Gadzila Tech Gadget Reviews Smart Apps - ຕິດຕາມເນື້ອຫາທີ່ຈະເຮັດໃຫ້ທັນສະໄໝໄປອີກຂັ້ນ ຈາກທີມງານ MobileTalk ແລະ ມ່ວນ - Muan

ກຽມຕົວເຮັດບັດປະຈຳຕົວແບບໃໝ່ ຕຸລາ 2025 ນີ້! ຮູ້ຈັກຈຸດເດັ່ນຂອງບັດມີ Chip ແລະ QR Code, ອາຍຸການນຳໃຊ້ໃໝ່, ສະຖານທີ່ເຮັດບັດ ແລະ ...
25/09/2025

ກຽມຕົວເຮັດບັດປະຈຳຕົວແບບໃໝ່ ຕຸລາ 2025 ນີ້! ຮູ້ຈັກຈຸດເດັ່ນຂອງບັດມີ Chip ແລະ QR Code, ອາຍຸການນຳໃຊ້ໃໝ່, ສະຖານທີ່ເຮັດບັດ ແລະ ເອກະສານທີ່ຕ້ອງກະກຽມ.

ອ່ານຂໍ້ມູນເພີ່ມເຕີມໄດ້ໃນຄອມເມັ້ນ 👇

#ບັດປະຈຳຕົວແບບໃໝ່

ທຸກຄົນກຽມໂຕບອກລາ CapCut ໄດ້ເລີຍ, ເພາະ ກັອດຈິ ຫາເຈິແລ້ວແອັບຕັດຕໍ່ຟຣີ ບໍ່ມີລາຍນ້ຳ ພ້ອມຈັດເຕັມເຄື່ອງມືກັບແອັບ “VLLO - Video...
25/09/2025

ທຸກຄົນກຽມໂຕບອກລາ CapCut ໄດ້ເລີຍ, ເພາະ ກັອດຈິ ຫາເຈິແລ້ວແອັບຕັດຕໍ່ຟຣີ ບໍ່ມີລາຍນ້ຳ ພ້ອມຈັດເຕັມເຄື່ອງມືກັບແອັບ “VLLO - Video Editor”. 😍

ເກີດກະແສໄວຣັລໄປທຸກແພລດຟອມເລີຍ ສຳລັບເນື້ອຫາວິດີໂອສັ້ນທີ່ມີຂະໜາດພຽງ ໂດຍກະແສນີ້ແມ່ນມາຈາກບັນດາ Content Creator (ຜູ້ສ້າງສັນເນື້ອຫາ) ຈາກເພື່ອນບ້ານໄດ້ນຳສັດສ່ວນວິດີໂອສັ້ນມາປັບໃຫ້ຂະໜາດນ້ອຍລົງ ເພື່ອເລົ່າເລື່ອງລາວຜ່ານວິດີໂອສັ້ນໃຫ້ໄດ້ອາລົມແປກໃໝ່.

ຍ້ອນສາເຫດນີ້ ກັອດຈິ ເລີຍອົດທີ່ຈະແລ່ນຕາມກະແສບໍ່ໄດ້ ຈົນໄປຊອກຫາວ່າມີແອັບຕັດຕ່ໍໃນໂທລະສັບໂຕໃດ ທີ່ສາມາດ “ໃຊ້ງານໄດ້ຟຣີ ແລະ ບໍ່ມີລາຍນ້ຳ” ພ້ອມທັງການເລືອກປັບແຕ່ງຕັ້ງຄ່າຂະໜາດໄດ້ຕາມໃຈ (ເພາະແອັບຟຣີສ່ວນຫຼາຍຈຳກັດການໃຊ້ງານ ບໍ່ສາມາດເຮັດຫຍັງຫຼາຍໄດ້).

ຫຼັງຈາກທີ່ລອງໂຫຼດມາຫຼິ້ນ 3 ແອັບ ແຕ່ກໍບໍ່ມີໂຕໃດທີ່ຈະມີຄວາມສາມາດເຮັດໄດ້ ແລະ ຖຶກໃຈເລີຍ. ແຕ່ສຸດທ້າຍເຮົາກໍຫາກັນຈົນພົບ ນັ້ນກໍຄືແອັບ “VLLO” ເປັນແອັບຕັດຕໍ່ວິດີໂອທີ່ໃຊ້ງານງ່າຍ ແລະ ຄັກສຸດໆ.

✨ກັອດຈິ ປະທັບໃຈໃນສ່ວນຂອງການລັອກພາບໃນ Keyframe ເພື່ອຄວບຄຸມການເຄື່ອນໄຫວສຳລັບວິດີໂອ ແມ່ນເຮັດໄດ້ດີຫຼາຍ ເພາະມັນລ່ຽນໄຫຼແບບບໍ່ຮູ້ສຶກສະດຸດເລີຍ, ທີ່ສຳຄັນອີກຢ່າງຄືສາມາດເພີ່ມຟ້ອນ (font) ພາສາລາວເຂົ້າໄປໄດ້ ແຕ່ກໍຕ້ອງແລກມາດ້ວຍການເບິ່ງໂຄສະນາ ເພາະຖ້າເຮົາຈະອັບໂຫຼດ ຫຼື ຕ້ອງການເອົາລາຍນ້ຳອອກ. ໃນສ່ວນໂຄສະນາກໍບໍ່ໄດ້ຂຶ້ນມາຫຼາຍ ຈົນເຮັດໃຫ້ລົບກວນການໃຊ້ງານຂອງເຮົາ.

📍ຈຸດເດັ່ນຂອງແອັບ “VLLO”

👉 ສາມາດເອົາລາຍນ້ຳອອກໄດ້ (Watermark).
👉 ມີເຄື່ອງມື AI ທີ່ຊ່ວຍໃນການແກ້ໄຂວິດີໂອແບບອັດຕະໂນມັດເຮັດໃຫ້ວຽກງ່າຍຂຶ້ນ.
👉 ມີ ເພງ ແລະ ສຽງປະກອບຟຣີ ໃຫ້ເລືອກໃຊ້ຫຼາກຫຼາຍ ໂດຍບໍ່ຕິດລິຂະສິດ.
👉 ສາມາດຕັດຕໍ່ວິດີໂອຫຼາຍຊັ້ນ (Multi-track Editing)
👉 ເປັນແອັບຕັດຕໍ່ວິດີໂອທີ່ໃຫ້ໃຊ້ງານຟຣີ, ຜູ້ໃຊ້ຮູ້ສຶກເຮັດວຽກມ່ວນ ແລະ ຮູ້ສຶກຄຸ້ມຄ່າສຸດໆ.

ແອັບນີ້ເໝາະສຳລັບທັງຜູ້ເລີ່ມຕົ້ນຮຽນຕັດຕໍ່ຜ່ານໂທລະສັບ ແລະ ມືອາຊີບທີ່ຕ້ອງການສ້າງວິດີໂອຄຸນນະພາບສູງທີ່ສາມາດໃຊ້ງານໄດ້ທຸກເວລາ.

#ລົມກັບກັອດຈິ

ໃຜທີ່ຢາກຖ່າຍຮູບ Photobooth ແຕ່ກໍຄ້ານອອກຈາກບ້ານຄື ກອັດຈິ ແດ່? ຖ້າຄິດຄືກັນມາຈັບມືເລີຍ ເພາະເຮົາແມ່ນພວກດຽວກັນ😍.ມື້ນີ້ ກອັດຈິ...
24/09/2025

ໃຜທີ່ຢາກຖ່າຍຮູບ Photobooth ແຕ່ກໍຄ້ານອອກຈາກບ້ານຄື ກອັດຈິ ແດ່? ຖ້າຄິດຄືກັນມາຈັບມືເລີຍ ເພາະເຮົາແມ່ນພວກດຽວກັນ😍.

ມື້ນີ້ ກອັດຈິ ເລີຍນຳເວັບໄຊຖ່າຍຮູບ Photobooth ສຸດໜ້າຮັກ ແຖມໃຊ້ງານຟຣີ! ມາແຊຣ໌ໃຫ້ທຸກຄົນລອງໄປຫຼິ້ນເບິ່ງ ແລະ ຢາກບອກຕື່ມວ່າມັນທັງໜ້າຮັກ ແລະ ໃຊ້ງານງ່າຍສຸດໆ.📸

ກັອດຈິຈະແປະລິ້ງໄວ້ຢູ່ກ້ອງຄອມເມັ້ນ ແລ້ວທຸກຄົນເອົາຮູບງາມໆມາໃຫ້ເບິ່ງນຳແດ່ເດີ✨

#ລົມກັບກັອດຈິ

ຫະ? ມັນຄືຫຼາຍແທ້ລະເອື້ອຍຕາມໄປຮຽນຟີເຈີໃໝ່ໄດ້ໃນຄອມເມັ້ນ
18/09/2025

ຫະ? ມັນຄືຫຼາຍແທ້ລະເອື້ອຍ

ຕາມໄປຮຽນຟີເຈີໃໝ່ໄດ້ໃນຄອມເມັ້ນ

ແວ່ນ ມານີ້ມາ! ມາກ ຊັກເຄີເບີກ ເຜີຍໂສມ ແວ່ນຕາອັດສະລິຍະຮຸ່ນໃໝ່ ພະລັງ META AIໃນງານ Meta Connect, ມາກ ຊັກເຄີເບີກ ເຊິ່ງເປັນ CE...
18/09/2025

ແວ່ນ ມານີ້ມາ! ມາກ ຊັກເຄີເບີກ ເຜີຍໂສມ ແວ່ນຕາອັດສະລິຍະຮຸ່ນໃໝ່ ພະລັງ META AI

ໃນງານ Meta Connect, ມາກ ຊັກເຄີເບີກ ເຊິ່ງເປັນ CEO ຂອງ META ບໍລິສັດແມ່ຂອງເຟສບຸກ ໄດ້ປະກາດເຜີຍໂສມແວ່ນຕາອັດສະລິຍະພະລັງ AI ຮຸ່ນໃໝ່ ພ້ອມທັງກ່າວວ່າ ແວ່ນຕາຮຸ່ນເຫຼົ່ານີ້ຈະເປັນອຸປະກອນທີ່ຜູ້ໃຊ້ທົ່ວໂລກຕ້ອງມີ.

ແວ່ນຕາອັດສະລິຍະ (smart glasses) ທີ່ມີ AI ເປັນຕົວຂັບເຄື່ອນນີ້ ເປັນສ່ວນໜຶ່ງຂອງຍຸດທະສາດໄລຍະຍາວຂອງບໍລິສັດເພື່ອເຊື່ອມໂຍງປັນຍາປະດິດ (AI) ເຂົ້າກັບໂລກຄວາມຈິງ.

ແວ່ນຕານີ້ຈະບໍ່ພຽງແຕ່ເປັນອຸປະກອນທີ່ໃຊ້ເພື່ອບັນທຶກພາບ ຫຼື ຟັງເພງເທົ່ານັ້ນ, ແຕ່ຍັງຈະເຮັດໜ້າທີ່ເປັນຜູ້ຊ່ວຍສ່ວນຕົວທີ່ສາມາດຕອບສະໜອງຕໍ່ສິ່ງທີ່ເຮົາເຫັນ ແລະ ໄດ້ຍິນໄດ້ແບບທັນທີ.

ມາກ ຊັກເຄີເບີກ ກ່າວວ່າ ລາວຫວັງວ່າ ແວ່ນຕາທີ່ຂັບເຄື່ອນດ້ວຍພະລັງຂອງ AI ນີ້ ຈະກາຍເປັນແພລດຟອມຫຼັກທີ່ຊ່ວຍເຊື່ອມຕໍ່ META AI ເຂົ້າກັບຊີວິດປະຈຳວັນຂອງຜູ້ຄົນ.

ຖ້າໃຜຢາກຮູ້ວ່າມີແວ່ນຕາຮຸ່ນໃດແດ່ທີ່ຮອງຮັບການໃຊ້ງານກັບ META AI ສາມາດເຂົ້າໄປເບິ່ງໄດ້ໃນລິ້ງທີ່ຢູ່ໃນຄອມເມັ້ນ.

ບໍ່ຕ້ອງຕົກໃຈ ໃຜທີ່ອັບເດດ iOS 26 ແລ້ວເຈິບັນຫາເຄື່ອງຮ້ອນ ຫຼື ແບັດເຕີຣີ່ໄຫຼ ເພາະ Apple ອອກມາຢືນຢັນເອງ ວ່າເປັນເລື່ອງປົກກະຕິທ...
16/09/2025

ບໍ່ຕ້ອງຕົກໃຈ ໃຜທີ່ອັບເດດ iOS 26 ແລ້ວເຈິບັນຫາເຄື່ອງຮ້ອນ ຫຼື ແບັດເຕີຣີ່ໄຫຼ ເພາະ Apple ອອກມາຢືນຢັນເອງ ວ່າເປັນເລື່ອງປົກກະຕິທີ່ຈະເກີດຂຶ້ນຊົ່ວຄາວ
ສຳລັບເຫດຜົນ ທາງ Apple ບອກວ່າ ຫຼັງການອັບເດດຮອບໃຫຍ່ ຈະມີຂັ້ນຕອນຫຼາຍຢ່າງທີ່ຣັນໃນ background ເຊັ່ນ ການ index ໄຟລ໌, ໂຫຼດເນື້ອຫາເພີ່ມ ຫຼື ການປັບປຸງປະສິດທິພາບແອັບເປັນຕົ້ນ.
ການອັບເດດໃຫຍ່ນີ້ ສາມາດກະທົບກັບແບັດເຕີຣີ ແລະ ຄວາມຮ້ອນໄດ້ ແຕ່ເມື່ອໃຊ້ງານໄປໄລຍະໜຶ່ງ ຫຼັງຈາກທີ່ຂັ້ນຕອນຕ່າງໆທີ່ກ່າວມາສຳເລັດແລ້ວ ກໍຈະດີຂຶ້ນເອງ.
ໃຜທີ່ອັບເດດແລ້ວ ເຈິບັນຫາແບບນີ້ແດ່?

ຢາກໃຊ້ເວລາທີ່ມີຄ່າກັບໝູ່ ໃຫ້ຊວນກັນຫຼິ້ນເກມມ່ວນໆທັງ 5 ເກມນີ້ເລີຍ, ເກມທີ່ວ່ານີ້ຈະມາຊ່ວຍສ້າງມິດຕະພາບ ພ້ອມທົດສອບຄວາມສາມັກຄີໃ...
12/09/2025

ຢາກໃຊ້ເວລາທີ່ມີຄ່າກັບໝູ່ ໃຫ້ຊວນກັນຫຼິ້ນເກມມ່ວນໆທັງ 5 ເກມນີ້ເລີຍ, ເກມທີ່ວ່ານີ້ຈະມາຊ່ວຍສ້າງມິດຕະພາບ ພ້ອມທົດສອບຄວາມສາມັກຄີໃຫ້ກຸ່ມໝູ່ເພື່ອນ.

ກັອດຈິ ຮັບຮອງວ່າໄດ້ຫຼິ້ນກັນເພີນໆ ພ້ອມຫົວຮ້ອນແບບເຖິງໃຈແນ່ນອນ ແຕ່ຫຼັງຈາກຈົບເກມແລ້ວທຸກຄົນຄົງຈະເຊົາເຫງົາແນ່ນອນ ແລະ ອາດຈະເຮັດໃຫ້ຄວາມສຳພັນກັບໝູ່ດີຂຶ້ນກວ່າເກົ່າ?

✨ລວມມາໃຫ້ແລ້ວກັບເກມສຸດປ່ວນ ທີ່ບໍ່ໄດ້ມີດີແຕ່ຄວາມມ່ວນ ແຕ່ຍັງໃຊ້ໄວ້ທົດສອບຄວາມສຳພັນຂອງເຮົາກັບໝູ່ໄດ້ເປັນຢ່າງດີ.

👉 Goose Goose Duck: ເກມເປັດນ້ອຍສຸດໂຫດທີ່ຕ້ອງຊອກຫາ "ນັກລ່າ" ທີ່ແຝງໂຕມາ ແລະ ຍັງມາໃສ່ຮ້າຍປ້າຍສີກັນແບບສຸດໆ ໂດຍລາກໝູ່ເຂົ້າຫ້ອງປະຊຸມແລ້ວໂຫວດໃຫ້ຜິດ, ຖ້າໃຜໄດ້ຫຼິ້ນແລ້ວຮັບຮອງວ່າມີຊີວິດປ່ຽນແນ່ນອນ.

👉 Among Us: ເກມຈັບຕົວ "ຄົນຮ້າຍ" ໃນຍານອາວະກາດ. ເວລາທີ່ຫຼິ້ນແລ້ວຈະຮູ້ວ່າໝູ່ທີ່ເຮົາໄວ້ໃຈນັ້ນຄືສັດຕູທີ່ດີທີ່ສຸດ ຖືວ່າເຮັດໄດ້ແສບສັນເຖິງໃຈ.

👉 Super Bunny Man: ເກມກະຕ່າຍຄູ່ຫູສຸດມຶນທີ່ຕ້ອງຊ່ວຍກັນໂດດໄປເຖິງເສັ້ນໄຊ ແຕ່ໃນຄວາມເປັນຈິງແລ້ວແມ່ນການລາກກັນໄປຕາຍ ນີ້ຄືຄວາມມ່ວນຫຼັກຂອງເກມນີ້.

👉 Moving Out: ເກມຂົນເຄື່ອງຍ້າຍບ້ານທີ່ຈຳກັດເວລາ ແລະ ຕ້ອງອາໄສການຮ່ວມມືກັນ, ແຕ່ສຸດທ້າຍແລ້ວບໍ່ຮູ້ວ່າຈະຍ້າຍເຄື່ອງສຳເລັດ ຫຼືຈະຖິ້ມເຄື່ອງໃສ່ຫົວໝູ່ກັນແທ້.

👉 Deceit: ເກມຫຼອກລວງໃນໂລກມືດທີ່ມີຄົນຕິດເຊື້ອແຕ່ບໍ່ບອກໃຜ. ຄວາມໄວ້ໃຈຈະຫາຍໄປທັນທີເມື່ອໝູ່ຄົນໃດຄົນໜຶ່ງຫາຍເຂົ້າໄປໃນເງົາມືດ ແລ້ວກັບມາພ້ອມກັບແຂ້ວແຫຼມໆ.

#ລົມກັບກັອດຈິ

ເປີດໂຕ iPhone 17 ມີຫຍັງໜ້າສົນໃຈແດ່? ນີ້ແມ່ນ 10 ເລື່ອງທີ່ທຸກຄົນອາດຈະຍັງບໍ່ຮູ້ມື້ຄືນວັນທີ 9 ກັນຍາ 2025, ງານ Apple Event ປະ...
10/09/2025

ເປີດໂຕ iPhone 17 ມີຫຍັງໜ້າສົນໃຈແດ່? ນີ້ແມ່ນ 10 ເລື່ອງທີ່ທຸກຄົນອາດຈະຍັງບໍ່ຮູ້
ມື້ຄືນວັນທີ 9 ກັນຍາ 2025, ງານ Apple Event ປະຈຳປີກໍໄດ້ກັບມາສ້າງສຽງຮືຮາອີກຄັ້ງ. ການເປີດໂຕ iPhone 17 ລຸ້ນໃໝ່ ແລະ iPhone Air ທີ່ບາງແລະທົນທານທີ່ສຸດຂອງ Apple ໄດ້ກາຍເປັນກະແສທີ່ຖືກເວົ້າເຖິງຢ່າງກວ້າງຂວາງໃນໂລກອອນລາຍ. ບົດຄວາມນີ້ຈະພາທຸກຄົນໄປເບິ່ງລາຍລະອຽດທີ່ໜ້າສົນໃຈ 10 ຢ່າງທີ່ເຈົ້າອາດຈະຍັງບໍ່ຮູ້ກ່ຽວກັບການເປີດໂຕຄັ້ງນີ້.

1. ທຸກລຸ້ນໄດ້ໜ້າຈໍ ProMotion 120Hz
ເປັນຄັ້ງທຳອິດທີ່ Apple ຈັດເຕັມ! ບໍ່ພຽງແຕ່ລຸ້ນ Pro ເທົ່ານັ້ນ, ແຕ່ iPhone 17 ແລະ iPhone Air ກໍໄດ້ສຳຜັດກັບຄວາມລຽນໄຫຼຂອງໜ້າຈໍ 120Hz refresh rate ນຳຄືກັນ. ເມື່ອໃຊ້ງານຄູ່ກັບ Liquid Glass UI ຂອງ iOS 26, ປະສົບການການສະຄຣໍໜ້າຈໍຈະລຽນໄຫຼແລະເປັນທຳມະຊາດຂຶ້ນ.

2. ໝົດບັນຫາເຄື່ອງຮ້ອນດ້ວຍລະບົບ V***r Chamber Cooling
ບັນຫາເຄື່ອງຮ້ອນຂອງລຸ້ນກ່ອນໜ້າຈະກາຍເປັນອະດີດໄປແລ້ວ! Apple ໄດ້ນຳລະບົບລະບາຍຄວາມຮ້ອນແບບ V***r Chamber Cooling ເຊິ່ງໃຊ້ໃນສະມາດໂຟນເກມມິ່ງມາໃຊ້ໃນລຸ້ນ Pro. ລະບົບນີ້ຊ່ວຍໃຫ້ໃຊ້ງານໜັກໆ ເຊັ່ນ: ຫຼິ້ນເກມ ຫຼື ເບິ່ງວິດີໂອ 8K ໄດ້ຢ່າງຕໍ່ເນື່ອງໂດຍທີ່ເຄື່ອງບໍ່ຮ້ອນເກີນໄປ. ບວກກັບການປ່ຽນວັດສະດຸຕົວເຄື່ອງເປັນອາລູມີນຽມ, ການກະຈາຍຄວາມຮ້ອນຍິ່ງດີຂຶ້ນ.

3. ສີໃໝ່ ແລະ ວັດສະດຸຕົວເຄື່ອງໃໝ່
ອ່ານບົດຄວາມເຕັມໄດ້ໃນຄອມເມັ້ນ 👇

ທວາຍມາເລີຍ ສີໃໝ່ຂອງ iPhone 17 Pro ແມ່ນສົ້ມໃດ? 🟠
10/09/2025

ທວາຍມາເລີຍ ສີໃໝ່ຂອງ iPhone 17 Pro ແມ່ນສົ້ມໃດ? 🟠

ເລືອກລຸ້ນໃດດີ? 🫨 ເປີດລາຄາ iPhone ລຸ້ນໃໝ່ ທີ່ຫາກໍເປີດໂຕເມື່ອຄືນທີ່ຜ່ານມາສຳລັບລາຄານີ້ ເປັນລາຄາເລີ່ມຕົ້ນ ໜ່ວຍຄວາມຈຳ 256GB ແ...
10/09/2025

ເລືອກລຸ້ນໃດດີ? 🫨 ເປີດລາຄາ iPhone ລຸ້ນໃໝ່ ທີ່ຫາກໍເປີດໂຕເມື່ອຄືນທີ່ຜ່ານມາ

ສຳລັບລາຄານີ້ ເປັນລາຄາເລີ່ມຕົ້ນ ໜ່ວຍຄວາມຈຳ 256GB ແລະ ເປັນລາຄາຈາກໜ້າເວັບໄຊຂອງແອັບເປິນສຳລັບ USD & THB

ສ່ວນລາຄາ ກີບ ແມ່ນປະເມີນຈາກອັດຕາແລກປ່ຽນລະຫວ່າງ THB - LAK ໃນວັນທີ 9/9/2025

- iPhone 17 ລາຄາເລີ່ມຕົ້ນ ປະມານ 20,100,000 ກີບ
- iPhone Air ລາຄາເລິ່ມຕົ້ນ ປະມານ 27,000,000 ກີບ
- iPhone 17 Pro ລາຄາເລິ່ມຕົ້ນ ປະມານ 30,000,000 ກີບ
- iPhone 17 Pro Max ລາຄາເລິ້ມຕົ້ນປະມານ 33,000,000 ກີບ

ສຳລັບລາຄາໂຕຈິງທີ່ວາງຂາຍໃນລາວ ຖ້າເບິ່ງຕົວແທນຈຳໜ່າຍທີ່ນຳເຂົ້າມາ ວ່າຈະຕັ້ງລາຄາຢູ່ປະມານເທົ່າໃດ

iPhone Air 🥹 ບາງເວີ້
09/09/2025

iPhone Air 🥹 ບາງເວີ້

ພ້ອມແລ້ວບໍ່? ເດືອນຕຸລາ (10) 2025 ນີ້ ເຮົາຈະສາມາດເຮັດບັດປະຈຳຕົວແບບໃໝ່ໄດ້ແລ້ວ ເຊິ່ງເປັນບັດແບບອັບເກຣດມີຟີເຈີໃໝ່ເພີ່ມເຂົ້າມາ...
09/09/2025

ພ້ອມແລ້ວບໍ່? ເດືອນຕຸລາ (10) 2025 ນີ້ ເຮົາຈະສາມາດເຮັດບັດປະຈຳຕົວແບບໃໝ່ໄດ້ແລ້ວ ເຊິ່ງເປັນບັດແບບອັບເກຣດມີຟີເຈີໃໝ່ເພີ່ມເຂົ້າມາເພື່ອຄວາມປອດໄພ ບໍ່ວ່າຈະເປັນຊິບ ແລະ QR Code.

ມີຫຍັງແດ່ທີ່ເຮົາຄວນຮູ້ ເພື່ອກຽມຕົວໄປເຮັດບັດປະຈຳຕົວແບບໃໝ່ນີ້? ນ້ອງກັອດຈິສະຫຼຸບມາໃຫ້ທຸກຄົນແລ້ວ

#ບັດປະຈຳຕົວດິຈິຕອນ

Address

Vientiane
01000

Telephone

+856305541241

Website

Alerts

Be the first to know and let us send you an email when Gadzila posts news and promotions. Your email address will not be used for any other purpose, and you can unsubscribe at any time.

Share

Category