
03/10/2023
ປະເທດລາວໄດ້ເປັນສ່ວນໜຶ່ງໃນການເປີດເສັ້ນທາງຄົມມະນາຄົມຂົນສົ່ງ ໝາກໄມ້ລະຫວ່າງ 3ປະເທດເສັ້ນທາງປະເທດຈີນ-ປະເທດລາວ-ປະເທດໄທ ເຮັດໃຫ້ເກີດການຄ້າລະຫວ່າງປະເທດຫຼາຍຂຶ້ນ❗️
ໝາກໄມ້ຈີນທີ່ຈໍາໜ່າຍໃນຕະຫຼາດໄທ ແລະ ນໍາເຂົ້າມາຂາຍໃນຕະຫຼາດຂາຍສົ່ງໝາກໄມ້ທີ່ໃຫຍ່ທີ່ສຸດໃນປະເທດໄທ ໂດຍໃນແຕ່ລະມື້ມີຍອດຂາຍຫຼາຍກວ່າ 12,000ໂຕນ ມີໝາກໄມ້ນໍາເຂົ້າຈາກຈີນຈໍານວນຫຼາຍຈາກຕະຫຼາດແຫ່ງນີ້ໃນລາຄາທີ່ບໍ່ແພງ ເພາະການຂົນສົ່ງທີ່ສະດວກຂຶ້ນ ດ້ວຍໂຄງການໜຶ່ງແລວ ໜຶ່ງເສັ້ນທາງ ເຮັດໃຫ້ການຂົນສົ່ງໝາກໄມ້ລະຫວ່າງປະເທດສະດວກຂຶ້ນຫຼາຍ ຕົວຢ່າງເສັ້ນທາງຈີນ-ລາວ-ໄທ ທີ່ເຮັດໃຫ້ເກີດການຄ້າລະຫວ່າງ 3ປະເທດ 🚚🚛🚚