18/10/2025
ເຫດໄຟໄໝ້ລະດັບ 3 ທີ່ຕຶກ China Building ຍ່ານເຊັນທຣັນ, ປະເທດຮ່ອງກົງ | ໄຟໄໝ້ນານກວ່າ 1 ຊົ່ວໂມງ ຈຶ່ງສາມາດຄວບຄຸມໄດ້
--------
ລາຍງານເມື່ອວັນທີ 18 ຕຸລາ 2025
ເວລາ 16:24 ໂມງ: ໄດ້ເກີດເຫດໄຟໄໝ້ຂຶ້ນທີ່ຕຶກ China Building ເລກທີ 34-37 ຖະໜົນ Connaught Road Central ຍ່ານເຊັນທຣັນ, ປະເທດຮ່ອງກົງ.
ຈຸດເກີດເຫດແມ່ນ ໄຟໄດ້ລຸກໄໝ້ຢູ່ບໍລິເວນໂຄງນັ່ງຮ້ານໄມ້ໄຜ່ ດ້ານຫຼັງຂອງອາຄານ, ເຮັດໃຫ້ມີຄວັນດຳພຸ່ງຂຶ້ນສູ່ທ້ອງຟ້າ ມີລາຍງານວ່າໄດ້ຍິນສຽງລະເບີດຢ່າງໜ້ອຍ 3 ຄັ້ງ ເຫດເພີງໄໝ້ໄດ້ຖືກຍົກລະດັບເປັນໄຟລະດັບ 3 ໃນເວລາ 16:36 ໂມງ (ເຊິ່ງເປັນການຍົກລະດັບຄວາມຮຸນແຮງທີ່ຕ້ອງໃຊ້ຊັບພະຍາກອນຫຼາຍຂຶ້ນ). ມີຜູ້ຊາຍ 3 ຄົນ ຕິດຢູ່ໃນລິຟ. ໜ່ວຍດັບເພີງໄດ້ສົ່ງທີມກູ້ໄພພ້ອມອຸປະກອນປ້ອງກັນຄວັນ 3 ທີມ ເຂົ້າຊ່ວຍເຫຼືອ ແລະ ໃຊ້ສາຍສີດນ້ຳ 2 ເສັ້ນ ເພື່ອຄວບຄຸມເພີງ ເຈົ້າໜ້າທີ່ສາມາດ ຄວບຄຸມເພີງໄດ້ ໃນເວລາ 17:46 ໂມງ (ລວມໄລຍະເວລາໄຟລຸກໄໝ້ປະມານ 1 ຊົ່ວໂມງ 20 ນາທີ).
ຜູ້ໄດ້ຮັບບາດເຈັບທັງໝົດມີ 4 ຄົນ. ທັງໝົດມີອາການຮູ້ສຶກບໍ່ສະບາຍຫຼັງໄດ້ຮັບການຊ່ວຍເຫຼືອ, ແຕ່ຍັງຮູ້ສຶກໂຕດີ ໜຶ່ງໃນຜູ້ທີ່ໄດ້ຮັບການຊ່ວຍເຫຼືອຄົນທຳອິດ ສູດດົມເອົາຄວັນໄຟຈົນໝົດສະຕິໃນຕອນຕົ້ນ, ແຕ່ສາມາດຟື້ນຄືນສະຕິໄດ້ໃນເວລາຕໍ່ມາ.
ສາເຫດຂອງການເກີດເພີງໄໝ້ ຍັງບໍ່ທັນຖືກລະບຸເທື່ອ, ຢູ່ລະຫວ່າງການລໍຖ້າຜົນການສືບສວນຢ່າງເປັນທາງການ.
--------
ເບິ່ງລາຍລະອຽດຂອງຂ່າວກົດເຂົ້າລິ້ງນີ້ເລີຍ :
เพื่อดูรายละเอียดของข่าวกดลิงค์นี้เลย :
https://www.youtube.com//videos