ຂ່າວເສດຖະກິດ-ການຄ້າ Lao Economic Daily

  • Home
  • ຂ່າວເສດຖະກິດ-ການຄ້າ Lao Economic Daily

ຂ່າວເສດຖະກິດ-ການຄ້າ Lao Economic Daily ເປັນເຟສໜັງສືພິມ ເສດຖະກິດ-ການຄ້າ, ອົງກອນສື່ມວນຊົນ ພາຍໃຕ້ຄຳຂວັນ ແຫລ່ງຄວາມຮູ້ຄູ່ສັງຄົມ
(4)

We're the official source for economic news in Laos which certified by Ministry of Industry and Commerce, committed to providing accurate, insightful, and engaging content.

21/07/2025

ເຂດແຂວງໃດຝົນຕົກແດ່ແລ້ວ?
ນອນຄືນນີ້ ໃຫ້ພາກັນມີສະຕິລະມັດລະວັງແດ່ເດີ!
ນວ ຕອນນີ້ຍັງມິດຢູ່

21/07/2025

ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ອອກແຈ້ງການໃຫ້ກະກຽມຄວາມພ້ອມຮັບມື ໄພພິບັດທີ່ຈະເກີດຂຶ້ນ ລະຫວ່າງວັນທີ 21 ຫາ 23 ກໍລະກົດ ໂດຍໃຫ້ກໍານົດສະຖານທີ່ລົບໄພຊົ່ວຄາວ, ເກັບມ້ຽນສິ່ງຂອງ, ວັດຖຸມີຄ່າ ແລະ ສັດລ້ຽງໄປໄວ້ບ່ອນປອດໄພ
--------------
ອ່ານລະອຽດເພີ່ມຕື່ມທີ່: https://laoedaily.com.la/2024/10/17/137143/
ທ່ານສາມາດຕິດຕາມຂໍ້ມູນ-ຂ່າວສານອື່ນໆໄດ້ອີກທີ່ເວັບໄຊ:
https://laoedaily.com.la/
ຫຼື ກົດຕິດຕາມຮັບຊົມໄດ້ກ່ອນໃຜທີ່:
https://www.youtube.com/channel/UCjtOePaRAtTLufe1-lxwmrg
ຕິກຕັອກ: https://www.tiktok.com/
#ຂ່າວເສດຖະກິດການຄ້າ
#ເສດຖະກິດການຄ້າ

21/07/2025

6 ເດືອນຕົ້ນປີ ດ່ານພາສີສາກົນພູເກືອ ແຂວງອັດຕະປື ເກັບລາຍຮັບໄດ້ 117 ຕື້ກີບ ເທົ່າກັບ 81.36% ຂອງແຜນການປີ ທຽບໃສ່ໄລຍະດຽວ ເພີ່ມຂຶ້ນ 91.29%

ພະຍາກອນອາກາດ ວັນທີ 21 ກໍລະກົດ 2025 --------------  ໃນເວລາ 07 ໂມງ 00 ຂອງວັນທີ 21  ກໍລະກົດ 2025, ພາຍຸໝູນເຂດຮ້ອນ ວິພາ (Wiph...
21/07/2025

ພະຍາກອນອາກາດ ວັນທີ 21 ກໍລະກົດ 2025
--------------
ໃນເວລາ 07 ໂມງ 00 ຂອງວັນທີ 21 ກໍລະກົດ 2025, ພາຍຸໝູນເຂດຮ້ອນ ວິພາ (Wipha), ມີຈຸດສູນກາງໃນເສັ້ນຂະໜານທີ 21.5 ອົງສາເໜືອ ແລະ ເສັ້ນແວງທີ່ 110.4 ອົງສາຕາເວັນອອກ, ພາຍຸຫົວນີ້ກໍາລັງເຄື່ອນທີ່ໄປທາງທິດຕາເວັນຕົກ-ຕາເວັນຕົກສ່ຽງໃຕ້ ດ້ວຍຄວາມໄວ 90 ກິໂລແມັດຕໍ່ຊົ່ວໂມງ ຄາດວ່າຈະອ່ອນກໍລັງລົງກາຍເປັນກາຍເປັນພາຍຸດີເປຼຣຊັນ ແລະ ຈະເຄື່ອນຂຶ້ນແຄມຝັ່ງພາກເໜືອຂອງປະເທດຫຽວດນາມ ໃນຄໍ່າຄືນຂອງວັນທີ 22 ກໍລະກົດນີ້.
ຊຶ່ງຈະເຮັດໃຫ້ ມີຝົນຕົກ ຟ້າຮ້ອງ ຟ້າເຫຼຶ້ອມ ໃນລະດັບຄ່ອຍ ຫາ ຕົກໃນລະດັບປານກາງຢູ່ທົ່ວໄປໃນແຕ່ລະພາກ ແລະ ຕົກໜັກ ຫາ ໜັກຫຼາຍ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນ ແຂວງພາກເໜືອ ແລະ ພາກາງ

21/07/2025

ແຈ້ງເຕືອນພາຍຸວິພາ 21-23 ກໍລະກົດ! ແຂວງ ຜົ້ງສາລີ, ຫົວພັນ, ຊຽງຂວາງ, ອຸດົມ ໄຊ, ບໍ່ແກ້ວ, ຫຼວງນໍ້າທາ, ຫຼວງພະບາງ, ໄຊຍະບູລີ, ນະຄອນຫຼວງ ວຽງຈັນ, ໄຊສົມບູນ, ວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ ໃຫ້ກຽມພ້ອມຮັບມືຝົນຕົກໜັກຫາໜັກຫຼາຍ
--------------
ອ່ານລະອຽດເພີ່ມຕື່ມທີ່: https://laoedaily.com.la/2024/10/17/137143/
ທ່ານສາມາດຕິດຕາມຂໍ້ມູນ-ຂ່າວສານອື່ນໆໄດ້ອີກທີ່ເວັບໄຊ:
https://laoedaily.com.la/
ຫຼື ກົດຕິດຕາມຮັບຊົມໄດ້ກ່ອນໃຜທີ່:
https://www.youtube.com/channel/UCjtOePaRAtTLufe1-lxwmrg
ຕິກຕັອກ: https://www.tiktok.com/
#ຂ່າວເສດຖະກິດການຄ້າ
#ເສດຖະກິດການຄ້າ

ແຂວງ ຜົ້ງສາລີ, ຫົວພັນ, ຊຽງຂວາງ, ອຸດົມ ໄຊ, ບໍ່ແກ້ວ, ຫຼວງນໍ້າທາ, ຫຼວງພະບາງ, ໄຊຍະບູລີ, ນະຄອນຫຼວງ ວຽງຈັນ, ໄຊສົມບູນ, ວຽງຈັນ, ...
21/07/2025

ແຂວງ ຜົ້ງສາລີ, ຫົວພັນ, ຊຽງຂວາງ, ອຸດົມ ໄຊ, ບໍ່ແກ້ວ, ຫຼວງນໍ້າທາ, ຫຼວງພະບາງ, ໄຊຍະບູລີ, ນະຄອນຫຼວງ ວຽງຈັນ, ໄຊສົມບູນ, ວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫັວນນະເຂດ ໃຫ້ກຽມພ້ອມຮັບມືຝົນຕົກໜັກຫາໜັກຫຼາຍ ວັນທີ 21 ຫາ 23 ກໍລະກົດ 2025 ນີ້
-------

ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ອອກແຈ້ງເຕືອນໄພ ພາຍຸຫມູນ ເຂດຮ້ອນ ວິພາ (Wipha) ສະບັບທີ 2ວ່າ: ເວລາ 07 ໂມງ 00 ຂອງວັນທີ 21 ກໍລະກົດ 2025 ພາຍຸຫມູນ ເຂດຮ້ອນ ວິພາ (Wipha) ມີຈຸດສູນກາງໃນເສັ້ນຂະຫນານທີ 21.5 ອົງສາເຫນືອ ແລະ ເສັ້ນແວງທີ່ 110.4 ອົງສາຕາເວັນອອກ.
ພາຍຸຫົວນີ້ກໍາລັງເຄື່ອນທີ່ໄປທາງທິດຕາເວັນຕົກ-ຕາເວັນຕົກສ່ຽງໃຕ້ ດ້ວຍ ຄວາມໄວ 90 ກິໂລແມັດຕໍ່ຊົ່ວໂມງ ຄາດວ່າຈະອ່ອນກໍາລັງລົງກາຍ ເປັນພາຍຸ ດີເປຼຣຊັນ ແລະ ຈະເຄື່ອນທີ່ຂຶ້ນແຄມຝັ່ງພາກເຫນືອຂອງ ສສ ຫຽວດນາມ ໃນຄໍ່າຄືນຂອງວັນທີ 22 ກໍລະກົດ 2025. ຈາກ ນັ້ນ ຈະອ່ອນກໍາລັງລົງກາຍເປັນຄວາມກົດດັນອາກາດຕໍ່າທີ່ມີກໍາລັງ ແຮງປົກຄຸມຢູ່ທາງພາກ ເຫນືອຂອງ ສປປ ລາວ ຊຶ່ງຈະເຮັດໃຫ້ມີ ຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ທົ່ວໄປ ໃນແຕ່ລະພາກ ແລະ ຕົກຫນັກ ຫາ ຫນັກຫຼາຍ ພ້ອມມີລົມພັດແຮງ ຢູ່ບາງທ້ອງຖິ່ນ ເຊັ່ນ: ແຂວງ ຜົ້ງສາລີ, ຫົວພັນ, ຊຽງຂວາງ, ອຸດົມ ໄຊ, ບໍ່ແກ້ວ, ຫຼວງນໍ້າທາ, ຫຼວງພະບາງ, ໄຊຍະບູລີ, ນະຄອນຫຼວງ ວຽງຈັນ, ໄຊສົມບູນ, ວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫັວນນະເຂດ ໃນໄລຍະທີ່ 21 ຫາ 23 ກໍລະກົດ 2025 ນີ້.
ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອົງການປົກຄອງທ້ອງຖິ່ນ ແລະ ອົງການຈັດຕັ້ງທຸກພາກສ່ວນໃນແຕ່ລະພາກ ລວມທັງນະຄອນຫຼວງວຽງຈັນ ຈົ່ງມີສະຕິລະມັດລະວັງ ແລະ ກຽມພ້ອມຮັບມື ຕໍ່ສະພາບຝົນຕົກຫນັກຕິດຕໍ່ກັນຫຼາຍວັນ ທີ່ຈະ ເຮັດໃຫ້ມີດິນເຈື່ອນ, ນໍ້າຖ້ວມຊູ, ນໍ້າຖ້ວມຍີ່ງ ແລະ ນໍ້າຖ້ວມອັ່ງໃນຕົວເມືອງ.
ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກ ກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.

ໂຄງການພະລັງງານໄຟຟ້າແສງຕາເວັນຢູ່ແຂວງ ອຸດົມໄຊ ຈະຂາຍໄຟຟ້າໃນທ້າຍປີນີ້---------ວັນທີ 19 ກໍລະກົດ 2025,ທ່ານ ບຸນທອງ ຈິດມະນີ ຮອງປ...
21/07/2025

ໂຄງການພະລັງງານໄຟຟ້າແສງຕາເວັນຢູ່ແຂວງ ອຸດົມໄຊ ຈະຂາຍໄຟຟ້າໃນທ້າຍປີນີ້
---------
ວັນທີ 19 ກໍລະກົດ 2025,ທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດ ພ້ອມຄະນະ, ໄດ້ລົງຢ້ຽມຢາມກວດກາຄວາມຄືບໜ້າ ໂຄງການພະລັງງານໄຟຟ້າແສງຕາ ເວັນ ຢູ່ ເມືອງໄຊ ແລະ ເມືອງນາໝໍ້ ແຂວງອຸດົມໄຊ ທີ່ພັດທະນາໂດຍ ບໍລິສັດ ຊີຈີເອັນ ເອເນີຈີ ເຕັກໂນໂລຢີລາວ ຈຳກັດ.
ໂຄງການຖານເຊື່ອມຕໍ່ພະລັງງານສະອາດ ໄດ້ຈັດຕັ້ງປະຕິບັດ ຢູ່ 7 ບ້ານ ຄື: ບ້ານກິ່ວຈະລຸ, ບ້ານຈອມອອງ, ບ້ານກີ່ວແຈບ, ບ້ານນາຖົ່ວ, ບ້ານນໍ້າບໍ່ຕາໄກ່, ບ້ານຫ້ວຍຊອຍ ແລະ ບ້ານໝາກຈຸກ ນອນໃນ 2 ເມືອງ ຄື: ເມືອງໄຊ ແລະ ເມືອງນາໝໍ້, ເນື້ອທີ່ 2,090 ກວ່າເຮັກຕາ, ມີ 1,009 ຕອນ ໃນນັ້ນ ດິນລວມບ້ານ ມີ 53 ຕອນ, ເນື້ອທີ່ 67 ກວ່າເຮັກຕາ, ດິນທີ່ທົດແທນຄ່າເສຍຫາຍ ມີ 349 ຄອບຄົວ ມີ 956 ຕອນ, ເນື້ອທີ່ 2,022 ກວ່າເຮັກຕາ. ມີວິຊາການ ແລະ ແຮງງານ ປະມານ 800 ຄົນ.
ໂຄງການພະລັງງານສະອາດ ພາກເໜືອ ສປປ ລາວ ໄລຍະທີ 1 ໂຄງການ ກໍາລັງຕິດຕັ້ງ 1,000 MW, ຜະລິດພະລັງງານໄຟຟ້າ ສະເລ່ຍ 1,700 ກິກາວັດໂມງ/ປີ, ເຊັນສັນຍາ ສຳປະທານ ໃນວັນທີ 12 ກັນຍາ 2024.
ມາຮອດປັດຈຸບັນຄວາມຄືບໜ້າໃນການກໍ່ສ້າງໂຄງການໄຟຟ້າແສງຕາເວັນ ເມືອງໄຊ ແລະ ເມືອງນາໝໍ້ ໂຄງການຖານເຊື່ອມຕໍ່ຖານພະລັງງານສະອາດ ໂຄງການໄຟຟ້າພະລັງງານແສງຕາເວັນກຳລັງຕິດຕັ້ງ 1.000 MW ໂດຍລວມແມ່ນສໍາເລັດ 45%.
ໃນນີ້ ແຜງໂຊລ່າເຊວຕິດຕັ້ງສຳເລັດ 6.57% ເທົ່າກັບ 85.41 MW, ສຳລັບການເທຄອນກີດຂອງຖານເສົາສາຍສົ່ງສຳເລັດ 24 ເສົາ ສະເລ່ຍ 41.38%, ສຳລັບເສົາສາຍສົ່ງທີ່ຕິດຕັ້ງສຳເລັດແລ້ວແມ່ນມີ 45 ເສົາສະເລ່ຍ 7.76% ແລະ ອື່ນໆ, ຄາດວ່າຈະຂາຍໄຟຟ້າຢ່າງເປັນທາງການໃນທ້າຍປີ 2025 ນີ້.

21/07/2025

ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ອອກແຈ້ງການ ກະກຽມຄວາມພ້ອມຮັບມືກັບໄພພິບັດທີ່ອາດຈະເກີດຂຶ້ນ ໃນລະຫວ່າງວັນທີ 21-23 ກໍລະກົດ 2025

ຄວາມຄືບໜ້າ ກໍ່ສ້າງປ້ອງກັນຕາຝັ່ງເຈື່ອນແຄມນໍ້າຂອງ ເຂດເມືອງປາກຊັນ................................https://laoedaily.com.la/2...
21/07/2025

ຄວາມຄືບໜ້າ ກໍ່ສ້າງປ້ອງກັນຕາຝັ່ງເຈື່ອນແຄມນໍ້າຂອງ ເຂດເມືອງປາກຊັນ................................
https://laoedaily.com.la/2025/07/21/143602/

21/07/2025

ຂໍໃຫ້ເຈົ້າໜ້າທີ່ ຈັບຄົນຮ້າຍ
ເຫດປຸ້ນຮ້ານຄຳ ມາໄລ
ທີ່ແຂວງສະຫວັນນະເຂດ ໄດ້ໄວໆ

ຄະນະຄອບຄົວການນໍາ ໄດ້ປະກອບສ່ວນເຫລືອສັງຄົມຫລາຍດ້ານ ຫຼາຍກິດຈະກຳ ລວມມູນຄ່າການຊ່ວຍເຫລືອຫຼາຍກວ່າ  29.7ຕື້ກີບ------------------...
21/07/2025

ຄະນະຄອບຄົວການນໍາ ໄດ້ປະກອບສ່ວນເຫລືອສັງຄົມຫລາຍດ້ານ ຫຼາຍກິດຈະກຳ ລວມມູນຄ່າການຊ່ວຍເຫລືອຫຼາຍກວ່າ 29.7ຕື້ກີບ
---------------------
ພິທີສະຫລຸບການເຄື່ອນໄຫວວຽກງານ ຂອງຄະນະຄອບຄົວການນໍາຈັດຂຶ້ນທີໃນວັນທີ 18 ກໍລະກົດ 2025 ໃນໂອກາດສະເຫລີມສະຫລອງ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສອນໄຊສີພັນດອນ ນາຍົກລັດຖະມົນຕີ, ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ, ທ່ານ ນາງ ນາລີ ສີສຸລິດ ພັນລະຍາ ທ່ານປະທານປະເທດ, ປະທານຄະນະທີ່ປຶກສາຄະນະກຳມະການສະມາຄົມຫັດຖະກຳລາວ, ພ້ອມດ້ວຍບັນດາຄອບຄົວການນໍາ, ແມ່ປ້າອາວຸໂສ, ນັກທຸລະກິດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ນາງ ນາລີ ສີສຸລິດ ໄດ້ກ່າວວ່າ: ການສະເຫລີມສະຫລອງ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄັ້ງນີ້ ເພື່ອລະນຶກເຖິງຜົນງານ ແລະ ຄຸນງາມຄວາມດີ ຂອງບັນດາແມ່ປ້າ-ນ້າ-ອາ-ນັກຮົບປະຕິວັດ-ພະນັກງານອາວຸໂສ ແລະ ແມ່ຍິງບັນດາເຜົ່າ ທີ່ໄດ້ເສຍສະລະ ໃນພາລະກິດຕໍ່ສູ້ປົດປ່ອຍປະເທດຊາດ ໃນເມື່ອກ່ອນ ແລະ ພັດທະນາປະເທດຊາດ. ປັດຈຸບັນ, ພັກ-ລັດ ໄດ້ຮູ້ ແລະ ຈົດຈໍາການເຄື່ອນໄຫວຂອງແມ່ຍິງ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນພາລະກິດລວມຂອງຊາດ. ແ
ທ່ານ ນາງ ບົວໄຫລ ຈິດມະນີ ພັນລະ ຍາ ທ່ານຮອງປະທານປະເທດ ໄດ້ລາຍງານການເຄື່ອນ ໄຫວຊ່ວຍເຫລືອຂອງ ຄະນະຄອບຄົວການນໍາ ໃນໄລຍະຜ່ານມາ ວ່າ: ຄະນະຄອບຄົວການນຳ ໄດ້ປະກອບສ່ວນເຫລືອສັງຄົມຫລາຍຮູບການ, ຫລາຍດ້ານ, ຫລາຍກິດຈະກຳ ເປັນຕົ້ນຊ່ວຍສ້າງເຮືອນທີ່ຢູ່ອາໄສຖາວອນ ໃຫ້ປະຊາຊົນທຸກຍາກຫ່າງໄກສອກຫລີກ, ສ້າງໂຮງຮຽນ ແລະ ຫໍພັກນັກຮຽນ ຢູ່ບັນດາແຂວງຈໍານວນໜຶ່ງ, ຊ່ວຍເຫລືອດ້ານທຶນຮອນ ແລະ ເຄື່ອງອຸປະໂພກ-ບໍລິໂພກ ໃຫ້ປະຊາຊົນ, ຢາປົວພະຍາດ ແລະ ລົດຮັບ-ສົ່ງຄົນເຈັບ, ມອບວັດຖຸ-ປັດໄຈ, ເງິນອຸປະຖຳ ໃຫ້ອ້າຍນ້ອງທະຫານ, ສະມາຄົມ, ພຸດທະສາສະໜາ ແລະ ອື່ນໆ ຊຶ່ງລວມມູນຄ່າການຊ່ວຍເຫລືອຫຼາຍກວ່າ 29.7 ຕື້ກີບ.

ຈັດງານລ້ຽງ ສະເຫຼີມສະຫຼອງໄຊຊະນະຍິ່ງໃຫຍ່ ສະໂມສອນ WIG NAGA..............................ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ...
21/07/2025

ຈັດງານລ້ຽງ ສະເຫຼີມສະຫຼອງໄຊຊະນະຍິ່ງໃຫຍ່ ສະໂມສອນ WIG NAGA..............................
ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ຮ່ວມກັບ ພັດຕະຄານເຊັນພິລາ ຈັດງານລ້ຽງອາຫານຄໍ່າ ເພື່ອສະເຫຼີມສະຫຼອງໄຊຊະນະຍິ່ງໃຫຍ່ເປັນປະຫວັດສາດ ຂອງທີມບານເຕະ ເຍົາວະຊົນອາຍຸບໍ່ເກີນ13ປີ ທີມສະໂມສອນ WIG NAGA
ອ່ານຂ່າວລະອຽດ: https://laoedaily.com.la/2025/07/21/143593/

Address

Vientiane

Opening Hours

Monday 08:00 - 17:00
Tuesday 08:00 - 17:00
Wednesday 08:00 - 17:00
Thursday 08:00 - 17:00
Friday 08:00 - 17:00
Saturday 08:00 - 17:00

Telephone

+8562077781030

Alerts

Be the first to know and let us send you an email when ຂ່າວເສດຖະກິດ-ການຄ້າ Lao Economic Daily posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Business

Send a message to ຂ່າວເສດຖະກິດ-ການຄ້າ Lao Economic Daily:

Shortcuts

  • Address
  • Telephone
  • Opening Hours
  • Alerts
  • Contact The Business
  • Claim ownership or report listing
  • Want your business to be the top-listed Media Company?

Share