14/03/2025
ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ II ຂອງ ໜ່ວຍພັກຮາກຖານ ກົມໄປສະນີ ສໍາເລັດລົງຢ່າງຈົບງາມ
-------------------------------------------------------------
ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ II ຂອງໜ່ວຍພັກຮາກຖານ ກົມໄປສະນີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ໄຂຂຶ້ນໃນຕອນບ່າຍວັນທີ 13 ມີນາ 2025, ທີ່ຫ້ອງປະຊຸມ ໃຫຍ່ ຂອງສູນອິນເຕີເນັດແຫ່ງ ຊາດ, ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ກຳມະການສູນກາງ ພັກ, ເລຂາຄະນະບໍລິຫານງານພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ສະຫາຍ ໄຊສືຊາ ອີນສີຊຽງໃໝ່ ຄະນະບໍລິຫານງານພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ສະຫາຍ ຈັນທະວີພອນ ເຄື່ອບຄຳວອນ ຮອງເລຂາໜ່ວຍພັກຮາກຖານ ກົມໄປສະນີ, ຊຶ່ງມີເລຂາໜ່ວຍພັກຮາກຖານ, ເລຂາຄະນະພັກຮາກຖານທົ່ວອົງ ຄະນະພັກກະຊວງ ແລະ 3 ອົງການຈັດຕັ້ງມະຫາຊົນກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍສະມາ ຊິກພັກສົມບູນຂອງໜ່ວຍພັກຮາກຖານເຂົ້າຮ່ວມທັງໝົດ ຈຳນວນ 50 ສະຫາຍ.
ໃນກອງປະຊຸມ, ສະຫາຍ ຈັນທະວີພອນ ເຄື່ອບຄຳວອນ ຮອງເລຂາໜ່ວຍພັກຮາກຖານ ກົມໄປສະນີ ໄດ້ຂຶ້ນກ່າວເປີດກອງປະຊຸມ ຢ່າງເປັນທາງການ. ພ້ອມນັ້ນ, ຄະນະໜ່ວຍພັກກໍໄດ້ຜ່ານ “ຮ່າງ” ບົດ ລາຍງານການ ເມືອງ ແລະ “ຮ່າງ” ບົດສຳຫຼວດການນຳພາລວມ ຂອງຄະນະໜ່ວຍພັກຮາກຖານກົມໄປສະນີ ຊຶ່ງໄດ້ຍົກໃຫ້ ເຫັນດ້ານດີທີ່ເປັນຜົນງານ, ດ້ານອ່ອນ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ ໃນການນໍາພາ-ຊີ້ນໍາ ຂອງຄະ ນະໜ່ວຍພັກຕະຫຼອດໄລຍະຜ່ານມາ ແລະ ທິດທາງແຜນການໃນໄລຍະໃໝ່ໃຫ້ປາກົດຜົນເປັນຈິງ. ໃນໄລຍະ 05 ປີ ຜ່ານມາ ຄະນະໜ່ວຍພັກຮາກຖານ ໄດ້ເອົາໃຈໃສ່ ນໍາພາ-ຊີ້ນໍາ ປະກອບສ່ວນຢ່າງຕັ້ງໜ້າ ແລະ ເຊີດຊູຄວາມຮັບ ຜິດຊອບ ເອົາໃຈໃສ່ປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ການເມືອງຂອງກົມ ໃນການປັບ ປຸງ, ກໍ່ສ້າງ ບຸກຄະລາກອນພາຍໃນໜ່ວຍພັກ. ຈັດຕັ້ງນໍາພາວຽກງານຮອບດ້ານ ເຊັ່ນ: ດ້ານການເມືອງ-ແນວຄິດ, ວຽກ ງານປ້ອງກັນພາຍໃນພັກ, ກໍ່ສ້າງພັກ ນຳພາ-ຊີ້ນຳ ວຽກງານອົງການຈັດຕັ້ງມະຫາຊົນພາຍໃນກົມ, ກໍ່ສ້າງໜ່ວຍ ພັກໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ນໍາພາຈັດຕັ້ງປະຕິບັດວຽກງານວິຊາສະເພາະ, ພ້ອມທັງ ເປັນເສນາທິການໃຫ້ແກ່ຄະນະພັກກະຊວງກ່ຽວກັບວຽກງານໄປສະນີ ໃຫ້ມີປະສິດທິພາບ ແລະ ປະສິດຜົນສູງ.
ໂອກາດດັ່ງກ່າວ, ບັນດາສະມາຊິກພັກ ກໍໄດ້ພ້ອມກັນໃຊ້ສິດປະຊາທິປະໄຕປ່ອນບັດຄັດເລືອກເອົາ ຄະນະໜ່ວຍພັກຮາກຖານຊຸດໃໝ່ ຊຶ່ງມີຜູ້ລົງຮັບສະໝັກ 05 ສະຫາຍ, ເລືອກເອົາ 03 ສະຫາຍ. ກອງປະ ຊຸມຄັ້ງປະຖົມມະລຶກໄດ້ເປັນເອກະສັນເລືອກເອົາ ສະຫາຍ ຈັນທະວີພອນ ເຄືອບຄໍາວອນ ເປັນເລຂາ ໜ່ວຍພັກ, ສະຫາຍ ປະສິດ ສີສົມບູນ ເປັນຮອງເລຂາໜ່ວຍພັກ ແລະ ສະຫາຍ ສຸພາວະດີ ພິລາຄຳມີ ເປັນກຳມະການ ທັງເປັນປະທານກວດກາ. ພ້ອມນັ້ນ, ຍັງໄດ້ປ່ອນບັດຄັດເລືອກເອົາຜູ້ແທນສົມບູນ ແລະ ຜູ້ແທນສໍາຮອງ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ III ຂອງອົງຄະນະພັກກະຊວງ ຊຶ່ງເລືອກໄດ້ຜູ້ແທນສົມບູນ 08 ສະຫາຍ ແລະ ຜູ້ແທນສໍາຮອງ 02 ສະຫາຍ.
ຕອນທ້າຍຂອງກອງປະຊຸມ ຍັງໄດ້ເປັນກຽດຮັບຟັງການໂອ້ລົມຂອງ ສະຫາຍ ເລຂາຄະນະບໍລິຫານງານພັກ ກະຊວງ ຊຶ່ງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດກອງປະຊຸມໃຫຍ່ ພ້ອມທັງສະແດງຄວາມ ເປັນຫ່ວງເປັນໄຍ ທັງໃຫ້ຄວມສໍາຄັນຕໍ່ວຽກງານໄປສະນີ ຊຶ່ງເປັນໃຈກາງ-ເປັນເສນາທິການໃຫ້ອົງຄະນະພັກ ກະຊວງ ເພື່ອ ຕອບສະໜອງຕໍ່ການນໍາພາ-ຊີ້ນໍາ ກໍຄື ການປັບປຸງ, ກໍ່ສ້າງພັກ ຕາມຄວາມຮຽກຮ້ອງຕ້ອງການໃນໄລ ຍະໃໝ່ ໃນ ສະພາບເງື່ອນໄຂໃໝ່ນີ້. ສະຫາຍ ຍັງໄດ້ເນັ້ນໜັກໃຫ້ຄະນະໜ່ວຍພັກ, ບັນດາສະຫາຍສະມາຊິກ ພັກ, ພະນັກງານ ທົ່ວໜ່ວຍພັກຮາກຖານ ກົມໄປສະນີ ຈົ່ງເຊີດຊູສະຕິ ແລະ ຍົກສູງຄວາມຮັບຜິດຊອບການເມືອງ ຂອງຕົນເຮັດ ວຽກງານໃຫ້ມີການຫັນປ່ຽນໃໝ່ທີ່ຕັ້ງໜ້າ, ເຮັດໃຫ້ພັກມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນ, ເສີມຂະຫຍາຍມູນເຊື້ອອັນສະຫງ່າງາມຂອງພັກ ປະຊາຊົນປະຕິວັດ ລາວໃຫ້ສູງຂຶ້ນເລື້ອຍໆ, ເດັດດ່ຽວຍົກສູງຄວາມຮັບຜິດຊອບຕໍ່ວຽກງານ, ໃຫ້ ກາຍເປັນກໍາລັງແຮງຂັບເຄື່ອນ ໃນ ການຫັນເປັນດິຈິຕອນ ຕາມທິດຫັນເປັນອຸດສາຫະກໍາ ແລະ ທັນສະໄໝ, ປະກອບສ່ວນເຂົ້າໃນການຈັດຕັ້ງ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ III ຂອງອົງ ຄະນະພັກກະຊວງທີ່ຈະມາເຖິງນີ້ ໃຫ້ປະກົດຜົນເປັນຈິງຢ່າງສະຫງ່າງາມ.
ຂ່າວ: ກົມໄປສະນີ
.postal.gov.la