
20/05/2025
ສະໂມສອນ ອັກຄາເດມີ ມຊ ເປັນເຈົ້າພາບ ຈັດການແຂ່ງຂັນບານເຕະເຍົາວະຊົນ
ຈົບການແຂ່ງຂັນບານເຕະອາຄາເດມີ ມະຫາວິທະຍາໄລແຫ່ງຊາດ ຄັບຄັ້ງທີ 1 ປະຈໍາປີ 2025 ເຊິ່ງໄດ້ດໍາເນີນການແຂ່ງຂັນໃນລະຫວ່າງວັນທີ 17-18 ພຶດສະພາ 2025 ທີ່ສະໜາມກິລາກາງ ມຊ, ໂດຍແບ່ງອອກເປັນ 3 ຮຸ່ນການແຂ່ງຂັນ ປະກອບມີ ຮຸ່ນອາຍຸບໍ່ເກີນ 10 ປີ, ຮຸ່ນອາຍຸ 12 ປີ ແລະຮຸ່ນອາຍຸ 14 ປີ; ມີສະໂມສອນຕ່າງໆ ອ້ອມຂ້າງນະຄອນຫຼວງວຽງຈັນ ເຂົ້າຮ່ວມແຂ່ງຂັນທັງໝົດ 40 ກວ່າທີມ.
ສຳລັບຜົນການແຂ່ງຂັນຮຸ່ນອາຍຸ 10 ປີ ທີມຊະນະເລີດ (ທີ 1) ໄດ້ແກ່: ທີມນັກກີລາຈາກ ສະໂມສອນເບສະຫວັນ, ອັນດັບທີ 2 ທີມນັກກີລາຈາກ ສະໂມສອນອັກຄາເດມີ ມຊ ແລະອັນດັບທີ 3 ແມ່ນທີມນັກກິລາ ຈາກສະໂມສອນສະປີລິດ;
ຮຸ່ນອາຍຸ 12 ປີ ຊະນະເລີດ(ອັນດັບທີ 1) ໄດ້ແກ່ທີມນັກກີລາຈາກສະໂມສອນມາສດາຈີບີ, ອັບດັບທີ 2 ນັກກີລາຈາກສະໂມສອນພົມມະທັດ ແລະອັນດັບທີ 3 ທີມນັກກິລາຈາກສະໂມສອນສະປີລິດ;
ຮຸ່ນອາຍຸ 14 ປີ ຊະນະເລີດ(ອັບດັບທີ 1) ໄດ້ແກ່ທີມນັກກີລາຈາກສະໂມສອນເຈົ້າໂລ-ນ້ອງເນີ ອັນດັບທີ 2 ທີມນັກກີລາຈາກສະໂມສອນ ມາສດາ ແລະອັນດັບທີ 3 ທີມນັກກີລາຈາກສະໂມສອນແຟຮນຊິບ.
---------------------------------------
#ຂ່າວສານກີລາມຊ