03/05/2025
DESIGN CONTEST 2025 ANNOUNCEMENT: ກະລຸນາອ່ານໃຫ້ລະອຽດ | Please Read Carefully.
ຫົວຂໍ້: LAO TEXTILES TO FASHION | ນຳໃຊ້ແຜ່ນແພລາວສູ່ແຟຊັ້ນ
ຜູ້ມີສິດສະຫມັກ:
* ນ້ອງໆອາຍຸລະຫວ່າງ 18 - 28 ປີ ບໍ່ຈຳກັດທາງເພດ, ສັນຊາດລາວ, ທົ່ວປະເທດ.
* ເປີດຮັບສະຫມັກນັບແຕ່ມື້ນີ້ເປັນຕົ້ນໄປ ຈົນເຖິງວັນທີປິດຮັບສະຫມັກ ວັນທີ 29/05/2025.
* ຜູ້ສະຫມັກຕ້ອງໄດ້ສົ່ງຜົນງານຂອງຕົວເອງ (ຕາມລາຍລະອຽດກະຕິກາລຸ່ມນີ້) ທາງອີເມວ ກ່ອນກຳນົດປິດຮັບສະຫມັກ.
* ຫລັງຈາກສົ່ງຜົນງານແຕ້ມທາງອີເມວ ຜູ້ສະຫມັກທຸກຄົນ ຕ້ອງໄດ້ນຳເອົາຜົນງານແຕ້ມການອອກແບບຕົວຈິງ ພ້ອມຕົວຢ່າງຂອງວັດສະດຸທີ່ຈະໃຊ້ຜະລິດ, ແລະ mood board ເພື່ອມານຳສະເຫນີດ້ວຍຕົວເອງ ຊ່ອງຫນ້າຄະນະກຳມະການ ໃນວັນທີ 04/06/2025 ທີ່ໂຮງແຮມ ອາມາຣີ ວຽງຈັນ (Amari Hotel Vientiane) ທີ່ນະຄອນຫລວງວຽງຈັນ ເວລາ 13:30 ໂດຍຕ້ອງຮັບຜິດຊອບດ້ານຄ່າໃຊ້ຈ່າຍໃນການເດີນທາງເອງ.
* ຄະນະກຳມະການ ຈະຄັດເລືອກເອົາ 5 ຄົນທີ່ມີຜົນງານໂດດເດັ່ນ ແລະ ຄະແນນຫລາຍທີ່ສຸດ ເພື່ອເຂົ້າຮອບ Top 5 Lao Young Designers 2025.
* ຜູ້ທີ່ເຂົ້າຮອບ Top 5 ຈະໄດ້ຮັບທຶນ ຄົນລະ 5,000,000 ກີບ ເພື່ອໄປຜະລິດຊຸດ 5 ຊຸດ ເພື່ອຮ່ວມສະແດງໃນ Lao Fashion Week 2025 (1-8/09/2025)
* ຄະນະກຳມະການ ຈະຄັດເລືອກ ແລະ ປະກາດຜົນ ຜູ້ທີ່ສະນະເລີດລາງວັນທີ 1, 2, 3, 4, 5 ຕາມລຳດັບ ໂດຍອີງໃສ່ຜົນງານການຜະລິດຊຸດຕົວຈິງ ຈາກການອອກແບບທຳອິດ ໃນຄືນວັນທີ 05/09/2025. ຜູ້ຊະນະເລີດລາງວັນແຕ່ລະຄົນ ຈະໄດ້ຮັບທຶນໄປຮຽນໄລຍະສັ້ນໃນສະຖາບັນການອອກແບບທີ່ມີຊື່ສຽງຂອງໂລກທີ່ເປັນພາດເນີ້ຂອງລາວແຟຊັ້ນວີກ.
ກະຕິກາການສະຫມັກ: ຂໍ້ມູນທຸກຢ່າງຕ້ອງສົ່ງຜ່ານທາງອີເມວຕາມທີ່ຢູ່ດັ່ງລຸ່ມນີ້
* ສົ່ງຮູບແຕ້ມອອກແບບຊຸດແຕ່ງກາຍ (ບໍ່ວ່າຈະເປັນຊຸດແຕ່ງກາຍຍິງ ຫລື ຊາຍ) ທີ່ສອດຄ່ອງກັບໂຈດຫົວຂໍ້ Lao Textiles to Fashion ຈຳນວນ 10 ແບບ ໂດຍຜະສົມຄວາມເປັນຕົວຕົນ (style) ຂອງຕົວເອງໃສ່ໃນການອອກແບບ. ລະບາຍສີ, ແລະ ສະແກນ ສົ່ງຮູບພາບການອອກແບບ 10 ຊຸດນັ້ນ ສົ່ງໃຫ້ກອງເລຂາ Lao Fashion Week ຜ່ານທາງ ອີເມວ ຕາມທີ່ຢູ່ທີ່ໃຫ້ໄວ້ດ້ານລຸ່ມນີ້ ບໍ່ກາຍກຳນົດປິດຮັບສະຫມັກ.
* ໃນແຕ່ລະຮູບແຕ້ມອອກແບບ ຕ້ອງໃສ່ລາຍລະອຽດກຳກັບ ເຖິງແຮງບັນດານໃຈ, ຄວາມຫມາຍຂອງຊຸດ, ລວມເຖິງຮູບຖ່າຍຕົວຢ່າງຂອງວັດສະດຸ ທີ່ຄິດວ່າຈະນຳໃຊ້ໃນການຜະລິດ (ຖ້າໄດ້ຮັບຄັດເລືອກເຂົ້າຮອບ).
* ຈົດຫມາຍກຳກັບ ຜົນງານການອອກແບບທີ່ຕົນເອງສົ່ງປະກວດ ໂດຍອະທິບາຍເຖິງແນວຄິດ ແລະ ແຮງບັນດານໃຈຂອງຕົນໃນການອອກແບບຜົນງານທີ່ສົ່ງເຂົ້າປະກວດຄັ້ງນີ້ ເພື່ອໃຫ້ທາງຄະນະກຳມະການເຂົ້າໃຈ ເຖິງພາບໃນຈິນຕະນາການຂອງຕົນ ແລະ ອະທິບາຍວ່າ ຜົນງານດັ່ງກ່າວ ສອດຄ່ອງກັບໂຈດຫົວຂໍ້ແນວໃດ.
* ຊີວະປະຫວັດຫຍໍ້ຂອງຕົນ.
* ຮູບຖ່າຍ ໂປຣຟາຍ ຂອງຕົນ ແບບເຄິ່ງຕົວ.
* ຜົນງານການອອກແບບທີ່ຈະສົ່ງເຂົ້າປະກວດ ຕ້ອງເປັນຜົນງານຈາກຫົວຄິດຕົວເອງລ້ວນໆ ບໍ່ແມ່ນການລອກແບບມາຈາກຜົນງານຂອງຄົນອື່ນ.
* ກຳນົດປິດຮັບສະຫມັກ ວັນທີ 29/05/2025 ເວລາ 17:00 (GMT+7)
ສົ່ງຮູບແຕ້ມຜົນງານການອອກແບບ 10 ຊຸດມາທີ່ ອີເມວ: [email protected] ກ່ອນວັນທີ 29/05/2025
ສົນໃຈສອບຖາມລາຍລະອຽດເພີ່ມເຕີມ ກະລຸນາຕິດຕໍ່ inbox ທາງ FB: LaoFashionWeek ຫລື WhatsApp ຕາມເບີຕິດຕໍ່ໃນຮູບໂພດສນີ້.
ຫມາຍເຫດ: ທາງກອງເລຂາ ລາວແຟຊັ້ນວີກ ສະຫງວນສິດ ທີ່ຈະຕອບຄຳຖາມສະເພາະຂໍ້ມູນທີ່ກ່ຽວຂ້ອງກັບການປະກວດ ແລະ ສະເພາະທີ່ຍັງບໍ່ໄດ້ລະບຸໄວ້ໃນການປະກາດນີ້ເທົ່ານັ້ນ