
03/07/2025
BCEL ກຽມອອກຈໍາໜ່າຍຮຸ້ນ ເພີ່ມທຶນໃຫ້ແກ່ຜູ້ຖືຮຸ້ນເດີມ ແລະ ມວນຊົນທົ່ວໄປ ມູນຄ່າ 833 ຕື້ກີບໃນປີນີ້.
-------------
ນັບວ່າເປັນຂ່າວດີ! ສໍາລັບນັກລົງທຶນ ແລະ ຜູ້ຖືຮຸ້ນ ຂອງທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (BCEL) ພາຍຫຼັງທີ່ໄດ້ລົງນາມເຊັນສັນຍາຮ່ວມກັບ ບໍລິສັດ ຫຼັບຊັບ ລາວ-ຈີນ ມະຫາຊົນ (ບລຈ) ໃນການ ອອກຈໍາ ໜ່າຍຮຸ້ນເພີ່ມທຶນໃຫ້ແກ່ຜູ້ຖືຮຸ້ນເດີມ ແລະ ມວນຊົນທົ່ວໄປ (RO/PO) ຈໍານວນ 833 ຕື້ກີບ ໃນປີ 2025 ນີ້, ຊຶ່ງການເພີ່ມທຶນຄັ້ງນີ້ ຈະເຮັດໃຫ້ ທຄຕລ ບັນລຸມາດຖານຄວາມພຽງພໍຂອງທຶນ ແລະ ຮັບປະກັນຄວາມໝັ້ນຄົງ.
ຫຼ້າສຸດ, ເມື່ອວັນທີ 03 ກໍລະກົດ 2025 ທີ່ສໍານັກງານໃຫຍ່ ທະນາຄານການຄ້າຕ່າງ ປະເທດລາວ ມະຫາຊົນ (ທຄຕລ) ໄດ້ມີພິທີລົງນາມໃນສັນຍາ ວ່າດ້ວຍການບໍລິການທີ່ປຶກສາດ້ານການເງິນ ໃນການອອກຈໍາໜ່າຍ ຮຸ້ນເພີ່ມທຶນໃຫ້ແກ່ຜູ້ຖືຮຸ້ນເດີມ ແລະ ມວນຊົນທົ່ວໄປ (RO/PO) ລະຫວ່າງ ທຄຕລ ແລະ ບໍລິສັດ ຫຼັບຊັບ ລາວ-ຈີນ ມະຫາຊົນ ຢ່າງເປັນທາງການ.
ໃນພິທີ, ທ່ານ ນາງ ສາຍສະໝອນ ຈັນທະຈັກ, ຜູ້ອໍານວຍການໃຫຍ່ ທຄຕລ ກ່າວວ່າ: ອີງຕາມຕົວເລກໃນ ເດືອນ 12/2024, ອັດຕາສ່ວນຄວາມພຽງພໍຂອງທຶນ (CAR Ratio) ຂອງ ທຄຕລ ໄດ້ຫຼຸດມາດຕະຖານ ທີ່ທະນາຄານ ແຫ່ງ ສປປ ລາວ ວາງໄວ້ຄື 8%. ສະນັ້ນ, ເພື່ອຍົກສູງຄວາມອາດສາມາດຂອງ ທຄຕລ ໃນການຂະຫຍາຍທຸລະກິດ ແລະ ຮັບປະກັນຄວາມໝັ້ນຄົງ ແລະ ຄວາມເຊື່ອໝັ້ນຕໍ່ ທຄຕລ, ສະພາບໍລິຫານ ແລະ ກອງປະຊຸມຜູ້ຖືຮຸ້ນຂອງ ທຄຕລ ຈຶ່ງໄດ້ຕົກລົງເຫັນດີໃຫ້ເພີ່ມທຶນຈໍານວນ 833 ຕື້ກີບ ຊຶ່ງຄາດໝາຍ ໃຫ້ສໍາເລັດພາຍໃນປີ 2025 ນີ້.
ຄຽງຄູ່ກັນນັ້ນ, ທ່ານ ລິນລີ ຜູ້ອໍານວຍການ ບໍລິສັດ ຫຼັກຊັບ ລາວ-ຈີນ ມະຫາຊົນ ໄດ້ກ່າວຕື່ມວ່າ: ແຜນການ ອອກຈໍາໜ່າຍຮຸ້ນເພີ່ມທຶນຂອງ ທຄຕລ ບໍ່ພຽງແຕ່ຈະສ້າງຄວາມໝັ້ນຄົງເທົ່ານັ້ນ, ແຕ່ຍັງຈະເປັນການປະກອບ ສ່ວນທີ່ສໍາຄັນເຂົ້າໃນການພັດທະນາຕະຫຼາດທຶນ ແລະ ເສດຖະກິດຂອງ ສປປ ລາວ, ເປັນການຍົກລະດັບ ຄວາມເຊື່ອໝັ້ນຂອງຜູ້ລົງທຶນຕໍ່ລະບົບການເງິນຂອງ ສປປ ລາວ ແລະ ສົ່ງເສີມການລົງທຶນຈາກຕ່າງປະເທດ. ບລຈ ໃນຖານະເປັນທີ່ປຶກສາດ້ານການເງິນ ແລະ ເປັນຜູ້ຄໍ້າປະກັນການອອກຈຳໜ່າຍຮຸ້ນເພີ່ມທຶນ RO/PO ໃນຄັ້ງນີ້ ມີຄວາມເຊື່ອໝັ້ນວ່າ ການຈັດຈໍາໜ່າຍຮຸ້ນເພີ່ມທຶນໃນຄັ້ງນີ້ ຈະປະສົບຜົນສໍາເລັດຕາມແຜນການ ທີ່ວາງໄວ້.
ໃຫ້ກຽດເຂົ້າຮ່ວມໃນພິທີດັ່ງກ່າວ ມີທ່ານ ນາງ ແພງສີ ແພງເມືອງ, ຫົວໜ້າສໍານັກງານຄະນະກໍາມະການ ຄຸ້ມຄອງຫຼັກຊັບ (ສຄຄຊ), ທ່ານ ສຽວສະຫວາດ ທິລະກຸນ ຜູ້ອຳນວຍການໃຫ່ຍ ຕະຫຼາດຫຼັກຊັບລາວ, ທ່ານ ປະສົມເພັດ ຄໍາຕັນ ຮອງຫົວໜ້າກົມຄຸ້ມຄອງວິສາຫະກິດລັດລົງທຶນ ແລະ ການປະກັນໄພ, ກະຊວງການເງິນ, ພ້ອມດ້ວຍແຂກທີ່ຖືກເຊີນຈາກກົມຄຸ້ມຄອງທະນາຄານທຸລະກິດ ທະນາຄານແຫ່ງ ສ ປປລາວ, ຄະນະອໍາ ນວຍການບໍລິສັດ ຫຼັກຊັບ BCEL-KT ຈຳກັດ, ບໍລິສັດຫຼັກຊັບ LDB ຈຳກັດຜູ້ດຽວ ເຂົ້າຮ່ວມ.