ສະຫະພັນກຳມະບານແຂວງຊຽງຂວາງ Xiengkhouang Federation of Trade Union

ສະຫະພັນກຳມະບານແຂວງຊຽງຂວາງ Xiengkhouang  Federation of Trade Union ກຳມະບານລາວ ເຂັ້ມແຂງ ທັນສະໄໝ ສາມັກຄີ ມີວິໄນ ແລະ ນ້ຳໃຈສາກົນກຳມະຊີບ

26/09/2025

ພິທີຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ ແມ່ຍິງກາຍເປັນຜູ້ນໍາຊຸມຊົນ ໃຫ້ກັບ ກຸ່ມຜະລິດຊາ ແລະ ລ້ຽງເຜິ້ງ ບ້ານໂພນ, ເມືອງແປກ, ແຂວງ ຊຽງຂວາງ

26/09/2025

ພິທີແບ່ງຄວາມຮັບຜິດຊອບໃຫ້ຄະນະປະທານ ແລະ ຊັບຊ້ອນພະນັກງານເຂົ້າໃນຕຳແໜ່ງງານຕ່າງໆຂອງສະຫະພັນກໍາມະບານແຂວງຊຽງຂວາງ

ພິທີຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ ແມ່ຍິງກາຍເປັນຜູ້ນໍາຊຸມຊົນ ໃຫ້ກັບ ກຸ່ມຜະລິດຊາ ແລະ ລ້ຽງເຜິ້ງ ບ້ານໂພນ, ເມືອງແປກ, ແຂວງ ຊຽງຂ...
25/09/2025

ພິທີຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ ແມ່ຍິງກາຍເປັນຜູ້ນໍາຊຸມຊົນ ໃຫ້ກັບ ກຸ່ມຜະລິດຊາ ແລະ ລ້ຽງເຜິ້ງ ບ້ານໂພນ, ເມືອງແປກ, ແຂວງ ຊຽງຂວາງ
-----------------------
ໃນລະຫວ່າງວັນທີ 23-24 ກັນຍາ 2025 ນີ້ ໄດ້ມີພິທີຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ ແມ່ຍິງກາຍເປັນຜູ້ນໍາຊຸມຊົນ ໃຫ້ກັບ ກຸ່ມຜະລິດຊາ ແລະ ລ້ຽງເຜິ້ງ ບ້ານໂພນ, ເມືອງແປກ, ແຂວງ ຊຽງຂວາງ , ເຂົ້າຮ່ວມພິທີໃນຄັ້ງນີ້ ມີ ທ່ານ ນາງ ວັນສີ ແສນຍາວົງ ປະທານສະມາຄົມ ແມ່ຍິງຮ່ວມໃຈພັດທະນາ, ທ່ານ ຄຳເພັດ ແກ້ວສິຣິປັນຍາ ຕາງໜ້າສະມາຄົມສະມາຄົມ ສົົ່ງເສີມການພັດທະນາສັງຄົມ ຊາວຊົນນະບົດ, ທ່ານ ສຸກທະວົງ ແພງລາວົງ ຫົວໜ້າຂະແໜງປົກປ້ອງແຮງງານ ສະຫະພັນກໍາມະບານແຂວງຊຽງຂວາງ, ມີບັນດາພາກສ່ວນທີ່ກ່ຽວຂ້ອງຈາກສະຫະພັນ ກໍາມະບານເມືອງແປກ,ສະຫະພັນແມ່ຍິງເມືອງແປກ, ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງເເປກ, ພ້ອມດ້ວຍຄະນະບ້ານ ແລະ ສະມາຊິກພາຍໃນກຸ່ມຜະລິດຊາ ແລະ ລ້ຽງເຜິ້ງ ບ້ານໂພນເຂົ້າຮ່ວມ.
ຈຸດປະສົງໃນການຝຶກອົບຮົມໃນຄັ້ງນີ້ ແມ່ນປະຕິບັດຕາມບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ສູນກາງສະຫະພັນກຳມະບານລາວ ແລະ ອົງການ ອ໋ອກຟາມ, ກ່ຽວກັບການຈັດຕັ້ງປະຕິບັດໂຄງການ: "ສົ່ງເສີມການປົກປ້ອງສັງຄົມ ແລະ ສິດທິແຮງງານໃນຂະແໜງກະສິກຳ-ອາຫານ". ເພື່ອຮັບປະກັນສິດທິ, ຄວາມເປັນຜູ້ນໍາ ແລະ ຄວາມເຂັ້ມແຂງທາງດ້ານບົດບາດຍິງ-ຊາຍໃນຂົງເຂດວຽກງານກະສິກຳ ໃນ ສປປ ລາວ ໂດຍນໍາໃຊ້ເຄື່ອງມືລະບົບການຮຽນຮູ້ການປະຕິບັດຕົວຈິງດ້າຍບົດບາດຍິງ-ຊາຍ (GALS). ໃນພິທີຄະນະຮັບຜິດຊອບໄດ້ຜັດປ່ຽນກັນຂຶ້ນບັນຍາຍກ່ຽວກັບຄວາມໝາຍ, ຄວາມສຳຄັນຂອງເຄື່ອງມື ກາວສ໌ (GALS) ພ້ອມທັງໃຫ້ສະມາຊິກພາຍໃນກຸ່ມຜະລິດຊາ ແລະ ລ້ຽງເຜິ້ງ ທີ່ເຂົ້າຮ່ວມໄດ້ເຮັດກິດຈະກຳ ແລະ ຂຶ້ນບັນຍາຍ ເພື່ອເຮັດໃຫ້ຜູ້ທີ່ເຂົ້າຮ່ວມມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບບົດບາດຍິງ-ຊາຍ ແລະ ສາມາດນໍາໄປໝູນໃຊ້ເຂົ້າໃນການດຳລົງຊີວິດຕົວຈິງ ເພື່ອໃຫ້ຄອບຄົວ ແລະ ຊຸມຊົມມີຄວາມສະເໝີພາບລະຫວ່າງຍິງ-ຊາຍ ກ້າວໄປສູ່ການສ້າງຄວາມເຂັ້ມແຂງໃຫ້ ແມ່ຍິງສາມາດກາຍເປັນຜູ້ນໍາຊຸມຊົນໃນຕໍ່ໜ້າ.
ພາບ+ຂ່າວ: ປະສິດທິໄຊ ພິລາວົງ

ພິທີແບ່ງຄວາມຮັບຜິດຊອບໃຫ້ຄະນະປະທານ ແລະ ຊັບຊ້ອນພະນັກງານເຂົ້າໃນຕຳແໜ່ງງານຕ່າງໆຂອງສະຫະພັນກໍາມະບານແຂວງຊຽງຂວາງ-------------‐---...
24/09/2025

ພິທີແບ່ງຄວາມຮັບຜິດຊອບໃຫ້ຄະນະປະທານ ແລະ ຊັບຊ້ອນພະນັກງານເຂົ້າໃນຕຳແໜ່ງງານຕ່າງໆຂອງສະຫະພັນກໍາມະບານແຂວງຊຽງຂວາງ
-------------‐----------
ໃນວັນທີ 23 ກັນຍາ 2025 ນີ້ ສະຫະພັນກຳມະບານແຂວງຊຽງຂວາງໄດ້ຈັດພິທີ ແບ່ງຄວາມຮັບຜິດຊອບໃຫ້ຄະນະປະທານ ແລະ ຊັບຊ້ອນພະນັກງານເຂົ້າໃນຕຳແໜ່ງງານຕ່າງໆຂອງສະຫະພັນກໍາມະບານແຂວງຊຽງຂວາງ ຂຶ້ນຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງ, ໂດຍພາຍໃຕ້ເປັນປະທານ ຂອງ ທ່ານ ພູວອນ ສີຄຳອອນ ຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ, ປະທານຄະນະບໍລິຫານງານສະຫະພັນກຳມະບານແຂວງ ມີຄະນະປະທານ, ຫົວໜ້າຂະແໜງ-ຮອງຫົວໜ້າຂະແໜງພ້ອມດ້ວຍພະນັກງານພາຍໃນສະຫະພັນກໍາມະບານແຂວງເຂົ້າຮ່ວມ.
ໃນພິທີ ທ່ານ ນາງ ເພັດສະໄໝ ຜອງມະໄລຄຳ ຮອງຫົວໜ້າຂະແໜງຈັດຕັ້ງ, ກວດກາ ແລະ ຂະບວນການ ໄດ້ຂຶ້ນຜ່ານຂໍ້ຕົກຂອງປະທານຄະນະບໍລິຫານງານສະຫະພັນກຳມະບານແຂວງ ວ່າດ້ວຍການແບ່ງຄວາມຮັບຜິດຊອບໃຫ້ຄະນະປະທານ ແລະ ຊັບຊ້ອນພະນັກງານເຂົ້າໃນຕຳແໜ່ງງານຕ່າງໆຂອງສະຫະພັນກໍາມະບານແຂວງ ສະບັບເລກທີ 56, ລົງວັນທີ 29 ສິງຫາ 2025 ໂດຍໄດ້ແຕ່ງຕັ້ງແບ່ງຄວາມຮັບຜິດຊອບໃຫ້ຄະນະປະທານຊີ້ນໍາບັນດາຂະແໜງຄື: ທ່ານ ພູວອນ ສີຄຳອອນ ປະທານສະຫະພັນກຳມະບານແຂວງ ຊີ້ນຳລວມ, ລົງເລິກຂະແໜງບໍລິຫານ, ທ່ານ ສາຍຄຳ ສໍບຸດສຸວົງ ຮອງປະທານສະຫະພັນກຳມະບານແຂວງ ຊີ້ນຳລົງເລິກ ຂະແໜງຈັດຕັ້ງ, ກວດກາ ແລະ ຂະບວນການ, ທ່ານ ທອງສາ ເທບມີມາ ຮອງປະທານສະຫະພັນກຳມະບານແຂວງ ຊີ້ນຳລົງເລິກຂະແໜງປົກປ້ອງແຮງງານ, ທ່ານ ສຸວອນ ພົມມະວີ ຮອງປະທານສະຫະພັນກຳມະບານແຂວງ ຊີ້ນຳລົງເລິກຂະແໜງໂຄສະນາອົບຮົົມ ແລະ ຂ່າວສານ; ຊັບຊ້ອນ ທ່ານ ບຸນ ມັງທະພອນ ຫົວໜ້າຂະແໜງບໍລິຫານ ໄປເປັນຫົວໜ້າຂະແໜງປົກປ້ອງແຮງງານ, ຊັບຊ້ອນ ທ່ານ ສຸກທະວົງ ແພງລາວົງ ຫົວໜ້າຂະແໜງປົກປ້ອງແຮງງານໄປເປັນຫົວໜ້າຂະແໜງບໍລິຫານ; ຊັບຊ້ອນ ທ່ານ ກົງໃຈ ແສງຄຳຢອງ ວິຊາການຂະແໜງບໍລິຫານ ໄປຮັບຜິດຊອບວຽກງານຄຸ້ມຄອງລັດຖະກອນ ຂະແໜງຈັດຕັ້ງ, ກວດກາ ແລະ ຂະບວນການ, ສັບຊ້ອນ ທ່ານ ຄຳຫຼ້າ ພີມມາລາ ວິຊາການ ຂະແໜງຈັດຕັ້ງ, ກວດກາ ແລະ ຂະບວນການ ໄປຮັບຜິດຊອບວຽກງານບັນຊີ-ການເງິນ ຂະແໜງບໍລິຫານ. ຫຼັງຈາກນັ້ນບັນດາຜູ້ທີ່ໄດ້ຖືກຊັບຊ້ອນ ຜັດປ່ຽນກັນຂຶ້ນຜ່ານໃບມອບວຽກ ທີ່ຕົນຮັບຜິດຊອບຜ່ານມາໃຫ້ຮັບຮູ້ ແລະ ເຂົ້າໃຈຕໍ່ວຽກງານທີ່ຕົນໄດ້ປະຕິບັດທີ່ຜ່ານ ເພື່ອໃຫ້ຜູ້ມາຮັບໜ້າທີ່ໃໝ່ນີ້ ໄດ້ສືບຕໍ່ປະຕິບັດໃຫ້ມີຜົນສໍາເລັດ.
ໃນຕອນທ້າຍ ທ່ານ ພູວອນ ສີຄຳອອນ ຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ, ປະທານຄະນະບໍລິຫານງານສະຫະພັນກຳມະບານແຂວງ ໄດ້ໃຫ້ກຽດໂອ້ລົມໃນພິທີ ເຊິ່ງທ່ານໄດ້ກ່າວວ່າ ການຈັດວາງຊັບຊ້ອນພະນັກງານ ຄືນໃໝ່ໃນຄັ້ງນີ້ແມ່ນກົດເກນຂອງການຈັດຕັ້ງ, ເປັນລະບຽບການທີ່ກໍານົດໃນນິຕິກໍາຕ່າງໆ ຕ້ອງມີເຂົ້າ ມີອອກ, ມີການຊັບຊ້ອນຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານເພື່ອເຮັດໃຫ້ການຈັດຕັ້ງພາຍໃນມີຄວາມເຂັ້ມແຂງກວ່າເກົ່າ ເພື່ອຮັບປະກັນປະສິດທິພາບ ແລະ ປະສິດທິຜົນຂອງວຽກງານ. ນອກຈາກນັ້ນທ່ານຍັງໄດ້ເນັ້ນໜັກ ໃຫ້ຜູ້ຮັບໜ້າທີ່ໃໝ່ ແລະ ສະມາຊິກພັກ-ພະນັກງານ ຈົ່ງເອົາໃຈໃສ່ໃນການປະຕິບັດໜ້າທີ່ວຽກງານຂອງຕົນດ້ວຍຄວາມຮັບຜິດຊອບສູງ, ນຳໃຊ້ຄວາມຮູ້ປະສົບການທີ່ມີ ເຂົ້າໃນການປະຕິບັດໜ້າທີ່ຂອງຕົນຢ່າງມີປະສິດທິພາບ ແລະ ປະສິດທິຜົນ ເພື່ອສຸມໃສ່ພັດທະນາວຽກງານໃນຂົງເຂດທີ່ຮັບຜິດຊອບໃຫ້ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ເຮັດໃຫ້ບັນລຸໄດ້ຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້.
ພາບ+ຂ່າວ: ປະສິດທິໄຊ ພິລາວົງ

16/09/2025

ກອງປະຊຸມປະກອບຄຳເຫັນໃສ່ເອກະສານກອງປະຊຸມໃຫຍ່ ແລະ ທາບທາມບຸກຄະລາກອນ ອອກຮັບສະໝັກເລືອກຕັ້ງເປັນຄະນະບໍລິຫານງານ ສູນກາງສະຫະພັນກໍາມະບານລາວ ສະໄໝທີ IX (ຮອບທີ II)

16/09/2025

ຮອງປະທານສູນກາງສະຫະພັນກຳມະບານລາວເຂົ້າພົບການນຳ ແຂວງຊຽງຂວາງ

ກອງປະຊຸມປະກອບຄຳເຫັນໃສ່ເອກະສານກອງປະຊຸມໃຫຍ່ ແລະ ທາບທາມບຸກຄະລາກອນ ອອກຮັບສະໝັກເລືອກຕັ້ງເປັນຄະນະບໍລິຫານງານ ສູນກາງສະຫະພັນກໍາມະ...
16/09/2025

ກອງປະຊຸມປະກອບຄຳເຫັນໃສ່ເອກະສານກອງປະຊຸມໃຫຍ່ ແລະ ທາບທາມບຸກຄະລາກອນ ອອກຮັບສະໝັກເລືອກຕັ້ງເປັນຄະນະບໍລິຫານງານ ສູນກາງສະຫະພັນກໍາມະບານລາວ ສະໄໝທີ IX (ຮອບທີ II)
----------------+----------------
ໃນລະຫວ່າງວັນທີ 15-16 ກັນຍາ 2025 ນີ້ ສູນກາງສະຫະພັນກໍາມະບານລາວ ໄດ້ຈັດກອງປະຊຸມປະກອບຄຳເຫັນໃສ່ເອກະສານກອງປະຊຸມໃຫຍ່ ແລະ ທາບທາມບຸກຄະລາກອນ ອອກຮັບສະໝັກເລືອກຕັ້ງເປັນຄະນະບໍລິຫານງານ ສູນກາງສະຫະພັນກໍາມະບານລາວ ສະໄໝທີ IX (ຮອບທີ II) ຂຶ້ນ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງຊຽງຂວາງ, ເປັນກຽດເຂົ້າຮ່ວມຂອງ ທ່ານ ວິໄລ ວົງຂະເສີມ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ, ມີ ທ່ານ ພູວອນ ສີຄຳອອນ ຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ, ປະທານສະຫະພັນກຳມະບານແຂວງຊຽງຂວາງ, ທ່ານ ຄົວຈັ້ງ ດຣາເຊັງ ຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ, ປະທານສະຫະພັນກຳມະບານແຂວງໄຊສົມບູນ ມີບັດາຜູ້ແທນສົມບູນຈາກສະຫະພັນກຳມະບານແຂວງຊຽງຂວາງ ແລະ ໄຊສົມບູນ, ພ້ອມດ້ວຍທີມງານຈາກບັນດາກົມຈາກສູນກາງສະຫະພັນກໍາມະບານລາວເຂົ້າຮ່ວມ.
ໃນກອງປະຊຸມຄະຮັບຜິດຊອບຈາກສູນກາງສະຫະພັນກໍາມະບານລາວ ໄດ້ຜັດປ່ຽນກັນຂຶ້ນຜ່ານ ບັນດາເອກະສານກອງປະຊຸມໃຫຍ່ ເປັນຕົ້ນແມ່ນ ຮ່າງບົດລາຍງານການເມືອງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນກຳມະບານລາວຄັ້ງທີ VIII, ຮ່າງບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາວຽກງານກຳມະບານ 5 ປີ ຄັ້ງທີ IV (2021-2025) ແລະ ທິດທາງແຜນການ 5 ປີ ຄັ້ງທີ V (2026-2030), ຮ່າງປັບປຸງກົດລະບຽບຂອງສະຫະພັນກຳມະບານລາວສະໄໜທີ IX, ຮ່າງຄຳຂວັນຂອງສະຫະພັນກຳມະບານລາວ ແລະ ຮ່າງປັບປຸງເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ. ຫຼັງຈາກນັ້ນຜູ້ແທນທີ່ເຂົ້້າຮ່ວມ ໄດ້ພ້ອມກັນຄົ້ນຄວ້າ, ປະກອບຄຳຄິດຄຳເຫັນ ຢ່າງກົງໄປກົງມາ ໃສ່ບັນດາເອກະສານກອງປະຊຸມໃຫຍ່ຜູ້ແທນ ກຳມະບານລາວ ທົ່ວປະເທດ ຄັ້ງທີ IX ເພື່ອເຮັດໃຫ້ມີເນື້ອໃນຖືກຕ້ອງ, ຄົບຖ້ວນ ສົມບູນ.
ໃນກອງປະຊຸມ ຄະນະຮັບຜິດຊອບຍັງໄດ້ຜ່ານມາດຖານເງື່ອນໄຂ ຜູ້ສະໜັກຮັບເລືອກຕັ້ງເປັນຄະນະບໍລິຫານງານ ສູນກາງສະຫະພັນກໍາມະບານລາວ ສະໄໜທີ IX. ໃນໂອກາດນີ້ ທ່ານ ວິໄລ ວົງຂະເສີມ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ ໄດ້ມີຄຳເຫັນເນັ້ນໜັກໃຫ້ຜູ້ແທນສົມບູນ ຈົ່ງຄົ້ນຄວ້າ, ຄັດເລືອກບຸກຄະລາກອນ ໃຫ້ອີງໃສ່ມາດຕະຖານ ເງື່ອນໄຂ ເປັນບ່ອນອີງ, ເອົາໃຈໃສ່ ພິຈາລະນາຢ່າງຖີ່ຖ້ວນ ເພື່ອຮັບປະກັນໃຫ້ຄົບຕາມໂຄງປະກອບ ໃຫ້ມີບຸກຄະລາກອນ ຈາກ ສູນກາງສະຫະພັນກຳມະບານລາວ, ຈາກສະຫະພັນກຳມະບານກະຊວງ, ອົງການ, ແຂວງ, ນະຄອນຫຼວງ; ໃຫ້ມີທັງຜູ້ເກົ່າ, ຜູ້ໃຫມ່, ເຜົ່າ ແລະ ຕ້ອງຮັບປະກັນໃຫ້ມີ 3 ຮຸ່ນ ຄື: ຮຸ່ນອາວຸໂສ, ຮຸ່ນກາງ ແລະ ຮຸ່ນໜຸ່ມ; ຫລີກລ້ຽງ ແນວຄິດສ່ວນຕົວມາຕັດສິນອັນລວມ; ແນວຄິດກຸ່ມກ້ອນພັກພວກ ແຍກຄວາມສາມັກຄີພາຍໃນ; ໃຫ້ບັນດາຜູ້ແທນສົມບູນຈົ່ງໃຊ້ສິດປະຊາທິປະໄຕຢ່າງເຕັມສ່ວນ ຂອງຕົນ ເຂົ້າໃນການທາບທາມເອົາ ຜູ້ອອກສະໝັກຮັບເລືອກຕັ້ງ ເປັນຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ຊຸດໃໝ່ ສະໄໝທີ IX ຢ່າງພາວະວິໄສ ແລະ ບັນລຸຕາມຈຸດປະສົງລະດັບຄາດໝາຍ. ຫຼັງຈາກນັ້ນບັນດາຜູ້ແທນກໍາໄດ້ພ້ອມກັນດໍາເນີນການປ່ອນບັດທາມບຸກຄະລາກອນ ລົງຮັບສະໝັກເລືອກຕັ້ງເປັນຄະນະບໍລິຫານງານ ສູນກາງສະຫະພັນກໍາມະບານລາວ ຄັ້ງທີ IX (ຮອບທີ II). ເຊິ່ງມີຜູ້ອອກຮັບສະໝັກເລືອກຕັ້ງ 73 ສະຫາຍ ເລືອກເອົາ 66ສະຫາຍ, ເພື່ອນໍາໄປຄັດເລືອກໃນ ກອງປະຊຸມຜູ້ແທນ ສະຫະພັນກໍາມະບານລາວ ທົ່ວປະເທດ ຄັ້ງທີ IX ທີ່ຈະໄຂຂຶ້ນໃນຕໍ່ໜ້ານີ້.
ພາບ+ຂ່າວ: ປະສິດທິໄຊ ພິລາວົງ

ຮອງປະທານສູນກາງສະຫະພັນກຳມະບານລາວເຂົ້າພົບການນຳ ແຂວງຊຽງຂວາງ--------------ໃນວັນທີ 15 ກັນຍາ 2025 ນີ້ຢູ່ທີ່ຫ້ອງຮັບແຂກຫ້ອງວ່າກາ...
15/09/2025

ຮອງປະທານສູນກາງສະຫະພັນກຳມະບານລາວເຂົ້າພົບການນຳ ແຂວງຊຽງຂວາງ
--------------
ໃນວັນທີ 15 ກັນຍາ 2025 ນີ້ຢູ່ທີ່ຫ້ອງຮັບແຂກຫ້ອງວ່າການແຂວງຊຽງຂວາງ ທ່ານວິໄລ ວົງຂະເສີມຮອງປະທານຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວພ້ອມດ້ວຍຄະນະໄດ້ເຂົ້າພົບທ່ານ ບຸນເຮືອງ ສຸລິໄຊ ຮອງເລຂາພັກແຂວງຊຽງຂວາງ, ເພື່ອລາຍງານຈຸດປະສົງໃນການລົງມາເຄື່ອນໄຫວວຽກງານນຄັ້ງນີ້ແມ່ນເປັນການມາເຂົ້າຮ່ວມກອງປະຊຸມປະກອບຄຳເຫັນໃສ່ເອກະສານກອງປະຊຸມໃຫຍ່ ແລະ ທາບທາມບຸກຄະລາກອນອອກຮັບສະໝັກເລືອກຕັ້ງເປັນຄະນະບໍລິຫານງານ ສູນກາງສະຫະພັນກໍາມະບານລາວ ສະໄໝທີIX (ຮອບII) ເຊິ່ງມີຜູ້ແທນສົມບູນຈາກສະຫະພັນກໍາມະບານ ແຂວງຊຽງຂວາງ ແລະ ແຂວງ ໄຊສົມບູນ ເຂົ້າຮ່ວມ ເພື່ອເຮັດໃຫ້ການດຳເນີນກອງປະຊຸມໃຫຍ່ຂອງສູນກາງສະຫະພັນກໍາມະບານລາວ ສະໄໝທີ IX ມີຄວາມຄົບຖ້ວນ, ຖືກຕ້ອງ ແລະ ທັນຕາມກຳນົດເວລາທີ່ວາງໄວ້
ຈາກນັ້ນທ່ານ ທ່ານບຸນເຮືອງ ສຸລິໄຊ ຮອງເລຂາພັກແຂວງຊຽງຂວາງໄດ້ກ່າວຕ້ອນຮັບ ແລະ ລາຍງານສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມຂອງແຂວງ, ສະພາບການນໍາພາຊີ້ນໍາອົງການຈັດຕັ້ງມະຫາຊົນເວົ້້າລວມເວົ້າສະເພາະກໍ່ແມ່ນການນໍາພາຊີ້ນໍາສະຫະພັນກໍາມະບານແຂວງຊຽງຂວາງໃນໄລຍະທີ່ຜ່ານມາ.
ພາບ+ຂ່າວ: ປະສິດທິໄຊ ພິລາວົງ

12/09/2025

ປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ສະໄໝທີ I-VIII

12/09/2025

ສະຫະພັນກຳມະບານພະແນກສາທາລະນະສຸກແຂວງຊຽງຂວາງ ຈັດພິທີຮັບສະມາຊິກໃໝ່

ສະຫະພັນກຳມະບານພະແນກສາທາລະນະສຸກແຂວງຊຽງຂວາງ ຈັດພິທີຮັບສະມາຊິກໃໝ່ ---------ໃນວັນທີ 11 ກັນຍາ 2025 ນີ້ ພະແນກສາທາລະນະສຸກແຂວງຊຽ...
11/09/2025

ສະຫະພັນກຳມະບານພະແນກສາທາລະນະສຸກແຂວງຊຽງຂວາງ ຈັດພິທີຮັບສະມາຊິກໃໝ່
---------
ໃນວັນທີ 11 ກັນຍາ 2025 ນີ້ ພະແນກສາທາລະນະສຸກແຂວງຊຽງຂວາງ ໄດ້ຈັດພິທີຮັບສະມາຊິກໃໝ່ຂອງສະຫະພັນກຳມະບານ ແລະ ຮັບຮອງການຈັດຕັ້ງປະຕິບັດ 5 ເປັນເຈົ້າປະຈຳປີ 2024 ຂຶ້ນ, ເປັນກຽດເຂົ້າຮ່ວມຂອງ ທ່ານ ນ. ຄຳຫຼ້າ ສີລາວັນ ຄະນະພັກຮາກຖານພະແນກສາທາລະນະສຸກແຂວງ, ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນ, ມີ ທ່ານ ສາຍຄຳ ສໍບຸດສຸວົງ ຮອງປະທານຄະນະບໍລິຫານງານສະຫະພັນກຳມະບານແຂວງຊຽງຂວາງ, ມີ ທ່ານ ຄຳກົ້ວ ກ່າເນັ່ງລໍ່ ຄພນະບໍລິຫານງານສະຫະພັນກໍາມະບານແຂວງ, ປະທານສະຫະພັນກຳມະບານພະແນກສາທາລະນະສຸກແຂວງ, ມີຄະນະສະຫະພັນກຳມະບານພະແນກສາທາລະນະສຸກແຂວງ, ຄະນະກຳມະບານຮາກຖານ ພະແນກສາທາລະນະສຸກແຂວງ, ຄະນະກຳມະບານຮາກຖານ ໂຮງໝໍແຂວງ ແລະ ຄະນະກຳມະບານຮາກຖານ ວິທະຍາໄລ ວິທະຍາສາດ ສຸຂະພາບແຂວງຊຽງຂວາງ, ມີບັນດາສະມາຊິກກໍາມບານ ທີ່ຂື້ນກັບສະຫະພັນກຳມະບານພະແນກສາທາລະນະສຸກແຂວງ, ພ້ອມດ້ວຍມະຫາຊົນຜູ້ກ້າວໜ້າເຂົ້າຮ່ວມ.
ໃນພິທີ, ຄະນະຮັບຜິດຊອບໄດ້ຜ່ານຂໍ້ຕົກລົງຂອງປະທານຄະນະບໍລິຫານງານສະຫະພັນກໍາມະບານແຂວງສະບັບເລກທີ 55, ລົງວັນທີ 20 ສິງຫາ 2025 ວ່າດ້ວຍການຮັບເອົາມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກກໍມະບານລາວ ເຊິ່ງມີຈຳນວນທັງໝົດ 103 ສະຫາຍ, ຍິງເຖິງ 90 ສະຫາຍ. ພ້ອມມອບບັດສະມາຊິກໃຫ້ສະມາຊິກກຳມະບານໃໝ່ ໃຫ້ກຽດມອບໂດຍ ທ່ານ ຄຳກົ້ວ ກ່າເນັ່ງລໍ່ ປະທານສະຫະພັນກຳມະບານພະແນກສາທາລະນະສຸກແຂວງ. ໃນພິທີຍັງໄດ້ມີການມອບໃບຢັ້ງຢືນສະຫະພັນກໍາມະບານ ແລະ ກຳມະບານຮາກຖານທີ່ໄດ້ຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າຂອງກຳມະບານໄດ້ຢ່າງມີຜົນສຳເລັດ ໄດ້ແກ່: ສະຫະພັນກຳມະບານ ພະແນກສາທາລະນະສຸກແຂວງ, ກຳມະບານຮາກຖານ ພະແນກສາທາລະນະສຸກແຂວງ, ກຳມະບານ ຮາກຖານ ໂຮງໝໍແຂວງ ແລະ ກຳມະບານຮາກຖານ ວິທະຍາໄລ ວິທະຍາສາດ ສຸຂະພາບແຂວງຊຽງຂວາງ.
ໂອກາດນີ້, ທ່ານ ສາຍຄຳ ສໍບຸດສຸວົງ ຮອງປະທານສະຫະພັນກຳມະບານແຂວງຊຽງຂວາງ ໄດ້ມີຄຳເຫັນໂອ້ລົມ, ເຊິ່ງກ່ອນອື່ນ ທ່ານໄດ້​ສະ​ແດງຄວາມ​ຍ້ອງຍໍ​ຊົມ​ເຊີຍ​ມາ​ຍັງ​ ຄະນະປະທານສະຫະພັນພະແນກສາທາລະນະສຸກແຂວງ, ພ້ອມດ້ວຍຄະນະປະທານກໍາມະບານທີ່ທີ່ຂຶ້ນກັບ ທີ່​ໄດ້​ມີຄວາມພະຍາຍາມ, ໃຫ້ຄວາມສໍາຄັນ, ໃຫ້ທິດຊີ້ນໍາ ແລະ ໃຫ້ຄວາມສະດວກໃນການຝຶກຝົນຫຼໍ່ຫຼອມ, ບໍາລຸງສ້າງມະຫາຊົນຜູ້ກ້າວໜ້າ ສາມາດຮັບຮອງເຂົ້າເປັນສະມາຊິກກໍາມະບານລາວຕາມລະບຽບ ແລະ ກົດໝາຍວ່າດ້ວຍກໍາມະບານລາວ. ນອກຈາກນັ້ນທ່ານຍັງໄດ້ເນັ້ນໜັກໃຫ້ ສະມາຊິກກໍາມະບານໃຫມ່ ໃຫ້ເອົາໃຈໃສ່ຄົ້ນຄວ້າ, ຮໍ່າຮຽນ ແລະ ກໍາໃຫ້ໄດ້ກ່ຽວກັບກົດລະບຽບ ແລະ ກົດໝາຍວ່າດ້ວຍກໍາມະບານລາວ ໂດຍສະເພາະແມ່ນ ສະຫະພັນກໍາມະບານລາວແມ່ນຫຍັງ, ພາລະບົດບາດຂອງສະຫະພັນກຳມະບານລາວ, ລະບົບສາຍໄຍການຈັດຕັ້ງຂອງສະຫະພັນກໍາມະບານລາວ, ສິດ ແລະ ໜ້າທີ່ຂອງສະມາຊິກກໍາມະບານ,​ ພັນທະຂອງສະມາຊິກກໍາມະບານ, ຜົນປະໂຫຍດທີ່ຈະໄດ້ຮັບຂອງສະມາຊິກກໍາມະບານ ແລະ ຂໍ້ແຂ່ງຂັນ 5 ເປັນເຈົ້າສະຫະພັນກໍາມະບານລາວ. ພ້ອມໃຫ້ທຸກຄົນມີຄວາມສາມັກຄີ, ຍົກສູງນໍ້າໃຈຮັບຜິດຊອບຕໍ່ໜ້າທີ່ວຽກງານ, ປະຕິບັດລະບຽບກົດໝາຍ, ແລະສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີຄຸນສົມບັດສິນທຳປະຕິວັດ ເພື່ອປະກອບສ່ວນເຂົ້າໃນການພັດທະນາຂະແໜງການສາທາລະນະສຸກຂອງແຂວງໃຫ້ມີຄວາມກ້າວໜ້າ, ພ້ອມທັງຮັກສາມູນເຊື້ອໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າໃນປີ 2025 ໃຫ້ໄດ້ທັງປະລິມານ ແລະຄຸນນະພາບເພື່ອເຮັດໃຫ້ວຽກງານກໍາມະບານກ້າວຂຶ້ນຢ່າງບໍ່ຢຸດຢັ້ງ
ພາບ+ຂ່າວ: ປະສິດທິໄຊ ພິລາວົງ

ພິທີແລກປ່ຽນບົດຮຽນລະຫວ່າງສະຫະພັນກຳມະບານເມືອງ ແລະ ກຳມະບານຮາກຖານສະຫະພັນແມ່ຍິງແຂວງ_____________ໃນອາທິດທີຜ່ານມານີ້ມີພິທີແລກປ່...
11/09/2025

ພິທີແລກປ່ຽນບົດຮຽນລະຫວ່າງສະຫະພັນກຳມະບານເມືອງ ແລະ ກຳມະບານຮາກຖານສະຫະພັນແມ່ຍິງແຂວງ
_____________
ໃນອາທິດທີຜ່ານມານີ້ມີພິທີແລກປ່ຽນບົດຮຽນລະຫວ່າງສະຫະພັນກຳມະບານເມືອງແລະກຳມະບານຮາກຖານສະຫະພັນແມ່ຍິງແຂວງ ໄດ້ຈັດຂຶ້ນຢູ່ທີຫ້ອງປະຊຸມເມືອງພູກູດ ແຂວງຊຽງຂວາງ ເປັນກຽດເຂົ້າຮ່ວມມີ ທ່ານ ຫຼ້າວັນທອງ ກອງມະນີ ຄະນະປະຈຳພັກເມືອງປະທານແນວລາວສ້າງຊາດເມືອງຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນ, ມີທ່ານ ນາງ ສາຍພູເງິນ ອຸດົມສຸກ ກຳມະການພັກແຂວງ ປະທານສະຫະພັນແມ່ຍິງແຂວງ, ມີ ທ່ານ ເພັດດວງສີ ສຸລິພົນ ກຳມະການພັກເມືອງຄະນະບໍລິຫານງານສະຫະພັນກຳມະບານແຂວງປະທານສະຫະພັນກຳມະບານເມືອງ,ມີບັນດາທິມງານຮາກຖານສະຫະພັນກຳມະບານແຂວງ, ມີສະຫະພັນກຳມະບານເມືອງພ້ອມດ້ວຍປະທານສະຫະພັນກຳມະບານອ້ອມຂ້າງເມືອງເຂົ້້າຮ່ວມ.
ໃນພິທີທັງສອງຝ່າຍໄດ້ລາຍງານໃຫ້ກັນຮັບຊາບກ່ຽວກັບສະພາບການຊີ້ນຳ-ນຳພາວຽກງານຂອງສະຫະພັນກຳມະບານເປັນຕົ້ນແມ່ນການສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ສະມາຊິກການປັບປຸງ ແລະການຂະຫຍາຍອົງການຈັດຕັ້ງສະຫະພັນກຳມະບານ,ການປົກປ້ອງສິດຜົນປະໂຫຍດຂອງແມ່ຍິງ ແລະ ເດັກນ້ອຍ, ການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແລະ ຄວາມສະເໝີພາບຍີງ-ຊາຍ, ການສ້າງສີມືແຮງງານ ແລະ ສ້າງວຽກເຮັດງານທຳໃຫ້ແກ່ສະມາຊິກ, ເປັນຕົ້ນເອື້ອຍນ້ອງແມ່ຍິງເພື່ອແກ້ໄຂຄວາມທຸກຍາກໃຫ້ແກ່ສະມາຊິກກຳມະບານພ້ອມກັນນັ້ນທັງສອງຝ່າຍໄດ້ມີການແລກປ່ຽນບົດຮຽນຢ່າງກົງໄປກົງມາບົນພື້ນຖານນ້ຳໃຈມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ເຂົ້າໃຈເຊີ່ງກັນ ແລະ ກັນ ຈາກນັ້ນທັງສອງຝ່າຍໄດ້ເຊັນບົດບັນທຶກຮ່ວມກັນ ໄດ້ຕົກລົງເປັນເອກະພາບກັນເນື້ອໃນເພື່ອເປັນບ່ອນອີງໃຫ້ແກ່ການພົວພັນຮ່ວມມືຂອງຮາກຖານກຳມະບານສະຫະພັນແມ່ຍິງແຂວງ ແລະ ສະຫະພັນກຳມະບານເມືອງໃນຕໍ່ໜ້າພ້ອມດຽວກັນນັ້ນຮາກຖານກຳມະບານສະຫະພັນແມ່ຍິງແຂວງ ໄດ້ມອບຄອມພິວເຕີຕັ້ງໂຕະ 1 ຊຸດໃຫ້ແກ່ ສະຫະພັນກຳມະບານເມືອງໃນມູນຄ່າ 15 ລ້ານກວ່າກີບ ນຳອີກ.
ພາບ+ຂ່າວ: ສະຫະພັນກຳມະບານເມືອງພູກູດ

Address

Xieng Khouang

Opening Hours

Monday 09:00 - 17:00
Tuesday 09:00 - 17:00
Wednesday 09:00 - 17:00
Thursday 09:00 - 17:00
Friday 08:00 - 16:00

Telephone

+85661312146

Website

Alerts

Be the first to know and let us send you an email when ສະຫະພັນກຳມະບານແຂວງຊຽງຂວາງ Xiengkhouang Federation of Trade Union posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Business

Send a message to ສະຫະພັນກຳມະບານແຂວງຊຽງຂວາງ Xiengkhouang Federation of Trade Union:

Share