Lokmai ข้อมูลการติดต่อ, แผนที่และเส้นทาง,แบบฟอร์มการติดต่อ,เวลาเปิดและปิด, การบริการ,การให้คะแนนความพอใจในการบริการ,รูปภาพทั้งหมด,วิดีโอทั้งหมดและข่าวสารจาก Lokmai, บริษัทด้านสื่อ/ข่าวสาร, หนองคาย, Nong Khai.
(1)

ໂອຍ! ຊິໃຫ້ແລ້ວພິທີກ່ອນກໍບໍ່ໄດ້ນໍ!
29/08/2026

ໂອຍ! ຊິໃຫ້ແລ້ວພິທີກ່ອນກໍບໍ່ໄດ້ນໍ!

ປກສ ເມືອງສາລະວັນ ນຳຕົວໄວໜຸ່ມ 5 ຄົນ ມົ້ວສຸ ມດື່ ມນ້ຳກະທ້ອມມາເຮັດບົດບັນທຶກສຶກສາອົບຮົມ  ຂ່າວ ປກສ ແຂວງສາລະວັນລາຍງານວ່າ: ວັນທ...
29/08/2026

ປກສ ເມືອງສາລະວັນ ນຳຕົວໄວໜຸ່ມ 5 ຄົນ ມົ້ວສຸ ມດື່ ມນ້ຳກະທ້ອມມາເຮັດບົດບັນທຶກສຶກສາອົບຮົມ

ຂ່າວ ປກສ ແຂວງສາລະວັນລາຍງານວ່າ: ວັນທີ 28 ສິງຫາ 2026 ນີ້ ຢູ່ທີ່ສະໂມສອນ ຫ້ອງການຕາແສງ ບ້ານແບ່ງອຸດົມ ກອງບັນຊາການ ປກສ ເມືອງສາລະວັນ ແຂວງສາລະວັນ ໄດ້ມີການສຶກສາອົບຮົມກຸ່ມມົ້ວສຸມດື່ມນ້ຳກະທ້ອມ 5 ຄົນ, ຢູ່ບ້ານແບ່ງອຸດົມ ເມືອງ ແລະ ແຂວງສາລະວັນ ໂດຍການເຂົ້າຮ່ວມ ຂອງ ທ່ານ ພັຕ ດອນເດດ ລັດມະນີໄພ ຮອງຫົວໜ້າພະແນກຕຳຫຼວດ ກອງບັນຊາການປ້ອງກັນຄວາມສະຫງົບເມືອງສາລະວັນ. ທ່ານ ພັຕ ດວງໃຈ ເກດຕະວົງ ຮອງຫົວໜ້າໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ກອງບັນຊາການປ້ອງກັນຄວາມສະຫງົບເມືອງ, ທ່ານ ໄຊຊະນະ ຄຳແກ້ວ ຮອງຫົວໜ້າຕາແສງ ບ້ານແບ່ງອຸດົມ, ມີບັນດາໜ່ວຍງານທີ່ກ່ຽວຂ້ອງ, ການຈັດຕັ້ງບ້ານ, ພໍ່ແມ່ຜູ້ປົກ ຄອງ ແລະ ຊາວໜຸ່ມ-ໄວໜຸ່ມທີ່ຖືກສຶກສາອົບຮົມເຂົ້າຮ່ວມ.

ທ່ານ ພັຕ ດວງໃຈ ເກດຕະວົງ ຮອງຫົວໜ້າໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ກອງບັນຊາການ ປກສ ເມືອງ ໄດ້ອະທິບາຍກ່ຽວ ກົດໝາຍວ່າດ້ວຍຢາເສບຕິດ, ສິດ ແລະ ພັນທະຂອງພົນລະເມືອງລາວ ປາກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມລາວ,ການຍົກສູງຄວາມຮູ້, ຄວາມເຂົ້າໃຈ ຕໍ່ການກະທຳສິ່ງທີ່ຜິດ ແລະ ໃຫ້ຫ່າງໄກຈາກສິ່ງເສບຕິດ ບໍ່ໃຫ້ຕົກເປັນທາດຂອງສິ່ງເສບຕິດ ແລະ ໃຫ້ເປັນພົນລະເມືອງທີ່ດີຂອງຄອບຄົວ, ຂອງສັງຄົມລາວ.

ພາຍຫຼັງສຳເລັດການສຶກສາອົບຮົມ ກໍຍັງໄດ້ເຮັດບົດບັນທຶກຕໍ່ກັບບັນດາບຸກຄົນຢູ່ໃນກຸ່ມເປົ້າໝາຍຕື່ມອີກ, ຖ້າຫາກພວກກ່ຽວບໍ່ຢຸດເຊົາ, ຍັງໄປຫຍຸ້ງກ່ຽວກັບສິ່ງເສບຕິດຄືເກົ່າ ແມ່ນຈະໄດ້ປະຕິບັດຕາມລະບຽບກົດໝາຍຢ່າງເຂັ້ມງວດ.

ລົດຈັກຕຳຄົນຍ່າງ ຈາກນັ້ນລົດໃຫຍ່ຢ ຽບຊໍ້າແລ້ວໜີ ເສຍຊີ ວິດ 2 ຄົນ     ວັນທີ 28 ສິງຫາ 2026 ເວລາ  23:10 ນາທີ ມີລົດຕຳຄົນຍ່າງແລ້ວ...
29/08/2026

ລົດຈັກຕຳຄົນຍ່າງ ຈາກນັ້ນລົດໃຫຍ່ຢ ຽບຊໍ້າແລ້ວໜີ ເສຍຊີ ວິດ 2 ຄົນ

ວັນທີ 28 ສິງຫາ 2026 ເວລາ 23:10 ນາທີ ມີລົດຕຳຄົນຍ່າງແລ້ວມີລົດໃຫຍ່ຢຽບຊໍ້າແລ້ວໜີ ເສຍຊີວິດ 2 ຄົນ ບ້ານເລົ່າຄາ ເມືອງ ຫີນບູນ ແຂວງ ຄຳມ່ວນ.
- ຜູ້ທີ 1 ເພດຊາຍອາຍຸ 40ປາຍປີ ( ສົບຝາກໂຮງເຢັນໂຮງໝໍແຂວງຄຳມ່ວນ )
- ຜູ້ທີ 2 ເພດຊາຍເດັກນ້ອຍອາຍຸ 12-13ປີ ກະທົບຫົວຄໍຫັກ ( ບ້ານໂພນສູງ, ເມືອງຫີນບູນ, ແຂວງຄຳມ່ວນ )

Cr. ກູ້ໄພແຂວງຄຳມ່ວນ

ບໍ່ປ່ອຍໄວ້ດົນ!  ເຈົ້າໜ້າທີ່ສະເພາະກິດເມືອງສີໂຄດຕະບອງ ນວ ເລີ່ມທະຍອຍເກັບກູ້ເອົາລົດສະກຸດເຕີໄຟຟ້າສະແກນ👇🏻👇🏻 ເນື່ອງຈາກລົດດັ່ງກ່...
28/08/2026

ບໍ່ປ່ອຍໄວ້ດົນ! ເຈົ້າໜ້າທີ່ສະເພາະກິດເມືອງສີໂຄດຕະບອງ ນວ ເລີ່ມທະຍອຍເກັບກູ້ເອົາລົດສະກຸດເຕີໄຟຟ້າສະແກນ👇🏻👇🏻 ເນື່ອງຈາກລົດດັ່ງກ່າວຈອດບໍ່ເປັນລະບຽບ ແລະ ຍັງບໍ່ໄດ້ຮັບອະນຸຍາດຢ່າງຖືກຕ້ອງຄົບຖ້ວນ. ສະນັ້ນ, ຈຶ່ງຕ້ອງໄດ້ເກັບໄປຮັກສາໄວ້ກ່ອນ.

🇹🇭ໄຟໄໝ້ຕະລາດຄອງຖົມເຊັນເຕີ ເຂດປ້ອມປຣາບສັດຕຣູພ່າຍ ກຸງເທບປະເທດໄທ ເມື່ອເວລາ 20:42 ໂມງ ວັນທີ 28 ສິງຫາ 2026 ເກີດເຫດໄຟໄໝ້ພາຍໃນຄ...
28/08/2026

🇹🇭ໄຟໄໝ້ຕະລາດຄອງຖົມເຊັນເຕີ ເຂດປ້ອມປຣາບສັດຕຣູພ່າຍ ກຸງເທບປະເທດໄທ

ເມື່ອເວລາ 20:42 ໂມງ ວັນທີ 28 ສິງຫາ 2026 ເກີດເຫດໄຟໄໝ້ພາຍໃນຄອງຖົມເຊັນເຕີ ຖະໜົນວໍລະຈັກ ແຂວງປ້ອມປຣາບ ເຂດປ້ອມປຣາບສັດຕຣູພ່າຍ.

ເຈົ້າໜ້າທີ່ສະຖານີດັບເພີງຫຼາຍໜ່ວຍງານກຳລັງຊ່ວຍກັນຜະເຊີນໄຟແຮງຢູ່.

ວຸ້ນຢູ່ສະຖານີລົດໄຟ! ຍາດຜູ້ໂດຍສານກັນ ຄລິບ👇👇
28/08/2026

ວຸ້ນຢູ່ສະຖານີລົດໄຟ! ຍາດຜູ້ໂດຍສານກັນ ຄລິບ👇👇

ລົດປີ້ນສາຍທາງເລກ9ບ້ານອາໄລໃຫຍ່
28/08/2026

ລົດປີ້ນສາຍທາງເລກ9ບ້ານອາໄລໃຫຍ່

ຄັ້ງປະຫວັດສາດທີ່ມີຍົນມາລົງຈອດຢູ່ແກ້ງກອກຈຳພອນ.ປ້າພິດສະໄຫມໄຊຍະເສນ
28/08/2026

ຄັ້ງປະຫວັດສາດທີ່ມີຍົນມາລົງຈອດຢູ່ແກ້ງກອກຈຳພອນ.ປ້າພິດສະໄຫມໄຊຍະເສນ

ລະບຽບໃໝ່ສຳລັບນັກຮຽນປະຖົມ-ມັດທະຍົມ ຫ້າມນັກຮຽນ ອາຍຸຕໍ່າກວ່າ 15 ປີຂັບຂີ່ລົດຈັກ ຫຼື ລົດຈັກໄຟຟ້າ ແລະ ອາຍຸຕໍ່າກວ່າ 18 ປີ ບໍ່ໃຫ...
28/08/2026

ລະບຽບໃໝ່ສຳລັບນັກຮຽນປະຖົມ-ມັດທະຍົມ ຫ້າມນັກຮຽນ ອາຍຸຕໍ່າກວ່າ 15 ປີຂັບຂີ່ລົດຈັກ ຫຼື ລົດຈັກໄຟຟ້າ ແລະ ອາຍຸຕໍ່າກວ່າ 18 ປີ ບໍ່ໃຫ້ຂັບຂີ່ລົດໃຫຍ່ມາໂຮງຮຽນ (ຕາມກົດຈະລາຈອນ)

ວ່າຈັ່ງໃດ ສາຍລວຍ ພີ່ນ້ອງ ອອກລິງ ຕະຫຼອດປີ
28/08/2026

ວ່າຈັ່ງໃດ ສາຍລວຍ ພີ່ນ້ອງ ອອກລິງ ຕະຫຼອດປີ

ที่อยู่

หนองคาย
Nong Khai
0000

เว็บไซต์

แจ้งเตือน

รับทราบข่าวสารและโปรโมชั่นของ Lokmaiผ่านทางอีเมล์ของคุณ เราจะเก็บข้อมูลของคุณเป็นความลับ คุณสามารถกดยกเลิกการติดตามได้ตลอดเวลา

ทางลัด

แชร์