22/12/2024
ແຈ້ງເຕືອນ ສະພາບອາກາດໜາວເຢັນ ແລະ ລົມພັດແຮງ ວັນທີ 20-26 ທັນວາ 2024
ເນື່ອງຈາກມວນອາກາດໜາວເຢັນ ຈາກປະເທດຈີນ ທີ່ມີກຳລັງແຮງເພີ່ມຂື້ນອີກເທື່ອໃໝ່ ຈະແຜ່ລົງມາປົກຄຸມຢູ່ ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງປານກາງ ຫາ ແຮງ, ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອ ທີ່ມີກຳລັງແຮງພັດປົກຄຸມ, ຊຶ່ງຈະເຮັດໃຫ້ອຸນຫະພູມອາກາດຈະເຢັນລົງ 2 ຫາ 4 ອົງສາ ຢູ່ໃນແຕ່ລະພາກ ພ້ອມຈະມີລົມພັດແຮງຢູ່ທົ່ວໄປ ແລະ ຈະເຮັດໃຫ້ມີຝົນຕົກ ໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ແລະ ສະພາບອາກາດຈະໜາວເຢັນ ຫາ ໜາວເຢັນຫຼາຍ ຢູ່ແຂວງພາກເໜືອ ລົງຫາ ພາກກາງ ແລະ ເຂດພູພຽງບໍລະເວນ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປ ໃນຕອນເຊົ້າ, ໃນໄລຍະວັນທີ 20 ຫາ 26 ທັນວາ 2024 ນີ້.
ພາກເໜືອ ອາກາດຈະໜາວເຢັນ ຫາ ໜາວເຢັນຫຼາຍ ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ແຂວງ ຜົ້ງສາລີ, ຫົວພັນ, ຊຽງຂວາງ, ອຸດົມໄຊ, ບໍ່ແກ້ວ, ຫຼວງນໍ້າທາ, ຫຼວງພະບາງ ແລະ ໄຊຍະບູລີ ອຸນຫະພູມຕໍ່າສຸດ 06 ຫາ 12 ອົງສາ;
ພາກກາງ: ອາກາດຈະໜາວເຢັນ ຫາ ໜາວເຢັນຫຼາຍ ພ້ອມມີໝອກໜາປົກຫຸ້ມຢູ່ບາງທ້ອງຖິ່ນໃນຕອນເຊົ້າ ແລະ ຈະມີລົມພັດແຮງຢູ່ທົ່ວໄປ ໂດຍສະເພາະຢູ່ເຂດພູສູງ, ພູດອຍ ແລະ ຮ່ອມພູ ຢູ່ແຂວງ ໄຊສົມບູນ, ບໍລິຄໍາໄຊ, ຄຳມ່ວນ ແລະ ສະຫວັນນະເຂດ ອຸນຫະພູມຕໍ່າສຸດ 08 ຫາ 14 ອົງສາ;
ນະຄອນຫຼວງວຽງຈັນ: ອາກາດເຢັນ ຫາ ໜາວເຢັນ ພ້ອມຈະມີລົມພັດແຮງຢູ່ບາງບໍລິເວນ ອຸນຫະພູມຕໍ່າສຸດ 12 ຫາ 16 ອົງສາ;
ເຂດພູພຽງບໍລະເວນ: ອາກາດຈະໜາວເຢັນ ຫາ ໜາວເຢັນຫຼາຍ ພ້ອມມີໝອກໝາປົກຫຸ້ມຢູ່ບາງບໍລິເວນ ອຸນຫະພູມຕໍ່າສຸດ 07 ຫາ 11 ອົງສາ.
ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອົງການປົກຄອງທ້ອງຖິ່ນ ແລະ ອົງການຈັດຕັ້ງທຸກພາກສ່ວນ ຈົ່ງມີສະຕິກຽມພ້ອມຮັບມືກັບສະພາບການປ່ຽນແປງຂອງອຸນຫະພູມອາກາດໜາວເຢັນດັ່ງກ່າວ, ໂດຍສະເພາະຢູ່ເຂດ ພູສູງ, ພູດອຍ ແລະ ຮ່ອມພູ ເຊັ່ນ: ບັນດາ ແຂວງ ພາກເໜືອ, ພາກກາງ ແລະ ເຂດພູພຽງບໍລະເວນ ອາກາດຈະໜາວ ເຢັນ ຫາ ໜາວເຢັນຫຼາຍ. ຊຶ່ງອາດຈະມີຜົນກະທົບຕໍ່ສຸຂະພາບ, ຂໍໃຫ້ຮັກສາສຸຂະພາບນຸ່ງຫົ່ມໃຫ້ຮ່າງກາຍອົບອຸ່ນຢູ່ ສະເໜີ, ພ້ອມທັງໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກ ກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງເປັນປະຈຳ.
#ສະພາບອາກາດ #ລາວສະຕາຣ໌ທີວີ