19/10/2026
ແຂວງຊຽງຂວາງ: ກັກຕົວ 3 ຜູ້ລັກລອບຂຸດຄຳເຖື່ອນ ພ້ອມອຸປະກອນຈຳນວນຫຼາຍ
| ເຈົ້າໜ້າທີ່ຄະນະສະເພາະກິດ ກອງບັນຊາການທະຫານແຂວງຊຽງຂວາງ ໄດ້ລົງກວດກາ ແລະ ກັກຕົວຜູ້ລັກລອບຂຸດຄົ້ນແຮ່ຄຳຜິດກົດໝາຍ ໄດ້ 3 ຄົນ ຢູ່ທີ່ຫ້ວຍນໍ້າພານ, ບ້ານຄັງໂຮງ, ເມືອງຄູນ, ແຂວງຊຽງຂວາງ ພ້ອມຍຶດຂອງາງຈຳນວນຫຼາຍລາຍການ.
ລາຍລະອຽດຜູ້ຖືກກັກຕົວ:
1. ນາງ ແກ້ວ ມະນີ (ບ້ານດ່ານຊ້າງ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ) - ເຈົ້າຂອງ
2. ທ້າວ ວົງ ພອນວິໄລ (ບ້ານໜອງພະຍາ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ) - ເຈົ້າຂອງ
3. ທ້າວ ຫຼ້າ (ບ້ານໂພນສະອາດ, ເມືອງແປກ, ແຂວງຊຽງຂວາງ) - ຜູ້ຊ່ວຍວຽກ
ຂອງກາງທີ່ກວດຍຶດໄດ້:
🔴 ລົດຈົກ: 6 ຄັນ
🔴 ເຄື່ອງດູດນ້ຳ: 5 ເຄື່ອງ
🔴 ຕະແກງຮ່ອນຄຳ: 3 ເຄື່ອງ
🔴 ລົດຈັກ: 1 ຄັນ
🔴 ເຄື່ອງປັ່ນໄຟ: 1 ເຄື່ອງ ພ້ອມເຄື່ອງມືອື່ນໆ
ມາດຕະການ: ເຈົ້າໜ້າທີ່ໄດ້ສັ່ງຢຸດຕິທຸກກິດຈະກຳ, ເຮັດບົດບັນທຶກຢຶດຂອງກາງທັງໝົດ ແລະ ນຳສົ່ງໃຫ້ພາກສ່ວນທີ່່ຽວຂ້ອງ ດຳເນີນຄະດີຕາມກົດໝາຍຢ່າງເຂັ້ມງວດ ເພື່ອປ້ອງກັນຜົນກະທົບຕໍ່ສະພາບແວດລ້ອມ ແລະ ແຫຼ່ງນ້ຳທຳມະຊາດ.
#ອິນໄຊລາວ ສາລະດີໆ ມີຢູ່ບ່ອນນີ້.