We Go Green LAOS

We Go Green LAOS Contact information, map and directions, contact form, opening hours, services, ratings, photos, videos and announcements from We Go Green LAOS, Vientiane.

20/05/2022

ໃນລັດອັສສຳ ປະເທດອິນເດຍ ໂຮງຮຽນ Akshar Forum ມີນັກຮຽນປະມານ 100 ຄົນ ເພາະວ່າສ່ວນໃຫຍ່ນັກຮຽນຈະອອກຈາກໂຮງຮຽນເພື່ອໄປຫາເງິນຊ່ວຍຄອບຄົວ ເຂົາເຈົ້າບໍ່ມີເງິນພໍທີ່ຈະຈ່າຍຄ່າເທີມ. ດ້ວຍເຫດນັ້ນທາງໂຮງຮຽນຈຶ່ງຄິດຫາວິທີທີ່ໃຫ້ນັກຮຽນທຸກຄົນສາມາດເຂົ້າເຖິງການສຶກສາທີ່ດີ ມີອຸປະກອນການຮຽນທີ່ດີ ແລະ ມີທັກສະທີ່ນັກຮຽນສາດໃຊ້ໄດ້ໃນຊີວິດຈິງ.
ພວກເຂົາໄດ້ແນວຄວາມຄິດທີ່ເຮັດໃຫ້ຜູ້ປົກຄອງສາມາດສະບາຍໃຈເລື່ອງຄ່າເທີມໄດ້ ນັ້ນແມ່ນ ການນຳຂີ້ເຫຍື້ອມາແລກເປັນຄ່າຮຽນ ນັກຮຽນຕ້ອງນຳຂີ້ເຫຍື້ອພລາສຕິກແບບໃຊ້ເທື່ອດຽວຖິ້ມຈາກບ້ານຂອງຕົນເອງມາແລກກັບທາງໂຮງຮຽນຢ່າງໜ້ອຍ 25 ອັນຕໍ່ໍອາທິດ ແຕ່ຜູ້ປົກຄອງຂອງນັກຮຽນຕ້ອງຮ່ວມເຮັດສັນຍາວ່າ ຈະບໍ່ເຜົາຂີ້ເຫຍື້ອພລາສຕິກອີກດ້ວຍ.
ທາງໂຮງຮຽນຍັງຫາລາຍໄດ້ເສີມໃຫ້ນັກຮຽນໂດຍການອະນຸຍາດໃຫ້ພວກເຂົາເຮັດວຽກພາດໄທມ໌ນຳໂຮງຮຽນເຊັ່ນ: ເຮັດວຽກທີ່ສູນຄັດແຍກຂີ້ເຫຍື້ອຂອງໂຮງຮຽນ, ເອົາຂີ້ເຫຍື້ອມາເຮັດເປັນ Ecobrick ຫຼື ຂີ້ເຫຍື້ອທີ່ບັນຈຸອັດໄວ້ໃນກະຕຸກນ້ຳພລາສຕິກເພື່ອເຮັດເປັນວັດສະດຸກໍ່ສ້າງ.
ປາມິຕາ ຊາມາ ຜູ້ທີ່ຮ່ວມກໍ່ຕັ້ງໂຮງຮຽນໄດ້ກ່າວວ່າ “ເຮົາຫວັງວ່າ ເດັກນັກຮຽນຈະມີທັກສະຫຼາຍພໍທີ່ຈະຢືນໄດ້ດ້ວຍຂາຕົນເອງ ເຮົາກຳລັງພະຍາຍາມພັດທະນາແບບຈຳລອງ ເຊິ່ງເຮົາເລີ່ມຈາກໃຫ້ການສຶກສາໄປຮອດການຈ້າງວຽກ”
ຂອບໃຈຂໍ້ມູນຈາກ:
- https://cutt.ly/FHUvgLI
- https://cutt.ly/QHUvoSi
————————————————
ສາມາດຕິດຕາມ Lao X ໄດ້ທຸກຊ່ອງທາງທີ່:
•Website: https://laox.la/
•YouTube: https://bit.ly/3sPPpdm
•Instagram: https://bit.ly/3dyExKf
•Twitter: https://bit.ly/2OrXTZe
•TikTok: https://bit.ly/3sLSATf
•Spotify: https://spoti.fi/2PZJvrf
•Apple Podcast: https://apple.co/31NgrWY
•Google Podcast: https://bit.ly/3fEiWD3

#ອິນເດຍ #ຂີ້ເຫຍື້ອ #ພລາສຕິກ

ບັນຫາຂີ້ເຫຍື້ອໃນນະຄອນຫລວງ
04/01/2021

ບັນຫາຂີ້ເຫຍື້ອໃນນະຄອນຫລວງ

💡 ທ່ານຮູ້ຫຼືບໍ່ວ່າ ຂີ້ເຫຍື້ອຈາກຄົວເຮືອນ ສໍານັກງານອົງການ ໂຮງຈັກ ໂຮງງານຕ່າງໆ ໃນນະຄອນຫຼວງວຽງຈັນ ກໍ່ໃຫ້ມີ ການເກີດຂຶ້ນຂອງຂີ້ເຫຍື້ອ ປະມານ 500-600 ໂຕນຕໍ່ມື້ ຫຼືປະມານ 200,000 ໂຕນຕໍ່ປີ !!! ຂີ້ເຫຍື້ອຈໍານວນນີ້ ສາມາດນໍາໄປບໍາບັດ ແລະຖິ້ມຢູ່ສະໜາມຂີ້ເຫຍື້ອ ຫລັກ 32ໄດ້ພຽງແຕ່ 300-350 ໂຕນ ຫຼື ປະມານ 50% ຂອງປະລິມານຂີ້ເຫຍື້ອທີ່ເກີດຂຶ້ນ ທັງໝົດຕໍ່ມື້. ສ່ວນອີກ 50% ຂອງຂີ້ເຫຍື້ອທີ່ຍັງເຫຼືອ ແມ່ນຖືກ ລັກເອົາໄປຖິ້ມຊະຊາຍ, ຖູກເຜົາ ຈູດ, ລົມພັດປິວ ຫຼື ໄຫຼໄປກັບກະແສນໍ້າຕ່າງໆ.

ສະຫຼຸບລວມແລ້ວ ຄົນນະຄອນຫຼວງວຽງຈັນ 1 ຄົນ ກໍ່ໃຫ້ມີຂີ້ເຫຍື້ອເກີດຂຶ້ນ ປະມານ 350 ກຣັມ ຕໍ່ມື້ ຫຼື ປະມານ 127 ກິໂລກຮັມ ຕໍ່ປີ !!!

ຂໍ້ມູນ: ຫນັງສືພິມ ວຽງຈັນໃຫມ່

ບັນຫາສີ່ງເສດເສດເຫຼືອ ບໍ່ແມ່ນບັນຫາຂອງບຸກຄົນໃດບຸກຄົນໜື່ງ ແຕ່ມັນເກີດຈາກການໃຊ້ຊີວິດຂອງຄົນທຸກຄົນ ບໍ່ທາງກົງກໍ່ແມ່ນທາງອ້ອມ ແຕ່ທ...
12/12/2020

ບັນຫາສີ່ງເສດເສດເຫຼືອ ບໍ່ແມ່ນບັນຫາຂອງບຸກຄົນໃດບຸກຄົນໜື່ງ ແຕ່ມັນເກີດຈາກການໃຊ້ຊີວິດຂອງຄົນທຸກຄົນ ບໍ່ທາງກົງກໍ່ແມ່ນທາງອ້ອມ ແຕ່ທຸກຄົນສາມາດຊ່ວຍຫຼຸດຜ່ອນບັນຫາດັ່ງກ່າວໄດ້ ໂດຍການແຍກຂີ້ເຫຍື້ອໃຫ້ເກີດເປັນນິໄສ ເພາະສະນັ້ນ WeGoGreen ຂອງເຮົາຈື່ງກໍາເນີດຂື້ນມາ ເພື່ອເປັນທາງເລືອກໜື່ງໃຫ້ທຸກຄົນສາມາດຮັກສາສີ່ງແວດລ້ມຮ່ວມກັນໄດ້ ຜ່ານແພດຟອມຂອງພວກເຮົາ


Address

Vientiane

Website

Alerts

Be the first to know and let us send you an email when We Go Green LAOS posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Business

Send a message to We Go Green LAOS:

Share