ລາວ Temple ເຜີຍແຜ່ຮູບພາບ ແລະ ປະຫວັດຂອງວັດລາວ ຢູ່ໃນປະເທດລາວ ເຊີ່ງເປັນຊັບສົມບັດ ອັນລ້ຳຄ່າ ຂອງຊາດລາວ ກໍ່ຄືຂອງຄົນລາວທັງຊາດ ເພື່ອໃຫ້ທົ່ວໂລກໄດ້ຮັບຮູ້

ພຣະເຈົ້າມຸງຄຸນນິມິດ ວັດດົງໝ້ຽງ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ.ພຣະພຸດທະຮູບທອງອົງນີ້ ຄວາມສູງຂອງອົງພຣະ 105 cm,- ຄວາມສູງ ຂອງ...
15/07/2025

ພຣະເຈົ້າມຸງຄຸນນິມິດ ວັດດົງໝ້ຽງ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ.
ພຣະພຸດທະຮູບທອງອົງນີ້ ຄວາມສູງຂອງອົງພຣະ 105 cm,
- ຄວາມສູງ ຂອງແທ່ນ 10 cm ລວມ ທັງໝົດ 115 cm,
- ຄວາມກວ້າງຂອງອົງພຣະ ແລະແທ່ນ 77 cm,
- ຄວາມໜາຂອງອົງພຣະ 45 cm
- ຄວາມໝາຂອງແທ່ນ 50 cm
ພຣະພຸດທະຮູບ ອົງນີ້ຫຼໍ່ດ້ວຍທອງ ສິລະປະສະໄໝຊຽງແສນ ທີ່ງົດງາມມີອາຍຸຫຼາຍ ຮ້ອຍປີ ແລະ ໄດ້ສັດສ່ວນຖືກມະຫາບຸຣຸດລັກສະນະທຸກປະການ.
- ປີ ພສ 2516 ( ຄສ 1973) ກອງທັບເຮືອຣາຊະນາວີ ແຫ່ງປະເທດໄທ ໄດ້ມີການຂະຫຍາຍ ພື້ນທີ່ທ່າເຮືອສັດຕະຫີບ ຈັງຫວັດຊົນບູຣີ ເຊິ່ງເປັນທ່າເຮືອຮົບ ຢູ່ທາງທິດຕາເວັນອອກຂອງອ່າວໄທ ຕິດກັບດິນແດນປະເທດຂະເໝນ ໄດ້ໃຊ້ລົດດຸດໄຖປັບພື້ນທີ່ບໍລິເວນນັ້ນ ໃຫ້ຮາບພຽງ ລົດໄດ້ໄປດຸດລົງທີ່ໂນນຈອມປວກແຫ່ງໜຶ່ງ ດຸດບໍ່ໄປບໍ່ມາສາຍພານລົດດຸດຂາດ ຄັນແລ້ວຄັນເລົ່າ ຜູ້ຄວບຄຸມຈຶ່ງມານຶກ ສະຫຼຽວໃຈວ່າ
“ຄົງຈະມີເຈົ້າທີ່ເຈົ້າທາງບໍ່ຢາກໃຫ້ເຮັດຢ່າງໃດຢ່າງໜຶ່ງ”
ຈຶ່ງເອີ່ຍບອກກ່າວເຈົ້າທີ່ເຈົ້າທາງເຊີງຂໍອະນຸຍາດປາກົດວ່າ ພໍກ່າວຈົບໄດ້ໃຊ້ ຄວາມພະຍາຍາມອີກເທື່ອໜຶ່ງ. ລົດດຸດກໍສາມາດແງະໄງ້ເນີນຈອມປວກ ແຫ່ງ ນັ້ນອອກມາສິ່ງທີ່ຕື່ນຕາຕົກໃຈກໍຄືລົດໄດ້ໄປຊວ້ານເອົາທ່ອນເຫຼັກໜັກໆທ່ອນໜຶ່ງຂຶ້ນມາ ຄົນງານເຫັນດັ່ງນັ້ນ ຈຶ່ງພາກັນແຫ່ມາເບິ່ງເຂ່ຍໄງ້ກ້ອນດິນທີ່ຕິດອອກປາກົດວ່າເປັນພຣະພຸດທະຮູບປາງມານວິໄຊ (ຊະນະມານ).
ຄໍ່າຄືນວັນນັ້ນທາງການທະຫານໄດ້ອັງເຊີນອົງພຣະພຸດທະຮູບໄປ ປະດິດສະຖານສາລາກາງແຈ້ງ ເປີດໂອກາດໃຫ້ປະຊາຊົນແຖບນັ້ນມາສັກກາຣະບູຊາສິ່ງປາກົດຕາມມາກໍຄື ມີວິນຍານລຶກລັບມະຫັດສະຈັນ ໄປເຂົ້າສິງໃຫ້ທະຫານຊ່າງຂັບລົດແທກເຕີ ຄົນນັ້ນອອກປາກເວົ້າວ່າ :
“ເມື່ອເອົາກູຂຶ້ນມາແລ້ວ ໃຫ້ເອົາກູໄປໄວ້ເມືອງລາວພຸ້ນ ທີ່ນີ້ບໍ່ແມ່ນບ່ອນກູຢູ່ ຖ້າສູບໍ່ປະຕິບັດຕາມຄໍາກູສັ່ງນີ້ພວກສູຈະມີອັນເປັນໄປ”
ຕື່ນເຊົ້າຂອງວັນໃໝ່ທັງທະຫານ ແລະປະຊາຊົນທັງແປດຄົນ ກໍພາກັນມາແກ້ຄວາມຝັນຢ່າງດຽວກັນ ມີຂໍ້ຄວາມເໝືອນກັນ ຄໍາເວົ້າທີ່ອອກປາກຈາກໂຊເຟີທີ່ຖືກວິນຍານລຶກລັບສູນເຂົ້າຊົງນັ້ນເໝືອນກັນ. ເໝືອນຟ້າປະກາສິດອໍານາດລຶກລັບເບື້ອງບົນສັ່ງ
ຖ້າບໍ່ປະຕິບັດຕາມກໍຢ້ານຈະຈິບຫາຍວິນາດ ເປັນໄປຕາມອໍານາດຄໍາທີ່ສາບແຊ່ງໄວ້ ຮ້ອນເຖິງກົມສິລະປະກອນ ແລະລັດຖະບານໄທ ຈຶ່ງຕິດຕໍ່ ຂໍມອບພຣະພຸດທະຮູບທອງອົງນີ້ໃຫ້ແກ່ ລາວໂດຍຜ່ານທາງສະຖານເອກອັກຄະລັດຖະທູດລາວ ປະຈໍາປະເທດໄທ ເຊິ່ງມີ ທ່ານແກ້ວ ວິພາກອນ ເອກອັກຄະຣາຊະທູດລາວ ໄປຈໍາປະເທດໄທ ໃນຄັ້ງນັ້ນ ເປັນຜູ້ຮັບມອບ ແລະ ດ້ແຫ່ມາປະດິດສະຖານໄວ້ໃນສິມຂອງວັດສີຄູນວຽງ ( ດົງຫມ້ຽງ ) ແລະມີການສະເຫຼີມສະຫຼອງສົມໂພດ 3 ຄືນ 3 ວັນ ເປີດໂອກາດໃຫ້ພຸດທະສາສະນິກະຊົນມາສັກກາຣະບູຊາ
ມອບເຄນພຣະພຸດທະຮູບອົງນີ້ແກ່ ສົມເດັດພຣະສັງຄະຣາຊ ປະມຸກສົງລາວ ໃນປາງນັ້ນຮັບໄວ້ເປັນປູຊະນີຍະວັດຖຸສິ່ງສັກກາຣະໃນພຣະພຸດທະສາສະໜາ ເປັນມໍລະດົກຂອງພຸດທະສາສະນິກະຊົນລາວສືບຕໍ່ໄປ.
ການໄດ້ອົງພຣະພຸດທະຮູບທອງສໍາຣີດອົງນີ້ມາໂດຍທາງນິມິດບັງເອີນແນວນີ້ ທີ່ປະຊຸມສົງອັນມີອົງສົມເດັດ ພຣະສັງຄະຣາຊ ເປັນປະທານ ທີ່ພັດທະສິມາ ວັດສີຄູນວຽງ (ດົງໝ້ຽງ) ໄດ້ພ້ອມກັນຕັ້ງຊື່ພຣະພຸດທະຮູບອົງນີ້ວ່າ “ພຣະເຈົ້າມຸງຄຸນນິມິດ” ມອບໃຫ້ເປັນ ສົມບັດຂອງວັດສີຄູນວຽງດົງໝ້ຽງນັບແຕ່ບັດນັ້ນມາ.
ຂໍ້ມູນຈາກປຶ້ມ “ເປີດປະຕູສູ່ວັດສີຄູນວຽງ” ໂດຍ : ອາຈາຍຣຍ໌ ບຸນທະວີ ກົມພະພັນ‎
ນໍາສະເໜີໂດຍ : ລາວTemple

#ນີ້ເເຫຼະບ້ານຂ້ອຍ
#ນິທັດສະການຮູບພາບວັດລາວ
#ປະເທດລາວ
#ປີທ່ອງທ່ຽວລາວ
#ຝາກກົດຕິດຕາມ


#ລາວໂທລະຄົມໂທລະຄົມຂອງຄົນລາວເພື່ອສັງຄົມລາວ
**ຮ່ວມອະນຸລັກ ຮັກສາ ຮີດຄອງ ປະເພນີ ສີລະປະ ວັດທະນະທັມ ພຸດທະສະຖານ ແຫ່ງຄວາມເປັນລາວ ໂດຍ :ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ

ພຣະປະທານ ວັດພະໃຊຍເສດຖາທິຣາຊ ເມືອງ ສີສັດຕະນາກ ນະຄອນຫຼວງວຽງຈັນນໍາສະເໜີໂດຍ :  ລາວTemple  #ນີ້ເເຫຼະບ້ານຂ້ອຍ #ນິທັດສະການຮູບພາ...
15/07/2025

ພຣະປະທານ ວັດພະໃຊຍເສດຖາທິຣາຊ ເມືອງ ສີສັດຕະນາກ ນະຄອນຫຼວງວຽງຈັນ
ນໍາສະເໜີໂດຍ : ລາວTemple

#ນີ້ເເຫຼະບ້ານຂ້ອຍ
#ນິທັດສະການຮູບພາບວັດລາວ
#ປະເທດລາວ
#ປີທ່ອງທ່ຽວລາວ
#ຝາກກົດຕິດຕາມ


#ລາວໂທລະຄົມໂທລະຄົມຂອງຄົນລາວເພື່ອສັງຄົມລາວ
**ຮ່ວມອະນຸລັກ ຮັກສາ ຮີດຄອງ ປະເພນີ ສີລະປະ ວັດທະນະທັມ ພຸດທະສະຖານ ແຫ່ງຄວາມເປັນລາວ ໂດຍ :ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ

ພຣະພຸດທະຮູບເກົ່າທີ່ ວັດດອນແກ້ວ ພະຣາມໄຊ ບ້ານດອນເກີດ ເມືອງ ຫາດຊາຍຟອງ ນະຄອນຫຼວງວຽງຈັນນໍາສະເໜີໂດຍ :  ລາວTemple  #ນີ້ເເຫຼະບ້າ...
15/07/2025

ພຣະພຸດທະຮູບເກົ່າທີ່ ວັດດອນແກ້ວ ພະຣາມໄຊ ບ້ານດອນເກີດ ເມືອງ ຫາດຊາຍຟອງ ນະຄອນຫຼວງວຽງຈັນ
ນໍາສະເໜີໂດຍ : ລາວTemple

#ນີ້ເເຫຼະບ້ານຂ້ອຍ
#ນິທັດສະການຮູບພາບວັດລາວ
#ປະເທດລາວ
#ປີທ່ອງທ່ຽວລາວ
#ຝາກກົດຕິດຕາມ


#ລາວໂທລະຄົມໂທລະຄົມຂອງຄົນລາວເພື່ອສັງຄົມລາວ
**ຮ່ວມອະນຸລັກ ຮັກສາ ຮີດຄອງ ປະເພນີ ສີລະປະ ວັດທະນະທັມ ພຸດທະສະຖານ ແຫ່ງຄວາມເປັນລາວ ໂດຍ :ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ

ຮາງສົງພຣະ ວັດສີສຸນັນທະຣາມ(ວັດກາງ ຫຼິ່ງຊັນ) ເມືອງ ທຸລະຄົມ ແຂວງ ວຽງຈັນ​Cr : phonexay​ sithixayນໍາສະເໜີໂດຍ :  ລາວTemple   #...
15/07/2025

ຮາງສົງພຣະ ວັດສີສຸນັນທະຣາມ(ວັດກາງ ຫຼິ່ງຊັນ) ເມືອງ ທຸລະຄົມ ແຂວງ ວຽງຈັນ​
Cr : phonexay​ sithixay
ນໍາສະເໜີໂດຍ : ລາວTemple



#ນີ້ເເຫຼະບ້ານຂ້ອຍ
#ນິທັດສະການຮູບພາບວັດລາວ
#ປະເທດລາວ
#ປີທ່ອງທ່ຽວລາວ

ພຣະພຸດທະຮູບເກົ່າອີກອົງໜຶ່ງໃນສິມ ວັດ ໄຕໃຫຍ່ ຂັນທະຣາມ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ ນໍາສະເໜີໂດຍ :  ລາວTemple  #ນີ້ເເຫຼະ...
14/07/2025

ພຣະພຸດທະຮູບເກົ່າອີກອົງໜຶ່ງໃນສິມ ວັດ ໄຕໃຫຍ່ ຂັນທະຣາມ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ
ນໍາສະເໜີໂດຍ : ລາວTemple

#ນີ້ເເຫຼະບ້ານຂ້ອຍ
#ນິທັດສະການຮູບພາບວັດລາວ
#ປະເທດລາວ
#ປີທ່ອງທ່ຽວລາວ
#ຝາກກົດຕິດຕາມແນເດີ

14/07/2025

ການຖ່າຍຮູບພາບແຕ້ມຢູ່ທີ່ວັດສີສະເກດ ດວ້ຍກ້ອງ QTVR ປີ 2008
Cr : Alan Potkin
ນໍາສະເໜີໂດຍ : ລາວTemple

#ນີ້ເເຫຼະບ້ານຂ້ອຍ
#ນິທັດສະການຮູບພາບວັດລາວ
#ປະເທດລາວ
#ປີທ່ອງທ່ຽວລາວ
#ຝາກກົດຕິດຕາມແນເດີ

ນີ້ແມ່ນພຣະພຸດທະຮູບແຕກຫັກໃນສະໃໝປາງສົງຄາມຮຸກຮານລາວ ແຕ່ປີ ຄ.ສ 1286 – 1828 ນໍາມາຈາກວັດຕ່າງໆທົ່ວນະຄອນຫຼວງວຽງຈັນມາເກັບໄວ້ທີ່ ວ...
14/07/2025

ນີ້ແມ່ນພຣະພຸດທະຮູບແຕກຫັກໃນສະໃໝປາງສົງຄາມຮຸກຮານລາວ ແຕ່ປີ ຄ.ສ 1286 – 1828 ນໍາມາຈາກວັດຕ່າງໆທົ່ວນະຄອນຫຼວງວຽງຈັນມາເກັບໄວ້ທີ່ ວັດສີສະເກດ “ສະຕະສະຫັສສາຣາມ” ມີຈໍານວນທັງໝົດ 996 ສີ້ນ, ພຣະພຸດທະຮູບເຫຼົ່ານີ້ສວ່ນຫຼາຍເຮັດດວ້ຍທອງສໍາລິດ.
ນໍາສະເໜີໂດຍ : ລາວTemple

#ນີ້ເເຫຼະບ້ານຂ້ອຍ
#ນິທັດສະການຮູບພາບວັດລາວ
#ປະເທດລາວ
#ປີທ່ອງທ່ຽວລາວ
#ຝາກກົດຕິດຕາມ


#ລາວໂທລະຄົມໂທລະຄົມຂອງຄົນລາວເພື່ອສັງຄົມລາວ
**ຮ່ວມອະນຸລັກ ຮັກສາ ຮີດຄອງ ປະເພນີ ສີລະປະ ວັດທະນະທັມ ພຸດທະສະຖານ ແຫ່ງຄວາມເປັນລາວ ໂດຍ :ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ

14/07/2025

ຕີກອງຫຼວງ ສະບັບຫຼວງພຣະບາງ
ນໍາສະເໜີໂດຍ : ລາວTemple

#ນີ້ເເຫຼະບ້ານຂ້ອຍ
#ນິທັດສະການຮູບພາບວັດລາວ
#ປະເທດລາວ
#ປີທ່ອງທ່ຽວລາວ
#ຝາກກົດຕິດຕາມ


#ລາວໂທລະຄົມໂທລະຄົມຂອງຄົນລາວເພື່ອສັງຄົມລາວ
**ຮ່ວມອະນຸລັກ ຮັກສາ ຮີດຄອງ ປະເພນີ ສີລະປະ ວັດທະນະທັມ ພຸດທະສະຖານ ແຫ່ງຄວາມເປັນລາວ ໂດຍ :ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ

14/07/2025

ວັດປ່າພະບາດພູເຂົາຄວາຍ ເເຂວງ ວຽງຈັນ
ນໍາສະເໜີໂດຍ : ລາວTemple

#ນີ້ເເຫຼະບ້ານຂ້ອຍ
#ນິທັດສະການຮູບພາບວັດລາວ
#ປະເທດລາວ
#ປີທ່ອງທ່ຽວລາວ
#ຝາກກົດຕິດຕາມ


#ລາວໂທລະຄົມໂທລະຄົມຂອງຄົນລາວເພື່ອສັງຄົມລາວ
**ຮ່ວມອະນຸລັກ ຮັກສາ ຮີດຄອງ ປະເພນີ ສີລະປະ ວັດທະນະທັມ ພຸດທະສະຖານ ແຫ່ງຄວາມເປັນລາວ ໂດຍ :ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ

13/07/2025

ໃນສະໄໝພຣະເຈົ້າໄຊຍະເສດຖາ ໃນການສ້າງພຣະທາຕຸມີທັງໝົດ 8 ແບບ ໃນການສ້າງພຣະທາຕຸ ໜຶ່ງໃນນັ້ນກໍ່ແມ່ນແບບທາຕຸບົວງອນ ຫຼື ເອີ້ນອີກຊື່ໜຶ່ງວ່າ ພຣະທາຕຸເຄົ່າພົມ ທີ່ວັດ ອີນແປງ ມະຫາວິຫາຣ ນະຄອນຫຼວງວຽງຈັນ
ສໍາພາດ : ພຣະອາຈານ ບຸນທະວີ ວິໄລຈັກຣ໌

13/07/2025

ສິມເກົ່າຫຼັງທີສອງຂອງ ວັດອູບມູງ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ ກ່ອນການທູບມ້າງ ແລະ ສ້າງສິມໄໝ່
Cr : Alan Potkin
ນໍາສະເໜີໂດຍ : ລາວTemple

#ນີ້ເເຫຼະບ້ານຂ້ອຍ
#ນິທັດສະການຮູບພາບວັດລາວ
#ປະເທດລາວ
#ປີທ່ອງທ່ຽວລາວ
#ຝາກກົດຕິດຕາມແນເດີ

ที่อยู่

Amphoe Tha Bo

เว็บไซต์

http://youtube.com/channel/UCF91-zmLEcr0QwvOI4vnFjA, http://youtube

แจ้งเตือน

รับทราบข่าวสารและโปรโมชั่นของ ລາວ Templeผ่านทางอีเมล์ของคุณ เราจะเก็บข้อมูลของคุณเป็นความลับ คุณสามารถกดยกเลิกการติดตามได้ตลอดเวลา

แชร์