Saona Studio.ຊາວນາສະຕູດີໂອ.

Saona Studio.ຊາວນາສະຕູດີໂອ. ນຳສະເໜີເຫດການເດັ່ນທັງພາຍໃນ ແລະ ຕ່າງປະເທດ
(2)

ກາລາລົດທີ່ອັດຕະປື ຍ້ອນພາຍຸເຂົ້າຕອນຄືນວັນທີ 6 ພະຈິກ 2025. ໂຊກດີ ທີ່ທຸກຄົນປອດໄພພາບ ไม่ไช่ ไม่ตอ้งพยายาม
07/11/2025

ກາລາລົດທີ່ອັດຕະປື ຍ້ອນພາຍຸເຂົ້າຕອນຄືນວັນທີ 6 ພະຈິກ 2025. ໂຊກດີ ທີ່ທຸກຄົນປອດໄພ

ພາບ ไม่ไช่ ไม่ตอ้งพยายาม

07/11/2025

ພະຍຸຄັລແມກິພັດເຂົ້າບວນເມທວດດານັງຫວຽດນາມ
6/11/25

07/11/2025

ຕົ້ນໄມ້ໃຫຍ່ລົ້ມທັບເສັ້ນທາງລະຫວ່າງ ອັດຕະປື-ປາກເຊ ເຂດບ້ານກະໂສມ ເມືອງສາມັກຄີໄຊ ແຂວງອັດຕະປື.
6/11/25

ຄລິບຈາກ: PJ Rjin Attapeu

07/11/2025

ໂຈນງັດເອົາກ່ອງເຕີນ້ຳປະປາ! ທີ່ເຂດບ້ານຈອມມະນີ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ, ມື້ດຽວມັນລັກໄປ 3 ໜ່ວຍ. ເຈົ້າຂອງເຮືອນເດືອດຮ້ອນ.

07/11/2025

ທໍ່ນ້ຳປະປາແຕກຫລາຍມື້ແລ້ວທີ່ບ້ານນາໂຄກ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ເສັ້ນທາງແຕ່ນາໂຄກຫາບ້ານສະພັງຂະນົງ.
7/11/25

ເຝິກຊ້ອມໃຫຍ່ຄັ້ງທໍາອິດ ກຽມສະແດງໃນພິທີເປີດ-ປິດງານມະຫາກໍາກິລາແຫ່ງຊາດ ຄັ້ງທີ 12     ການຝຶກຊ້ອມການສະແດງສິລະປະ-ວັດທະນະທຳຄັ້ງນ...
07/11/2025

ເຝິກຊ້ອມໃຫຍ່ຄັ້ງທໍາອິດ ກຽມສະແດງໃນພິທີເປີດ-ປິດງານມະຫາກໍາກິລາແຫ່ງຊາດ ຄັ້ງທີ 12

ການຝຶກຊ້ອມການສະແດງສິລະປະ-ວັດທະນະທຳຄັ້ງນີ້ ເປັນຄັ້ງທໍາອິດ ທີ່ໄດ້ນໍາເອົາແຕ່ລະກ້ອນການສະແດງມາສະແດງຮ່ວມກັນຢູ່ສະໜາມກິລາແຫ່ງຊາດ ( ຫຼັກ 16 ) ເຊິ່ງປະກອບມີ 4 ລາຍການສະແດງ, ມີນັກສະແດງ 2.500 ຄົນ ຄື: ຍິນດີຕ້ອນຮັບສູ່ວຽງຈັນເກມ ມີນັກສະແດງ 500 ຄົນ ມາຈາກ 3 ພາກສ່ວນ ຄື: ກອງສິລະປະກອນແຫ່ງຊາດ, ກອງລະຄອນແຫ່ງຊາດ, ໂຮງຮຽນ ມສ ໂພນທັນ; ເຊີ້ງຊ່ວງເຮືອ ມີນັກສະແດງ 400 ຄົນ ມາຈາກ 2 ພາກສ່ວນຄື: ກອງສິລະປະກອນ ປກສ ແລະ ໂຮງຮຽນມໍປາຍ ໂນນສະຫວ່າງ; ກິລາພາໃຫ້ຮ່າງກາຍເຂັ້ມແຂງ ມີນັກສະແດງ 400 ຄົນ ມາຈກ 3 ພາກສ່ວນ ຄື: ກອງກາຍຍະສິນແຫ່ງຊາດ, ວິທະຍາໄລສິລະປະແຫ່ງຊາດ, ມສ ໄຊເສດຖາ.
ຟ້ອນລຳວົງລາວ-ເຕັ້ນບາສະຫຼົບ ນັກສະແດງ 2.500 ຄົນ ມາຈາກ 13 ພາກ ສ່ວນ ຄື: ກອງສິລະປະກອນແຫ່ງຊາດ, ກອງລະຄອນແຫ່ງຊາດ, ກອງກາຍຍະສິນແຫ່ງຊາດ, ກອງສິລະປະກອນ ປກສ, ກອງສິລະປະກອນ ກອງທັບ, ວິທະຍາໄລສິລະປະແຫ່ງຊາດ, ມສ ໂພນທັນ, ມໍປາຍ ໂນນສະຫວ່າງ, ມສ ເພຍວັດ, ມສ ລາວ-ຫວຽດນາມ, ມສ ຕານມີໄຊ, ມສ ສີວິໄລ ແລະ ມສ ໄຊເສດຖາ.
ການຝຶກຊ້ອມໃຫຍ່ ແມ່ນຈະມີຂຶ້ນອີກ 2 ຄັ້ງ ຄືວັນທີ 10 ພະຈິກ 2025 ເຊິ່ງຈະຝຶກຊ້ອມໃສ່ໄຟ, ແສງ, ສີ, ສຽງ ຈັດຕັ້ງປະຕິບັດຄືມື້ສະແດງຕົວຈິງ ແລະ ໃນວັນທີ 13 ພະຈິກ 2025 ຈະສະແດງຜ່ານຄະນະນຳ ທີ່ສະໜາມກິລາແຫ່ງຊາດ ຫຼັກ 16.
ສໍາລຫບພິທີເປີດງານມະຫາກໍາກິລາແຫ່ງຊາດ ຄັ້ງທີ 12 ທີ່ນະຄອນຫລວງວຽງຈັນ ໄດ້ຮັບກຽດເປັນເຈົ້າພາບ ຈະຈັດຂຶ້ນໃນວັນທີ 15 ພະຈິກ, ສ່ວນພິທີປິດຈະຈັດຂຶ້ນໃນວັນທີ 25 ພະຈິກ 2025 ນີ້ ທີ່ສະໜາມກິລາແຫ່ງຊາດ ຫຼັກ 16,

ທີ່ມາ: ຄວາມສະຫງົບ

ເປັນແນວໃດ ທ້າວຫຳນ້ອຍ ບ້ານາຍາງ ເມືອງປາກກະດິງ ແຂວງບໍລິຄຳໄຊ. ຕອນນີ້ໄປລີ້ຢູ່ໃສແລ້ວ
07/11/2025

ເປັນແນວໃດ ທ້າວຫຳນ້ອຍ ບ້ານາຍາງ ເມືອງປາກກະດິງ ແຂວງບໍລິຄຳໄຊ. ຕອນນີ້ໄປລີ້ຢູ່ໃສແລ້ວ

07/11/2025

ໃນວັນທີ 6 ພະຈິກ 2025 ມີອຸບັດເຫດລົດເສຍຫຼັກປີ້ນ ທີ່ເສັ້ນທາງບ້ານກຸງ ເມືອງກະລືມ ແຂວງເຊກອງ ເສຍຊີວິດ 1 ຄົນ

ຄລິບ R'lar Csm

ເລີ່ມສໍາຫລວດ,ຟື້ນຟູບູລະນະທາງຫລວງແຫ່ງຊາດ ເລກທີ 13 ໃຕ້      ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອສໍາຫລວດ -ອອກແບບ ແລະ ກໍ...
07/11/2025

ເລີ່ມສໍາຫລວດ,ຟື້ນຟູບູລະນະທາງຫລວງແຫ່ງຊາດ ເລກທີ 13 ໃຕ້
ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອສໍາຫລວດ -ອອກແບບ ແລະ ກໍ່ສ້າງ ໂຄງການຟື້ນຟູ ແລະ ບູລະນະທາງຫລວງແຫ່ງຊາດ ເລກທີ 13 ໃຕ້ ເລີ່ມແຕ່ ກມ 346 ຫາ ກມ 384 + 000 ເມືອງທ່າແຂກ ແຂວງຄໍາມ່ວນ ຫາ ເມືອງເຊບັ້ງໄຟ ເຂດແດນແຂວງສະຫວັນນະເຂດ, ມີຄວາມຍາວ 38 ກິໂລແມັດ ໃນຮູບແບບປະສົມປະສານ ຈັດຂຶ້ນເມື່ອບໍ່ດົນມານີ້ທີ່ແຂວງຄໍາມ່ວນໂດຍມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງໆຄໍາມ່ວນ, ທ່ານ ເຫລັກໄຫລ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງເຂົ້າຮ່ວມ.
ບົດບັນທຶກນີ້ຈະມີຜົນນຳໃຊ້ໄດ້ໃນໄລຍະເວລາ 6 ເດືອນ ນັບແຕ່ມື້ລົງລາຍເຊັນ ແລະ ສາມາດຕໍ່ອາຍຸໄດ້ບໍ່ເກີນ 3 ເດືອນ ໂດຍຈະເລີ່ມລົງມືຈັດຕັ້ງປະຕິບັດ ນັບແຕ່ມື້ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ, ເຊິ່ງຕາງໜ້າລົງນາມໂດຍທ່ານ ສຸທັດ ສຸມາລີ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ແຂວງຄໍາມ່ວນ ບໍລິສັດ ໄຊເສດຖາກໍ່ສ້າງຈໍາກັດຜູ້ດຽວ, ກຸ່ມບໍລິສັດຕັງຈະເລີນຈໍາກັດຜູ້ດຽວ ແລະ ບໍລິສັດຄູນຄໍາ ອຸດສາຫະກໍາຈໍາກັດ.ໂຄງການນີ້ໄດ້ມີການອອກແບບເຕັກນິກໃຫ້ຮັບນໍ້າໜັກໄດ້ 11 ໂຕນຕໍ່ເພົາ ຊຶ່ງມີໄລຍະຟື້ນຟູ 3 ປີ ແລະ ບູລະນະຮັກສາ 7 ປີ.

ຂ່າວ:ຂປລ

ລັກລົດຈັກມາແລ້ວ 3 ຄັນ.      ວັນທີ 21 ກັນຍາ 2025 ທາງເຈົ້າໜ້າທີ່ຕໍາຫຼວດ ປກສ ເມືອງປາກຊັນ ແຂວງບໍລິຄໍາໄຊ, ໄດ້ເຂົ້າກັກຕົວທ້າວ ...
07/11/2025

ລັກລົດຈັກມາແລ້ວ 3 ຄັນ.

ວັນທີ 21 ກັນຍາ 2025 ທາງເຈົ້າໜ້າທີ່ຕໍາຫຼວດ ປກສ ເມືອງປາກຊັນ ແຂວງບໍລິຄໍາໄຊ, ໄດ້ເຂົ້າກັກຕົວທ້າວ ອໍາພອນ ໄຊຍະວົງ ອາຍຸ 31 ປີ ອາຊີບ ກໍາມະກອນ ຢູ່ບ້ານນາຫັນ ເມືອງບໍລິຄັນ ແຂວງບໍລິຄໍາໄຊ ຕາມຄໍາສັ່ງຈັບຕົວຂອງອົງການໄອຍະການປະຊາຊົນເຂດ 1 ແຂວງ ບໍລິຄໍາໄຊ, ສະບັບເລກທີ 94/ອຍກ ຂ1 ລົງວັນທີ 8 ສີງຫາ 2024 ມາສຶບສວນ-ສອບສວນ ໃນຂໍ້ຫາ: ການສໍ້ໂກງຊັບ ແລະ ການລັກຊັບ.
ຜ່ານການສຶບສວນ-ສອບສວນ ທ້າວ ອຳພອນ ໄຊຍະວົງ ໄດ້ໃຫ້ການສາລະພາບວ່າ: ໄດ້ເຮັດວຽກນຳຄົນຮູ້ຈັກຢູ່ທີ່ ແຂວງວຽງຈັນ ເຮັດວຽກເປັນກຳມະກອນສ້ອມແປງລົດໃຫຍ່, ຕົກຮອດວັນທີ 20 ກັນຍາ 2025 ເວລາ ປະມານ 19 ໂມງ ຜູ້ກ່ຽວໄດ້ຢືມລົດຈັກລົດຈັກຍີ່ຫໍ້ HAOBO I ຈີນ ສີຟ້າດໍາ ປ້າຍທະບຽນ ຈນ 3313 ວຽງຈັນ, ນໍາອ້າຍຮັກຊື່ ທ້າວເດືອນ ຄົນບ້ານນາໝາກ, ເມືອງທຸລະຄົມ, ແຂວງວຽງຈັນ ແລ້ວຂັບຂີ່ມາ ເມືອງປາກຊັນ ແຂວງບໍລິຄໍາໄຊ ຮອດເວລາ 23 ໂມງ 00 ນາທີ ແລ້ວໄດ້ມາພັກເຊົາຢູ່ເຮືອນຂອງໝູ່.
ຕົກມາຮອດເວລາ 04 ໂມງ ຂອງວັນທີ 21 ກັນຍາ 2025 ຈຶ່ງຖືກເຈົ້າໜ້າທີ່ຕໍາຫຼວດ ປກສ ເມືອງປາກຊັນ ເຂົ້າຈັບຕົວມາ ສືບສວນ-ສອບສວນ, ຜ່ານການສືບສວນ-ສອບສວນ ຜູ້ກ່ຽວໄດ້ຮັບສາລະພາບຕື່ມວ່າຜ່ານມາເຄີຍມີປະບັດລັກລົດຈັກ 03 ຄັນຄື: ລົດຈັກຍີ່ຫໍ້ HONDA ເວບ 100 ສີຟ້າດໍາ, ຢູ່ບ້ານ ຫົງໄຊ, ເມືອງປາກຊັນ, ແຂວງບໍລິຄໍາໄຊ ແລະ ລົດຈັກຍີ່ຫໍ້ HONDA ເວບໄອ ສີແດງ, ດໍາ, ບ້ານ ນາສົ້ມມໍ, ເມືອງປາກຊັນ, ແຂວງບໍລິຄໍາໄຊ ເຊີ່ງລົດແຕ່ລະຄັນທີ່ລັກມາໄດ້ນໍາໄປຂາຍ ແລ້ວນໍາເງີນໄປໃຊ້ຈ່າຍຫຼີນກີນຟູມເຟືອຍຈົນໝົດ.
ມາຮອດວັນທີ 6 ພະຈິກ 2025 ທ່ານ ພັຕ ຄໍາເຫຼັກ ໄຊຍະວົງ ຮອງຫົວໜ້າພະແນກຕໍາຫຼວດ ປກສ ເມືອງ ປາກຊັນ ແຂວງ ບໍລິຄໍາໄຊ, ໄດ້ມອບລົດຈັກຍີ່ຫໍ້ HAOBO I ສີຟ້າດໍາ ປ້າຍທະບຽນ ຈນ 3313 ວຽງຈັນ ໃຫ້ແກ່ທ້າວ ເດືອນ ຢູ່ບ້ານບໍ່, ເມືອງ ທຸລະຄົມ, ແຂວງວຽງຈັນ ທີ່ເປັນເຈົ້າຂອງລົດ ຄັນດັ່ງກ່າວຕາມລະບຽບກົດໝາຍ.

ທີ່ມາ: ປກສ ບໍລິຄຳໄຊ

🇻🇳 ສື່ອອນລາຍຫວຽດນາມ ລາຍງານວ່າ ພາຍຸຄັລແມກິ ພັດຂຶ້ນຝັ່ງທີ່ແຂວງດັກລັກຂອງຫວຽດນາມ ໃນວັນທີ 7 ພະຈິກນີ້ ເຮັດໃຫ້ຄວາຍ ຕາ ຍ ຈຳນວນຫລ...
07/11/2025

🇻🇳 ສື່ອອນລາຍຫວຽດນາມ ລາຍງານວ່າ ພາຍຸຄັລແມກິ ພັດຂຶ້ນຝັ່ງທີ່ແຂວງດັກລັກຂອງຫວຽດນາມ ໃນວັນທີ 7 ພະຈິກນີ້ ເຮັດໃຫ້ຄວາຍ ຕາ ຍ ຈຳນວນຫລາຍ.

Cr. World Forum

ພາຍຸ ຄັນແມກິພັດເຂົ້າເມືອງດານັງຂອງຫວຽດນາມ ໃນຕອນ ເຊົ້າວັນທີ 7 ພະຈິກ 2025.Cr. Dantri
07/11/2025

ພາຍຸ ຄັນແມກິພັດເຂົ້າເມືອງດານັງຂອງຫວຽດນາມ ໃນຕອນ ເຊົ້າວັນທີ 7 ພະຈິກ 2025.

Cr. Dantri

Address

Thaphalanxai Village
Vientiane
0001

Alerts

Be the first to know and let us send you an email when Saona Studio.ຊາວນາສະຕູດີໂອ. posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Business

Send a message to Saona Studio.ຊາວນາສະຕູດີໂອ.:

Share