18/02/2026
ຢາກລອງເປັນນັກພາກສຽງບໍ່?
ແຜນການ animation HKB company
💙 ຕ້ອງການນັກພາກສຽງ
ຕ້ອງການ4ຄົນບໍ່ຈຳກັດອາຍຸ ຂໍແຕ່ສາມາດພາກສຽງໄວລຸ້ນ ໄວໝຸ່ມໄດ້ດີ ມີຄວາມກ້າສະແດງອອກ ສາມາດເຮັດວຽກເປັນທີມໄດ້.
ພາກໃຫ້4ຕົວລະຄອນ ມີດັ່ງນີ້:
-kae/ເຄ(ຜູ້ຊາຍ): ນ້ຳສຽງມີພະລັງ, ເປັນຕົວລະຄອນເອກນຳ ມີນິໄສ ເວົ້າຕະຫຼົກ ກວນໆ ແລະ ສຽງທີ່ມີເອກະລັກຟັງແລ້ວຈື່ໄດ້ທັນທີ.
-No/ໂນ(ຜູ້ຊາຍ): ນ້ຳສຽງທຸ້ມ, ເຂັ້ມຂືມ, ຈິງຈັງ, ລຶກລັບ ແຕ່ ມີຄວາມຕິດຕະຫຼົກ ຟັງແລ້ວບໍ່ຂັດ ກັບສຽງທຸ້ມ ແລະ ຟັງແລ້ວຮູ້ສຶກສະຫງົບ.
-Mike/ໄມຄ໌(ຜູ້ຊາຍ): ນ້ຳສຽງສົດໃສ, ສຽງທີ່ມີຊາດຕະກູນສູງ, ເຈົ້າເລ່, ຂີ້ຫຼິ້ນ, ເປັນຕົວລະຄອນສ້າງສີສັນ ແລະ ຟັງແລ້ວຮູ້ສຶກມ່ວນຊື່ນ.
-Ai/ໄອ(ຜູ້ຍິງ): ນ້ຳສຽງອ່ອນໂຍນ ແຕ່ບໍ່ຫວານ, ສຽງໃສ ຟັງງ່າຍ ມີຄວາມຕະຫຼົກ ຟັງແລ້ວຮູ້ສຶກມ່ວນມີເອກະລັກຈື່ໄດ້ທັນທີ.
ພວກເຮົາກຳລັງຊອກຫາສຽງທີ່ໜ້າສົນໃຈມາຮ່ວມງານນຳກັນ ທ່ານສາມາດເລືອກສະໝັກໄດ້ 2 ຮູບແບບ:
1. ແບບອາສາສະໝັກ (Volunteer)
• ເໝາະສຳລັບ: ມືໃໝ່ທີ່ຍັງບໍ່ເຄີຍເຮັດ, ຢາກລອງ ແລະ ຫາປະສົບການ.
• ເງື່ອນໄຂ: ບໍ່ຈຳກັດປະສົບການ (ຂໍແຕ່ມີໃຈຮັກໃນການພາກ).
• ສິ່ງທີ່ຈະໄດ້ຮັບ: ໄດ້ຮັບໃບຢັ້ງຢືນ (Certificate) ເພື່ອເກັບເປັນຜົນງານ (Portfolio).
2. ແບບສະໝັກວຽກ (Professional)
• ເໝາະສຳລັບ: ຜູ້ທີ່ມີທັກສະ, ມີປະສົບການ ແລະ ຕ້ອງການສ້າງລາຍໄດ້.
• ເງື່ອນໄຂ: ຕ້ອງມີພື້ນຖານການພາກສຽງທີ່ດີ ແລະ ມີການສຳພາດເບື້ອງຕົ້ນ.
• ໝາຍເຫດ: "ຕ້ອງຜ່ານການຝຶກງານ ແລະ ທົດລອງເຮັດວຽກຮ່ວມກັນໃຫ້ຄົບຖ້ວນກ່ອນ" ຈຶ່ງຈະຜ່ານເຂົ້າສູ່ຮອບພິຈາລະນາຮັບເຂົ້າເປັນນັກພາກແບບ Professional ຢ່າງເຕັມຕົວ.
ວິທີສະຫມັກ:
1. ທັກຂໍ້ຄວາມ (Inbox) ຫາເພສຂອງພວກເຮົາ.
2. ເລືອກຕົວລະຄອນ ທີ່ທ່ານຢາກພາກ (ມີບົດໃຫ້ເລືອກໃນແຊັດ).
3. ອັດຄລິບສຽງ ຕົວຢ່າງແລ້ວສົ່ງມາໃຫ້ພວກເຮົາເລີຍ!
(ຢາກຮູ້ລາຍລະອຽດເພິ່ມທັກມາທີ່ເພສໄດ້ເດີ້)
ຫມາຍເຫດ: ຖ້າບຸກຄົນໃດບໍ່ກ້າ ແຕ່ຢາກລອງພວກເຮົາກໍໃຫ້ພື້ນທີ່ສ່ວນໂຕ ໃນການພາກສຽງ ຖ້າທ່ານຢາກໄດ້ປະສົບການເພື່ອມາເປັນສ່ວນໜື່ງໃຫ້ກັບ HKB ພ້ອມຕ້ອນຮັບທີ່ໄດ້ເຮັດວຽກຮ່ວມກັນ.
#ບໍລິສັດນີ້ຂອງເຮົາ #ກາຕູນລາວ