Muan ພື້ນທີ່ຂອງເນື້ອຫາບັນເທີງສ້າງສັນຄຸນນະພາບ
The Premier Destination for Creative Content in Laos
👑 the Crown Exclusive / ☕ Muan Specialty

ມ່ວນ - ພື້ນທີ່ຂອງເນື້ອຫາບັນເທີງສ້າງສັນຄຸນນະພາບ. Muan - The Premier Destination for Creative & Entertainment in Laos.

ຖ້າທຸກຄົນກຳລັງຊອກຫາໜັງສັ້ນທີ່ເບິ່ງແລ້ວຮູ້ສຶກສະບາຍໃຈ ແລະ ຢາກພັກຜ່ອນຈາກຄວາມວຸ່ນວາຍ "The Daily Angler" ແມ່ນເລື່ອງໜຶ່ງທີ່ບໍ່...
14/09/2026

ຖ້າທຸກຄົນກຳລັງຊອກຫາໜັງສັ້ນທີ່ເບິ່ງແລ້ວຮູ້ສຶກສະບາຍໃຈ ແລະ ຢາກພັກຜ່ອນຈາກຄວາມວຸ່ນວາຍ "The Daily Angler" ແມ່ນເລື່ອງໜຶ່ງທີ່ບໍ່ຄວນພາດ. ເມື່ອໄດ້ເບິ່ງແລ້ວ ມັນໃຫ້ຄວາມຮູ້ສຶກຄືກັບເຮົາໄດ້ຫຼຸດເຂົ້າໄປຢູ່ໃນໂລກຂອງໂຕລະຄອນ, ໄດ້ເຫັນວິຖີຊີວິດ ແລະ ຮ່ວມຍິນດີໄປກັບລາວແບບບໍ່ຮູ້ໂຕເລີຍ.

ມ່ວນຊວນເບິ່ງ ຕ້ອງຂໍບອກວ່າເປັນເລື່ອງທີ່ເຮັດໃຫ້ຮູ້ສຶກປະທັບໃຈທີ່ສຸດອີກເລື່ອງໜຶ່ງເລີຍກໍວ່າໄດ້ ເພາະ "The Daily Angler" ເປັນໜັງສັ້ນທີ່ເລົ່າເລື່ອງລາວຜ່ານພາບ ແລະ ສຽງ ຂອງທຳມະຊາດຈາກ ວັງວຽງ ເມືອງທີ່ເປັນປາຍທາງຂອງນັກທ່ອງທ່ຽວທຸກມຸມໂລກ ເມືອງທ່ອງທ່ຽວຍອດຮິດທີ່ໃຜໆກໍຮູ້ຈັກ.

ແຕ່ສິ່ງທີ່ເຮັດໃຫ້ເລື່ອງນີ້ໜ້າສົນໃຈ ແລະ ມີສະເໜ່ຫຼາຍກວ່າການຍ່າງເລາະທ່ຽວທົ່ວໄປ ຄືການພາເຮົາໄປເບິ່ງຊີວິດຂອງຄົນທຳມະດາຄົນໜຶ່ງ ທີ່ເຕີບໃຫຍ່ມາກັບສາຍນ້ຳ. ລາວສືບທອດອາຊີບຫາປາມາແຕ່ຮຸ່ນພໍ່, ເຮັດໃຫ້ "ຄວາມຮັກ ແລະ ຄວາມຜູກ" ພັນກັບສາຍນ້ຳກາຍເປັນສ່ວນໜຶ່ງຂອງຊີວິດ.

ມັນສະແດງໃຫ້ເຫັນເຖິງຄຳວ່າ "ຄວາມຍືນຍົງ" ແບບງ່າຍໆ ຜ່ານຄວາມຕັ້ງໃຈທີ່ຢາກຈະດູແລສິ່ງທີ່ມີຢູ່ໃຫ້ຄົງຢູ່ຕໍ່ໄປ.

#ມ່ວນຊວນເບິ່ງ #ຮູບເງົາສັ້ນລ້ານຊ້າງ

ໄວລຸ້ນ GEN Y ວອມສຽງ ກຽມສຽງໄວ້ໃຫ້ພ້ອມ ເພາະຕຳນານວົງຣັອກລາວທີ່ທຸກຄົນຄິດຮອດກຳລັງຈະກັບມາທວງບັນລັງໃນວັນທີ 5 ທັນວາ 2026 ນີ້ກັບ ...
14/09/2026

ໄວລຸ້ນ GEN Y ວອມສຽງ ກຽມສຽງໄວ້ໃຫ້ພ້ອມ ເພາະຕຳນານວົງຣັອກລາວທີ່ທຸກຄົນຄິດຮອດກຳລັງຈະກັບມາທວງບັນລັງໃນວັນທີ 5 ທັນວາ 2026 ນີ້ກັບ ໂຄດແຊວ ຄອນເສີດໃຫຍ່ຄົບຮອບ 25 ປີ ວົງວົງເຊວສ໌.
ຍ້ອນກັບໄປ ໃນຍຸກທີ່ເຮົາຍັງຟັງເພງຜ່ານແຜ່ນ CD ຈົນຮອດຍຸກເຄື່ອງຫຼິ້ນ mp3 ຕັ້ງແຕ່ອະລະບ້ຳທຳອິດໃນປີ 2003 ຈົນຮອດອະລະບ້ຳ "ແຊວ" (2006) ທີ່ດັງພຸແຕກຈົນໄດ້ເຊັນສັນຍາກັບຄ້າຍຍັກໃຫຍ່ GMM GRAMMY. ໃຜແດ່ຈະລືມເພງຄລາສສິກຢ່າງ ຫວານ, ເລີກໆ, ຄົນຊວຍ, ຂອບໃຈຟ້າ, ພຽງມີ ແລະ ຮັກສະເໝີ ຍັງຄົງຖືກເປີດຟັງ ແລະ ຮ້ອງຕາມໂດຍແຟນເພງທັງລຸ້ນກ່ອນ ແລະ ລຸ້ນໃໝ່. ມື້ນີ້, ພວກເຂົາພ້ອມແລ້ວທີ່ຈະພາທຸກຄົນດຳດິ່ງລົງໄປໃນອາດີດທີ່ຫອມຫວານນັ້ນອີກຄັ້ງ.
ຫຼັງຈາກປ່ອຍໃຫ້ແຟນໆລໍຖ້າມາດົນນັບຕັ້ງແຕ່ແຍກຍ້າຍກັນໄປໃນປີ 2015 “ວົງເຊວສ໌” (Cells) ວົງດົນຕີຣັອກລະດັບຕຳນານ ພ້ອມແລ້ວທີ່ຈະກັບມາປຸກຕຳນານຄວາມມັນອີກຄັ້ງ ຫຼັງຈາກແຈ້ງຂ່າວດີໃນງານຖະແຫຼງຂ່າວທີ່ໂຮງແຮມ LAOTEL ເມື່ອວັນທີ 13 ກັນຍາ ທີ່ຜ່ານມາ ວ່າຈະກັບມາຈັດຄອນເສີດໃຫຍ່ຄົບຮອບ 25 ປີ ໃນຊື່ທີ່ວ່າ "ໂຄດແຊວ" ໂດຍທີ່ຊື່ງານແມ່ນອ້າງອີງມາຈາກອະລະບ້ຳແຊວ.
ເປັນຫຍັງຄອນເສີດນີ້ຈຶ່ງເປັນ "ໂຄດແຊວ" ທີ່ເຈົ້າພາດບໍ່ໄດ້? ເພາະນີ້ຄືການລວມໂຕຄັ້ງທຳອິດໃນຮອບ 10 ປີ ເຊິ່ງອາດຈະເປັນ "ຄັ້ງສຸດທ້າຍ" ທີ່ເຮົາຈະໄດ້ເຫັນພວກເຂົາຄົບທີມເທິງເວທີໃຫຍ່, ກຽມສຽງໄວ້ຮ້ອງຕາມໃຫ້ພ້ອມ ເພາະທຸກເພງຮິດທີ່ເຈົ້າຄິດຮອດ ຈະຖືກນຳມາຫຼິ້ນສົດໆໃຫ້ຟັງກັນແບບເຕັມອີ່ມ ແລະ ງານນີ້ບໍ່ໄດ້ມາແຕ່ເຊວສ໌ ຍັງມີສິນລະປິນຄົນສຳຄັນທີ່ຈະມາຮ່ວມພາທຸກຄົນດຳລຶກລົງໄປໃນອະດີດທີ່ຫອມຫວານນຳກັນ.
ບອກມາແລ້ວວ່າຈະຈັດງານຢູ່ທີ່ ເດີ່ນຫໍວັດທະນະທຳແຫ່ງຊາດ ໃນ 5 ທັນວາ 2026 ກຽມກົດບັດໃຫ້ໄວ ເພາະຈະມີພຽງບັດລາຄາດຽວ ແລະ ບໍ່ມີເລກທີ່ນັ່ງ ມາກ່ອນໄດ້ກ່ອນ ໃຜມາໄວໄດ້ຈອງພື້ນທີ່ຕິດຂອບເວທີ, ໃຜມາຊ້າກໍຍັງມັນສ໌ໄດ້ກັບຈໍຂະໜາດໃຫຍ່ໄດ້.
ການຊື້ບັດຄັ້ງນີ້ ມັນບໍ່ແມ່ນພຽງແຕ່ການມາເບິ່ງຄອນເສີດ ແຕ່ມັນຄືການ "ຊື້ຄວາມຊົງຈຳ" ຂອງແຟນເພງຍຸກ 2000s ໃຫ້ກັບມາອີກຄັ້ງ. ຖ້າເຈົ້າຄືໜຶ່ງໃນຄົນທີ່ເຕີບໂຕມາພ້ອມກັບດົນຕີຂອງພວກເຂົາ ກຽມກົດບັດແລ້ວໄປສ້າງປະຫວັດສາດຮ່ວມກັນ.

#ມ່ວນ #ວົງເຊວສ໌ #ໂຄດແຊວ

ເປັນບໍລິການທີ່ຕອບໂຈດທັງການບໍລິການ ແລະ ການຍົກລະດັບທຸລະກິດ ຢູ່ພາຍໃນງານ "Q POS presents The Lao Foodie Forum - ບໍລິຫານການກິ...
14/09/2026

ເປັນບໍລິການທີ່ຕອບໂຈດທັງການບໍລິການ ແລະ ການຍົກລະດັບທຸລະກິດ ຢູ່ພາຍໃນງານ "Q POS presents The Lao Foodie Forum - ບໍລິຫານການກິນ" ທີ່ບູດ ICare Service & ITech ໄດ້ສົ່ງມອບຄວາມປະທັບໃຈໃຫ້ກັບແຂກທີ່ເຂົ້າມາຢ້ຽມຢາມບູດດ້ວຍກິດຈະກຳແຈກຜະລິດຕະພັນລາວ ນ້ຳຢາລ້າງຈານ "ໄອແຄ ICARE ສູດທຳມະຊາດ" ຂະໜາດ 500 ml ຈາກ 1ທັກສະ ໄປໃຊ້ຟຣີໆ.
ໄອແຄ ເຊີວິດ (ຕ້ອງການແມ່ບ້ານດ່ວນ I Care Service ບໍລິການແມ່ບ້ານ ເອື້ອຍລ້ຽງເດັກ ອານາໄມ) ໃຫ້ບໍລິການຈັດຫາພະນັກງານແມ່ບ້ານ, ລ້ຽງເດັກ ແລະ ຄຸ້ມຄອງອາຄານແບບມືອາຊີບ. ໄອເທັກ (ITech) ເປັນບໍລິການຜູ້ພັດທະນາລະບົບ ERP ແລະ ແພລດຟອມດິຈິທອນເຊື່ອມໂຍງແຮງງານ ເພື່ອຍົກລະດັບທຸລະກິດໃນ ສປປ ລາວ.
ນອກຈາກນີ້, ພາຍໃນບູດຍັງມີກິດຈະກຳສຸດພິເສດເພື່ອຄົນເຮັດທຸລະກິດ (Package Service 1skill) ທີ່ເປີດໂອກາດໃຫ້ປຶກສາທຸລະກິດແບບລົງເລິກ ແລະ ວາງແຜນຍຸດທະສາດຮອບດ້ານ ບໍ່ວ່າຈະເປັນ SWOT Analysis, ການວາງແຜນງົບການເງິນ ແລະ ກົນລະຍຸດການຕະຫຼາດ ໃນລາຄາສຸດຄຸ້ມເອົາໃຈ SMEs ເຮັດໃຫ້ມີຜູ້ໃຫ້ຄວາມສົນໃຈຢ່າງຫຼວງຫຼາຍ.

#ບໍລິຫານການກິນ

12/09/2026

ເລື່ອງທີ່ເຈົ້າງົງຕອນທີ່ມາຢູ່ນະຄອນຫຼວງຕອນທຳອິດ
ແມ່ນ…

#ມ່ວນຊວນລົມ

ວັນເສົາ-ອາທິດນີ້ ຢ່າປ່ອຍໃຫ້ເວລາຜ່ານໄປຊື່ໆ ມາປັກໝຸດໄວ້ເລາະເລີຍ ມ່ວນຊວນໄປ ລວມ 3 Event ສຸດເກໃນທ້າຍອາທິດນີ້ ທີ່ຈະພາເຮົາໄປເປີ...
11/09/2026

ວັນເສົາ-ອາທິດນີ້ ຢ່າປ່ອຍໃຫ້ເວລາຜ່ານໄປຊື່ໆ ມາປັກໝຸດໄວ້ເລາະເລີຍ ມ່ວນຊວນໄປ ລວມ 3 Event ສຸດເກໃນທ້າຍອາທິດນີ້ ທີ່ຈະພາເຮົາໄປເປີດປະສົບການຮັບແຮງບັນດານໃຈ ພ້ອມລອງເຮັດກິດຈະກຳໃໝ່ໆ ແລະ ເສບງານສິລະປະເທ່ໆ ນຳກັນ.

ຮີບທັກຫາໝູ່ ແລ້ວຊວນກັນອອກໄປເລາະເລີຍ✨.

#ມ່ວນຊວນໄປ #ລວມກິດຈະກຳທ້າຍອາທິດ

🎻 ຖ້າໄດ້ບັດຄອນເສີດ 2 ບັດ ເຈົ້າຈະພາໃຜໄປ?ຖ້າຢາກໄປຟັງຄອນເສີດກັບຄົນພິເສດ ທີ່ ງານອໍເຄສຕ້າເພື່ອການກຸສົນ “ສຽງປະສານແຫ່ງມໍລະດົກລາ...
10/09/2026

🎻 ຖ້າໄດ້ບັດຄອນເສີດ 2 ບັດ ເຈົ້າຈະພາໃຜໄປ?

ຖ້າຢາກໄປຟັງຄອນເສີດກັບຄົນພິເສດ ທີ່ ງານອໍເຄສຕ້າເພື່ອການກຸສົນ “ສຽງປະສານແຫ່ງມໍລະດົກລາວ”. ທຸກຄົນຮີບມາຮ່ວມຫຼິ້ນເກມລຸ້ນຮັບບັດຄອນເສີດນຳກັນເລີຍ 🎫

ລາຍລະອຽດກິດຈະກຳ👇

1️⃣ ແຊຣ໌ໂພສນີ້
2️⃣ Tag ໝູ່ 1 ຄົນ
3️⃣ ບອກເຫດຜົນສັ້ນໆວ່າ “ຖ້າໄດ້ບັດ ຢາກພາໃຜໄປ ແລະ ເພາະຫຍັງ?”
4️⃣ ແຄັບຮູບຫຼັກຖານການແຊຣ໌ ແລ້ວຄອມເມັ້ນໄວ້ໃນໂພສນີ້ເລີຍ

ມ່ວນຊວນໄປ ຈະສຸ່ມຜູ້ໂຊກດີພຽງ 5 ສິດ ເທົ່ານັ້ນ (ສິດລະ 2 ບັດ 🎫) ໃນ ວັນຈັນ ທີ 15 ກັນຍາ ເວລາ 17:00 ໂມງ.

📌 ຢ່າລືມ: ແຊຣ໌ + Tag ໝູ່ 1 ຄົນ + ພ້ອມບອກເຫດຜົນ ເດີ.

#ມ່ວນຊວນໄປ

ຂາຍດີແຕ່ບໍ່ເຫຼືອກຳໄລ-ຮັກສາຄົນໃຫ້ຢູ່ນຳບໍ່ໄດ້-ແບຣນບໍ່ຕິດຕະຫຼາດ: 3 ບັນຫາທີ່ Lao Foodie Forum ພາ 300 ຜູ້ປະກອບການຮ້ານອາຫານລາວ...
09/09/2026

ຂາຍດີແຕ່ບໍ່ເຫຼືອກຳໄລ-ຮັກສາຄົນໃຫ້ຢູ່ນຳບໍ່ໄດ້-ແບຣນບໍ່ຕິດຕະຫຼາດ: 3 ບັນຫາທີ່ Lao Foodie Forum ພາ 300 ຜູ້ປະກອບການຮ້ານອາຫານລາວຫາທາງແກ້
"ຂາຍດີແຕ່ບໍ່ເຫຼືອກຳໄລ, ຮັກສາຄົນໃຫ້ຢູ່ກັບຮ້ານ ແລະ ມີບໍລິການທີ່ດີ ແລະ ການເຮັດໃຫ້ແບຣນເປັນທີ່ຮັກ” ຄືປະເດັນທີ່ຖືກເວົ້າເຖິງຊ້ຳໆ ໃນຫຼາຍໂຕະສົນທະນາ ຂອງງານ "Q POS presents The Lao Foodie Forum - ບໍລິຫານການກິນ" ງານສຳມະນາຄວາມຮູ້ ແລະ Workshop ສຳລັບຜູ້ປະກອບການສາຍອາຫານ-ຄາເຟ່-ເຄື່ອງດື່ມລາວ ຈັດຂຶ້ນວັນທີ 5-6 ກັນຍາ 2026 ທີ່ໂຮງແຮມ ອາມາຣີ ວຽງຈັນ ໂດຍ Muan (ໃນເຄືອ ບໍລິສັດ ບິສຈີຕອລ ຈຳກັດ) ຮ່ວມກັບ Gubi (ເຈົ້າຂອງເພຈຣີວິວອາຫານ "ທ້ອງແຕກ THONG TAEK").
,
ໃນງານນີ້ ມີຜູ້ປະກອບການເຂົ້າຮ່ວມຫຼາຍກວ່າ 300 ທ່ານ ເຊິ່ງສະທ້ອນວ່າ ບັນຫາເຫຼົ່ານີ້ບໍ່ໄດ້ເກີດຂຶ້ນກັບຮ້ານໃດຮ້ານໜຶ່ງ ແຕ່ເປັນສິ່ງທີ່ຜູ້ປະກອບການຮ້ານອາຫານ-ຄາເຟ່-ເຄື່ອງດື່ມລາວທົ່ວປະເທດກຳລັງປະເຊີນຮ່ວມກັນ ໂດຍສ່ວນໜຶ່ງກໍ່ມາຈາກກັບມໍລະສຸມຄວາມທ້າທາຍຮອບດ້ານ ບໍ່ວ່າຈະເປັນຕົ້ນທຶນທີ່ສູງຂຶ້ນ, ພຶດຕິກຳຜູ້ບໍລິໂພກທີ່ປ່ຽນໄປ ໄປຈົນເຖິງການແຂ່ງຂັນທີ່ດຸເດືອດ.
"ບໍ່ແມ່ນວ່າເຮົາຂາດຄວາມກ້າ ຫຼື ທຶນຮອນ ແຕ່ມັນຄືການຂາດຊ່ອງທາງໃນການສົ່ງຕໍ່ຄວາມຮູ້ ແລະ ປະສົບການລະຫວ່າງກັນ. "
ທ່ານ ມັງກອນເພັດ ໄຊຍະສານ, CEO ຂອງ Muan ແລະ ຜູ້ຮ່ວມກໍ່ຕັ້ງ Bizgital & LOCA ໃຫ້ຄວາມເຫັນວ່າ ອຸດສາຫະກຳອາຫານລາວມີພື້ນຖານດ້ານວັດທະນະທຳການກິນທີ່ອຸດົມສົມບູນ ແລະ ຍັງມີໂອກາດເຕີບໂຕໄດ້ອີກຫຼາຍ ແຕ່ອຸປະສັກທີ່ແທ້ຈິງບໍ່ແມ່ນວ່າເຮົາຂາດຄວາມກ້າ ຫຼື ທຶນຮອນ ແຕ່ມັນຄືການຂາດຊ່ອງທາງໃນການສົ່ງຕໍ່ຄວາມຮູ້ ແລະ ປະສົບການລະຫວ່າງກັນ.
ດ້ານ ທ່ານ ນາງ ພາວິນາ ເດດວົງສາ, CEO ຂອງ Gubi ເຈົ້າຂອງເພຈຣີວິວອາຫານ ທ້ອງແຕກ ເສີມວ່າ ບັນຫາທີ່ຊຸມຊົນຜູ້ປະກອບການຮ້ານອາຫານລາວກຳລັງພົບພໍ້ ມີ 3 ຢ່າງທີ່ຊ້ຳກັນເກືອບທຸກຮ້ານເຊັ່ນ: ຂາຍດີແຕ່ບໍ່ເຫຼືອກຳໄລ, ຮັກສາພະນັກງານໃຫ້ຢູ່ດົນ ແລະ ບໍລິການດີ ແລະ ການປັ້ນແບຣນໃຫ້ເປັນທີ່ຮັກຂອງລູກຄ້າ. ນີ້ຈຶ່ງເປັນທີ່ມາຂອງແນວຄິດສ້າງ "ຊຸມຊົນ" ໃຫ້ຜູ້ປະກອບການໄດ້ແລກປ່ຽນປະສົບການກັນໂດຍກົງ ແທນທີ່ຈະຕ່າງຄົນຕ່າງລອງຜິດລອງຖືກຢູ່ຄົນດຽວ.
ພາຍໃນມື້ງານສຳມະນາຄວາມຮູ້, ນອກຈາກການເຈາະເລິກເທຣນປີ 2026-2027 ໂດຍ ທ່ານ ຕໍ່ - ທະນະພົງ ວົງຊິນສີ (Torpenguin) ຜູ້ກໍ່ຕັ້ງ Penguin X ຈາກໄທແລ້ວ ງານໄດ້ແບ່ງເນື້ອຫາເປັນ 3 ເສົາຫຼັກໃຫ້ຜູ້ປະກອບການນຳໄປປັບໃຊ້ໄດ້ທັນທີ ເຊັ່ນ:
- ດ້ານການເງິນ ແລະ ຂໍ້ມູນຫຼັງບ້ານ: ຫົວຂໍ້ "The Numbers behind Menu" ໂດຍ ທ່ານ ເອກະລັກ ຕັນຕິສິຣິນ (Q POS) ແລະ ນາງ ຈະເລີນຣັດ ດຳລົງກຸນ (Senglao Group) ຊີ້ໃຫ້ເຫັນວ່າ ຮ້ານທີ່ "ຂາຍດີແຕ່ບໍ່ມີກຳໄລ" ມັກແມ່ນຮ້ານທີ່ບໍ່ເຄີຍຄິດຕົ້ນທຶນແທ້ຈິງຂອງແຕ່ລະເມນູ.
- ດ້ານການບໍລິຫານຄົນ: ຫົວຂໍ້ "People First, Customer Forever" ໂດຍ ນາງ ພິລາປະຈິດ ປະຈິດທຳ (Inthira Group) ແລະ ນາງ ດາລາພອນ ພົນເສນາ (ຄົວລາວ) ເນັ້ນຫຼັກຄິດວ່າ ພະນັກງານທີ່ຮູ້ສຶກເປັນສ່ວນໜຶ່ງຂອງຮ້ານ ຄືຄົນທີ່ຈະສົ່ງມອບປະສົບການທີ່ດີໃຫ້ລູກຄ້າຕໍ່ໄດ້ແທ້. ລວມເຖິງຫົວຂໍ້ “Customer Insights Uncover Growth” ໂດຍ ທ່ານ ນາງ ສົມຫຍິງ ຈັນທະວົງ (The Koki), ທ່ານ ພອນປະສົງ ທິບພະຂີນແກ້ວ (Chocola.Bar) ທີ່ບອກເຖິງຄວາມສຳຄັນໃນການນຳເອົາຂໍ້ມູນຈາກລູກຄ້າມາປັບປຸງສິນຄ້າ ແລະ ການບໍລິການໃຫ້ຕອບໂຈດຄວາມຕ້ອງການຂອງເຂົາເຈົ້າ.
- ດ້ານການປັ້ນແບຣນ: ຫົວຂໍ້ "The Art of Branding" ໂດຍ ນາງ ກຸຫຼາບ ແສງພະຈັນ (ຂະໜົມລາວ), ນາງ ອະໂນະຍາ ກອນນິວົງ (ກຸ້ງແຊ່ນ້ຳປາ by Elena) ແລະ ນາງ ນຸດລືດີ ສິລິສັກ (HugChá) ຊີ້ໃຫ້ເຫັນວ່າແບຣນທ້ອງຖິ່ນທີ່ຕິດຕະຫຼາດ ບໍ່ຈຳເປັນຕ້ອງໃຊ້ງົບການຕະຫຼາດສູງ ແຕ່ຕ້ອງມີເລື່ອງລາວທີ່ຈິງໃຈ ແລະ ຊັດເຈນ.
ນອກຈາກນັ້ນ ໃນງານຍັງມີພື້ນທີ່ Free Zone ໃຫ້ Q&A ໂດຍກົງກັບຜູ້ຊ່ຽວຊານຈາກ FINA, iCare Services, Muan, M Design, Startnovation ແລະ DOSMEP ກະຊວງອຸດສາຫະກຳ ແລະ ການຄ້າ.
ໃນມື້ທີ 2 ງານໄດ້ຕໍ່ຍອດເປັນ Workshop ທີ່ເຂັ້ມຂຸ້ນ 3 ຫົວຂໍ້ ປະກອບດ້ວຍ: ການປ່ຽນເລື່ອງລາວທຳມະດາເປັນແບຣນດິງດ້ວຍງົບນ້ອຍ (ໂດຍ ທ່ານ ມັງກອນເພັດ ໄຊຍະສານ ຈາກ Muan), ການໃຊ້ AI ວິເຄາະຂໍ້ມູນຮ້ານໃຫ້ກາຍເປັນເຄື່ອງມືເພີ່ມຍອດຂາຍ (ໂດຍ ປອ. ສະຫວາດ ໄຊປະດິດ, Laligence), ແລະ ການສ້າງທີມງານໃຫ້ແຂງແຮງ (ໂດຍ ທ່ານ ປະທານ ພິທັກພົນ, Senglao Group).
ສິ່ງທີ່ເຮັດໃຫ້ງານນີ້ແຕກຕ່າງຈາກສຳມະນາທົ່ວໄປ ບໍ່ແມ່ນຫົວຂໍ້ ຫຼື ວິທະຍາກອນ ແຕ່ແມ່ນຄວາມພະຍາຍາມສ້າງຊຸມຊົນ ຜູ້ປະກອບການຮ້ານອາຫານລາວ ໃນຕະຫຼາດທີ່ຕົ້ນທຶນຍັງເປັນຄວາມກົດດັນຕໍ່ເນື່ອງ ລວມເຖິງການຂາດພື້ນທີ່ໃນການສົ່ງຕໍ່ຄວາມຮູ້, ການມີພື້ນທີ່ໃຫ້ຜູ້ປະກອບການແລກປ່ຽນປະສົບການ ແລະ ຮຽນຮູ້ຈາກກັນ ອາດເປັນປັດໄຈໜຶ່ງທີ່ຕັດສິນວ່າຮ້ານໃດຈະຢູ່ລອດ ແລະ ຮ້ານໃດຈະຄ່ອຍໆຫາຍໄປ.
ຄວາມສຳເລັດຂອງງານ ແລະ ການເກີດຂຶ້ນຂອງພື້ນທີ່ນີ້ ຍັງໄດ້ຮັບແຮງສະໜັບໜູນຈາກຫຼາຍພາກສ່ວນທີ່ເຫັນຄວາມສຳຄັນຂອງການສ້າງຊຸມຊົນຜູ້ປະກອບການ F&B ລາວຮ່ວມກັນ ນຳໂດຍ QPOS ລະບົບຈັດການຮ້ານອັນດັບໜຶ່ງ ໃນຖານະ Title Sponsor, ພ້ອມການຊຸກຍູ້ຈາກ ກົມສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ກະຊວງອຸດສາຫະກຳ ແລະ ການຄ້າ ທີ່ເຫັນວ່ານີ້ຄືກົນໄກໜຶ່ງໃນການຍົກລະດັບ SME ສາຍອາຫານຂອງລາວ. ນອກຈາກນີ້ Fina ແລະ B**rlao Green ໃນຖານະ Silver Sponsors, Ten Years Production Laos ບໍລິການໃຫ້ເຊົ່າລະບົບສຽງ ແສງສີ ເວທີ ໂຄງທຮັດສ, ພ້ອມທັງ iCare Services & ITech, ບໍລິສັດ Freedom Sole Co.,Ltd, LocaLaos, HAL Express ຮຸ່ງອາລຸນ ຂົນສົ່ງດ່ວນ ແລະ Coolkit Branding Partner, tickget.la, Bizgital ແລະ Gubi ຕະຫຼອດຮອດ Amari Vientiane ແລະ ກຸ່ມບໍລິສັດ ຕັງຈະເລີນ ຈຳກັດຜູ້ດຽວ ຜູ້ສະໜັບສະໜູນສະຖານທີ່ ລ້ວນແຕ່ເປັນສ່ວນສຳຄັນທີ່ຊ່ວຍໃຫ້ຜູ້ປະກອບການຮ້ານອາຫານ-ຄາເຟ່-ເຄື່ອງດື່ມລາວກວ່າ 300 ທ່ານ ມີພື້ນທີ່ໄດ້ພົບປະ, ແລກປ່ຽນ ແລະ ຮຽນຮູ້ຈາກກັນ ແລະ ກັນຢ່າງແທ້ຈິງ.
ຜູ້ປະກອບການ ແລະ ຜູ້ສົນໃຈ ສາມາດຕິດຕາມກິດຈະກຳຕໍ່ໄປໄດ້ທີ່ page: Muan Specialty ແລະ ທ້ອງແຕກ" THONG TAEK "
#ບໍລິຫານການກິນ

ທຸກຄົນເຄີຍບໍ່, ໃນມື້ທີ່ເຈິອຸປະສັກຈົນຮູ້ສຶກຫາທາງອອກບໍ່ເຫັນ ແລະ ມັນເມື່ອຍລ້າກັບການຕ້ອງດິ້ນຮົນໃນເມືອງໃຫຍ່ ຈົນບາງເທື່ອ... ເຮ...
09/09/2026

ທຸກຄົນເຄີຍບໍ່, ໃນມື້ທີ່ເຈິອຸປະສັກຈົນຮູ້ສຶກຫາທາງອອກບໍ່ເຫັນ ແລະ ມັນເມື່ອຍລ້າກັບການຕ້ອງດິ້ນຮົນໃນເມືອງໃຫຍ່ ຈົນບາງເທື່ອ... ເຮົາກໍຫຼົງລືມໄປວ່າ ເຮົາມາຢູ່ນີ້ເພື່ອຫຍັງ?

ນີ້ຄົງເປັນຕົວແທນທີ່ເຮັດໃຫ້ເຫັນພາບຊັດເຈນ ແລະ ເປັນສິ່ງທີ່ໄດ້ຖ່າຍທອດເລື່ອງລາວການ "ສູ້ຊີວິດ" ຂອງໃຜຫຼາຍຄົນກັບເພງ "ມື້ໜຶ່ງຕ້ອງໄດ້ດີ" ເພງທີ່ເຮັດໃຫ້ຮູ້ວ່າເຮົາຍັງມີກຳລັງໃຈດີໆຈາກສິລະປິນຮຸ່ນໃຫຍ່ຄື "ຕີ໋ ອຸດາໄລ" ໃຜທີ່ກຳລັງທໍ້ ແລະ ກຳລັງພົບກັບຄວາມລຳບາກຕ້ອງຟັງ.

ມ່ວນຊວນຟັງ ເຂົ້າໃຈທຸກຄົນດີເລີຍວ່າການທີ່ເຮົາຢູ່ໃນສັງຄົມໃນເມືອງໃຫຍ່ນັ້ນ, ການແຂ່ງຂັນມັນສູງຫຼາຍຊ່ຳໃດ ໂດຍເພງ "ມື້ໜຶ່ງຕ້ອງໄດ້ດີ" ໄດ້ສື່ສານໃຫ້ເຫັນເຖິງຄວາມສຳຄັນຂອງ "ຄວາມອົດທົນ" ແລະ ພາບຂອງຄົນທີ່ເດີນທາງເຂົ້າມາດິ້ນຮົນໃນສັງຄົມເມືອງໃຫຍ່.

ຕີ໋ ອຸດາໄລ ໄດ້ສື່ສານຜ່ານເພງວ່າ ເຮົາບໍ່ຄວນໂທດໂຊກຊາຕາ ຫຼື ຄວາມຍາກຈົນ ແຕ່ຕ້ອງອົດທົນໜັກເອົາເບົາສູ້ ເພາະບໍ່ມີສິ່ງໃດໄດ້ມາງ່າຍໆ ເຊິ່ງຄວາມສຳເລັດຕ້ອງແລກມາດ້ວຍ ການເຮັດວຽກໜັກ ແລະ ຄວາມມຸ່ງໝັ້ນທີ່ຈະພິສູດຕົນເອງໃຫ້ຄົນອ້ອມຂ້າງໄດ້ເຫັນເຖິງສັກກະຍະພາບທີ່ເຮົາມີ.

ອ່ານຕໍ່ເຕັມໆທີ່ຄອມເມັ້ນ👇

#ມ່ວນຊວນຟັງ #ເພງລາວ #ມື້ໜຶ່ງຕ້ອງໄດ້ດີ

ຄອນເສີດອໍເຄັສຕ້າເພື່ອການກຸສົນ "ສຽງປະສານແຫ່ງມໍລະດົກລາວ" ຈາກມໍລະດົກອັນລ້ຳຄ່າ ສູ່ສຽງປະສານອັນລ້ຳສະໄໝ.ຂໍເຊີນທຸກທ່ານຮ່ວມສຳຜັດກ...
08/09/2026

ຄອນເສີດອໍເຄັສຕ້າເພື່ອການກຸສົນ "ສຽງປະສານແຫ່ງມໍລະດົກລາວ" ຈາກມໍລະດົກອັນລ້ຳຄ່າ ສູ່ສຽງປະສານອັນລ້ຳສະໄໝ.

ຂໍເຊີນທຸກທ່ານຮ່ວມສຳຜັດກັບຄໍ່າຄືນສຸດພິເສດທີ່ຈະເຊື່ອມໂຍງມູນມໍລະດົກອັນລໍ້າຄ່າໃນອະດີດ ສູ່ມະຫາກາບແຫ່ງສຽງດົນຕີອໍເຄັສຕ້າອັນຍິ່ງໃຫຍ່ໃນຍຸກປັດຈຸບັນ ສຳຜັດກັບການສະແດງຄັ້ງທຳອິດຂອງ 10 ບົດເພງອັນຊົງຄຸນຄ່າທີ່ເປັນມໍລະດົກຂອງລາວ.

ທີ່ໄດ້ນຳມາປະພັນ ແລະ ຮຽບຮຽງດົນຕີໃໝ່ ໂດຍນັກປະພັນດົນຕີຊື່ດັງ "ອາລຸນຍະເດດ ລາດຊະໂຫດີ" ໃນຮູບແບບ epic orchestra ສຸດອະລັງການ ທີ່ທຸກທ່ານບໍ່ເຄີຍໄດ້ຮັບຟັງຢູ່ໃສມາກ່ອນຢ່າງແນ່ນອນ.

ພິເສດ, ພົບກັບສິລະປິນຮັບເຊີນ ນັກໄວໂອລິນທີ່ມີຊື່ສຽງຈາກປະເທດສະວິສ “ມາທຽສ ບວກເນີ” ທີ່ຈະມາສົ່ງຕໍ່ໂອກາດທາງດົນຕີ ເພາະລາຍໄດ້ຈາກການຂາຍບັດ ຈະນຳໄປຈັດຊື້ອຸປະກອນດົນຕີທີ່ຍັງຂາດເຫຼືອ ໃຫ້ແກ່ ໂຮງຮຽນສິລະປະແຫ່ງຊາດ.

📲 ສອບຖາມຂໍ້ມູນເພີ່ມຕື່ມທີ່ເບີ 020 5419 2414
📅 ວັນເສົາ, 19 September 2026
🗺️ ຫໍວັດທະນະທຳແຫ່ງຊາດ
⏰ ເປີດປະຕູເວລາ 18:00 ໂມງ.

ຮີບຈອງບ່ອນນັ່ງເລີຍທີ່ຄອມເມັ້ນ 🎟️👇

Supported by ສະໜັບສະໜຸນໂດຍ
Swiss Cooperation Mekong
ທະນາຄານຄຳ ລາວ - Lao Bullion Bank
Namkhong B**r
Lao Telecom
TK Group

ຖ້າເຮົາເປັນຄົນໜຶ່ງທີ່ຍັງຮູ້ສຶກຮັກຢູ່ ແລ້ວບັງເອີນມາເຈິສິ່ງທີ່ຄົນຮັກເກົ່າມາເຮັດໃຫ້ຮູ້ສຶກບໍ່ດີຈົນໃຈແຕກສະຫຼາຍແບບຊ້ຳໃຈກັນສຸດໆ...
08/09/2026

ຖ້າເຮົາເປັນຄົນໜຶ່ງທີ່ຍັງຮູ້ສຶກຮັກຢູ່ ແລ້ວບັງເອີນມາເຈິສິ່ງທີ່ຄົນຮັກເກົ່າມາເຮັດໃຫ້ຮູ້ສຶກບໍ່ດີຈົນໃຈແຕກສະຫຼາຍແບບຊ້ຳໃຈກັນສຸດໆຈະເປັນແນວໃດ? ມ່ວນຊວນຟັງ ຄິດວ່າມັນຄົງຈະເປັນຄືກັນກັບຄົນໃນເພງ "ອວຍພອນຍ້ອນຈຳເປັນ" ຂອງ Youd Salavan ft Lee Salavan ນີ້ແຫຼະ.

ກ່ອນອື່ນເລີຍ, ຢາກໃຫ້ທຸກຄົນລອງຈິນຕະນາການເບິ່ງວ່າ ຕອນທີ່ເຮົາກຳລັງເລິກວຽກມາເມື່ອຍໆ ຄິດວ່າຈະນອນພັກໃຫ້ສະບາຍໃຈ ແຕ່ຜັດໄດ້ຍິນສຽງໝໍລຳງານດອງດັງແວ່ວມາຈາກແຖວບ້ານ ເລີຍຍ່າງອອກໄປເບິ່ງດ້ວຍຄວາມຢາກຮູ້ຢາກເຫັນ.

ເຫດການນັ້ນເຮັດໃຫ້ຕ້ອງຮູ້ສຶກຊັອກ ເມື່ອເຫັນວ່າເຈົ້າສາວໃນງານແມ່ນແຟນເກົ່າຂອງໂຕເອງທີ່ຫາກໍເລີກລາກັນໄປ ຖືວ່າເປັນເລື່ອງບັງເອີນທີ່ໃຜກໍບໍ່ຢາກເຈິເລີຍທຸກຄົນ ການທີ່ຍ່າງໄປເຈິຂະບວນຂັນໝາກທີ່ກຳລັງຈະໄປສູ່ຂໍຄົນທີ່ເຮົາຍັງຮັກນັ້ນວ່າເຈັບແລ້ວ ແຕ່ເຂົາບໍ່ນຶກເຖິງເຮົາເລີຍນີ້ຕີ້ເຈັບກວ່າ.

#ມ່ວນຊວນຟັງ #ອວຍພອນຍ້ອນຈຳເປັນ

Address

7th Floor, Vientiane Plaza Hotel, Hatsady Village, Chanthabouly District
Vientiane
01000

Alerts

Be the first to know and let us send you an email when Muan posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Business

Send a message to Muan:

Shortcuts

Share