1M Story - ລ້ານສະຕໍລີ້

1M Story - ລ້ານສະຕໍລີ້ ລ້ານເລື່ອງເລົ່າ, ວ່ອງໄວ, ທັນເຫດການ, ກະທັນຫັດ ສົນໃຈຕິດຕໍ່ງານ 02097733398

ແຟນນາງງາມພ້ອມເຊຍບໍ່? 🇱🇦🇫🇷ຫຼຸຍສ໌ ອິສ ອະດີດຮອງອັນດັບ 1 Miss Grand Laos 2025 ອາດລົງປະກວດ Miss Grand France 2025ຫຼັງຈາກທີ່ “...
09/08/2025

ແຟນນາງງາມພ້ອມເຊຍບໍ່? 🇱🇦🇫🇷

ຫຼຸຍສ໌ ອິສ ອະດີດຮອງອັນດັບ 1 Miss Grand Laos 2025 ອາດລົງປະກວດ Miss Grand France 2025

ຫຼັງຈາກທີ່ “ຫຼຸຍສ໌ ອິສ” Louise Chanthalangsy, ສາວລູກເຄິ່ງລາວ-ຝຣັ່ງເສດ ອະດີດຮອງອັນດັບ 1 Miss Grand Laos 2025 ໄດ້ປະກາດສລະຕຳແໜ່ງໄປເມື່ອບໍ່ດົນມານີ້

ເຊີ່ງຫຼ້າສຸດ, ບອສ ນະວັດ ອິສະຣະໄກສອນ, ປະທານອົງກອນ Miss Grand International, ໄດ້ກ່າວເຖິງ ຫຼຸຍສ໌ ອິສ ໃນໄລຟ໌ສົດວ່າ
ຫຼຸຍອິສອາດຈະລົງປະກວດ Miss Grand France 2025.

ແນວໃດກໍ່ຕາມ, ຂ່າວນີ້ຈະເປັນຈິງຫຼືບໍ່ນັ້ນ, ຕ້ອງລໍຖ້າການຢືນຢັນຈາກ ຫຼຸຍສ໌ ອິສ ເອງອີກເທື່ອໜຶ່ງ.

ໄປກິນເຂົ້າປຽກບໍ່ ?
06/08/2025

ໄປກິນເຂົ້າປຽກບໍ່ ?

ເຕືອນການສັນຈອນ!ຶ ເສັ້ນທາງບ້ານນາອູມ ເມືອງພຽງ - ເມືອງ ປາຍລາຍ ແຂວງໄຊຍະບູລີ ເປ່ເພ່ໜັກ ມີລົດບັນທຸກ ຕົກຂຸມຄາຢູ່ກາງທາງ ເຮັດໃຫ້ມ...
04/08/2025

ເຕືອນການສັນຈອນ!ຶ ເສັ້ນທາງບ້ານນາອູມ ເມືອງພຽງ - ເມືອງ ປາຍລາຍ ແຂວງໄຊຍະບູລີ ເປ່ເພ່ໜັກ ມີລົດບັນທຸກ ຕົກຂຸມຄາຢູ່ກາງທາງ ເຮັດໃຫ້ມີລົດຕິດຈຳນວນຫລາຍຄັນ ວັນທີ 4 ສິງຫາ 2025 ປັດຈຸບັນ ກຳລັງຫາວິທີນຳລົດອອກຈາກຂຸມ ເນື່ອງຈາກໄລຍະນີ້ມີຝົນຕົກໜັກຕິດຕໍ່ກັນຫລາຍວັນ ເຮັດໃຫ້ເສັ້ນທາງການສັນຈອນຫລາຍຈຸດ ຢູ່ເມືອງພຽງ ແຂວງໄຊຍະບູລີ ເປ່ເພ ການສັນຈອນໄປມາພົບຄວາມຫຍຸ້ງຍາກ.
©: Loung Madee
#ລ້ານສະຕໍລີ້ #ລ້ານເລື່ອງເລົ່າ

03/08/2025

ຄວາມໃນໃຈຂອງ ຄຣິດຕີນ່າ ລາສະສິມມາ
✨Miss Cosmo Laos 2025✨

ໄດ້ແລ້ວ Mister Universe Laos 2025 👑ຕົວແທນຈາກແຂວງອຸດົມໄຊ ສຸກິ ສຸກິພົນ ວົງສັກ ຄວ້າມຸງກຸດມາຄອງຈົນໄດ້ ຂໍສະແດງຄວາມຍິນດີດ້ວຍ
02/08/2025

ໄດ້ແລ້ວ Mister Universe Laos 2025 👑
ຕົວແທນຈາກແຂວງອຸດົມໄຊ ສຸກິ ສຸກິພົນ ວົງສັກ ຄວ້າມຸງກຸດມາຄອງຈົນໄດ້ ຂໍສະແດງຄວາມຍິນດີດ້ວຍ

Crowning moment 👑 ຢ່າງເປັນທາງການ Miss Cosmo Laos ປະຈຳປີ 2025 "ຄຣິສຕີນ່າ ລາຊະສິມມາ"ຂໍສະແດງຄວາມຍິນດີດ້ວຍ©️Miss Cosmo Laos ...
02/08/2025

Crowning moment 👑
ຢ່າງເປັນທາງການ Miss Cosmo Laos ປະຈຳປີ 2025 "ຄຣິສຕີນ່າ ລາຊະສິມມາ"
ຂໍສະແດງຄວາມຍິນດີດ້ວຍ
©️Miss Cosmo Laos
#ລ້ານສະຕໍລີ້ #ລ້ານເລື່ອງເລົ່າ

01/08/2025

Crowning moment 👑
ຂໍສະແດງຄວາມຍິນດີກັບຜູ້ທີ່ໄດ້ຮັບຄຳແໜ່ງ Miss Grand Laos 2025
"ລິນດາ ສິລິໂສພາ ພິມມະໄກສອນ" ຄວ້າມຸງກຸດ Miss Grand Laos 2025 ມາຄອງຈົນໄດ້

✨ຂໍສະແດງຄວາມຍິນດີກັບ Linda Sirisopha Phimmakaisone ຕົວແທນຈາກແຂວງຈຳປາສັກ ທີ່ຄວ້າມຸງກຸດ Miss Grand Laos 2025! ຂໍໃຫ້ປະສົບຜົ...
01/08/2025

✨ຂໍສະແດງຄວາມຍິນດີກັບ Linda Sirisopha Phimmakaisone ຕົວແທນຈາກແຂວງຈຳປາສັກ ທີ່ຄວ້າມຸງກຸດ Miss Grand Laos 2025! ຂໍໃຫ້ປະສົບຜົນສຳເລັດໃນການເປັນຕົວແທນປະເທດລາວໃນເວທີສາກົນ.

#ຈຳປາສັກ

01/08/2025

ເກີດເຫດລົດເກັງຕົກນໍ້າຂອງ ທີ່ປາກຊັນ ແຂວງບໍລິຄຳໄຊ ຜູ້ປະສົບອຸບັດຕິເຫດ ແມ່ນ ເພດຍິງ 2 ຄົນ, ສາມາດຊ່ວຍໄດ້ 1 ຄົນ, ອີກຄົນແມ່ນຈົມໄປກັບລົດ, ເຫດການເກີດຂຶ້ນໃນມື້ນີ້ທີ 1 ສິງຫາ 2025
©Tommy Tom
#ລ້ານເລື່ອງເລົ່າ #ລ້ານສະຕໍລີ້ #ລົດຕົກນ້ຳ

MmoneyX ຈັບມືກັບ VISA ເພື່ອຂັບເຄື່ອນດ້ານການເງິນດິຈິຕອນໃຫ້ກ້າວໄກກວ່າເກົ່າ ແລະ ສົ່ງເສີມການເຂົ້າເຖິງໂລກຂອງການເງິນດິຈິຕອນ ໃນ...
01/08/2025

MmoneyX ຈັບມືກັບ VISA ເພື່ອຂັບເຄື່ອນດ້ານການເງິນດິຈິຕອນໃຫ້ກ້າວໄກກວ່າເກົ່າ ແລະ ສົ່ງເສີມການເຂົ້າເຖິງໂລກຂອງການເງິນດິຈິຕອນ ໃນ ສປປ ລາວ

ໃນບາດກ້າວທີ່ຖືກຈັບຕາເບິ່ງຢ່າງໃກ້ຊິດ ຂອງການພັດທະນາລະບົບການເງິນ E-Wallet ໃນ ສປປ ລາວ, ບໍລິສັດ ລາວໂມບາຍມັນນີ ຈຳກັດຜູ້ດຽວ. ຜູ້ດຳເນີນງານ “ MmoneyX “ ແອັບພລິເຄຊັນດ້ານການເງິນດິຈິຕອນອັນດັບ1 ໃນ ສປປ ລາວ ໄດ້ເຂົ້າເຊັນສັນຍາຮ່ວມມືຢ່າງເປັນທາງການກັບ Visa ຂອງພັນທະມິດລະດັບສາກົນ ໃນການນຳພາປະຊາຊົນລາວເຂົ້າສູ່ໂລກຂອງການ “ໃຊ້ຈ່າຍທີ່ປອດໄພ ສະດວກ ແລະ ລໍ້າສະໄໝ”.

ການຮ່ວມມືຄັ້ງນີ້ບໍ່ແມ່ນມີພຽງແຕ່ຂໍ້ຕົກລົງທາງທຸລະກິດ ແຕ່ແມ່ນຈຸດເລີ່ມຂອງວິໄສທັດໃໝ່ໃນການພັກດັນສັງຄົມລາວສູ່ສັງຄົມທີ່ບໍ່ນຳໃຊ້ເງິນສົດ (Cashless Society) ແລະ ປະຊາຊົນທຸກກຸ່ມໄດ້ມີສິດເຂົ້າເຖິງບໍລິການທາງການເງິນຢ່າງສະເໝີພາບ.

ວັນທີ 31 ກໍລະກົດ 2025, ທີ່ ຮ່າໂນ້ຍ ສສ ຫວຽດນາມ “ MmoneyX ” ກະເປົາເງິນດິຈິຕອນອັນດັບ 1 ຂອງປະເທດລາວ ໄດ້ມີການຮ່ວມມືທາງຍຸດທະສາດ ກັບ “Visa” ຢ່າງເປັນທາງການ. ການເຊັນສັນຍາໃນຄັ້ງນີ້ ລົງນາມເຊັນໂດຍ ທ່ານ ອາລຸນນະເດດ ບານຈິດ ຜູ້ອຳນວຍການ ບໍລິສັດ ລາວໂມບາຍມັນນີ ຈຳກັດຜູ້ດຽວ (MmoneyX) ແລະ Ms. Dang Tuyet Dung, Country Manager Vietnam, Laos & Cambodia ເຂົ້າຮ່ວມເປັນສັກຂີພະຍານ ໂດຍ ທ່ານ ສຸພົນ ຈັນທະວີໄຊ ຜູ້ອຳນວຍການໃຫ່ຍ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ພ້ອມດ້ວຍຄະນະຜູ້ບໍລິຫານ ລລທ ທ່ານ ນິວັດ ເຢັນກາຍ ຮອງຜູ້ອຳນວຍການໃຫຍ່ ຂະແໜງການຕະຫລາດ
-ການຂາຍ ແລະ ທ່ານ ຈັນທະລາ ບຸນນະຜົນ ຮອງຜູ້ອຳນວຍການຂະແໜງ ການຕະຫລາດ ການຂາຍ ບໍລິສັດ ລາວໂມບາຍມັນນີ ຈຳກັດຜູ້ດຽວ, ໂດຍການເຊັນສັນຍາ ໃນຄັ້ງນີ້ ເພື່ອເປັນການເຊື່ອມ MmoneyX ເຂົ້າເປັນ ຄູ່ຮ່ວມທຸລະກິດທາງຍຸດທະສາດ ກັບ Visa ຢ່າງເປັນທາງການ ເພື່ອສ້າງຄວາມເຂົ້າເຖິງການໃຊ້ຈ່າຍທີ່ປອດໄພ ສະດວກ ແລະ ທັນສະໄໝໃນ ສປປ ລາວ ເຊິ່ງຂໍ້ຕົກລົງຄວາມຮ່ວມມືຄັ້ງນີ້ ຖືກຈັດຂື້ນໂດຍມີຈຸດປະສົງເພື່ອເຂົ້າຫາແນວທາງ ຄວາມຮ່ວມມືດ້ານ:

- ການຮ່ວມມືໃນການຂະຫຍາຍການເຂົ້າເຖິງບໍລິການທາງການເງິນໂດຍການນຳທາງເລືອກການຊຳລະເງິນດິຈິຕອນ ສຳລັບປະຊາຊົນທີ່ຍັງບໍ່ໄດ້ມີບັນຊີທະນາຄານ ຫຼື ຂາດການເຂົ້າເຖິງບໍລິການທາງການເງິນ.
- ຮ່ວມມືໃນການນຳລະບົບຊຳລະເງິນຂອງ Visa ເຂົ້າມາປະສົມປະສານໃນແພລດຟອມ MmoneyX ເພື່ອສະໜອງທາງເລືອກທີ່ປອດໄພ ແລະ ສະດວກ ໃນການເຮັດທຸລະກຳຫຼາຍຮູບແບບ ເຊັ່ນ: ການສະແກນຈ່າຍຕ່າງໆ, ຈ່າຍສິນຄ້າຕາມຮ້ານຄ້າ, ເຕີມເງິນໂທລະສັບ, ບໍລິການທາງການເງິນດິຈິຕອນ ແລະ ອື່ນໆ...

- ພັດທະນາລະບົບໄປສູ່ຄວາມເປັນໄປໄດ້ໃນການເປີດຕົວບັດ Co-branded ກັບ Visa ເພື່ອຂະຫຍາຍຂີດຄວາມສາມາດໃນການເຂົ້າເຖິງສິນເຊື່ອ ທັງສຳລັບຜູ້ໃຊ້ລາຍບຸກຄົນ ແລະ ທຸລະກິດ ໂດຍມີເປົ້າໝາຍເພື່ອເພີ່ມຄວາມຍືດຍຸ່ນດ້ານການເງິນ ແລະ ສົ່ງເສີມການເຕີບໂຕຂອງເສດຖະກິດພາຍໃນຊຸມຊົນ.

- ພັດທະນາການນຳໃຊ້ບໍລິການຮັບເງິນ ໂອນເຂົ້າຈາກຕ່າງປະເທດໄດ້ໂດຍກົງເຂົ້າ Wallet ຂອງແອັບ MmoneyX ເພື່ອໃຫ້ການ ຮັບ-ສົ່ງ ເງິນຂອງປະຊາຊົນລາວທີ່ເຮັດວຽກຢູ່ຕ່າງປະເທດເປັນໄປຢ່າງງ່າຍດາຍ ແລະ ປອດໄພ ເຊິ່ງເປັນອີກໜຶ່ງວິທີອຳນວຍຄວາມສະດວກ ໃຫ້ແກ່ປະຊາຊົນລາວນຳໃຊ້ແອັບ MmoneyX ສາມາດໂອນເງິນຕ່າງປະເທດໄດ້.

- ນຳໃຊ້ປະໂຫຍດຈາກເຕັກໂນໂລຊີໃໝ່ຂອງ Visa ປະສົມປະສານກັບແພລດຟອມ MmoneyX ເພື່ອສ້າງປະສົບການທີ່ສະດວກ ແລະ ຄົບວົງຈອນໃຫ້ທັງນັກທ່ອງທ່ຽວ ແລະ ປະຊາຊົນທ້ອງຖິ່ນ ຕັ້ງແຕ່ການຈ່າຍເງິນຕາມຮ້ານຄ້າ ໄປຈົນເຖິງການໃຊ້ບໍລິການທາງການເງິນດິຈິຕອນ, ການປະສົມປະສານນີ້ມີເປົ້າໝາຍເພື່ອເຮັດໃຫ້ການຈ່າຍເງິນໃນລາວສະດວກ ສະບາຍຂຶ້ນ ແລະ ສ້າງຄວາມພຶງພໍໃຈໃຫ້ກັບຜູ້ໃຊ້.
- ພັດທະນາການນຳເຂົ້າ Visa Pay ເພື່ອໃຫ້ຜູ້ໃຊ້ສາມາດຈ່າຍເງິນໄດ້ທົ່ວໂລກ ຜ່ານການສະແກນ QR ຫຼື ເຮັດທຸລະກຳໃນລະບົບ E-Commerce ຢ່າງສະດວກຫຼາຍຂຶ້ນ.

ຄວາມຮ່ວມມືນີ້ແມ່ນຫຼັກສຳຄັນທີ່ສະທ້ອນໃຫ້ເຫັນການເຄື່ອນໄຫວຂອງ MmoneyX ໃນການຂັບເຄື່ອນການເງິນດິຈິຕອນ ແລະ ການຮ່ວມມືກັບພັນທະມິດທີ່ມີຄວາມເຊື່ອຖືດ້ານການເງິນລະດັບໂລກ ເພື່ອສ້າງໂອກາດໃຫ້ປະຊາຊົນລາວໄດ້ເຂົ້າເຖິງບໍລິການທີ່ມີມາດຕະຖານ ປອດໄພ ແລະ ທັນສະໄໝຫຼາຍຂຶ້ນ.

“ພວກເຮົາ ບໍລິສັດ ລາວໂມບາຍມັນນີ ຈຳກັດຜູ້ດຽວ ຢາກໃຫ້ປະຊາຊົນລາວຮູ້ສຶກວ່າການໃຊ້ MmoneyX ບໍ່ແມ່ນເລື່ອງຊັບຊ້ອນ ຫຼື ເປັນຂໍ້ຫຍຸ້ງຍາກ ແຕ່ເປັນເຄື່ອງມືຂອງທຸກຄົນ ເພື່ອໃຫ້ຊີວິດງ່າຍ ເງິນປອດໄພ ແລະ ການໃຊ້ຈ່າຍໄປບ່ອນໃດໆກໍ່ໄດ້”

ໃນອະນາຄົດອັນໃກ້ນີ້ ຄວາມຮ່ວມມືນີ້ຈະຊ່ວຍໃຫ້ຜູ້ໃຊ້ MmoneyX:
- ສາມາດຮັບເງິນຈາກຕ່າງປະເທດໄດ້ງ່າຍຂຶ້ນ.
- ເຮັດທຸລະກຳຊຳລະເງິນໄດ້ທົ່ວໂລກ.
- ເຂົ້າຮ່ວມໂຄງການສົ່ງເສີມສິດທິທາງການເງິນ.
- ມີບັດ Co-branded ກັບ Visa ເພື່ອໃຊ້ຈ່າຍສະຖານທີ່ໃດກໍ່ໄດ້.

MmoneyX ເຊື່ອວ່າ "ການເງິນທີ່ດີ ຈະເຮັດໃຫ້ຊີວິດຄົນລາວດີຂື້ນໄດ້ຈິງ" ແລະ ພວກເຮົາກຳລັງເຮັດໃຫ້ມັນເກີດຂື້ນແລ້ວ




#ເອັມມັນນີເອັກສ #ເອັມມັນນີເອັກສຊູບເປີເອັກສ
#ກະເປົາເງິນອີເລັກໂທຣນິກອັນດັບ1ຂອງປະເທດລາວ

ລາວ-ຣັດເຊຍ ເປີດສັກກະລາດໃໝ່ແຫ່ງການຮ່ວມມື ຍອດການຄ້າເພີ່ມຂຶ້ນ, ວາງແຜນເປີດໂຮງຮຽນໃນວຽງຈັນ.ປະທານາທິບໍດີ ຣັດເຊຍ ທ່ານ ວະລະດີເມຍ ...
01/08/2025

ລາວ-ຣັດເຊຍ ເປີດສັກກະລາດໃໝ່ແຫ່ງການຮ່ວມມື ຍອດການຄ້າເພີ່ມຂຶ້ນ, ວາງແຜນເປີດໂຮງຮຽນໃນວຽງຈັນ.

ປະທານາທິບໍດີ ຣັດເຊຍ ທ່ານ ວະລະດີເມຍ ປູຕິນ ໄດ້ຈັດການພົບປະເຈລະຈາກັບຄູ່ຮ່ວມຕຳແໜ່ງຂອງລາວ ທ່ານ ທອງລຸນ ສີສຸລິດ ເຊິ່ງໄດ້ເດີນທາງເຖິງນະຄອນຫຼວງ ມົດສະກູ ເພື່ອຢ້ຽມຢາມຢ່າງເປັນທາງການ. ເລື່ອງນີ້ໄດ້ຖືກລາຍງານໂດຍເວັບໄຊທາງການຂອງປະທານາທິບໍດີ ຣັດເຊຍ.

ຜູ້ນຳ ຣັດເຊຍ ໄດ້ເນັ້ນຢໍ້າວ່າ ຍອດມູນຄ່າການຄ້າລະຫວ່າງສອງປະເທດໃນທ້າຍປີ 2024 ໄດ້ເພີ່ມຂຶ້ນເຖິງ 60% ແລະນັບແຕ່ເດືອນມັງກອນຫາເດືອນພຶດສະພາໃນປີນີ້ ເພີ່ມຂຶ້ນເກືອບ 20%.

ພາຍຫຼັງການເຈລະຈາ, ຜູ້ນຳທັງສອງໄດ້ຮັບຮອງເອົາເອກະສານຈຳນວນໜຶ່ງ, ລວມທັງແຜນທີ່ເສັ້ນທາງກ່ຽວກັບການຮ່ວມມືໃນການນຳໃຊ້ພະລັງງານນິວເຄລຍເພື່ອສັນຕິພາບ, ບົດບັນທຶກຄວາມເຂົ້າໃຈກ່ຽວກັບການປົກປ້ອງຊັບພະຍາກອນທໍາມະຊາດ ແລະ ການເຮັດວຽກໃນຂົງເຂດການສຶກສາ. ພວກເພິ່ນຍັງໄດ້ຖະແຫຼງຕໍ່ສື່ມວນຊົນ.

ທ່ານ ປູຕິນ ໄດ້ກ່າວວ່າ ປັດຈຸບັນພາສາ ຣັດເຊຍ ໄດ້ຖືກສອນຢູ່ໃນສະຖາບັນການສຶກສາຈຳນວນໜຶ່ງໃນ ລາວ ແລ້ວ, ແລະມີແຜນຈະເປີດໂຮງຮຽນ ຣັດເຊຍ-ລາວ ໃນນະຄອນຫຼວງວຽງຈັນໃນອະນາຄົດ.
ທ່ານກ່າວຕື່ມອີກວ່າ "ໂດຍລວມແລ້ວ, ມີນັກສຶກສາ ລາວ ຫຼາຍກວ່າ 8,000 ຄົນ ໄດ້ສຶກສາຢູ່ໃນປະເທດຂອງພວກເຮົາ, ແລະປັດຈຸບັນມີເດັກຊາຍ-ເດັກຍິງຊາວ ລາວ 159 ຄົນກຳລັງຮຽນຢູ່ໃນປະເທດຂອງພວກເຮົາ.

ນອກຈາກນີ້, ປະທານາທິບໍດີ ຣັດເຊຍ ຍັງກ່າວວ່າ ບັນດາບໍລິສັດ ຣັດເຊຍ ກຳລັງສຶກສາຄວາມເປັນໄປໄດ້ໃນການພັດທະນາແຫຼ່ງແຮ່ບົກຊິດໃນລາວ. ນອກຈາກນີ້ຍັງມີແຜນທີ່ຈະຂະຫຍາຍການຂົນສົ່ງທາງທະເລ.

ທ່ານ ປູຕິນ ກ່າວວ່າ "ເນື່ອງຈາກການຂະຫຍາຍຕົວຂອງການໄຫຼວຽນຂອງສິນຄ້າ, ບັນຫາການຂະຫຍາຍການຂົນສົ່ງສິນຄ້າທາງເຮືອຕູ້ຄອນເທນເນີຈາກ ລາວ ໄປຫາເມືອງ ວລາດີວົດສະຕົກ ຜ່ານທ່າເຮືອຂອງ ຫວຽດນາມ ກໍາລັງຖືກພິຈາລະນາ. ມີແຜນທີ່ຈະຈັດການຂົນສົ່ງສິນຄ້າທາງລົດໄຟຜ່ານດິນແດນຂອງຈີນ."
ຕາມຄໍາເວົ້າຂອງປະທານປະເທດລາວ, ການຢ້ຽມຢາມນະຄອນຫຼວງ ມົດສະກູ ຄັ້ງນີ້ ເປັນບາດກ້າວສໍາຄັນໃນການເສີມສ້າງການຮ່ວມມືສອງຝ່າຍ. ທ່ານໄດ້ເນັ້ນຢໍ້າວ່າ ສາຍພົວພັນກັບ ຣັດເຊຍ ຈະໄດ້ຮັບການສືບຕໍ່ລົງເລິກບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈແລະຄວາມເຂົ້າໃຈເຊິ່ງກັນແລະກັນ.

ແຊຣໃຫ້ຜົວອ່ານ 😆
30/07/2025

ແຊຣໃຫ້ຜົວອ່ານ 😆

Address

Lanexang Road
Vientiane

Telephone

+8562097733398

Website

Alerts

Be the first to know and let us send you an email when 1M Story - ລ້ານສະຕໍລີ້ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Business

Send a message to 1M Story - ລ້ານສະຕໍລີ້:

Share

ຈຸດປະສົງ ສ້າງຂື້ນເພື່ອຄວາມບັນເທີງ ແລະຄວາມມັກທາງດ້ານນີ້ ແລະ ຫວັງຢາກເຫັນຄົນລາວມີຄວາມສຸກ ສົນໃຈໂຄສະນາໂທ: 020 5984 9944

ສົນໃຈໂຄສະນາໂທ: 020 5984 9944