ຄວາມເປັນມາ
ສູນຝຶກອົບຮົມ Microsoft Excel ແບບມືອາຊີບ
ສະບາຍດດີ ສຳລັບຄວາມເປັນມາຂອງ ສູນຝຶກອົບຮົມ ການນຳໃຊ້ Microsoft Excel ແບບມືອາຊີນັ້ນ, ເນື່ອງຈາກວ່າຂ້າພະເຈົ້າເປັນຄົນທີ່ມັກຮຽນຮູ້ສິ່ງໃຫມ່ໆຢູ່ຕະຫລອດເວລາ ໄດ້ຫລາຍມີປະສົບການໃນການເຮັດວຽກເປັນເວລາຫລາຍປີ ແລະ ຫລາຍໆສະຖານທີ່ເຮັດວຽກທີ່ແຕກຕ່າງກັນ, ຂ້າພະເຈົ້າເປັນຄົນທີ່ບໍ່ມັກຢູ່ກັບທີ່ ແລະ ມັກ ເຮັດສິ່ງໃຫມ່, ມັກເຮັດໃນສິ່ງທີ່ກົງກັນຂ້າມກັບຄົນອື່ນ ແລະຄິດແປກໆ, ຍິ່ງເຮັດວຽກງານໄປດົນຍິ່ງຮູ້ສຶກບໍ່ຄ່ອຍມີຄວາມສຸກ, ແລ້ວຄວາມສຸກທີ່ແທ້ຈິງແມ່ນຫຍັງລະ ແລະ ກໍ່ມີຄວາມຕອບຫນຶ່ງທີ່ດັງກ້ອງຢູ່ໃນຫົວຂອງຂ້າພະເຈົ້າ ນັ້ນຄື: ເຮັດໃນສິ່ງທີ່ຕ້ອງເຮັດມັກ ແລະ ຕ້ອງມັກໃນສິ່ງທີ່ຕົນເອງຮູ້.
ເຊິ່ງຊີວິດຂອງຂ້າພະເຈົ້າກໍ່ວົນວຽນຢູ່ກັບແຄ່ຄອມພິວເຕີຕະຫລອດເວລາ, ພະຍາຍາມຊອກຫາສິ່ງໃຫມ່ໆແຕ່ເຊົ້າຈົນຄໍ່າໂດຍບໍ່ອິດເມື່ອຍ ແລະ ຂ້າພະເຈົ້າກໍ່ໄດ້ປະສົບການແລ້ວຄວາມຮູ້ພໍສົມຄວນກ່ຽວກັບຄອມພິວເຕີ ແລ້ວ ຂ້າພະເຈົ້າໄດ້ເຫັນ ນັກຮຽນ ນັກສຶກສາ ພະນັກງານ ຫລືແມ້ແຕ່ ຜູ້ບໍລິຫານລະດັບສູງ ບໍ່ໄດ້ມີຄວາມສາມາດຫຍັງເລີຍກ່ຽວກັບການໃຊ້ງານເຕີຄອມເຕີ ເຊິ່ງມັນຈະເຮັດໃຫ້ເສຍເວລາດົນນານ ໃນການທີ່ຈະເຮັດວຽກໃດວຽກຫນຶ່ງໃຫ້ສຳເລັດ ທັ້ງໆທີ່ເຮົາກໍ່ໄດ້ໃຊ້ຄອມພິວເຕີມາຕະຫລອດ, ແລະ ໂປຣແກຣມ Microsoft Office ຄືຊິບໍ່ມີໃຜທີ່ບໍ່ຮູ້, ທຸກໆຄົນທີ່ໄດ້ຮຽນ ໄດ້ສຶກສາມາ ຄືຈະໃຊ້ເປັນຫມົດ ແລະ ມັນມີປະໂຫຍດສູງສຸດ ແລະ ຄົນນິຍົມໃຊ້ກັນທົ່ວໂລກ (ຈົນເຈົ້າຂອງໂປຣແກຣມໄດ້ລວມເປັນມະຫາເສດຖີອັນດັບຕົ້ນໆໃນໂລກແລ້ວ. ແຕ່ຂ້າພະເຈົ້າເຮັດວ່າຄົນສ່ວນຫລາຍນັ້ນຍັງບໍ່ມີຄວາມເຂົ້າໃຈ ກ່ຽວກັບການໃຊ້ງານ Microsoft Excel, Microsoft word, Microsoft Power point, ດັ່ງນັ້ນຂ້າພະເຈົ້າຈຶ່ງໄດ້ຕັດສິນໃຈທີ່ຈະສຶກສາເອົາຈິງເອົາຈັງ ກ່ຽວກັບ ການໃຊ້ງານ Microsoft Excel ຢ່າງເອົາໃຈໃສ່ ຈົນມີຄວາມຮູ້ໃນລະດັບຫນຶ່ງ ແລ້ວ ຂ້າພະເຈົ້າກໍ່ໄດ້ນຳເອົາຄວາມຮູ້ນີມາເຜີຍແຜ່ໃຫ້ທຸກຄົນໄດ້ຮຽນຮູ້ແລະເຂົ້າໃຈຫລາຍຂື້ນ, ສາມາດໄດ້ຮັບປະໂຫຍດຫລາຍຂື້ນ.
ຂ້າພະເຈົ້າເອງຈຶ່ງໄດ້ນຳເອົາຄວາມຮູ້ນີ້ມາເຜີຍແຜ່ ບໍ່ວ່າຈະເປັນທາງ ອອນໄລ ແລະ ອອບໄລ, ຖ້າຫາກທີ່ໃດມີຄວາມສົນໃນ ສາມາດຕິດຕາມ Page ຂອງຂ້າພະເຈົ້າໄດ້ ຂ້າພະເຈົ້າຈະນຳເຂົ້າຄວາມຮູ້ໃຫມ່ໆມານຳສະເຫນີເປັນປະຈຳ ແລະ ມີເອກະສານມາແຈກກັນແບບ ບໍ່ມີຄ່າໃຊ້ຈ່າຍໃດໆ ຫລື ຖ້າຫາທ່ານໃດສົນໃຈ ແລະ ຢາກເກັ່ງການນຳໃຊ້ Microsoft excel ສາມາດຕິດຕິດຫາເຮົາ ແລະ ເຂົ້າມາຮຽນທີ່ສູນຝຶກອົບຮົມໄດ້ ລາຄາເປັນກັນເອງ, ເນັ້ນຄຸນນະພາບຂອງນັກຮຽນ, ຮັບຮອງທ່ານຈະບໍ່ຜິດຫວັງແນ່ນອນ
...