16/12/2025
นี่คับ บ้านพี่เมืองน้องที่จริงใจ
🇱🇦🇹🇭ສປປ ລາວ ມອບເງິນ ຈຳນວນ 200,000 ໂດລາສະຫະລັດ ຊ່ວຍເຫຼືອໄພນໍ້າຖ້ວມຢູ່ພາກໃຕ້ຂອງ ຣາຊະອານາຈັກໄທ.
ຕອນເຊົ້າວັນທີ 15 ທັນວາ 2025 ທີ່ ກະຊວງການຕ່າງປະເທດ, ທ່ານ ນາງ ຟອງສະໝຸດ ອັ່ນລາວັນ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ຈິຣັດສະຍາ ພີຣານົນ ອຸປະທູດຊົ່ວຄາວ ແຫ່ງ ຣາຊະອານາຈັກໄທ ປະຈໍາ ສປປ ລາວ.
ໃນໂອກາດນີ້, ທ່ານ ຮອງລັດຖະມົນຕີ ຟອງສະໝຸດ ອັ່ນລາວັນ ໄດ້ສະແດງຄວາມຍິນດີຕ້ອນຮັບ ທ່ານ ອຸປະທູດ ແລະ ຄະນະ ພ້ອມທັງໄດ້ສະແດງຄວາມເຫັນອົກເຫັນໃຈຢ່າງສຸດຊຶ້ງ ຕໍ່ເຫດອຸທົກກະໄພນໍ້າຖ້ວມຢູ່ 9 ແຂວງພາກໃຕ້ຂອງ ຣາຊະອານາຈັກໄທ ໃນທ້າຍເດືອນພະຈິກ 2025 ທີ່ຜ່ານມາ, ຊຶ່ງໄດ້ສ້າງຄວາມເສຍຫາຍຢ່າງ ໜັກໜ່ວງຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນເປັນວົງກວ້າງ. ຕໍ່ການສູນເສຍດັ່ງກ່າວ, ສປປ ລາວ ໃນຖານະປະ ເທດເພື່ອນບ້ານໃກ້ຄຽງທີ່ມີຄວາມຜູກພັນທາງດ້ານຍາດພີ່ນ້ອງ ແລະ ເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບ ໂຕ ແລະ ການພັດທະນາແບບຍືນຍົງ.
ລັດຖະບານ ແລະ ປະຊາຊົນ ແຫ່ງ ສປປ ລາວ, ຈຶ່ງໄດ້ປະກອບສ່ວນ ຊ່ວຍເຫລືອເງິນ ຈໍານວນ 200.000 ໂດລາສະຫະລັດ ໃຫ້ແກ່ ລັດຖະບານ ແຫ່ງ ຣາຊະອານາຈັກໄທ ໂດຍສະ ເພາະ ຄອບຄົວຜູ້ທີ່ໄດ້ຮັບຜົນກະທົບຕໍ່ເຫດອຸທົກກະໄພໃນຄັ້ງນີ້.
ຕາງໜ້າຝ່າຍລາວມອບເງິນຈໍານວນດັ່ງກ່າວໂດຍ ທ່ານ ຟອງສະໝຸດ ອັ່ນລາວັນ ຮອງລັດຖະມົນຕີ, ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ຕາງໜ້າຝ່າຍໄທ ຮັບໂດຍ ທ່ານ ນາງ ຈິຣັດສະຍາ ພີຣານົນ ອຸປະທູດຊົ່ວຄາວ ແຫ່ງ ຣາຊະອານາຈັກໄທ ປະຈໍາ ສປປ ລາວ. ນອກ ຈາກນີ້, ການນໍາຂອງ ສປປ ລາວ ກໍໄດ້ສົ່ງສານສະແດງຄວາມເຫັນໃຈ ເຖິງການນໍາຂອງ ຣາຊະອານາຈັກໄທ ໃນ 3 ລະດັບ.
ໃນໂອກາດກຽວກັນ, ສອງຝ່າຍ ຍັງໄດ້ປຶກສາຫາລືກ່ຽວກັບພິທີເປີດນໍາໃຊ້ຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 (ບໍລິຄໍາໄຊ-ບຶງການ) ຢ່າງເປັນທາງການ ໃນວັນທີ 25 ທັນວາ 2025 ນີ້, ຊຶ່ງເປັນໜຶ່ງໃນໂຄງການ ຮ່ວມມືທີ່ເປັນ ສັນຍະລັກແຫ່ງມິດຕະພາບ ແລະ ການຮ່ວມມືອັນດີງາມລະຫວ່າງ ສອງປະເທດ ກໍຄື ການສະເຫລີມສະຫລອງ ວັນສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກໄທ ຄົບຮອບ 75 ປີ ໃນເດືອນ ທັນວາ 2025.
-----
© ກົມການຂ່າວ, ກະຊວງການຕ່າງປະເທດ