ສື່ໄວໜຸ່ມ ບໍ່ແກ້ວ Bokeo Youth Media

ສື່ໄວໜຸ່ມ ບໍ່ແກ້ວ Bokeo Youth Media ວິທະຍຸໄວໜຸ່ມ ແຂວງບໍ່ແກ້ວ

 #ມື້ທີສອງ 17/12/2024  #ທີມງານສື່ໄວໜຸ່ມ 4 ແຂວງພາກເໜືອຄື: ບໍ່ແກ້ວ ,ຫົວພັນ,  ຫລວງນ້ຳທາ ແລະ ຫລວງພະບາງ ລົງປະຕິບັດຕົວຈິງ ທີ່ ...
20/12/2024

#ມື້ທີສອງ 17/12/2024 #ທີມງານສື່ໄວໜຸ່ມ 4 ແຂວງພາກເໜືອຄື: ບໍ່ແກ້ວ ,ຫົວພັນ, ຫລວງນ້ຳທາ ແລະ ຫລວງພະບາງ ລົງປະຕິບັດຕົວຈິງ ທີ່ ບ້ານດອນທາດ ແລະ ໂຮງໝໍເມືອງຕົ້ນເຜີ້ງ ແຂວງ ບໍ່ແກ້ວ ເພືອສຳພາດມວນຊົນໃນກຸ່ມເປົ້າໜາຍ ເພື່ອນຳມາ ຜະລິດຄລິບສັ້ນ ລົງເພຈ ແລະ ຕິກຕ໊ອກ ຂອງສື່ໄວໜຸ່ມ ພາຍໃຕ້ຫົວຂໍ້ ການສັກຢາກັນມະເຮັງປາກມົດລູກ ຫລື HPV ແລະ ການແຕ່ງດອງກ່ອນໄວ.

 #ວິທະຍຸກະຈາຍສຽງແຫ່ງຊາດລາວ ຮ່ວມກັນ  #ອົງການຢູນິເຊັບ ໄດ້ຈັດການຝຶກອົບຮົມເພື່ອສ້າງຄວາມເຂັ້ມແຂງດ້ານການເຜີຍແຜ່ຂໍ້ມູນຂ່າວສານກ່...
20/12/2024

#ວິທະຍຸກະຈາຍສຽງແຫ່ງຊາດລາວ ຮ່ວມກັນ #ອົງການຢູນິເຊັບ ໄດ້ຈັດການຝຶກອົບຮົມເພື່ອສ້າງຄວາມເຂັ້ມແຂງດ້ານການເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບ ການແຕ່ງງານກ່ອນໄວອັນຄວນ, ການສັກຢາກັນພະຍາດ HPV ຕິດພັນກັບການສົ່ງເສີມບັນຫາສິດທິເດັກ ແກ່ນັກຈັດລາຍການວິທະຍຸ ຫຼື ທີມງານສື່ໄວໝຸ່ມ ຈາກ 4 ແຂວງພາກເໜືອ ເຊິ່ງປະກອບມີແຂວງ: ບໍ່ແກ້ວ, ຜົ້ງສາລີ, ຫຼວງນ້ຳທາ ແລະ ຫຼວງພະບາງ. ການຝຶກອົບຮົມດັ່ງກ່າວໄດ້ດຳເນີນໃນວັນທີ 16 ແລະ 17 ທັນວາ 2024 ທີ່ຫ້ອງປະຊຸມຂອງສະຖານີວິທະຍຸ-ໂທລະພາບແຂວງບໍ່ແກ້ວ ໂດຍມີທ່ານ ສົມສັກ ມະຫາພົນ ຮອງຫົວໜ້າ ພະແນກ ຖວທ ແຂວງບໍ່ແກ້ວ, ທ່ານ ຄຳຜ່ອນ ໄຊອຸດົມ ຕາງໜ້າວິທະຍຸກະຈາຍສຽງແຫ່ງຊາດລາວ, ທ່ານ ໄຊໂກສົນ ຊານຸບານ ຕາງໜ້າອົງຢູນິເຊັບ ແລະ ສຳມະນາກອນທັງໝົດເກືອບ 30 ຄົນເຂົ້າຮ່ວມ.
ສຳມະນາກອນ ທີ່ເຂົ້າຮ່ວມອົບຮົມຄັ້ງນີ້ ຈະໄດ້ທົບທວນຄືນຄວາມຮູ້ພື້ນຖານກ່ຽວກັບຂະບວນການຜະລິດລາຍການວິທະຍຸ, ການເກັບກຳຂໍ້ມູນ, ການຂຽນຂ່າວຜ່ານເລື່ອງເລົ່າ, ຜ່ານການຖ່າຍຮູບ, ການສ້າງວີດີໂອສັ້ນ ແລະ ການເຜີຍແຜ່ຂໍ້ມູນຂ່າວສານທີ່ເປັນປະໂຫຍດແກ່ໄວໜຸ່ມ ຜ່ານສື່ວິທະຍຸແລະ ສື່ອອນລາຍໃນຫົວຂໍ້ ການແຕ່ງງານກ່ອນໄວອັນຄວນ ແລະ ການສັກຢາກັນພະຍາດ HPV....
#ເປີດໃຈໄວໜຸ່ມ

ປ່ຽນປະຕູໄຊໃຫ້ເປັນສີຟ້າ ທີມງານສື່ໄວໜຸ່ມຮ່ວມເປີດໄຟສີຟ້າປະຕູໄຊ ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນເດັກນ້ອຍໂລກ ແລະ ວັນຄົບຮອບສົນທິ...
21/11/2024

ປ່ຽນປະຕູໄຊໃຫ້ເປັນສີຟ້າ ທີມງານສື່ໄວໜຸ່ມຮ່ວມເປີດໄຟສີຟ້າປະຕູໄຊ ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນເດັກນ້ອຍໂລກ ແລະ ວັນຄົບຮອບສົນທິສັນຍາວ່າດ້ວຍສິດທິເດັກ 20 ພະຈິກ ຄົບຮອບ 35 ປີ
ໃນວັນທີ 20 ພະຈິກ 2024 ສປປ ລາວ ສະເຫຼີມສະຫຼອງວັນເດັກໂລກ ຄົບຮອບ 35 ປີ ທ່າມກາງຄວາມສະດຸ້ງໄວຕໍ່ການ ປ່ຽນແປງສະພາບດິນຟ້າອາກາດຂອງເດັກ ແລະ ໄວໜຸ່ມນະຄອນຫຼວງວຽງຈັນ ປະຕູໄຊເປັ່ງປະກາຍແສງສີຟ້າໃນຍາມຄ່ຳຄືນໄປພ້ອມໆກັບປະຊາຊາດໃນທົ່ວໂລກ ໃນໂອກາດສະເຫຼີມສະຫຼອງວັນເດັກໂລກ ແລະ ວັນຄົບຮອບສົນທິສັນຍາ ວ່າດ້ວຍ ສິດທິເດັກຄົບຮອບ 35 ປີ (20 ພະຈິກ 1989 - 20 ພະຈິກ 2024).
ການສະເຫຼີມສະຫຼອງວັນດັ່ງກ່າວ ສະແດງໃຫ້ເຫັນເຖິງນິມິດໝາຍຂອງຊາດທີ່ຄຳນຶງເຖິງຄວາມສຳຄັນດ້ານສິດທີເດັກ ແລະ ຮັບຮູ້ເຖິງຄວາມຈຳຮີບດ່ວນຂອງໄວໜຸ່ມມີສ່ວນຮ່ວມໃນການຈັດຕັ້ງແຜນງານການປ່ຽນແປງດິນຟ້າອາກາດ.
ສົນທິສັນຍາວ່າດ້ວຍ ສິດທິເດັກ, ໄດ້ຮັບການຮັບຮອງ ໃນວັນທີ 20 ພະຈິກ ປີ 1989, ແມ່ນສົນທິສັນຍາສິດທິມະນຸດທີ່ໄດ້ຮັບການຍອມຮັບຢ່າງກວ້າງຂວາງທີ່ສຸດ, ໂດຍລະບຸເຖິງສິດທິຂອງເດັກຢູ່ທົ່ວທຸກແຫ່ງ.
ຮ່ວມກັນສ້າງອະນາຄົດທີ່ສົດໃສ ແລະ ສະເຫມີພາບໃຫ້ກັບເດັກນ້ອຍທຸກຄົນ!



28/09/2024
ພວກເຮົາທີມງານ ສື່ໄວໜຸ່ມເເຂວງບໍ່ເເກ້ວ ຂໍສົ່ງກຳລັງໃຈ ເເລະ ຄວາມເປັນຫ່ວງເປັນໃຍເເດ່ພໍ່ເເມ່ພີ່ນ້ອງປະຊາຊົນຊາວຫຼວງນໍ້າທາຈົ່ງຜ່ານ...
11/09/2024

ພວກເຮົາທີມງານ ສື່ໄວໜຸ່ມເເຂວງບໍ່ເເກ້ວ ຂໍສົ່ງກຳລັງໃຈ ເເລະ ຄວາມເປັນຫ່ວງເປັນໃຍເເດ່ພໍ່ເເມ່ພີ່ນ້ອງປະຊາຊົນຊາວຫຼວງນໍ້າທາຈົ່ງຜ່ານຜ່າວິກິດໄພນຳ້ຖ້ວມຄັ້ງນີ້ໄປຢ່າງປອດໄພ. ຂໍສົ່ງກຳລັງໃຈເປັນກຳລັງໃຈໃຫ້ເເດ່ເຈົ້າໜ້າທີ່ທຸກພາກສ່ວນ,ພີ່ນ້ອງຊາວລາວເເຕ່ເໜືອເຖິງໃຕ້ທີ່ໄດ້ໃຫ້ການຊ່ວຍເຫຼືອພໍ່ເເມ່ພີ່ນ້ອງຊາວຫຼວງນຳ້ທາໃນຄັ້ງນີ້.
ເຮົາຈະຜ່ານຜ່າວິກິດໄພນຳ້ຖ້ວມຄັ້ງນີ້ໄປດ້ວຍກັນ ຂໍໃຫ້ປອດໄພໝົດທຸກຄົນ. ສູ້ໆເດີ🥰✌️✌️🇱🇦🇱🇦
#ສື່ໄວໜຸ່ມບໍ່ເເກ້ວ

ສື່ໄວໜຸ່ມ 3 ແຂວງພາກເໜືອ ໄດ້ຮັບການຝຶກອົບຮົມ ການນຳໃຊ້ຖານຂໍ້ມູນ ການຮຽນ-ການສອນ ແບບດິຈິຕອນ ຫຼື “ຄັງປັນຍາລາວ”ໃນວັນທີ 12 ກໍລະກົ...
12/07/2024

ສື່ໄວໜຸ່ມ 3 ແຂວງພາກເໜືອ ໄດ້ຮັບການຝຶກອົບຮົມ ການນຳໃຊ້ຖານຂໍ້ມູນ ການຮຽນ-ການສອນ ແບບດິຈິຕອນ ຫຼື “ຄັງປັນຍາລາວ”

ໃນວັນທີ 12 ກໍລະກົດ 2024 ນີ້, ສື່ໄວໜຸ່ມ ແຂວງ ຫຼວງນໍ້າທາ, ອຸດົມໄຊ ແລະ ບໍ່ແກ້ວ ໄດ້ຮັບການ ຝຶກອົບຮົມການນຳໃຊ້ຖານຂໍ້ມູນ ການຮຽນການສອນແບບດິຈິຕອນ ຫຼື“ຄັງປັນຍາລາວ” ຢູ່ທີ່ ສູນຝຶກອົບຮົມ ສື່ມວນຊົົົນ ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງຫຼວງນໍ້າທາ. ໂດຍແມ່ນ ລໍາພອນ ດາວພອນຈະເລີນ ຮອງຂະແໜງສະຖິຕິແຜນການ ແລະ ຮ່ວມມືກັບຕ່າງປະເທດ ພະແນກສຶກສາແຂວງ ເປັນຄູຝຶກໃຫ້.

ຄັງປັນຍາລາວ ແມ່ນຖານຂໍ້ມູນການຮຽນການສອນ ໃນຮູບແບບດິຈິຕອນ ທາງການ ຂອງກະຊວງສຶກສາທິການ ແລະ ກິລາ ເພື່ອອໍານວຍຄວາມສະດວກໃຫ້ແກ່ການຮຽນ ແລະ ຄວາມຮູ້ດ້ານດິຈິຕອນ ໃຫ້ແກ່ເດັກນ້ອຍນັກຮຽນ ແລະ ໄວໜຸ່ມ ເຊິ່ງເປັນຊ່ອງທາງໜຶ່ງເພື່ອຊ່ວຍຍົກລະດັບໃຫ້ການສອນ ມີຄຸນະພາບກວ່າເກົ່າ ແລະ ໄດ້ດໍາເນີນມາ ຕັ້ງແຕ່ມີການລະບາດຂອງພະຍາດໂຄວິດ-19.

ຄັງປັນຍາລາວ ແມ່ນສູນລວມແຫ່ງຄວາມຮູ້ ທີ່ໄດ້ສັງລວມ ມາໄວ້ໃນຈຸດດຽວ ແລະ ເປັນຖານຂໍ້ມູນ
ໃນ Learning Passport ທີ່ຮ່ວມມືກັນ ລະຫວ່າງ ອົງການຢູນິເຊັບ ແລະ ບໍລິສັດ ໄມໂຄຼຊອບ.

#ສື່ໄວໜຸ່ມ

ຊຸດຝຶກອົບຮົມວິທະຍຸໄວໜຸ່ມ ເພື່ອສົ່ງເສີມການມີສ່ວນຮ່ວມໃນການສົ່ງເສີມວຽກງານສຶກສາ ໂດຍການນໍາໃຊ້ ຄັງປັນຍາລາວ ແກ່ທີມງານໄວໜຸ່ມ ແຂວ...
12/07/2024

ຊຸດຝຶກອົບຮົມວິທະຍຸໄວໜຸ່ມ ເພື່ອສົ່ງເສີມການມີສ່ວນຮ່ວມໃນການສົ່ງເສີມວຽກງານສຶກສາ ໂດຍການນໍາໃຊ້ ຄັງປັນຍາລາວ ແກ່ທີມງານໄວໜຸ່ມ ແຂວງຫຼວງນໍ້າທາ, ອຸດົມໄຊ ແລະ ບໍ່ແກ້ວ

ເພື່ອສົ່ງເສີມການມີສ່ວນຮ່ວມໃນການສົ່ງເສີມວຽກງານສຶກສາ ໂດຍການນໍາໃຊ້ ຄັງປັນຍາລາວ, ໃນຕອນເຊົ້າຂອງວັນທີ 12 ກໍລະກົດ 20024 ນີ້, ໂດຍການສະຫນັບສະຫນູນ ຈາກສະຫະພາບເອີລົບ ໂດຍຜ່ານອົງການຢູນີເຊັບ, ວິທະຍຸແຫ່ງຊາດ ລາວ ຈັດຊຸດຝຶກອົບຮົມ ໃຫ້ທິມງານ ວິທະຍຸໄວໜຸ່ມ ແຂວງຫຼວງນໍ້າທາ, ອຸດົມໄຊ ແລະ ບໍ່ແກ້ວ, ຢູ່ທີ່ ສູນຝຶກອົບຮົມ ສື່ມວນຊົົົນ ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງຫຼວງນໍ້າທາ. ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສີສຸພັນ ທໍາປັນຍາ ກຳມະການພັກແຂວງ, ເລຂາຄະນະພັກຮາກຖານ ຫົວໜ້າພະແນກ ຖວທ ແຂວງຫຼວງນໍ້າທາ, ທ່ານຕະບອງເພັດ ພຸດທະວົງ ຜູ້ຊ່ຽວຊານ ວຽກງານ ສື່ສານມວນຊົນ ອົງການ ຢູນິເຊັບ ພ້ອມດ້ວຍຄະນະຊີ້ນໍາຈາກ ວິທະຍຸກະຈາຍສຽງແຫ່ງຊາດລາວ, ຄະນະຮັບຜິດຊອບ ຈາກ ຖວທ ແຂວງ, ວິທະຍາກອນ ແລະ ຕົວແທນໄວໜຸ່ມຈາກ 3 ແຂວງເຂົ້າຮ່ວມ.

ໃນພິທີດັ່ງກ່າວ ທ່ານ ສີ ສຸພັນ ຫົວໜ້າພະແນກ ຖວທ ແຂວງຫຼວງນໍ້າທາ ກ່າວຕ້ອນຮັບ ຜູ້ເຂົ້າຮ່ວມຈາກສູນກາງ ແລະ ຕ່າງແຂວງ ແລະ ກ່ວາວ່າ: ຕະຫຼອດໄລຍະຜ່ານມາຈົນມາຮອດປັດຈຸບັນ ໄວໜຸ່ມ ແຂວງຫລວງນໍ້າທາ ກໍໄດ້ມີສ່ວນຮ່ວມໃນການໂຄສະນາເປັນຕົ້ນແມ່ນວຽກງານສິດທິເດັກ... ຜ່ານວິທະຍຸ, ສື່ອອນລາຍ ແລະ ການລົງຊຸມຊົນ, ເຊິ່ງການຈັດຊຸດຝຶກອົບຮົມໃນຄັ້ງນີ້ ກໍຈະໄດ້ຮຽນຮູ້ ການຂຽນສະຄລິບ, ວິທີການວາງແຜນຜະລິດລາຍການ, ການປ້ອງກັນອັນຕະລາຍຈາກສື່ສັງຄົມອອນລາຍ... ທ່ານໄດ້ຮຽກຮ້ອງໃຫ້ ຕົວແທນໄວໜຸ່ມ ທີ່ເຂົ້າຮ່ວມ ຈົ່ງພ້ອມໃຈກັນເອົາໃຈໃສ່ຮຽນຮູ້ໃຫ້ມີປະສິດທິຜົນສູງສຸດ ເພື່ອນໍາໄປຈັດຕັ້ງປະຕິບັດຕົວຈິງ ໃນການເປັນສື່ກາງໃນການໂຄສະນາໃຫ້ມີຄຸນນະພາບ.

ທ່ານຕະບອງເພັດ ພຸດທະວົງ ຜູ້ຊ່ຽວຊານ ພະແນກ ສື່ສານມວນຊົນ ອົງການ ຢູນິເຊັບ ຍັງກ່າວຕື່ມວ່າ: ບັນດາແຂວງທີ່ເຂົ້າຮ່ວມ ເປັນແຂວງທີ່ພວກເຮົາກໍໄດ້ເອົາໃຈໃສ່ໃນໄລຍະຜ່ານມາ, ເຊິ່ງໃນການຝຶກອົບຮົມໃນຄັ້ງນີ້ ພວກເຮົາກໍຢາກຈະຊ່ວຍຊຸກຍູ້ ບັນດາ 3 ແຂວງ ໃນການເສີມຂະຫຍາຍວຽກງານດ້ານນີ້ໂດຍສະເພາະກໍແມ່ນສົ່ງເສີມເລື່ອງການສຶກສາ-ຄັງປັນຍາລາວ ແລະ ການນໍາໃຊ້ສື່ສັງຄົມອອນລາຍຢ່າງມີສະຕິ.



ສື່ໄວໜຸ່ມແຂວງສະຫວັນນະເຂດ ໄດ້ຮັບການຝຶກອົບຮົມ ການນຳໃຊ້ຖານຂໍ້ມູນ ການຮຽນ-ການສອນ ແບບດິຈິຕອນ ຫຼື “ຄັງປັນຍາລາວ”ໃນວັນທີ 4-5 ກໍລະ...
04/07/2024

ສື່ໄວໜຸ່ມແຂວງສະຫວັນນະເຂດ ໄດ້ຮັບການຝຶກອົບຮົມ ການນຳໃຊ້ຖານຂໍ້ມູນ ການຮຽນ-ການສອນ ແບບດິຈິຕອນ ຫຼື “ຄັງປັນຍາລາວ”

ໃນວັນທີ 4-5 ກໍລະກົດ 2024 ນີ້, ສື່ໄວໜຸ່ມ ແຂວງສະຫວັນນະເຂດ ໄດ້ຮັບການ ຝຶກອົບຮົມການນຳໃຊ້ຖານຂໍ້ມູນ ການຮຽນການສອນແບບດິຈິຕອນ ຫຼື“ຄັງປັນຍາລາວ” ເຊິ່ງຈັດຂຶ້ນທີ່ ພະແນກຖະແຫຼງຂ່າວ ແລະ ວັດທະນະທຳ ແຂວງ ສະຫວັນນະເຂດ. ໂດຍແມ່ນ ທ່ານ ສະໜອງ ຊະນະເລີດ ຈາກ ພະແນກສຶກສາທິການ ແລະ ກິລາ ເປັນຄູຝຶກໃຫ້.

ຄັງປັນຍາລາວ ແມ່ນຖານຂໍ້ມູນການຮຽນການສອນ ໃນຮູບແບບດິຈິຕອນ ທາງການ ຂອງກະຊວງສຶກສາທິການ ແລະ ກິລາ ເພື່ອອໍານວຍຄວາມສະດວກໃຫ້ແກ່ການຮຽນ ແລະ ຄວາມຮູ້ດ້ານດິຈິຕອນ ໃຫ້ແກ່ເດັກນ້ອຍນັກຮຽນ ແລະ ໄວໜຸ່ມ ເຊິ່ງເປັນຊ່ອງທາງໜຶ່ງເພື່ອຊ່ວຍຍົກລະດັບໃຫ້ການສອນ ມີຄຸນະພາບກວ່າເກົ່າ ແລະ ໄດ້ດໍາເນີນມາ ຕັ້ງແຕ່ມີການລະບາດຂອງພະຍາດໂຄວິດ-19.

ຄັງປັນຍາລາວ ແມ່ນສູນລວມແຫ່ງຄວາມຮູ້ ທີ່ໄດ້ສັງລວມ ມາໄວ້ໃນຈຸດດຽວ ແລະ ເປັນຖານຂໍ້ມູນ
ໃນ Learning Passport ທີ່ຮ່ວມມືກັນ ລະຫວ່າງ ອົງການຢູນິເຊັບ ແລະ ບໍລິສັດ ໄມໂຄຼຊອບ.

#ສື່ໄວໜຸ່ມ

ການນໍາຂັ້ນສູງ ຈາກກະຊວງແຜນການ ແລະ ການລົງທຶນ, ກະຊວງການຕ່າງປະເທດ ແລະ ອົງການ UNICEF ຢ້ຽມຢາມທີມງານສື່ໄວໜຸ່ມ ແຂວງສະຫວັນນະເຂດ ໃ...
04/07/2024

ການນໍາຂັ້ນສູງ ຈາກກະຊວງແຜນການ ແລະ ການລົງທຶນ, ກະຊວງການຕ່າງປະເທດ ແລະ ອົງການ UNICEF ຢ້ຽມຢາມທີມງານສື່ໄວໜຸ່ມ ແຂວງສະຫວັນນະເຂດ
ໃນລະຫວ່າງວັນທີ 4-5 ກໍລະກົດ 2024 ຄະນະຜູ້ແທນຈາກກະຊວງແຜນການ ແລະ ການລົງທຶນ, ກະຊວງຕ່າງປະເທດ ແລະ ອົງການ ສະຫະປະຊາຊາດ ສໍາລັບເດັກ (UNICEF) ໄດ້ລົງຢ້ຽມຢາມກິດຈະກໍາພາກສະ ໜາມທີ່ໄດ້ຮັບການສະໜັບສະໜູນຈາກ ອົງການ ສປຊ ສໍາລັບເດັກ ທີ່ແຂວງສະຫວັນນະເຂດ. ໂດຍ ການນໍາພາຄະນະ ຂອງທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີ ກະຊວງແຜນການ ແລະການລົງທືນ ເປັນຫົວໜ້າຄະນະ, ທ່ານ ນາງ ດຣ. ເພຍ ເຣເບລໂລ ບຣິດໂຕ, ທ່ານ ນາງ ສີສົມບູນ ອຸນາວົງ ຫົວໜ້າກົມຮ່ວມມືສາກົນ ກຜທ, ທ່ານ ນາງ ບົວອນ ໂພໄຊ ຫົວໜ້າພະແນກ ຈາກກົມອົງການຈັດຕັ້ງສາກົນ ກະຊວງການຕ່າງປະເທດ ເປັນຄະນະ ແລະຕາງໜ້າຄະນະຈາກ ກະຊວງ ຜທ ແລະ ອົງການ UNICEF.
ຈຸດປະສົງຂອງການລົງຢ້ຽມຢາມ ແລະ ຕິດຕາມການຈັດຕັ້ງປະຕິບັດແຜນງານນະໂຍບາຍສັງຄົມພາກສະໜາມ ແມ່ນເພື່ອແລກປ່ຽນ-ຖອດຖອນບົດຮຽນ ໃນການຈັດຕັ້ງປະຕິບັດ ບັນດາກິດຈະກຳໂຄງການ ພ້ອມທັງ ຕິດຕາມ-ຊຸກຍູ້ ແລະ ສົ່ງເສີມບົດບາດຕາມຄວາມຮັບຜິດຊອບ ແລະ ຄວາມເປັນເຈົ້າການຂອງ ຄະນະຮັບຜິດຊອບວຽກງານໃນຂັ້ນທ້ອງຖິ່ນ ໂດຍສະເພາະອຳນາດການປົກຄອງຂັ້ນແຂວງ, ເມືອງ ແລະ ບ້ານ ທີ່ໄດ້ຮັບການສະໜັບສະໜູນຈາກ ອົງການ ສະຫະປະຊາຊາດ ສໍາລັບເດັກ.
ໃນນັ້ນ ທ່ານ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ແລະ ທ່ານຜູ້ຕາງໜ້າອົງການ ສະຫະປະຊາດ ສໍາລັບເດັກໄດ້ມີຄໍາເຫັນບາງຕອນທີສໍາຄັນຕໍ່ການລົງຢ້ຽມໃນຄັ້ງນີ້ຄື:
“ ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີ ກະຊວງແຜນການ ແລະການລົງທຶນ ໄດ້ຕີລາຄາສູງ ຕໍ່ການຮ່ວມມືລະຫວ່າງ ລັດຖະບານ ສປປ ລາວ ແລະ ອົງການ ສປຊ ສຳລັບເດັກ ທີ່ໄດ້ໃຫ້ການສະໜັບສະໜູນການຈັດຕັ້ງປະຕິບັດວຽກງານການພັດທະນາໃນ ສປປ ລາວ ມາເປັນເວລາ ຍາວນານ ໄດ້ນຳມາເຊິ່ງຄວາມປ່ຽນເເປງທີ່ດີິໃນຊີວິດການເປັນຢູ່ຂອງເດັກນ້ອຍ ແລະ ເເມ່ຍິງລາວ, ໂດຍ ສະເພາະໃນທຸກຂົງເຂດ ຄື: ສຸຂະພາບ, ການປົກປ້ອງເດັກ, ນໍ້າສະອາດ ແລະ ສຸຂາພິບານ. ຄວາມສໍາເລັດເຫຼົ່ານີ້ ແມ່ນມີຜົນມາຈາກຄວາມພະຍາຍາມ ແລະຄວາມຕັ້ງໃຈຂອງພວກເຮົາທຸກຄົນ. ພວກເຮົາຫວັງວ່າຈະສາມາດສືບຕໍ່ເຮັດວຽກກັບ ອົງການ ສປຊ ສຳລັບເດັກ ເພື່ອສືບຕໍ່ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ທຸກຄົນ ແລະ ບັນລຸວິໄສທັດຂອງພວກເຮົາສໍາລັບປະເທດລາວທີ່ຈະເລີນຮຸ່ງເຮືອງ”
ທ່ານ ນາງ ດຣ. ເພຍ ເຣເບລໂລ ບຣິດໂຕ ໄດ້ກ່າວວ່າ: “ການເດີນທາງເປັນເວລາ 20 ປີ ຂອງໂຄງການສື່ໄວໜຸ່ມນີ້ ເປັນຫຼັກຖານສະແດງເຖິງຄວາມສຳຄັນຂອງການຮ່ວມມືກັນ ແລະ ການສ້າງເວທີເພື່ອໃຫ້ໄວໜຸ່ມສະແດງອອກເຖີງວິໄສທັດຂອງພວກເຂົາ. ການອຸທິດຕົນຂອງໄວໜຸ່ມພາຍໃຕ້ໂຄງການສື່ໄວໜຸ່ມ ໃນການໂຄສະນາເຜີຍແຜ່ກ່ຽວກັບບັນຫາທີ່ສໍາຄັນຕ່າງໆ ນັ້ນເປັນສິ່ງທີ່ໜ້າປະທັບໃຈຫຼາຍ ແລະ ມີບົດບາດສຳຄັນຫຼາຍໃນການຊຸກຍູ້ການປ່ຽນແປງໃນທາງບວກ ແລະ ສ້າງສັນ”.
#ສື່ໄວໜຸ່ມ

Address

Vientiane

Website

Alerts

Be the first to know and let us send you an email when ສື່ໄວໜຸ່ມ ບໍ່ແກ້ວ Bokeo Youth Media posts news and promotions. Your email address will not be used for any other purpose, and you can unsubscribe at any time.

Share

Category