Lookkaew Shop

Lookkaew Shop ສົນໃຈສິນຄ້າທັກ 020 54870773

 #ມາສຄາຣ່າປັດຄິ້ວໂປຣ1ແຖມ1 ສົ່ງຟຣີມີປາຍທາງ✅
12/08/2026

#ມາສຄາຣ່າປັດຄິ້ວ
ໂປຣ1ແຖມ1 ສົ່ງຟຣີ
ມີປາຍທາງ✅

 #ກວດດວງໂຕເອງ2026ໄດ້ງ່າຍໆເຮັດຕາມຮູບບອກນັບ1.   ຖ້າຕົກທີ່ “ເຈດີ ” ທາຍວ່າ ປີນັ້ນຈະຢູ່ເຢັນເປັນສຸກ ຈະມີຄວາມສຸກກາຍສຸກໃຈ ຈະໄດ້ທ...
05/01/2026

#ກວດດວງໂຕເອງ2026ໄດ້ງ່າຍໆເຮັດຕາມຮູບບອກນັບ

1. ຖ້າຕົກທີ່ “ເຈດີ ” ທາຍວ່າ ປີນັ້ນຈະຢູ່ເຢັນເປັນສຸກ ຈະມີຄວາມສຸກກາຍສຸກໃຈ ຈະໄດ້ທຳບຸນກຸສົນໃນສາສະນາ ປາດຖະໜາສິ່ງໃດ ຍອມໄດ້ສົມໃຈນຶກແລ.

2. ຖ້າຕົກທີ່ “ ຊັດເງິນ ” ທາຍວ່າ ປີນັ້ນຈະມີລາບຜົນເງິນທອງ ໃຊ້ພໍສະບາຍ ບໍ່ເດືອດຮ້ອຍພາຍໃນຄອບຄົວ ໄປທາງທິດໃດ ຈະມີຄົນອຸປະຖຳຄ້ຳຊູພໍປະມານແລ.

3. ຖ້າຕົກທີ່ “ ຄໍຂາດ ” ທາຍວ່າ ປີນັ້ນ ຈະປະສົບຄວາມຮ້ອນອົກຮ້ອນໃຈ ຈະມີຄະດີຄວາມເຖິງໂຮງເຖິງສານ ທຳໃຫ້ຕ້ອງເສັຍເງິນທອງຂອງຮັກ ບໍ່ມີເວລາປະກອບອາຊີບ ທຳມາຫາກິນຢ່າງປົກກະຕິສຸກ ບໍ່ດີເລີຍ.

4. ຖ້າຕົກທີ່ “ ເຮືອນຫລວງ ” ທາຍວ່າ ປີນັ້ນຈະມີດີມີຄວາມສຸກກາຍສະບາຍໃຈ ຈະມີທີ່ເພີ່ງໃນຄວາມອະນຸເຄາະໃນເລື່ອງຄວາມເປັນຢູ່ ເປັນຂ້າຣາຊະການຈະໄດ້ເລື່ອນຍົດຖາບັນດາສັກ ດີແລ.

5. ຖ້າຕົກທີ່ “ ປາສາດ ” ທາຍວ່າ ປີນັ້ນວ່າຈະມີຄວາມສຸກຢ່າງຍີ່ງ ຈະປະສົບໂຊກລາບມາກມາຍໃນຊີວິດ ຄິດສີ່ງໃດຈະໄດ້ສົມປາຖະໜາ ດີນັກແລ.

6. ຖ້າຕົກທີ່ “ ຣາຫູ ” ທາຍວ່າ ປີນັ້ນຈະເດືອດຮ້ອນໃຈ ອາດຈະມີເລື່ອງທະເລາະວິວາດເປັນຄະດີຄວາມ ຈະມີຄົນມາຄອຍຍຸແຍ່ ໃຫ້ວຸ່ນວາຍ ຫລື ຫາເລື່ອງໃຫ້ເຮົາຕ້ອງເດືອດຮ້ອນ ຈະປວດຫົວຕົວຮ້ອນເປັນປະຈຳ ບໍ່ດີແລ.

7. ຖ້າຕົກທີ່ “ ຊັດທອງ ” ທາຍວ່າ ປີນັ້ນຈະມີກຽດຕິຍົດປະກົດໃນຝູງຊົນທົ່ວໄປ ໄປສາລະທິດໃດໆ ຈະມີຄົນຄອຍອຸປະຖຳຄ້ຳຊູ ບໍ່ເດືອດຮ້ອນເລີຍ ດີນັກແລ.

8. ຖ້າຕົກທີ່ “ ເທວະດາຂີ່ເຕົ່າ ” ທາຍວ່າ ປີນັ້ນຄ່ອນຂ້າງດີ ຈະມີຄົນຄອຍຊ່ວຍເຫລືອໃນໜ້າທີ່ການງານ ແຕ່ລະວັງບໍລິວານຈະນຳຄວາມເດືອດຮ້ອນມາໃຫ້ ດີປານກາງແລ.

9. ຖ້າຕົກທີ່ “ ຄົນຕ້ອງຂື່ຄາ ” ທາຍວ່າ ປີນັ້ນເຖິງຄາວເຄາະຫາມຍາມຮ້າຍ ຈະມີເລື່ອງວຸ່ນວາຍໃນເຮືອນ, ຄອບຄົວ ແລະ ຕົນເອງ ຈະຖືກຈອງຈຳ ຫລື ບໍ່ມີຄວາມສຸກກາຍສະບາຍໃຈເລີຍ.

10. ຖ້າຕົກທີ່ “ ພໍ່ໝໍ ” ທາຍວ່າ ປີນັ້ນຈະມີຄົນມາຂໍຄວາມຊ່ວຍເຫລືອ ຮັບອາສາເຈົ້ານາຍຈະໄດ້ດີ ແຕ່ຈະມີຄວາມສຸກບໍ່ຫລາຍເທົ່າໃດ ຈະທຸກກາຍທຸກໃຈພໍປະມານ ດີປານກາງແລ.

11. ຖ້າຕົກທີ່ “ ແມ່ມົດ ” ທາຍວ່າ ປີນັ້ນຈະມີຄົນນຳລາບມາໃຫ້ ແຕ່ຕ້ອງແລກປ່ຽນກັບຄວາມຊ່ວຍເຫລືອຈາກເຈົ້າຊາຕາ ມີຄວາມສະບາຍໃຈພໍປະມານ ແຕ່ຈະເມື່ອຍໃຈ ດີປານກາງແລ.

12. ຖ້າຕົກທີ່ “ ນາກຄະຣາດ ” ທາຍວ່າ ປີນັ້ນຈະມີອຳນາດວາສະໜາ ຊາຕາກຳລັງດີ ມີຄົນມາອ່ອນນ້ອມຍອມເປັນຄົນຮັບໃຊ້ ຈະໄດ້ລາບຈາກບໍລິວານ ແລະ ຜູ້ໃຫ່ຍ ແຕ່ໃຫ້ລະວັງຄຳເວົ້າ ແລະ ອາລົມໃຫ້ຫລາຍ ດີປານກາງແລ.

Address

Vientiane

Alerts

Be the first to know and let us send you an email when Lookkaew Shop posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Business

Send a message to Lookkaew Shop:

Shortcuts

Share

Category