26/06/2026
ບໍລິສັດ Digital Monkey ຂອງພວກເຮົາຄືເອເຈນຊີດ້ານດິຈິຕອນ ແລະ ໂຊຊຽວມີເດຍຊັ້ນນຳໃນ ສປປ ລາວ. ຄູ່ຄ້າທາງທຸລະກິດຫຼັກຂອງພວກເຮົາແມ່ນແບຣນດັງລະດັບໂລກ ແລະ ລະດັບປະເທດ ເຊັ່ນ: Pepsi, Carlsberg, Beerlao (ເບຍລາວ), Pepsico-Lays, Nestle ແລະ ແບຣນທີ່ໜ້າສົນໃຈອື່ນໆອີກຫຼາກຫຼາຍ.
ພວກເຮົາກຳລັງຊອກຫາ Bilingual Moderator (ຜູ້ດູແລເພຈສອງພາສາ) ເພື່ອມາຊ່ວຍເບິ່ງແຍງ ແລະ ຮັກສາພາບລັກຂອງແບຣນໃນສື່ສັງຄົມອອນລາຍ (Facebook, IG, TikTok ແລະ ອື່ນໆ) ທັງເວີຊັນພາສາລາວ ແລະ ພາສາໄທ ໃຫ້ມີຄວາມເປັນກັນເອງ ແລະ ເປັນໄປໃນທິດທາງດຽວກັນກັບແບຣນ.
📌 ໜ້າທີ່ຫຼັກຂອງທ່ານ:
- ເຂົ້າໄປຕອບຄອມເມນຕ໌ ແລະ ຂໍ້ຄວາມ (DM), ຕອບຄຳຖາມຕ່າງໆ, ລວມທັງຈັດການລຶບສະແປມ (Spam) ຫຼື ຂໍ້ຄວາມທີ່ບໍ່ເໝາະສົມ ກ່ອນທີ່ຈະກາຍເປັນບັນຫາ.
- ແຈ້ງເຕືອນຢ່າງທັນການຫາກພົບເຫັນສິ່ງທີ່ມີແນວໂນ້ມຈະກາຍເປັນດຣາມາ (Crisis), ພ້ອມທັງແຊຣ໌ຂໍ້ມູນເທຣນດ໌ (Trends) ໃໝ່ໆ ຫຼື ສິ່ງທີ່ຜູ້ຄົນກຳລັງເວົ້າເຖິງໃຫ້ກັບທີມຄອນເທນຕ໌ (Content Team) ແລະ ທີມແບຣນໄດ້ຮັບຊາບ.
- ສະໜັບສະໜູນ ທີມມີເດຍ (Media Team) ໃນການເຮັດບົດລາຍງານປະຈຳເດືອນ (Monthly Reports) ຂອງແບຣນຕ່າງໆ.
📌ຄຸນສົມບັດທີ່ພວກເຮົາຕ້ອງການ:
- ສາມາດນຳໃຊ້ພາສາລາວໄດ້ຢ່າງຄ່ອງແຄ້ວ ແລະ ມີທັກສະພາສາໄທໃນລະດັບດີ.
- ມີຄວາມໃຈເຢັນ ແລະ ຮັບມືກັບຄວາມກົດດັນໄດ້ດີ, ເປັນຄົນທີ່ທັນກະແສໂລກອອນລາຍຢູ່ສະເໝີ.
- ຫາກໄດ້ພາສາອັງກິດ ນຳ ຈະພິຈາລະນາເປັນພິເສດ (ແຕ່ບໍ່ແມ່ນເງື່ອນໄຂຫຼັກ).
📌ລາຍລະອຽດວຽກທີ່ຕ້ອງຮັບຜິດຊອບ:
- ຕິດຕາມ ແລະ ດູແລ (Moderate) ຄອມເມນຕ໌, ຂໍ້ຄວາມ, ແລະ ການສົນທະນາຕ່າງໆ ເທິງແພລຕ໌ຟອຣ໌ມໂຊຊຽວມີເດຍ (Facebook, Instagram, Twitter, TikTok, LinkedIn, ແລະ ອື່ນໆ).
- ມີສ່ວນຮ່ວມກັບຜູ້ຕິດຕາມ ໂດຍການຕອບຄອມເມນຕ໌, ຄຳຖາມ, ແລະ ຂໍ້ຂ້ອງໃຈຕ່າງໆ ດ້ວຍຄວາມເປັນມືອາຊີບ ແລະ ສອດຄ່ອງກັບພາບລັກຂອງແບຣນ.
- ບັງຄັບໃຊ້ກົດລະບຽບຂອງຊຸມຊົນ (Community Guidelines) ແລະ ລຶບເນື້ອຫາທີ່ບໍ່ເໝາະສົມ, ສະແປມ ຫຼື ຄອມເມນຕ໌ທີ່ຫຍາບຄາຍ.
- ລາຍງານ ແລະ ສົ່ງຕໍ່ບັນຫາທີ່ອາດເກີດຂຶ້ນ, ວິກິດການ (Crisis) ຫຼື ເທຣນດ໌ຕ່າງໆ ໃຫ້ກັບທີມໂຊຊຽວມີເດຍ ແລະ ທີມການຕະຫຼາດ.
- ຊ່ວຍເຫຼືອໃນການເຮັດບົດລາຍງານປະຈຳເດືອນ ແລະ ປະຈຳປີ ຮ່ວມກັບທີມມີເດຍ ແລະ ຫົວໜ້າທີມແບຣນ (Brand Leads).
- ຮ່ວມມືກັບທີມຄອນເທນຕ໌ເພື່ອໃຫ້ຂໍ້ມູນເຈາະເລິກກ່ຽວກັບການມີສ່ວນຮ່ວມ (Engagement) ແລະ ກະແສຄວາມຄິດເຫັນຂອງຜູ້ບໍລິໂພກ (Sentiment).
- ອັບເດດນະໂຍບາຍຂອງແພລຕ໌ຟອຣ໌ມ, ເທຣນດ໌ໃໝ່ໆ ແລະ ແນວທາງການປະຕິບັດທີ່ດີທີ່ສຸດ (Best Practices) ຢູ່ສະເໝີ.
📌ຊ່ອງທາງການສະໝັກ:
ຫາກທ່ານຄິດວ່າມີທັກສະ, ຄວາມມຸ່ງໝັ້ນ ແລະ ທັດສະນະຄະຕິທີ່ຖືກຕ້ອງ ພ້ອມທີ່ຈະເຂົ້າມາເປັນສ່ວນໜຶ່ງຂອງທີມງານໄວຮຸ່ນທີ່ໄຟແຮງຂອງພວກເຮົາ, ທ່ານສາມາດເຂົ້າມາຢ້ຽມຢາມ ຫຼື ຍື່ນໃບສະໝັກໄດ້ທີ່ຫ້ອງການຂອງພວກເຮົາ:
🏢 ສະຖານທີ່: ຊັ້ນ 3, ອາຄານ K&C (K&C Building), ບ້ານ ສີສະຫວາດ, ເມືອງ ຈັນທະບູລີ, ນະຄອນຫຼວງວຽງຈັນ.
📧 ສົ່ງ CV ຂອງທ່ານມາທີ່: WhatsApp: 020 593616333
ຫລືທາງ Email: [email protected], [email protected]
📞 ໂທຕິດຕໍ່ສອບຖາມ: 020 593616333