແນວທາງຂອງລັດຖະບານປະເທດນັ້ນໆວາງອອກໃນແຕ່ລະໄລຍະ ເພື່ອກ້າວໄປສູ່ການເປັນປະເທດທີ່ພັດທະນາແລ້ວ ຫຼື ໃນພາສາອັງກິດ ເອີ້ນວ່າ “Developed Countries” ເຊັ່ນ: ຝຣັ່ງ, ສະວິດ, ຍີ່ປຸ່ນ ແລະ ອຶ່ນໆ. ນອກນີ້, ໃຫ້ທຸກຄົນເຂົ້າໃຈນຳກັນຕື່ມອີກວ່າ ເຖິງວ່າບັນດາປະເທດທີ່ໄດ້ຮັບສະຖານະພາບວ່າເປັນປະເທດທີ່ພັດທະນາແລ້ວ ກໍບໍ່ໄດ້ໝາຍຄວາມວ່າປະເທດນັ້ນໆ ຈະບໍ່ມີຜູ້ທຸກຍາກ ແລະ ທຸກຄົນໃນປະເທດມີລາຍຮັບທີ່ສູງທັງໝົດ.
ສໍາລັບການປະເມີນຄັ້ງຫຼ້າສຸດ ຂອງຄະນະກໍາມະການນະໂຍບາຍດ້ານການພັດທະນາ (CDP) ຕໍ່ກັບເງື່ອນໄຂໃນການອອກຈາກສະຖານະພາບດ້ອຍພັດທະນາ ຂອງ ສປປ ລາວ 🇱🇦 ແມ່ນສາມາດຜ່ານເງື່ອນໄຂຈໍານວນສາມຄັ້ງຕິດຕໍ່ກັນຄື ໃນປີ 2018 (ຜ່ານສອງໃນສາມເງື່ອນໄຂ), 2021 ແລະ 2024 (ຜ່ານທັງສາມເງື່ອນໄຂ), ເຊິ່ງໃນປີ 2024 ແມ່ນມີລາຍລະອຽດຄື:
1) ລາຍຮັບ GNI ຈໍານວນ: $2,503; ✅
2) ດັດສະນີ HAI ແມ່ນ 74.8; ✅
3) ດັດສະນີ EVI ແມ່ນ 29.8 ✅
ສະນັ້ນ, ການອອກຈາກສະຖານະພາບດ້ອຍພັດທະນາຂອງ ສປປ ລາວ ບໍ່ໄດ້ໝາຍຄວາມວ່າ ສປປ ລາວ ເຮົາຈະກາຍເປັນປະເທດທີ່ຈະເລີນ ຫຼື ພັດທະນາແລ້ວ ໂດຍທັນທີທັນໃດ, ແຕ່ຈະເປັນບາດກ້າວທໍາອິດທີ່ຈະນໍາພາປະເທດກ້າວເຂົ້າສູ່ສະຖານະພາບ “ປະເທດກໍາລັງພັດທະນາ” (Developing Country) ແລະ ເລີ່ມຕົ້ນເສັ້ນທາງທີ່ຈະນໍາພາປະເທດໄປສູ່ຈຸດມຸ່ງໝາຍອັນສູງສຸດ ກໍຄືການກາຍເປັນ “ປະເທດທີ່ພັດທະນາແລ້ວ” (Developed Country) ຕາມແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 05 ປີ ແລະ ແຜນພັດທະນາອື່ນໆ ທີ່ພັກ-ລັດຖະບານ ໄດ້ວາງອອກໃນແຕ່ໄລຍະ.
ອີງຕາມຜົນການປະເມີນຂອງອົງການ ສປຊ ໃນປັດຈຸບັນ, ສປປ ລາວ ແມ່ນສາມາດຖືກສະເຫນີ ຫລື ແນະນໍາ (Recommended) ໃຫ້ອອກຈາກສະຖານະພາບດັ່ງກ່າວໄດ້ພາຍໃນປີ 2026 ພ້ອມກັບ ບັງກລາເທດ ແລະ ເນປານ ໂດຍປະຕິບັດຕາມຂັ້ນຕອນການຮັບຮອງຢ່າງເປັນທາງການໂດຍ ສະພາເສດຖະກິດ-ສັງຄົມ ສປຊ (ECOSOC) ແລະ ສະມັດຊາໃຫຍ່ ອົງການ ສປຊ (UN General Assembly).
ສະຫລຸບແລ້ວ, ການທີ່ປະເທດໃດຫນຶ່ງຈະຖືກບັນຈຸເຂົ້າ ຫລື ໃຫ້ອອກຈາກບັນຊີປະເທດດ້ອຍພັດທະນາ ແມ່ນການຕັດສິນໂດຍຜ່ານກົນໄກຂອງສາກົນ ກໍຄືອົງການ ສປຊ 🇺🇳 ເຊິ່ງບໍ່ແມ່ນລັດຖະບານປະເທດໃດຫນຶ່ງ ຈະສາມາດກໍານົດໄດ້ດ້ວຍຕົນເອງ.
ສໍາລັບຂໍ້ມູນເພີ່ມເຕີມ ກ່ຽວກັບ ການກະກຽມຄວາມພ້ອມຂອງ ສປປ ລາວ, ກາລະໂອກາດ ແລະ ສິ່ງທ້າທາຍຕ່າງໆ ໃນການຫລຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາຂອງ ສປປ ລາວ ມາເປັນ “ກໍາລັງພັດທະນາ”, ກະລຸນາຕິດຕາມໄດ້ ໃນບົດຄວາມສະບັບຕໍ່ໄປ.
ຂຽນໂດຍ: ລົດສະດາ ຄຸນນະວົງສາ, ພະແນກເສດຖະກິດ-ສັງຄົມ ສປຊ, ກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ.
ຮຽບຮຽງໂດຍ: ກອງເລຂາຄະນະຊີ້ນໍາລະດັບຊາດ ເພື່ອການຈັດຕັ້ງປະຕິບັດແຜນດໍາເນີນງານ ສປຊ ສໍາລັບ ປະເທດດ້ອຍພັດທະນາ, ກະຊວງການຕ່າງປະເທດ.

cr Lao Youth Radio FM 90.0 Mhz

ອີງຕາມຊ່ອງຂ່າວເອເຊຍຂອງສິງກະໂປ, ອຸປະກອນອິນເຕີເນັດດາວທຽມ STARLINK ຂອງ Musk ໄດ້ຖືກນໍາໃຊ້ຢ່າງກວ້າງຂວາງໂດຍແກ້ງ ຄໍເຊັນເຕີ ໃນອາ...
07/07/2025

ອີງຕາມຊ່ອງຂ່າວເອເຊຍຂອງສິງກະໂປ, ອຸປະກອນອິນເຕີເນັດດາວທຽມ STARLINK ຂອງ Musk ໄດ້ຖືກນໍາໃຊ້ຢ່າງກວ້າງຂວາງໂດຍແກ້ງ ຄໍເຊັນເຕີ ໃນອາຊີຕາເວັນອອກສຽງໃຕ້, ເຊິ່ງມີຜົນກະທົບທາງລົບຕໍ່ວຽກງານຕ້ານການສໍ້ໂກງທາງໂທລະສັບ ໃນຫລາຍປະເທດ. ຕາມຂ່າວລາຍງານ, ບໍລິສັດ SpaceX ບໍ່ໄດ້ອອກມາຕອບສະຫນອງກ່ຽວກັບບັນຫາດັ່ງກ່າວ.
ໃນເດືອນ 3, ສະມາຊິກສະພາຜູ້ແທນລາຊະດອນຂອງໄທ Rangsiman Rome ຍັງໄດ້ກ່າວຫາທ່ານ Musk ວ່າໄດ້ອະນຸຍາດໃຫ້ກຸມສໍ້ໂກງນໍາໃຊ້ອຸປະກອນ Starlink ໃນພາກພື້ນ. ທ່ານ Rangsiman Rome ກ່າວວ່າ ມີ “ຫຼັກຖານແນ່ນອນ” ທີ່ຢືນຢັນໄດ້ ແກ້ງ ຄໍເຊັນເຕີສໍ້ໂກງໃນເອເຊຍຕາເວັນອອກສ່ຽງໃຕ້ໄດ້ນຳໃຊ້ STARLINK ເພື່ອເຊື່ອມຕໍ່ກັບສັງຄົມ.

Address

Vientiane

Alerts

Be the first to know and let us send you an email when LaoNews posts news and promotions. Your email address will not be used for any other purpose, and you can unsubscribe at any time.

Share