Bizgital Marketing Technology & Creative Company. Since 2016, Vientiane Laos.

ພວກເຮົາສະໜອງການພັດທະນາລະບົບຕ່າງໆທີ່ເຂົ້ານຳໃຊ້ໃນວຽກງານ ຫຼື ທຸລະກິດທຸກປະເພດ. ພວກເຮົາມີປະສົບການ ແລະ ເນັ້ນໜັກໃນເລື່ອງຂອງເຕັກໂນໂລຊີ Web, Mobile App, ແລະ Business Integration System.

ຕົວຢ່າງ: ລະບົບການຈອງໂຮງແຮມ, ລະບົບການບໍລິຫານໂຮງຮຽນ, ລະບົບບໍລິການຮ້ານຄ້າຂະຫນາດນ້ອຍ, ລະບົບບໍລິຫານຈັດການຄລີນິກ/ໂຮງໝໍ ຂະຫນາດນ້ອຍ ແລະ ກາງ, ລະບົບຖານຂໍ້ມູນສະໜອງໃຫ້ກັບ Mobile App, ລະບົບບໍລິຫານຈັດການແອັບຯໃນໂທລະສັບ.

ນອກນັ້ນແລ້ວ ພວກເຮົາຍັງສະໜອງການພັດທະນາແອັບຯສຳລັບໂທລະສັບ. ບໍ່ວ່າຈະເປັນແອັບຯນຳໃຊ້ໃນທຸລະກິດ ຫຼື ແອັບຯນຳໃຊ້ໃນສາທາລະນະ.

31/12/2025

🎊 Happy New Year 2026! 🥳
ບໍລິສັດ BIZGITAL ຂໍອວຍພອນໃຫ້ທຸກທ່ານພົບແຕ່ຄວາມສຸກ ສຸຂະພາບແຂງແຮງ ທຸລະກິດຈະເລີນຮຸ່ງເຮືອງ ຕະຫລອດປີ✨
ຂອບໃຈທຸກຄວາມໄວ້ວາງໃຈ ແລະ ການສະຫນັບສະຫນູນ ຂໍໃຫ້ປີໃຫມ່ນີ້ເປັນປີທີ່ດີທີ່ສຸດເຕັມໄປດ້ວຍຄວາມສຳເລັດສຳລັບທຸກທ່ານ
ບໍລິສັດຂອງພວກເຮົາຈະກັບມາເຮັດວຽກປົກກະຕິໃນວັນທີ 02 ມັງກອນ 2026 🎊ໂຊກດີປີໃຫມ່❤️

🎃 ວັນສຸກທີ 31/10/2025 ທີ່ຜ່ານມາ ພວກເຮົາກຸ່ມ ບໍລິສັດ Bizgital ຈຳກັດ, LocaLaos, Muan, KOLAB, Startnovation ໄດ້ຈັດກິດຈະກຳ H...
05/11/2025

🎃 ວັນສຸກທີ 31/10/2025 ທີ່ຜ່ານມາ ພວກເຮົາກຸ່ມ ບໍລິສັດ Bizgital ຈຳກັດ, LocaLaos, Muan, KOLAB, Startnovation ໄດ້ຈັດກິດຈະກຳ Halloween 2025 👻🎉

ໃນປີນີ້ບໍ່ແມ່ນແຕ່ຄົນທີ່ຫຼອນ… ແຕ່ຍັງມີນ້ອງໝາທີ່ພ້ອມແຈ້ງເກີດ 🐶💀✨

ງານນີ້ແຕ່ລະທີມໄດ້ງັດພະລັງ Creative 💡ມາແບບເຕັມຮ້ອຍ 💯 ທັງການແຕ່ງໂຕ 🎭 ແລະ ແຕ່ງນ້ອງໝາ 🐾
ເອີ້ນໄດ້ວ່າ “ຫລອນແບບມີສໄຕລ໌ ທີມເວີກສຸດໆ!” 😍🔥

ຂອບໃຈທີມງານທຸກຄົນ ທີ່ມາສ້າງສຽງຫົວ ແລະ ຄວາມສຸກນຳກັນ 💖 ເຮັດໃຫ້ເປັນອີກມື້ທີ່ໜ້າຈົດຈຳ ເພາະການໄດ້ຢູ່ຮ່ວມກັນເປັນຊ່ວງເວລາທີ່ສຳຄັນທີ່ສຸດ 🥰❤️🧡

ວັນສຸກ ທີ 22 ສິງຫາ 2025 ທີ່ຜ່ານມາ, ພວກເຮົາກຸ່ມ ບໍລິສັດ Bizgital ຈຳກັດ, LocaLaos, Muan, KOLAB, Startnovation ໄດ້ຮ່ວມກັນຈັ...
05/09/2025

ວັນສຸກ ທີ 22 ສິງຫາ 2025 ທີ່ຜ່ານມາ, ພວກເຮົາກຸ່ມ ບໍລິສັດ Bizgital ຈຳກັດ, LocaLaos, Muan, KOLAB, Startnovation ໄດ້ຮ່ວມກັນຈັດງານກິລາສີ ປະຈໍາປີ 2025 🏅

ເປັນມື້ທີ່ເຕັມໄປດ້ວຍຮອຍຍິ້ມ ແລະ ຄວາມສຸກ😊 ນອກຈາກການແຂ່ງຂັນກິລາສີແລ້ວ ເຮົາຍັງໄດ້ເຫັນເຖິງຄວາມສາມັກຄີ, ການເຮັດວຽກເປັນທີມ, ມີນໍ້າໃຈກິລາ, ຄວາມເສຍສະຫຼະ ແລະ ພະລັງງານໃນດ້ານບວກ🤝.

ຂໍຂອບໃຈພະນັກງານທຸກຄົນທີ່ຮ່ວມປະກອບສ່ວນເຮັດໃຫ້ງານດັ່ງກ່າວປະສົບຜົນສໍາເລັດ ແລະ ເປັນມື້ທີ່ໜ້າຈົດຈຳ❤️


ພວກເຮົາ ບໍລິສັດ BIZGITAL ຈຳກັດ, LOCA, Muan, KOLAB ແມ່ນກຸ່ມບໍລິສັດເຕັກໂນໂລຊີດິຈິຕອລ-StartUp ຕັ້ງຂ​ຶ້ນເມື່ອຕົ້ນປີ 2016.ພວກ...
27/08/2025

ພວກເຮົາ ບໍລິສັດ BIZGITAL ຈຳກັດ, LOCA, Muan, KOLAB ແມ່ນກຸ່ມບໍລິສັດເຕັກໂນໂລຊີດິຈິຕອລ-StartUp ຕັ້ງຂ​ຶ້ນເມື່ອຕົ້ນປີ 2016.
ພວກເຮົາຕ້ອງການຮັບສະໝັກງານຫຼາຍຕຳແໜ່ງ ດັ່ງນີ້:

-Influencer Marketing Coordinator (ຜູ້ປະສານງານການຕະຫຼາດອິນຟລູເອັນເຊີ, ອາຍຸ 20-25 ປີ)

ຕຳແໜ່ງຂ້າງເທິງນັ້ນ ແມ່ນຈະໄດ້ເຮັດວຽກຮ່ວມກັນກັບທີມງານຫຼາຍສ່ວນເຊັ່ນ: ທີມ Creative & Design, ທີມ Media Production, ທີມປະສານງານ ແລະ ທີມບໍລິຫານ ເພື່ອຊ່ວຍກັນສ້າງເນື້ອຫາໃນໂລກດິຈິຕອລທີ່ໜ້າສົນໃຈ, ສື່ສານຊັດເຈນ, ມີຄຸນຄ່າ ແລະ ກ່ຽວຂ້ອງກັບສິ່ງທີ່ລູກຄ້າຕ້ອງການ.

***ເງື່ອນໄຂໂດຍລວມ:
✅ ມັກໃນດ້ານການຕະຫຼາດ ການໃຊ້ຄວາມຄິດສ້າງສັນ ມີຄວາມຄຸ້ນເຄີຍກັບ social media ນຳໃຊ້ຄອມພິວເຕີໄດ້ດີ.
✅ ໃສ່ໃຈໃນລາຍລະອຽດ, ຮັບຟັງ constructive feedback ຈາກລູກຄ້າແລະຈາກທີມງານ.
✅ ຂຽນອ່ານພາສາລາວໄດ້ຖືກຕ້ອງແນ່ນອນ, ສາມາດສື່ສານ ພາສາໄທ ຫຼື ອັງກິດ ພໍໄດ້.
✅ ທັດສະນະຄະຕິດີ ທັນສະໄໝ ທັນໂລກ.

Influencer Marketing Coordinator:
**ເງື່ອນໄຂສະເພາະ:
✅ ມີຄວາມຄຸ້ນເຄີຍ ເຂົ້າໃຈ ກັບລະບົບໂຊຊຽວມີເດຍບໍ່ວ່າຈະເປັນ Facebook, Instagram, TikTok ຫຼື YouTube.
✅ ມີຄວາມຄຸ້ນເຄີຍ ກັບໂປຣແກຣມ Microsoft Office ຫຼື PowerPoint, Words, Excel.
✅ ມີທັກສະການສື່ສານທີ່ຊັດເຈນລະອຽດຖືກຕ້ອງ, ວິເຄາະບັນຫາ, ເຈລະຈາໜ້າວຽກກັບຜູ້ກ່ຽວຂ້ອງ.
***ໜ້າວຽກ:
💻 ສຶກສາໂຈດຂອງການຕະຫຼາດທີ່ລູກຄ້າໃຫ້ມາ.
💻 ສຶກສາທິດສະດີ ພຶດຕິກຳ ຂອງຜູ້ຊົມໃຊ້ລະບົບໂຊຊຽວມີເດຍ.
💻 ສຶກສາ ທຳຄວາມເຂົ້າໃຈກັບ ບັນດາ Content Creator ໃນແຕ່ລະສາຍ ແຕ່ລະແພຼັດຟອມ.
💻 ກະກຽມແຜນງານເບື້ອງຕົ້ນ ເພື່ອນຳສະເໜີໄອເດຍສູ່ທີມງານ ແລະ ເພື່ອສື່ສານກັບ Content Creator.
💻 ເຮັດວຽກຮ່ວມກັບ ທີມປະສານງານອື່ນໆ, ຫົວໜ້າຝ່າຍ Creative ເພື່ອເຂົ້າໃຈສະໄຕລ໌ຂອງລູກຄ້າແຕ່ລະແບຣນດ໌.
💻 ປະກອບສ່ວນສະແດງຄວາມຄິດເຫັນໃນເລື່ອງຄວາມຄິດສ້າງສັນ ແລະ ການຕະຫຼາດ.

ຂໍ້ມູນການເຮັດວຽກເບື້ອງຕົ້ນ:
- ເຮັດວຽກເປັນພະນັກງານປະຈຳ ຕັ້ງແຕ່ວັນຈັນ-ວັນສຸກ ຕັ້ງແຕ່ເວລາ 9:00 ຫາ 18:00 ພັກວຽກຕາມວັນພັກລັດຖະການ.
- ເລືອກໄດ້ວ່າຈະໃຊ້ຄອມຕົວເອງ ຫຼື ໃຊ້ຄອມຫ້ອງການໃນການເຮັດວຽກ.
- ມີມື້ພັກປະຈຳປີ 15 ມື້ ແລະ ຈະຫຼາຍຂຶ້ນຕາມປີການທີ່ເຮັດວຽກ.
- ມີກິດຈະກຳຮ່ວມກັນທຸກໆ ໄຕຣມາດ ແລະ ທ່ອງທ່ຽວປະຈຳປີ.
- ນຳໃຊ້ແທັກຊີໂລກ້າໃນການເດີນທາງໃນໜ້າວຽກ ແລະ ມີຄູປອງນຳໃຊ້ລົດໂລກ້າສຳລັບໃຊ້ສ່ວນຕົວທຸກເດືອນ.
- ມີສະຫວັດດິການປະກັນສັງຄົມຄຸ້ມຄອງເຈັບເປັນ, ເກີດລູກ, ປະກັນອຸບັດຕິເຫດ.
- ມີ Fitness ໃຫ້ນຳໃຊ້ຕະຫຼອດເວລາການເຮັດວຽກ.
- ນະໂຍບາຍ, ສະຫວັດດິການ ແລະ ລາຍລະອຽດອື່ນໆ ຈະສົ່ງໃຫ້ສຳລັບຜູ້ທີ່ຖືກຄັດເລືອກມາສຳພາດເທົ່ານັ້ນ.

ຖ້າທ່ານສົນໃຈເປັນສ່ວນໜຶ່ງຂອງບໍລິສັດພວກເຮົາ ກະລຸນາສົ່ງ CV ພ້ອມລະບຸຕຳແໜ່ງແລ້ວສົ່ງຫາເຮົາທາງອີເມວ [email protected] ໄດ້ເລີຍ!

ຊົມເຊີຍວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70ປີ ( 20 ກໍລະກົດ 1955 - 20 ກໍລະກົດ 2025 ) ບໍລິສັດ ບິສຈີຕອລ ຈຳກັດ ຂໍອວຍພອນໃຫ້ແ...
20/07/2025

ຊົມເຊີຍວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70ປີ
( 20 ກໍລະກົດ 1955 - 20 ກໍລະກົດ 2025 )

ບໍລິສັດ ບິສຈີຕອລ ຈຳກັດ ຂໍອວຍພອນໃຫ້ແມ່ຍິງລາວທຸກຖ້ວນໜ້າ ຈົ່ງມີແຕ່ຄວາມສຸກ ຄວາມໂຊກດີ ສຸຂະພາບແຂງແຮງ ແລະ ປະສົບຜົນສຳເລັດໃນທຸກໆທາງເລືອກ.
—————————
Happy 70th Anniversary of the Founding Lao Women’s Union.
(20 July 1955 – 20 July 2025)

BIZGITAL Co., Ltd.
wishes all Lao women happiness, good luck, strong health,
and success in every path they choose.

Address

7th Floor Vientiane Plaza Hotel. Saylom Street
Vientiane
01000

Opening Hours

Monday 09:00 - 17:30
Tuesday 09:00 - 17:30
Wednesday 09:00 - 17:30
Thursday 09:00 - 17:30
Friday 09:00 - 17:30

Telephone

+856305541241

Alerts

Be the first to know and let us send you an email when Bizgital posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Business

Send a message to Bizgital:

Share