Better Days Ahead

Better Days Ahead Better Days Ahead was founded with the goal of encouraging the development of Lao youth capacity, ideas, mindsets, and attitudes.

To change, young Lao people's attitudes for being more optimistic, have a great passion and be more positive thinking.

[English text below]Quotes Photo l  ” Introvert ”    ສະບາຍດີທຸກຄົນ 👋🏻 ເປັນຈັ່ງໃດຊ່ວງນີ້ຫ່າງຫາຍກັນໄປດົນພໍສົມຄວນ ເລີຍສໍາຫລ...
15/05/2022

[English text below]

Quotes Photo l ” Introvert ”

ສະບາຍດີທຸກຄົນ 👋🏻 ເປັນຈັ່ງໃດຊ່ວງນີ້ຫ່າງຫາຍກັນໄປດົນພໍສົມຄວນ ເລີຍສໍາຫລັບຊ່ວງທີ່ຜ່ານມາ ຕອນນີ້ພວກເຮົາມີຂ່າວດີຈະແຈ້ງໃຫ້ທຸກຄົນຮູ້ວ່າເຮົາຈະກັບມາໂພດ content ໃນເພສ ແລະ ມາໃຫ້ motivation ກັບທຸກຄົນຄືເກົ່າແລ້ວເດີ😍 ແລະ ກໍກໍາລັງຈະມີໂປຣເຈັກໃຫມ່ມາໃນໄວໆນີ້ ສະນັ້ນ; ທຸກຄົນສາມາດຕິດຕາມເພສຂອງພວກເຮົາໄວ້ເລີຍ ແລ້ວສໍາຫລັບຫົວຂໍ້ໃນມື້ນີ້ແມ່ນເຮົາຈະພາທຸກຄົນໄປຮູ້ຈັກ Introvert !!!

ແລ້ວບາດນີ້ ” Introvert “ ແມ່ນຫຍັງ?

Introvert ແມ່ນບຸກຄົນທີ່ມີໂລກສ່ວນໂຕສູງ ຫຼື ຮູ້ສຶກສະດວກສະບາຍທີ່ຈະຢູ່ນຳຕົນເອງຫຼາຍກວ່າຢູ່ນຳຄົນອື່ນ ແລະ ເຂົ້າສັງຄົມບໍ່ເກັ່ງ. ກຸ່ມຄົນປະເພດນີ້ມັກໃຊ້ຄວາມຄິດ ແລະ ເຂົາເຈົ້າມັກໃຊ້ເວລາຢູ່ກັບຄົນດຽວ ຫຼືສອງຄົນຫຼາຍກວ່າກຸ່ມໃຫຍ່ ຫຼືຝູງຊົນ.

Check list:

1. ສາມາດຄິດໄອເດຍຕ່າງໆໄດ້ໂດຍລຳພັງ
2. ມັກໃຊ້ເວາລາຢູ່ນຳໂຕເອງຫຼາຍກວ່າອອກໄປສັງສັນ
3. ບໍ່ມັກສະແດງຄວາມຄິດເຫັນຈະມັກເປັນຜູ້ຟັງຫຼາຍກວ່າ
4. ມັກຫຼີກລ້ຽງ small talk

ລັກສະນະຂອງ introvert:

1. Social introverts: ຍັງເປັນຄົນທີ່ມັກເຂົ້າສັງຄົມ ແຕ່ຕ້ອງເປັນຄົນສະນິດ ຫຼື ຮູ້ຈັກເທົ່ານັ້ນ, ເບິ່ງຄືເປັນຄົນບໍ່ຄ່ອຍມັກການສົນທະນາ ແລະ ຫງຽບໆ ແຕ່ຖ້າຮູ້ຈັກແລະສະນິດແລ້ວຈະປ່ຽນເປັນຄົນລະຄົນ

2. Thinking introvert: ເປັນຄົນທີ່ມັກໃຊ້ຄວາມຄິດແລະໃຊ້ເວລາໃນໂລກສ່ວນໂຕຂອງຕົນເອງສູງ ຂ່ອນຂ້າງເປັນຄົນເກັບໂຕ ແລະ ເຂົ້າສັງຄົມບໍ່ເກັ່ງ. ສາມາດຄິດໄອເດຍໃຫມ່ໆ, ຈິນຕະນາການບົນຄວາມເປັນຈິງ ແລະ ຍັງວາງແຜນເກັ່ງອີກດ້ວຍ

3. Anxious introvert: ເປັນຄົນເກັບໂຕ ແລະ ມັກຢູ່ຄົນດຽວ ເພາະເປັນຄົນສັນໂດດ ແລະ ຮູ້ສຶກອຶດອັດເວລາຢູ່ນຳຄົນຫຼາຍ, ຂີ້ກັງວົນ ແລະ ບໍ່ຄ່ອຍມີຄວາມຫມັ່ນໃຈໃນໂຕເອງ
4. Restrained introvert: ເປັນຄົນທີ່ຄິດທຸກຢ່າງ ຢ່າງຖີຖ້ວນ ລະມັດລະວັງທຸກຄຳເວົ້າ, ຄິດຫຼາຍ, ໄຕຕອງທຸກຄຳເວົ້າ ແລະ ການກະທຳ ເພື່ອໃຫ້ຫມັ້ນໃຈກ່ອນແລ້ວລົງມືເຮັດ

What’s introvert

An introvert is someone who is highly private or someone who is comfortable with other people and socializing. These types of groups tend to be thoughtful and they prefer to spend time with one or two people rather than large groups or groups.

out the list:( If you are an introvert )

1. Can think of ideas on their own
2. Spend more time alone than hanging out
3. Do not like to express opinions will prefer to be a listener
4. Often avoid small talk

Characters of introvert:
1. Social introverts: Also a person who likes to socialize but must be close or know only, seems to be a person who does not like to talk and be quiet, but if you know and close, then will change your mind

2. Thinking introvert: A person who likes to think and spend time in his own private world. They are a person who is reserved and socially incompetent. Can think of new ideas, imagine on reality and also good at planning

3. Anxious introvert: A person who is reserved and likes to be alone because he is lonely and feels awkward when he is with a lot of people, fell anxious and lacking in self-confidence.

4. Restrained introvert: A person who thinks everything carefully, thinks a lot, thinks carefully about every word and action to be confident before taking action.

Quotes Photo l  “ ການປະສົບຜົນສໍາເລັດ ”ທຸກຄົນເຊື່ອບໍ່ວ່າກະແຈຫລັກ ທີ່ຈະເປີດປະຕູແຫ່ງຄວາມສໍາເລັດໃຫ້ກັບເຮົານັ້ນ ແມ່ນການທີ່ເຮົ...
22/03/2022

Quotes Photo l “ ການປະສົບຜົນສໍາເລັດ ”

ທຸກຄົນເຊື່ອບໍ່ວ່າກະແຈຫລັກ ທີ່ຈະເປີດປະຕູແຫ່ງຄວາມສໍາເລັດໃຫ້ກັບເຮົານັ້ນ ແມ່ນການທີ່ເຮົາຕ້ອງໂຟກັດໄປທີ່ເປົ້າຫມາຍ, ບໍ່ແມ່ນອຸປະສັກ !!

ສິ່ງທີ່ເຮົາພະຍາຍາມເຮັດຢູ່ ຫລື ບາງສິ່ງບາງຢ່າງທີ່ເຮົາກໍາລັງຕັ້ງໃຈເຮັດມັນ ເຮົາເອງກໍລ້ວນແລ້ວແຕ່ຫວັງວ່າມັນຈະປະສົບຄວາມສໍາເລັດ. ແຕ່ກໍຄືທີ່ເຮົາຮູ້ກັນດີວ່າບາງຢ່າງໃນຊີວິດກໍບໍ່ໄດ້ລຽບງ່າຍຄືທີ່ຄິດ ແຮງເປັນສິ່ງທີ່ເຮົາຫວັງ, ເປັນສິ່ງທີ່ເຮົາທຸມເທ, ພະຍາຍາມ ແລະ ແຮງຕ້ອງໃຊ້ເວລາ. ອຸປະສັກ, ຄວາມກົດດັນກໍເລີ່ມເຂົ້າມາເລື້ອຍໆຫລາຍຂື້ນ. ແຕ່ກໍຂື້ນກັບເຮົາເອງວ່າເຮົາຈະເລືອກໂຟກັດຕໍ່ສິ່ງໃດ ເປົ້າຫມາຍ? ຫລື ອຸປະສັກ?

ສະນັ້ນແລ້ວ, ການທີ່ເຮົາໂຟກັດໄປທີ່ເປົ້າຫມາຍ, ຜົນລັບທີ່ເຮົາຕັ້ງໄວ້ອາດເປັນ passion ຫລື ແຮງພັກດັນຫນຶ່ງທີ່ເຮັດໃຫ້ເຮົາເດີນຫນ້າຕໍ່ໄປ ແລະ ພ້ອມທີ່ຈະປະເຊີນກັບບັນຫາແລະຮຽນຮູ້ຈາກມັນໂດຍປາສະຈາກຂໍ້ກັງວົນໃດໆຕໍ່ອຸປະສັກທີ່ກໍາລັງຈະເຂົ້າມາໃນອານາຄົດ. ເຊີ່ງເຮັດໃຫ້ດຮົາພ້ອມທີ່ຈະຮຽນຮູ້ ແລະ ພັດທະນາໂຕເອງຈາກຂໍ້ຜິດພາດເຫຼົ່ານີ້ ເພາະສິ່ງນີ້ເປັນສິ່ງທີ່ບັງຄັບໃຫ້ເຮົາຮຽນຮູ້ຈາກມັນເພື່ອປະສົບຜົນສໍາເລັດ !!


✨💕
17/03/2022

✨💕

EP: 01 l “ ຄິດຄືນເລື່ອງ Positive Thinking (ຄິດບວກ) ’’

ສະບາຍດີ, ທຸກຄົນເຄີຍສົງໄສບໍ່ວ່າເປັນຫຍັງຊີວິດຂອງຄົນບາງຄົນຈຶ່ງໄດ້ເຕັມໄປດ້ວຍຄວາມສຸກ, ພະລັງຊີວິດ, ພ້ອມທີ່ຈະຮຽນຮູ້, ລົງມືເຮັດສິ່ງທີ່ໂຕເອງຕ້ອງການໂດຍປາສະຈາກຂໍ້ກັງວົນໃດໆເລີຍ ບາງຄົນກໍມີຄວາມສຸກກັບການໃຊ້ຊີວິດ ມີຫມູ່ເພື່ອນທີ່ດີ, ສັງຄົມທີ່ດີ. ແຕ່ໃນທາງກັບກັນ, ເປັນຫຍັງຄືຍັງມີບາງຄົນທີ່ຍັງຮູ້ສຶກເສົ້າ, ເສຍໃຈ, ເຕັມໄປດ້ວຍຄວາມກັງວົນ ແລະ ເຄັງຄຽດຕະຫຼອດເວລາ. ແລະສິ່ງທີ່ເຮັດໃຫ້ການໃຊ້ຊີວິດຂອງ 2 ຄົນນີ້ແຕກຕ່າງກັນກໍຄືຄວາມຄິດ, mindset ຫລື ທັດສະນະຄະຕິຂອງເຮົານັ້ນເອງ.

ທຸກຄົນເຊື່ອບໍ່ວ່າມີງານວິໄຈຫຼາຍງານເລີຍ ເຜີຍວ່າຄົນທີ່ຄິດບວກມີແນວໂນ້ມທີ່ຈະມີຊີວິດການເປັນຢູ່ທີ່ດີ, ສຸຂະພາບແຂງແຮງ, ມີ ຄວາມເຕີບໂຕໃນອາຊີບການງານ. ແລະໃນຂະນະດຽວກັນທຸກຄົນເຊື່ອບໍ່ວ່າການຝຶກໃຫ້ຄິດບວກກໍເປັນວິທີຫນຶ່ງທີ່ສາມາດລົດຄວາມຄຽດຂອງຊີວິດຄົນໆຫນຶ່ງລົງໄດ້. ຈັ່ງໃດກໍຕາມການຄິດບວກອາດບໍ່ແມ່ນ ໂລກສວຍ ຫລື ການເບິ່ງໂລກແບບປອບບາງຕາມທີ່ເຮົາເຄີຍໄດ້ຍິນຄຸ້ນຫູກັນດີໃນສັງຄົມ. ແນ່ນອນວ່າໂລກນີ້ມີຄວາມສວຍງາມ ແຕ່ການອ່ອນຕໍ່ໂລກ ການຫລອກໂຕເອງ ກັບການຍອມຮັບນັ້ນວ່າໂລກນີ້ຍັງເຫລືອສິ່ງດີໆຫລາຍຢ່າງຢູ່ນັ້ນມັນບໍ່ຄືກັນ.

ສະນັ້ນ, ການທີ່ເຮົາມີ positive thinking ຄຽງຄູ່ໄປກັບໂລກປັດຈຸບັນອາດຈະທາງເລືອກຫນຶ່ງໃຫັກັບເຮົາໃນການເລີ່ມທີ່ຈະປ່ຽນແປງທັດສະນະຄະຕິ, ຄວາມຄິດໃຫມ່ໆ, ເພື່ອສ້າງແຮງພັກດັນຕ່າງໆໃຫ້ກັບໂຕເອງ, ບໍ່ຢຸດທີ່ຈະພັດທະນາ ແລະ ສ້າງຄວາມພ້ອມທີ່ຈະຮຽນຮູ້ສິ່ງໃຫມ່ໆ. ສະນັ້ນ, ບົດຄວາມໃນຄັ້ງນີ້ຈຶ່ງຕັ້ງໃຈທີ່ຈະຊວນທຸກຄົນມາພັດທະນາຄວາມຄິດ ແລະ ພຶດຕິກໍາເຊີງບວກ ແບບທີ່ບໍ່ແມ່ນໂລກສວຍ ບໍ່ແມ່ນການຫຼອກຕົວເອງ ແຕ່ເປັນການຝຶກທີ່ຈະເປີດໃຈໃຫ້ເບິ່ງເຫັນວ່າໂລກນີ້ຍັງມີມຸມອີກມຸມຫນຶ່ງທີ່ບາງຄັ້ງເຮົາກໍເບິ່ງຂ້າມໄປ ຫລື ບໍ່ສົນໃຈເພື່ອໃຫ້ເຮົາມີຄວາມສຸກ, ຄວາມພໍໃຈ ແລະ ກໍາລັງໃຈໃນການກ້າວເດີນຕໍ່ໄປໃນຊີວິດໃຫ້ຫລາຍຂື້ນ.

ອ່ານບົດຄວາມສະບັບເຕັມໄດ້ທີ່: https://www.peoplevalue.co.th/

ຄິດຄືນເລື່ອງ " Learn to Let Go "ທຸກຄົນເຄີຍໄດ້ຍິນຄໍາເວົ້າທີ່ວ່າ " ເຈົ້າບໍ່ຍອມປ່ອຍ ເຈົ້າບໍ່ຍອມວາງ ທາງຄວາມສຸກກໍບໍ່ເກີດຂື້ນໃ...
16/03/2022

ຄິດຄືນເລື່ອງ " Learn to Let Go "

ທຸກຄົນເຄີຍໄດ້ຍິນຄໍາເວົ້າທີ່ວ່າ " ເຈົ້າບໍ່ຍອມປ່ອຍ ເຈົ້າບໍ່ຍອມວາງ ທາງຄວາມສຸກກໍບໍ່ເກີດຂື້ນໃນໃຈ " ບໍ່

ບາງທີ່ການປ່ອຍວາງ ອາດຈະເປັນທາງອອກທີ່ດີທີ່ສຸດ ເພາະວ່າມະນຸດເຮົາຄົນຫນຶ່ງບໍ່ສາມາດແບກຮັບພາລະທຸກຢ່າງໄວ້ໄດ້ສະເຫມີ ສະນັ້ນ, ການປ່ອຍວາງກໍຈະເປັນທາງເລືອກຫນຶ່ງ ແລະ ເປັນທັດສະນະຄະຕິອັນທີ່ດີອັນຫນຶ່ງໃຫ້ກັບເຮົາໃນການທີ່ຈະປ່ຽນໂຕເອງໃຫ້ເປັນຄົນໃຫມ່ໃນ version ທີ່ດີທີ່ສຸດທີ່ເຮົາສາມາດເຮັດໄດ້.

ເພາະທຸກຢ່າງທີ່ເກີດຂື້ນໃນຊີວິດເຮົາລ້ວນແລ້ວແຕ່ເປັນປະສົບການ ແລະ ຢາກໃຫ້ທຸກຄົນ focus ໄປທີ່ອານາຄົດ ແລະ ເດີນຫນ້າຕໍ່ໄປ ຮຽນຮູ້ທີ່ຈະປ່ອຍວາງ. ແລະສິ່ງທີ່ເກີດຂື້ນໃນອາທິດຖືວ່າເປັນບົດຮຽນ ແລະ ປະສົບການ ເພາະສິ່ງເຫລົ່ານີ້ນິແຫລະເປັນສິ່ງທີ່ນໍາພາໃຫ້ເຮົາປະສົບຜົນສໍາເລັດ ຖ້າເຮົາຮຽນຮູ້ທີ່ຈະປ່ອຍວາງ ແລະ ຮຽນຮູ້ຈາກມັນ.


-ສະຫລຸບແລ້ວການຄິດນອກກອບແມ່ນຫຍັງ?-ຄໍາວ່າຄິດນອກກອບບາງຄັ້ງກໍອາດຈະເປັນຄໍາເວົ້າທີ່ເວົ້າງ່າຍແຕ່ເຮັດຍາກ ແລະ ຄົນທີ່ຄິດນອກກອບນັ້ນ...
14/03/2022

-ສະຫລຸບແລ້ວການຄິດນອກກອບແມ່ນຫຍັງ?-

ຄໍາວ່າຄິດນອກກອບບາງຄັ້ງກໍອາດຈະເປັນຄໍາເວົ້າທີ່ເວົ້າງ່າຍແຕ່ເຮັດຍາກ ແລະ ຄົນທີ່ຄິດນອກກອບນັ້ນກໍອາດຈະບໍ່ແມ່ນພວກທີ່ໃຊ້ຈິນຕະນາການ ຫລື ເພີ້ຝັນແບບທີ່ເຮົາຄິດ ແຕ່ກັບເປັນຄົນທີ່ສາມາດໃຊ້ຄວາມຄິດເຊີງຕະກະເຫດຜົນກັບຄວາມເຂົ້າໃຈເລື່ອງຂອງອາລົມຄວາມຮູ້ສຶກໄດ້ຢ່າງສົມດຸນ ຫລື ບໍ່ໃຫ້ນໍາຫນັກອ່ຽງໄປທາງໃດທາງຫນຶ່ງຫລາຍຈົນເກີນໄປ.

ການຄິດນອກກອບຍັງຄົງຫມາຍເຖິງການຄິດທີ່ແຕກຕ່າງ, ເປັນການຄິດທີ່ບໍ່ໄດ້ເປັນໄປຕາມແຜນທີ່ເຮົາວ່າງມັນອອກມາ ແລະ ເປັນການຄິດທີ່ສ້າງມຸມມອງໃຫມ່ໆທີ່ບໍ່ຈໍາກັດຄວາມຄິດ ຫລື ຄວາມຮູ້ຂອງໂຕເຮົາເອງຢູ່ແຕ່ໃນບ່ອນເກົ່າ ຫລື ກອບເກົ່າໆ ແຕ່ເປັນການຄິດອອກມາໃນມຸມທີ່ກວ້າງຫລາຍຂື້ນ, ເຫັນພາບຫລາຍຂື້ນ ແລະ ອາດຈະສ້າງສັນຫລາຍຂື້ນ.

ເຊິ່ງສິ່ງເຫລົ່ານີ້ອາດເປັນທັກສະທີ່ສໍາຄັນກັບໂຕເຮົາເອງໃນການດໍາໂລງ ແລະ ໃຊ້ຊີວິດໄປກັບໂລກປະຈຸບັນ.


Address

Lanexang Avenue
Vientiane

Website

Alerts

Be the first to know and let us send you an email when Better Days Ahead posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Business

Send a message to Better Days Ahead:

Share