
05/08/2025
ກອງປະຊຸມຜາ່ນເນື້ອໃນ ແລະ ທາບທາມບຸກຄະລາກອນ ເພື່ອຮັບສະໝັກເລືອກຕັ້ງເຂົ້າເປັນກໍາມະການຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຄັ້ງທີ IX ຮອບທີ II ທີ່ແຂວງຫຼວງພະບາງ.
ກອງປະຊຸມຜາ່ນເນື້ອໃນ ແລະ ທາບທາມບຸກຄະລາກອນ ຢູ່ຈຸດພາກເໜືອ ໄດ້ຈັດຂື້ນໃນວັນທີ 5 ສິງຫາ 2025 ຢູ່ທີ່ສະໂມສອນທະນາຄານກາງ ສາຂາພາກເໜືອ ແຂວງຫຼວງພະບາງ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ທອງລີ ສີສຸລິດ, ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ມີຜູ້ແທນຊາວໜຸ່ມຈາກ ແຂວງຜົ້ງສາລີ, ຫຼວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫຼວງພະບາງ, ແຂວງໄຊຍະບູລີ ແລະ ຄະນະຮັບຜິດຊອບຈາກສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ; ໃນນີ້ມີຜູ້ແທນສົມບູນເຂົ້າຮ່ວມທັງໝົດ 96 ສະຫາຍ, ຍິງ 26 ສະຫາຍ, ຜູ້ແທນກອງປະຊຸມໄດ້ພ້ອມກັນຄົ້ນຄ້ວາປະກອບຄໍາເຫັນໃສ່ 4 ເນື້ອໃນເອກະສານຕົ້ນຕໍປະກອບມີ: ຮ່າງລາຍງານການເມືອງ 2 ພາກ, ຮ່າງແຜນພັດທະນາຊາວໜຸ່ມ, ເຍົາວະຊົນ 5 ປີ ຄັ້ງທີ III (2026-2030), ກົດລະບຽບຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ກົດລະບຽບເຍົາວະຊົນທັນວາ. ຈາກນັ້ນ, ຕາງໜ້າຄະນະຮັບຜິດຊອບຈາກສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ຂຶ້ນຜ່ານມາດຖານເງື່ອນໄຂຂອງຜູ້ທີ່ຈະສະໝັກເລືອກຕັ້ງເຂົ້າເປັນກຳມະການຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ສະໄໝທີ IX, ພ້ອມດຽວກັນນີ້ ບັນດາຜູ້ແທນທີ່ເຂົ້າຮ່ວມໄດ້ໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດທາບທາມເອົາບຸກຄະລາກອນ ເພື່ອເຂົ້າສະໝັກເລືອກຕັ້ງເປັນກຳມະການຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ສະໄໝທີ IX ຮອບທີ II ຕາມລະດັບຄາດໝາຍທີ່ວາງໄວ້ ເພື່ອເປັນການກະກຽມຄວາມພ້ອມໃຫ້ແກ່ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ IX ທີ່ຈະໄຂຂຶ້ນໃນມໍ່ໆນີ້.