Finale Magazine Laos

Finale Magazine Laos Contact information, map and directions, contact form, opening hours, services, ratings, photos, videos and announcements from Finale Magazine Laos, Magazine, Anouvong Raod, Vientiane.

ຄູ່ມືຜູ້ຍິງ ຟິນາເລ່
ສາມາດຊື້ໄດ້ທີ່ M-Point ທຸກສາຂາ ໃນລາຄາ ຫົວລະ15,000 ກີບ ມາພ້ອມຂະໜາດທີ່ສະດວກໃນການພົກພາ.
ເຊິ່ງ ຄູ່ມືຜູ້ຍິງ ຟິນາເລ່ ໄດ້ນຳສາລະໜ້າຮູ້ສຳຫຼັບຜູ້ອ່ານ ບໍ່ວ່າຈະເປັນ ແຟຊັ່ນລາວ/ສາກົນ, ຄວາມຮູ້ວັດທະນາທຳ, ຄວາມງາມ, ການແຕ່ງໜ້າ, ຣີວິວເຄື່ອງສຳອາງ, ສຸຂະພາບ, ການທ່ອງທ່ຽວ ແລະ ອື່ນໆທີ່ທ່ານຕ້ອງຫາມາອ່ານ

ໂຕຢ່າງຮູບ ກ່ອນ & ຫຼັງ ການແຕ່ງໜ້າຂອງນາງແບບສາວຜິວສີນ້ຳເຜິ້ງ✨ ໃນ Column: "Finale-Make-Over • ປ່ຽນກາໃຫ້ເປັນຫົງ" ✨🖇 ສຳຫຼັບຂັ້...
11/05/2017

ໂຕຢ່າງຮູບ ກ່ອນ & ຫຼັງ ການແຕ່ງໜ້າຂອງນາງແບບສາວຜິວສີນ້ຳເຜິ້ງ

✨ ໃນ Column: "Finale-Make-Over • ປ່ຽນກາໃຫ້ເປັນຫົງ" ✨

🖇 ສຳຫຼັບຂັ້ນຕອນ ແລະ ຜະລິດຕະພັນທີ່ໃຊ້ໃນ look ນີ້ທັງຫມົດ
ສາມາດຕິດຕາມໄດ້ໃນວາລະສານ Finale ເທົ່ານັ້ນ 😘

💃 ນາງແບບ: ແຄັດດີ້ ຈັນວິພາ ສູນສິລິ
📍ສີຜິວ: ສີນ້ຳເຜິ້ງ (Tan)

📌 ສ່ວນສະບັບທຳອິດຂອງ ຟິນາເລ່
ສາມາດຊື້ໄດ້ທີ່ M-Point ທຸກສາຂາ ໃນລາຄາ ຫົວລະ15,000 ກີບ ມາພ້ອມຂະໜາດທີ່ສະດວກໃນການພົກພາ.
ແລະ ສາລະໜ້າຮູ້ຕ່າງໆ ບໍ່ວ່າຈະເປັນ ແຟຊັ່ນລາວ/ສາກົນ, ຄວາມຮູ້ວັດທະນາທຳ, ຄວາມງາມ, ການແຕ່ງໜ້າ, ຣີວິວເຄື່ອງສຳອາງ, ສຸຂະພາບ, ການທ່ອງທ່ຽວ ແລະ ອື່ນໆທີ່ທ່ານຕ້ອງຫາມາອ່ານ

ວາງແຜງແລ້ວເດີ້!! ສະບັບທຳອິດຂອງ ຄູ່ມືຜູ້ຍິງ ຟິນາເລ່ສາມາດຊື້ໄດ້ທີ່ M-Point ທຸກສາຂາ ໃນລາຄາ ຫົວລະ15,000 ກີບ ມາພ້ອມຂະໜາດທີ່ສະ...
21/04/2017

ວາງແຜງແລ້ວເດີ້!!
ສະບັບທຳອິດຂອງ ຄູ່ມືຜູ້ຍິງ ຟິນາເລ່
ສາມາດຊື້ໄດ້ທີ່ M-Point ທຸກສາຂາ ໃນລາຄາ ຫົວລະ15,000 ກີບ ມາພ້ອມຂະໜາດທີ່ສະດວກໃນການພົກພາ.
ເຊິ່ງ ຄູ່ມືຜູ້ຍິງ ຟິນາເລ່ ໄດ້ນຳສາລະໜ້າຮູ້ສຳຫຼັບຜູ້ອ່ານ ບໍ່ວ່າຈະເປັນ ແຟຊັ່ນລາວ/ສາກົນ, ຄວາມຮູ້ວັດທະນາທຳ, ຄວາມງາມ, ການແຕ່ງໜ້າ, ຣີວິວເຄື່ອງສຳອາງ, ສຸຂະພາບ, ການທ່ອງທ່ຽວ ແລະ ອື່ນໆທີ່ທ່ານຕ້ອງຫາມາອ່ານ :)

ໃກ້ເຂົ້າມາແລ້ວ ເທດສະການປີໃໝ່ຂອງຊາວຈີນ ເຊິ່ງຫຼາຍຄົນອາດຍັງບໍ່ຮູ້ ວ່າຕ້ອງມອບຫຍັງເປັນຂອງຂວັນ ໃຫ້ແກ່ຜູ້ໃຫຍ່ ຫຼື ພິນ້ອງ. ສະນັ້...
26/01/2017

ໃກ້ເຂົ້າມາແລ້ວ ເທດສະການປີໃໝ່ຂອງຊາວຈີນ ເຊິ່ງຫຼາຍຄົນອາດຍັງບໍ່ຮູ້ ວ່າຕ້ອງມອບຫຍັງເປັນຂອງຂວັນ ໃຫ້ແກ່ຜູ້ໃຫຍ່ ຫຼື ພິນ້ອງ. ສະນັ້ນ, ເຮົາເລີຍມາຂໍແຊຣ໌ໄອເດຍເລັກໆນ້ອຍໆສຳຫຼັບການເລືອກຂອງຂວັນ ເພື່ອໃຫ້ຖືກກາລະເທສະ ບໍ່ໃຫ້ເສຍໜ້າຕໍ່ຫນ້າຜູ້ໃຫຍ່

• ບໍ່ຄວນໃຫ້ຂອງຂວັນ ຫຼື ກ່ອງ “ຂອງຂວັນໂທນສີຂາວ-ດຳ”
ໃນວັດທະນາທຳຈີນ ສີດຳ ກັບ ສີຂາວ ເປັນສີທີ່ກ່ຽວກັບ ການເສຍຊິວິດ, ເຄາະຮ້າຍ ແລະ ການຈັດງານສົບ. ດັງນັ້ນ, ຈຶງບໍ່ຄວນໃຫ້ຂອງຂວັນທີ່ມີສີໂທນດັ່ງກ່າວ ແລະ ປ່ຽນໄປໃສ່ກ່ອງຂອງຂວັນປະເພດສີແດງ ຫຼື ສີສະຫວ່າງແທນ ເພາະເປັນສີແດງ ເປັນສີແຫ່ງຄວາມສຸກ ແລະ ຄວາມປອງດອງ ⚪️⚫️

• ບໍ່ຄວນໃຫ້ “ຄັນຮົ່ມ” ກັບແຟນ ຫຼື ຄົນຮັກ
ໃນພາສາຈີນ “ຄັນຮົ່ມ” (伞) ອອກສຽງວ່າ “ສ່ານ” ເຊິ່ງການອອກສຽງຄ້າຍຄືກັບ ຄຳວ່າ “ສ່ານ” (散) ອີກຄຳໜຶ່ງທີ່ມີ ຄວາມໝາຍວ່າແຕກແຍກ ແຍກທາງ ແຕ່ວ່າຖ້າໃຫ້ຄັນຮົ່ມໃນຍາມຝົນຕົກ ແມ່ນອີກກໍລະນີໜຶ່ງ 🌂☂️

• ບໍ່ຄວນໃຫ້ “ເກີບ” ແກ່ຄົນນອກຄອບຄົວ
“ເກີບ” (鞋) ໃນພາສາຈີນອອກສຽງວ່າ “ເສ່ຍ” ອອກສຽງຄ້າຍຄືກັບຄຳວ່າ “ເສຍ” (邪) ເຊິ່ງແປວ່າ ທູດຜີປີສາດ ສິ່ງຊົ່ວຮ້າຍທີ່ມີພະລັງດ້ານມືດ ເຮັດໃຫ້ເຮົາເຈັບປ່ວຍ ຫຼື ໂຊກຮ້າຍ. ດັງນັ້ນ, ຄົນຈີນຈຶງບໍ່ນິຍົມໃຫ້ “ເກີບ” ເປັນຂອງຂວັນ ແລະ ນອກຈາກນັ້ນ ຖ້າເຮົາມອບ “ເກີບ” ທີ່ ຄັບ ຫຼື ພໍດີເກິນໄປສຳຫຼັບຜູ້ສວມໃສ່ ນັ້ນໝາຍຄວາມວ່າ “ເລື່ອງຍຸ່ງຍາກກຳລັງຈະເກີດຂຶ້ນ” ກັບຊິວິດເຂົາ 👟👞

• ບໍ່ຄວນໃຫ້ “ໂມງ” ແກ່ຜູ້ໃຫຍ່
ບໍ່ວ່າຈະເປັນໂມງໃສ່ແຂນ ໂມງຕັ້ງ ຫຼື ໂມງຫ້ອຍຝາ ວັດທະນາທຳຈີນຈະ ຖືເລື່ອງນີ້ຫຼາຍ ເພາະວ່າ “ໂມງ” (钟) ໃນພາສາຈີນ ອອກສຽງເປັນຈີນກາງວ່າ “ຈົງ”, ເຊິ່ງອີກຄຳວ່າ “ຈົງ” (终) ມີຄວາມໝາຍວ່າ “ສິ້ນສຸດ” ຫຼື “ຕາຍ”. ສະນັ້ນ, ໂມງຈຶງເປັນສິ່ງຂອງອັບປະມົງຄົນທີ່ບໍ່ຄວນມອບໃຫ້ກັນ ບໍ່ວ່າຈະເປັນງານທາງການ ຫຼື ໃຫ້ເປັນຂອງຂວັນແກ່ຜູ້ໃຫຍ່ ແຕ່ຖ້າໃນກໍລະນີຢາກໃຫ້ອີ່ຫຼີ່ ຕ້ອງພາເຈົ້າຂອງໄປເລືອກເອງ ແລ້ວຜູ້ໃຫ້ຮັບຜິດຊອບເລື່ອງເງິນ ຈະຊ່ວຍແກ້ຄວາມອັບປະມົງຄົນໄປໄດ້. 🕰⏰

• ໃຫ້ “ເງິນສົດ” ຫຼື “ອັງເປົາ” ດີທີ່ສຸດ 💵💸💰
ເລື່ອງນີ້ບໍ່ກ່ຽວກັບທຶນນິຍົມ ແຕ່ການໃຫ້ເງິນ ເປັນການສະແດງຄວາມຮັກ ແລະ ການອວຍພອນ ໃນເທດສະການກຸດຈີນ. ຫາກທ່ານໃດບໍ່ແນ່ໃຈວ່າຈະຕ້ອງເອົາຫຍັງໃຫ້ຜູ້ອື່ນ ບໍ່ວ່າຈະເປັນໝູ່ ຫຼື ພິນ້ອງ ສິ່ງທີ່ປອດໄພ ແລະ ງ່າຍທີ່ສຸດຄື ຊອງແດງ ພ້ອມເງິດສົດ ຫຼື ທີ່ເຮົາເອິ້ນວ່າ “ອັງເປົາ” (红包) ຈະໜ້ອຍ ຫຼືຫຼາຍແລ້ວແຕ່ກຳລັງຂອງແຕ່ລະຄົນ ແຕ່ສ່ວນໃຫຍ່ຄົນຈີນຈະໃຫ້ເປັນເລກຄູ່ ໂດຍສະເພາະ ເລກ 8 (八) ທີ່ອ່ານວ່າ “ປາ” ອອກສຽງຄ້າຍຄືກັບຄຳວ່າ “ຟາ” (發) ອັນໝາຍເຖິງ “ຄວາມຈະເລີນຮຸ່ງເຮືອງ ຄວາມລຳລວຍ” ຄົນຈີນຖືວ່າເລກ 8 ເປັນເລກມົງຄົນ ສ່ວນ ຊອງສີແດງ ເປັນ ສັນຍະລັກທີ່ສະແດງເຖິງຄວາມໂຊກດີ ການໃຫ້ຊອງເງິນ ສະແດງເຖິງການອວຍພອນ ຜູ້ໃຫຍ່ກໍ່ມັກໃຫ້ຊອງແດງແກ່ເດັກ ເພື່ອສະແດງຄວາມຮັກ ຄວາມເອັນດູທີ່ມີຕໍ່ພວກເຂົາ

Teaser ເລັກໆນ້ອຍໆ ແລະ ຕົວຢ່າງຮູບກ່ອນ&ຫຼັງທັງ ສອງແບບ ຈາກ✨ Column: "Finale-Make-Over • ປ່ຽນກາໃຫ້ເປັນຫົງ" ✨🖇 ສຳຫຼັບຂັ້ນຕອນແ...
22/11/2016

Teaser ເລັກໆນ້ອຍໆ ແລະ ຕົວຢ່າງຮູບກ່ອນ&ຫຼັງທັງ ສອງແບບ ຈາກ
✨ Column: "Finale-Make-Over • ປ່ຽນກາໃຫ້ເປັນຫົງ" ✨

🖇 ສຳຫຼັບຂັ້ນຕອນແລະຜະລິດຕະພັນທີ່ໃຊ້ໃນ look ນີ້ ສາມາດຕິດຕາມຂັ້ນຕອນແບບລະອຽດໄດ້ໃນວາລະສານເດີ້
ຮັບຮອງວ່າບໍ່ຍາກ ແລະ ສາມາດນຳມາໃຊ້ໃນຊິວິດຈິງແນ່ນອນ 😘

💃 ນາງແບບ: ຄຣິສຕີ້ ວັນນະສອນ ວັນໂນ
🙎🏼 ຜິວນາງແບບ : ຜິວແຫ້ງລອກຈາກການປົວສິວ ແລະມີຮອຍສິວ
👁 ຕາ: 2ຊັ້ນຫລົບໃນ

ເນື້ອຫາທັງຫມົດ ຕິດຕາມໄດ້ໃນ ຄູ່ມືຜູ້ຍິງ ຟິນາເລ່ ສະບັບທຳອິດ ເດືອນເມສາ 2017 ນີ້

Album ນີ້ເປັນພຽງຮູບບາງສ່ວນ ທີ່ເຫຼືອຕິດຕາມໄດ້ໃນ Finale Magazine ໄວໆນີ້
16/11/2016

Album ນີ້ເປັນພຽງຮູບບາງສ່ວນ ທີ່ເຫຼືອຕິດຕາມໄດ້ໃນ Finale Magazine ໄວໆນີ້

Address

Anouvong Raod
Vientiane
85620

Telephone

030 9034240

Website

Alerts

Be the first to know and let us send you an email when Finale Magazine Laos posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Business

Send a message to Finale Magazine Laos:

Share

Category