27/08/2026
ພາບຄວາມຄວາມເສຍຫາຍຈາກນໍ້າປ່າຖະຫຼົ່ມຊາຍແດນເນປານ-ທິເບດ ສົ່ງຜົນໃຫ້ມີຜູ້ສູນຫາຍຫຼາຍກວ່າ 300 ຄົນ
ສຳນັກຂ່າວຕ່າງປະເທດລາຍງານວ່າ: ວັນທີ 26 ສິງຫາ 2026, ໄດ້ເກີດເຫດການໄພທຳມະຊາດຮ້າຍແຮງຢູ່ບໍລິເວນຊາຍແດນລະຫວ່າງ ປະເທດເນປານ ແລະ ເຂດປົກຄອງຕົນເອງທິເບດ (ສປ ຈີນ) ເມື່ອເກີດແຜ່ນດິນໄຫວຂະໜາດ 4.4 ຣິກເຕີ ສົ່ງຜົນໃຫ້ດິນເຈື່ອນຕັນທາງເດີນນໍ້າ ແລະ ແຕກອອກກາຍເປັນມວນນໍ້າປ່າມະຫາສານ ໄຫຼຖະຫຼົ່ມເຂົ້າທຳລາຍພື້ນທີ່ຊຸມຊົນ ແລະ ໂຄງການກໍ່ສ້າງເຂື່ອນໄຟຟ້າ ເຮັດໃຫ້ມີນັກທ່ອງທ່ຽວ ແລະ ປະຊາຊົນສູນຫາຍຢ່າງໜ້ອຍ 384 ຄົນ.
ອີງຕາມການລາຍງານ ແລະ ພາບເຫດການຕົວຈິງ ລະບຸວ່າ ຕົ້ນເຫດຂອງໄພພິບັດຄັ້ງນີ້ ເກີດຈາກແຜ່ນດິນໄຫວເມື່ອເວລາ 08:37 ໂມງ (ຕາມເວລາທ້ອງຖິ່ນ) ເຊິ່ງແຮງສັ່ນສະເທືອນໄດ້ເຮັດໃຫ້ດິນເຈື່ອນລົງມາປິດກັ້ນແມ່ນໍ້າ ໂພເຕໂກສີ (Bhote Koshi) ຈົນກາຍເປັນເຂື່ອນທຳມະຊາດ. ເມື່ອປະລິມານນໍ້າສະສົມຫຼາຍຂຶ້ນຈົນເກີນຂີດຈຳກັດ ຈຶ່ງໄດ້ຊຸກດັນດິນທີ່ກັ້ນໄວ້ແຕກອອກ ແລະ ກາຍເປັນມວນນໍ້າປ່າມະຫາສານໄຫຼບ່າລົງຈາກເທືອກເຂົາຫິມະໄລ ຖະຫຼົ່ມເຂົ້າສູ່ພື້ນທີ່ຊຸມຊົນບໍລິເວນຕີນເຂົາຢ່າງວ່ອງໄວຈົນປະຊາຊົນບໍ່ສາມາດອົບພະຍົບໄດ້ທັນ.
ໜຶ່ງໃນຈຸດທີ່ໄດ້ຮັບຜົນກະທົບໜັກໜ່ວງທີ່ສຸດແມ່ນ ໂຄງການກໍ່ສ້າງໂຮງໄຟຟ້າພະລັງງານນໍ້າ (Langtang Koshi) ໃນເຂດເທດສະບານ ຣາຊູວາ (Rasuwa) ເຊິ່ງຕັ້ງຢູ່ຕິດຊາຍແດນຈີນ. ກະແສນໍ້າໄດ້ພັດຖະຫຼົ່ມເຂົ້າອຸໂມງໃຕ້ດິນ ເຮັດໃຫ້ຄົນງານກວ່າ 60 ຄົນທີ່ກຳລັງປະຕິບັດໜ້າທີ່ເທເບຕົງຢູ່ພາຍໃນສູນຫາຍໃນທັນທີ. ນອກຈາກນີ້, ຍັງມີລາຍງານຜູ້ປະສົບໄພ ແລະ ສູນຫາຍລວມທັງໝົດເຖິງ 384 ຄົນ, ໃນນັ້ນແບ່ງເປັນນັກທ່ອງທ່ຽວຕ່າງຊາດ 291 ຄົນ ແລະ ຊາວເນປານ 93 ຄົນ. ໂຄງສ້າງພື້ນຖານ ເຊັ່ນ: ຂົວ ແລະ ເຮືອນຊານບ້ານຊ່ອງ ໄດ້ຮັບຄວາມເສຍຫາຍຢ່າງໜັກໜ່ວງ ພ້ອມທັງມີຄວາມກັງວົນວ່າອາດຈະສົ່ງຜົນກະທົບຕໍ່ລະບົບການຜະລິດກະແສໄຟຟ້າ ແລະ ການຊົມໃຊ້ນໍ້າໃນຫຼາຍພື້ນທີ່.
ປັດຈຸບັນ, ທາງການເນປານໄດ້ລະດົມກຳລັງທະຫານ ແລະ ຕຳຫຼວດ ລົງພື້ນທີ່ອົບພະຍົບປະຊາຊົນ ແລະ ຊ່ວຍເຫຼືອຢ່າງຮີບດ່ວນ ແຕ່ການນຳໃຊ້ເຮລິຄັອບເຕີຍັງພົບອຸປະສັກເນື່ອງຈາກລະດັບນໍ້າຍັງຄົງສູງຢູ່. ໃນຂະນະດຽວກັນ, ທາງດ້ານ ສປ ຈີນ, ປະທານປະເທດ ສີ ຈິ້ນຜິງ ໄດ້ອອກຄຳສັ່ງຍົກລະດັບການເຕືອນໄພລ່ວງໜ້າ ແລະ ໃຫ້ເລັ່ງຄົ້ນຫາຜູ້ສູນຫາຍໃນເຂດທິເບດຢ່າງເຕັມກຳລັງ ເພື່ອປ້ອງກັນໄພພິບັດຊໍ້າຊ້ອນ. ເຫດການນີ້ຖືເປັນໄພທຳມະຊາດທີ່ຮ້າຍແຮງ ແລະ ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍ ເຊິ່ງພາກສ່ວນທີ່ກ່ຽວຂ້ອງຂອງທັງສອງປະເທດພວມເລັ່ງປະເມີນສະຖານະການ ແລະ ໃຫ້ການຊ່ວຍເຫຼືອຢ່າງສຸດຄວາມສາມາດ.
“