BM Luky ການສື່ສານ

ສົດໆຮ້ອນໆ! ໄຟໄໝ້ ເຮືອນປະຊາຊົນ ບ້ານສາຍລົມ, ຕາແສງວັດທາດ, ນະຄອນ ຫລວງພຣະບາງ, ແຂວງຫລວງພຣະບາງປະທານ 15:50 ວັນທີ 6 ສິງຫາ 2026.ລາ...
06/08/2026

ສົດໆຮ້ອນໆ! ໄຟໄໝ້ ເຮືອນປະຊາຊົນ ບ້ານສາຍລົມ, ຕາແສງວັດທາດ, ນະຄອນ ຫລວງພຣະບາງ, ແຂວງຫລວງພຣະບາງ

ປະທານ 15:50 ວັນທີ 6 ສິງຫາ 2026.

ລາຍງານໂດຍ © ປະຊາຊົນ ບ້ານສາຍລົມ

ໄຟໃໝ້ ຕະຫຼາດສີບູນເຮືອງ ຊຽງຂວາງ
06/08/2026

ໄຟໃໝ້ ຕະຫຼາດສີບູນເຮືອງ ຊຽງຂວາງ

ເຕືອນແຈ້ງໄພ! ນໍ້າຊັນ, ນໍ້າເຊບັ້ງໄຟ ແລະ ນໍ້າທາ ໃກ້ຮອດລະດັບເຕືອນໄພແລ້ວ ຜູ້ຢູ່ພື້ນທີ່ຕໍ່າຈົ່ງມີສະຕິ ແລະ ກຽມຍົກຍ້າຍເຄື່ອງຂຶ້...
06/08/2026

ເຕືອນແຈ້ງໄພ! ນໍ້າຊັນ, ນໍ້າເຊບັ້ງໄຟ ແລະ ນໍ້າທາ ໃກ້ຮອດລະດັບເຕືອນໄພແລ້ວ ຜູ້ຢູ່ພື້ນທີ່ຕໍ່າຈົ່ງມີສະຕິ ແລະ ກຽມຍົກຍ້າຍເຄື່ອງຂຶ້ນທີ່ສູງ 👇ລາຍລະອຽດ

ຮ່າງຂອງ "ຮລຸນ ໂຊໂລ່" ຖືກນຳສົ່ງຮອດປະເທດໄທ ໂດຍມີ ທ້າວ ມອສ ຜູ້ເປັນອ້າຍ ແລະ ນາງ ໂກະ ຜູ້ເປັນເອື້ອຍ ລໍຖ້າຮັບຮ່າງ ກ່ອນຈະນຳສົ່ງໄ...
06/08/2026

ຮ່າງຂອງ "ຮລຸນ ໂຊໂລ່" ຖືກນຳສົ່ງຮອດປະເທດໄທ ໂດຍມີ ທ້າວ ມອສ ຜູ້ເປັນອ້າຍ ແລະ ນາງ ໂກະ ຜູ້ເປັນເອື້ອຍ ລໍຖ້າຮັບຮ່າງ ກ່ອນຈະນຳສົ່ງໄປຍັງສະຖາບັນນິຕິວິທະຍາສາດ ເພື່ອຊັນສູດຊ້ຳອີກຄັ້ງ.

ຮລຸນ ເໝືອນກັບເປັນທູດແຫ່ງມິດຕະພາບ. ທຸກປະເທດທີ່ລາວໄດ້ເດີນທາງໄປ ລາວໄດ້ຖ່າຍທອດຊີວິດຄວາມເປັນຢູ່ ແລະ ນ້ຳໃຈຂອງຜູ້ຄົນໃນແຕ່ລະປະເທດອອກມາໃຫ້ຜູ້ຄົນໄດ້ເຫັນ. ບາງປະເທດເຮັດໃຫ້ຫຼາຍຄົນແປກໃຈ ເພາະເມື່ອໄດ້ເຫັນຈາກສາຍຕາຂອງຮລຸນ ຈຶ່ງຮູ້ວ່າຜູ້ຄົນມີນ້ຳໃຈດີ ແຕກຕ່າງຈາກພາບຈຳທີ່ເຄີຍຮັບຮູ້ມາກ່ອນ.

ຄືກັບວ່າ ໃນອະດີດພວກເຮົາອາດເຄີຍເຂົ້າໃຈບາງປະເທດຜິດ ຫຼື ໄດ້ຮັບຂໍ້ມູນພຽງບາງດ້ານ. ແຕ່ຮລຸນໄດ້ໄປສຳຜັດດ້ວຍຕົນເອງ ແລະ ຖ່າຍທອດສິ່ງທີ່ໄດ້ພົບເຫັນຢ່າງຈິງໃຈ. ສິ່ງນັ້ນບໍ່ພຽງແຕ່ຊ່ວຍໃຫ້ຜູ້ຊົມເຂົ້າໃຈປະເທດຕ່າງໆ ໄດ້ດີຂຶ້ນ ແຕ່ຍັງເປັນພາບລັກທີ່ດີ ແລະ ສ້າງມິດຕະພາບໃຫ້ແກ່ປະເທດເຫຼົ່ານັ້ນອີກດ້ວຍ.

06/08/2026

ນາຫຍ້າ.. ບໍ່ແມ່ນນາເຂົ້າ

06/08/2026

ຕົ້ນຢາງ

ສຸດເສົ້າຂອງ "ແອ໊ນ ວັຍທະຍາ" ສິນລະປິນພາກໃຕ້ ເສຍຊີວິດກະທັນຫັນແອ໊ນ ວັຍທະຍາ ສິນລະປິນອິດສະຫຼະ ແລະ ນັກສະແດງ MV ໄດ້ເສຍຊີວິດຈາກອຸ...
03/08/2026

ສຸດເສົ້າຂອງ "ແອ໊ນ ວັຍທະຍາ" ສິນລະປິນພາກໃຕ້ ເສຍຊີວິດກະທັນຫັນ

ແອ໊ນ ວັຍທະຍາ ສິນລະປິນອິດສະຫຼະ ແລະ ນັກສະແດງ MV ໄດ້ເສຍຊີວິດຈາກອຸປະຕິເຫດ ຫຼັງຈາກຂີ່ລົດຈັກຕົກຫຼຸມທີ່ກຳລັງວາງທໍ່ລະບາຍນ້ຳ

ເຫດການເກີດຂຶ້ນບໍລິເວນແຄມຖະໜົນ ກົງຂ້າມສຳນັກສົງບ້ານທ່າທ້ອນ ຕຳບົນທ່າຊ້າງ ອຳເພີບາງກຳ ແຂວງສົງຂະຫຼາ

ຈຸດທີ່ເກີດເຫດບໍ່ມີປ້າຍເຕືອນ ແລະ ມີແສງສະຫວ່າງບໍ່ພຽງພໍ ເຊິ່ງເປັນສາເຫດຫຼັກທີ່ນຳໄປສູ່ອຸປະຕິເຫດ

ຜູ້ເສຍຊີວິດມີຜົນງານເພງທີ່ເປັນທີ່ຮູ້ຈັກ ເຊັ່ນ "ລໍໄດ້ໝ້າຍ", "ຂູດພ້າວລໍ" ແລະ "ຊ້ອນລົດພີ່ ສະຕໍຣີ່ບໍ່ເຄີຍລົງ"

ການຈາກໄປຂອງສິນລະປິນຄັ້ງນີ້ ສ້າງຄວາມຕົກໃຈໃຫ້ແຟນຄັບເປັນຢ່າງຫຼາຍ ເພາະພຽງ 3 ມື້ກ່ອນ ເຈົ້າຕົວຍັງໄດ້ໂພສຂໍ້ຄວາມສະແດງຄວາມອາໄລຕໍ່ຢູທູບເບີຊື່ດັງຜູ້ໜຶ່ງ

"ຂໍສະແດງຄວາມເສຍໃຈຢ່າງສຸດຊຶ້ງຕໍ່ຄອບຄົວຂອງນ້ອງ ຕົກໃຈຫຼາຍແທ້ໆ ຂ້ອຍມັກເບິ່ງຄລິບຂອງນ້ອງຢູ່ສະເໝີ ອີກທັງນ້ອງຍັງເປັນຄົນກະຕັນຍູ ແລະ ເປັນຄົນເກັ່ງຫຼາຍ ຂໍໃຫ້ນ້ອງໄປສູ່ພົບພູມທີ່ດີ ຂໍໃຫ້ວິນຍານໄດ້ພົບຄວາມສະຫງົບ."

ໄຟໄຫມ້ສາງເກັບຢາງລົດຢູ່ຈີນ ຄວັນໄຟພຸ່ງສູງສູ່ທ້ອງຟ້າເກີດເຫດໄຟໄໝ້ຂະໜາດໃຫຍ່ຢູ່ສາງເກັບຢາງລົດ ໃນນະຄອນຊິງຕ່າວ ແຂວງຊານຕົງ ປະເທດຈີ...
03/08/2026

ໄຟໄຫມ້ສາງເກັບຢາງລົດຢູ່ຈີນ ຄວັນໄຟພຸ່ງສູງສູ່ທ້ອງຟ້າ

ເກີດເຫດໄຟໄໝ້ຂະໜາດໃຫຍ່ຢູ່ສາງເກັບຢາງລົດ ໃນນະຄອນຊິງຕ່າວ ແຂວງຊານຕົງ ປະເທດຈີນ ໃນເວລາປະມານ 17:00 ໂມງ ຂອງມື້ວານ ມາຕອນນີ້ຍັງດັບໄຟບໍ່ໄດ້. ເຫດການດັ່ງກ່າວເຮັດໃຫ້ຄວັນໄຟສີດຳໜາແໜ້ນພຸ່ງຂຶ້ນສູງເຕັມທ້ອງຟ້າ.

ເຈົ້າໜ້າທີ່ດັບເພີງໄດ້ເລັ່ງເຂົ້າຄວບຄຸມສະຖານະການ ແຕ່ເປັນໄປດ້ວຍຄວາມຍາກລຳບາກ ເນື່ອງຈາກຢາງລົດເປັນເຊື້ອໄຟຢ່າງດີ ແລະມີປະລິມານຫຼາຍ.

ເບື້ອງຕົ້ນ ຍັງບໍ່ມີລາຍງານຜູ້ໄດ້ຮັບບາດເຈັບ ຫຼື ເສຍຊີວິດ ເນື່ອງຈາກສາມາດອົບພະຍົບປະຊາຊົນອອກຈາກພື້ນທີ່ໄດ້ທັນເວລາ.

 #ຂໍປະກາດຕາມຫາລົດຄູ່ກໍລະນີຄັນດັ່ງກ່າວ ຕຳຄົນເສຍຊີວິດແລ້ວເອົາຕົວລົບໜີ່ ເປັນປະເພດລົດຕູ້ KIA SEDONA (ທະບຽນເລກ ກລ 8297 ນະຄອນຫ...
03/08/2026

#ຂໍປະກາດຕາມຫາລົດຄູ່ກໍລະນີຄັນດັ່ງກ່າວ ຕຳຄົນເສຍຊີວິດແລ້ວເອົາຕົວລົບໜີ່ ເປັນປະເພດລົດຕູ້ KIA SEDONA (ທະບຽນເລກ ກລ 8297 ນະຄອນຫຼວງວຽງຈັນ) ທ່ານໃດພົບເຫັນ ຫຼື ແຈ້ງເບາະແສຈົນສາມາດຈັບໂຕຜູ້ກ່ຽວໄດ້ ພວກເຮົາຈະມີລາງວັນຕອບແທນນ້ຳໃຈໃຫ້ຢ່າງງາມ ເບີໂທຕິດຕໍ່98555516
ເຫດການແມ່ນເກີດຢູ່ບ້ານນາຫຼວງ ນະຄອນຫຼວງພະບາງ ແຂວງຫຼວງພະບາງ.

 #ບໍ່ແມ່ນແນວເຮັດຫຼິ້ນ ເຈົ້າໜ້າທີ່ສຶກສາອົບຮົມ ຊາຍຕັດຕໍ່ຮູບພາບເຈົ້າໜ້າທີ່ໃສ່ຊອງຄໍລະເຈັນສີບົວ ສ້າງຄວາມເສື່ອມເສຍພາບພົດ ແລະ ຖ...
03/08/2026

#ບໍ່ແມ່ນແນວເຮັດຫຼິ້ນ ເຈົ້າໜ້າທີ່ສຶກສາອົບຮົມ ຊາຍຕັດຕໍ່ຮູບພາບເຈົ້າໜ້າທີ່ໃສ່ຊອງຄໍລະເຈັນສີບົວ ສ້າງຄວາມເສື່ອມເສຍພາບພົດ ແລະ ຖືກວິພາກວິຈານໃນທາງບໍ່ດີ.

ປກສ ເມືອງວຽງຄຳ ແຂວງວຽງຈັນ ສຶກສາອົບຮົມ ບຸກຄົນສ້າງຄວາມເສຍຫາຍໃຫ້ແກ່ເຈົ້າໜ້າທີ່ຕໍາຫຼວດ ຜ່ານສື່ສັງຄົມອອນລາຍ ແລະ ໝິ່ນປະໝາດເຈົ້າໜ້າທີ່.

ຈາກກໍລະນີທີ່ມີຊາຍຄົນໜຶ່ງໄດ້ໃສ່ຮ້າຍປ້າຍສີເຈົ້າໜ້າທີ່ ເພື່ອສ້າງຄວາມເສຍຫາຍ ແລະ ເສື່ອມເສຍກຽດພ້ອມທັງສະແດງພຶດຕິກຳທີ່ບໍສອດຄ່ອງກັບນະໂຍບາຍ ຂອງ ພັກ-ລັດ ແລະ ກົດໝາຍຂອງກຳລັງປ້ອງກັນຄວາມສະຫງົບ ແລ້ວໂພສລົງເຟສບຸກສ່ວນຕົວ ຈົນເກີດເປັນກະແສວິພາກວິຈານຈາກສັງຄົມ ແລະ ເຮັດໃຫ້ເສື່ອມເສຍພາບພົດຂອງກຳລັງປ້ອງກັນຄວາມສະຫງົບ.

ໃນວັນທີ 3 ສິງຫາ 2026 ເຈົ້າໜ້າທີ່ໜ່ວຍງານວິຊາສະເພາະ ກອງບັນຊາການ ປກສ ເມືອງວຽງຄຳ ໄດ້ນຳຕົວ ທ້າວ ໄມ້ ຢູ່ບ້ານ ນາເຫຼົ່າ ເມືອງໂພນໂຮງ ແຂວງວຽງຈັນ ຜູ້ກ່ຽວໄດ້ນຳໃຊ້ສື່ອອນລາຍເຟສບຸກ ຕັດຕໍ່ຮູບພາບຂອງເຈົ້າໜ້າທີ່ຕຳຫຼວດໃສ່ຊອງຄໍລະເຈັ່ນສີບົວ ເຮັດໃຫ້ເຈົ້າໜ້າທີ່ຕຳຫຼວດມີຄວາມເສຍຫາຍ ແລະ ຖືກວິພາກວິຈານໄປໃນທາງທີ່ບໍ່ດີ ການໝິ່ນປະມາດເຈົ້າໜ້າທີ່ ແລະ ການຈັດຕັ້ງທີ່ກ່ຽວຂ້ອງເຮັດໃຫ້ເສຍຫາຍ.

ຜ່ານການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ຢ່າງຖີ່ຖ້ວນ ເຫັນວ່າຕໍ່ກັບການກະທຳຂອງທ້າວ ໄມ້ ໃນຄັ້ງນີ້ເປັນການກະທຳຜິດຕໍ່ກົດໝາຍອາຍາວາງອອກຢ່າງແທ້ຈິງ. ເຊິ່ງໄດ້ສະແດງອອກຢູ່ບ່ອນວ່າ ຜູ້ກ່ຽວໄດ້ເຈດຕະນາຕັດຕໍ່ຮູບພາບຂອງເຈົ້າໜ້າທີ່ໃສ່ຊອງຄໍລະເຈັ່ນ ເຮັດໃຫ້ເຈົ້າໜ້າທີ່ເສຍຫາຍ ຖືກສັງຄົມວິພາກວິຈານໄປແນວທາງທີ່ບໍ່ດີ, ເສື່ອມເສຍກຽດ, ໝິ່ນປະໝາດເຈົ້າໜ້າທີ່ ເຜີຍແຜ່ລົງໃນສື່ສັງຄົມອອນລາຍເຟສບຸກໃນວັນທີ 25 ກໍລະກົດ 2026 ການກະທຳດັ່ງກ່າວ ເປັນການກະທຳຜິດຕໍ່ປະມວນກົດໝາຍອາຍາສະບັບປັງປຸງ 2017 ມາດຕາ 168,372 ໃນສະຖານ: ການສ້າງຄວາມເສຍຫາຍຜ່ານສືສັງຄົມອອນລາຍ ແລະ ການໝິ່ນປະມາດເຈົ້າໜ້າທີ່.

ສະນັ້ນ, ທາງເຈົ້າໜ້າທີ່ ປກສ ເມືອງວຽງຄຳ ຈຶ່ງໄດ້ໃຫ້ຜູ້ກ່ຽວມາເຮັດບົດບັນທຶກ ແລະ ຮັບສະລະພາບ ຂໍໂທດຕໍ່ສັງຄົມ ໃນການເຜີຍແຜ່ຕັດຕໍ່ຮູບພາບເຈົ້າໜ້າທີ່ອອກສູ່ສື່ສັງຄົມອອນລາຍເຟສບຸກ ເນື້ອຫາສ້າງຄວາມເສຍຫາຍໃຫ້ແກ່ບຸກຄົນອື່ນ ພ້ອມທັງໃຫ້ລົບໂພສດັ່ງກ່າວອອກຈາກເຟສບຸກ.

-------
©️Viengchan Police news

ที่อยู่

Nong Khai
000000

เว็บไซต์

แจ้งเตือน

รับทราบข่าวสารและโปรโมชั่นของ BM Lukyผ่านทางอีเมล์ของคุณ เราจะเก็บข้อมูลของคุณเป็นความลับ คุณสามารถกดยกเลิกการติดตามได้ตลอดเวลา

ติดต่อ ธุรกิจของเรา

ส่งข้อความของคุณถึง BM Luky:

ทางลัด

แชร์