23/08/2025
#ແຈ້ງເຕືອນໄພ ພາຍຸດີເປຼຊັ່ນ (TD)! ພາກກາງຫາພາກເໜືອຈົ່ງມີສະຕິລະມັດລະວັງ ແລະ ກຽມພ້ອມຮັບມື ຕໍ່ກັບສະພາບຝົນຕົກຫນັກຕິດຕໍ່ກັນຫຼາຍ ທີ່ຈະເຮັດໃຫ້ມີດິນເຈື່ອນ ນໍ້າຖ້ວມຊຸ ໃນລະຫວ່າງວັນທີ 25 - 28 ສິງຫານີ້
==============
ວັນທີ 23 ສິງຫາ 2025 ກົມອຸຕຸນິຍົມ ແລະ ອຸທົກກະສາດ ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກ ແຈ້ງເຕືອນໄພ ພາຍຸດີເປຼຊັ່ນ (TD) ໃນລະຫວ່າງວັນທີ 25 - 28 ສິງຫາ 2025 ວ່າ: ໃນເວລາ 07 ໂມງ 00 ຂອງວັນທີ 23 ສິງຫາ 2025 ພາຍຸດີເປຼຊັນ (TD) ໄດ້ເຄື່ອນທີ່ ຢູ່ເຂດທະເລຈີນໃຕ້ຕອນກາງ, ເຊິ່ງມີຈຸດສູນກາງໃນເສັ້ນ ຂະຫນານທີ 17.2 ອົງສາເຫນືອ ແລະ ເສັ້ນແວງທີ່ 116.9 ອົງສາຕາເວັນ ອອກ ດ້ວຍຄວາມໄວ 55 ກິໂລແມັດຕໍ່ຊົ່ວໂມງ.
ພາຍຸຫົວນີ້ຈະມີກໍາລັງ ແຮງເພີ່ມຂຶ້ນ ກາຍເປັນພາຍຸຫມຸນເຂດຮ້ອນ ແລະ ຈະສືບຕໍ່ເຄື່ອນທີ່ຜ່ານ ພາກໃຕ້ຂອງເກາະໄຮຫນານໃກ້ແຄມຝັ່ງທາງພາກເຫນືອ ແລະ ພາກກາງຂອງ ສສ ຫວຽດນາມ ໃນວັນທີ 24 ຫາ 25 ສິງຫາ 2025 ນີ້. ຈາກນັ້ນພາຍຸ ຫົວນີ້ ສືບຕໍ່ເຄື່ອນທີ່ຜ່ານ ພາກກາງ ແລະ ພາກເຫນືອ ຂອງ ສປປ ລາວ. ຊຶ່ງ ຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມ ໃນລະດັບຄ່ອຍ ຫາ ຕົກປານກາງຢູ່ ທົ່ວໄປໃນແຕ່ລະພາກ ແລະ ຈະມີຝົນຕົກຫນັກ ຫາ ຫນັກຫຼາຍ ພ້ອມຈະມີ ລົມພັດແຮງຢູ່ບາງທ້ອງຖິ່ນ ເຊັ່ນ: ແຂວງ ຜົ້ງສາລີ, ຫົວພັນ, ຊຽງຂວາງ, ອຸດົມໄຊ, ບໍ່ແກ້ວ, ຫຼວງນໍ້າທາ, ຫຼວງພະບາງ, ໄຊຍະບູລີ, ນະຄອນຫຼວງ ວຽງຈັນ, ໄຊສົມບູນ, ວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະ ເຂດ ໃນໄລຍະວັນທີ 25 ຫາ 28 ສິງຫາ 2025 ນີ້.
ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອົງການປົກຄອງທ້ອງຖິ່ນ ແລະ ອົງການຈັດຕັ້ງທຸກພາກສ່ວນໃນແຕ່ລະ ພາກ ລວມທັງນະຄອນຫຼວງວຽງຈັນ ຈົ່ງມີສະຕິລະມັດລະວັງ ແລະ ກຽມພ້ອມຮັບມື ຕໍ່ກັບສະພາບຝົນຕົກຫນັກຕິດຕໍ່ກັນຫຼາຍ ວັນ ທີ່ຈະເຮັດໃຫ້ມີດິນເຈື່ອນ, ນໍ້າຖ້ວມຊຸ, ນໍ້າຖ້ວມຍື່ງ ແລະ ນໍ້າຖ້ວມອັ່ງໃນຕົວເມືອງ.