ທັນຂ່າວ

ທັນຂ່າວ ນຳສະເໜີຂໍ້ມູນຂ່າວສານ, ສາລະ-ຄວາມຮູ້, ເຫດການບ້ານເມືອງ, ແລະ ສິ່ງທີ່ໜ້າສົນໃຈອື່ນໆ
(1)

 #ຖືກໝູ່ຢູ່ໂຮງຮຽນລຸມຕີຈົນເສຍຊີວິດ ນ້ອງລາວຊື່ທ້າວ ເອ ອາຍຸ 7 ປີ ຢູ່ບ້ານຖ້ຳ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ມື້ນີ້ໄດ້ເສຍຊີວິດ...
08/11/2025

#ຖືກໝູ່ຢູ່ໂຮງຮຽນລຸມຕີຈົນເສຍຊີວິດ ນ້ອງລາວຊື່ທ້າວ ເອ ອາຍຸ 7 ປີ ຢູ່ບ້ານຖ້ຳ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ມື້ນີ້ໄດ້ເສຍຊີວິດແລ້ວ ຍ້ອນໝູ່ຢູ່ໂຮງຮຽນ 3-4 ຄົນລຸມຕີ (ເອົາໄມ້ຟາດຫົວຈົນເລືອດຄັ້ງໃນສະໝອງ ຕິດເຊື້ອໃນກະແສເລືອດຮຸນແຮງຂັ້ນວິກິດຢູ່ໄອຊີຢູ ແລະ ເສຍຊີວິດໃນມື້ນີ້ວັນທີ 8/11/2025

#ນ້ອງ ເອ ເປັນເດັກນ້ອຍທີ່ຢູ່ນຳແມ່ຕູ້ 2 ຄົນ ເປັນຄົນຄຳຮູ້ ບໍ່ສູ້ຄົນ ຖືກໝູ່ຕີມາຕະຫຼອດ ແຕ່ບໍ່ຄິດວ່າການຕີຄັ້ງນີ້ ຈະຮຸນແຮງຈົນເສຍຊີວິດ

#ຄອບຄົວຂອງຜູ້ຕີກໍບ່າຍບ່ຽງປັດຄວາມຮັບຜິດຊອບ ( ຂໍໃຫ້ເຈົ້າໜ້າທີ ແລະ ໜ່ວຍງານທີ່ກ່ຽວຂ້ອງ ໃຫ້ຄວາມເປັນທໍາຕໍ່ນ້ອງ ແລະ ແມ່ຕູ້ດ້ວຍ)

#ໃຫ້ດວງວິນຍານຂອງນ້ອງ ໄປສູ່ພົບພູມທີ່ດີ

ສະຫຼອງວັນອາຫານໂລກ..........        ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ແຫ່ງ ສປປ ລາວຮ່ວມກັບ ອົງການອາຫານ ແລະ ການກະເສດ ແຫ່ງ ສະຫະປະ...
07/11/2025

ສະຫຼອງວັນອາຫານໂລກ..........

ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ແຫ່ງ ສປປ ລາວຮ່ວມກັບ ອົງການອາຫານ ແລະ ການກະເສດ ແຫ່ງ ສະຫະປະຊາຊາດ ຈັດພິທີສະເຫຼີມສະຫຼອງວັນອາຫານໂລກ ພາຍໃຕ້ຄໍາຂວັນ:“ຮ່ວມແຮງຮ່ວມໃຈກັນ ຜະລິດອາຫານທີ່ດີ ເພື່ອຮັບປະກັນອະນາຄົດທີ່ສົດໃສ”; ວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ພາຍໃຕ້ຄໍາຂວັນ“ຢຸດຕິການກະທໍາທີ່ບໍ່ເໝາະສົມຢູ່ໃນສັງຄົມ ແລະ ສະຖາບັນຄອບຄົວ ດ້ວຍການປູກຈິດສໍານຶກໃນການໃຫ້ກຽດ ແລະ ສະໜັບສະໜູນຄອບຄົວຢ່າງມີປະສິດທິພາບ” ໄດ້ຈັດຂຶ້ນໃນລະຫວ່າງໃນວັນທີ 7-8 ພະຈິກ 2025 ນີ້, ທີ່ນະຄອນຫລວງວຽງຈັນ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີທ່ານ ບັກໂຄເດຍ ເບີຄານ໊ອບ ຜູ້ປະສານງານ ອົງການ ສະຫະປະຊາຊາດ ປະຈໍາລາວ, ທ່ານ ນາງ ຄະຢອງ ມິ ຄິມ ຜູ້ຕາງໜ້າອົງການອາຫານ ແລະ ການກະເສດ (FAO), ມີບັນດາການນຳພັກ-ລັດ, ທູຕານຸທູດ, ຄູ່ຮ່ວມພັດທະນາ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີ ກະຊວງ ກະສິກຳ ແລະ ສິ່ງແວດລ້ອມໄດ້ກ່າວວ່າ: ງານຄັ້ງນີ້ ມີຄວາມໝາຍສໍາຄັນຫຼາຍ, ບໍ່ສະເພາະແຕ່ແນໃສ່ປູກຈິດສຳນຶກ ແລະສ້າງຄວາມຮັບຮູ້ໃຫ້ປະຊາຊົນໃນທົ່ວໂລກ ໄດ້ເຂົ້າໃຈເຖິງ ຄວາມທຸກຍາກ ແລະ ໄພອຶດຫິວ, ຊຶ່ງບໍ່ແມ່ນຜູ້ໃດຜູ້ໜຶ່ງເປັນຜູ້ກຳນົດໃຫ້ເກີດ ແຕ່ມັນແມ່ນປະກົດການທາງສັງຄົມທີ່ສາມາດລຶບລ້າງໃຫ້ໝົດໄປໄດ້ ແລະ ພວກເຮົາຕ້ອງສ້າງຈິດສໍານຶກ ແລະ ປຸກລະດົມປະຊາຊາດ ໂດຍສະເພາະຜູ້ທຸກຍາກ ອຶດຫິວ ໃຫ້ສາມາດເຂົ້າເຖິງແຫຼ່ງອາຫານ, ມີຄວາມກ້າຫານ ແລະ ສາມາດບືນຕົວອອກຈາກຄວາມທຸກຍາກ ແລະ ໄພອຶດຫິວໄດ້. ການສະເຫຼີມສະຫຼອງ ວັນອາຫານໂລກ ຄັ້ງທີ 45, ວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ຄົບຮອບ 33 ປີໃນປີນີ້ ໄດ້ຈັດຂຶ້ນທ່າມກາງບັນດາສິ່ງທ້າທາຍຫຼາຍຢ່າງໃນທົ່ວໂລກ ຊຶ່ງໄດ້ມີຜົນສໍາເລັດເບື້ອງຕົ້ນໃນການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ, ຄຽງຄູ່ກັນນັ້ນ ຫຼາຍປະເທດ ກໍໄດ້ຮັບຜົນກະທົບຈາກບັນຫາເສດຖະກິດ, ການຂັດແຍ່ງ ແລະ ໄພພິບັດທາງທໍາມະຊາດ. ສຳລັບສປປ ລາວ ເຮົາ ກໍຕົກຢູ່ໃນສະພາບເງື່ອນໄຂດຽວກັນ. ແຕ່ເຖິງຢ່າງໃດກໍຕາມ ໄລຍະຜ່ານມາ ຂະແໜງກະສິກຳ ແລະ ສິ່ງແວດລ້ອມໂດຍຮ່ວມກັບບັນດາຂະແໜງການທີ່ກ່ຽວຂ້ອງ ທັງສູນກາງ ແລະ ທ້ອງຖິ່ນ, ຄູ່ຮ່ວມພັດທະນາ, ຜູ້ປະກອບການ ໄດ້ສຸມໃສ່ຈັດຕັ້ງປະຕິບັດວຽກງານການຜະລິດສະບຽງອາຫານ ແລະ ພັດທະນາຊົນນະບົດ ຊຶ່ງສາມາດຍາດໄດ້ຜົນງານທີ່ພົ້ນເດັ່ນຫຼາຍດ້ານ ແລະ ສາມາດຄ້ຳປະກັນສະບຽງອາຫານໄດ້ໂດຍພື້ນຖານ, ໃນນັ້ນ ການຜະລິດເຂົ້າ ບັນລຸໄດ້ຕາມແຜນການ(3,9 ລ້ານ ໂຕນ),ການຜະລິດຊີ້ນ, ໄຂ່, ປາສາມາດຮັບປະກັນການສະໜອງໃຫ້ແກ່ການບໍລິໂພກພາຍໃນໄດ້ຢ່າງພຽງພໍ ແລະ ການສົ່ງອອກສິນຄ້າກະສິກໍາ-ປ່າໄມ້ ສາມາດບັນລຸໄດ້ 1,540 ລ້ານກວ່າໂດລາ ເກີນແຜນການທີ່ສະພາຮັບຮອງ (ແຜນ 1,500 ລ້ານ ໂດລາ).
ນອກຈາກນີ້,ພວກເຮົາຈະໄດ້ສືບຕໍ່ພັດທະນາວຽກງານກະສິກໍາ ແລະ ສິ່ງແວດລ້ອມແນໃສ່ລຶບລ້າງຄວາມທຸກຍາກ ໄປຕາມທິດຫັນເປັນທັນສະໄໝ, ເປັນມິດກັບສິ່ງແວດລ້ອມ, ສີຂຽວ ແລະ ຍືນຍົງ ດ້ວຍການຊຸກຍູ້ສົ່ງເສີມການຜະລິດກະສິກໍາແບບປະສົມປະສານ,ປັບປຸງແລະຂະຫຍາຍລະບົບໂຄງລ່າງພື້ນຖານການຜະລິດກະສິກຳເພື່ອຍົກສູງປະສິດທິພາບ-ປະສິດທິຜົນຂອງການຜະລິດກະສິກຳ,ຄຸ້ມຄອງປົກປັກຮັກສາ ແລະ ພັດທະນາ ຊັບພະຍາກອນປ່າໄມ້ ເພື່ອຫຼຸດຜ່ອນຄວາມສ່ຽງແລະຄວາມບອບບາງຕໍ່ສະພາບການປ່ຽນແປງຂອງດິນຟ້າອາກາດ ໃນສະພາບປັດຈຸບັນ, ຮັບປະກັນການສະໜອງນໍ້າໃຫ້ແກ່ການຜະລິດກະສິກຳ ເພື່ອຄໍ້າປະກັນຄວາມໝັ້ນຄົງດ້ານສະບຽງອາຫານຂອງຊາດ,ຕອບສະໜອງໂພຊະນາການທີ່ດີໃຫ້ແກ່ປະຊາ ຊົນ, ຊຸກຍູ້ສົ່ງເສີມທຸກພາກສ່ວນ ເຂົ້າຮ່ວມການຜະລິດກະສິກໍາ ຕາມມາດຕະຖານກະສິກຳສະອາດ ແລະກະສິກໍາທີ່ດີ ທີ່ເປັນທ່າແຮງ ເພື່ອສະໜອງສະບຽງອາຫານທີ່ປອດໄພ ແລະ ເປັນສິນຄ້າທີ່ໄດ້ມາດຕະຖານເພື່ອສົ່ງອອກ,ຢາກແກ້ໄຂຄວາມທຸກຍາກ ແລະ ຄວາມອຶດຫິວ ກໍຄື ການຈັດຕັ້ງປະຕິບັດ ບັນດາຄາດໝາຍສູ້ຊົນດັ່ງກ່າວ ໄດ້ນັ້ນ, ມັນຮຽກຮ້ອງໃຫ້ພວກເຮົາ ຖືເອົາວຽກດັ່ງກ່າວເປັນວຽກບຸລິມະສິດສຳຄັນຂອງພັກ-ລັດ, ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງທາງສັງຄົມ, ຜູ້ປະກອບການ ແລະຊາວກະສິກອນທີ່ຈະຕ້ອງພ້ອມກັນປະກອບສ່ວນ ຕາມພາລະບົດບາດໜ້າທີ່ຂອງຕົນ. ຖືເອົາໂອກາດນີ້ ສົ່ງແຮງໃຈ ແລະ ການສະໜັບສະໜຸນ ໄປເຖິງຜູ້ທຸກຍາກ ແລະ ອຶດຫິວ, ຄົ້ນຄວ້າຊອກຫາວິທີການ ແລະມາດຕະການເພື່ອສູ້ຊົນຈັດຕັ້ງປະຕິບັດຄໍາຂວັນວັນອາຫານໂລກປີນີ້ໃຫ້ປະກົດຜົນເປັນຈິງ.
ໂອກາດດັ່ງກ່າວ ທ່ານນາຍົກລັດຖະມົນຕີ ໄດ້ໃຫ້ກຽດ ຕັດແຖບຜ້າ ແລະ ລັ່ນຄອງ 9 ບາດ ເພື່ອເປັນສິລິມຸງຄຸນໃນການເປີດງານວັນອາຫານໂລກ,ວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລົບລ້າງຄວາມທຸກຍາກ ປີ 2025 ຢ່າງເປັນທາງການ,ຈາກນັ້ນ ທ່ານ ນາຍົກລັດຖະມົນຕີ ແລະ ບັນດາແຂກ ໄດ້ຢ້ຽມຊົມຮ້ານວາງສະແດງ ຜະລິດຕະພັນສິນຄ້າກະສິກຳຈາກທົ່ວປະເທດ.

ຜູ້ເປັນແມ່ ໃຈສະຫຼາຍ ລູກສາວ ໄປເຮັດວຽກຢູ່ໄທ ເກີດອຸປະຕິເຫດ ເສຍຊີວິດ ຂະນະທີ່ຂີ່ລົດຕູ້ໄປຕໍ່ບັດເຮັດວຽກ. ເຫດເກີດຂຶ້ນໃນວັນທີ 1 ພ...
07/11/2025

ຜູ້ເປັນແມ່ ໃຈສະຫຼາຍ ລູກສາວ ໄປເຮັດວຽກຢູ່ໄທ ເກີດອຸປະຕິເຫດ ເສຍຊີວິດ ຂະນະທີ່ຂີ່ລົດຕູ້ໄປຕໍ່ບັດເຮັດວຽກ. ເຫດເກີດຂຶ້ນໃນວັນທີ 1 ພະຈິກ 2025 ຜ່ານມາ.
ເສຍໃຈນຳເດີ ຂໍໃຫ້ເຈົ້າໄປເປັນນາງຟ້າເທິງສະຫວັນ

ວົງການບິນເສົ້າ ເຮືອບິນຕົກ ມີຜູ້ເສຍຊີວິດ 3 ຄົນ--------------------------------------------ບໍລິສັດຂົນສົ່ງ UPS ຢືນຢັນຕົວຕົນ...
07/11/2025

ວົງການບິນເສົ້າ ເຮືອບິນຕົກ ມີຜູ້ເສຍຊີວິດ 3 ຄົນ
--------------------------------------------
ບໍລິສັດຂົນສົ່ງ UPS ຢືນຢັນຕົວຕົນຂອງນັກບິນ 3 ຄົນທີ່ເສຍຊິວິດຢ່າງຫນ້າໂສກເສົ້າ ໃນເຫດການເຮືອບິນຕົກທີ່ Louisville 1.ກັບຕັນ Richard Warternberg, 2.ກັບຕັນ Dana Diamond ແລະ ເຈົ້າຫນ້າທີ່ຄົນທໍາອິດ Lee Truitt.
ເປັນຂ່າວທີ່ໂສກເສົ້າວົງການບິນທັງຫມົດ.
ຂໍໃຫ້ໄປສູ່ສຸຂະຕິ. 🕊️

ໂສມໜ້າຜູ້ກໍ່ເຫດຕີຄົນອື່ນຢູ່ບຸນທາດຫລວງຈາກເຫດໃຊ້ຄວາມຮຸນແຮງຈັບແກ້ວຟາດໃສ່ຄູ່ກໍລະນີ ເຮັດໃຫ້ມີຄົນຢູ່ໃກ້ຖືກລູກຫຼົງອີກ 3 ຄົນ!ເວລ...
06/11/2025

ໂສມໜ້າຜູ້ກໍ່ເຫດຕີຄົນອື່ນຢູ່ບຸນທາດຫລວງ

ຈາກເຫດໃຊ້ຄວາມຮຸນແຮງຈັບແກ້ວຟາດໃສ່ຄູ່ກໍລະນີ ເຮັດໃຫ້ມີຄົນຢູ່ໃກ້ຖືກລູກຫຼົງອີກ 3 ຄົນ!

ເວລາປະມານ 2 ໂມງເຊົ້າ ວັນທີ 06/11/2025 ທີ່ຜ່ານມາ, ເອື້ອຍຂອງຜູ້ໄດ້ຮັບບາດເຈັບ ໂພສຂໍຄວາມຊ່ວຍເຫຼືອຊ່ວຍແຊຣຂໍ້ມູນ ປະກາດຫາຊາຍຄົນໜຶ່ງທີ່ລົງມືໃຊ້ແກ້ວຕີຫົວນ້ອງຊາຍຂອງລາວຈົນໄດ້ຮັບບາດເຈັບ ແລະ ມີອີກ 3 ຄົນ ໄດ້ຮັບລູກຫຼົງ.

ປັດຈຸບັນ, ທາງເອື້ອຍຂອງຜູ້ໄດ້ຮັບບາດເຈັບ ໂພສອັບເດດຕື່ມວ່າ:
ຕອນນີ້ຮູ້ໂຕຊາຍທີ່ກໍ່ເຫດແລ້ວເດີ້ ນີ້ຄືຮູບໜ້າຊັດໆ, ຕອນນີ້ຜູ້ກໍ່ເຫດໄດ້ເອົາຕົວຫຼົບໜີ, ເປັນຄົນ ບ້ານນາຍາງ ເມືອງປາກກະດິງ ແຂວງບໍລິຄຳໄຊ ມາເຮັດວຽກຢູ່ວຽງ ເປັນເດັກເສີບຢູ່ຮ້ານອາຫານ.

ຮູ້ໂຕຄົນວ່າແມ່ນໃຜ ຮູ້ວ່າມີນ້ອງສາວແມ່ນໃຜ ເຮັດກັບນ້ອງຄົນອື່ນແນວໃດ ລະວັງຖ້າບໍ່ຢາກໃຫ້ເລື່ອງທີ່ໂຕເອງເຮັດເດືອດຮ້ອນ ລາມໄປຫາຄອບຄົວ ມາມອບໂລດເດີ້. ຈັ່ງໃດກະໜີບໍ່ລອດ ສິໜີໄປໃສກະບໍ່ລອດຄືເກົ່າ.

ກ້າເຮັດກະກ້າຍອມຮັບຜົນທີ່ຕາມມາເດີ

ຂ່າວຫລ້າສຸດ❗️ມີພົນລະເມືອງລາຍຫນຶ່ງອອກມາປະກາດເປັ້ງໆຜ່ານສື່ອອນລາຍວ່າແມ່ນໃຜຈັບອັດຕະພານລົງມືກໍເຫດຕີເດັກນ້ອຍຢູ່ບຸນທາດຫຼວງຈະໃຫ້...
06/11/2025

ຂ່າວຫລ້າສຸດ❗️ມີພົນລະເມືອງລາຍຫນຶ່ງອອກມາປະກາດເປັ້ງໆຜ່ານສື່ອອນລາຍວ່າແມ່ນໃຜຈັບອັດຕະພານລົງມືກໍເຫດຕີເດັກນ້ອຍຢູ່ບຸນທາດຫຼວງຈະໃຫ້ເງິນ 30-50 ລ້ານກີບ
👉ພ້ອມຊີ້ແຈ້ງວ່າ: ບໍ່ແມ່ນພີ່ນ້ອງກັບຄົນຖືກທໍາລາຍຮ່າງກາຍ ແຕ່ອີ່ດູຕົນນ້ອງເພື່ອຂໍຄວາມຍຸຕິທໍາຄືນ
ວັນທີ 6/11/2025

06/11/2025

ແຈ້ງປັບລົງລາຄານ້ຳມັນ
ແອັດຊັງພິເສດ -70 ກີບ
ແອັດຊັງທຳມະດາ -40 ກີບ
ກາຊວນລາຄາເກົ່າ. ເລີ່ມປະຕິບັດ 06:00 ໂມງ ວັນທີ 6/11/2025⤵️

ຕີຄີ ທີມປະຊາຊົນຊະນະ................     ຂປລ. ບຸນນະມັດສະການພະທາດຫລວງວຽງຈັນ ເປັນບຸນທີ່ຍິ່ງໃຫຍ່ສຳ ລັບຄົນລາວ, ເປັນບ່ອນເຕົ້າໂ...
05/11/2025

ຕີຄີ ທີມປະຊາຊົນຊະນະ................

ຂປລ. ບຸນນະມັດສະການພະທາດຫລວງວຽງຈັນ ເປັນບຸນທີ່ຍິ່ງໃຫຍ່ສຳ ລັບຄົນລາວ, ເປັນບ່ອນເຕົ້າໂຮມຈິດໃຈຂອງປະຊາຊົນລາວບັນດາເຜົ່າ ໂດຍສະເພາະຊາວພຸດ ຜູ້ທີ່ເຫລື້ອມໃສໃນພະພຸດທະສາສະໜາ ໄດ້ມາຮ່ວມກັນເຮັດບຸນ, ຮັກສາສິນ ຊຶ່ງໃນແຕ່ລະປີນອກຈາກຈະມີກິດຈະກຳທາງສາສະ ໜາ ແລະ ວາງສະແດງສິນຄ້າແລ້ວ ຍັງມີກິດຈະກຳໜຶ່ງທີ່ຂາດບໍ່ໄດ້ ແລະ ເປັນປະເພນີທີ່ສືບທອດກັນມາແຕ່ດົນນານນັັ້ນກໍຄື: ກິລາຕີຄີຊຶ່ງແມ່ນກິດຈະກຳທີ່ມີຄວາມໝາຍ ແລະ ຂາດບໍ່ໄດ້ ໃນບຸນນະມັດສະການພະທາດຫລວງ, ໃນເມື່ອກ່ອນແມ່ນມີກິລາຕີໝໍ້, ຫລິ້ນໝາກເດິ, ຫລິ້ນຜີຕາແຕກ, ເຊືອກດຶງແອວ, ເສັງຕີກອງ ແລະ ອື່ນໆ ເພື່ອຄົບງັນ, ແຕ່ປັດຈຸບັນຍັງເຫລືອແຕ່ ກິລາຕີຄີ ຊຶ່ງຈະຈັດຂຶ້ນຕອນບ່າຍຂອງມື້ເພັງ 15 ຄໍ່າ ເດືອນ 12 ລາວ ຫລັງຈາກຕັກບາດແລ້ວ. ການແຂ່ງຂັນຕີຄີ ແມ່ນກິລາພື້ນເມືອງ ຊຶ່ງເປັນກິດຈະກຳໜຶ່ງທີ່ຈັດຂຶ້ນເພື່ອເຕົ້າໂຮມຄວາມສາມັກ ຄີລະຫວ່າງບ້ານ ຕໍ່ບ້ານ ແລະ ສ້າງຄວາມສາມັກຄີ ຮັກແພງລະຫວ່າງພະນັກງານລັດຖະບານກັບປະຊາຊົນ, ພ້ອມຍັງເປັນກິດຈະກຳທີ່ສາມາດດຶງດູດຄວາມສົນໃຈຂອງມວນຊົນລາວ ແລະ ຕ່າງປະເທດ ເຂົ້າຊົມ ແລະ ເຊຍດັງຟົດສະນັ່ນທົ່ວສະໜາມຫລວງ (ເດີ່ນທາດຫລວງ).
ແນວໃດກໍຕາມ, ການແຂ່ງຂັນຕີຄີປີນີ້ ມີທີມປະຊາຊົນ ແລະ ພະນັກງານລັດຖະບານ. ໃນນັ້ນ, ທີມປະຊາຊົນສາມາດເອົາຊະນະທີມພະນັກງານລັດຖະ ບານ ໄປດ້ວຍຄະແນນ 7-5 ຄະແນນ. ສ່ວນເຄື່ອງອຸປະກອນສຳລັບຕີຄີ ແມ່ນໃຊ້ເຫງົ້າໄມ້ໄຜ່ໂງະໆ ຄ້າຍຄືດ້າມຂວານ ມາເຮັດເປັນໄມ້ສຳລັບຕີ ມີຄວາມຍາວປະມານ 1 ວາ, ລູກຄີ ກໍຫລໍ່ດ້ວຍຂາງປະສົມເຫລັກ ແລະ ທອງ ໃຫ້ເປັນຮູບມົນໆ. ກ່ອນຈະເອົາລູກຄີລົງໄປແຂ່ງຂັນຕີຄີ ກໍມີພິທີເຊີນລູກຄີລົງມາແຂ່ງຂັນ ແລ້ວຈັດແບ່ງນັກກິລາຕີຄີອອກເປັນສອງຝ່າຍຄື: ຝ່າຍໜຶ່ງເປັນຝ່າຍປົກຄອງ ແລະ ອີກຝ່າຍໜຶ່ງເປັນຝ່າຍພົນລະເມືອງ ໂດຍກຳນົດເອົາຝ່າຍລະ 20-30 ຄົນ ແລະ ມີການເຮັດພິທີທຳທາງສາສະໜາ ກ່ອນຈະແຂ່ງຂັນ.
ຄົນສະໄໝກ່ອນມີຄວາມເຊື່ອວ່າການຕີຄີ ແມ່ນການສ່ຽງທວາຍເຖິງເຫດການບ້ານ ເຊື່ອວ່າຖ້າຝ່າຍປົກຄອງຊະນະ ກໍທວາຍວ່າ ປີນັ້ນ ປະຊາຊົນພົນລະເມືອງບໍ່ຄ່ອຍຢູ່ດີ ຈະຖືກພວກຂຸນນາງບັງຄັບຂົ່ມເຫັງ, ແຕ່ຖ້າປີໃດພົນລະເມືອງຊະນະ ປີນັ້ນປະຊາຊົນຈະຢູ່ເຢັນເປັນສຸກ. ການຫລິ້ນກິລາຕີຄີ ແມ່ນຈະໃຊ້ໄມ້ໂງະໆນັ້ນຕີ ຫລື ເກາະລູກຄີໄປຫາໂກນ ທີ່ເພິ່ນກຳນົດໄວ້ຄື: ກວ້າງ 3 ວາ, ສູງ 2 ວາ, ແຕ່ຫາກບໍ່ມີຕາໜ່າງຄືໂກນເຕະບານ.
ແນວໃດກໍດີ. ໃນມື້ສຸດທ້າຍຂອງການສະເຫລີມສະຫລອງບຸນສະມັດສະການພະທາດຫລວງວຽງຈັນ ນອກຈາກກິດຈະກຳຕ່າງໆແລ້ວ ໃນຕອນຄ່ຳກໍຈະມີພິທີວຽນທຽນ ແລະ ສຸດທ້າຍແມ່ນການຈູດບັ້ງໄຟບູຊາພະທາດ ຕາມການເຊື່ອຖື ແລະ ສືບທອດກັນມາ ແຕ່ດົນນານ ທີ່ມີມວນຊົນໃນຂອບເຂດທົ່ວປະເທດເຂົ້າຮ່ວມ ໂດຍສະເພາະຊາວນະ ຄອນຫລວງວຽງຈັນເຂົ້າຮ່ວມຢ່າງຟົດຟື້ນ ແລະ ຮັກສາຮີດຄອງປະເພນີອັນດີງາມຂອງຊາດໄວ້ ເພື່ອໃຫ້ລູກຫລານໄດ້ສືຶບທອດກັນໄປໃນຕໍ່ໜ້າ.

ຈັບຄົນລັກຈູດເຮືອນປະຊາຊົນ............... #ຂ່າວປະຈຳແລງມື້ນີ້                     >ເຕືອນທຸກຄົນໃຫ້ລະມັດລະວັງມີສະຕິນຳກັນ     ...
05/11/2025

ຈັບຄົນລັກຈູດເຮືອນປະຊາຊົນ...............
#ຂ່າວປະຈຳແລງມື້ນີ້
>ເຕືອນທຸກຄົນໃຫ້ລະມັດລະວັງມີສະຕິນຳກັນ
>ຈັບກຸມໄວໜຸ່ມ ທີ່ເອົານໍ້າມັນຮ່າຍໃສ່ແກ້ວ ແລ້ວຈູດໄຟ ດຶກໃສ່ເຮືອນປະຊາຊົນ ບໍລິເວນແຄມຂອງ ເຂດເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ
>ເຈົ້າຂອງເຮືອນທີ່ເສຍຫາຍໄດ້ພົບວ່າເຮືອນຕົນຖືກກຸ່ມຄົນບໍ່ດີເອົາແກ້ວໃສ່ນ້ຳມັນຈູດແລ້ວດຶກໃສ່ເຮືອນ ເຮັດໃຫ້ເຮືອນມີຮອຍໄໝ້ຫຼາຍຈຸດ, ໂດຍກຸ່ມໄວລຸ້ນມັກມາໃນຊ່ວງ 2-4 ໂມງເຊົ້າມືດ ເພື່ອລົງມື.
>ຕໍ່ມາ ທາງເຈົ້າຂອງເຮືອນກໍໄດ້ໄປດັກຖ້າ ກໍພົບກຸ່ມໄວລຸ້ນດັ່ງກ່າວມາກັນ 3 ຄົນ ແລະ ລົດຈັກ 2 ຄັນ ຈັບໄດ້ 1 ຄົນ ເພື່ອດຳເນີນຄະດີ ສ່ວນທີ່ເຫຼືອຫຼົບໜີທັນ.

ຕິດປ້າຍລາຄາຝາກລົດ............ເຈົ້າໜ້າທີ່ກວດກາສິນຄ້າ ລົງກວດກາ ພ້ອມທັງຕິດປ້າຍລາຄາ ຄ່າບໍລິການຝາກລົດ ໃນງານບຸນນະມັດສະການພະທາດ...
05/11/2025

ຕິດປ້າຍລາຄາຝາກລົດ............
ເຈົ້າໜ້າທີ່ກວດກາສິນຄ້າ ລົງກວດກາ ພ້ອມທັງຕິດປ້າຍລາຄາ ຄ່າບໍລິການຝາກລົດ ໃນງານບຸນນະມັດສະການພະທາດຫຼວງ ປະຈຳປີ 2025

ທ່ຽວເຂົ້າບໍ່ທັນແລ້ວພາຍຸມາອີກລະ........ #ນາຍົກຫວຽດນາມຮຽກຮ້ອງໃຫ້ເປັນເຈົ້າການປ້ອງກັນ_ຕ້ານ_ຮັບກັບພາຍຸKALMAEGI.VOVWORLD- ຕອນເ...
05/11/2025

ທ່ຽວເຂົ້າບໍ່ທັນແລ້ວພາຍຸມາອີກລະ........
#ນາຍົກຫວຽດນາມຮຽກຮ້ອງໃຫ້ເປັນເຈົ້າການປ້ອງກັນ_ຕ້ານ_ຮັບກັບພາຍຸKALMAEGI.

VOVWORLD- ຕອນເຊົ້າວັນທີ 5 ພະຈິກ, ພາຍຸ KALMAEGI ຈະສືບຕໍ່ເຄື່ອນໄປຕາມທິດຕາເວັນຕົກຕາເວັນຕົກສ່ຽງເໜືອ, ຕອນເຊົ້າວັນທີ 5 ພະຈິກ ຈະເຄື່ອນເຂົ້າທະ ເລຕາເວັນອອກ ກາຍເປັນພາຍຸລູກທີ 13 ເຄື່ອນໄຫວຢູ່ທະເລຕາເວັນອອກໃນປີ 2025.

ພາຍຫຼັງເຄື່ອນເຂົ້າທະເລຕາເວັນອອກ, ພາຍຸລູກດັ່ງກ່າວ ຈະພັດຖະຫຼົ່ມເຂົ້າເຂດພາກກາງຫວຽດນາມ, ໃນສະພາບເຂດດັ່ງກ່າວກໍ່ຮັບມືກັບຝົນຕົກນ້ຳຖ້ວມຄັ້ງປະຫວັດສາດທີ່ແກ່ຍາວເປັນຫຼາຍຄັ້ງ, ກໍ່ຜົນເສຍ ຫາຍຢ່າງໜັກໜ່ວງ.

ເພື່ອເປັນເຈົ້າການ ໃນການປ້ອງ ກັນ, ຕ້ານ, ຮັບມືກັບພາຍຸ KALMAEGI ແລະ ຝົນຕົກນ້ຳຖ້ວມພາຍຫຼັງພາຍຸ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ການນຳບັນດາກະຊວງ, ຂະແໜງການ, ບັນດາແຂວງ, ນະຄອນ, ໂດຍສະ ເພາະແມ່ນທ້ອງຖິ່ນຕ່າງໆຈາກ ດ່າໜັງ ຕະຫຼອດຮອດ ແຄັງຮວ່າ ຈັດ ຕັ້ງການຕິດຕາມ ກຳແໜ້ນສະພາບ ການຜັນແປຂອງພາຍຸນ້ຳຖ້ວມ; ສຳຫຼວດກວດຄືນບັນດາແບບວິທີ, ກຽມພ້ອມຜັນຂະຫຍາຍບັນດາມາດຕະການປ້ອງກັນ, ຕ້ານ, ຮັບມືກັບພາຍຸ ແລະ ນ້ຳຖ້ວມຫຼັງພາຍຸ; ຮັບປະກັນຄວາມປອດໄພກ່ຽວກັບຊີວິດອິນຊີໃຫ້ແກ່ປະຊາຊົນ ແລະ ຈຳກັດຜົນເສຍຫາຍ ກ່ຽວກັບຊັບ ສິນຂອງປະຊາຊົນ ແລະ ລັດ ຢ່າງສຸດຂີດ, ບໍ່ປະໃຫ້ຕົກຢູ່ໃນທ່າຮັບ, ກະທັນຫັນໃນທຸກກໍລະນີ.

ເກັບກະເປົ່າໄດ້ສົ່ງຄືນເຈົ້າຂອງ................ #ມີເລື່ອງຂອງພົນລະເມືອງດີ ແລະ ເຈົ້າໜ້າທີ່ ປກສ ທີ່ນຳເອົາກະເປົາສີດໍາ ເຊິ່ງມີເ...
04/11/2025

ເກັບກະເປົ່າໄດ້ສົ່ງຄືນເຈົ້າຂອງ................

#ມີເລື່ອງຂອງພົນລະເມືອງດີ ແລະ ເຈົ້າໜ້າທີ່ ປກສ ທີ່ນຳເອົາກະເປົາສີດໍາ ເຊິ່ງມີເງິນຈໍານວນໜຶ່ງ ແລະ ໂທລະສັບ ທີ່ພົບເຫັນຕົກເຮ່ຍ ໃນງານບຸນນະມັດສະການພຣະທາດຫລວງວຽງຈັນ ໃນຕອນຄໍ່າຂອງວັນທີ 3 ພະຈິກ 2025 ແລະ ນໍາມາປະກາດກັບຄະນະກໍາມະການໂຄສະນາປະຊາສໍາພັນ ເພື່ອຊອກຫາເຈົ້າຂອງທີ່ເຮັດຕົກເຮ່ຍ
#ປະຈຸບັນແມ່ນພົບເຫັນເຈົ້າຂອງກະເປົາ ແລະ ເຈົ້າຂອງໂທລະສັບ ແລະ ໄດ້ມອບຄືນໃຫ້ເຈົ້າຂອງເດີມແລ້ວ

Address

Hatxayfong District
Vientiane
10100

Alerts

Be the first to know and let us send you an email when ທັນຂ່າວ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Business

Send a message to ທັນຂ່າວ:

Share