16/09/2024
ຫຼາຍພາກສ່ວນ ສືບຕໍ່ມອບເງິນຊ່ວຍຕ້ານໄພນ້ຳຖ້ວມ ລວມມູນຄ່າຫຼາຍຫວ່າ 20ກວ່າຕື້ ກີບ
ໃນວັນທີ 16 ກັນຍາ 2024 ນີ້, ຫລາຍບໍລິສັດ, ຫລາຍພາກສ່ວນ ທັງພາກລັດ ແລະ ເອກະຊົນ ໄດ້ນຳເອົາເງິນ ມາມອບໃຫ້ລັດຖະບານລາວ ເພື່ອນຳໄປຊ່ວຍເຫລືອບັນເທົາທຸກ ແກ່ປະຊາຊົນ ທີ່ໄດ້ຮັບຜົນກະທົບ ຈາກໄພນ້ຳຖ້ວມ ຢູ່ບັນດາແຂວງ ໃນຂອບເຂດທົ່ວປະເທດ ຕາງໜ້າ ຮັບໂດຍ ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທັງເປັນຮອງປະທານຄະນະກຳມະການຄຸ້ມຄອງໄພພິບັດແຫ່ງຊາດຂັ້ນສູນກາງ ໂດຍມີ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ ເປັນສັກຂີພິຍານ.
ບັນດາບໍລິສັດ ແລະ ພາກສ່ວນ ທີ່ມາມອບເງິນ ໃນຄັ້ງນີ້, ປະກອບມີ: ສູນກາງແນວລາວສ້າງຊາດ ມອບ 500 ລ້ານກີບ, ສະຖານທູດຫວຽດນາມ ປະຈຳລາວ 300 ລ້ານກີບ, ກຸ່ມບໍລິສັດຈະເລີນເຊກອງ ຈຳກັດ 2 ຕື້ກີບ, ກຸ່ມບໍລິສັດພົງຊັບທະວີ ຈຳກັດ 2 ຕື້ກີບ, ກຸ່ມບໍລິສັດພອນສັກ 2 ຕື້ກີບ, ບໍລິສັດວັນນິດາ ສຳຫລວດ ແຮ່ທາດ ແລະ ການລົງທຶນ ຈຳກັດ 2 ຕື້ກີບ, ບໍລິສັດ ພີທີແອວໂຮນດິງ (ປີໂຕຣເທຣດ, ທ່າບົກທ່ານາແລ້ງ, VLP ແລະ ຂວັນໃຈການຄ້າ) ມອບເງິນສົດ 1 ຕື້ກີບ ແລະ ວັດຖຸ ມູນຄ່າ 1 ຕື້ກີບ, ທະນາຄານຮ່ວມພັດທະນາ 1,5 ຕື້ກີບ, ບໍລິສັດລາວໂທລະຄົມມະນາຄົມ ມະຫາຊົນ ມອບເງິນສົດ 1 ຕື້ກີບ ແລະ ວັດຖຸ ມູນຄ່າ 570 ລ້ານກີບ, ລັດວິສາຫະກິດໄຟຟ້າລາວ ແລະ ບໍລິສັດຜະລິດໄຟຟ້າ ລາວມະຫາຊົນ 1 ຕື້ກີບ, ບໍລິສັດ AIF ແລະ ບໍລິສັດ AIDC ມອບ 1 ຕື້ກີບ, ບໍລິສັດພັດທະນາບໍ່ແຮ່ໄຊສົມບູນ 1 ຕື້ກີບ, ບໍລິສັດຍອດງື່ມຟາວເວີ ຈຳກັດ 1 ຕື້ກີບ, ບໍລິສັດໄຊຊະນະພະລັງງານ ແລະ ບໍລິສັດເມືອງໂຂງ ກຣີນເອເນຈີ ຈຳກັດ 1 ຕື້ກີບ, ບໍລິສັດ ໄຟຟ້າດອນສະໂຮງ ຈຳກັດ 1 ຕື້ກີບ, ບໍລິສັດພາວເວີຊາຍນາ (Power China) 1 ຕື້ກີບ, ບໍລິສັດຮ່ວມພັດທະນາສີທັນດອນ ຈຳກັດ 1 ຕື້ກີບ, ກຸ່ມບໍລິສັດເພັດສີສະເກດ ແລະ ບໍລິສັດ ລາວ-ຈີນ ພັດທະນາແຮ່ຫາຍາກ ພາກເໜືອ 2 ຈຳກັດ 600 ລ້ານກີບ, ບໍລິສັດວິໄຈ ແລະ ພັດທະນາ ມາກເກີ ປີໂຕລຽມ ຂາເຂົ້າ-ຂາອອກ ຈຳກັັດ 600 ລ້ານກີບ, ບໍລິສັດຄູນຄຳ 500 ລ້ານກີບ, ກຸ່ມບໍລິສັດດວງຈະເລີນ 500 ລ້ານກີບ, ກຸ່ມບໍລິສັດຄຳພູວົງ 300 ລ້ານກີບ, ບໍລິສັດວຽງພັດທະນາ ຈຳກັດ 100 ລ້ານກີບ, ບໍລິສັດລືໄຊການຄ້າ 500 ລ້ານກີບ ແລະ ກະຊວງເຕັກໂນໂລຊີ ແລະ ການສື່ສານ ມອບ 500 ລ້ານກີບ.
ໂອກາດດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ ໄດ້ຕາງໜ້າໃຫ້ລັດຖະບານລາວ ສະແດງຄວາມຂອບໃຈ ແລະ ຕີລາຄາສູງ ຕໍ່ບັນດາບໍລິສັດ ແລະ ພາກສ່ວນ ດັ່ງກ່າວ, ທີ່ເຫັນໄດ້ຄວາມສຳຄັນ ໃນຍາມທີ່ປະເທດຊາດ ກໍຄື ພີ້ນ້ອງ ປະຊາຊົນຊົນ ຮ່ວມຊາດ ຕົກຢູ່ໃນວິກິດ ໄດ້ຮັບຜົນກະທົບ ຈາກໄພທຳມະຊາດ ນຳເອົາເງິນ ຈຳນວນດັ່ງກ່າວ, ມາມອບໃຫ້ໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນສຳຄັນ ເຂົ້າໃນວຽກງານແກ້ໄຂ ແລະ ຕ້ານໄພພິບັດ ຢູ່ ສປປ ລາວ.
ພ້ອມທັງ ຢືນຢັນວ່າ ຈະນຳເອົາເງິນ ທີ່ໄດ້ຮັບໃນຄັ້ງນີ້, ໄປນຳໃຊ້ເຂົ້າໃນວຽກງານແກ້ໄຂ ແລະ ຕ້ານໄພພິບັດ ກໍຄື ນຳໄປ ຊ່ວຍເຫລືອ ປະຊາຊົນ ທີ່ໄດ້ຮັບຜົນກະທົບ ຈາກໄພນ້ຳຖ້ວມ ຢູ່ບັນດາແຂວງ ໃນຂອບເຂດ ທົ່ວປະເທດ ຢ່າງທົ່ວເຖິງ.
ຂ່າວ: ທະນູທອງ
ພາບ: ຂັນໄຊ