Update Laos Magazine

  • Home
  • Update Laos Magazine

Update Laos Magazine ວາລະສານ ອັບເດດລາວ Update Laos Magazine
ໂທ: 020 77307311

 #ເຕືອນການສັນຈອນ #ປິດເສັ້ນທາງຊົ່ວຄາວ  ວັນທີ 1 ຫາ 20 ຕຸລາ 2025 ເຂດເຊື່ອມຕໍ່ບ້ານນາທົ່ມ ຫາ ບ້ານວຽງແກ້ວ ຈຸດລອດກ້ອງທາງລົດໄຟ ເ...
06/10/2025

#ເຕືອນການສັນຈອນ
#ປິດເສັ້ນທາງຊົ່ວຄາວ ວັນທີ 1 ຫາ 20 ຕຸລາ 2025 ເຂດເຊື່ອມຕໍ່ບ້ານນາທົ່ມ ຫາ ບ້ານວຽງແກ້ວ ຈຸດລອດກ້ອງທາງລົດໄຟ ເພື່ອປັບປຸງເທເບຕົງ ເຊື່ອມຕໍ່ລະຫວ່າງບ້ານນາທົ່ມ ຫາ ບ້ານວຽງແກ້ວ ຂໍໃຫ້ທຸກທ່ານນຳໃຊ້ເສັ້ນທາງດັ່ງກ່າວດ້ວຍຄວາມລະມັດລະວັງ ມີທາງເວັ້ນໄດ້ທັງສອງເບື້ອງ.
========================
ຂໍ້ມູນຈາກ: ຊ່ອງທາງຂ່າວສານ ເມືອງໄຊທານີ

📌❎14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ທີ່ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2...
06/10/2025

📌❎14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ທີ່ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025.
ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ ວັນທີ 4-8 ຕຸລາ 2025 ນີ້ວ່າ: ງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ຢູ່ເມືອງຈັນທະບູລີ ໄດ້ອອກບັນດາຂໍ້ຫ້າມ ດັ່ງນີ້:

🌪🌪ກົມອຸຕຸນິຍົມ ແລະ ອຸທົກກະສາດ  #ແຈ້ງເຕືອນໄພພາຍຸໝູນເຂດຮ້ອນແມດໂມ (Matmo) ວັນທີ 06 – 07 ຕຸລາ 2025 (ສະບັບທີ 4) ສະເພາະແຂວງຫົວ...
06/10/2025

🌪🌪ກົມອຸຕຸນິຍົມ ແລະ ອຸທົກກະສາດ #ແຈ້ງເຕືອນໄພພາຍຸໝູນເຂດຮ້ອນແມດໂມ (Matmo) ວັນທີ 06 – 07 ຕຸລາ 2025 (ສະບັບທີ 4) ສະເພາະແຂວງຫົວພັນ ຜົ້ງສາລີ ຫຼວງນໍ້າທາ ໄຊສົມບູນ ແລະ ບໍລິຄຳໄຊ.
👉👉ລາຍລະອຽແຈ້ງການກ້ອງຄອມເມັ້ນ👇👇👇

✨️The Best National Costume is Laos 🇱🇦🎊ພູມໃຈ ແລະ ດີໃຈທີ່ສຸດ ກັບລາງວັນຊຸດປະຈຳຊາດດີເດັ່ນ✨️ຊຸດປະຈຳຊາດລາວ ເທິງເວທີ Mister Gl...
06/10/2025

✨️The Best National Costume is Laos 🇱🇦🎊
ພູມໃຈ ແລະ ດີໃຈທີ່ສຸດ ກັບລາງວັນຊຸດປະຈຳຊາດດີເດັ່ນ
✨️ຊຸດປະຈຳຊາດລາວ ເທິງເວທີ Mister Global 2025 ນຳສະເຫນີໂດຍ Bobbi Shoyuu
✨️ຊື່ຊຸດ “ເທບພະບຸດ ອົງຄະລັກມະນີໂຄດ” ຊຸດນີ້ໄດ້ແຮງບັນ
ດານໃຈມາຈາກຕົ້ນໄມ້ມະນີໂຄດ ເຊິ່ງເປັນຕົ້ນໄມ້ທີ່ສັກສິດຂອງລາວ ຢູ່ແຂວງ ຈຳປາສັກ ທີ່ຄອນພະເພັງ ຫລື ຕຳນານຂອງ ຕົ້ນຊີ້ຕາຍປາຍຊີ້ເປັນ ເປັນຕົ້ນໄມ້ວິເສດ ຫາກປາຍຊີ້ໄປທາງໃດ ກໍ່ຈະມີແຕ່ຄວາມຈະເລີນຮຸ່ງເຮືອງ
✨️ຕົ້ນໄມ້ມະນີໂຄດ ມີປາຍຢູ່ 3ກິ່ງ ໂດຍຜູ້ສວມໃສ່ຊຸດນີ້ ປຽບເຫມືອນກັບເທບພະບຸດອົງຄະລັກປະຈຳຕົ້ນໄມ້ ທີ່ໄດ້ຄຸ້ມ
ຄອງຮັກສາປະເທດລາວໃຫ້ເກີດຄວາມຈະເລີນຮຸ່ງເຮືອງ ເຊີ່ງນຳພາມາສູ່ຄວາມເປັນລາວ ທີ່ເຕັມໄປດ້ວຍຄວາມອຸດົມສົມບູນ ຈະເລີນຮຸ່ງເຮືອງສູ່ປະເທດລາວ
✨️ອອກແບບ ແລະ ຕັດຍິບໂດຍ: ຄຳພີ ອາລັງການ
Source : Mister Universe Laos, Mister Global

 #ຂຶ້ນຢ່າງຕໍ່ເນື່ອງ ມາເບິ່ງລາຄາຄຳມື້ນີ້ 41,340,000 ກີບ (ລາຄາຊື້) ສ່ວນລາຄາຂາຍ 42,329,000 ກີບ (ລາຄາຂາຍ)  #ຄຳຮູບປະພັນ
06/10/2025

#ຂຶ້ນຢ່າງຕໍ່ເນື່ອງ
ມາເບິ່ງລາຄາຄຳມື້ນີ້ 41,340,000 ກີບ (ລາຄາຊື້)
ສ່ວນລາຄາຂາຍ 42,329,000 ກີບ (ລາຄາຂາຍ)
#ຄຳຮູບປະພັນ

 #ປະກາດຕາມຫາພີ່ນ້ອງຜູ້ເສຍຊີວິດ ຈາກອຸປະຕິເຫດ ລົດບັນທຸກຕຳທ້າຍ ຢູ່ບ້ານໃໝ່ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ  ເພດຊາຍ ບໍ່ມີຂໍ້ມ...
06/10/2025

#ປະກາດຕາມຫາພີ່ນ້ອງຜູ້ເສຍຊີວິດ ຈາກອຸປະຕິເຫດ ລົດບັນທຸກຕຳທ້າຍ ຢູ່ບ້ານໃໝ່ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ເພດຊາຍ ບໍ່ມີຂໍ້ມູນຕິດຕົວ.
ລົດເກັງ ວີອອດ ສີຂາວ ປ້າຍທະບຽນ ຮຈ 9997 ນະຄອນຫລວງວຽງຈັນ.
ຕິດຕໍ່ພົວພັນໜ່ວຍກູ້ໄພ 1623 ຫລື ເບີ 020 57529547.

 #ບັນຍາກາດໃນຕອນແລງຂອງວັນທີ 5 ຕຸລາ 2025  #ງານບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອປະເພນີປະຈໍາປີ 2025 ທີ່ທ່າວັດຈັນ ເມືອງຈັນທ...
05/10/2025

#ບັນຍາກາດໃນຕອນແລງຂອງວັນທີ 5 ຕຸລາ 2025
#ງານບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອປະເພນີປະຈໍາປີ 2025 ທີ່ທ່າວັດຈັນ ເມືອງຈັນທະບູລີ ນະ ຄອນຫຼວງວຽງຈັນ ມວນຊົນຈໍານວນຫຼວງຫຼາຍຫຼັ່ງໄຫຼເຂົ້າມາທ່ຽວຊົມພາຍໃນງານດ້ວຍບັນຍາກາດເບິກບານມ່ວນຊື່ນ. ງານບຸນດັ່ງກ່າວໄດ້ ດໍາເນີນເປັນເວລາ 5 ວັນນັບແຕ່ວັນທີ 4-8 ຕຸລາ 2025 ນີ້.
ຂໍ້ມູນພາບຈາກ: ປະຊາຊົນ

 ຂໍສະແດງຄວາມຍິນດີ MEL08 ປາລະມີ ວຽງໃໝ່ ຄວ້າມົງກຸດ Miss Earth Laos 2025 ແລະ ໄດ້ເປັນຕົວແທນປະເທດລາວ ໄປປະກວດໃນເວທີສາກົນຕໍ່ໄປ.
05/10/2025


ຂໍສະແດງຄວາມຍິນດີ MEL08 ປາລະມີ ວຽງໃໝ່ ຄວ້າມົງກຸດ Miss Earth Laos 2025 ແລະ ໄດ້ເປັນຕົວແທນປະເທດລາວ ໄປປະກວດໃນເວທີສາກົນຕໍ່ໄປ.

04/10/2025

ອັບເດດສະພາບນ້ຳງື່ມຢູ່ຈຸດຂົວທ່າງ່ອນ‼️

ໃນວັນທີ 04/10/2025 ລະດັບນໍ້າງື່ມກ້ອງຂົວທ່າງ່ອນ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ຫຼັງຈາກມີການປ່ອຍນໍ້າຈາກເຂື່ອນນໍ້າງື່ມ 1 ເນື່ອງຈາກມີຜົນກະທົບຈາກພາຍຸໃນທ້າຍເດືອນກັນຍາ ຫາ ຕົ້ນເດືອນຕຸລາ 2025 ນີ້.

ຂໍໃຫ້ພີ່ນ້ອງທີ່ອາໄສຢູ່ເຂດລຸ່ມເຂື່ອນ ແລະ ບໍລິເວນແຄມນ້ຳ ໃຫ້ມີສະຕິກຽມພ້ອມລະວັງ.
=================
ວີດີໂອຈາກ: ສາວທ່າງ່ອນ

04/10/2025

EDL-Gen ອັບເດດລະດັບນ້ຳ ເຂື່ອນໄຟຟ້າ 5 ແຫ່ງ
(ລາຍລະອຽດໃນຄອມເມັ້ນ)
👇👇

Edl​-Gen ແຈ້ງເພີ່ມການລະບາຍນ້ຳຢູ່ເຂື່ອນນ້ຳງື່ມ1​ເພື່ອຮອງຮັບພາຍຸຫົວໃໝ່ ບັນດາບ້ານຢູ່ລຸ່ມເຂື່ອນໃຫ້ກຽມພ້ອມລະດັບສູງ-----------...
03/10/2025

Edl​-Gen ແຈ້ງເພີ່ມການລະບາຍນ້ຳຢູ່ເຂື່ອນນ້ຳງື່ມ1​ເພື່ອຮອງຮັບພາຍຸຫົວໃໝ່ ບັນດາບ້ານຢູ່ລຸ່ມເຂື່ອນໃຫ້ກຽມພ້ອມລະດັບສູງ
--------------------------------
ອີງຕາມການແຈ້ງການຂອງ ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ແຈ້ງເຕືອນໄພໃຫ້ຊາບວ່າ ພາຍຸໝູນເຂດຮ້ອນ ແມດໂມ (Matmo) ຫົວທີ 21 ປະຈຳປີ 2025 ກຳລັງມາ!
ເສັ້ນທາງພາຍຸ: ຄາດວ່າຈະຂຶ້ນແຄມຝັ່ງ ສສ ຫວຽດນາມ ລະຫວ່າງວັນທີ 5-6 ຕຸລາ 2025 ແລະ ຈະອ່ອນກຳລັງກາຍເປັນຄວາມກົດດັນອາກາດຕ່ຳທີ່ມີກຳລັງແຮງປົກຄຸມຢູ່ ພາກເໜືອຂອງປະເທດລາວ.
ຜົນກະທົບ: ລະຫວ່າງວັນທີ 03 ຫາ 07 ຕຸລາ 2025, ຈະມີຝົນຕົກໜັກ ຫາ ໜັກຫຼາຍ ພ້ອມລົມພັດແຮງຢູ່ບາງທ້ອງຖິ່ນທົ່ວທຸກພາກ.
ມື້ນີ້ ວັນທີ 3 ຕຸລາ 2025, ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (EDL-Gen) ຂໍແຈ້ງໃຫ້ຊາບກ່ຽວກັບການບໍລິຫານຈັດການນໍ້າ ແມ່ນ ໄດ້ເພີ່ມການລະບາຍນ້ຳ ເພື່ອຮັກສາຄວາມປອດໄພ ໃຫ້ກັບທຸກພາກສ່ວນ ຕາມຂັ້ນຕອນທາງດ້ານເຕັກນີກວິຊາການ ເນື່ອງຈາກລະດັບນ້ຳໃນອ່າງເກັບນ້ຳເຂື່ອນນ້ຳງື່ມ 1 ໄດ້ເພີ່ມຂຶ້ນ!
• ປະລິມານນ້ຳທີ່ລະບາຍເພີ່ມ: ປະລິມານນ້ຳທີ່ໄດ້ໄຫຼອອກຈາກເຂື່ອນໄຟຟ້ານ້ຳງື່ມ 1 ລວມທັງໝົດຈະເພີ່ມຂຶ້ນຈາກ 894.40 ແມັດກ້ອນຕໍ່ວິນາທີ ມາເປັນ 974.40 ແມັດກ້ອນຕໍ່ວິນາທີ .
• ການເພີ່ມການລະບາຍນ້ຳນີ້ ຈະເຮັດໃຫ້ລະດັບນ້ຳທ້າຍເຂື່ອນເພີ່ມຂຶ້ນອີກປະມານ 15-20 cm.
ການເພີ່ມການລະບາຍນໍ້າ, ປະລິມານນ້ຳຈະເຮັດໃຫ້ຫຼາຍພື້ນທີ່ລຸ່ມຂອງເຂື່ອນມີຄວາມສ່ຽງນ້ຳຮອດຈຸດຖ້ວມເຊັ່ນ:
• ຈຸດວັດແທກບ້ານຈຸ້ມ: ໃກ້ເຖິງຈຸດເຕືອນໄພທີ່ສຸດ, ເຫຼືອພຽງ 0.10 ແມັດ.
• ຈຸດວັດທ່າລາດ: ຍັງເຫຼືອ 1.30 ແມັດ ເຖິງຈຸດນ້ຳຖ້ວມ (13.60 ແມັດ).
• ຈຸດວັດບ້ານປາກກາຍງຸ: ຍັງເຫຼືອ 1.72 ແມັດ ເຖິງຈຸດນ້ຳຖ້ວມ (12 ແມັດ).
⚠️ ຂໍຄວາມຮ່ວມມືຢ່າງຮີບດ່ວນ!
ສະພາບການໃນປັດຈຸບັນແມ່ນມີຄວາມສ່ຽງສູງທັງຈາກການລະບາຍນ້ຳຂອງເຂື່ອນ ແລະ ອິດທິພົນຂອງພາຍຸ Matmo ທີ່ຈະເຮັດໃຫ້ເກີດ ນ້ຳປ່າໄຫຼຊຸແຮງ, ດິນເຈື່ອນ, ແລະ ນ້ຳຖ້ວມຍື່ງ.
1. ປະຊາຊົນລຽບຕາມແມ່ນ້ຳງື່ມ: ຕ້ອງມີສະຕິ ແລະ ຍົກຍ້າຍສິ່ງຂອງຂຶ້ນສູ່ບ່ອນສູງທັນທີ ຍ້ອນລະດັບນ້ຳຈະເພີ່ມຂຶ້ນ 15-20 cm ພາຍຫຼັງການປັບປະຕູນ້ຳລົ້ນ.
2. ປະຊາຊົນທົ່ວປະເທດ: ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງຕໍ່ເນື່ອງ.

ຈັບສອງຜົວເມຍຂົນສົ່ງຢາເສບຕິດ ພ້ອມພັກພວກ ແລະ ຍຶດຂອງກາງຢາບ້າ 1,280,000 ເມັດ.ໃນວັນທີ 6 ສິງຫາ 2025 ເວລາປະມານ 3 ໂມງ ເຈົ້າໜ້າທີ...
03/10/2025

ຈັບສອງຜົວເມຍຂົນສົ່ງຢາເສບຕິດ ພ້ອມພັກພວກ ແລະ ຍຶດຂອງກາງຢາບ້າ 1,280,000 ເມັດ.
ໃນວັນທີ 6 ສິງຫາ 2025 ເວລາປະມານ 3 ໂມງ ເຈົ້າໜ້າທີ່ວິຊາສະເພາະໄດ້ສົມທົບກັບພາກສ່ວນກ່ຽວຂ້ອງ ໄດ້ລົງມ້າງເປົ້າໝາຍຂົນສົ່ງຢາເສບຕິດຄູ່ຜົວເມຍ ຊື່ທ. ໂຕໂລນີ ຫຼື ໂຕ້ ອາຍຸ 35 ປີ ແລະ ນ.ຕຸ່ນຄຳ ອາຍຸ 32 ປີ, ປະຊາຊົນບ້ານຊຽງຄວນ, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ ພ້ອມຍຶດຢາບ້າ 1.280.000 ເມັດ, ຄໍລາເຈັນປະສົມສານເສບຕິດ 38 ຊອງ ແລະ ຢາສູບໄຟຟ້າ 365 ຫຼອດ ຢູໃນລົດເກັງໝາຍເລກທະບຽນ ກຮ 9777 ນະຄອນຫຼວງວຽງຈັນ ທີ່ຈອດຢູ່ເຮືອນຂອງພວກກ່ຽວ, ພ້ອມນຳກັກຕົວພວກຮ່ວມຂະບວນການ ໄດ້ອີກ 4 ຄົນມາດຳເນີນຄະດີ.
ຜ່ານການສືບສວນສອບສວນ ທ.ໂຕໂລນີ ໄດ້ສາລະພາບວ່າ: ຢາເສບຕິດທີ່ເຈົ້າໜ້າທີ່ກວດພົບແມ່ນກຳລັງຈະຂົນສົ່ງໄປຍັງປະເທດເພື່ອນບ້ານ, ນອກນີ້ຍັງສາລະພາບຕື່ມວ່າຕົ້ນເດືອນມິຖຸນາ 2025 ມີຊາຍຄົນໜຶ່ງຊັກຊວນໃຫ້ຂົນຢາໄປສົ່ງທີ່ປະເທດເພື່ອນບ້ານ ໂດຍໃຊ້ເຮືອນຂອງຕົນເປັນຈຸດພັກຢາ ໂດຍໄດ້ຮັບຄ່າຈ້າງຄັ້ງລະ 2.000 ບາດ, ຕົນຈຶ່ງໄດ້ຕອບຕົກລົງ ແລະ ໄດ້ຮ່ວມກັນເອົາຢາຂ້າມໄປປະເທດເພື່ອນບ້ານຫຼາຍຄັ້ງ.
ຄັ້ງຫຼ້າສຸດແມ່ນເວລາ 14 ໂມງຂອງວັນທີ 5 ສິງຫາ 2025 ໄດ້ຕົກລົງຈະຂົນສົ່ງຢາເສບຕິດ ຂ້າມໄປປະເທດເພື່ອນບ້ານອີກ, ພໍຮອດເວລາ 23 ໂມງຂອງວັນດຽວກັນ ມີຊາຍສອງຄົນບໍ່ຊາບຊື່ ຂັບລົດເກັງ ກຮ 9777 ນະຄອນຫຼວງວຽງຈັນ ມາເຮຶອນຂອງຕົນ ເພື່ອລໍຖ້າຮອດໂມງຂົນຢາ, ຈົນຮອດວັນທີ 6 ສິງຫາ ເວລາປະມານ 3 ໂມງ ພວກກ່ຽວຈຶ່ງຖືກເຈົ້າໜ້າທີ່ກັກຕົວ, ສ່ວນອີກເປົ້າໝາຍຈຳນວນໜຶ່ງທີ່ຢູ່ຮ່ວມກັນ ແມ່ນໄດ້ເອົາຕົວຫຼົບໜີ, ຜ່ານການສືບສວນ 2 ຜົວເມຍຄູ່ດັ່ງກ່າວ ຈຶ່ງສາມາດສືບສວນຫາພວກຮ່ວມຂະບວນການໄດ້ຕື່ມອີກ 4 ຄົນ ມາຮອດວັນທີ 26 ສິງຫາ ຈຶ່ງສາມາດກັກຕົວທ.ກິດສະຕັນ ປະຊາຊົນ ບ້ານໂຄກຊາຍ, ທ້າວ ກັນຍາ ຫຼື ແຊມ ປະຊາຊົນບ້ານທ່າເດື່ອ ແລະ ວັນທີ 27 ສິງຫາ 2025 ໄດ້ເຂົ້າກັກຕົວໄດ້ 2 ຄົນ ຊື່ທ້າວ ອາງຸ່ນ ແລະ ທ້າວ ທະວີໄຊ ຫຼື ກ໊ອບ ຢູ່ບ້ານສີຖານໃຕ້, ທັງ 4 ຄົນ ແມ່ນຢູ່ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ.
++++++++++++++++++++++++++++
©️ປກສ ນວ

Address

086/05 Sethathirath Road Haysoke

0101

Opening Hours

Monday 09:00 - 17:00
Tuesday 09:00 - 17:00
Wednesday 09:00 - 17:00
Thursday 09:00 - 17:00
Friday 09:00 - 17:00

Telephone

+8562099962832

Website

Alerts

Be the first to know and let us send you an email when Update Laos Magazine posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Business

Send a message to Update Laos Magazine:

  • Want your business to be the top-listed Media Company?

Share