01/09/2025
ການເລືອກໂປຣແກຣມຕັດຕໍ່ວິດີໂອສຳລັບມືອາຊີບແມ່ນຂຶ້ນກັບຫຼາຍປັດໄຈ ເຊັ່ນ: ປະເພດຂອງງານ, ງົບປະມານ ແລະລະບົບປະຕິບັດການທີ່ໃຊ້ ເຊັ່ນ: macOS/WINDOWS/LINUK ແຕ່ມີໂປຣແກຣມຫຼັກໆທີ່ໄດ້ຮັບຄວາມນິຍົມໃນວົງການ Video Editor ມືອາຊີບ ດັ່ງນີ້:
1. Adobe Premiere Pro
ເປັນໂປຣແກຣມທີ່ນິຍົມທີ່ສຸດໃນໂລກ ເພາະມີເຄື່ອງມືຄົບວົງຈອນ ແລະສາມາດເຮັດວຽກຮ່ວມກັບໂປຣແກຣມອື່ນໆໃນ Adobe Creative Cloud ໄດ້ຢ່າງສະດວກສະບາຍ ເຊັ່ນ: After Effects (ສຳລັບເອັບເຟັກພິເສດ), Audition (ສຳລັບສຽງ) ແລະ Photoshop (ສຳລັບການປັບແຕ່ງພາບ). ເໝາະສຳລັບການຜະລິດວິດີໂອທຸກຮູບແບບ, ຕັ້ງແຕ່ຄລິບສັ້ນສຳລັບສື່ສັງຄົມອອນລາຍ ໄປຈົນເຖິງຮູບເງົາ.
*ແຕ່ມີຂໍ້ສັງເກດກໍຄື: Adobe Premiere Pro
ຈຳເປັນຕ້ອງຊື້ ຫຼືທົດລອງໃຊ້ 30 ວັນ ແລະຖ້າເຮົາຊື້ກໍບໍ່ສາມາດຊື້ຂາດ ຕ້ອງໄດ້ຊຶ່ເປັນເດືອນ ຫຼືປິເທົ່ານັ້ນ ເມື່ອຄົບອາຍຸ ກໍຕ້ອງໄດ້ຊື້ໃໝ່ໃນລາຄາເດີມ ເຊິ່ງຖືວ່າມັນແພງຫຼາຍສຳລັບຄົນທົ່ວໄປທີ່ຢາກລອງໃຊ້ງານ ແລະທີ່ໜັກກວ່ານັ້ນກໍຄື ຢູ່ລາວເຮົາຍັງບໍ່ສາມາດຊື້ໃຊ້ເອງໄດ້
ແຕ່ຖ້າເຈົ້າຢາກຈ່າຍຖືກກວ່າລາຄາທີ່ Adobe ຂາຍ ແລະໃຊ້ໃນລາວໄດ້ແບບຖືກລິຂະສິດ ສາມາດຊື່ໃນເພຈ: https://www.facebook.com/propackey3939? ໄດ້ເລີຍ, ເປັນເວັບໄຊຄົນລາວ, ລາຄາໜ້າຮັກ, ຂ້ອຍເອງກໍຊື້ໃຊ້ງານ(ຂອງດີບອກຕໍ່).
2. DaVinci Resolve
ໃນເບື້ອງຕົ້ນ, DaVinci Resolve ມີຊື່ສຽງໃນເລື່ອງການເກຣດສີ (Color Grading) ທີ່ມີປະສິດທິພາບສູງໃນວົງການຮູບເງົາ(ລະດັບ Hollywood). ແຕ່ໃນປັດຈຸບັນ ໄດ້ພັດທະນາໃຫ້ມີເຄື່ອງມືຕັດຕໍ່ທີ່ຄົບຖ້ວນ, ຈັດການສຽງ (Audio Mixing) ແລະເອັບເຟັກ (VFX) ໃນໂປຣແກຣມດຽວໄດ້ເລີຍ. ທີ່ສຳຄັນທີ່ສຸດຄື ມີເວີຊັນຟຣີທີ່ມີຄວາມສາມາດສູງຫຼາຍ ເຊິ່ງເໝາະສຳລັບຜູ້ເລີ່ມຕົ້ນ ແລະມືອາຊີບທີ່ຕ້ອງການປະຢັດງົບປະມານ
ແລະຖ້າຫາກເຮົາຢາກຊື້ ສາມາດຊື້ຂາດໄດ້ເລີຍ ພ້ອມໃຊ້ງານຕະຫຼອດຊີບ ຂ້ອຍເອງກໍຊື້ມາໃຊ້ງານທັງໃນຄອມພິວເຕີ ແລະ Ipad(ສຳລັບໄອແພດຊື້ແຍກຕ່າງຫາກ).
ໃຫ້ຄຳນິຍາມສັ້ນໆກັບໂປຣແກຣມນີ້: ໃຊ້ງານງ່າຍ, ໂປຣແກຣມບໍ່ຄ່ອຍເດັ້ງ ແລະບໍ່ຄ່ອຍຊ້າ(ຂຶ້ນກັບຄອມນຳ)
*ຖ້າສົນໃຈສາມາດສອບຖາມໄປທີ່ຮ້ານຕົວແທນຢູ່ລາວໄດ້: Blackmagic Design Laos
3. Final Cut Pro
ເປັນໂປຣແກຣມຕັດຕໍ່ສະເພາະສຳລັບລະບົບປະຕິບັດການ macOS (Mac) ເທົ່ານັ້ນ. ມັນອອກແບບໃຫ້ໃຊ້ງານງ່າຍ ແລະມີປະສິດທິພາບສູງ ໂດຍສະເພາະເມື່ອໃຊ້ກັບຄອມພິວເຕີ Apple ຜູ້ໃຊ້ສ່ວນໃຫຍ່ຍົກຍອມຮັບໃນເລື່ອງຄວາມໄວໃນການເຮັດວຽກ ແລະການຈັດການໄຟລ໌ທີ່ມີລະບົບດີ ເນື່ອງຈາກເປັນໂປຣແກຣມທີ່ອອກແບບມາສະເພາະລະບົບຂອງ macOS
*ສຳລັບໂປຣແກຣມນີ້ ຈຳເປັນຕ້ອງຊື້ ແລະຕ້ອງໃຊ້ຮ່ວມກັບຄອມ macOS ເທົ່ານັ້ນ
ປລ. ຂ້ອຍຍັງບໍ່ເຄີຍໃຊ້
4. Avid Media Composer
ເປັນໂປຣແກຣມທີ່ນິຍົມໃຊ້ໃນວົງການຜະລິດຮູບເງົາ ແລະລາຍການໂທລະພາບແບບມືອາຊີບມາເປັນເວລາດົນນານ, ມັນຖືກອອກແບບມາສຳລັບການເຮັດວຽກເປັນທີມ (Collaboration) ແລະການຈັດການໂປຣເຈັກຂະໜາດໃຫຍ່ທີ່ມີໄຟລ໌ຈຳນວນມະຫາສານ. ເຖິງວ່າອາດຈະມີການຮຽນຮູ້ທີ່ຍາກກວ່າໂປຣແກຣມອື່ນໆ ແຕ່ມັນໃຫ້ຄວາມຄືບໜ້າ ແລະຄວາມຍືດຫຍຸ່ນໃນລະດັບສູງສຸດ ຂ້ອຍເຫັນຮູບເງົາລະດັບຮໍລີວູດ ສ່ວນຫຼາຍກໍໃຊ້ງານໂປຣແກຣມນີ້ໃນການຕັດຕໍ່.
*ຂ້ອຍຍັງບໍ່ເຄີຍໃຊ້ງານ
ນອກຈາກໂປຣແກຣມເຫຼົ່ານີ້ແລ້ວ, ຍັງມີໂປຣແກຣມອື່ນໆອີກເຊັ່ນ: Sony Vegas, HitFilm Pro...
ເຈົ້າເດ ! ຕອນນີ້ໃຊ້ໂປຣແກຣມຫຍັງແນ່ ຄອມເມັນມາໃຫ້ຮູ້ນຳແນ່ເດີ ເພື່ອມີໂອກາດຈະໄດ້ເອົາເທັກນິກໃນໂປຣແກຣມມາແນະນຳລົງເພຈຕື່ມ !
#ຮູ້ຫຼືບໍ່? #ໂປຣແກຣມຕັດຕໍ່ວິດໂອມືອາຊີບ