Somphan supaphaso

Somphan supaphaso "ตอนเจ้ามา เจ้าก็มาคนเดียว
แล้วตอนไป ใครเล่าจะไปกับเจ้าด้วย”

26/02/2026

"ไม่อยากล้างจานให้ใช้ถุงพลาสติก แต่ถ้าไม่อยากโดนพระยิกหู ให้รีบไปล้างจาน" #วันพระ #ทําความสะอาด #พระ

วัดมิงเมือง  #น่าน
04/02/2026

วัดมิงเมือง #น่าน

23/01/2026

น้องนักเรียนมารวมกิจกรรม

#นักเรียนน่ารัก #เพิ่มผู้ติดตาม ゚

ຄວາມເລິກເຊິ່ງ ແລະຄວາມລຽບງ່າຍຄຳສອນໃນພຸດທະສາສະໜາ ມີທັງແບບຄວາມໝາຍທຳມະດາ ແລະຄວາມໝາຍເລິກເຊິ່ງຄຳພີຣະພາບ. ຄວາມໝາຍທຳມະດາ ໝາຍເຖິງ...
23/01/2026

ຄວາມເລິກເຊິ່ງ ແລະຄວາມລຽບງ່າຍ

ຄຳສອນໃນພຸດທະສາສະໜາ ມີທັງແບບຄວາມໝາຍທຳມະດາ ແລະຄວາມໝາຍເລິກເຊິ່ງຄຳພີຣະພາບ. ຄວາມໝາຍທຳມະດາ ໝາຍເຖິງການສື່ສານຄຳສອນ ໃນພາສາທີ່ຄົນທົ່ວໄປເຂົ້າໃຈໄດ້ທັນທີ ແລະເຫັນປະຈັກໃນຊີວິດປະຈຳວັນ ສ່ວນຄວາມໝາຍເລິກເຊິ່ງ ສ່ວນໃຫຍ່ຈະເປັນຫລັກທັມຂັ້ນສູງ ທີ່ເວົ້າເຖິງ ນິພພານ, ການຫລຸດພົ້ນ, ອະນັດຕາ, ສູນຍະຕາ ເປັນຕົ້ນ ເຊິ່ງເມື່ອເວົ້າເຖິງແລ້ວ ເໝືອນກັບວ່າ ສູງສົ່ງ ແລະຢູ່ໄກເກີນເອື້ອມ ຕ້ອງໃຊ້ຄວາມພະຍາຍາມສູງ ໃນການຝຶກຝົນຕົນເອງ ຈິ່ງຈະໄປເຖິງຈຸດນັ້ນ.

ຜູ້ທີ່ຖ່າຍທອດຄຳສອນທາງພຸດທະສາສະໜາ ແມ່ນມີໜ້າທີ່ໃນການເລືອກເຟັ້ນເອົາຄຳເວົ້າ ທີ່ເໝາະສົມກັບຄົນຟັງ. ຄຸນສົມບັດຂອງນັກຖ່າຍທອດຄຳສອນ ກໍຕ້ອງຂື້ນກັບຄວາມຮູ້, ປະສົບການ, ຄຸນະທັມ ທີ່ຕົນເອງໄດ້ຝຶກຝົນອົບຮົມຈິດໃຈຜ່ານມາ. ຜູ້ທີ່ມີຄຸນສົມບັດພຽບພ້ອມສົມບູນແບບທີ່ສຸດ ໃນການຖ່າຍທອດຄຳສອນ ກໍມີພຽງພຣະອົງດຽວ ໃນຄືອົງສົມເດັດພຣະສັມມາສັມພຸດທະເຈົ້າ ເຊິ່ງເປັນຜູ້ຮູ້ແຈ້ງໂລກ ມີສັບພັນຍຸດຕະຍານ, ສາທາຣະນະຍານ, ວິຊຊາສາມ, ປະຕິສັມພິທາຍານສີ່, ອະພິນຍາຫົກ, ຢັ່ງຮູ້ວາຣະຈິດ ຂອງສັບພະສັດທັງຫລາຍ ຈິ່ງງ່າຍຕໍ່ການຈຳແນກແຈກແຈງທັມແກ່ສັບພະສັດທັງຫລາຍ ໃຫ້ເໝາະກັບອຸປະນິໄສຂອງແຕ່ລະບຸກຄົນ ດ້ວຍເຫດນັ້ນ ບຸກຄົນໃນ ເມື່ອໄດ້ຟັງທັມຂອງພຣະອົງ ຈິ່ງຮູ້ແຈ້ງທັມໄດ້. ສ່ວນພວກເຮົາທັງຫລາຍ ທີ່ເປັນຄົນລຸ້ນຫລັງ ທັງຜູ້ສະແດງທັມ ແລະຜູ້ຟັງ ກໍຍາກທີ່ຈະຄາດເດົາ ວ່າຈະເລືອກໃຊ້ຫລັກທັມໃດ ມາສະແດງ ເພື່ອໃຫ້ຜູ້ຟັງເຂົ້າໃຈ. ດ້ວຍເຫດນັ້ນ ການສົ່ງສານທາງທັມ ຈິ່ງເປັນໄປຕາມເຫດການ ຕາມບຸກຄົນ ແລ້ວແຕ່ຈະເປັນໄປ.

ຄົນຟັງທັມບາງພວກ ກໍມັກຟັງຖ້ອຍຄຳແບບທັມມະດາ ບາງພວກກໍມັກຟັງທັມແບບເລິກເຊິ່ງ ຂື້ນກັບຄວາມຮູ້ແລະປະສົບການ ທີ່ພວກເຂົາໄດ້ຮຽນຮູ້ ຫລືປະສົບການມາ. ໃນບາງຄັ້ງ ການກ່າວທັມແບບເລິກເຊິ່ງ ກັບຄົນທຳມະດາທົ່ວໄປ ທີ່ຫາກໍ່ເລີ່ມຕົ້ນສຶກສາຮ່ຳຮຽນທັມມະ ຈິ່ງປຽບເໝືອນການມອບສິ່ງຂອງທີ່ເຂົາບໍ່ຄຸ້ນເຄີຍ ກໍຍາກທີ່ຈະເຂົ້າໃຈ. ສະນັ້ນ ນັກເຜີຍແຜ່ທັມຈິ່ງຄວນເລືອກໃຊ້ສຳນວນພາສາທີ່ທຳມະດາ ເພື່ອສື່ສານໃຫ້ເຂົ້າເຖິງກຸ່ມຄົນຟັງຢ່າງມີປະສິດທິພາບ. ສ່ວນຄົນໃດທີ່ມັກຟັງທັມມະແບບຂັ້ນສູງ ແລະເລິກເຊິ່ງ ກໍຈິ່ງສັນຫາຄຳເວົ້າທີ່ລະອຽດສູງສົ່ງຂື້ນໄປ ໃຫ້ເຂົາໄດ້ຮັບຟັງ.

ແຕ່ໃນບາງຄັ້ງ ຄົນຟັງທັມ ກໍບໍ່ໄດ້ຕ້ອງການຫຍັງມາກມາຍ ບໍ່ຕ້ອງການຢາກບັນລຸມັກຜົນນິພພານທີ່ເລິກເຊິ່ງກໍມີ ພຽງແຕ່ຟັງແລ້ວສະບາຍໃຈ ຄາຍທຸກກໍພໍ ເໝືອນດັ່ງທີ່ຄົນອາເມຣິກາ ກຳລັງສົນໃຈຄຳວ່າ ສັນຕິພາບ, ຄວາມເມດຕາ, ຄວາມກະຣຸນາ ແລະສະຕິ ຕາມທີ່ເຫັນພຣະທຸດົງເພື່ອສັນຕິພາບ ກຳລັງດຳເນີນການເຜີຍແຜ່ຢູ່ ສຳ່ນັ້ນກໍພຽງພໍແລ້ວ.
#เพจใหม่ ゚ #เพิ่มผู้ติดตาม

ทำบุญตักบาตรไม่ได้ขาด เพื่อดวงใจที่สุขสงบ เต็มเปี่ยมไปด้วย ความสุข สมหวัง และขออวยพร ให้ทุกๆ คนที่เรารัก และรักเรา มีแต่...
18/01/2026

ทำบุญตักบาตรไม่ได้ขาด เพื่อดวงใจที่สุขสงบ เต็มเปี่ยมไปด้วย ความสุข สมหวัง และขออวยพร ให้ทุกๆ คนที่เรารัก และรักเรา มีแต่ความสุข แข็งแรง ร่ำรวย #ธรรมสอนใจ #วันพระ #ตักบาตรเช้า ゚

"ดอนเจ้ามา เจ้าก็มาคนเดียวแล้วตอนไป ใครเล่าจะไปกับเจ้าด้วย” #ธรรมสอนใจ  #เพิ่มผู้ติดตาม  #พระสงฆ์ช่วยสังคม  #เปิดการมองเ...
16/01/2026

"ดอนเจ้ามา เจ้าก็มาคนเดียว
แล้วตอนไป ใครเล่าจะไปกับเจ้าด้วย” #ธรรมสอนใจ #เพิ่มผู้ติดตาม #พระสงฆ์ช่วยสังคม #เปิดการมองเห็นFacebook

ทำงานกันครับ🥰🙏
09/06/2025

ทำงานกันครับ🥰🙏

ที่อยู่

ถนนคำลือ
Phrae
54000

เว็บไซต์

แจ้งเตือน

รับทราบข่าวสารและโปรโมชั่นของ Somphan supaphasoผ่านทางอีเมล์ของคุณ เราจะเก็บข้อมูลของคุณเป็นความลับ คุณสามารถกดยกเลิกการติดตามได้ตลอดเวลา

แชร์