ຖະແຫຼງຂ່າວເມືອງວຽງໄຊ

ຖະແຫຼງຂ່າວເມືອງວຽງໄຊ ຂ່າວເຫດການຂອງ ເມືອງວຽງໄຊ ແຂວງຫົວພັນ

ງານເປີດບຸນປະເພນີຊ່ວງເຮືອ ແລະ ງານຕະຫຼາດນັດ ປະຈຳປີ ຄສ 2025 ຂອງເມືອງ ວຽງໄຊ....................................................
27/09/2025

ງານເປີດບຸນປະເພນີຊ່ວງເຮືອ ແລະ ງານຕະຫຼາດນັດ ປະຈຳປີ ຄສ 2025 ຂອງເມືອງ ວຽງໄຊ.....................................................................................
ວັນທີ 27 ກັນຍາ 2025, ເມືອງວຽງໄຊ ແຂວງຫົວພັນ ໄດ້ເປີດງານບຸນປະເພນີຊ່ວງເຮືອ ແລະ ງານຕະຫຼາດນັດ ປະຈຳປີ ຄສ 2025 ຂື້ນຢູ່ໜອງຜາທ້າວ. ເປັນກຽດເຂົ້າຮ່ວມມີ ທ່ານ ພອນສຸກ ອິນທະວົງ ຮອງເຈົ້າແຂວງຫົວພັນ, ທ່ານ ຄອນປະພັນ ເລືອງສີຈັນທອງ ປະທານສະພາປະຊາຊົນແຂວງ, ທ່ານ ນ. ສວຍເພັດ ທອງສົມບັດ ເລຂາຄະນະບໍລິຫານງານພັກເມືອງວຽງໄຊ, ມີບັນດາທ່ານການນຳແຂວງ, ການນຳເມືອງ, ພາກສ່ວນກ່ຽວຂ້ອງອ້ອມຂ້າງແຂວງ, ແຂກຖືກເຊີນ, ຫົວໜ່ວຍທຸລະກິດ, ຫ້າງຮ້ານ, ຄະນະກຳມະການ, ສີພາຍເຮືອຊ່ວງ ແລະ ມວນຊົນທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.
ການຈັດງານບຸນປະເພນີຊ່ວງເຮືອ ອອກພັນສາປະວໍລະນາ ປະຈຳປີ ພສ 2568 ຕິດພັນກັບງານຕະຫຼາດນັດ ເພື່ອແລກປ່ຽນຊື້ຂາຍສິນຄ້າ ລະຫວ່າງແຂກພາຍໃນ ແລະ ຕ່າງປະເທດ ແມ່ນເປັນການປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອວັດທະນະທຳ-ຮີດຄອງປະເພນີ ອັນດີງາມຂອງຊາດ ໄວ້ໃຫ້ຄົງຢູ່ຄູ່ຄົນລາວ, ລູກຫຼານລາວຕະຫຼອດໄປ. ງານຊ່ວງເຮືອ ແລະ ງານຕະຫຼາດນັດ ເມືອງວຽງໄຊ ປີີີນີ້ ຈະໄດ້ຈັດຂຶ້ນເປັນເວລາ 3 ວັນ ເລີ່ມແຕ່ວັນທີ 27-29 ກັນຍາ ຊຶ່ງມີນັກກິລາສີພາຍເຮືອຊ່ວງທີ່ມາຈາກກົມກອງຂັ້ນແຂວງ, ເມືອງ ແລະ ບັນດາບ້ານ ທັງໝົດ 14 ທີມ. ໃນນັ້ນ, ສີພາຍຊາຍ 9 ທີມ ແລະ ສີພາຍຍິງ 5 ທີມ. ສຳລັບທີມຊະນະເລີດ ຊາຍ-ຍິງ ຈະໄດ້ຮັບຂັນລາງວັນ ທີມລະ 1 ໜ່ວຍ ພ້ອມເງີນສົດ ທີມລະ 7 ລ້ານກີບ, ລາງວັນທີ 2 ຈະໄດ້ເງິນລາງວັນທີມລະ 5 ລ້ານກີບ, ລາງວັນທີ 3 ຈະໄດ້ຮັບເງິນລາງວັນທີມລະ 3 ລ້ານກີບ, ລາງວັນທີ 4 ຈະໄດ້ຮັບເງິນລາງວັນທີມລະ 2 ລ້ານກີບ ແລະ ລາງວັນຊົມເຊີຍຈະໄດ້ຮັບເງິນລາງວັນທີມລະ 5 ແສນກີບ.
ເພື່ອໃຫ້ງານບຸນເຮືອຊ່ວງ ດຳເນີນງານໄປດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ ແລະ ມີຜົນສຳເລັດ, ທ່ານ ນາງ ສວຍເພັດ ທອງສົມບັດ ເລຂາຄະນະບໍລິຫານງານພັກເມືອງວຽງໄຊ ໄດ້ຮຽກຮ້ອງໃຫ້ທຸກການຈັດຕັ້ງທັງພາກລັດ ແລະ ເອກະຊົນ, ນິຕິບຸກຄົນ ຕະຫຼອດຮອດປະຊາຊົນບັນດາເຜົ່າ ຕ້ອງເພີ່ມທະວີເຮັດວຽກປ້ອງກັນເຮັດໃຫ້ທຸກສິ່ງທຸກຢ່າງມີຄວາມສະຫງົບ, ປອດໄພ, ເພີ່ມທະວີຄວາມຮັບຜິດຊອບອັນສູງສົ່ງຕັດສິນບັນຫາຕ່າງໆຕາມລະບຽບດ້ວຍກົດກະຕິກາທີ່ວາງອອກຢ່າງເຂັ້ມງວດ, ນັກກິລາທັງຍິງ ແລະ ຊາຍ ຕ້ອງເຄົາລົບ-ປະຕິບັດຕາມລະບຽບການແຂ່ງຂັນໃຫ້ຖືກຕ້ອງເຂັ້ມງວດ, ເພີ່ມທະວີຄວາມສາມັກຄີຮູ້ແພ້ຮູ້ຊະນະຮູ້ໃຫ້ອະໄພເປັນກຳລັງໃຈເຊິ່ງກັນ ແລະ ກັນ, ພ້ອມກັນປະກອບສ່ວນເຂົ້າຮ່ວມຊົມຮ່ວມເຊຍນັກກິລາ ແລະ ເຂົ້າຮ່ວມງານຕະຫຼາດນັດ ເຮັດໃຫ້ງານບຸນເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ, ມີຄວາມສະຫງົບ, ປອດໄພ ພ້ອມທັງຮ່ວມກັນເປັນເຈົ້າການປົກປັກຮັກສາສິ່ງແວດລ້ອມໃຫ້ມີຄວາມສະອາດງາມຕາ, ຈັດຕັ້ງປະຕິບັດກິດຈະກຳຕ່າງໆໃຫ້ໄດ້ຕາມແຜນການ, ຄາດໝາຍທີ່ວາງໄວ້ໃຫ້ມີຜົນສຳເລັດ.

ກອງປະຊຸມຄົບຄະນະບໍລິຫານງານພັກເມືອງວຽງໄຊເປີດຄັ້ງທີ 03 ສະໄໝທີ XII++++++++ໃນວັນທີ 25 ກັນຍາ 2025 ເມືອງວຽງໄຊ ແຂວງຫົວພັນ ໄດ້ຈັດ...
25/09/2025

ກອງປະຊຸມຄົບຄະນະບໍລິຫານງານພັກເມືອງວຽງໄຊເປີດຄັ້ງທີ 03 ສະໄໝທີ XII
++++++++
ໃນວັນທີ 25 ກັນຍາ 2025 ເມືອງວຽງໄຊ ແຂວງຫົວພັນ ໄດ້ຈັດກອງປະຊຸມຄົບຄະນະບໍລິຫານງານພັກເມືອງເປີດກ້ວາງຄັ້ງທີ່ 03 ສະໄໝທີ 12 ຂື້ນຢູ່ທີ່ສະໂມສອນເມືອງວຽງໄຊ ແຂວງຫົວພັນ ໂດຍພາຍໃຕ້ ການເປັນປະທານຂອງ ສະຫາຍ ນາງ ສວຍເພັດ ທອງສົມບັດ ກຳມະການພັກແຂວງ ເລຂາພັກເມືອງ ສະມາຊິກສະພາປະຊາຊົນແຂວງ ຫົວໜ້າສະມາຊິກສະພາປະຊາຊົນແຂວງປະຈຳເຂດເລືອກຕັ້ງເມືອງວຽງໄຊ, ມີບັນດາສະຫາຍຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ - ຄະນະຫ້ອງກອງບັນຊາການ ປກຊ - ປກສ, ຫ້ອງການ, ລັດວິສາຫະກິດ ອ້ອມຂ້າງເມືອງເຂົ້າຮ່ວມ.
ໃນກອງປະຊຸມ ສະຫາຍ ສິງພອນ ທິດສະຫວັນ ຮອງເລຂາພັກເມືອງວຽງໄຊ ຜູ້ຊີ້ນໍາວຽກງານແນວຄິດທິດສະດີ ວຽກພັກພະນັກງານ ວຽກງານປັບປຸງກົງຈັກການຈັດຕັ້ງ ແລະ ອົງການຈັດຕັ້ງມະຫາຊົນ ໄດ້ໃຫ້ກຽດຂື້ນຜ່ານບົດສະຫຼຸບການນຳພາ-ຊີ້ນຳຮອບດ້ານ 3 ເດືອນ ແລະ ທິດທາງແຜນການ 3 ເດືອນຕໍ່ໜ້າ ໃຫ້ຮູ້ວ່າ: ພາຍໃຕ້ການນຳພາ-ຊີ້ນຳຂອງຄະນະບໍລິຫານພັກເມືອງສະໄໝທີ XII ໃນໄລຍະ 03 ເດືອນຜ່ານມາ ສາມາດຍາດໄດ້ຜົນງານຫຼາຍດ້ານ ເຊິ່ງສະແດງອອກເປັນຕົ້ນ: ວຽກງານການເມືອງ - ແນວຄິດ, ວຽກງານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ວຽກງານເສດຖະກິດ, ວຽກງານວັດທະນະທຳ - ສັງຄົມ, ວຽກງານແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ, ອົງການອໍານາດລັດ, ວຽກງານກໍ່ສ້າງຮາກຖານການເມືອງ ແລະ ວຽກງານສາມສ້າງ, ວຽກງານກໍ່ສ້າງພັກ - ກໍ່ສ້າງພະນັກງານ, ວຽກງານຕ່າງປະເທດ ເຊິ່ງຍົກໃຫ້ເຫັນ: ໄດ້ເອົາໃຈໃສ່ຜັນຂະຫຍາຍແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ X ຂອງເມືອງເຂົ້າສູ່ລວງເລິກ, ຫັນລົງຮາກຖານຊຸກຍູ້ສົ່ງເສີມປະຊາຊົນຜະລິດເປັນສິນຄ້າ ໂດຍອີງໃສ່ທ່າແຮງຂອງແຕ່ລະທ້ອງຖິ່ນ ພົ້ນເດັ່ນແມ່ນການປູກຝັງ - ລ້ຽງສັດ ສໍາເລັດການເກັບກູ້ພຶດລະດູແລ້ງ ແລະ ສໍາເລັດໃນການປູກພຶດລະດູຝົນ ໃນນີ້ມີເນື້ອທີ່ປູກເຂົ້າໄດ້ຈໍານວນ 2.770 ຮຕ (ເຂົ້າໄຮ່ 400 ຮຕ ),ປູກພຶດເປັນສິນຄ້າ 2.053 ຮຕ, ປູກພຶດສະບຽງອາຫານໄດ້ 801 ຮຕ ຕິດຕາມ, ຄຸ້ມຄອງບັນດາໂຄງການກໍ່ສ້າງເສັ້ນທາງ, ຊົນລະປະທານໃຫ້ຖືກຕ້ອງຕາມມາດຕະຖານເຕັກນິກ ແລະ ການຂຸດຄົ້ນແຮ່ຕ່າງໆ ຄຸ້ມຄອງລາຍຮັບ-ລ່າຍຈ່າຍ, ການຈັດເກັບງົບປະມານ ອະນຸມັັດເບີກຈ່າຍເງິນເດືອນ, ເງິນອຸດໜູນຕາມກຳນົດເວລາ ໄລຍະ 9 ເດືອນຜ່ານມາລວມຍອດລາຍຮັບປະຕິບັດໄດ້ 2.703.366.244 ກີບ ເທົ້າ 76,54%, ລວມຍອດລາຍຈ່າຍປະຕິບັດໄດ້ 31,461,053,531 ກີບ ເທົ້າ 71,93% ຂອງແຜນການປີ.
ຫຼັງຈາກນັ້ນຍັງໄດຮັບຟັງບົດລາຍງານການປັບປຸງຊັບຊ້ອນກົງຈັກການຈັດຕັ້ງ ແລະ ຊຸກຍູ້ຕິດຕາມ ການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ບົດລາຍງານການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດສັງຄົມ 09 ເດືອນປີ 2025 ແລະ ທິດທາງ 03 ເດືອນທ້າຍປີ 2025, ບົດລາຍງານການຈັດຕັ້ງປະຕິບັດແຜນງົບປະມານ 09 ເດືອນ ແລະ ທິດທາງແຜນການ 03 ເດືອນ, ບົດລາຍງານຕ້ານ ແກ້ໄຂປະກົດການຫຍໍ້ທໍ້. ພ້ອມນີ້ຜູ້ແທນເຂົ້າຮ່ວມກໍ່ຍັງໄດ້ພັດປ່ຽນກັນຂື້ນປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາເພື່ອເຮັດໃຫ້ບັນດາເນື້ອໃນເອກະສານຮ່າງບົດສະຫຼຸບຕ່າງໆມີຄວາມສອດຄ່ອງໃນການຈັດຕັ້ງປະຕິບັດຕົວວຽກງານຈິ່ງໃນຕໍ່ໜ້າ.

ພິທີປະກາດແຍກໜ່ວຍພັກບ້ານອ່າງກວັນພຽງຄາ++++++++ບ້ານພຽງຄາເປັນບ້ານໜຶ່ງທີ່ຕັ້ງຢູ່ເຂດພູດອຍຫ່າງຈາກເທດສະບານເມືອງ 29 ກິໂລແມັດ ມີພົ...
22/09/2025

ພິທີປະກາດແຍກໜ່ວຍພັກບ້ານອ່າງກວັນພຽງຄາ
++++++++
ບ້ານພຽງຄາເປັນບ້ານໜຶ່ງທີ່ຕັ້ງຢູ່ເຂດພູດອຍຫ່າງຈາກເທດສະບານເມືອງ 29 ກິໂລແມັດ ມີພົນລະເມືອງ 310 ຄົນ, ຍິງ 115 ຄົນ ເປັນບ້ານຊົນເຜົ່າມົ້ງ 100 % ອາຊີບຫຼັກແມ່ນເຮັດໄຮ່, ປູກຝັງລ້ຽງສັດ ເປັນບ້ານທີ່ມີຄວາມຫຍຸ້ງຍາກ ສະນັ້ນການນຳເມືອງຈິ່ງໄດ້ຫັນເອົາພະນັກງານລົງປະຈຳກໍ່ສ້າງຮາກຖານ ເພື່ອແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ມີຄວາມກ້າວໜ້າຕາມເປົ້າໝາຍ, ເຊິ່ງເມື່ອກ່ອນບ້ານພຽງຄາຂື້ນກັບໜ່ວຍພັກບ້ານອ່າງກວັນ ແຕ່ອິງໃສ່ທິດຊີ້ນໍາຂອງການນຳເມືອງທຸກບ້ານ ຕ້ອງໃຫ້ມີໜ່ວຍພັກນຳພາ ແລະອິງໃສ່ຈຳນວນສະມາຊິກພັກຖືກ ຕ້ອງຕາມເງືອນໄຂ, ຕາມລະບຽບພັກ ປະຈຸບັນສະມາຊິກພັກບ້ານພຽງຄາ ມີທັງໝົດ 08 ສະຫາຍ, ຍິງ 01 ສະຫາຍ, ສໍາຮອງ 02 ຍິງ ແລະ ຮຽນສະໜັບສະໜູນ 01 ສະຫາຍ.
ດັ່ງນັ້ນມາຮອດ ວັນທີ 19 ກັນຍາ 2025 ຈິ່ງໄດ້ຈັດພິທີແຍກເປັນໜ່ວຍພັກເອກະລາດ ຂື້ນຢ່າງເປັນທາງການ ຢູ່ທີ່ສະໂມສອນບ້ານພຽງຄາ ໂດຍການເປັນກຽດເຂົ້າຮ່ວມຂອງ ສະຫາຍ ສິງພອນ ທິດສະຫວັນ ຮອງເລຂາພັກເມືອງ ຜູ້ຊີ້ນຳວຽກງານແນວຄິດທິດສະດີ ວຽກພັກພະນັກງານ ວຽກງານປັບປຸງກົງຈັກການຈັດຕັ້ງ ແລະ ອົງການຈັດຕັ້ງມະຫາຊົນ, ມີສະຫາຍ ສີມໄຊ ເພັດພີມທອງ ຮອງຫົວໜ້າໂຄສະນາອົບຮົມ ພະນັກງານກໍ່ສ້າງຮາກຖານປະຈຳບ້ານພຽງຄາ, ທີມງານລົງຊຸກຍູ້ຕິດຕາມກວດກາໜ່ວຍພັກຂັ້ນເມືອງ, ເລຂາພັກຮາກຖານກຸ່ມໂຮມທອງ, ເລຂາ-ຄະນະໜ່ວຍພັກ, ອົງການຈັດຕັ້ງບ້ານທັງສອງບ້ານ, ປະຊາຊົນພາຍໃນບ້ານພຽງຄາເຂົ້າຮ່ວມ.
ໃນພິທີສະຫາຍ ສະຫາຍ ສີມໄຊ ເພັດພີມທອງ ຮອງຫົວໜ້າໂຄສະນາອົບຮົມ ພະນັກງານກໍ່ສ້າງຮາກຖານປະຈຳບ້ານພຽງຄາ ໄດ້ກ່າວຈຸດປະສົງ ໃນການແຍກໜ່ວຍພັກ ແລະ ໄດ້ຜ່ານມະຕິສະບັບເລກທີ 239 / ຄປຈມ, ລົງວັນທີ 16 ກັນຍາ 2025 ວ່າດ້ວຍການແຍກໜ່ວຍພັກບ້ານອ່າງກວັນພຽງຄາ ແລະ ແຕ່ງຕັ້ງເລຂາຄະນະໜ່ວຍພັກ ນາຍບ້ານ - ຮອງນາຍບ້ານບ້ານພຽງຄາຊຸດໃໝ່.
ຕອນທ້າຍພິທີ ສະຫາຍ ສິງພອນ ທິດສະຫວັນ ຮອງເລຂາພັກເມືອງ ຜູ້ຊີ້ນຳວຽກງານແນວຄິດທິດສະດີ ວຽກພັກພະນັກງານ ວຽກງານປັບປຸງກົງຈັກການຈັດຕັ້ງ ແລະ ອົງການຈັດຕັ້ງມະຫາຊົນ ຍັງໄດ້ໃຫ້ກຽດມີຄຳຄິດຄຳເຫັນໂອ້ລົມເຊິ່ງທ່ານກໍ່ຍັງໄດ້ເນັ້ນໜັກຫຼາຍບັນຫາເປັນຕົ້ນ: ວຽກງານປ້ອງກັນຊາດປ້ອງຄວາມສະຫງົບ, ວຽກງານການເມືອງແນວຄິດ, ອົງການຈັດຕັ້ງມະຫາຊົນ ນຳພາປະຊາຊົນໃນບ້ານແກ້ໄຂຄວາມທຸກຍາກ ເອົາໃຈໃສ່ເພີ່ມພູນການຜະລິດ, ປູກຝັງລ້ຽງສັດ ແກ້ໄຂຄວາມທຸກຍາກໃຫ້ນັບມື້ດີຂື້ນ.

ເມືອງວຽໄຊ ມອບເງີນອຸດໜູນເທື່ອດຽວໃຫ້ຜູ້ເສຍສະຫຼະຊີວິດງວດ II ປະຈຳປີ 2025ໃນວັນທີ່ 19ກັນຍາ 2025 ນີ້ ຢູ່ທີ່ຫ້ອງການແຮງງານ ແລະ ສະ...
19/09/2025

ເມືອງວຽໄຊ ມອບເງີນອຸດໜູນເທື່ອດຽວໃຫ້ຜູ້ເສຍສະຫຼະຊີວິດງວດ II ປະຈຳປີ 2025
ໃນວັນທີ່ 19ກັນຍາ 2025 ນີ້ ຢູ່ທີ່ຫ້ອງການແຮງງານ ແລະ ສະຫັວດດີການເມືອງວຽງໄຊ ແຂວງຫົວພັນ ໄດ້ຈັດພິທີມອບເງີນອູດໜູນເທືອດຽວ ໃຫ້ຜູ້ເສຍສະຫຼະຊີວິດງວດ II ປະຈຳປີ 2025 ຂື້ນຢ່າງເປັນທາງການໂດຍເປັນກຽດເຂົ້າຮ່ວມຂອງທ່ານ ອອນ ແພງພູວັນ ຄະນະປະຈຳພັກເມືອງ ຮອງປະທານ ຄະນະກໍາມະການປົກຄອງ ຜູ້ຊິ້ນໍາຂົງເຂດວັດທະນະທຳສັງຄົມ, ມີບັນດາທ່າຫົວໜ້າຄະນະຫ້ອງການທີ່ກ່ຽວຂ້ອງຂັ້ນເມືອງ ຕະຫລອດຮອດຜູ້ຕ່າງໜ້າຜູ້ເສຍສະຫຼະຊີວິດ ເຂົ້້າຮ່ວມນໍາ
ໃນພິທີ ທ່ານ ນວນທອງ ຫອມທອນໄຊ ກຳມະການພັກເມືອງ ຫົວໜ້າຫ້ອງການແຮງງານ ແລະ ສະຫັວດດີການ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການຈ່າຍເງີນອູດໜູນເທືອດຽວໃຫ້ຜູ້ເສຍສະຫຼະຊີວິດງວດ II ປະຈຳປີ 2025ຂອງເມືອງວຽງໄຊ ໃນນັ້ນພະແນກແຮງງານ ແລະ ສະຫັວດດີການສັງຄົມ ແຂວງຫົວພັນ ໄດ້ອະນຸມັດໃຫ້ ເມືອງວຽງໄຊຈ່າຍເງີນອູດໜູນເທືອດຽວໃຫ້ຜູ້ເສຍສະຫຼະຊີວິດ ຈຳນວນ 4 ທ່ານ ລວມເງີນທັງໝົດ 72,360,000 ກີບ ເພື່ອມອບໃຫ້ຄອບຄົວຜູ້ກ່ຽວເຊີ່ງລາຍລະອຽດມີດັ່ງນີ້
ທ່ານ ຊ້ອຍ ເຂົ້າການປະຕິວັດ 05/03/1960 ເສຍສະຫຼະຊີວິດ 18/03/1965 ຕໍາແໜ່ງຮອງໝູ່ ຢູ່ບ້ານນາລວງເມືອງວຽງໄຊ ແຂວງຫົວພັນ ໄດ້ຮັບເງີນຈຳນວນ 18,592,500ກີບ, ທ່ານ ອ່ອນຈັນ ເຂົ້າການປະຕິວັດ 15/11/1960 ເສຍສະຫຼະຊີວິດ 15/10/1964 ຕໍາແໜ່ງຮອງໝູ່ ຢູ່ບ້ານບັກ ເມືອງວຽງວຽງໄຊ ແຂວງຫົວພັນ ໄດ້ຮັບເງີນຈຳນວນ 18,592,500 ກີບ, ທ່ານ ກີມພອນ ເຂົ້າການປະຕິວັດ 16/6/1960 ເສຍສະຫຼະຊີວິດ 17/01/1967 ຕໍາແໜ່ງ ນັກຮົບ ຢູ່ບ້ານເອີນ ແຂວງຫົວພັນ ໄດ້ຮັບເງີນຈຳນວນ 17,587,500 ກີບ ແລະ ທ່ານ ນາງ ບົວແຟນ ເຂົ້າການປະຕິວັດ 04/03/1960 ເສຍສະຫຼະຊີວິດ 16/01/1975 ຕໍາແໜ່ງ ນັກຮົບ ຢູ່ບ້ານເອີນໄດ້ຮັບເງີນຈໍານວນ 17,587,500 ກີບ
ຂ່າວ- ພາບ ຄອນຕາວັນ ສີບົວພອນ

ພິທີເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ່ 9 ຂອງສະພາແຫ່ງຊາດຊຸດທີ່ IX+++++++++ພິທີໄດ້ຈັດຂື້ນໃນວັນທີ 19 ກັນຍາ 2025 ຢູ່ທ...
19/09/2025

ພິທີເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ່ 9 ຂອງສະພາແຫ່ງຊາດຊຸດທີ່ IX
+++++++++
ພິທີໄດ້ຈັດຂື້ນໃນວັນທີ 19 ກັນຍາ 2025 ຢູ່ທີ່ສະໂມສອນເມືອງວຽງໄຊ ແຂວງຫົວພັນ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ແກ້ວຈະເລີນ ເຊ່ຍຢິ້ງຢ່າງ ຮອງປະທານກຳມະທິການບັນດາເຜົ່າສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 8 ແຂວງຫົວພັນ, ມີທ່ານ ນາງ ສວຍເພັດ ທອງສົມບັດ ກຳມະການພັກແຂວງ ເລຂາພັກເມືອງ ປະທານສະພາປະຊາຊົນເມືອງວຽງໄຊ, ມີບັນດາທ່ານການນຳເມືອງ, ຄະນະທີມງານຈາກສະພາແຫ່ງຊາດ, ຫົວໜ້າ-ຄະນະຫ້ອງການ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ, ພະນັກງານລັດຖະກອນເຂົ້າຮ່ວມ.
ໃນພິທີທ່ານ ແກ້ວຈະເລີນ ເຊ່ຍຢິ້ງຢ່າງ ຮອງປະທານກຳມະທິການບັນດາເຜົ່າສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 8 ແຂວງຫົວພັນ ໄດ້ໃຫ້ກຽດລາຍງານຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ່ 9 ຂອງສະພາແຫ່ງຊາດຊຸດທີ່ IX ກອງປະຊຸມໄດ້ພິຈາລະນາຮັບຮອງເອົາບັນດາເນື້ອໃນທັງໝົດ 18 ຫົວຂໍ້ ແລະ ຮັບຮອງອອກເປັນມະຕິກອງປະຊຸມສະພາແຫ່ງຊາດໄດ້ທັງໝົດ 15 ສະບັບ ດ້ວຍຄະແນນສຽງເຫັນດີເປັນເອກະສັນສ່ວນຫຼາຍຍົກໃຫ້ເຫັນ: ການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ 06 ເດືອນຕົ້ນປີ 2025 ດ້ານເສດຖະກິດມະຫາພາກ ລວມຍອດຜະລິດຕະພັນພາຍໃນ (GDP) ປະຕິບັດໄດ້ 4,5 % ມະຕິສະພາແຫ່ງຊາດກຳນົດ 4,8% ຂື້ນໄປ, ແຜນລາຍຮັບງົບປະມານ ປະຕິບັດໄດ້ 37,100 ຕື້ກີບເທົ່າກັບ 54,47% ຂອງແຜນການປີ, ແຜນລາຍຈ່າຍງົບປະມານປະຕິບັດໄດ້ 36,380 ຕື້ກີບ ເທົ່າກັບ 50,63% ຂອງແຜນການປີ ຊຶ່ງບັນດາເນື້ອໃນທີ່ໄດ້ຮັບຮອງເອົາຢູ່ໃນກອງປະຊຸມຄັ້ງນີ້ ເປັນການຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 05 ປີຄັ້ງທີ IX ທ້າຍສະໄໝ ເຂົ້າສູ່ວຽກງານຕົວຈິງ ແມ່ນໝາກຜົນລວມຍອດສະຕິປັນ ການນຳໃຊ້ສິດປະຊາທິປະໄຕ ກໍ່ຄືຜົນຂອງການຍົກສູງຄວາມຮັບຜິດຊອບທາງການເມືອງ ຂອງບັນດາສະມາຊິກສະພາແຫ່ງຊາດ ການຕັດສິນໃຈສູງຂອງລັດຖະບານ, ອົງການລັດທີ່ກ່ຽວຂ້ອງທີ່ມີຄວາມພະຍາຍາມ ແລະ ມີມາດຕະການຕົວຈິງ ໃນການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດການເງິນ ໃຫ້ຕົກໄປເທື່ອລະກ້າວ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ປະຊາຊົນ ຕໍ່ການນຳພາຂອງພັກ ແລະ ລັດ ໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃຫ້ມີຄວາມໜັກແໜ້ນຂື້ນເລື້ອຍໆ.
ເພື່ອເຮັດໃຫ້ບັນດາເນື້ອໃນ, ມະຕິທີ່ໄດ້ຮັບຮອງໄປແລ້ວນັ້ນໃຫ້ບັນລຸຜົນສຳເລັດ ທ່ານ ແກ້ວຈະເລີນ ເຊ່ຍຢິ້ງຢ່າງ ຮອງປະທານກຳມະທິການບັນດາເຜົ່າສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 8 ແຂວງຫົວພັນ ຍັງໄດ້ເນັ້ນໜັກຕື່ມອີກຫຼາຍດ້ານເປັນຕົ້ນ: ດ້ານການເມືອງແນວຄິດ ໃຫ້ມີຄວາມອຸນອຽນທຸນທ່ຽງເຊື່ອໝັ້ນຕໍ່ການນຳພາຂອງພັກ- ລັດ, ແນວທາງນະໂຍບາຍຂອງລັດ ມີຄວມຮັຜິດຊອບສູງຕໍ່ໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍໃຫ້ມີຜົນສຳເລັດ, ເອົາໃຈໃສ່ຊຸກຍູ້ດ້ານຜະລິດກະສິກໍາ ການປູກການລ້ຽງ ສ້າງເສດຖະກິດພາຍໃນໃຫ້ເຂັ້ມແຂງ ເພື່ອໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.

ກອງປະຊຸມປະມູນສົມທຽບລາຄາສິນຄ້າຟື້ນຖານໂຄງລ່າງ ແລະ ປັດໃຈການຜະລິດ ເຂົ້າໃນການປູກພຶດລະດູແລ້ງ ປີ 2025 – 2026++++++++ກອງປະຊຸມໄດ້...
16/09/2025

ກອງປະຊຸມປະມູນສົມທຽບລາຄາສິນຄ້າຟື້ນຖານໂຄງລ່າງ ແລະ ປັດໃຈການຜະລິດ ເຂົ້າໃນການປູກພຶດລະດູແລ້ງ ປີ 2025 – 2026
++++++++
ກອງປະຊຸມໄດ້ຈັດຂື້ນໃນວັນທີ 16 ກັຍາ 2025 ຢູ່ທີ່ຫ້ອງປະຊຸມຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງວຽງໄຊ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ສີວິໄລ ພັນທິລາ ຄະນະປະຈຳພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ ທັງເປັນປະທານ ຊີ້ນຳໂຄງການຂັ້ນເມືອງ, ມີຄະນະຮັບຜິດຊອບຂັ້ນເມືອງ, ຕາງໜ້າບໍລິສັດ ແລະ ຫົວໜ່ວຍທຸລະກິດເຂົ້າຮ່ວມ.
ໃນກອງປະຊຸມທ່ານ ສີວິໄລ ພັນທິລາ ຄະນະປະຈຳພັກເມືອງ ຮອງປະທານຄະນະກໍາມະການປົກຄອງເມືອງ ໄດ້ໃຫ້ກຽດກ່າວເປີດກອງປະຊຸມຢ່າງເປັນທາງການ ໂດຍອິງຕາມແຜນການລົງທຶນປູກພຶດລະດູແລ້ງປີ 2025 -2026 ຮ່ວງທຶນຊ່ວຍເຫຼືອຈາກສາມເມືອງແຮກສ່ຽວ: ເມືອງກວັນເຊີນ, ເມືອງກວັນຮວ່າ, ເມືອງລາດ ແຂວງແທັງຮວ່າ ສສ ຫວຽດນາມ ໃຫ້ເມືອງວຽງໄຊ ເຊິ່ງປະກອບມີ 07 ບ້ານເປົ້າໝາຍຄື: ບ້ານເດີຍ, ບ້ານຊຽງ, ບ້ານພູນເໜືອ, ບ້ານບໍ່, ບ້ານເອິນ, ບ້ານນາລຸ້ງ ແລະ ບ້ານສາດ ເພື່ອສະໜອງບັນດາສິນຄ້າ ປັດໃຈການຜະລິດ ແລະ ວັດສະດຸອຸປະກອນ ເຂົ້າໃນການກໍ່ສ້າງ ປັບປຸງຟື້ນຖານໂຄງລ່າງໃຫ້ແກ່ບັນດາບ້ານເປົ້າໝາຍ ໃຫ້ມີປະສິດທິຜົນ ແລະ ຮັບປະກັນຄວາມຖືກຕ້ອງ, ໂປ່ງໃສ ຕາມລະບຽບການ. ຫຼັງຈາກນັ້ນຄະນະຮັບຜິດຍັງໄດ້ຜ່ານມາດຖານເງືອນໄຂ, ລະບຽບການ ຂອງບໍລິສັດ, ຫົວໜ່ວຍທຸລະກິດ ທີ່ຈະເຂົ້າຮ່ວມຍຶນຊອງປະມູນສົມທຽບລາຄາ ໃນນີ້ປະກອບມີຈຳນວນ 03 ບໍລິສັດ,01 ຫົວໜ່ວຍທຸລະກິດເຂົ້າຮ່ວມຄື: ບໍລິສັດທອງປະກາຍແສງ, ບໍລິສັດບຸນປະເສີດ, ບໍລິສັດທິນາກອນ, ຮ້ານ ທ. ເສີມຂາຍເຄື່ອງກໍ່ສ້າງບ້ານລ້ອງກູ້ ແລະ ໃນນີ້ຈະຄັດເລືອກເອົາ 02 ບໍລິສັດ ຫຼື ຫົວໜ່ວຍທຸລະກິດເທົ່ານັ້ນ ທີ່ສາມາດປະມູນລາຄາເໝາະສົມທີ່ສຸດ.
ໂອກາດນີ້ກໍ່ຍັງ ມີການຍຶນ ແລະ ເປີດຊອງປະມູນ ເພື່ອຊ້ອງໜ້າຜູ້ຮ່ວມເຂົ້າເປັນສັກຂີພິຍານ ຢ່າງຖືກຕ້ອງຕາມລະບຽບການອີກດ້ວຍ.

ການນຳເມືອງວຽງໄຊ ເຂົ້າອວຍພອນວັນຊາດ ຫວຽດນາມ+++++++++ໃນວັນທີ 11 ກັນຍາ 2025 ຜ່ານມານີ້ ທີ່ຮ້ານອາຫານເລວັນຫຶງ ເມືອງວຽງໄຊ ນຳໂດຍທ...
12/09/2025

ການນຳເມືອງວຽງໄຊ ເຂົ້າອວຍພອນວັນຊາດ ຫວຽດນາມ
+++++++++
ໃນວັນທີ 11 ກັນຍາ 2025 ຜ່ານມານີ້ ທີ່ຮ້ານອາຫານເລວັນຫຶງ ເມືອງວຽງໄຊ ນຳໂດຍທ່ານ ນາງ ສວຍເພັດ ທອງສົມບັດ ກຳມະການພັກແຂວງ ເລຂາພັກເມືອງວຽງໄຊ ພ້ອມດ້ວຍຄະນະ , ແລະ ທີມງານຂັ້ນເມືອງເຂົ້າຮ່ວມ. ແລະ ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ເລວັນຮຶງ ປະທານສະມາຄົມ ຊາວຫວຽດນາມ ປະຈຳແຂວງຫົວພັນ ພ້ອມດ້ວຍຄອບຄົວ.

12/09/2025

ພິທີເຊື່ອມຊືມມະຕິ 18 ຂອງຄະນະບໍລິຫານງານພັກ ແຂວງຫົວພັນ ສະໄໝທີ X ແລະ ປາຖະກະຖາວັນຊາດ ແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມ ຄົບຮອບ 80 ປີ, ວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວຄົບຮອບ 23 ປີ

02/09/2025

ພິທີປິດຊຸດຝຶກອົບຮົມທິດສະດີ ແນວທາງຂອງພັກ ໄລຍະ 10 ວັນ ໃຫ້ພະນັກງານລັດຖະກອນ ຊຸດທີ I ຢູ່ເມືອງວຽງໄຊ

ພິທີ ມອບ - ຮັບໂຄງການສະໜອງອຸປະກອນສົມທົບ,ສ້ອມແປງເຮືອນຂອງປະຊາຊົນຊ່ວຍເຫຼືອຜູ້ປະສົບໄພພິບັດໃນ ປີ 2024ຜ່ານມາ . ພິທີດັ່ງກ່າວໄດ້ຈ...
22/07/2025

ພິທີ ມອບ - ຮັບໂຄງການສະໜອງອຸປະກອນສົມທົບ,ສ້ອມແປງເຮືອນຂອງປະຊາຊົນຊ່ວຍເຫຼືອຜູ້ປະສົບໄພພິບັດໃນ ປີ 2024ຜ່ານມາ .
ພິທີດັ່ງກ່າວໄດ້ຈັດຢູ່ທີ່ ຫ້ອງປະຊຸມຂອງຫ້ອງວ່າກາານເມືອງ ວຽງໄຊ ຂອງວັນທີ 22 ກໍລະກົດ 2025 ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ວົງໄຊ ຍະສິງທອນ ກໍາມະການພັກແຂວງ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ຫົວພັນ ມີ ທ່ານ ອອນ ແພງພູວັນ ກໍາມະການປະຈໍາພັກເມືອງ ຮອງປະທານຄະນະກໍາມະການປົກຄອງ ມີພາກສວນກ່ຽວຂ້ອງຂອງເມືອງພ້ອມດ້ວຍຄອບຄົວທີຖືກໄພພິບັດເຂົ້າຮ່ວມນໍາ.
ເຄື່ອງຊ່ວຍເຫຼືອທີ່ນໍາມາມອບຄັ້ງນີ້ແມ່ນມີຢູ່ 05 ຄອບຄົວ ຢູ່ບ້ານ ພູນກາງ 2 ຄອບຄົວ ແລະ ໂຮມພັນ 3 ຄອບຄົວ ມີ ສັງກະສີ 240 ແຜ່ນ, ເຫຼັກຕະປູ 45 ກິໂລ, ຖ້ວຍແກງ 24 ໃບ, ບ່ວງແກງ 05 ກັບ, ໝໍ້ແກງ 05 ໜ່ວຍ ລວມມູນຄ່າທັງໝົດ 19 ລ້ານກວ່າກີບ ກ່າວມອບໂດຍ ທ່ານ ວົງໄຊ ຍະສິງທອນ ກໍາມະການພັກແຂວງ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ກ່າວຮັບໂດຍ ທ່ານ ອອນ ແພງພູວັນ ກໍາມະການປະຈໍາພັກເມືອງ ຮອງປະທານຄະນະກໍາມະການປົກຄອງ ເພື່ອມອບໃຫ້ 05 ຄອບຄົວປະຊາຊົນຜູ້ປະສົບໄພພິບັດຈາກພະຍຸຊູລິກໃນ ເດືອນ ກັນຍາ ປີ 2024 ທີ່ຜ່ານມາເຊິງໄດ້ສ້າງຄວາມເສຍຫາຍຕໍ່ດິນໄຮ່,ດິນນາ ແລະ ເຮືອນຊານຫຼາຍຢ່າງ.

ສະມາຊິກແມ່ຍິງເມືອງວຽງໄຊ ສ້າງຂະບວນການອອກແຮງງານລວມ .                                    ++++++++++++ ມາໃນວັນທີ 16 ກໍລະກົດ ...
17/07/2025

ສະມາຊິກແມ່ຍິງເມືອງວຽງໄຊ ສ້າງຂະບວນການອອກແຮງງານລວມ .
++++++++++++
ມາໃນວັນທີ 16 ກໍລະກົດ 2025 ນີ້ ສະມາຊິກແມ່ຍິງເມືອງວຽງໄຊ ສ້າງຂະບວນການອອກແຮງງານລວມເພື່ອຂໍ່ານັບຮັບຕ້ອນວັນແມ່ຍິງລາວຄົບຮອບ 70 ປີ ນໍາໂດຍ ທ່ານ ນ. ສວຍເພັດ ທອງສົມບັດ ເລຂາຄະນະບໍລິຫານງານພັກເມືອງ,ຊີ້ນໍາລວມຮອບດ້ານທົ່ວເມືອງ ມີ ທ່ານ ນ. ດໍາ ສຸກວຽງຊໍາ ກໍາມະການພັກເມືອງ ປະທານສະຫະພັນແມ່ຍິງເມືອງ, ຕະຫຼອດຮອດໜ່ວຍສະມາຊິກອ້ອມຂ້າງເທດສະບານເມືອງຢ່າງເປັນຂະບວນຟົດຟື້ນ.
ການອອກແຮງງານໃນຄັ້ງນີ້ແມ່ນເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນວັນແມ່ຍິງລາວຄົບຮອບ70ປີ ທີ່ຈະມາເຖິງນີ້, ໜ້າວຽກຕົ້ນຕໍໃນການອະນາໄມແມ່ນ ເກັບຂີ້ເຫຍື້ອຢູ່ຂອບເຂດໜອງຊ່ວງເຮືອ,ປູກດອກໄມ້ປະດັບປະດາຢູ່ຖໍ້າ ທ່ານ ຄໍາໄຕ ສີພັນດອນ ແລະ ປູກຢູ່ຕໍ່ໜ້າເຮືອນຂອງ ທ່ານເຈົ້າເມືອງເມືອງວຽງໄຊ ຈາກນັ້ນແຕ່ລະໜ່ວຍແມ່ຍິງເທດສະບານຍັງໄດ້ອອກແຮງງານລວມອະນາໄມຢູ່ຂອບເຂດຂອງຕົນເປັນຕົ້ນແມ່ນ: ຫ້ອງການ,ສໍານັກງານອີກດ້ວຍ.
ທັງນີ້ກະເພື່ອໃຫ້ມີຄວາມສະອາດຈົບງາມເປັນລະບຽບຮຽບຮອ້ຍ ແລະ ເປັນການດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວເມືອງວຽງໄຊຫຼາຍຂື້ນທັງເປັນການຂໍ່ານັບຮັບຕອນວັນສໍາຄັນຕ່າງໆຂອງພັກ - ຂອງຊາດ ໂດຍສະເພາະແມ່ນວັນບຸນແມ່ຍິງຄົບຮອບ 70 ປີໃນປີ 2025ນີ້.

Address

Vientiane
0704

Opening Hours

Monday 09:00 - 16:00
Tuesday 09:00 - 17:00
Wednesday 09:00 - 16:00
Thursday 09:00 - 16:00
Friday 09:00 - 17:00

Telephone

+8562028619174

Website

Alerts

Be the first to know and let us send you an email when ຖະແຫຼງຂ່າວເມືອງວຽງໄຊ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Share