Vientiane Media

Vientiane Media ຂ່າວສານ | ບັນເທີງ | ສາລະໜ້າຮູ້ | ບົດຄວາມ

22/06/2024

🔥ທ່ານສາມາດດາວໂຫຼດແອັບຯ ລາວບອກເລກ ໄດ້ແລ້ວ! ທັງ📱ແອນດຣອຍ ແລະ📱 ໄອໂອເອສ!
🐉🐢🐸🦮🐀🐎🐘🦋🐠🐳
#ເລກສະຖິຕິ #ຕຳລາຝັນລາວ #ຕຳລາຝັນມຽນມາ #ທວາຍຜົນອອກຫວຍ #ຫວຍລາວ #ຫວຍຫວຽດນາມ #ຫວຍໄທ #ແອັບຯລາວບອກເລກ #ແອັບຯແຈ້ງຜົນອອກຫວຍ #ອັບເດດຜົນອອກຫວຍ #ເລກເດັດ #ເລກເດັ່ນ #ເລກເກງ

📱iOS: https://apps.apple.com/la/app/lao-bork-lek/id6504171182
📱Android: https://play.google.com/store/apps/details?id=com.siphachanh.lao_bork_lek&hl=en_US

17/06/2024

ລັດຖະມົນຕີ ກະຊວງ ຖວທ ຊີ້ແຈງຫລາຍບັນຫາສຳຄັນ ຕໍ່ຄຳຊັກຖາມຂອງ ສສຊ
----------------------------------------

ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 14 ມິຖຸນາ 2024 ໂດຍການເປັນ ປະທານ ຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຊີ້ແຈງຕໍ່ຄຳຊັກຖາມຂອງ ສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງຕ່າງໆ ຫລາຍບັນຫາສຳຄັນ ເປັນຕົ້ນ ມາດຕະການຄຸ້ມຄອງ, ປົກປັກຮັກສາ, ອະນຸລັກ, ບູລະນະ ແລະ ປະຕິສັງຂອນມໍລະດົກແຫ່ງຊາດ ທາງດ້ານທຳມະຊາດ, ວັດທະນະທຳ ແລະ ປະຫວັດສາດ ໄດ້ຂຶ້ນທະບຽນນຳອົງການຈັດຕັ້ງສາກົນ ຄືແນວໃດ, ການດຳເນີນໂຄງການພັດທະນາ ຫລື ກິດຈະກຳການເຄື່ອນໄຫວທາງດ້ານເສດຖະກິດ-ສັງຄົມ ທີ່ອາດກໍໃຫ້ເກີດມີຜົນກະທົບທາງລົບຕໍ່ມໍລະດົກແຫ່ງຊາດ ແລະ ບັນຫາອື່ນໆ.

ຕໍ່ບັນຫາດັ່ງກ່າວ, ທ່ານ ນາງ ສວນສະຫວັນ ວິຍະເກດ ຊີ້ແຈງວ່າ: ແຫລ່ງມໍລະດົກທາງດ້ານວັດທະນະທຳ, ປະຫວັດສາດ ແລະ ທຳມະຊາດ ທີ່ໄດ້ຂຶ້ນທະບຽນນຳອົງການຈັດຕັ້ງສາກົນ ທີ່ກ່ຽວຂ້ອງ (ອົງການອຸຍແນັສໂກ) ທັງ 3 ແຫ່ງຄື: ເມືອງມໍລະດົກໂລກຫລວງພະບາງ, ວັດພູ ພ້ອມດ້ວຍພື້ນທີ່ວັດທະນະທຳຈຳປາສັກ ແລະ ທົງໄຫຫີນແຂວງຊຽງຂວາງ ໃນໄລຍະຜ່ານມາ, ລັດຖະບານ ໄດ້ມີການແຕ່ງຕັ້ງຄະນະກຳມະການຄຸ້ມຄອງມໍລະດົກແຫ່ງຊາດ ທີ່ປະກອບມີບັນດາຮອງລັດຖະມົນຕີ ຂອງກະຊວງກ່ຽວຂ້ອງ ແລະ ມີລັດຖະມົນຕີກະຊວງ ຖວທ ເປັນປະທານ. ພ້ອມນັ້ນ, ຢູ່ໃນຂັ້ນທ້ອງຖິ່ນ ກໍໄດ້ມີການສ້າງຕັ້ງຄະນະກຳມະການຄຸ້ມຄອງ ມໍລະດົກທ້ອງຖິ່ນ ເປັນຜູ້ນຳພາ-ຊີ້ນຳ ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ແລະ ໄດ້ມອບໃຫ້ກະຊວງ ຖວທ ປະສານສົມທົບກັບອໍານາດການປົກຄອງທ້ອງຖິ່ນ ບ່ອນທີ່ມີມໍລະດົກໂລກຕັ້ງຢູ່ ເອົາໃຈໃສ່ສ້າງ, ປັບປຸງ ກົງຈັກການຈັດຕັ້ງ ແລະ ບັນດາລະບຽບການ, ນິຕິກຳຕ່າງໆ ເພື່ອເປັນເຄື່ອງມືຮອງຮັບໃຫ້ແກ່ການປົກປັກຮັກສາ ແລະ ຄຸ້ມຄອງມໍລະດົກເຫລົ່ານັ້ນ ໃຫ້ມີຄວາມຍືນຍົງ. ພ້ອມນັ້ນ, ກໍໄດ້ຕອບສະໜອງງົບປະມານຈຳນວນໜຶ່ງ ເຂົ້າໃນວຽກງານຄຸ້ມຄອງ, ປົກປັກຮັກສາ, ອະນຸລັກ, ບູລະ ນະ, ປະຕິສັງຂອນ ແລະ ກໍ່ສ້າງບຸກຄະລາກອນ ຂອງໜ່ວຍງານຄຸມຄອງມໍລະດົກໂລກໃຫ້ມີຄວາມເຂັ້ມແຂງ. ມາຮອດປັດຈຸບັນ, ແຫລ່ງມໍລະດົກໂລກ ທັງ 3 ແຫ່ງ ທີ່ຖືກຮັບຮອງຈາກອົງການອຸຍແນັສໂກ ກໍໄດ້ມີບັນດານິຕິກຳ ແລະ ລະບຽບການສະເພາະຂອງຕົນ ເພື່ອເປັນເຄື່ອງມື ແລະ ບ່ອນອີງໃນການຈັດຕັ້ງປະຕິບັດວຽກງານ ໂດຍສະ ເພາະ ແມ່ນໄດ້ມີລະບຽບການ ແລະ ແຜນແມ່ບົດໃນການຄຸ້ມຄອງແຫລ່ງມໍລະດົກແຕ່ລະແຫ່ງ ທີ່ໄດ້ຖືກຮັບຮອງຈາກອົງການອຸຍແນັສໂກ.

ສ່ວນ ການດຳເນີນໂຄງການພັດທະນາ ຫລື ກິດຈະກຳການເຄື່ອນໄຫວທາງດ້ານເສດຖະກິດ-ສັງຄົມ ທີ່ອາດກໍໃຫ້ເກີດມີຜົນກະທົບທາງລົບຕໍ່ມໍລະດົກແຫ່ງຊາດໂດຍກົງ ຫລື ທາງອ້ອມ, ລັດຖະບານ ໄດ້ມີມາດຕະການຄຸ້ມຄອງຢ່າງເຄັ່ງຄັດ ເຊິ່ງໄລຍະຜ່ານມາ ທຸກໆໂຄງການ ທີ່ນອນຢູ່ໃນພື້ນທີ່ມໍລະດົກ ຫລື ເຂດພື້ນທີ່ອ້ອມຂ້າງແຫລ່ງມໍລະດົກ ຈະຕ້ອງໄດ້ຮັບການພິຈາລະນາ ແລະ ອະນຸມັດ ຈາກຄະນະກໍາມະການມໍລະດົກທ້ອງຖິ່ນ ແລະ ຄະນະກຳມະການຄຸ້ມຄອງມໍລະດົກແຫ່ງຊາດ ຕາມລຳດັບ. ພ້ອມນັ້ນ, ລັດຖະບານ ໄດ້ມອບໃຫ້ກະຊວງ ຖວທ ດຳເນີນການສຶກສາ, ຄົ້ນຄວ້າ ເພື່ອສ້າງເຄື່ອງມື ແລະ ກົນໄກ ໃນການຈັດຕັ້ງປະຕິບັດວຽກງານປະເມີນຜົນກະທົບຕໍ່ມໍລະດົກ ເຊິ່ງມາຮອດປັດຈຸບັນ ກະຊວງ ຖວທ ໄດ້ສຳເລັດ ແລະ ໄດ້ນຳເອົາມາດຕະການ ໃນການປະເມີນຜົນກະທົບດັ່ງກ່າວ ກໍານົດເຂົ້າຢູ່ໃນ ພາກທີ 6, ມາດຕາ 65 ແລະ ມາດຕາ 66 ຂອງກົດໝາຍວ່າດ້ວຍມໍລະດົກແຫ່ງຊາດ (ສະບັບປັບ ປຸງ) ທີ່ຖືກຮັບຮອງໃນປີ 2021 ທີ່ຜ່ານມາ. ພ້ອມນັ້ນ, ກໍໄດ້ສຳເລັດການສ້າງຄູ່ມືພື້ນຖານໃນການຈັດຕັ້ງປະຕິບັດວຽກງານປະເມີນຜົນກະທົບດັ່ງກ່າວ.
ກ່ຽວກັບການກຳນົດການເຄື່ອນໄຫວ ຮ້ານບັນເທີງຕ່າງໆ ໃນໄລຍະຜ່ານມາ ເຖິງວ່າກິດຈະການດັ່ງກ່າວ, ຈະນອນຢູ່ໃນບັນຊີຄວບຄຸມ ຂອງລັດຖະບານ ແລະ ຢູ່ໃນການຄຸ້ມຄອງຂອງອົງການປົກຄອງຂັ້ນທ້ອງຖິ່ນ ແລ້ວກໍຕາມ ແຕ່ບັນຫາຕ່າງໆທີ່ມີຄວາມລະອຽດອ່ອນ ຕໍ່ວັດທະນະທໍາ-ສັງຄົມ ກໍຍັງມີປະກົດໃຫ້ເຫັນ ໂດຍສະເພາະ ການມົ້ວສຸມສິ່ງເສບຕິດ, ການຄ້າປະເວນີ, ການອາລະວາດ-ຕີກັນ, ສຽງເນືອງນັນ, ການເປີດການບໍລິການບັນເທີງ ກາຍໂມງ ທີ່ກໍານົດ ແລະ ບັນຫາອື່ນໆ ເຊິ່ງບັນຫາຕ່າງໆນັ້ນ, ຍັງບໍ່ທັນຖືກແກ້ໄຂຢ່າງເປັນຮູບປະທໍາ ແລະ ຍິ່ງມີບັນຫາເພີ່ມຂຶ້ນ. ເພື່ອແກ້ໄຂ ແລະ ຮັບມືກັບສະພາບການດັ່ງກ່າວ, ລັດຖະບານ ໄດ້ສຸມໃສ່ການປັບປຸງກົດໝາຍ ທີ່ກ່ຽວຂ້ອງ ໂດຍສະເພາະ ກົດໝາຍວ່າດ້ວຍການທ່ອງທ່ຽວ, ກົດໝາຍວ່າດ້ວຍສິລະປະການສະແດງ ແລະ ນິຕິກໍາລຸ່ມກົດໝາຍ ທີ່ກ່ຽວຂ້ອງ ເພື່ອໃຫ້ສອດຄ່ອງກັບ ແນວທາງການປ່ຽນແປງໃໝ່ ຂອງລັດຖະບານ. ພ້ອມນີ້, ລັດຖະບານ ກໍຄື ກະຊວງ ຖວທ ຈະໄດ້ສືບຕໍ່ ແລະ ລົງເລິກໃນການຄົ້ນຄວ້າການຜັນຂະຫຍາຍນິຕິກຳໃຕ້ກົດໝາຍຕື່ມ ເພື່ອແບ່ງໜ້າທີ່ຄວາມຮັບຜິດຊອບ, ການຄຸ້ມຄອງ ແລະ ການປະສານສົມທົບກັນ ລະຫວ່າງສູນກາງ, ທ້ອງຖິ່ນໃຫ້ລະອຽດ ແລະ ຊັດເຈນ ເພື່ອສາມາດແກ້ໄຂບັນຫາດັ່ງກ່າວ, ໃຫ້ຂາດຕົວໄປເລື້ອຍໆ.

ຕໍ່ກັບປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນ ມີຫລາຍສາເຫດທັງໃນຕົວ ແລະ ນອກຕົວ. ໃນນັ້ນ, ຄວາມຫຍຸ້ງ ຍາກ ແມ່ນຍ້ອນງົບປະມານໃນການອະນຸລັກ, ປົກປັກຮັກສາ ແລະ ເສີມຂະຫຍາຍວຽກງານມໍລະດົກ ແລະ ວັດທະນະທຳ ແມ່ນຍັງມີຈຳນວນຈຳກັດ ແລະ ບໍ່ທັນສອດຄ່ອງກັບການຈັດຕັ້ງປະຕິບັດ ເຂົ້າໃນວຽກງານຕົວຈິງ. ສະນັ້ນ, ໃນຕໍ່ໜ້າ ຕ້ອງໄດ້ພິຈາລະນາ ຈັດສັນງົບປະມານເຂົ້າໃສ່ຕື່ມ ເພື່ອເຮັດວຽກງານປົກປັກຮັກສາ ແລະ ເສີມຂະຫຍາຍວຽກງານດັ່ງກ່າວ ໃຫ້ດີຂຶ້ນ.

#ເສດຖະກິດ #ຂ່າວເສດຖະກິດ
ຂ່າວ: ທະນູທອງ ພາບ: ເກດສະໜາ

Address

Chao Anou Road
Vientiane

Website

Alerts

Be the first to know and let us send you an email when Vientiane Media posts news and promotions. Your email address will not be used for any other purpose, and you can unsubscribe at any time.

Share