
29/05/2019
ອາຫານບຳລຸງຕັບ ກິນ ໃຫ້ຖືກຫລັກ ແລ້ວຕັບຈະແຂງແຮງ💪🏻
ອາຫານບຳລຸງຕັບພ້ອມດ້ວຍສະໜຸນໄພບຳລຸງຕັບ ບໍ່ຕ້ອງຖ້າໃຫ້ສ່ຽງໂລກຕັບແຂງ ຫລື ໂລກຕັບອັກເສບ ເພາະເຮົາສາມາດບຳລຸງຕັບໃຫ້ແຂງແຮງ ບໍ່ສ່ຽງໂລກຕັບດ້ວຍອາຫານເຫຼົ່ານີ້
ຕ້ອງບອກເລີຍວ່າຖ້າຕັບເຮັດວຽກຜິດປົກກະຕິຂື້ນມາມື້ໃດ ໂລກໄພຕ່າງໆ ທຸກຊະນິດຈະມາຮຸມຫາເຈົ້າທັນທີ ແລະ ຊໍ້າບໍ່ຫນ່ຳ ການເປັນຕັບອອ່ນເພຍ ກໍ່ອາດຈະສ່ຽງຕໍ່ການເສຍຊີວິດຫຼາຍຂື້ນໄດ້ ເພາະຕັບເປັນອະໄວຍະວະອັນດ່ຽວ ແລະ ເປັນຫຼັກ ໃນການເຮັດວຽກຂອງຮ່າງກາຍຫຼາຍໆສ່ວນ ທັ້ງຊ່ວຍຄັດກອງສານຜິດທີ່ເຂົ້າສູ່ຮ່າງກາຍ ສ້າງນໍ້າດີ ຜະລິດຮໍໂມນຫຼາຍຊະນິດ ຄວບຄຸມການເຜົາຜານ ແລະ ອີກຫຼາຍສາລະພັດໜ້າທີ່
ສະນັ້ນກ່ອນທີ່ຈະຕົກຢູ່ໃນສະພາວະສ່ຽງຕໍ່ໂລກຕັບ ເຮົາຄວນບຳລຸງດູແລຕັບ ໃຫ້ແຂງແຮງເຊີ່ງອີກທາງໜື່ງທີ່ສາມາດເສີ່ມກຳລັງໃຫ້ຕັບແຂງແຮງໄດ້ ກໍ່ຄືການກິນອາຫານ ແລະ ສະໝຸນໄພດັ່ງຕໍ່ໄປນີ້ :
1 ກະລຳປີ
ສຳຫລັບຄົນທີ່ກິນຢາເປັນປະຈຳ ແລະ ຕ້ອງປະເຊີນກັບມົນລະພາວະ ຕາມທາງຈົນອາດສ່ຽງຕໍ່ໂລກຕັບພິການ ກະລຳປີຈະຊ່ວຍເພີ່ມສານກູຕ້າໄທໂອນ ທີ່ມີຄຸນສົມບັດລ້າງສານຜິດຈາກຄວັນໄອເສຍ ແລະ ຢາໄດ້
2 ລິ້ນຈີ່
ລິ້ນຈີ່ອຸດົມໄປດ້ວຍໂປຕີນ ໄຂມັາ ກິໂຕຊູ
ໂຄລົດ ວິຕາມິດເອ , ບີ , ຊີ ແລະ ກົດຊີຕິກ
ໂດຍຕາມສັດຕະການແພດແຜນຈີນ ລີ້ນຈີ່ຖືວ່າ: ມີລິດອຸ່ນ ຊ່ວຍບຳລຸງຕັບ ແລະ ບັນເທົາອາການຕັບອັກເສບໄດ້
ແຕ່ທັ້ງນີ້ຜູ້ທີ່ອາການຄໍແຫ້ງ ເຈັບຄໍ ເຈັບແຂ້ວ ຫລື ທ້ອງຜູກກໍ່ບໍ່ຄວນກິນລິ້ນຈີ່ໃນປະລິມາຫຼາຍ ເນື່ອງຈາກລີ້ນຈີ່ມີລິດອຸ່ນ ເຊີ່ງອາດເຮັດໃຫ້ອາການເຫຼົ່ານີ້ທະວີຄູນຂື້ນນະຈ່ະ
3 ກະລົດ
ກດລົດເປັນເປັນຜັກທີ່ອຸດົມໄປດ້ວຍວິຕາມິນຫຼາກຫຼາຍຊະນິດ ທັ້ງວິຕາມິນເອ , ບີ2 ,ຊີ , ດີ ແລະ ວິຕາມິນເຄ ກົດໂຟລິກ ຟ໊ອດຟໍລັດ , ໂຊດ່ຽມ ,ໂພແທັກຊ່ຽມ ທາດເຫຼັກ ສັງກະສີ ແລະ ທອງແດງ ອີກທັ້ງໃນ ສາດແພດແຜນຈີນຍັງນັບ ກະລົດເປັນອາຫານທີ່ມີລິດອຸ່ນ ຊ່ວຍບຳລຸງຕັບ ບຳລຸງເລືອດ ແລະ ຊ່ວຍແກ້ອາການອາຫານບໍ່ຍ່ອຍ
4 ເກຟຸດ
ໜາກໄມ້ຊະນິດນີ້ອຸດົມໄປທັ້ງວິຕາມິນຊີ ແລະ ສານຕ້ານອະນຸມູນອິນສະຫຼະ ເຊີ່ງເປັນ2ຕົວຊ່ວຍສຳຄັນໃນການລ້າງສານຜິດ ໃນຕັບ ແລະ ລົດຄວາ ສ່ຽງໂລກມະເຮັງຕັບ ໂດຍເຮົາສາມາດກິນເກຟຸດ ໄປຄັ້ນນໍ້າດື່ມກໍ່ໄດ້
5 ບີທູບ
ສານຟາໂວນອຍຈາກພືດແບບບີທູບຄືສີ່ງທີ່ຕັບຕ້ອງການໄປບຳລຸງ ແລະ ຟື້ນຟູຕົວເອງ ເຊີ່ງໃນບີທູບ ກໍ່ມີສານຟາໂວນອຍຊະນິດນີ້ ຄ່ອນຂ້າງຫຼາຍ ຈິງນັບເປັນພືດຜັກທີ່ຊ່ວຍບຳລຸງການເຮັດວຽກທຸກພາກສ່ວນຂອງຕັບໄດ້ດີເລີຍ
6 ຜັກໃບຂຽວ
ຜັກໂຂມ ຜັກກາດຫອມ ລວມເຖີ່ງຜັກໃບຂຽວຊະນິດອື່ນໆ ມີຄຸນສົມບັດປ້ອງກັນການເກີດໂລຫະໜັກ ໃນຕັບ ແລະ ລ້າງສານເຄມີທີ່ສະສົມປະເພດຢາຂ້າແມງໄມ້ ທີ່ຮ່າງກາຍມັກຈະໄດ້ຮັບຈາກການບໍລິໂພກອາຫານ ແຕ່ແບບນີ້ເຮົາກໍ່ຄວນເລືອກກິນຜັກທີ່ປອດສານຜິດແທ້ໆ ນະຈ່ະ
7 ຊາຂຽວ
ຊາຂຽວຂື້ນຊື່ວ່າສານຕ້ານອະນຸມຸນອິດສະຫຼະລົ້ນເຫຼືອຢູ່ແລ້ວ ເຊີ່ງກໍ່ແນ່ນອນວ່າຊາຂຽວຈະຕ້ອງມີສັບພະຄຸນຊ່ວຍບຳລຸງການເຮັດວຽກຂອງຕັບ ແລະ ປ້ອງກັນການເກີດໂລກມະເລັງຕັບໄດ້ຢ່າງບໍ່ສົງໄສ
8 ອະໂວຄາໂດ
ນອກຈາກກົດໄຂມັນ ໂອເມກ້າ 3 ແລະ 6 ທີ່ມີຢູ່ໃນອາໂວຄາໂດແລ້ວ ກູຕ້າໄທໂອນຍັງເປັນໄມ້ເດັດຂອງອະໂວຄາໂດ ທີ່ຕັບຕ້ອງການມາບຳລຸງດູແລຕົວເອງອີກດ້ວຍ ໂດຍອະໂວຄາໂດຈະຊ່ວຍລ້າງສານຜິດສະສົມ ໃນຕັບ ແລະ ຊ່ວຍລົດ ໂອກາດເກີດ ໂລຫະໜັກສະສົມ ໃນຕັບ
9 ຜັກປະເພດຫົວ
ນອກຈາກກະລຳປີແລ້ວ ຍັງມີ ບ໊ອກໂຄລີ ທີ່
ມີກູໂຄຊິໂນເລດ(Glucosinolate) ສານອາຫານທີ່ຫາໄດ້ຈາກພືດຜັກ ປັດໃຈສຳຄັນທີ່ມີ
ຄຸນສົມບັດ ຊ່ວຍກະຕຸ້ນ ໃຫ້ຕັບພະລິດເອນໄຊຕໍ່ຕ້ານສານຜິດ ແລະ ເອນໄຊຊ່ວຍຍ່ອຍ ແລະ ເມື່ອລະບົບຍ່ອຍອາຫານເຮັດວຽກໄດ້ປົກກະຕິ ກໍ່ຖືວ່າຕັບໄດ້ສ້າງສານຜິດ ອອກຈາກຕົວເອງເຊັ່ນດ່ຽວກັນ
10 ວໍນັດ
ສີ່ງທີ່ຕ້ອງການຈາກວໍນັດ ກົດໄຂມັນໂອເມກ້າ 3 ແລະ ກູຕ້າໄທໂອນ ຕົວຊ່ວຍສຳຄັນ ໃນຂະບວນການຂັບສານຜິດອອກຈາກຕັບ ຊ່ວຍບຳລຸງການເຮັດວຽກຂອງຕັບ ໃຫ້ມີປະສິດທິພາບຫຼາຍຂື້ນ