28/09/2026
ການເດີນທາງອັນຊົງກຽດຂອງທັບນັກກິລາອີສະປອດ ປະເພດເກມ Honor of Kings (HoK) ທີມຊາດລາວ ໃນມະຫະກຳກິລາ Asian Games 2026 ທີ່ເມືອງນາໂກຍາ ປະເທດຍີ່ປຸ່ນ ໄດ້ສິ້ນສຸດລົງຢ່າງເປັນທາງການແລ້ວ.
ໃນການແຂ່ງຂັນຮອບ 8 ທີມສຸດທ້າຍ (Quarter-Finals) ທີ່ຜ່ານມາ, ພວກເຮົາໄດ້ສູ້ຢ່າງສຸດຄວາມສາມາດ ຈົນເຖິງວິນາທີສຸດທ້າຍ ກ່ອນຈະພ່າຍແພ້ໃຫ້ທີມຊາດຮົງກົງ ຢຸດເສັ້ນທາງໄວ້ພຽງແຕ່ຮອບນີ້ ແລະ ບໍ່ໄດ້ ຫຼຽນລາງວັນໄປຢ່າງໜ້າເສຍດາຍ.ເຖິງຢ່າງໃດກໍຕາມ, ການກ້າວມາຮອດຮອບ 8 ທີມສຸດທ້າຍໃນລະດັບທະວີບອາຊີຄັ້ງນີ້ ບໍ່ແມ່ນພຽງແຕ່ການແຂ່ງຂັນທຳມະດາ, ແຕ່ມັນຄື "ການຈາລຶກປະຫວັດສາດໜ້າໃໝ່"
ໃຫ້ແກ່ວົງການອີສະປອດແຫ່ງຊາດລາວ ເຊິ່ງເປັນການພິສູດໃຫ້ເຫັນວ່າ ນັກກິລາລາວເຮົາມີຄວາມສາມາດ ແລະ ຕໍ່ສູ້ຄຽງບ່າຄຽງໄຫຼ່ກັບປະເທດມະຫາອຳນາດໃນຂົງເຂດອາຊີໄດ້ຢ່າງສົມກຽດ.
ໃນໂອກາດນີ້, ທາງສະຫະພັນ ຂໍສະແດງຄວາມຂອບໃຈຢ່າງເລິກເຊິ່ງມາຍັງ:ຄະນະຄູຝຶກ ແລະ ນັກກິລາທີມຊາດລາວທຸກຄົນ: ຂໍຂອບໃຈໃນຄວາມມຸ່ງມັ້ນ, ຄວາມອົດທົນ, ເຫື່ອແຮງ ແລະ ການเສຍ
ສະລະເວລາໃນການຝຶກຊ້ອມຢ່າງໜັກໜ່ວງ ເພື່ອເອົາທຸງຊາດລາວຂຶ້ນສູ່ເວທີລະດັບໂລກ ແລະ ເປັນຄວາມພູມໃຈຂອງຄົນລາວທັງຊາດຢ່າງແທ້ຈິງ. ຂໍຂອບໃຈທຸກໆແຮງໃຈ, ທຸກການຕິດຕາມ, ທຸກຄຳຊຸກຍູ້ ແລະ ທຸກສຽງເຊຍທີ່ສົ່ງໃຫ້ພວກເຂົາເຈົ້າຕັ້ງແຕ່ຮອບຄັດເລືອກທີ່ມາເລເຊຍ ຈົນມາຮອດປະເທດຍີ່ປຸ່ນ. ພະລັງຂອງพวกທ່ານຄືຟທີ່ເຮັດໃຫ້ນັກກິລາສູ້ຕໍ່ໄດ້ຈົນສຸດທາງ.ຜົນການແຂ່ງຂັນມື້ນີ້ອາດจะຈົບລົງ, ແຕ່ເສັ້ນທາງຂອງວົງການອີສະປອດລາວພຽງແຕ່ເລີ່ມຕົ້ນ! ພວກເຮົາຈະນໍາເອົາປະສົບການ ແລະ ບົດຮຽນໃນຄັ້ງນີ້ ມາປັບປຸງ, ພັດທະນາ ແລະ ກັບມາດີກວ່າເກົ່າໃນອານາຄົດຂ້າງໜ້າ.ຂໍຝາກຕິດຕາມ ແລະ ສືບຕໍ່ສະໜັບສະໜູນ ທີມຊາດລາວ ຂອງພວກເຮົາຕໍ່ໄປເດີ!
#ສູ້ໆທີມຊາດລາວ