06/09/2025
ສະຫະພາບເອີຣົບ (ອີຢູ) ໄດ້ປະກາດຫ້າມໃຊ້ສານເຄມີທີ່ຊື່ວ່າ "Trimethylbenzoyl
ຮຽບຮຽງຈາກ CNN
#ລາວພັດທະນາພລັສ #ເລັບເຈວ #ອີຢູ
ສະຫະພາບເອີຣົບ (ອີຢູ) ໄດ້ປະກາດຫ້າມໃຊ້ສານເຄມີທີ່ຊື່ວ່າ "Trimethylbenzoyl diphenylphosphine oxide" ຫຼືເອີ້ນສັ້ນໆວ່າ TPO ເຊິ່ງເປັນສານສຳຄັນທີ່ໃຊ້ໃນນ້ຳຢາທາເລັບເຈວຫຼາຍຊະນິດ. ສານດັ່ງກ່າວເຮັດໜ້າທີ່ເປັນສານ photoinitiator ຊ່ວຍໃຫ້ນ້ຳຢາທາເລັບເຈວແຂງຕົວ ແລະ ແຫ້ງໄວ ເມື່ອຖືກແສງ UV ຫຼື LED.
ສານນີ້ຖືກຫ້າມຍ້ອນມີງານວິໄຈຈາກການທົດລອງໃນສັດສະແດງໃຫ້ເຫັນວ່າ TPO ອາດເປັນອັນຕະລາຍຕໍ່ລະບົບສືບພັນ ແລະ ອາດເຮັດໃຫ້ເກີດບັນຫາພາວະຈະເລີນພັນໄດ້. ເຖິງວ່າຂໍ້ມູນຜົນກະທົບຕໍ່ມະນຸດຍັງບໍ່ທັນຊັດເຈນເທື່ອ.
ມາດຕະການຫ້າມດັ່ງກ່າວມີຜົນບັງຄັບໃຊ້ຕັ້ງແຕ່ວັນທີ 1 ກັນຍາ 2025 ເພື່ອປົກປ້ອງສຸຂະພາບຂອງຜູ້ບໍລິໂພກ ແລະ ພະນັກງານໃນຮ້ານເສີມສວຍ. ໂດຍຮ້ານເສີມສວຍໃນປະເທດສະມາຊິກອີຢູຈະຕ້ອງຢຸດໃຊ້ ແລະ ຈຳໜ່າຍນ້ຳຢາທາເລັບເຈວທີ່ມີສານ TPO ລວມເຖິງຕ້ອງກຳຈັດສະຕັອກທີ່ມີຢ່າງຖືກວິທີ.
ສ່ວນຢູ່ສະຫະລັດອາເມລິກາຍັງບໍ່ມີການຫ້າມໃຊ້ສານນີ້ ແລະ ນ້ຳຢາທາເລັບເຈວທີ່ມີສານ TPO ຍັງສາມາດຈຳໜ່າຍໄດ້ຕາມປົກກະຕິ.
ໂດຍລວມແລ້ວ, ອີຢູເນັ້ນການປ້ອງກັນລ່ວງໜ້າຕໍ່ສານທີ່ອາດເປັນອັນຕະລາຍ ເຖິງວ່າຈະຍັງບໍ່ມີຫຼັກຖານຊັດເຈນຈາກງານວິໄຈໃນມະນຸດກໍຕາມ. ສຳລັບຜູ້ທີ່ມັກທາເລັບເຈວໃນເອີຣົບ, ຕອນນີ້ຕ້ອງຊອກນ້ຳຢາເຈວທີ່ບໍ່ມີສານກຸ່ມນີ້ເປັນສ່ວນປະສົມແທນ ຫຼື ເລືອກຜະລິດຕະພັນທີ່ໄດ້ຮັບການປັບສູດໃໝ່ໃຫ້ປອດໄພຂຶ້ນແລ້ວ.
ຮຽບຮຽງຈາກ CNN
#ລາວພັດທະນາພລັສ #ເລັບເຈວ #ອີຢູ