13/06/2025
ທີ່ມາຂອງຄຳວ່າສາຍາພຣະສົງລາວ ມະຫາ , ຍາຄູ , ຍາຊາ ຍາທ່ານ ແລະ ເມື່ອເພິ່ນສິກມາກໍ່ຈະເອີ້ນວ່າ ຊຽງ, ທິດ,ຈານ ຜູ້ຊາຍທຸກຄົນເມື່ອຄົບອາຍຸ 20 ປີ ບໍລິບຸນ ຕ້ອງໄດ້ບວດເປັນພຣະ ເພາະມີທຳນຽມປະຕິບັດມາແຕ່ບູຮານ (ວ່າຕ້ອງເປັນຄົນສຸກກ່ອນ) ການບວດໃນພຸທທະສາສະນານີ້ກໍ່ເພື່ອທົດແທນບຸນຄຸນຂອງບິດາມານດາ ແລະ ເປັນການເຮັດໃຫ້ຕົນເອງທີ່ເປັນຄົນດິບໃຫ້ເປັນຄົນສຸກ ອີກປະການໜື່ງກໍ່ເພື່ອຖະນຸບຳຣຸງພຸທທະສາສະນາ ເມື່ອບວດເປັນພຣະໃໝ່ ຍັງບໍ່ມີພັນສາຈະເອິ້ນກັນວ່າ ນະວະກະ , ຖ້າບວດໄດ້ 5 ພັນສາຂຶ້ນໄປທີ່ຊາວບ້ານເຫັນວ່າ ພຣະອົງນັ້ນປະຕິບັດດີ ປະຕິບັດຊອບ ກໍ່ຈະເຮັດກອງຫົດໃຫ້ ຂຶ້ນເປັນ ສຳເຣັດ , ຊາ , ຄູ ..... ຫຼື ເປັນການເຮັດພິທີເຖຣາພິເສກ ສະມານະສັກໃນລະດັບຊາວບ້ານ ໂດຍຜູ້ເຖົ້າຜູ້ແກ່ຕ້ອງພ້ອມໃຈກັນປະຊຸມ ແລະ ມີມະຕິ ເປັນການຍົກຍ້ອງ ບໍ່ແມ່ນການເລື່ອນຕຳແໜ່ງເປັນຄວາມດີງາມທີ່ຊາວບ້ານຍົກໃຫ້ພຣະສົງ
ກອງຫົດ ແມ່ນມີຄວາມໝາຍວ່າ ການຫົດນ້ຳ ໂດຍມີພິທີກັມໂດຍການທີ່ຊາວບ້ານຈັດຫາຜ້າໄຕຍ, ຈີວອນ ແລະເຄື່ອງອັດຖະບໍຣິຂານ ປ່ຽນຜ້າໃຫ້ພຣະສົງ ຄືການເຮັດພິທີ ທີ່ປະຕິບັດກັບພຣະພຸທທະຮູບໃນປະເພນີສົງການ (ຫົດສົງນ້ຳພຣະພຸທທະຮູບຕາມເຮືອນ ຫຼື ວັດວາອາຮາມຕ່າງໆ) ເຊິ່ງກອງຫົດນີ້ ນິຍົມເຮັດໃນເດືອນເມສາ ຜູ້ໄປຮ່ວມງານຈະໄປສົງນ້ຳພຣະນັ້ນ ຕ້ອງສົງນ້ຳຜ່ານຮາງລິນເຊິ່ງໃຫ້ນ້ຳໄຫຼໄປຕາມຮາງທີ່ເຮັດເປັນຮູບພຣະຍານາກ ແລ້ວໄຫຼໄປຫົດພຣະສົງ ຫຼັງຈາກນັ້ນກໍ່ຈະປ່ຽນເອົາຜ້າຈີວອນເກົ່າອອກ ປ່ຽນຜ້າໃໝ່ແທນຜ້າເກົ່າ ຖວາຍເຄື່ອງອັດຖະບໍລິຂານ ແລ້ວຂໍຮັບສິນຮັບພອນຈາກພຣະອົງທີ່ຫົດນັ້ນ ຈຶ່ງຈະຖືວ່າຜ່ານການຫົດແລ້ວ ຫຼັງຈາກພຣະສົງອົງຜູ້ທີ່ຖືກຫົດນີ້້ ລາສິກຂາອອກໄປ ກໍ່ຈະເອີ້ນວ່າ ຈານ ນຳໜ້າຊື່ຜູ້ນັ້ນ
ຖ້າພຣະສົງອົງໃດບໍ່ໄດ້ຜ່ານພິທີການຫົດ ເມື່ອລາສິກຂາ (ສິກ) ອອກໄປແລ້ວຈະເອິ້ນຊາຍຜູ້ນັ້ນວ່າ ທິດ ສ່ວນຈົວ ຫຼືສາມະເນນ ເມື່ອລາສິກຂາອອກໄປຈະເອີ້ນຊື່ນຳໜ້າວ່າ ຊຽງ ແຕ່ພຣະສົງທີ່ໄປເສັງຜ່ານໂຮງຮຽນ ປະຣຽນໄດ້ ແລະບໍ່ໄດ້ຜ່ານການພິທິການຫົດສົງ ເມື່ອລາສິກຂາໄປແລ້ວກໍ່ຍັງເອິ້ນຄຳນຳຫນ້າຊື່ຊາຍຜູ້ນັ້ນວ່າ ມະຫາ ພຣະສົງທີ່ບວດມາໄດ້ 10 ພັນສາຂຶ້ນໄປ ເອີ້ນວ່າ ຍາຄູ ເປັນພຣະສົງອາວຸໂສທີ່ໄປບວດໄດ້ 10 ພັນສາຂຶ້ນໄປ ແລະ ເປັນພຣະອຸປັດຊາ ຄືບວດຜູ້ອື່ນໄດ້ ເອີ້ນວ່າ ຍາຊາ
ກອງຫົດ ຈະມີຜ້າໄຕ ຈີວອນ (ຖ້າເປັນຈົວບໍ່ໃສ່ຜາສັງຄາຕິ) ມີມິດແຖ, ເຂັມ-ດ້າຍ , ມິດຕັດເລັບ, ກົດ, ຜ້າຄາດແອວ,ຜ້າຫົ່ມ, ເກີບ, ໄມ້ຄ້ອນເທົ້າ, ຂັນຕາລະບັດ, ມິດ (ໜີບເປືອກຫາດ), ງ້ຽງ, ຂັ້ນໝາກ, ຫຼາບເງິນ, ເຄື່ອງຍົດ, ທຽນກິ່ງ (ເຮັດຄືກັບຫອກສາມຫງ່າມສຳລັບໃຕ້ຕິດກອງຫົດ) ທຽນນ້ອຍ (ສຳລັບໃຕ້ຖວາຍພຣະຕອນມາຫົດ ບາສີ 1 ຄູ່ ແລະ ທຽນເຫຼັ້ມບາດ 2 ຄູ່) ນ້ຳຫອມ 3 ໄຫ
ການຫົດ ໃຫ້ເຮັດນ້ຳອົບນ້ຳຫອມໃສ່ໄຫໄວ້ ແລ້ວເອົາຮາງຫົດມາຕັ້ງໄວ້ ເອົາຕົ້ນກ້ວຍເປັນເສົາ ເອົາໃບຕອງກ້ວຍ ແລະ ຫຍ້າແພກມາຮອງ ຖ້າສູງຈົນຍ່ອນຂາໄດ້ ເອີ້ນວ່າ ບັນລັງສີລາອາດ ຖ້າຕ່ຳກວ່ານັ້ນເອີ້ນວ່າ ຫິນສີລາອາດ ຕັ້ງໄວ້ໃສ່ໄວ້ກ້ອງປ່ອງນ້ຳຫົດສົງ ເວລາເທນ້ຳໃສ່ໂຮງຫົດ ນ້ຳຈະໄຫຼມາຫົດຜູ້ຮັບການຫົດສົງພໍດີ
ການຫົດຈະເຮັດຕ່າງຫາກກໍ່ໄດ້ ຫຼື ຈະຮ່ວມກັບບຸນອື່ນໆກໍ່ໄດ້ ພຣະເຖຣະຜູ້ໃຫຍ່ຈະນຳພາໃນການປະກອບພິທີ ໃຫ້ພຣະຫົດສົງນ້ຳກ່ອນ ຫຼັງຈາກນັ້ນຜູ້ເຖົ້າຜູ້ແກ່ຈະຫົດຕາມລຳດັບ ຈົນໄປຮອດຊາວບ້ານທົ່າວໄປ ພິທີການຫົດນີ້ສຳຄັນຫຼາຍ ເພາະເປັນພິທີກັມການສະຖາປະນາໃຫ້ຜູ້ໄດ້ຮັບການຫົດສົງນ້ຳນີ້ປ່ຽນຊື່ ເປັນຜູ້ມີຍົດທາງສັງຄົມໄດ້ ເມື່ອຫົດສົງແລ້ວ ກໍ່ຈະມີການຖວາຍຜ້າໄຕຈີວອນ ພຣະອົງທີ່ໄດ້ຮັບຜ້າໄຕຈີວອນກໍ່ປ່ຽນຜ້າເກົ່າໃສ່ຜ້າໃໝ່ ອະທິຖານຜ້າ ແລະ ຄອງຜ້າ ປ່ຽນຜ້າທີ່ປຽກອອກ ແລ້ວແລ້ວຊາວບ້ານຈະເອົາຄ້ອງມາຕີ ມັກກະທາຍົກຈະຫິ້ວເຊື້ອກຄ້ອງໄວ້ (ຫາກຄ້ອງໃຫຍ່ ໃຫ້ຈັບເຊື້ອກທີ່ຫ້ອຍແທນ) ພຣະທີ່ໄດ້ຮັບການຫົດສົງຈະເອົາກໍາປັ້ນຕີຈູມຄ້ອງ 3 ຄັ້ງ ແຕ່ລະຄັ້ງທີ່ຕີໃຫ້ບໍລິກັມວ່າ ' ສີຫະທານັງ ນະທັນເຕເຕ ປະຣິສາສຸ ວິສາຣະທາ ' ຈາກນັ້ນກໍ່ໄປຮັບສິນ ແລະ ຮັບການຖວາຍກອງຫົດທັງໝົດຈາກຍາດໂຍມ ແລະ ໃຫ້ພອນ ເປັນອັນຈົບພິທີ.
Cr :EFEO, Art and Culture of Laos
ນໍາສະເໜີໂດຍ : ລາວTemple
#ນີ້ເເຫຼະບ້ານຂ້ອຍ
#ນິທັດສະການຮູບພາບວັດລາວ
#ປະເທດລາວ
#ປີທ່ອງທ່ຽວລາວ